ບົດຄວາມສຶກສາທີ 33
ເພງທີ 130 ເຮົາຕ້ອງໃຫ້ອະໄພກັນ
ພະເຢໂຫວາຢາກໃຫ້ຄົນໃນປະຊາຄົມປະຕິບັດແນວໃດຕໍ່ຄົນທີ່ເຮັດຜິດຮ້າຍແຮງ?
“ຖ້າຜູ້ໃດເຮັດຜິດ ພວກເຮົາກໍມີຜູ້ຊ່ວຍ.”—1ຢຮ. 2:1
ຈຸດສຳຄັນ
ບົດຮຽນສຳຄັນທີ່ເຮົາຈະໄດ້ຈາກເລື່ອງທີ່ເກີດຂຶ້ນຢູ່ປະຊາຄົມໃນເມືອງໂກຣິນໂທເມື່ອຜູ້ຊາຍຄົນໜຶ່ງເຮັດຜິດຮ້າຍແຮງ.
1. ພະເຢໂຫວາຢາກໃຫ້ທຸກຄົນເຮັດຫຍັງ?
ພະເຢໂຫວາສ້າງເຮົາໃຫ້ມີອິດສະຫຼະໃນການເລືອກ. ເຮົາໃຊ້ອິດສະຫຼະນີ້ສະເໝີເມື່ອຕັດສິນໃຈເລື່ອງຕ່າງໆ. ການຕັດສິນໃຈທີ່ສຳຄັນທີ່ສຸດທີ່ເຮົາເຮັດແມ່ນອຸທິດໂຕໃຫ້ພະເຢໂຫວາແລະເຂົ້າມາເປັນຜູ້ນະມັດສະການຂອງເພິ່ນ. ພະເຢໂຫວາຢາກໃຫ້ທຸກຄົນເຮັດແບບນີ້. ຍ້ອນຫຍັງ? ຍ້ອນເພິ່ນຮັກທຸກຄົນແລະຢາກໃຫ້ເຮົາໄດ້ສິ່ງທີ່ດີທີ່ສຸດ. ເພິ່ນຢາກໃຫ້ເຮົາມີສາຍສຳພັນທີ່ດີກັບເພິ່ນແລະມີຊີວິດຕະຫຼອດໄປ.—ພບຍ. 30:19, 20; ຄລຕ. 6:7, 8
2. ພະເຢໂຫວາຢາກໃຫ້ຄົນທີ່ເຮັດຜິດຮ້າຍແຮງທີ່ຍັງບໍ່ທັນກັບໃຈເຮັດຫຍັງ? (1 ໂຢຮັນ 2:1)
2 ເຖິງວ່າພະເຢໂຫວາສ້າງເຮົາໃຫ້ມີອິດສະຫຼະໃນການເລືອກ ແຕ່ເພິ່ນກໍບໍ່ໄດ້ບັງຄັບເຮົາໃຫ້ຮັບໃຊ້ເພິ່ນ. ເພິ່ນໃຫ້ເຮົາຕັດສິນໃຈເອົາເອງວ່າຈະເຮັດແນວໃດ. ຈະເກີດຫຍັງຂຶ້ນຖ້າຄລິດສະຕຽນທີ່ຮັບບັບເຕມາແລ້ວເຮັດຜິດຮ້າຍແຮງ? ຖ້າລາວບໍ່ກັບໃຈ ລາວຈະຖືກຕັດອອກຈາກປະຊາຄົມ. (1ກຣ. 5:13) ເຖິງຈະເປັນແນວນັ້ນ ພະເຢໂຫວາກໍຢາກໃຫ້ຄົນທີ່ເຮັດຜິດກັບໃຈແລະກັບມາຫາເພິ່ນ. ທີ່ຈິງ ເຫດຜົນສຳຄັນທີ່ພະເຢໂຫວາຈັດກຽມໃຫ້ມີຄ່າໄຖ່ກໍເພື່ອເພິ່ນຈະສາມາດຍົກໂທດໃຫ້ຄົນເຮັດຜິດທີ່ກັບໃຈ. (ອ່ານ 1 ໂຢຮັນ 2:1) ພະເຢໂຫວາເປັນພະເຈົ້າທີ່ມີຄວາມຮັກທີ່ຢາກໃຫ້ຄົນທີ່ເຮັດຜິດຮ້າຍແຮງກັບໃຈ.—ຊຄຢ. 1:3; ຣມ. 2:4; ຢກບ. 4:8
3. ເຮົາຈະຮຽນຫຍັງໃນບົດນີ້?
3 ພະເຢໂຫວາຢາກໃຫ້ເຮົາຄິດຄືກັບເພິ່ນໃນເລື່ອງການເຮັດຜິດແລະຕໍ່ຄົນທີ່ເຮັດຜິດ. ໃນບົດນີ້ ເຮົາຈະຮຽນວ່າໂປໂລບອກພີ່ນ້ອງຢູ່ປະຊາຄົມໃນເມືອງໂກຣິນໂທໃຫ້ເຮັດຫຍັງກັບຄົນທີ່ເຮັດຜິດຮ້າຍແຮງ. ຈາກນັ້ນ ເຮົາຈະຮຽນວ່າໂປໂລບອກພີ່ນ້ອງໃນປະຊາຄົມໃຫ້ເຮັດຫຍັງຫຼັງຈາກຄົນທີ່ເຮັດຜິດກັບໃຈ ແລະສຸດທ້າຍເຮົາຈະຮຽນວ່າພະເຢໂຫວາຮູ້ສຶກແນວໃດຕໍ່ຄົນທີ່ເຮັດຜິດຮ້າຍແຮງ?
ປະຊາຄົມໄດ້ເຮັດຫຍັງເມື່ອມີການເຮັດຜິດຮ້າຍແຮງ
4. ເກີດຫຍັງຂຶ້ນຢູ່ປະຊາຄົມໃນເມືອງໂກຣິນໂທ? (1 ໂກຣິນໂທ 5:1, 2)
4 ອ່ານ 1 ໂກຣິນໂທ 5:1, 2. ຕອນທີ່ໂປໂລເດີນທາງໄປປະກາດຢູ່ຕ່າງປະເທດຮອບທີ 3 ລາວໄດ້ຍິນຂ່າວບໍ່ດີກ່ຽວກັບປະຊາຄົມຢູ່ເມືອງໂກຣິນໂທທີ່ຫາກໍຕັ້ງຂຶ້ນໃໝ່. ພີ່ນ້ອງຊາຍຄົນໜຶ່ງທີ່ຢູ່ປະຊາຄົມນັ້ນໄດ້ນອນນຳແມ່ນ້າຂອງໂຕເອງ. ການກະທຳຂອງລາວເປັນເລື່ອງທີ່ໜ້າຕົກໃຈຫຼາຍ ແລະ “ແມ່ນແຕ່ຄົນທີ່ບໍ່ນັບຖືພະເຈົ້າກໍຍັງບໍ່ເຮັດ.” ແຕ່ຄົນໃນປະຊາຄົມຄິດວ່າການກະທຳແບບນັ້ນບໍ່ເປັນຫຍັງແລະຍັງໃຫ້ລາວຢູ່ໃນປະຊາຄົມຕໍ່ໄປ. ບາງຄົນຄິດວ່າເຂົາເຈົ້າກຳລັງສະແດງຄວາມເມດຕາຕໍ່ມະນຸດທີ່ບໍ່ສົມບູນແບບຄືກັບທີ່ພະເຢໂຫວາເຮັດ. ແຕ່ພະເຢໂຫວາບໍ່ຍອມຮັບການກະທຳແບບນີ້. ແນ່ນອນວ່າການກະທຳທີ່ເປັນຕາໜ້າອາຍທີ່ຜູ້ຊາຍຄົນນີ້ເຮັດໄດ້ທຳລາຍຊື່ສຽງທີ່ດີຂອງປະຊາຄົມ ແລະຖ້າລາວຍັງຢູ່ໃນປະຊາຄົມຕໍ່ໄປ ຄົນອື່ນອາດຈະເລີ່ມເຮັດຄືກັບລາວ. ເມື່ອເປັນແບບນີ້ ໂປໂລບອກປະຊາຄົມໃຫ້ເຮັດຫຍັງ?
5. ໂປໂລບອກປະຊາຄົມໃຫ້ເຮັດຫຍັງ ແລະລາວໝາຍຄວາມວ່າແນວໃດ? (1 ໂກຣິນໂທ 5:13) (ເບິ່ງຮູບນຳ)
5 ອ່ານ 1 ໂກຣິນໂທ 5:13. ພະເຢໂຫວາໃຫ້ໂປໂລຂຽນຈົດໝາຍໄປຫາປະຊາຄົມແລະບອກເຂົາເຈົ້າໃຫ້ຕັດຄົນເຮັດຜິດທີ່ບໍ່ກັບໃຈອອກຈາກປະຊາຄົມ. ຄລິດສະຕຽນທີ່ສັດຊື່ຈະປະຕິບັດກັບລາວແນວໃດ? ໂປໂລບອກເຂົາເຈົ້າ “ໃຫ້ເຊົາຄົບຫາ” ກັບຜູ້ນັ້ນ. ລາວເວົ້າຕື່ມອີກວ່າ ເຂົາເຈົ້າ “ຈະກິນຫຍັງກັບຄົນແບບນີ້ກໍບໍ່ໃຫ້ເຮັດ.” (1ກຣ. 5:11) ເປັນຫຍັງໂປໂລຈຶ່ງເວົ້າແນວນີ້? ຍ້ອນວ່າເມື່ອເຮົານັ່ງກິນເຂົ້າກັບຜູ້ໃດຜູ້ໜຶ່ງ ຕາມປົກກະຕິແລ້ວເຮົາຈະລົມກັບຜູ້ນັ້ນ. ຖ້າພີ່ນ້ອງໃນປະຊາຄົມເຊົາຄົບຫາກັບຜູ້ຊາຍຄົນນີ້ ມັນຈະເປັນປະໂຫຍດແນວໃດ? ເຂົາເຈົ້າຈະປົກປ້ອງປະຊາຄົມຈາກອິດທິພົນທີ່ບໍ່ດີ. (1ກຣ. 5:5-7) ນອກຈາກນັ້ນ ມັນອາດຊ່ວຍຜູ້ຊາຍຄົນນີ້ໃຫ້ສຳນຶກວ່າລາວໄດ້ເຮັດຜິດຮ້າຍແຮງ ແລະລາວອາດຮູ້ສຶກເສຍໃຈ ແລ້ວກໍຖືກກະຕຸ້ນໃຫ້ກັບໃຈ.
ພະເຢໂຫວາໃຫ້ໂປໂລຂຽນຈົດໝາຍໄປຫາປະຊາຄົມແລະບອກເຂົາເຈົ້າໃຫ້ຕັດຄົນເຮັດຜິດທີ່ບໍ່ກັບໃຈອອກຈາກປະຊາຄົມ (ເບິ່ງຂໍ້ 5)
6. ພີ່ນ້ອງໃນປະຊາຄົມໄດ້ເຮັດແນວໃດເມື່ອໄດ້ຮັບຈົດໝາຍຂອງໂປໂລ ແລະຜູ້ຊາຍທີ່ເຮັດຜິດໄດ້ເຮັດຫຍັງ?
6 ຫຼັງຈາກໂປໂລຂຽນຈົດໝາຍໄປຫາຄລິດສະຕຽນຢູ່ເມືອງໂກຣິນໂທ ລາວກໍສົງໄສວ່າເຂົາເຈົ້າຈະເຮັດແນວໃດຕໍ່ຈົດໝາຍນັ້ນ. ຕີໂຕເອົາຂ່າວດີມາບອກໂປໂລ. ພີ່ນ້ອງໄດ້ເຮັດຕາມຄຳແນະນຳຂອງໂປໂລແລະໃຫ້ຄົນທີ່ເຮັດຜິດອອກໄປຈາກປະຊາຄົມ. (2ກຣ. 7:6, 7) ບໍ່ດົນຫຼັງຈາກທີ່ໂປໂລຂຽນຈົດໝາຍສະບັບທຳອິດໄປຫາປະຊາຄົມ ຜູ້ຊາຍຄົນນີ້ກໍໄດ້ກັບໃຈຈາກການເຮັດຜິດ. ລາວປ່ຽນແປງຄວາມຄິດແລະການປະພຶດ ແລະເລີ່ມໃຊ້ຊີວິດຕາມມາດຕະຖານຂອງພະເຢໂຫວາ. (2ກຣ. 7:8-11) ຕອນນີ້ໂປໂລແນະນຳພີ່ນ້ອງໃນປະຊາຄົມໃຫ້ເຮັດຫຍັງ?
ພີ່ນ້ອງໃນປະຊາຄົມຄວນປະຕິບັດແນວໃດຕໍ່ຄົນເຮັດຜິດທີ່ກັບໃຈ
7. ຫຼັງຈາກຄົນທີ່ເຮັດຜິດຖືກຕັດອອກຈາກປະຊາຄົມແລ້ວ ລາວເປັນແນວໃດ? (2 ໂກຣິນໂທ 2:5-8)
7 ອ່ານ 2 ໂກຣິນໂທ 2:5-8. ໂປໂລເວົ້າວ່າ: “ລາວຖືກພີ່ນ້ອງສ່ວນຫຼາຍຕຳໜິຫຼາຍພໍແລ້ວ.” ນີ້ໝາຍຄວາມວ່າຫຼັງຈາກຄົນທີ່ເຮັດຜິດຖືກຕັດອອກຈາກປະຊາຄົມແລ້ວ ລາວກໍສຳນຶກວ່າຕ້ອງກັບໃຈ. ຍ້ອນລາວໄດ້ກັບໃຈແລ້ວຈຶ່ງບໍ່ຈຳເປັນຕ້ອງສັ່ງສອນລາວອີກຕໍ່ໄປ.—ຮຣ. 12:11
8. ໂປໂລໄດ້ແນະນຳພີ່ນ້ອງໃຫ້ເຮັດຫຍັງ?
8 ໂປໂລແນະນຳພີ່ນ້ອງໃນປະຊາຄົມໃຫ້ “ຍົກໂທດແລະປອບໃຈ” ພີ່ນ້ອງຊາຍທີ່ເຮັດຜິດ ແລະ “ເຮັດໃຫ້ລາວໝັ້ນໃຈວ່າ [ເຂົາເຈົ້າ] ຮັກລາວແທ້ໆ.” ຂໍໃຫ້ສັງເກດວ່າໂປໂລບໍ່ພຽງແຕ່ຢາກໃຫ້ພີ່ນ້ອງຍອມໃຫ້ຜູ້ຊາຍຄົນນີ້ກັບເຂົ້າມາໃນປະຊາຄົມເທົ່ານັ້ນ ແຕ່ຍັງຢາກໃຫ້ເຂົາເຈົ້າສະແດງໃຫ້ລາວເຫັນໂດຍທາງຄຳເວົ້າແລະການກະທຳວ່າເຂົາເຈົ້າຍົກໂທດໃຫ້ລາວແທ້ໆແລະຮັກລາວ. ເມື່ອເຮັດຈັ່ງຊີ້ ຜູ້ຊາຍຄົນນີ້ກໍຈະໝັ້ນໃຈວ່າພີ່ນ້ອງຍິນດີຕ້ອນຮັບລາວກັບເຂົ້າມາໃນປະຊາຄົມ.
9. ເປັນຫຍັງບາງຄົນຈຶ່ງຮູ້ສຶກວ່າຍາກທີ່ຈະຍົກໂທດໃຫ້ຄົນເຮັດຜິດທີ່ກັບໃຈແລ້ວ?
9 ມີບາງຄົນໃນປະຊາຄົມຮູ້ສຶກບໍ່ເຕັມໃຈທີ່ຈະຕ້ອນຮັບຜູ້ຊາຍຄົນນີ້ໃຫ້ກັບເຂົ້າມາໃນປະຊາຄົມບໍ? ຄຳພີໄບເບິນບໍ່ໄດ້ບອກກ່ຽວກັບເລື່ອງນີ້ ແຕ່ກໍອາດເປັນໄປໄດ້. ບາງຄົນອາດຍັງຮູ້ສຶກໃຈຮ້າຍຍ້ອນລາວເຮັດໃຫ້ປະຊາຄົມວຸ່ນວາຍ ແລະບາງຄົນອາດຍັງຮູ້ສຶກເສຍໃຈຍ້ອນລາວເຮັດໃຫ້ເຂົາເຈົ້າອັບອາຍ. ບາງຄົນອາດຮູ້ສຶກວ່າມັນບໍ່ຍຸຕິທຳທີ່ຈະຕ້ອນຮັບລາວໃຫ້ກັບເຂົ້າມາໃນປະຊາຄົມຍ້ອນເຂົາເຈົ້າພະຍາຍາມຮັກສາປະຊາຄົມໃຫ້ສະອາດທາງດ້ານສິນລະທຳ. (ສົມທຽບກັບລູກາ 15:28-30) ເປັນຫຍັງຈຶ່ງເປັນເລື່ອງສຳຄັນທີ່ພີ່ນ້ອງໃນປະຊາຄົມຈະສະແດງຄວາມຮັກແທ້ຕໍ່ຜູ້ຊາຍຄົນນີ້ທີ່ກັບໃຈແລ້ວ?
10-11. ອາດເກີດຫຍັງຂຶ້ນຖ້າຜູ້ເບິ່ງແຍງບໍ່ຍົກໂທດໃຫ້ຄົນເຮັດຜິດທີ່ກັບໃຈ?
10 ໃຫ້ຄິດເບິ່ງວ່າຜູ້ຊາຍຄົນນີ້ຈະຮູ້ສຶກແນວໃດຖ້າຜູ້ເບິ່ງແຍງບໍ່ຍອມໃຫ້ລາວກັບເຂົ້າມາໃນປະຊາຄົມທັງໆທີ່ລາວກັບໃຈແລ້ວ? ຫຼືລາວຈະຮູ້ສຶກແນວໃດຖ້າລາວກັບມາແລ້ວ ແຕ່ພີ່ນ້ອງໃນປະຊາຄົມບໍ່ໄດ້ສະແດງຄວາມຮັກຕໍ່ລາວ? ລາວອາດຈະ “ໂສກເສົ້າຫຼາຍ” ແລະທໍ້ໃຈ. ລາວອາດຮູ້ສຶກວ່າຄືຊິໝົດຫວັງແລ້ວທີ່ຈະເຂົ້າມາເປັນສ່ວນໜຶ່ງຂອງປະຊາຄົມ. ລາວອາດເຖິງຂັ້ນເຊົາພະຍາຍາມຟື້ນຟູສາຍສຳພັນຂອງລາວກັບພະເຢໂຫວາ.
11 ອາດຈະເກີດຫຍັງຂຶ້ນອີກຖ້າພີ່ນ້ອງໃນປະຊາຄົມບໍ່ຍົກໂທດໃຫ້ຄົນເຮັດຜິດທີ່ກັບໃຈ? ເຂົາເຈົ້າອາດຈະທຳລາຍສາຍສຳພັນຂອງເຂົາເຈົ້າກັບພະເຢໂຫວາ. ຍ້ອນຫຍັງ? ຍ້ອນເຂົາເຈົ້າບໍ່ໄດ້ຮຽນແບບພະເຢໂຫວາທີ່ຍົກໂທດໃຫ້ຄົນເຮັດຜິດທີ່ກັບໃຈ ແຕ່ເຂົາເຈົ້າກຳລັງຮຽນແບບຊາຕານຜູ້ທີ່ໂຫດຮ້າຍແລະບໍ່ມີຄວາມເມດຕາ. ເຂົາເຈົ້າຈະຖືກຊາຕານໃຊ້ເປັນເຄື່ອງມືເພື່ອເຮັດໃຫ້ຜູ້ຊາຍຄົນນີ້ທໍ້ໃຈຈົນເຊົາຮັບໃຊ້ພະເຢໂຫວາ.—2ກຣ. 2:10, 11; ອຟຊ. 4:27
12. ພີ່ນ້ອງໃນປະຊາຄົມຈະຮຽນແບບພະເຢໂຫວາແນວໃດ?
12 ພີ່ນ້ອງຢູ່ປະຊາຄົມໃນເມືອງໂກຣິນໂທຈະຮຽນແບບພະເຢໂຫວາແນວໃດ ບໍ່ແມ່ນຮຽນແບບຊາຕານ? ໂດຍຍົກໂທດໃຫ້ຄົນເຮັດຜິດທີ່ກັບໃຈຄືກັບທີ່ພະເຢໂຫວາເຮັດ. ໃຫ້ສັງເກດເບິ່ງສິ່ງທີ່ຜູ້ຂຽນຄຳພີໄບເບິນບາງຄົນເວົ້າເຖິງພະເຢໂຫວາ. ດາວິດເວົ້າວ່າ: “ພະອົງດີແທ້ໆແລະພ້ອມທີ່ຈະໃຫ້ອະໄພ.” (ພສ. 86:5) ມີກາຂຽນວ່າ: “ບໍ່ມີພະເຈົ້າອົງໃດທຽບກັບພະອົງໄດ້. ພະອົງຍົກໂທດແລະບໍ່ຈື່ຄວາມຜິດ.” (ມກ. 7:18) ເອຊາຢາເວົ້າວ່າ: “ໃຫ້ຄົນຊົ່ວຖິ້ມແນວທາງຊີວິດທີ່ຊົ່ວໆຂອງລາວ ແລະໃຫ້ຄົນບໍ່ດີຖິ້ມຄວາມຄິດທີ່ບໍ່ດີ. ໃຫ້ກັບມາຫາພະເຢໂຫວາ ແລ້ວເພິ່ນຈະອີ່ຕົນລາວ. ໃຫ້ກັບມາຫາພະເຈົ້າຂອງພວກເຮົາເພາະເພິ່ນຈະຍົກໂທດໃຫ້ແທ້ໆ.”—ອຊຢ. 55:7
13. ເປັນຫຍັງຈຶ່ງເໝາະສົມທີ່ຈະບໍ່ຊັກຊ້າໃນການຮັບເອົາຜູ້ຊາຍຄົນນີ້ກັບເຂົ້າມາໃນປະຊາຄົມ? (ເບິ່ງຂອບ “ຜູ້ຊາຍທີ່ເຮັດຜິດຢູ່ເມືອງໂກຣິນໂທຖືກຮັບກັບເຂົ້າມາຕອນໃດ?”)
13 ເພື່ອຈະຮຽນແບບພະເຢໂຫວາ ພີ່ນ້ອງຢູ່ປະຊາຄົມໃນເມືອງໂກຣິນໂທຕ້ອງຍົກໂທດໃຫ້ຜູ້ຊາຍຄົນນີ້ແລະສະແດງໃຫ້ເຫັນວ່າເຂົາເຈົ້າຮັກລາວ. ໂປໂລເວົ້າວ່າ ຖ້າເຂົາເຈົ້າຍົກໂທດໃຫ້ຜູ້ຊາຍຄົນນີ້ທີ່ກັບໃຈກໍສະແດງວ່າເຂົາເຈົ້າ “ເຊື່ອຟັງທຸກຢ່າງ.” (2ກຣ. 2:9) ເຖິງວ່າຜູ້ຊາຍຄົນນີ້ຖືກຕັດອອກຈາກປະຊາຄົມພຽງບໍ່ເທົ່າໃດເດືອນ ແຕ່ການສັ່ງສອນກໍຊ່ວຍລາວໃຫ້ກັບໃຈ. ດັ່ງນັ້ນ ຜູ້ເບິ່ງແຍງບໍ່ຕ້ອງຊັກຊ້າທີ່ຈະຮັບເອົາລາວກັບເຂົ້າມາໃນປະຊາຄົມ.
ເຮົາຈະຮຽນແບບຄວາມຍຸຕິທຳແລະຄວາມເມດຕາຂອງພະເຢໂຫວາແນວໃດ
14-15. ເຮົາໄດ້ຮຽນຫຍັງຈາກເລື່ອງທີ່ເກີດຂຶ້ນຢູ່ເມືອງໂກຣິນໂທ? (2 ເປໂຕ 3:9) (ເບິ່ງຮູບນຳ)
14 ວິທີແກ້ໄຂເລື່ອງທີ່ເກີດຂຶ້ນຢູ່ປະຊາຄົມໃນເມືອງໂກຣິນໂທຂຽນໄວ້ໃນຄຳພີໄບເບິນກໍ “ເພື່ອສອນພວກເຮົາ.” (ຣມ. 15:4) ຈາກເລື່ອງນັ້ນເຮົາຮຽນຮູ້ວ່າພະເຢໂຫວາບໍ່ປ່ອຍໃຫ້ຄົນທີ່ເຮັດຜິດຮ້າຍແຮງແລະບໍ່ກັບໃຈຢູ່ໃນປະຊາຄົມຕໍ່ໄປ. ບາງຄົນອາດຄິດວ່າຍ້ອນພະເຢໂຫວາເປັນພະເຈົ້າທີ່ເມດຕາ ເພິ່ນຈະຍອມໃຫ້ຄົນເຮັດຜິດທີ່ບໍ່ກັບໃຈຢູ່ໃນປະຊາຄົມຕໍ່ໄປ ແຕ່ນີ້ບໍ່ແມ່ນວິທີທີ່ພະເຢໂຫວາສະແດງຄວາມເມດຕາ. ແມ່ນຢູ່ວ່າພະເຢໂຫວາມີຄວາມເມດຕາ ແຕ່ເພິ່ນກໍບໍ່ຍອມຮັບການປະພຶດທຸກຮູບແບບ. ມາດຕະຖານຂອງເພິ່ນໃນເລື່ອງອັນໃດຖືກອັນໃດຜິດບໍ່ເຄີຍປ່ຽນແປງ. (ຢດ. 4) ທີ່ຈິງ ຖ້າພະເຢໂຫວາຍອມໃຫ້ຄົນເຮັດຜິດທີ່ບໍ່ກັບໃຈຢູ່ໃນປະຊາຄົມຕໍ່ໄປ ກໍຈະບໍ່ເປັນການສະແດງຄວາມເມດຕາຍ້ອນມັນຈະເປັນອັນຕະລາຍຕໍ່ທຸກຄົນໃນປະຊາຄົມ.—ສພສ. 13:20; 1ກຣ. 15:33
15 ນອກຈາກນັ້ນ ເຮົາຍັງໄດ້ຮຽນຮູ້ວ່າພະເຢໂຫວາບໍ່ຢາກໃຫ້ຜູ້ໃດຕ້ອງຖືກທຳລາຍ. ເພິ່ນຢາກໃຫ້ທຸກຄົນລອດຊີວິດຖ້າເປັນໄປໄດ້. ພະເຢໂຫວາສະແດງຄວາມເມດຕາຕໍ່ຜູ້ທີ່ປ່ຽນແປງຄວາມຄິດແລະການກະທຳຂອງໂຕເອງ ແລະຢາກກັບມາເປັນໝູ່ກັບເພິ່ນອີກ. (ອຊກ. 33:11; ອ່ານ 2 ເປໂຕ 3:9) ດັ່ງນັ້ນ ເມື່ອຜູ້ຊາຍທີ່ຢູ່ເມືອງໂກຣິນໂທກັບໃຈແລະປ່ຽນແປງການປະພຶດຂອງລາວ ພະເຢໂຫວາຈຶ່ງໃຫ້ໂປໂລບອກພີ່ນ້ອງໃນປະຊາຄົມຍົກໂທດໃຫ້ລາວແລະຕ້ອນຮັບລາວກັບເຂົ້າມາໃນປະຊາຄົມອີກ.
ເຮົາຮຽນແບບຄວາມຮັກແລະຄວາມເມດຕາຂອງພະເຢໂຫວາເມື່ອເຮົາຕ້ອນຮັບຜູ້ທີ່ຖືກຮັບກັບເຂົ້າມາໃນປະຊາຄົມຢ່າງອົບອຸ່ນ (ເບິ່ງຂໍ້ 14-15)
16. ເຈົ້າຮູ້ສຶກແນວໃດຕໍ່ພະເຢໂຫວາເມື່ອໄດ້ຮຽນກ່ຽວກັບເລື່ອງທີ່ເກີດຂຶ້ນຢູ່ເມືອງໂກຣິນໂທ?
16 ຕົວຢ່າງເລື່ອງທີ່ເກີດຂຶ້ນຢູ່ປະຊາຄົມໃນເມືອງໂກຣິນໂທເຮັດໃຫ້ເຫັນວ່າພະເຢໂຫວາເປັນພະເຈົ້າທີ່ມີຄວາມຮັກ ຍຸຕິທຳ ແລະຮັກຄວາມຖືກຕ້ອງ. (ພສ. 33:5) ການຮູ້ເລື່ອງນີ້ເຮັດໃຫ້ເຮົາຢາກສັນລະເສີນພະເຢໂຫວາຫຼາຍກວ່າເກົ່າ. ເຮົາດີໃຈແທ້ໆທີ່ພະເຢໂຫວາເປັນພະເຈົ້າທີ່ເມດຕາຍ້ອນເຮົາທຸກຄົນເປັນຄົນບາບແລະຕ້ອງໃຫ້ເພິ່ນຍົກໂທດໃຫ້. ເຮົາຍັງຂອບໃຈທີ່ພະເຢໂຫວາໃຫ້ມີຄ່າໄຖ່ເພື່ອເພິ່ນຈະສາມາດຍົກໂທດຄວາມຜິດຂອງເຮົາໄດ້. ເຮົາໄດ້ກຳລັງໃຈແທ້ໆທີ່ຮູ້ວ່າພະເຢໂຫວາຮັກຜູ້ຮັບໃຊ້ຂອງເພິ່ນຫຼາຍແລະຢາກໃຫ້ເຂົາເຈົ້າໄດ້ສິ່ງທີ່ດີທີ່ສຸດ!
17. ເຮົາຈະຮຽນຫຍັງໃນບົດຕໍ່ໄປ?
17 ໃນທຸກມື້ນີ້ ຖ້າມີບາງຄົນເຮັດຜິດຮ້າຍແຮງ ຜູ້ເບິ່ງແຍງຈະຮຽນແບບພະເຢໂຫວາແນວໃດໃນການສະແດງຄວາມຮັກແລະຊ່ວຍລາວໃຫ້ກັບໃຈ? ພີ່ນ້ອງໃນປະຊາຄົມຄວນມີທ່າທີແນວໃດເມື່ອຜູ້ເບິ່ງແຍງຕັດສິນໃຈວ່າຈະຕັດຄົນທີ່ເຮັດຜິດອອກຈາກປະຊາຄົມຫຼືຮັບຄົນເຮັດຜິດທີ່ກັບໃຈກັບເຂົ້າມາໃນປະຊາຄົມ? ບົດຕໍ່ໄປຈະຕອບຄຳຖາມເຫຼົ່ານີ້.
ເພງທີ 109 ຮັກທີ່ແຮງກ້າສຸດຫົວໃຈ