ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຫ22 ກໍລະກົດ ໜ້າ 26-30
  • ຂ້ອຍຍອມໃຫ້ພະເຢໂຫວາຊີ້ນຳຊີວິດຂ້ອຍ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ຂ້ອຍຍອມໃຫ້ພະເຢໂຫວາຊີ້ນຳຊີວິດຂ້ອຍ
  • ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2022
  • ຫົວຂໍ້ຍ່ອຍ
  • ເລື່ອງທີ່ຄ້າຍກັນ
  • ຍ້າຍ​ຈາກ​ແຜ່ນດິນ​ດຳ​ໄປ​ຢູ່​ໃນ​ເຂດ​ທີ່​ອົບອຸ່ນ​ຂອງ​ທະວີບ​ອາຝຼິກກາ
  • ຮັບ​ໃຊ້​ຢູ່​ມາລາວີ​ໃນ​ຍາມ​ທີ່​ລຳບາກ
  • ຮັບ​ໃຊ້​ໃນ​ເຂດ​ມາລາວີ​ຈາກ​ປະເທດ​ຊິມບາເວ
  • ກັບ​ໄປ​ທີ່​ມາລາວີ
  • ພະເຢໂຫວາ​ເຮັດ​ໃຫ້​ເຕີບ​ໃຫຍ່
  • ມີ​ຄວາມສຸກ​ທີ່​ໄດ້​ເລືອກ​ທາງ​ນີ້
  • ໄດ້​ຮັບ​ພະ​ພອນ​ທັງ “ໃນ​ເວລາ​ທີ່​ສະດວກ​ແລະ​ໃນ​ຍາມ​ຍາກ​ລຳບາກ”
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ—2015
ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2022
ຫ22 ກໍລະກົດ ໜ້າ 26-30

ເລື່ອງ​ຊີວິດ​ຈິງ

ຂ້ອຍ​ຍອມ​ໃຫ້​ພະເຢໂຫວາ​ຊີ້ນຳ​ຊີວິດ​ຂ້ອຍ

ເລົ່າ​ໂດຍ ຄີດ ອີຕັນ

ຄີດ ອີ​ຕັນ​ຕອນ​ທີ່​ຍັງ​ໜຸ່ມ.

ຕອນ​ເປັນ​ໄວລຸ້ນ ຂ້ອຍ​ເລືອກ​ທີ່​ຈະ​ມີ​ອາຊີບ​ແລະ​ວຽກ​ເຮັດ​ງານ​ທຳ​ທີ່​ດີ ແຕ່​ພະເຢໂຫວາ​ໄດ້​ສະເໜີ​ແນວ​ທາງ​ຊີວິດ​ອີກ​ແບບ​ໜຶ່ງ​ໃຫ້​ຂ້ອຍ. ເພິ່ນ​ເວົ້າ​ກັບ​ຂ້ອຍ​ວ່າ: “ເຮົາ​ຈະ​ຊ່ວຍ​ເຈົ້າ​ໃຫ້​ມີ​ຄວາມ​ເຂົ້າໃຈ​ແລະ​ຈະ​ບອກ​ທາງ​ທີ່​ເຈົ້າ​ຄວນ​ໄປ ເຮົາ​ຈະ​ແນະນຳ​ເຈົ້າ​ແລະ​ເຝົ້າ​ເບິ່ງ​ເຈົ້າ.” (ເພງ. 32:8, ລ.ມ.) ເມື່ອ​ຂ້ອຍ​ເລືອກ​ເຮັດ​ຕາມ​ແນວ​ທາງ​ທີ່​ພະເຢໂຫວາ​ສະເໜີ​ໃຫ້ ເຮັດ​ໃຫ້​ຂ້ອຍ​ມີ​ໂອກາດ​ທີ່​ຈະ​ຮັບ​ໃຊ້​ເພິ່ນ​ແລະ​ໄດ້​ຮັບ​ພອນ​ຫຼາຍ​ຢ່າງ​ເຊິ່ງ​ລວມ​ເຖິງ​ການຮັບໃຊ້​ຢູ່​ໃນ​ອາຝຼິກກາ​ເປັນ​ເວລາ 52 ປີ.

ຍ້າຍ​ຈາກ​ແຜ່ນດິນ​ດຳ​ໄປ​ຢູ່​ໃນ​ເຂດ​ທີ່​ອົບອຸ່ນ​ຂອງ​ທະວີບ​ອາຝຼິກກາ

ຂ້ອຍ​ເກີດ​ໃນ​ປີ 1935 ໃນ​ເມືອງ​ດາລາດສ໌ຕັນ​ປະເທດ​ອັງກິດ​ໃນ​ເຂດ​ແຜ່ນດິນ​ດຳ. ທີ່​ເຂົາເຈົ້າ​ເອີ້ນ​ແບບ​ນີ້​ກໍ​ຍ້ອນ​ວ່າ​ອາກາດ​ແຖວ​ນັ້ນ​ມີ​ແຕ່​ຄວັນ​ດຳ​ທີ່​ມາ​ຈາກ​ໂຮງຈັກ​ໂຮງງານ. ຕອນ​ທີ່​ຂ້ອຍ​ອາຍຸ 4 ປີ ພໍ່​ແມ່​ໄດ້​ເລີ່ມ​ສຶກສາ​ຄຳພີໄບເບິນ​ກັບ​ພະຍານ​ພະເຢໂຫວາ. ເມື່ອ​ຂ້ອຍ​ເລີ່ມ​ເປັນ​ໄວລຸ້ນ ຂ້ອຍ​ກໍໝັ້ນໃຈ​ວ່າ​ສິ່ງ​ທີ່​ໄດ້​ຮຽນ​ຈາກ​ຄຳພີໄບເບິນ​ເປັນ​ຄວາມ​ຈິງ​ແລະຂ້ອຍ​ໄດ້​ຮັບ​ບັບເຕມາ​ໃນ​ປີ 1952 ເຊິ່ງ​ຕອນ​ນັ້ນ​ຂ້ອຍ​ອາຍຸ 16 ປີ.

ໃນ​ເວລາ​ດຽວ​ກັນ​ຂ້ອຍ​ໄດ້​ເລີ່ມ​ຝຶກງານ​ຢູ່​ໂຮງງານ​ໃຫຍ່​ແຫ່ງ​ໜຶ່ງ​ທີ່​ຜະລິດ​ເຄື່ອງມື​ແລະ​ອາໄຫຼ່​ລົດ​ໃຫຍ່ ແລະ​ຍັງ​ໄດ້​ຝຶກ​ເປັນ​ເລຂາ​ຂອງ​ບໍລິສັດ​ເຊິ່ງ​ເປັນ​ວຽກ​ທີ່​ຂ້ອຍ​ມັກ​ຫຼາຍ.

ຂ້ອຍ​ຕ້ອງ​ໄດ້​ເຮັດ​ການ​ຕັດສິນໃຈ​ທີ່​ສຳຄັນ​ເມື່ອ​ຜູ້​ດູແລ​ເດີນທາງ​ຂໍ​ໃຫ້​ຂ້ອຍ​ນຳ​ສ່ວນ​ການ​ສຶກສາ​ຄຳພີໄບເບິນ​ປະຈຳ​ປະຊາຄົມ​ໃນ​ການ​ປະຊຸມ​ກາງ​ອາທິດ​ໃນ​ປະຊາຄົມ​ບ້ານ​ເກີດ​ຂອງ​ຂ້ອຍ​ຢູ່​ໃນ​ເມືອງ​ວິເລນຮໍ. ການ​ຕັດສິນໃຈ​ນັ້ນ​ຍາກ​ຫຼາຍ ເພາະ​ໃນ​ຕອນ​ນັ້ນ​ຂ້ອຍ​ສົມທົບ​ກັບ​ສອງ​ປະຊາຄົມ. ໃນ​ການ​ປະຊຸມ​ກາງ​ອາທິດ ຂ້ອຍ​ຈະ​ເຂົ້າຮ່ວມ​ປະຊຸມ​ກັບ​ປະຊາຄົມ​ທີ່​ຢູ່​ໃກ້​ບ່ອນ​ເຮັດ​ວຽກ​ຂອງ​ຂ້ອຍ​ໃນ​ເມືອງ​ບຣອມຊະໂກຣບ ເຊິ່ງ​ໄກ​ຈາກ​ບ້ານ​ຂອງ​ຂ້ອຍ​ປະມານ 32 ກິໂລແມັດ. ແລະ​ໃນ​ທ້າຍ​ອາທິດ​ຂ້ອຍ​ຈະ​ກັບ​ມາ​ຫາ​ພໍ່​ແມ່​ແລະ​ເຂົ້າຮ່ວມ​ປະຊຸມ​ກັບ​ປະຊາຄົມ​ທີ່​ຢູ່​ໃນ​ເມືອງ​ວິເລນຮໍ.

ຍ້ອນ​ຂ້ອຍ​ຢາກ​ຊ່ວຍເຫຼືອ​ອົງການ​ພະເຢໂຫວາ ຂ້ອຍ​ຈຶ່ງ​ຕອບ​ຮັບ​ຄຳ​ເຊີນ​ຂອງ​ຜູ້​ດູແລ​ເດີນທາງ​ເຖິງ​ວ່າ​ຂ້ອຍ​ຈະ​ຕ້ອງ​ໄດ້​ອອກ​ຈາກ​ວຽກ​ທີ່​ຂ້ອຍ​ມັກ​ກໍ​ຕາມ. ການ​ທີ່​ຂ້ອຍ​ຍອມ​ໃຫ້​ພະເຢໂຫວາ​ຊີ້ນຳ​ຊີວິດ​ຂ້ອຍ​ເຮັດ​ໃຫ້​ຂ້ອຍ​ມີ​ຊີວິດ​ທີ່​ມີ​ຄວາມສຸກ​ຫຼາຍ ແລະ​ບໍ່​ເສຍໃຈ​ເລີຍ​ທີ່​ເລືອກ​ທາງ​ນີ້.

ຕອນ​ທີ່​ຂ້ອຍ​ສົມທົບ​ກັບ​ປະຊາຄົມ​ບຣອມຊະໂກຣບ​ຂ້ອຍ​ໄດ້​ພົບ​ພີ່ນ້ອງ​ຍິງ​ຄົນ​ໜຶ່ງ​ທີ່​ງາມ​ແລະ​ມີ​ຄວາມເຊື່ອ​ເຂັ້ມແຂງ ລາວ​ຊື່​ວ່າ​ແອນ. ເຮົາ​ໄດ້​ແຕ່ງດອງ​ກັນ​ໃນ​ປີ 1957 ແລະ​ໄດ້​ຮັບ​ໃຊ້​ພະເຢໂຫວາ​ຫຼາຍ​ຮູບ​ແບບ ເຊັ່ນ: ໄພໂອເນຍ​ປະຈຳ ໄພໂອເນຍ​ພິເສດ ຜູ້​ດູແລ​ເດີນທາງ ແລະ​ຮັບ​ໃຊ້​ຢູ່​ເບເທນ. ຂ້ອຍ​ມີ​ຄວາມສຸກ​ຫຼາຍ​ທີ່​ໄດ້​ໃຊ້​ຊີວິດ​ກັບ​ແອນ.

ໃນ​ປີ 1966 ພວກ​ເຮົາ​ໄດ້​ຖືກ​ເຊີນ​ໃຫ້​ເຂົ້າ​ໂຮງ​ຮຽນ​ກິລຽດ​ລຸ້ນ​ທີ 42. ຫຼັງ​ຈາກ​ນັ້ນ​ເຮົາ​ກໍ​ໄດ້​ຮັບ​ມອບໝາຍ​ໃຫ້​ໄປ​ຮັບ​ໃຊ້​ຢູ່ປະເທດ​ມາລາວີ ເຊິ່ງ​ເຂດ​ນັ້ນ​ເປັນ​ທີ່​ຮູ້ຈັກ​ກັນ​ວ່າ​ເປັນ​ເຂດ​ທີ່​ອົບອຸ່ນ​ຍ້ອນ​ຜູ້ຄົນ​ໃຈດີ​ແລະ​ເປັນ​ມິດ. ແຕ່​ເຮົາ​ກໍ​ບໍ່​ຄິດ​ວ່າ​ຈະ​ຢູ່​ຫັ້ນ​ໄດ້​ບໍ່​ດົນ.

ຮັບ​ໃຊ້​ຢູ່​ມາລາວີ​ໃນ​ຍາມ​ທີ່​ລຳບາກ

ໃຊ້​ລົດ​ຈີບ​ຄາຍເຊີ​ໃນ​ການ​ເດີນທາງ​ເຮັດ​ວຽກ​ຮັບ​ໃຊ້​ຢູ່​ປະເທດ​ມາລາວີ

ເຮົາ​ມາ​ຮອດ​ມາລາວີ​ໃນ​ວັນທີ 1 ກຸມພາ 1967. ໃນ​ເດືອນ​ທຳອິດ​ເຮົາ​ໄດ້​ໃຊ້​ເວລາ​ສ່ວນ​ຫຼາຍ​ກັບ​ການ​ຮຽນ​ພາສາ ແລະ​ຫຼັງ​ຈາກ​ນັ້ນ​ເຮົາ​ກໍ​ໄດ້​ເລີ່ມ​ວຽກ​ເປັນ​ຜູ້​ດູແລ​ພາກ. ເຮົາ​ຂີ່​ລົດ​ຈິບ​ລຸ້ນ​ຄາຍເຊີ (Jeep Kaiser) ເຊິ່ງ​ບາງຄົນ​ຄິດ​ວ່າ​ເປັນ​ລົດ​ທີ່​ສາມາດ​ບຸ​ປ່າ ລຸຍ​ຕົມ​ແລະ​ລຸຍ​ນ້ຳ​ໄດ້. ແຕ່​ຄວາມ​ຈິງ​ແລ້ວ​ເຮົາ​ຂີ່​ຂ້າມ​ໄດ້​ແຕ່​ບ່ອນ​ທີ່​ນ້ຳ​ຕື້ນ​ເທົ່າ​ນັ້ນ. ບາງເທື່ອ​ເຮົາ​ກໍ​ໄດ້​ພັກ​ຢູ່​ເຮືອນ​ຫຼັງ​ນ້ອຍໆ​ທີ່​ເຮັດ​ດ້ວຍ​ດິນ​ໜຽວ​ແລະ​ມຸງ​ດ້ວຍ​ຫຍ້າ. ດັ່ງນັ້ນ ເຮົາ​ຈຶ່ງ​ໄດ້​ເອົາ​ແຜ່ນ​ຢາງ​ມາ​ເສີມ​ໃສ່​ຫຼັງ​ຄາ​ເພື່ອ​ບໍ່​ໃຫ້​ປຽກ​ໃນ​ຍາມ​ຝົນ. ນີ້​ເປັນ​ການ​ເລີ່ມ​ຕົ້ນ​ວຽກ​ມິດຊັນນາຣີ​ທີ່​ບໍ່​ຄ່ອຍ​ຄັກ​ປານ​ໃດ ແຕ່​ເຮົາ​ກໍ​ມັກ​ວຽກ​ນີ້.

ໃນ​ເດືອນ​ເມສາ​ຂ້ອຍ​ສັງເກດ​ວ່າ​ເລີ່ມ​ມີ​ບັນຫາ​ເກີດ​ຂຶ້ນ​ພາຍ​ໃນ​ປະເທດ. ຂ້ອຍ​ໄດ້​ຍິນ​ຄຳ​ຖະແຫຼງ​ການ​ຂອງ ດຣ. ເຮຊະຕິງສ໌ ບານ​ດາ ເຊິ່ງ​ເປັນ​ປະທານ​ປະເທດ​ຂອງ​ມາລາວີ. ລາວ​ເວົ້າ​ວ່າ​ພະຍານ​ພະເຢໂຫວາ​ໄດ້​ສ້າງ​ບັນຫາ​ໃຫ້​ກັບ​ອຳນາດ​ການ​ປົກຄອງ​ແລະ​ບໍ່​ເສຍ​ພາສີ​ອາກອນ. ແຕ່​ນັ້ນ​ບໍ່​ແມ່ນ​ຄວາມ​ຈິງ. ບັນຫາ​ທີ່​ແທ້​ຈິງ​ກໍ​ຄື​ຍ້ອນ​ເຮົາ​ຮັກສາ​ຄວາມ​ເປັນ​ກາງ​ແລະ​ບໍ່​ໄດ້​ຊື້​ບັດ​ທີ່​ສະແດງ​ເຖິງ​ການ​ເລືອກ​ຢູ່​ພັກ​ຝ່າຍ​ໃດ​ຝ່າຍ​ໜຶ່ງ.

ໃນ​ເດືອນ​ກັນຍາ​ເຮົາ​ໄດ້​ອ່ານ​ໜັງສື​ພິມ​ແລ້ວ​ເຫັນ​ວ່າ ປະທານ​ປະເທດ​ກ່າວ​ຫາ​ວ່າ​ພະຍານ​ພະເຢໂຫວາ​ສ້າງ​ບັນຫາ​ຢູ່​ທົ່ວ​ປະເທດ. ໃນ​ກອງ​ປະຊຸມ​ຂອງ​ລັດຖະບານ ລາວ​ໄດ້​ຖະແຫຼງ​ການ​ວ່າ​ກຳລັງ​ຮ່າງ​ມະຕິ​ຕົກ​ລົງ​ສັ່ງ​ຫ້າມ​ພະຍານ​ພະເຢໂຫວາ. ແລະ​ການ​ສັ່ງ​ຫ້າມ​ນີ້​ໄດ້​ມີ​ຜົນ​ທັນທີ​ໃນ​ວັນທີ 20 ຕຸລາ ປີ 1967. ບໍ່​ດົນ​ຕໍ່​ຈາກ​ນັ້ນ ຕຳຫຼວດ​ຄຸ້ມຄອງ​ຄົນ​ຕ່າງ​ປະເທດ​ແລະ​ຕຳຫຼວດ​ກວດ​ຄົນ​ເຂົ້າ-ອອກ​ເມືອງ​ໄດ້​ປິດ​ສຳນັກງານ​ສາຂາ​ແລະ​ສົ່ງ​ມິດຊັນນາຣີ​ອອກ​ຈາກ​ປະເທດ.

ຖືກ​ຈັບ​ແລະ​ຖືກ​ສົ່ງ​ອອກ​ຈາກ​ປະເທດ​ມາລາວີ​ໃນ​ປີ 1967 ພ້ອມ​ກັບ​ມິດຊັນນາຣີ​ຄູ່​ໜຶ່ງ​ທີ່​ຊື່​ແຈັກ​ແລະ​ລິນ​ດາ ໂຈແຮັນຊັນ

ຫຼັງ​ຈາກ​ທີ່​ຖືກ​ກັກ​ຂັງ​ຢູ່​ໃນ​ຄຸກ​ໄດ້ 3 ມື້ ເຮົາ​ໄດ້​ຖືກ​ສົ່ງ​ໄປ​ເກາະ​ໂມຣິດ​ເຊິ່ງ​ເປັນ​ເຂດ​ທີ່​ອັງກິດ​ປົກຄອງ. ແຕ່​ເກາະໂມຣິດ​ບໍ່​ໃຫ້​ເຮົາ​ຢູ່​ໃນ​ຖານະ​ເປັນ​ມິດຊັນນາຣີ ດັ່ງນັ້ນ ເຮົາ​ຈຶ່ງ​ໄດ້​ຖືກ​ມອບໝາຍ​ໃຫ້​ໄປ​ປະເທດ​ໂຣດິເຊຍ (ຕອນນີ້​ເອີ້ນ​ວ່າ ຊິມບາເວ). ເມື່ອ​ມາ​ຮອດ​ບ່ອນ​ນັ້ນ ຕຳຫຼວດ​ກວດ​ຄົນ​ເຂົ້າ-ອອກ​ເມືອງ​ກໍ​ໄດ້​ເວົ້າ​ໃຫ້​ເຮົາ​ວ່າ: “ພວກເຈົ້າ​ຖືກ​ໄລ່​ອອກ​ຈາກ​ມາລາວີ​ແລ້ວ ຢູ່​ເກາະໂມຣິດ​ກໍ​ບໍ່​ໃຫ້​ພວກເຈົ້າ​ເຂົ້າ​ໄປ. ແລ້ວ​ພວກເຈົ້າ​ມາ​ນີ້​ເຮັດ​ຫຍັງ? ບໍ່​ມີ​ທາງ​ໄປ​ແລ້ວ​ບໍ?” ແອນ​ໄດ້​ເລີ່ມ​ຮ້ອງໄຫ້​ຍ້ອນ​ຮູ້ສຶກ​ວ່າ​ບໍ່​ມີ​ໃຜ​ຕ້ອງການ. ໃນ​ຕອນ​ນັ້ນ​ຂ້ອຍ​ຮູ້ສຶກ​ວ່າ​ຢາກ​ຖິ້ມ​ທຸກ​ສິ່ງ​ແລ້ວ​ກັບ​ໄປ​ອັງກິດ. ແຕ່​ໃນ​ທີ່ສຸດ​ຕຳຫຼວດ​ກວດ​ຄົນ​ເຂົ້າ-ອອກ​ເມືອງ​ກໍ​ໄດ້​ອະນຸຍາດ​ໃຫ້​ເຮົາ​ພັກ​ຄ້າງ​ຄືນ​ຢູ່​ສຳນັກງານ​ສາຂາ​ຄືນ​ໜຶ່ງ​ໃນ​ເງື່ອນ​ໄຂ​ທີ່​ວ່າ​ເຮົາ​ຕ້ອງ​ໄປ​ລາຍງານ​ຕົວ​ຢູ່​ຫ້ອງ​ການ​ຂອງ​ເຂົາເຈົ້າ​ໃນ​ມື້​ຕໍ່ໄປ. ເຮົາ​ຮູ້ສຶກ​ໝົດ​ແຮງ​ແລະ​ທໍ້ໃຈ ແຕ່​ເຮົາ​ກໍ​ໄດ້​ຝາກ​ທຸກ​ສິ່ງ​ໄວ້​ກັບ​ພະເຢໂຫວາ. ສິ່ງ​ທີ່​ບໍ່​ໄດ້​ຄາດ​ຄິດ​ກໍ​ເກີດ​ຂຶ້ນ​ໃນ​ຕອນ​ສວາຍ​ຂອງ​ມື້​ຕໍ່ມາ. ເຮົາ​ໄດ້​ຮັບ​ອະນຸຍາດ​ໃຫ້​ຢູ່​ໃນ​ຊິມບາເວ​ໃນ​ຖານະ​ເປັນ​ນັກ​ທ່ອງທ່ຽວ! ຂ້ອຍ​ບໍ່​ເຄີຍ​ລືມ​ຄວາມຮູ້ສຶກ​ໃນ​ມື້​ນັ້ນເລີຍ ຂ້ອຍໝັ້ນໃຈວ່າ ພະເຢໂຫວາ​ໄດ້​ຊີ້ນຳ​ຊີວິດ​ພວກ​ເຮົາ​ແທ້ໆ.

ຮັບ​ໃຊ້​ໃນ​ເຂດ​ມາລາວີ​ຈາກ​ປະເທດ​ຊິມບາເວ

ຄີດ​ກັບ​ແອນ​ເຮັດ​ວຽກ​ນຳ​ກັນ​ໃນ​ຫ້ອງ​ການ.

ໃນ​ປີ 1968 ຂ້ອຍ​ກັບ​ແອນ​ຢູ່​ທີ່​ເບເທນ​ຊິມບາເວ

ຢູ່​ສຳນັກງານ​ສາຂາ​ຊິມບາເວ​ຂ້ອຍ​ໄດ້​ຖືກ​ມອບໝາຍ​ໃຫ້​ເຮັດ​ວຽກ​ໃນ​ພະແນກ​ການຮັບໃຊ້ ເຊິ່ງ​ເບິ່ງ​ແຍງ​ວຽກ​ໃນ​ປະເທດ​ມາລາວີ​ແລະ​ໂມຊຳບິກ. ວຽກ​ຂອງ​ຂ້ອຍ​ສ່ວນ​ໜຶ່ງ​ແມ່ນ​ແປ​ລາຍງານ​ຕ່າງໆ​ໃນ​ພາສາ​ມາລາວີ​ຈາກ​ຜູ້​ດູແລ​ໝວດ. ໃນ​ຕອນ​ແລງ​ມື້​ໜຶ່ງ​ທີ່​ຂ້ອຍ​ເລີກ​ວຽກ​ຊ້າ​ເພື່ອ​ຈະ​ແປ​ລາຍງານ​ໃຫ້​ແລ້ວ ຂ້ອຍ​ໄດ້​ຮ້ອງໄຫ້​ຍ້ອນ​ໄດ້​ອ່ານ​ກ່ຽວກັບ​ປະສົບການ​ທີ່​ພີ່ນ້ອງ​ໃນ​ມາລາວີ​ເຈິa ເຂົາເຈົ້າ​ຖືກ​ຂົ່ມເຫງ​ຢ່າງ​ຮຸນແຮງ. ແຕ່​ຂ້ອຍ​ກໍ​ໄດ້​ຮັບ​ກຳລັງໃຈ​ຍ້ອນ​ຄວາມ​ພັກດີ ຄວາມເຊື່ອ ແລະ​ຄວາມ​ອົດທົນ​ຂອງ​ເຂົາເຈົ້າ.—2 ກຣ. 6:4, 5

ເຮົາ​ໄດ້​ເຮັດ​ທຸກ​ຢ່າງ​ເພື່ອ​ຈັດ​ໃຫ້​ພີ່ນ້ອງ​ທີ່​ຍັງ​ຢູ່​ໃນ​ມາລາວີ​ແລະ​ພີ່ນ້ອງ​ທີ່​ໜີ​ໄປ​ຢູ່​ໂມຊຳບິກ​ໃຫ້​ໄດ້​ຮັບ​ອາຫານ​ທາງ​ດ້ານ​ຄວາມເຊື່ອ. ທີມ​ແປ​ພາສາ​ຊິເຊວາ​ເຊິ່ງ​ເປັນ​ພາສາ​ທີ່​ໃຊ້​ຫຼາຍ​ທີ່ສຸດ​ໃນ​ມາລາວີ​ໄດ້​ຍ້າຍ​ໄປ​ຢູ່​ຟາມ​ຂອງ​ພີ່ນ້ອງ​ຊາຍ​ຄົນ​ໜຶ່ງ​ໃນ​ຊິມບາເວ. ພີ່ນ້ອງ​ຊາຍ​ຄົນ​ນີ້​ໃຈດີ​ຫຼາຍ ລາວ​ໄດ້​ສ້າງ​ເຮືອນ​ແລະ​ຫ້ອງ​ການ​ໃຫ້​ກັບ​ທີມ​ແປ. ຢູ່​ຫັ້ນ​ເຂົາເຈົ້າ​ຍັງ​ໄດ້​ສືບ​ຕໍ່​ເຮັດ​ວຽກ​ທີ່​ສຳຄັນ ນັ້ນ​ກໍ​ຄື​ການ​ແປ​ສິ່ງພິມ​ຕ່າງໆ​ທີ່​ມາ​ຈາກ​ຄຳພີໄບເບິນ.

ແຕ່ລະປີ​ມີການ​ຈັດ​ໃຫ້​ຜູ້​ດູແລ​ໝວດ​ທີ່​ຢູ່​ມາລາວີ​ເຂົ້າຮ່ວມ​ການ​ປະຊຸມ​ພາກ​ໃນ​ພາສາ​ຊິເຊວາ​ຢູ່​ໃນ​ຊິມບາເວ. ຕອນ​ທີ່​ຢູ່​ຫັ້ນ​ເຂົາເຈົ້າ​ຈະ​ໄດ້​ຮັບ​ໂຄງ​ຮ່າງ​ຄຳບັນຍາຍ​ການ​ປະຊຸມ​ພາກ​ນຳ ແລະ​ເມື່ອ​ເຂົາເຈົ້າ​ກັບ​ໄປ​ທີ່​ມາລາວີ ເຂົາເຈົ້າ​ກໍ​ໄດ້​ເລົ່າ​ສິ່ງ​ທີ່​ຮຽນ​ໃນ​ການ​ປະຊຸມ​ພາກ​ໃຫ້​ພີ່ນ້ອງ​ຄົນອື່ນໆ​ຟັງ. ມີ​ປີ​ໜຶ່ງ​ທີ່​ຜູ້​ດູແລ​ໝວດ​ມາ​ເຂົ້າຮ່ວມ​ການ​ປະຊຸມ​ພາກ​ຢູ່​ຊິມບາເວ ພວກ​ເຮົາ​ໄດ້​ຈັດ​ໃຫ້​ມີ​ໂຮງ​ຮຽນ​ພະ​ລາຊະກິດ​ເພື່ອ​ໃຫ້​ກຳລັງໃຈ​ເຂົາເຈົ້າ.

ໃຫ້​ຄຳບັນຍາຍ​ໃນ​ພາສາ​ຊິເຊວາ​ໃນ​ການ​ປະຊຸມ​ພາກ​ພາສາ​ຊິເຊວາ​ກັບ​ພາສາ​ໂຊ​ນາ​ໃນ​ຊິມບາເວ

ໃນ​ເດືອນ​ກຸມພາ​ປີ 1975 ຂ້ອຍ​ໄດ້​ໄປ​ຢ້ຽມຢາມ​ພີ່ນ້ອງ​ທີ່​ອອກ​ຈາກ​ມາລາວີ​ແລ້ວ​ໄປ​ຕັ້ງ​ຄ້າຍ​ຢູ່​ໂມຊຳບິກ. ພີ່ນ້ອງ​ເຫຼົ່ານີ້​ໄດ້​ເຮັດ​ຕາມ​ຄຳ​ແນະນຳ​ຫຼ້າ​ສຸດ​ຂອງ​ອົງການ ເຊິ່ງ​ລວມ​ເຖິງ​ການ​ຈັດ​ໃຫ້​ມີ​ຄະນະ​ຜູ້​ດູແລ. ຜູ້​ດູແລ​ຄົນ​ໃໝ່​ຈະ​ຖືກ​ມອບໝາຍ​ໃຫ້​ເຮັດ​ຫຼາຍ​ຢ່າງ​ທີ່​ເສີມ​ຄວາມເຊື່ອ ເຊັ່ນ: ໃຫ້​ຄຳບັນຍາຍ​ສາທາລະນະ ພິຈາລະນາ​ຂໍ້​ພະຄຳພີ​ປະຈຳ​ວັນ ນຳ​ການສຶກສາ​ຫໍສັງເກດການ ແລະ​ເຂົາເຈົ້າ​ຍັງ​ຖືກ​ມອບໝາຍ​ໃຫ້​ຈັດການ​ປະຊຸມ​ໃຫຍ່​ນຳ. ເຂົາເຈົ້າ​ຈະ​ຈັດ​ຄ້າຍ​ໃຫ້​ເປັນ​ຄື​ກັບ​ການ​ປະຊຸມ​ໃຫຍ່​ໂດຍ​ໃຫ້​ມີ​ພະແນກ​ອະນາໄມ ພະແນກ​ແຈກ​ຢາຍ​ອາຫານ ແລະ​ພະແນກ​ຮັກສາ​ຄວາມ​ປອດໄພ. ພີ່ນ້ອງ​ທີ່​ສັດຊື່​ເຫຼົ່ານີ້​ໄດ້​ຮັບ​ພອນ​ຫຼາຍ​ຢ່າງ​ຈາກ​ພະເຢໂຫວາ! ແລະ​ຂ້ອຍ​ກໍ​ຮູ້ສຶກ​ໄດ້​ຮັບ​ກຳລັງໃຈ​ຫຼາຍ​ຫຼັງ​ຈາກ​ທີ່​ໄປ​ຢ້ຽມຢາມ​ເຂົາເຈົ້າ.

ໃນ​ທ້າຍ​ຊຸມ​ປີ 1970 ສຳນັກງານ​ສາຂາ​ຊຳບີ​ໄດ້​ເລີ່ມ​ເບິ່ງ​ແຍງ​ວຽກ​ໃນ​ປະເທດ​ມາລາວີ. ແຕ່​ຂ້ອຍ​ກໍ​ຍັງ​ຄິດ​ຮອດ​ພີ່ນ້ອງ​ໃນ​ມາລາວີ​ຢູ່​ເລື້ອຍໆ​ແລະ​ອະທິດຖານ​ເພື່ອ​ເຂົາເຈົ້າ​ຄື​ກັບ​ພີ່ນ້ອງ​ຄົນອື່ນໆ​ເຮັດ. ເນື່ອງ​ຈາກ​ຂ້ອຍ​ເປັນ​ສະມາຊິກ​ຄະນະ​ກຳມະການ​ສາຂາ​ຂອງ​ຊິມບາເວ ມີ​ຫຼາຍ​ໂອກາດ​ທີ່​ຂ້ອຍ​ໄດ້​ພົບ​ກັບ​ຕົວແທນ​ຈາກ​ສຳນັກງານ​ໃຫຍ່​ແລະ​ພີ່ນ້ອງ​ທີ່​ມີ​ໜ້າທີ່​ຮັບຜິດຊອບ​ຈາກ​ປະເທດ​ມາລາວີ ອາຝຼິກກາ​ໃຕ້ ແລະ​ຊຳບີ. ແຕ່​ລະ​ເທື່ອ​ທີ່​ເຮົາ​ພົບ​ກັນ ເຮົາ​ມັກ​ຈະ​ຖາມ​ຄຳຖາມ​ແບບ​ດຽວ​ກັນ​ວ່າ: “ເຮົາ​ຈະ​ເຮັດ​ຫຍັງ​ໄດ້​ແດ່​ເພື່ອ​ຊ່ວຍ​ພີ່ນ້ອງ​ໃນ​ມາລາວີ​ຫຼາຍ​ຂຶ້ນ?”

ເມື່ອ​ເວລາ​ຜ່ານ​ໄປ ການ​ຂົ່ມເຫງ​ກໍ​ຫຼຸດ​ລົງ. ພີ່ນ້ອງ​ທີ່​ໜີ​ອອກ​ຈາກ​ມາລາວີ​ກໍ​ໄດ້​ກັບ​ມາ. ສ່ວນ​ພີ່ນ້ອງ​ທີ່​ຍັງ​ຢູ່​ໃນ​ມາລາວີ​ກໍ​ຮູ້ສຶກ​ໂລ່ງໃຈ​ທີ່​ບໍ່​ໄດ້​ຖືກ​ຂົ່ມເຫງ​ໜັກ​ຄື​ແຕ່​ກ່ອນ. ປະເທດ​ຕ່າງໆ​ທີ່​ຢູ່​ອ້ອມ​ຂ້າງ​ມາລາວີ​ໄດ້​ອະນຸຍາດ​ໃຫ້​ພະຍານ​ພະເຢໂຫວາ​ສາມາດ​ປະກາດ ປະຊຸມ ແລະ​ໄດ້​ຍົກ​ເລີກ​ຂໍ້​ຈຳກັດ​ຕ່າງໆ. ແລະ​ປະເທດ​ໂມຊຳບິກ​ກໍ​ໄດ້​ເຮັດ​ແບບນັ້ນ​ຄື​ກັນ​ໃນ​ປີ 1991. ເຮົາ​ກໍ​ເລີຍ​ຄິດ​ວ່າ ປານ​ໃດ​ພະຍານ​ພະເຢໂຫວາ​ທີ່​ຢູ່​ໃນ​ມາລາວີ​ຈະ​ມີ​ອິດ​ສະຫຼະ​ຄື​ກັບ​ປະເທດ​ອື່ນໆ?

ກັບ​ໄປ​ທີ່​ມາລາວີ

ໃນ​ທີ່ສຸດ ສະພາບການ​ທາງ​ດ້ານ​ການເມືອງ​ຂອງ​ປະເທດ​ມາລາວີ​ກໍ​ປ່ຽນ​ໄປ. ໃນ​ປີ 1993 ອຳນາດ​ການ​ປົກຄອງ​ໄດ້​ຍົກ​ເລີກ​ການ​ສັ່ງ​ຫ້າມ​ພະຍານ​ພະເຢໂຫວາ. ຫຼັງ​ຈາກ​ນັ້ນ​ບໍ່​ດົນ ຂ້ອຍ​ກໍ​ໄດ້​ລົມ​ກັບ​ມິດຊັນນາຣີ​ຄົນ​ໜຶ່ງ ແລ້ວ​ລາວ​ຖາມ​ຂ້ອຍ​ວ່າ: “ເຈົ້າ​ຈະ​ກັບ​ໄປ​ມາລາວີ​ບໍ?” ຕອນ​ນັ້ນ​ຂ້ອຍ​ອາຍຸ 59 ປີ​ແລ້ວ. ຂ້ອຍ​ຈຶ່ງ​ຕອບ​ລາວ​ວ່າ: “ຂ້ອຍ​ຄື​ຊິ​ບໍ່​ໄດ້​ກັບ​ໄປ​ດອກ ເພາະ​ຂ້ອຍ​ອາຍຸ​ຫຼາຍ​ແລ້ວ.” ແຕ່​ໃນ​ມື້​ດຽວ​ກັນ​ນັ້ນ ເຮົາ​ກໍ​ໄດ້​ຮັບ​ຈົດໝາຍ​ຈາກ​ຄະນະ​ກຳມະການ​ປົກຄອງ​ທີ່​ເຊີນ​ເຮົາ​ໃຫ້​ກັບ​ໄປ​ມາລາວີ.

ເປັນ​ການ​ຕັດສິນໃຈ​ທີ່​ຍາກ​ຫຼາຍ​ທີ່​ຈະ​ກັບ​ໄປ​ມາລາວີ ຍ້ອນ​ວ່າ​ເຮົາ​ມັກ​ວຽກ​ມອບໝາຍ​ຢູ່​ຊິມບາເວ. ເຮົາ​ມີ​ຄວາມສຸກ​ກັບ​ການ​ເຮັດ​ວຽກ​ຢູ່​ນີ້​ແລະ​ມີ​ໝູ່​ທີ່​ດີ​ຫຼາຍ​ຄົນ. ຄະນະ​ກຳມະການ​ປົກຄອງ​ກໍ​ໃຈດີ​ກັບ​ເຮົາ​ຫຼາຍ ເຂົາເຈົ້າ​ບອກ​ວ່າ​ຖ້າ​ເຮົາ​ຢາກ​ຢູ່​ຊິມບາເວ​ຕໍ່​ກໍ​ຢູ່​ໄດ້. ດັ່ງນັ້ນ ມັນ​ຈຶ່ງ​ງ່າຍ​ທີ່​ເຮົາ​ຈະ​ຢູ່​ຊິມບາເວ​ຕໍ່ໄປ. ແຕ່​ຂ້ອຍ​ຄິດເຖິງ​ເລື່ອງ​ຂອງ​ອັບຣາຮາມ​ກັບ​ຊາຣາ​ທີ່​ອອກ​ຈາກ​ບ້ານ​ທີ່​ສະດວກ​ສະບາຍ​ຕອນ​ທີ່​ອາຍຸ​ຫຼາຍ​ແລ້ວ​ເພື່ອ​ທີ່​ຈະ​ເຊື່ອ​ຟັງ​ການ​ຊີ້ນຳ​ຈາກ​ພະເຢໂຫວາ.—ປຖກ. 12:1-5

ເຮົາ​ເລືອກ​ທີ່​ຈະ​ເຮັດ​ຕາມ​ການ​ຊີ້ນຳ​ຈາກ​ອົງການ​ຂອງ​ພະເຢໂຫວາ​ແລະ​ກັບ​ໄປ​ທີ່​ມາລາວີ​ໃນ​ວັນທີ 1 ກຸມພາ 1995 ເຊິ່ງ​ຄົບ​ຮອບ 28 ປີ​ທີ່​ເຮົາ​ມາ​ທີ່​ມາລາວີ​ເທື່ອ​ທຳອິດ. ແລະ​ມີການ​ຈັດ​ຕັ້ງ​ຄະນະ​ກຳມະການ​ສາຂາ​ຂຶ້ນ​ທີ່​ມາລາວີ ເຊິ່ງ​ມີ​ຂ້ອຍ​ກັບ​ພີ່ນ້ອງ​ຊາຍ​ອີກ​ສອງ​ຄົນ. ແລະ​ຫຼັງ​ຈາກ​ນັ້ນ​ບໍ່​ດົນ​ເຮົາ​ກໍ​ເຮັດ​ວຽກ​ຫຼາຍ​ຢ່າງ​ເພື່ອ​ໃຫ້​ພະຍານ​ພະເຢໂຫວາ​ກັບ​ມາ​ເຮັດ​ກິດຈະກຳ​ຕ່າງໆ​ໄດ້​ຄື​ເກົ່າ.

ພະເຢໂຫວາ​ເຮັດ​ໃຫ້​ເຕີບ​ໃຫຍ່

ຈັ່ງ​ແມ່ນ​ເປັນ​ພະ​ພອນ​ແທ້ໆ​ທີ່​ໄດ້​ເຫັນ​ພະເຢໂຫວາ​ເຮັດ​ໃຫ້​ວຽກ​ງານ​ຂອງ​ເພິ່ນ​ເຕີບ​ໃຫຍ່​ຢ່າງ​ໄວ​ວາ! ຈຳນວນ​ຜູ້​ປະກາດ​ໄດ້​ເພີ່ມ​ຂຶ້ນ​ໄວ​ຫຼາຍ​ຈາກ 30.000 ຄົນ​ໃນ​ປີ 1993 ໄປ​ເປັນ 42.000 ຄົນ​ໃນ​ປີ 1998.b ຄະນະ​ກຳມະການ​ປົກຄອງ​ໄດ້​ອະນຸມັດ​ແຜນການ​ຊື້​ທີ່​ດິນ​ເພື່ອ​ສ້າງຕັ້ງ​ສຳນັກງານ​ສາຂາ​ໃໝ່​ເພື່ອ​ເບິ່ງ​ແຍງ​ວຽກ​ໃນ​ເຂດ​ນີ້. ເຮົາ​ໄດ້​ຊື້​ທີ່​ດິນ 12 ເຮັກຕາ​ໃນ​ເມືອງ​ລີລອງເວ ແລະ​ຂ້ອຍ​ຖືກ​ແຕ່ງຕັ້ງ​ໃຫ້​ເປັນ​ສະມາຊິກ​ຄະນະ​ກຳມະການ​ການ​ກໍ່​ສ້າງ.

ພີ່ນ້ອງ​ໄກ ພຽດ ເຊິ່ງ​ເປັນ​ສະມາຊິກ​ຄະນະ​ກຳມະການ​ປົກຄອງ​ໄດ້​ໃຫ້​ຄຳບັນຍາຍ​ອຸທິດ​ສຳນັກງານ​ສາຂາ​ແຫ່ງ​ໃໝ່​ນີ້. ມີ​ພີ່ນ້ອງ​ທ້ອງຖິ່ນ​ຫຼາຍ​ກວ່າ 2.000 ຄົນ​ເຂົ້າຮ່ວມ​ເຊິ່ງ​ສ່ວນ​ຫຼາຍ​ເປັນ​ພີ່ນ້ອງ​ທີ່​ຮັບ​ບັບເຕມາ​ຫຼາຍ​ກວ່າ 40 ປີ​ແລ້ວ. ພີ່ນ້ອງ​ຊາຍ​ຍິງ​ທີ່​ສັດຊື່​ເຫຼົ່ານີ້​ໄດ້​ອົດທົນ​ກັບ​ການ​ຂົ່ມເຫງ​ທີ່​ໜັກ​ຫຼາຍ​ແທ້ໆ​ຕອນ​ທີ່​ຖືກ​ສັ່ງ​ຫ້າມ. ເຖິງ​ວ່າ​ພີ່ນ້ອງ​ເຫຼົ່ານີ້​ຈະ​ທຸກຍາກ​ທາງ​ດ້ານ​ວັດຖຸ ແຕ່​ເຂົາເຈົ້າ​ກໍ​ລ່ຳ​ລວຍ​ທາງ​ດ້ານ​ຄວາມເຊື່ອ. ແລະ​ຕອນນີ້​ເຂົາເຈົ້າ​ຮູ້ສຶກ​ດີໃຈ​ຫຼາຍ​ທີ່​ໄດ້​ມາ​ຢ້ຽມ​ຊົມ​ເບເທນ​ແຫ່ງ​ໃໝ່ ແລະ​ບໍ່​ວ່າ​ເຂົາເຈົ້າ​ຈະ​ໄປ​ບ່ອນ​ໃດ​ຂອງ​ເບເທນ ເຂົາເຈົ້າ​ກໍ​ຈະ​ຮ້ອງ​ເພງ​ລາຊະອານາຈັກ​ປະສານ​ສຽງ​ແບບ​ຄົນ​ອາຝຼິກກາ. ເຫດການ​ເຫຼົ່ານີ້​ເຮັດ​ໃຫ້​ຂ້ອຍ​ຮູ້ສຶກ​ປະທັບ​ໃຈ​ຫຼາຍ​ທີ່ສຸດ​ເທົ່າ​ທີ່​ຂ້ອຍ​ເຄີຍ​ເຫັນ. ສິ່ງ​ເຫຼົ່ານີ້​ສະແດງ​ໃຫ້​ເຫັນ​ວ່າ​ພະເຢໂຫວາ​ອວຍພອນ​ພີ່ນ້ອງ​ທີ່​ອົດທົນ​ກັບ​ຄວາມ​ຍາກ​ລຳບາກ​ດ້ວຍ​ຄວາມ​ສັດຊື່.

ຫຼັງ​ຈາກ​ສ້າງ​ສຳນັກງານ​ສາຂາ​ແລ້ວໆ ຂ້ອຍ​ຮູ້ສຶກ​ດີໃຈ​ຫຼາຍ​ທີ່​ຖືກ​ເຊີນ​ໃຫ້​ໄປ​ບັນຍາຍ​ອຸທິດ​ຫໍ​ປະຊຸມ​ໃນ​ບ່ອນ​ຕ່າງໆ. ປະຊາຄົມ​ຕ່າງໆ​ໃນ​ມາລາວີ​ໄດ້​ຮັບ​ປະໂຫຍດ​ຫຼາຍ​ທີ່​ອົງການ​ສ້າງ​ຫໍ​ປະຊຸມ​ແລ້ວ​ໄວ​ໃນ​ບ່ອນ​ທີ່​ພີ່ນ້ອງ​ບໍ່​ຄ່ອຍ​ມີ​ເງິນ. ກ່ອນ​ໜ້າ​ນີ້​ມີ​ບາງ​ປະຊາຄົມ​ປະຊຸມ​ກັນ​ໃນ​ເຮືອນ​ຫຼັງ​ນ້ອຍໆ​ທີ່​ເຮັດ​ຈາກ​ຕົ້ນ​ວິກ. ເຂົາເຈົ້າ​ຈະ​ເອົາ​ຫຍ້າ​ມາ​ມຸງ​ຫຼັງ​ຄາ​ແລະ​ເອົາ​ດິນ​ໜຽວ​ມາ​ເຮັດ​ເປັນ​ຕັ່ງ​ຍາວ. ແລະ​ເຖິງ​ວ່າ​ຕອນນີ້​ເຂົາເຈົ້າ​ຈະ​ມີ​ຫໍ​ປະຊຸມ​ຫຼັງ​ງາມໆ​ທີ່​ເຮັດ​ດ້ວຍ​ດິນ​ຈີ່ ແຕ່​ເຂົາເຈົ້າ​ກໍ​ຍັງ​ມັກ​ນັ່ງ​ຕັ່ງ​ຍາວ​ທີ່​ເຮັດ​ດ້ວຍ​ດິນ​ໜຽວ​ຢູ່ ເພາະ​ມັນ​ເບິ່ງ​ຄື​ວ່າ​ຍັງ​ມີ​ບ່ອນ​ວ່າງ​ໄວ້​ໃຫ້​ອີກ​ຄົນ​ໜຶ່ງ​ສະເໝີ!

ຂ້ອຍ​ຮູ້ສຶກ​ດີໃຈ​ຫຼາຍ​ແທ້ໆ​ທີ່​ເຫັນ​ວ່າ​ພະເຢໂຫວາ​ຊ່ວຍເຫຼືອ​ພີ່ນ້ອງ​ໃຫ້​ມີ​ຄວາມເຊື່ອ​ທີ່​ເຂັ້ມແຂງ. ຂ້ອຍ​ຮູ້ສຶກ​ປະທັບ​ໃຈ​ຫຼາຍ​ທີ່​ເຫັນ​ພີ່ນ້ອງ​ຊາຍ​ໃນ​ອາຝຼິກກາ​ທີ່​ຍັງ​ໜຸ່ມ​ເຕັມໃຈ​ຊ່ວຍ​ວຽກ​ອົງການ​ຫຼາຍ​ຂຶ້ນ. ເມື່ອ​ໄດ້​ຮັບ​ການ​ຝຶກ​ອົບຮົມ​ແລະ​ເຮັດ​ວຽກ ເຂົາເຈົ້າ​ກໍ​ຮຽນ​ຮູ້​ສິ່ງ​ຕ່າງໆ​ໄດ້​ໄວ​ຫຼາຍ. ນີ້​ຈຶ່ງ​ເຮັດ​ໃຫ້​ເຂົາເຈົ້າ​ມີ​ໜ້າທີ່​ຮັບຜິດຊອບ​ຫຼາຍ​ຂຶ້ນ​ໃນ​ເບເທນ​ແລະ​ໃນ​ປະຊາຄົມ. ໃນ​ປະຊາຄົມ​ຕ່າງໆ​ມີ​ຜູ້​ດູແລ​ໝວດ​ທີ່​ຖືກ​ແຕ່ງຕັ້ງ​ໃໝ່​ແລະ​ສ່ວນ​ຫຼາຍ​ເຂົາເຈົ້າ​ກໍ​ແຕ່ງດອງ​ແລ້ວ. ເຖິງ​ວ່າ​ຄົນ​ສ່ວນ​ຫຼາຍ​ຫຼື​ແມ່ນ​ແຕ່​ຄົນ​ໃນ​ຄອບຄົວ​ຈະ​ຄາດ​ໝາຍ​ໃຫ້​ຜູ້​ທີ່​ແຕ່ງດອງ​ແລ້ວ​ມີ​ລູກ ແຕ່​ເຂົາເຈົ້າ​ກໍ​ຕັດສິນໃຈ​ບໍ່​ຟ້າວ​ເອົາ​ລູກ​ເພື່ອ​ຈະ​ຮັບ​ໃຊ້​ພະເຢໂຫວາ​ຫຼາຍ​ຂຶ້ນ.

ມີ​ຄວາມສຸກ​ທີ່​ໄດ້​ເລືອກ​ທາງ​ນີ້

ຂ້ອຍ​ກັບ​ແອນ​ຢູ່​ທີ່​ເບເທນ​ອັງກິດ

ຫຼັງ​ຈາກ​ຮັບ​ໃຊ້​ຢູ່​ອາຝຼິກກາ​ໄດ້ 52 ປີ ຂ້ອຍ​ກໍ​ເລີ່ມ​ມີ​ບັນຫາ​ສຸຂະພາບ​ຍ້ອນ​ອາຍຸ​ຫຼາຍ​ແລ້ວ. ຄະນະ​ກຳມະການ​ປົກຄອງ​ຈຶ່ງ​ໄດ້​ອະນຸມັດ​ຄຳ​ສະເໜີ​ຂອງ​ຄະນະ​ກຳມະການ​ສາຂາ​ທີ່​ໃຫ້​ພວກ​ເຮົາ​ກັບ​ໄປ​ອັງກິດ. ພວກ​ເຮົາ​ຮູ້ສຶກ​ເສຍໃຈ​ທີ່​ຕ້ອງ​ໄດ້​ອອກ​ຈາກ​ວຽກ​ມອບໝາຍ​ທີ່​ເຮົາ​ມັກ ແຕ່​ຄອບຄົວ​ເບເທນ​ຢູ່​ອັງກິດ​ກໍ​ເບິ່ງ​ແຍງ​ເຮົາ​ເປັນ​ຢ່າງ​ດີ.

ຂ້ອຍ​ໝັ້ນໃຈ​ວ່າ​ການ​ຍອມ​ໃຫ້​ພະເຢໂຫວາ​ຊີ້ນຳ​ຊີວິດ​ຂ້ອຍ​ເປັນ​ການ​ຕັດສິນໃຈ​ທີ່​ດີ​ທີ່ສຸດ. ຖ້າ​ຂ້ອຍ​ເລືອກ​ແນວ​ທາງ​ຊີວິດ​ດ້ວຍ​ຕົວເອງ ກໍ​ບໍ່​ຮູ້​ວ່າ​ຊີວິດ​ຈະ​ເປັນ​ແນວ​ໃດ. ພະເຢໂຫວາ​ຮູ້​ວ່າ​ຂ້ອຍ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ຈະ “ເຮັດ​ໃຫ້​ຊີວິດ​ຂ້ອຍ​ລາບ​ລື່ນ.” (ສຸພາ. 3:5, 6, ລ.ມ.) ຕອນ​ເປັນ​ໄວລຸ້ນ ຂ້ອຍ​ຮູ້ສຶກ​ຕື່ນ​ເຕັ້ນ​ທີ່​ໄດ້​ຮຽນ​ຮູ້​ລາຍ​ລະອຽດ​ຕ່າງໆ​ຂອງ​ວຽກ​ໃນ​ບໍລິສັດ​ໃຫຍ່. ແຕ່​ການ​ເຮັດ​ວຽກ​ໃນ​ອົງການ​ຂອງ​ພະເຢໂຫວາ​ເຊິ່ງ​ເປັນ​ອົງການ​ລະດັບ​ໂລກ ໄດ້​ເຮັດ​ໃຫ້​ຂ້ອຍ​ຮູ້ສຶກ​ຕື່ນ​ເຕັ້ນ​ແລະ​ມີ​ຄວາມສຸກ​ຫຼາຍ​ກວ່າ​ອີກ. ສຳລັບ​ຂ້ອຍ​ແລ້ວ ການຮັບໃຊ້​ພະເຢໂຫວາ​ເປັນ​ວຽກ​ທີ່​ເຮັດ​ໃຫ້​ມີ​ຄວາມສຸກ ແລະ​ຂ້ອຍ​ຈະ​ເຮັດ​ວຽກ​ນີ້​ຕໍ່ໄປ!

a ເບິ່ງ​ປະຫວັດ​ຂອງ​ພະຍານ​ພະເຢໂຫວາ​ໃນ​ປະເທດ​ມາລາວີ​ໃນ​ປຶ້ມ​ປະຈຳ​ປີ​ຂອງ​ພະຍານ​ພະເຢໂຫວາ ປີ 1999 ໜ້າ 148-223 (ພາສາ​ອັງກິດ)

b ປັດຈຸບັນ​ນີ້​ມີ​ຜູ້​ປະກາດ​ຫຼາຍ​ກວ່າ 100.000 ຄົນ​ໃນ​ປະເທດ​ມາລາວີ.

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌