ບົດຄວາມສຶກສາທີ 15
ເພງທີ 124 ສັດຊື່ຕະຫຼອດໄປ
ໃຫ້ໄວ້ໃຈອົງການຂອງພະເຢໂຫວາຫຼາຍຂຶ້ນ
“ໃຫ້ຄິດເຖິງຄົນທີ່ນຳໜ້າໃນພວກເຈົ້າທີ່ສອນຖ້ອຍຄຳຂອງພະເຈົ້າໃຫ້ພວກເຈົ້າ.”—ຮຣ. 13:7
ຈຸດສຳຄັນ
ເຮົາຈະນັບຖືແລະໄວ້ໃຈອົງການຂອງພະເຢໂຫວາຫຼາຍຂຶ້ນໄດ້ແນວໃດ?
1. ມີການຈັດລະບຽບປະຊາຊົນຂອງພະເຢໂຫວາແນວໃດໃນສະຕະວັດທຳອິດ?
ເມື່ອພະເຢໂຫວາມອບໝາຍວຽກໃຫ້ຜູ້ຮັບໃຊ້ຂອງເພິ່ນ ເພິ່ນກໍຄາດໝາຍໃຫ້ເຂົາເຈົ້າເຮັດວຽກຢ່າງເປັນລະບຽບແລະແບບເປັນອົງການ. (1ກຣ. 14:33) ຕົວຢ່າງເຊັ່ນ: ພະເຢໂຫວາຢາກໃຫ້ມີການປະກາດຂ່າວດີໄປທົ່ວໂລກ. (ມທ. 24:14) ເພິ່ນຈຶ່ງແຕ່ງຕັ້ງພະເຢຊູໃຫ້ເບິ່ງແຍງວຽກນີ້ ແລະພະເຢຊູກໍຈັດລະບຽບວຽກນີ້ຢ່າງດີ. ໃນສະຕະວັດທຳອິດ ມີການຕັ້ງປະຊາຄົມໃນບ່ອນຕ່າງໆແລະມີການແຕ່ງຕັ້ງຜູ້ເບິ່ງແຍງໃຫ້ນຳໜ້າແລະໃຫ້ຄຳແນະນຳປະຊາຄົມເຫຼົ່ານັ້ນ. (ກຈກ. 14:23) ໃນເມືອງເຢຣູຊາເລັມມີຄະນະຜູ້ເບິ່ງແຍງກຸ່ມໜຶ່ງທີ່ມີພວກອັກຄະສາວົກແລະຜູ້ເບິ່ງແຍງທີ່ເປັນຜູ້ຊາຍສູງອາຍຸ. ເຂົາເຈົ້າຈະຕັດສິນໃຈເລື່ອງທີ່ສຳຄັນ ແລ້ວຈາກນັ້ນກໍສົ່ງຄຳຕັດສິນໄປຫາທຸກປະຊາຄົມເພື່ອໃຫ້ພີ່ນ້ອງເຮັດຕາມ. (ກຈກ. 15:2; 16:4) ເມື່ອພີ່ນ້ອງເຮັດຕາມຄຳແນະນຳເຫຼົ່ານັ້ນ “ປະຊາຄົມຕ່າງໆຈຶ່ງມີຄວາມເຊື່ອເຂັ້ມແຂງຂຶ້ນແລະມີຄົນເຂົ້າມາເຊື່ອຫຼາຍຂຶ້ນ.”—ກຈກ. 16:5
2. ຕັ້ງແຕ່ປີ 1919 ພະເຢໂຫວາຊີ້ນຳແລະແຈກຢາຍອາຫານເຊິ່ງເປັນຄວາມຮູ້ທີ່ເສີມຄວາມເຊື່ອໃຫ້ປະຊາຊົນຂອງເພິ່ນແນວໃດ?
2 ໃນທຸກມື້ນີ້ ພະເຢໂຫວາຍັງຈັດລະບຽບປະຊາຊົນຂອງເພິ່ນຢູ່. ຕັ້ງແຕ່ປີ 1919 ພາຍໃຕ້ການຊີ້ນຳຂອງພະເຢໂຫວາ ພະເຢຊູໄດ້ແຕ່ງຕັ້ງພີ່ນ້ອງຊາຍກຸ່ມນ້ອຍໆກຸ່ມໜຶ່ງທີ່ເປັນຜູ້ຖືກເລືອກເພື່ອໃຫ້ຈັດລະບຽບວຽກປະກາດແລະແຈກຢາຍອາຫານເຊິ່ງເປັນຄວາມຮູ້ທີ່ເສີມຄວາມເຊື່ອໃຫ້ປະຊາຊົນຂອງພະເຈົ້າ.a (ລກ. 12:42) ເຫັນໄດ້ແຈ້ງວ່າພະເຢໂຫວາອວຍພອນວຽກຂອງເຂົາເຈົ້າແທ້ໆ.—ອຊຢ. 60:22; 65:13, 14
3-4. (ກ) ຂໍໃຫ້ຍົກຕົວຢ່າງວ່າເຮົາໄດ້ຮັບປະໂຫຍດຫຍັງແດ່ຈາກການຈັດລະບຽບ? (ຂ) ເຮົາຈະຮຽນຫຍັງໃນບົດນີ້?
3 ຖ້າບໍ່ມີການຈັດລະບຽບ ເຮົາກໍບໍ່ມີທາງເຮັດວຽກທີ່ພະເຢຊູມອບໝາຍໃຫ້ເຮົາເຮັດໄດ້ສຳເລັດ. (ມທ. 28:19, 20) ຕົວຢ່າງເຊັ່ນ: ຖ້າບໍ່ມີການຈັດລະບຽບເຂດປະກາດ ໃຜຢາກປະກາດຢູ່ໃສກໍໄດ້. ເຂດປະກາດບາງເຂດອາດຈະມີຄົນໄປປະກາດຊ້ຳໄປຊ້ຳມາ ແຕ່ບາງເຂດກໍອາດຈະບໍ່ມີຄົນໄປປະກາດເລີຍ. ເຈົ້າຄິດວ່າເຮົາໄດ້ຮັບປະໂຫຍດຫຍັງອີກຈາກການຈັດລະບຽບແບບນີ້?
4 ສິ່ງທີ່ພະເຢຊູເຮັດຕອນຢູ່ໃນໂລກເປັນແບບຢ່າງສຳລັບວິທີທີ່ເພິ່ນຈັດລະບຽບພວກເຮົາໃນທຸກມື້ນີ້. ໃນບົດນີ້ເຮົາຈະຮຽນກ່ຽວກັບຕົວຢ່າງຂອງພະເຢຊູ ແລະເຮົາຈະເບິ່ງວ່າອົງການຂອງເຮົາຮຽນແບບຕົວຢ່າງຂອງພະເຢຊູແນວໃດ. ນອກຈາກນັ້ນ ເຮົາຈະເບິ່ງວ່າເຮົາຈະສະແດງໃຫ້ເຫັນແນວໃດວ່າເຮົາໄວ້ໃຈອົງການຂອງພະເຢໂຫວາ.
ອົງການຂອງເຮົາເຮັດຕາມຕົວຢ່າງຂອງພະເຢຊູ
5. ວິທີໜຶ່ງທີ່ອົງການຂອງເຮົາຮຽນແບບພະເຢຊູແມ່ນຫຍັງ? (ໂຢຮັນ 8:28)
5 ພະເຢຊູຮຽນແບບສິ່ງທີ່ພະເຢໂຫວາເວົ້າແລະເຮັດ. ອົງການຂອງພະເຢໂຫວາກໍຮຽນແບບພະເຢຊູໂດຍໃຊ້ຄຳພີໄບເບິນເພື່ອຊ່ວຍເຮົາໃຫ້ຮູ້ວ່າອັນໃດຖືກອັນໃດຜິດ ແລະໃຫ້ຄຳແນະນຳເຮົາໃນການໃຊ້ຊີວິດ. (ອ່ານໂຢຮັນ 8:28; 2ຕມ. 3:16, 17) ໃນທຸກມື້ນີ້ ເຮົາໄດ້ຮັບການເຕືອນເປັນປະຈຳໃຫ້ອ່ານແລະຄົ້ນຄວ້າຄຳພີໄບເບິນ. ເຮົາໄດ້ຮັບປະໂຫຍດຫຍັງຈາກການເຮັດຕາມຄຳແນະນຳນີ້?
6. ປະໂຫຍດຢ່າງໜຶ່ງທີ່ເຮົາໄດ້ຈາກການສຶກສາຄຳພີໄບເບິນແມ່ນຫຍັງ?
6 ເມື່ອເຮົາສຶກສາຄົ້ນຄວ້າຄຳພີໄບເບິນ ເຮົາສາມາດສົມທຽບສິ່ງທີ່ຄຳພີໄບເບິນສອນກັບຄຳແນະນຳທີ່ເຮົາໄດ້ຮັບຈາກອົງການ. ເມື່ອເຮົາເຫັນວ່າຄຳແນະນຳທີ່ເຮົາໄດ້ຮັບຈາກອົງການມາຈາກຄຳພີໄບເບິນ ເຮົາກໍແຮ່ງໝັ້ນໃຈໃນອົງການຂອງພະເຢໂຫວາຫຼາຍຂຶ້ນ.—ຣມ. 12:2
7. ພະເຢຊູປະກາດເລື່ອງຫຍັງ? ແລະອົງການຂອງພະເຢໂຫວາເຮັດຕາມຕົວຢ່າງຂອງພະເຢຊູແນວໃດ?
7 ພະເຢຊູປະກາດ “ຂ່າວດີເລື່ອງການປົກຄອງຂອງພະເຈົ້າ.” (ລກ. 4:43, 44) ພະເຢຊູໄດ້ສັ່ງພວກລູກສິດຂອງເພິ່ນໃຫ້ປະກາດເລື່ອງນີ້ຄືກັນ. (ລກ. 9:1, 2; 10:8, 9) ໃນທຸກມື້ນີ້ ທຸກຄົນທີ່ຢູ່ໃນອົງການຂອງພະເຢໂຫວາ ບໍ່ວ່າຈະມີໜ້າທີ່ຮັບຜິດຊອບຫຍັງໃນອົງການຫຼືຢູ່ໃນປະເທດໃດກໍຕາມ ເຂົາເຈົ້າກໍຕ້ອງປະກາດເລື່ອງການປົກຄອງຂອງພະເຈົ້າຄືກັນ.
8. ເຮົາໄດ້ຮັບສິດທິພິເສດຫຍັງ?
8 ເປັນສິດທິພິເສດແທ້ໆທີ່ເຮົາໄດ້ບອກຄົນອື່ນເລື່ອງການປົກຄອງຂອງພະເຈົ້າ ຍ້ອນວ່າບໍ່ແມ່ນທຸກຄົນຈະໄດ້ຮັບສິດທິພິເສດນີ້. ຕົວຢ່າງເຊັ່ນ: ຕອນທີ່ພະເຢຊູຢູ່ໃນໂລກ ເພິ່ນຫ້າມພວກປີສາດບໍ່ໃຫ້ເວົ້າກ່ຽວກັບເພິ່ນ. (ລກ. 4:41) ໃນທຸກມື້ນີ້ ກ່ອນທີ່ຜູ້ໃດຜູ້ໜຶ່ງຈະໄປປະກາດກັບພະຍານພະເຢໂຫວາໄດ້ ລາວຕ້ອງມີຄຸນສົມບັດທີ່ຈະເຮັດວຽກນີ້. ເຮົາສະແດງໃຫ້ເຫັນວ່າເຮົາເຫັນຄ່າສິດທິພິເສດນີ້ໂດຍເວົ້າເລື່ອງຄຳພີໄບເບິນກັບທຸກຄົນແລະຢູ່ທຸກບ່ອນທີ່ເຮົາເຮັດໄດ້. ເຮົາຈະເຮັດຄືກັບພະເຢຊູໂດຍຕັ້ງໃຈທີ່ຈະປູກແລະຫົດນ້ຳເມັດຂອງຄວາມຈິງໄວ້ໃນຫົວໃຈຂອງຜູ້ຄົນ.—ມທ. 13:3, 23; 1ກຣ. 3:6
9. ອົງການຂອງເຮົາໄດ້ເຮັດຫຍັງເພື່ອໃຫ້ຄົນຮູ້ຈັກຊື່ຂອງພະເຢໂຫວາ?
9 ພະເຢຊູເຮັດໃຫ້ຄົນຮູ້ຈັກຊື່ຂອງພະເຈົ້າ. ພະເຢຊູອະທິດຖານຫາພໍ່ຂອງເພິ່ນວ່າ: “ລູກເຮັດໃຫ້ເຂົາເຈົ້າຮູ້ຈັກຊື່ຂອງພໍ່ແລ້ວ.” (ຢຮ. 17:26) ອົງການຂອງເຮົາກໍເຮັດຕາມຕົວຢ່າງຂອງພະເຢຊູໂດຍເຮັດທຸກສິ່ງທີ່ເຮັດໄດ້ເພື່ອໃຫ້ຄົນຮູ້ຈັກຊື່ຂອງພະເຢໂຫວາ. ຄຳພີໄບເບິນສະບັບແປໂລກໃໝ່ມີບົດບາດສຳຄັນຫຼາຍໃນການເຮັດໃຫ້ຊື່ຂອງພະເຢໂຫວາຢູ່ໃນບ່ອນທີ່ຄວນຢູ່ໃນຄຳພີໄບເບິນ. ໃນຕອນນີ້ ພະຄຳພີສະບັບແປນີ້ມີທັງແບບຄົບຊຸດຫຼືບາງສ່ວນໃນຫຼາຍກວ່າ 270 ພາສາ. ຢູ່ພາກຜະໜວກ ກ4 ແລະ ກ5 ໃນຄຳພີໄບເບິນສະບັບແປໂລກໃໝ່ມີຄຳອະທິບາຍເລື່ອງການເອົາຊື່ຂອງພະເຢໂຫວາກັບມາໃສ່ຄືນໃນບ່ອນທີ່ເຄີຍມີຊື່ນັ້ນ. ນອກຈາກນັ້ນ ບົດຄວາມ “ພະນາມພະເຢໂຫວາຄວນປາກົດໃນພັນທະສັນຍາໃໝ່ບໍ?” ໃນຫໍສັງເກດການ 1 ສິງຫາ 2008 ໜ້າ 18-23b ຍັງອະທິບາຍວ່າເປັນຫຍັງພະຄຳພີຄລິດສະຕຽນພາກພາສາກຣີກຈຶ່ງຄວນມີຊື່ພະເຢໂຫວາ 237 ເທື່ອ.
10. ເຈົ້າຮຽນຫຍັງຈາກຄຳເວົ້າຂອງຜູ້ຍິງຄົນໜຶ່ງທີ່ຢູ່ປະເທດມຽນມາ?
10 ເຮົາກໍຮຽນແບບພະເຢຊູໄດ້ໂດຍຊ່ວຍຄົນໃຫ້ຫຼາຍທີ່ສຸດເທົ່າທີ່ເປັນໄປໄດ້ໃຫ້ຮູ້ຈັກຊື່ຂອງພະເຈົ້າ. ໃຫ້ເຮົາມາເບິ່ງປະສົບການໜຶ່ງນຳກັນ. ເມື່ອຜູ້ຍິງຄົນໜຶ່ງອາຍຸ 67 ປີຢູ່ປະເທດມຽນມາໄດ້ຮູ້ຈັກຊື່ຂອງພະເຈົ້າ ລາວດີໃຈຫຼາຍຈົນໄຫ້ແລະເວົ້າກັບຄົນທີ່ມາສອນຄຳພີໄບເບິນໃຫ້ລາວວ່າ: “ເປັນເທື່ອທຳອິດທີ່ປ້າໄດ້ຮູ້ວ່າຊື່ຂອງພະເຈົ້າແມ່ນພະເຢໂຫວາ . . . ຫຼານມາສອນເລື່ອງທີ່ສຳຄັນທີ່ສຸດໃຫ້ປ້າຮູ້.” ປະສົບການນີ້ເຮັດໃຫ້ເຫັນວ່າເມື່ອຄົນທີ່ມີຫົວໃຈທີ່ດີໄດ້ຮູ້ຈັກຊື່ຂອງພະເຈົ້າ ມັນສົ່ງຜົນຕໍ່ຊີວິດຂອງເຂົາເຈົ້າຫຼາຍແທ້ໆ.
ໄວ້ໃຈອົງການຂອງເຮົາຕໍ່ໆໄປ
11. ຜູ້ເບິ່ງແຍງຈະສະແດງໃຫ້ເຫັນແນວໃດວ່າເຂົາເຈົ້າໄວ້ໃຈອົງການຂອງພະເຢໂຫວາ? (ເບິ່ງຮູບນຳ)
11 ຜູ້ເບິ່ງແຍງຈະສະແດງໃຫ້ເຫັນແນວໃດວ່າເຂົາເຈົ້າໄວ້ໃຈອົງການຂອງພະເຢໂຫວາ? ເມື່ອໄດ້ຮັບຄຳແນະນຳ ຜູ້ເບິ່ງແຍງຈະອ່ານຢ່າງລະອຽດແລະພະຍາຍາມເຕັມທີເພື່ອເຮັດຕາມຄຳແນະນຳນັ້ນ. ຕົວຢ່າງເຊັ່ນ: ຜູ້ເບິ່ງແຍງໄດ້ຮັບຄຳແນະນຳເລື່ອງການເຮັດສ່ວນໃນການປະຊຸມ ການເປັນຕົວແທນໃນການອະທິດຖານຢູ່ການປະຊຸມ ແລະການເບິ່ງແຍງຝູງແກະຂອງພະຄລິດ. ເມື່ອຜູ້ເບິ່ງແຍງເຮັດຕາມຄຳແນະນຳຂອງອົງການ ພີ່ນ້ອງກໍຈະຮູ້ສຶກວ່າພະເຢໂຫວາຮັກແລະເອົາໃຈໃສ່ເຂົາເຈົ້າ.
ຜູ້ເບິ່ງແຍງຊ່ວຍເຮົາໃຫ້ໄວ້ໃຈຄຳແນະນຳທີ່ມາຈາກອົງການຂອງພະເຢໂຫວາ (ເບິ່ງຂໍ້ 11)c
12. (ກ) ເປັນຫຍັງເຮົາຄວນຮ່ວມມືກັບພີ່ນ້ອງທີ່ນຳໜ້າ? (ເຮັບເຣີ 13:7, 17) (ຂ) ເປັນຫຍັງເຮົາຄວນສົນໃຈຈຸດທີ່ດີຂອງພີ່ນ້ອງທີ່ນຳໜ້າ?
12 ເມື່ອເຮົາໄດ້ຮັບຄຳແນະນຳຈາກຜູ້ເບິ່ງແຍງ ເຮົາຄວນເຕັມໃຈເຮັດຕາມຄຳແນະນຳນັ້ນ. ຖ້າເຮົາເຮັດແບບນີ້ ເຮົາກໍຈະຊ່ວຍໃຫ້ເຂົາເຈົ້າເຮັດວຽກໄດ້ງ່າຍຂຶ້ນ. ຄຳພີໄບເບິນສະໜັບສະໜູນເຮົາໃຫ້ເຊື່ອຟັງແລະຍອມຮັບອຳນາດພີ່ນ້ອງທີ່ນຳໜ້າ. (ອ່ານເຮັບເຣີ 13:7, 17) ແຕ່ບາງເທື່ອມັນກໍບໍ່ງ່າຍ. ຍ້ອນຫຍັງ? ຍ້ອນເຂົາເຈົ້າກໍເປັນຄົນບໍ່ສົມບູນແບບ. ຖ້າເຮົາເບິ່ງແຕ່ຈຸດບໍ່ດີຂອງເຂົາເຈົ້າແທນທີ່ຈະສົນໃຈຈຸດທີ່ດີ ເຮົາກໍຈະເຮັດສິ່ງທີ່ຊ່ວຍສັດຕູຂອງເຮົາ. ເປັນຫຍັງຈຶ່ງເວົ້າແນວນັ້ນ? ສັດຕູຂອງເຮົາຢາກໃຫ້ເຮົາສົງໄສໃນເລື່ອງທີ່ພະເຢໂຫວາໃຊ້ອົງການເພື່ອຊີ້ນຳເຮົາ. ຖ້າເຮົາຄິດໃນແງ່ລົບກ່ຽວກັບຜູ້ເບິ່ງແຍງ ເຮົາກໍອາດຈະຄິດໃນແງ່ລົບກ່ຽວກັບອົງການຄືກັນແລະເຊົາໄວ້ໃຈອົງການ. ເຮົາຈະເຮັດແນວໃດເພື່ອຈະເບິ່ງອອກວ່າມັນເປັນເລື່ອງຕົວະຂອງສັດຕູແລະບໍ່ເຂົ້າໄປຫຍຸ້ງກ່ຽວກັບເລື່ອງນັ້ນ?
ຢ່າໃຫ້ໃຜເຮັດໃຫ້ເຈົ້າບໍ່ໄວ້ໃຈອົງການ
13. ສັດຕູຂອງພະເຢໂຫວາພະຍາຍາມເຮັດໃຫ້ອົງການຂອງເພິ່ນເບິ່ງບໍ່ດີແນວໃດ?
13 ສັດຕູຂອງພະເຢໂຫວາພະຍາຍາມເຮັດໃຫ້ຄົນອື່ນເບິ່ງອົງການຂອງເພິ່ນໃນທາງທີ່ບໍ່ດີ. ຕົວຢ່າງເຊັ່ນ: ເຮົາໄດ້ຮຽນຈາກຄຳພີໄບເບິນວ່າພະເຢໂຫວາຄາດໝາຍໃຫ້ຜູ້ຮັບໃຊ້ຂອງເພິ່ນເປັນຄົນທີ່ສະອາດທາງດ້ານຮ່າງກາຍ ທາງດ້ານສິນລະທຳ ແລະນະມັດສະການເພິ່ນໃນແບບທີ່ເພິ່ນຍອມຮັບ. ພະເຢໂຫວາເວົ້າວ່າ ຖ້າຜູ້ໃດເຮັດບໍ່ດີຢູ່ເລື້ອຍໆແລະບໍ່ຍອມປ່ຽນນິດໄສ ລາວຈະຖືກຕັດສຳພັນແລະບໍ່ໄດ້ຢູ່ໃນປະຊາຄົມອີກຕໍ່ໄປ. (1ກຣ. 5:11-13; 6:9, 10) ຍ້ອນເຮົາເຮັດຕາມຄຳສັ່ງທີ່ຢູ່ໃນຄຳພີໄບເບິນກ່ຽວກັບເລື່ອງນີ້ ສັດຕູຂອງເຮົາຈຶ່ງພະຍາຍາມໃຊ້ເລື່ອງນີ້ເພື່ອກ່າວຫາເຮົາວ່າເປັນຄົນໃຈແຄບ ມັກຕັດສິນຄົນອື່ນ ແລະບໍ່ສະແດງຄວາມຮັກ.
14. ໃຜຢູ່ເບື້ອງຫຼັງເລື່ອງຕົວະຕ່າງໆກ່ຽວກັບອົງການຂອງເຮົາ?
14 ໃຫ້ຮູ້ວ່າແມ່ນໃຜແທ້ໆທີ່ໂຈມຕີອົງການ. ຊາຕານຢູ່ເບື້ອງຫຼັງເລື່ອງຕົວະຕ່າງໆກ່ຽວກັບອົງການຂອງເຮົາ. ມັນເປັນ “ພໍ່ຂອງການຕົວະ.” (ຢຮ. 8:44; ປຖກ. 3:1-5) ດັ່ງນັ້ນ ເຮົາຄາດໝາຍໄດ້ວ່າມັນຈະໃຊ້ຄົນຂອງມັນສົ່ງເສີມເລື່ອງຕົວະຕ່າງໆກ່ຽວກັບອົງການຂອງພະເຢໂຫວາ. ເຮົາເຫັນເລື່ອງນີ້ໄດ້ແຈ້ງຈາກສິ່ງທີ່ເກີດຂຶ້ນກັບພະເຢຊູແລະຄລິດສະຕຽນໃນສະຕະວັດທຳອິດ.
15. ພວກຫົວໜ້າສາສະໜາໄດ້ເຮັດຫຍັງໃຫ້ພະເຢຊູແລະພວກລູກສິດຂອງເພິ່ນ?
15 ເຖິງວ່າພະເຢຊູລູກຂອງພະເຈົ້າເປັນຄົນສົມບູນແບບແລະເຮັດການອັດສະຈັນຫຼາຍຢ່າງທີ່ເປັນຕາງຶດ ແຕ່ຊາຕານໄດ້ໃຊ້ຄົນຂອງມັນແຜ່ຄຳຕົວະຫຼາຍຢ່າງກ່ຽວກັບພະເຢຊູ. ຕົວຢ່າງເຊັ່ນ: ພວກຫົວໜ້າສາສະໜາບອກປະຊາຊົນວ່າພະເຢຊູໄລ່ພວກປີສາດອອກໄດ້ຍ້ອນໄດ້ອຳນາດຈາກ “ຫົວໜ້າພວກປີສາດ.” (ມຣກ. 3:22) ຕອນທີ່ພະເຢຊູຖືກພິຈາລະນາຄະດີ ພວກຫົວໜ້າສາສະໜາກໍຍັງກ່າວຫາເພິ່ນວ່າໝິ່ນປະໝາດພະເຈົ້າ ແລະເຂົາເຈົ້າຍັງໄດ້ຍົວະປະຊາຊົນໃຫ້ຮຽກຮ້ອງເພື່ອໃຫ້ພະເຢຊູຖືກຂ້າ. (ມທ. 27:20) ຕໍ່ມາ ພວກລູກສິດຂອງພະເຢຊູໄປປະກາດຢູ່ບ່ອນຕ່າງໆ ພວກຜູ້ຕໍ່ຕ້ານໄດ້ “ຍົວະຄົນຕ່າງຊາດ” ໃຫ້ຂົ່ມເຫງເຂົາເຈົ້າ. (ກຈກ. 14:2, 19) ຫໍສັງເກດການ 1 ທັນວາ 1998 ເວົ້າເຖິງກິດຈະການ 14:2 ວ່າ: “ພວກຜູ້ຕໍ່ຕ້ານທີ່ເປັນຄົນຢິວໄດ້ປະຕິເສດເລື່ອງທີ່ຄລິດສະຕຽນປະກາດ ແລະເຂົາເຈົ້າຍັງໄດ້ເວົ້າແນວບໍ່ດີກ່ຽວກັບຄລິດສະຕຽນເພື່ອບໍ່ໃຫ້ຄົນຕ່າງຊາດຟັງສິ່ງທີ່ຄລິດສະຕຽນປະກາດແລະຊັງຄົນເຫຼົ່ານັ້ນ.”
16. ເຮົາຄວນຈື່ຫຍັງໄວ້ຖ້າເຮົາໄດ້ຍິນເລື່ອງຕົວະ?
16 ໃນທຸກມື້ນີ້ຊາຕານກໍຍັງຕົວະຢູ່ ແລະມັນຍັງ “ລໍ້ລວງທົ່ວໂລກໃຫ້ຫຼົງຜິດ.” (ພນມ. 12:9) ຖ້າເຈົ້າໄດ້ຍິນເລື່ອງໃນແງ່ລົບກ່ຽວກັບອົງການຫຼືພີ່ນ້ອງທີ່ນຳໜ້າ ຂໍໃຫ້ຈື່ໄວ້ວ່າສັດຕູຂອງພະເຈົ້າເຄີຍເຮັດແນວໃດແດ່ກັບພະເຢຊູແລະພວກລູກສິດຂອງເພິ່ນໃນສະຕະວັດທຳອິດ. ພະເຢຊູບອກວ່າ ຄົນຈະຕໍ່ຕ້ານຜູ້ຮັບໃຊ້ຂອງພະເຢໂຫວາແລະຈະເວົ້າຕົວະກ່ຽວກັບເຂົາເຈົ້າ. (ມທ. 5:11, 12) ນີ້ແມ່ນສິ່ງທີ່ເກີດຂຶ້ນແທ້ໆໃນທຸກມື້ນີ້. ເຮົາຈະບໍ່ຫຼົງເຊື່ອເລື່ອງຕົວະຖ້າເຮົາຮູ້ວ່າແມ່ນໃຜແທ້ໆທີ່ຢູ່ເບື້ອງຫຼັງແລະເຮັດສິ່ງທີ່ປົກປ້ອງໂຕເອງທັນທີ. ເຮົາຈະປົກປ້ອງໂຕເອງແນວໃດ?
17. ເຮົາຈະຫຼີກລ່ຽງອັນຕະລາຍຈາກເລື່ອງຕົວະໄດ້ແນວໃດ? (2 ຕີໂມທຽວ 1:13) (ເບິ່ງຂອບ “ຄວນເຮັດແນວໃດເມື່ອໄດ້ຍິນເລື່ອງຕົວະ?” ນຳ)
17 ບໍ່ຫຍຸ້ງກ່ຽວກັບເລື່ອງຕົວະ. ໂປໂລໃຫ້ຄຳແນະນຳທີ່ຈະແຈ້ງວ່າເຮົາຕ້ອງເຮັດຫຍັງຖ້າໄດ້ຍິນເລື່ອງຕົວະ. ລາວບອກຕີໂມທຽວໃຫ້ “ສັ່ງບາງຄົນບໍ່ໃຫ້ . . . ສົນໃຈເລື່ອງຕົວະ” ແລະ “ຢ່າສົນໃຈເລື່ອງຕົວະທີ່ຂັດກັບຄວາມຄິດຂອງພະເຈົ້າ.” (1ຕມ. 1:3, 4; 4:7) ເດັກນ້ອຍທີ່ບໍ່ຮູ້ຈັກຫຍັງອາດຈະມັກຈັບເອົາສິ່ງທີ່ຢູ່ພື້ນໃສ່ປາກໂດຍບໍ່ຮູ້ວ່າມັນເປັນອັນຕະລາຍຫຼືບໍ່ ແຕ່ຜູ້ໃຫຍ່ຈະບໍ່ເຮັດແບບນັ້ນເດັດຂາດຍ້ອນລາວຮູ້ວ່າມັນອັນຕະລາຍ. ເຮົາກໍຄືກັນ ເຮົາຈະບໍ່ຫຍຸ້ງກ່ຽວກັບເລື່ອງຕົວະຍ້ອນເຮົາຮູ້ວ່າເລື່ອງນັ້ນມາຈາກໃສ. ເຮົາຈະຍຶດໝັ້ນກັບ “ຄຳສອນທີ່ເປັນປະໂຫຍດ” ຕໍ່ໆໄປ.—ອ່ານ 2 ຕີໂມທຽວ 1:13
18. ເຮົາຈະສະແດງໃຫ້ເຫັນແນວໃດວ່າເຮົາໄວ້ໃຈອົງການຂອງພະເຢໂຫວາ?
18 ໃນບົດນີ້ເຮົາໄດ້ຮຽນ 3 ວິທີທີ່ອົງການຂອງພະເຢໂຫວາຮຽນແບບພະເຢຊູ. ເມື່ອເຈົ້າສຶກສາຄຳພີໄບເບິນ ຂໍໃຫ້ສັງເກດວິທີອື່ນໆທີ່ອົງການເຮັດຕາມຕົວຢ່າງຂອງພະເຢຊູ. ຂໍໃຫ້ເຈົ້າຊ່ວຍຄົນໃນປະຊາຄົມໃຫ້ໄວ້ໃຈອົງການຫຼາຍຂຶ້ນ ແລະຂໍໃຫ້ເຈົ້າສະແດງໃຫ້ເຫັນວ່າເຈົ້າໄວ້ໃຈອົງການຂອງພະເຢໂຫວາໂດຍຮັບໃຊ້ເພິ່ນຢ່າງສັດຊື່ແລະຕິດຕາມອົງການຢ່າງໃກ້ຊິດສະເໝີ ຍ້ອນພະເຢໂຫວາກຳລັງໃຊ້ອົງການນີ້ເພື່ອເຮັດໃຫ້ຄວາມຕ້ອງການຂອງເພິ່ນສຳເລັດເປັນຈິງ. (ພສ. 37:28) ຂໍໃຫ້ເຮົາເຫັນຄ່າສິດທິພິເສດທີ່ໄດ້ຢູ່ໃນອົງການຂອງພະເຢໂຫວານຳກັນກັບຄົນທີ່ຮັກແລະພັກດີຕໍ່ເພິ່ນ.
ເຈົ້າຈະຕອບແນວໃດ?
ອົງການຂອງພະເຢໂຫວາຮຽນແບບພະເຢຊູແນວໃດ?
ເຮົາຈະສະແດງໃຫ້ເຫັນແນວໃດວ່າເຮົາໄວ້ໃຈອົງການຂອງພະເຢໂຫວາສະເໝີ?
ເຮົາຄວນເຮັດຫຍັງຖ້າເຮົາໄດ້ຍິນເລື່ອງຕົວະ?
ເພງທີ 103 ຜູ້ບຳລຸງລ້ຽງຂອງຂວັນທີ່ເປັນມະນຸດ
a ເບິ່ງຂອບ “ເປັນຫຍັງເປັນປີ 1919?” ໃນປຶ້ມການນະມັດສະການທີ່ບໍລິສຸດຂອງພະເຢໂຫວາໄດ້ຮັບການຟື້ນຟູ! ໜ້າ 102-103. (ພາສາໄທ)
b ພາສາໄທ
c ຄຳອະທິບາຍຮູບ: ຫຼັງຈາກທີ່ຄະນະຜູ້ເບິ່ງແຍງລົມກັນກ່ຽວກັບການປະກາດຢູ່ບ່ອນສາທາລະນະ ຜູ້ເບິ່ງແຍງກຸ່ມປະກາດຄົນໜຶ່ງກໍເອົາຄຳແນະນຳທີ່ໄດ້ຈາກການປະຊຸມມາແນະນຳພີ່ນ້ອງວ່າໃຫ້ຢືນຕິດກັບຝາເພື່ອບໍ່ໃຫ້ຄົນເຂົ້າມາທາງຫຼັງ.