ບົດຄວາມສຶກສາທີ 39
ເພງທີ 54 ທາງເສັ້ນນີ້ແຫຼະ
ໃຫ້ຟ້າວຊ່ວຍຄົນທີ່ “ເຕັມໃຈຕອບຮັບຄວາມຈິງ”
“ທຸກຄົນທີ່ເຕັມໃຈຕອບຮັບຄວາມຈິງທີ່ເຮັດໃຫ້ໄດ້ຊີວິດຕະຫຼອດໄປກໍເຂົ້າມາເປັນລູກສິດ.”—ກຈກ. 13:48
ຈຸດສຳຄັນ
ຕອນໃດທີ່ຄວນສະເໜີການຮຽນຄຳພີໄບເບິນແລະຊວນຄົນມາປະຊຸມ.
1. ຄົນຕອບຮັບຄວາມຈິງໃນຄຳພີໄບເບິນຕ່າງກັນແນວໃດ? (ກິດຈະການ 13:47, 48; 16:14, 15)
ໃນສະຕະວັດທຳອິດ ມີຫຼາຍຄົນທີ່ໄດ້ຍິນຄວາມຈິງໃນຄຳພີໄບເບິນແລ້ວກໍສົນໃຈແລະເຂົ້າມາເປັນຄລິດສະຕຽນທັນທີ. (ອ່ານກິດຈະການ 13:47, 48; 16:14, 15) ໃນທຸກມື້ນີ້ກໍຄືກັນ ບາງຄົນສົນໃຈຢາກຮຽນຄຳພີໄບເບິນຕັ້ງແຕ່ເທື່ອທຳອິດທີ່ໄດ້ຍິນ. ມີບາງຄົນບໍ່ສົນໃຈໃນຕອນທຳອິດ ແຕ່ຕໍ່ມາພັດຢາກຮຽນ. ເຮົາຄວນເຮັດແນວໃດເມື່ອເຈິຄົນທີ່ “ເຕັມໃຈຕອບຮັບຄວາມຈິງ” ຕອນທີ່ເຮົາໄປປະກາດ?
2. ວຽກສອນຄົນໃຫ້ເປັນລູກສິດກັບວຽກຂອງຊາວສວນຄືກັນແນວໃດ?
2 ເຮົາສາມາດສົມທຽບວຽກສອນຄົນໃຫ້ເປັນລູກສິດວ່າເປັນຄືກັບວຽກຂອງຊາວສວນ. ເມື່ອຊາວສວນເຫັນວ່າໝາກໄມ້ຢູ່ຕົ້ນໃດຕົ້ນໜຶ່ງສຸກແລ້ວ ລາວກໍຈະປິດມັນທັນທີ ແຕ່ລາວຍັງຈະພວນດິນແລະຫົດນ້ຳຕົ້ນທີ່ໝາກຍັງບໍ່ສຸກຕໍ່ໆໄປ. ຄ້າຍຄືກັນ ເມື່ອເຮົາເຈິບາງຄົນທີ່ສົນໃຈຢາກຮຽນຄຳພີໄບເບິນ ເຮົາກໍຢາກຊ່ວຍລາວໃຫ້ເຂົ້າມາເປັນລູກສິດຂອງພະເຢຊູໃຫ້ໄວທີ່ສຸດເທົ່າທີ່ຈະເປັນໄປໄດ້. ແຕ່ສຳລັບຄົນທີ່ຍັງບໍ່ພ້ອມ ເຮົາຈະພະຍາຍາມຊ່ວຍເຂົາເຈົ້າຕໍ່ໆໄປໃຫ້ເຫັນວ່າເປັນຫຍັງການຮຽນຄຳພີໄບເບິນຈຶ່ງເປັນປະໂຫຍດສຳລັບເຂົາເຈົ້າ. (ຢຮ. 4:35, 36) ເມື່ອເຮົາຮູ້ວ່າຜູ້ໃດພ້ອມຜູ້ໃດບໍ່ພ້ອມ ເຮົາກໍຮູ້ວິທີທີ່ຈະຊ່ວຍເຂົາເຈົ້າໃນແບບທີ່ດີທີ່ສຸດ. ໃນບົດນີ້ເຮົາຈະຮຽນວ່າ ເຮົາຄວນເຮັດຫຍັງແດ່ຕັ້ງແຕ່ເທື່ອທຳອິດທີ່ລົມກັນເພື່ອຊ່ວຍຄົນທີ່ສົນໃຈຢາກຮຽນຄຳພີໄບເບິນ ແລະເຮົາຍັງຈະຮຽນວ່າເຮົາຈະຊ່ວຍເຂົາເຈົ້າແນວໃດໃຫ້ກ້າວໜ້າຕໍ່ໆໄປ.
ເມື່ອເຈິຄົນທີ່ສົນໃຈຢາກຮຽນຄຳພີໄບເບິນ
3. ເຮົາຄວນເຮັດແນວໃດເມື່ອເຈິຄົນທີ່ສົນໃຈຢູ່ໃນເຂດປະກາດ? (1 ໂກຣິນໂທ 9:26)
3 ເມື່ອເຮົາເຈິຄົນທີ່ສົນໃຈຢູ່ໃນເຂດປະກາດ. ເຮົາຢາກຊ່ວຍເຂົາເຈົ້າໃຫ້ຮຽນຮູ້ເລື່ອງພະເຢໂຫວາທັນທີແລະໃກ້ຊິດກັບເພິ່ນໃຫ້ຫຼາຍຂຶ້ນ. ຖ້າເຮົາເຈິຄົນແບບນີ້ ເຮົາຄວນຊວນລາວຮຽນຄຳພີໄບເບິນແລະເຂົ້າຮ່ວມການປະຊຸມຕັ້ງແຕ່ເທື່ອທຳອິດທີ່ລົມກັນ.—ອ່ານ 1 ໂກຣິນໂທ 9:26
4. ຂໍໃຫ້ເລົ່າປະສົບການຂອງຄົນທີ່ພ້ອມທີ່ຈະຮຽນຄຳພີໄບເບິນທັນທີ?
4 ຊວນຮຽນຄຳພີໄບເບິນ. ບາງຄົນທີ່ເຮົາລົມນຳອາດພ້ອມທີ່ຈະຮຽນຄຳພີໄບເບິນທັນທີ. ຕົວຢ່າງເຊັ່ນ: ໃນມື້ໜຶ່ງເຊິ່ງເປັນວັນພະຫັດ ມີຜູ້ຍິງໜຸ່ມຄົນໜຶ່ງຢູ່ປະເທດການາດາໄດ້ຍ່າງເຂົ້າໄປຈັບເອົາປຶ້ມຊີວິດທີ່ມີຄວາມສຸກຕະຫຼອດໄປ! ຢູ່ລໍ້ວາງສະແດງປຶ້ມ. ພີ່ນ້ອງຍິງທີ່ຢືນຢູ່ຫັ້ນໄດ້ອະທິບາຍກ່ຽວກັບປຶ້ມຫົວນັ້ນແລະບອກລາວວ່າລາວສາມາດຮຽນຄຳພີໄບເບິນໄດ້ຟຣີ. ຜູ້ຍິງຄົນນັ້ນສົນໃຈແລະໄດ້ແລກເບີໂທລະສັບກັບພີ່ນ້ອງຍິງຄົນນັ້ນ. ຕໍ່ມາໃນມື້ນັ້ນ ລາວໄດ້ສົ່ງຂໍ້ຄວາມມາຫາພີ່ນ້ອງຍິງເພື່ອຖາມເລື່ອງຮຽນຄຳພີໄບເບິນ. ເມື່ອພີ່ນ້ອງບອກວ່າຈະຮຽນໃນວັນເສົາ ລາວກໍເວົ້າວ່າ: “ມື້ອື່ນຂ້ອຍວ່າງ ຮຽນມື້ອື່ນໄດ້ບໍ?” ເຂົາເຈົ້າໄດ້ເລີ່ມຮຽນຄຳພີໄບເບິນນຳກັນໃນວັນສຸກນັ້ນເລີຍ. ຜູ້ຍິງຄົນນັ້ນໄດ້ເຂົ້າຮ່ວມການປະຊຸມເທື່ອທຳອິດໃນວັນອາທິດນັ້ນແລະກ້າວໜ້າໄວຫຼາຍ.
5. ເຮົາຄວນເຮັດແນວໃດຖ້າເຫັນວ່າຜູ້ທີ່ເຮົາລົມນຳຍັງບໍ່ພ້ອມທີ່ຈະຮຽນຄຳພີໄບເບິນ? (ເບິ່ງຮູບນຳ)
5 ແນ່ນອນວ່າບໍ່ແມ່ນທຸກຄົນທີ່ຟັງເຮົາຈະຢາກຮຽນຄຳພີໄບເບິນທັນທີຄືກັບຜູ້ຍິງຄົນນັ້ນ. ບາງຄົນອາດຕ້ອງການເວລາຫຼາຍກວ່ານັ້ນ. ເຮົາຈຶ່ງຕ້ອງເລີ່ມລົມໃນສິ່ງທີ່ເຂົາເຈົ້າສົນໃຈກ່ອນ. ຖ້າເຮົາມີຄວາມຄິດໃນແງ່ບວກແລະສະແດງຄວາມສົນໃຈຕໍ່ເຂົາເຈົ້າຕໍ່ໆໄປ ບໍ່ດົນເຮົາອາດເລີ່ມສຶກສາກັບເຂົາເຈົ້າໄດ້. ເຮົາຈະເວົ້າແນວໃດຕອນທີ່ຊວນຄົນຮຽນຄຳພີໄບເບິນ? ໃຫ້ເຮົາມາເບິ່ງວ່າພີ່ນ້ອງບາງຄົນທີ່ເລີ່ມການສຶກສາຄຳພີໄບເບິນໄດ້ເກັ່ງເວົ້າແນວໃດ.
ເຮົາຈະເວົ້າຫຍັງກັບຄົນເຫຼົ່ານີ້ເພື່ອເຮັດໃຫ້ເຂົາເຈົ້າສົນໃຈຢາກຮຽນຄຳພີໄບເບິນ? (ເບິ່ງຂໍ້ 5)a
6. ເຮົາຈະເວົ້າຫຍັງແດ່ເພື່ອຊ່ວຍຜູ້ສົນໃຈໃຫ້ເຫັນວ່າການຮຽນຄຳພີໄບເບິນເປັນປະໂຫຍດສຳລັບລາວ?
6 ຜູ້ປະກາດແລະໄພໂອເນຍບາງຄົນບອກວ່າຕອນທີ່ອະທິບາຍວ່າຈະຮຽນຄຳພີໄບເບິນແນວໃດ ໃນບາງປະເທດດີທີ່ສຸດທີ່ຈະບໍ່ເວົ້າຄຳວ່າ “ການສຶກສາ” “ຫຼັກສູດການຮຽນຄຳພີໄບເບິນ” ຫຼື “ສອນເຈົ້າ.” ເຂົາເຈົ້າບອກວ່າດີກວ່າທີ່ຈະໃຊ້ຄຳວ່າ “ລົມກັນ” ແລະ “ຮຽນຮູ້ກ່ຽວກັບຄຳພີໄບເບິນ.” ເພື່ອຊ່ວຍຜູ້ນັ້ນໃຫ້ຢາກລົມກັບເຈົ້າອີກເທື່ອໜ້າ ເຈົ້າອາດຈະເວົ້າວ່າ: “ໜ້າແປກໃຈເນາະທີ່ຄຳພີໄບເບິນຕອບຄຳຖາມທີ່ສຳຄັນໃນຊີວິດໄດ້” ຫຼື “ຄຳພີໄບເບິນບໍ່ພຽງແຕ່ເປັນປຶ້ມກ່ຽວກັບສາສະໜາ ແຕ່ມີຄຳແນະນຳທີ່ເຮົາຈະເອົາໄປໃຊ້ໄດ້ນຳ.” ເຈົ້າອາດຈະເວົ້າເສີມອີກວ່າ: “ໃຊ້ເວລາແຕ່ 10 ຫາ 15 ນາທີເຈົ້າກໍສາມາດຮຽນຮູ້ສິ່ງທີ່ເປັນປະໂຫຍດເຊິ່ງຈະເອົາໄປໃຊ້ໃນຊີວິດໄດ້ແທ້ໆ.” ເຈົ້າບໍ່ຈຳເປັນຕ້ອງໃຊ້ຄຳວ່າ “ເປັນປະຈຳ” ຫຼື “ທຸກອາທິດ” ເຊິ່ງອາດເຮັດໃຫ້ລາວຮູ້ສຶກວ່າເປັນການຜູກມັດ.
7. ບາງຄົນຮູ້ວ່າສິ່ງທີ່ຮຽນເປັນຄວາມຈິງຕອນໃດ? (1 ໂກຣິນໂທ 14:23-25)
7 ຊວນມາປະຊຸມ. ໃນສະໄໝຂອງໂປໂລ ບາງຄົນຮູ້ເລີຍວ່າສິ່ງທີ່ເຂົາເຈົ້າຮຽນເປັນຄວາມຈິງເມື່ອເຂົ້າຮ່ວມການປະຊຸມເປັນເທື່ອທຳອິດ. (ອ່ານ 1 ໂກຣິນໂທ 14:23-25) ໃນທຸກມື້ນີ້ກໍຄືກັນ ຄົນໃໝ່ໆກ້າວໜ້າໄວເມື່ອເຂົາເຈົ້າເຂົ້າຮ່ວມການປະຊຸມ. ເຈົ້າຄວນຊວນຄົນທີ່ສົນໃຈມາປະຊຸມຕອນໃດ? ປຶ້ມຊີວິດທີ່ມີຄວາມສຸກຕະຫຼອດໄປ! ບົດທີ 10 ເວົ້າເຖິງເລື່ອງນີ້ ແຕ່ເຈົ້າບໍ່ຈຳເປັນຕ້ອງຖ້າໃຫ້ຮອດບົດນັ້ນແລ້ວຈຶ່ງຊວນມາປະຊຸມ. ເຈົ້າສາມາດຊວນຕັ້ງແຕ່ເທື່ອທຳອິດທີ່ລົມກັນໂດຍເວົ້າເຖິງຫົວຂໍ້ຄຳບັນລະຍາຍສາທາລະນະຫຼືບາງຈຸດຈາກຫໍສັງເກດການ ທີ່ຈະຮຽນໃນອາທິດນັ້ນ.
8. ຕອນທີ່ຊວນຄົນມາປະຊຸມ ເຮົາຈະບອກລາວເລື່ອງຫຍັງແດ່? (ເອຊາຢາ 54:13)
8 ຕອນທີ່ຊວນຜູ້ສົນໃຈມາປະຊຸມ ໃຫ້ອະທິບາຍວ່າການປະຊຸມຂອງເຮົາຕ່າງຈາກໂບດອື່ນໆແນວໃດ. ມີນັກສຶກສາຄົນໜຶ່ງມາການປະຊຸມເປັນເທື່ອທຳອິດ ລາວຖາມພີ່ນ້ອງຍິງທີ່ສຶກສາໃຫ້ລາວວ່າ: “ຜູ້ທີ່ນຳຫໍສັງເກດການ ຮູ້ຈັກຊື່ທຸກຄົນບໍ?” ພີ່ນ້ອງຕອບວ່າ ເຮົາພະຍາຍາມຮູ້ຈັກຊື່ຂອງທຸກຄົນໃນປະຊາຄົມຍ້ອນເຂົາເຈົ້າເປັນຄືກັບຄົນໃນຄອບຄົວຂອງເຮົາ. ນັກສຶກສາຜູ້ນີ້ເຫັນວ່າມັນຕ່າງກັນຫຼາຍແທ້ໆກັບໂບດທີ່ລາວໄປ. ຢູ່ຫັ້ນ ຄົນສ່ວນຫຼາຍບໍ່ຮູ້ຈັກຊື່ກັນ. ນອກຈາກນັ້ນ ເຮົາຍັງສາມາດອະທິບາຍໃຫ້ນັກສຶກສາຟັງວ່າຈຸດປະສົງທີ່ເຮົາຈັດການປະຊຸມແຕກຕ່າງຈາກສິ່ງທີ່ໂບດອື່ນໆເຮັດ. (ອ່ານເອຊາຢາ 54:13) ເຮົາໄປປະຊຸມເພື່ອນະມັດສະການພະເຢໂຫວາ ຮຽນຈາກເພິ່ນ ແລະໃຫ້ກຳລັງໃຈກັນ. (ຮຣ. 2:12; 10:24, 25) ດັ່ງນັ້ນ ການປະຊຸມຂອງເຮົາຈຶ່ງເປັນລະບຽບ ມີຄຳແນະນຳທີ່ໃຊ້ໄດ້ແທ້ ແລະເຮົາບໍ່ໄດ້ມີພິທີກຳຫຍັງ. (1ກຣ. 14:40) ຫໍປະຊຸມຂອງເຮົາກໍຖືກອອກແບບໃຫ້ຮຽບງ່າຍແລະເໝາະສຳລັບການຮຽນຮູ້. ເຮົາບໍ່ສະໜັບສະໜູນພັກການເມືອງໃດເລີຍຍ້ອນເຮົາຮັກສາຄວາມເປັນກາງທາງການເມືອງ ແລະເຮົາຈະບໍ່ເຂົ້າຮ່ວມການປະທ້ວງຫຼືສ້າງຄວາມຂັດແຍ່ງກັບໃຜ. ອາດຈະດີຖ້າເຮົາເປີດວິດີໂອພວກເຮົາເຮັດຫຍັງຢູ່ຫໍປະຊຸມລາຊະອານາຈັກ? ໃຫ້ນັກສຶກສາເບິ່ງກ່ອນ. ວິທີນີ້ຈະຊ່ວຍລາວໃຫ້ຮູ້ວ່າການປະຊຸມຂອງເຮົາເປັນແນວໃດ.
9-10. ຕອນທີ່ຊວນບາງຄົນມາປະຊຸມ ເຮົາຈະບອກລາວແນວໃດເພື່ອບໍ່ໃຫ້ລາວຮູ້ສຶກຢ້ານ? (ເບິ່ງຮູບນຳ)
9 ບາງຄົນບໍ່ກ້າເຂົ້າຮ່ວມການປະຊຸມຍ້ອນຢ້ານວ່າຈະຕ້ອງໄດ້ປ່ຽນສາສະໜາ. ໃຫ້ບອກລາວວ່າມີແຕ່ມາເບິ່ງມາຟັງວ່າການປະຊຸມເປັນແນວໃດ. ເຮົາຕ້ອນຮັບທຸກຄົນລວມທັງຄົນທີ່ມີລູກນ້ອຍ. ຢູ່ການປະຊຸມຂອງເຮົາລູກບໍ່ໄດ້ຖືກແຍກຈາກພໍ່ແມ່ ແຕ່ລູກກັບພໍ່ແມ່ຈະນັ່ງຟັງນຳກັນ. ເມື່ອເປັນແບບນີ້ ພໍ່ແມ່ກໍຈະຮູ້ວ່າລູກຢູ່ກັບເຂົາເຈົ້າແລະຖືກສອນແນວໃດ. (ພບຍ. 31:12) ພວກເຮົາບໍ່ມີການແຜ່ເງິນຍ້ອນເຮົາເຮັດຕາມຄຳສັ່ງຂອງພະເຢຊູທີ່ວ່າ: “ພວກເຈົ້າໄດ້ມາລ້າໆ ກໍເອົາໃຫ້ຄົນອື່ນລ້າໆ.” (ມທ. 10:8) ລາວອາດເປັນຫ່ວງທີ່ບໍ່ມີເຄື່ອງງາມໆໃສ່ມາການປະຊຸມ ເຈົ້າອາດບອກລາວນຳວ່າລາວບໍ່ຈຳເປັນຕ້ອງນຸ່ງເຄື່ອງແພງໆເພື່ອເຂົ້າຮ່ວມການປະຊຸມຍ້ອນພະເຢໂຫວາເບິ່ງທີ່ຫົວໃຈ ບໍ່ແມ່ນເບິ່ງສິ່ງທີ່ຢູ່ພາຍນອກ.—1ຊມ. 16:7
10 ຖ້າລາວມາປະຊຸມ ໃຫ້ເຈົ້າເຮັດໃຫ້ລາວຮູ້ສຶກວ່າໄດ້ຮັບການຕ້ອນຮັບ. ແນະນຳລາວໃຫ້ຮູ້ຈັກຜູ້ເບິ່ງແຍງແລະພີ່ນ້ອງຄົນອື່ນ. ຖ້າລາວຮູ້ສຶກວ່າຄົນຢູ່ຫັ້ນເປັນມິດແລະສົນໃຈລາວ ລາວອາດຢາກຈະມາປະຊຸມອີກ. ຕອນທີ່ປະຊຸມ ຖ້າລາວບໍ່ມີພະຄຳພີໃຫ້ລາວເບິ່ງນຳເຈົ້າແລະຊີ້ໃຫ້ລາວເບິ່ງຂໍ້ຄຳພີທີ່ກຳລັງອ່ານເພື່ອລາວຈະສາມາດຕິດຕາມສິ່ງທີ່ຜູ້ບັນລະຍາຍກຳລັງເວົ້າຫຼືສິ່ງທີ່ກຳລັງຮຽນ.
ແຮ່ງເຂົ້າຮ່ວມການປະຊຸມໄວເທົ່າໃດ ກໍແຮ່ງຈະຮູ້ຈັກແລະໃກ້ຊິດກັບພະເຢໂຫວາຫຼາຍຂຶ້ນ (ເບິ່ງຂໍ້ 9-10)
ເມື່ອເລີ່ມສອນຄຳພີໄບເບິນໃຫ້ບາງຄົນ
11. ເຮົາຈະສະແດງໃຫ້ເຫັນແນວໃດວ່າເຮົາຄິດເຖິງເວລາຂອງນັກສຶກສາ?
11 ເຮົາຄວນຈື່ຫຍັງໄວ້ເມື່ອສອນຄຳພີໄບເບິນໃຫ້ບາງຄົນ? ໃຫ້ຄິດເຖິງເວລາຂອງລາວ. ຕົວຢ່າງເຊັ່ນ: ຖ້າເຈົ້ານັດກັບລາວວ່າຈະຮຽນໂມງໃດ ໃຫ້ເຈົ້າໄປກົງເວລາເຖິງວ່າຄົນໃນເຂດຂອງເຈົ້າຈະບໍ່ມັກກົງເວລາກໍຕາມ. ນອກຈາກນັ້ນ ຢ່າໃຊ້ເວລາດົນໂພດໃນການຮຽນເທື່ອທຳອິດ. ພີ່ນ້ອງບາງຄົນທີ່ເຄີຍສຶກສາກັບຫຼາຍຄົນແນະນຳວ່າຄວນສຶກສາໃຫ້ແລ້ວໄວເຖິງວ່ານັກສຶກສາຢາກຟັງຕື່ມອີກ. ເຮົາບໍ່ຄວນເວົ້າຫຼາຍໂພດ ແຕ່ຄວນໃຫ້ເວລານັກສຶກສາເວົ້າສິ່ງທີ່ລາວຄິດແລະສິ່ງທີ່ລາວຮູ້ສຶກກ່ຽວກັບເລື່ອງທີ່ຮຽນ.—ສພສ. 10:19
12. ຕັ້ງແຕ່ເລີ່ມຮຽນເທື່ອທຳອິດ ເປົ້າໝາຍຂອງເຮົາແມ່ນຫຍັງ?
12 ຕັ້ງແຕ່ເລີ່ມຮຽນເທື່ອທຳອິດ ເປົ້າໝາຍຂອງເຈົ້າຄວນເປັນການຊ່ວຍນັກສຶກສາໃຫ້ຮູ້ຈັກພະເຢໂຫວາແລະພະເຢຊູແລະໃຫ້ຮັກພວກເພິ່ນ. ເຈົ້າເຮັດແບບນີ້ໄດ້ໂດຍຊ່ວຍນັກສຶກສາໃຫ້ສົນໃຈໃນສິ່ງທີ່ຄຳພີໄບເບິນສອນ ບໍ່ແມ່ນສົນໃຈໃນໂຕເຈົ້າແລະຄວາມຮູ້ທີ່ເຈົ້າມີໃນຄຳພີໄບເບິນ. (ກຈກ. 10:25, 26) ໃນການສອນຂອງໂປໂລ ລາວເນັ້ນເລື່ອງຂອງພະເຢຊູຜູ້ທີ່ພະເຢໂຫວາສົ່ງມາເພື່ອຊ່ວຍເຮົາໃຫ້ຮູ້ຈັກແລະຮັກພະເຢໂຫວາ. (1ກຣ. 2:1, 2) ໂປໂລຍັງເຮັດໃຫ້ເຫັນວ່າເປັນເລື່ອງສຳຄັນຫຼາຍທີ່ຈະຊ່ວຍຄົນໃໝ່ໆໃຫ້ປູກຝັງຄຸນລັກສະນະທີ່ດີຕ່າງໆ ເຊິ່ງຄຸນລັກສະນະເຫຼົ່ານີ້ຖືກສົມທຽບວ່າເປັນຄືກັບເງິນ ຄຳ ແລະຫີນທີ່ມີຄ່າ. (1ກຣ. 3:11-15) ຄຸນລັກສະນະທີ່ດີເຫຼົ່ານີ້ລວມເຖິງຄວາມເຊື່ອ ສະຕິປັນຍາ ຄວາມເຂົ້າໃຈ ແລະການຢ້ານຢຳພະເຢໂຫວາ. (ພສ. 19:9, 10; ສພສ. 3:13-15; 1ປຕ. 1:7) ໃຫ້ຮຽນແບບວິທີສອນຂອງໂປໂລໂດຍຊ່ວຍນັກສຶກສາໃຫ້ມີຄວາມເຊື່ອທີ່ເຂັ້ມແຂງແລະມີສາຍສຳພັນທີ່ໃກ້ຊິດກັບພະເຢໂຫວາ.—2ກຣ. 1:24
13. ເຮົາຈະສະແດງໃຫ້ເຫັນແນວໃດວ່າເປັນຄົນອົດທົນແລະມີເຫດຜົນເມື່ອຊ່ວຍນັກສຶກສາ? (2 ໂກຣິນໂທ 10:4, 5) (ເບິ່ງຮູບນຳ)
13 ໃຫ້ເຮົາຮຽນແບບວິທີສອນຂອງພະເຢຊູໂດຍເປັນຄົນອົດທົນແລະມີເຫດຜົນ. ຢ່າຖາມສິ່ງທີ່ເຮັດໃຫ້ນັກສຶກສາຮູ້ສຶກອຶດອັດ. ຖ້າມີບາງຢ່າງທີ່ມັນຍາກສຳລັບລາວທີ່ຈະເຂົ້າໃຈ ໃຫ້ຂ້າມຈຸດເຫຼົ່ານັ້ນໄປກ່ອນແລ້ວຈຶ່ງກັບມາລົມກັນນຳຫຼັງ. ຢ່າບັງຄັບນັກສຶກສາໃຫ້ເຊື່ອຕອນທີ່ລາວຍັງບໍ່ພ້ອມ ແຕ່ຄວນໃຫ້ເວລາລາວເພື່ອຄວາມຈິງຈະເຂົ້າໄປໃນຫົວໃຈຂອງລາວ. (ຢຮ. 16:12; ກລຊ. 2:6, 7) ຄຳພີໄບເບິນສົມທຽບຄຳສອນຜິດໆທີ່ເຮົາກຳລັງພະຍາຍາມຫັກລ້າງວ່າເປັນຄືກັບການທຳລາຍສິ່ງທີ່ຝັງຮາກເລິກ. (ອ່ານ 2 ໂກຣິນໂທ 10:4, 5) ມັນອາດບໍ່ງ່າຍທີ່ນັກສຶກສາຈະເຊົາເຊື່ອສິ່ງທີ່ລາວເຊື່ອມາດົນແລ້ວ. ສະນັ້ນ ທຳອິດເຮົາຕ້ອງຊ່ວຍນັກສຶກສາໃຫ້ສ້າງສາຍສຳພັນທີ່ແໜ້ນແຟ້ນກັບພະເຢໂຫວາ ແລ້ວມັນກໍຈະງ່າຍຂຶ້ນສຳລັບລາວທີ່ຈະປະຖິ້ມຄວາມເຊື່ອເກົ່າ.—ພສ. 91:9
ໃຫ້ເວລານັກສຶກສາເພື່ອຄວາມຈິງຈະເຂົ້າໄປໃນຫົວໃຈຂອງລາວ (ເບິ່ງຂໍ້ 13)
ເມື່ອມີຄົນໃໝ່ໆມາການປະຊຸມ
14. ເຮົາຄວນປະຕິບັດແນວໃດກັບຄົນໃໝ່ໆທີ່ມາການປະຊຸມ?
14 ພະເຢໂຫວາຢາກໃຫ້ເຮົາປະຕິບັດກັບທຸກຄົນແບບເທົ່າທຽມກັນ ບໍ່ວ່າເຂົາເຈົ້າຈະມາຈາກໃສ ມີວັດທະນະທຳແບບໃດ ຫຼືຖານະເປັນຈັ່ງໃດ. (ຢກບ. 2:1-4, 9) ສະນັ້ນ ເຮົາຈະສະແດງຄວາມຮັກແນວໃດຕໍ່ຄົນໃໝ່ໆທີ່ມາການປະຊຸມ?
15-16. ເຮົາຈະຊ່ວຍຄົນໃໝ່ໆແນວໃດໃຫ້ຮູ້ສຶກວ່າໄດ້ຮັບການຕ້ອນຮັບຢູ່ການປະຊຸມ?
15 ບາງຄົນອາດມາການປະຊຸມຍ້ອນຢາກຮູ້ວ່າການປະຊຸມຂອງເຮົາເປັນແນວໃດ ຫຼືຍ້ອນໝູ່ຫຼືຍາດຕິພີ່ນ້ອງທີ່ເປັນພະຍານພະເຢໂຫວາຫຼືຄົນທີ່ກຳລັງຮຽນຄຳພີໄບເບິນກັບພະຍານທີ່ຢູ່ບ່ອນອື່ນບອກໃຫ້ລາວມາ. ສະນັ້ນ ເມື່ອເຮົາເຫັນຄົນໃໝ່ຢູ່ການປະຊຸມ ໃຫ້ລົມກັບເຂົາເຈົ້າ. ໃຫ້ຕ້ອນຮັບເຂົາເຈົ້າໂດຍບໍ່ເຮັດໃຫ້ເຂົາເຈົ້າຮູ້ສຶກອຶດອັດ. ຊວນເຂົາເຈົ້າໃຫ້ນັ່ງນຳ. ໃຫ້ເຂົາເຈົ້າເບິ່ງຄຳພີໄບເບິນຫຼືປຶ້ມທີ່ໃຊ້ໃນການສຶກສານຳກັນກັບເຈົ້າ ຫຼືເອົາອີກສະບັບໜຶ່ງໃຫ້ເຂົາເຈົ້າ. ນອກຈາກນັ້ນ ໃຫ້ຄິດເຖິງຄວາມຮູ້ສຶກຂອງເຂົາເຈົ້ານຳ. ຜູ້ຊາຍຄົນໜຶ່ງທີ່ມາຫໍປະຊຸມບອກພີ່ນ້ອງຊາຍທີ່ຕ້ອນຮັບລາວວ່າ ລາວຮູ້ສຶກອາຍທີ່ແຕ່ງໂຕທຳມະດາ. ພີ່ນ້ອງຊາຍເຮັດໃຫ້ລາວຮູ້ສຶກສະບາຍໃຈໂດຍບອກລາວວ່າ ເຖິງວ່າພວກເຮົາແຕ່ງໂຕງາມໆມາປະຊຸມ ແຕ່ພວກເຮົາກໍເປັນຄົນທຳມະດາຄືກັບຄົນທົ່ວໄປ. ຕໍ່ມາ ຜູ້ຊາຍຄົນນັ້ນກໍກ້າວໜ້າຈົນຮັບບັບເຕມາ ແຕ່ລາວບໍ່ເຄີຍລືມຄຳເວົ້າຂອງພີ່ນ້ອງຊາຍຄົນນັ້ນ. ເມື່ອເຮົາສະແດງຄວາມສົນໃຈເປັນສ່ວນໂຕຕໍ່ຄົນໃໝ່ໆທີ່ມາການປະຊຸມ ເຮົາຕ້ອງລະວັງທີ່ຈະບໍ່ຖາມເລື່ອງສ່ວນໂຕຂອງເຂົາເຈົ້າຫຼາຍໂພດ.—1ປຕ. 4:15
16 ເຮົາຍັງເຮັດໃຫ້ຄົນໃໝ່ໆທີ່ມາການປະຊຸມຮູ້ສຶກໄດ້ຮັບການຕ້ອນຮັບໂດຍສະແດງຄວາມນັບຖືເມື່ອເຮົາເວົ້າກ່ຽວກັບຄົນທີ່ບໍ່ແມ່ນພະຍານພະເຢໂຫວາຫຼືກ່ຽວກັບຄວາມເຊື່ອຂອງເຂົາເຈົ້າ ເຊັ່ນ: ຕອນທີ່ເຮົາລົມກັນ ອອກຄຳຄິດເຫັນ ແລະເຮັດສ່ວນຕ່າງໆໃນການປະຊຸມ. ເຮົາບໍ່ຄວນໃຊ້ຄຳເວົ້າແລະເວົ້າສິ່ງທີ່ຈະເຮັດໃຫ້ຄົນໃໝ່ໆບໍ່ສະບາຍໃຈຫຼືເຮັດໃຫ້ເຂົາເຈົ້າບໍ່ຢາກມາປະຊຸມອີກ. (ຕຕ. 2:8; 3:2; 2ກຣ. 6:3) ຕົວຢ່າງເຊັ່ນ: ເຮົາຈະບໍ່ເວົ້າກ່ຽວກັບຄວາມເຊື່ອຂອງເຂົາເຈົ້າໃນແບບທີ່ບໍ່ໃຫ້ກຽດ. ພີ່ນ້ອງຊາຍທີ່ໃຫ້ຄຳບັນລະຍາຍສາທາລະນະຕ້ອງລະວັງເປັນພິເສດໃນເລື່ອງນີ້. ພີ່ນ້ອງຊາຍເຫຼົ່ານີ້ຍັງຕ້ອງສະແດງໃຫ້ເຫັນວ່າເຂົາເຈົ້າສຳນຶກຢູ່ສະເໝີວ່າໃນກຸ່ມຜູ້ຟັງມີຄົນທີ່ບໍ່ແມ່ນພະຍານພະເຢໂຫວາຢູ່ນຳ. ສະນັ້ນ ເຂົາເຈົ້າຄວນອະທິບາຍຄວາມໝາຍຂອງຄຳເວົ້າຫຼືແນວຄິດເພື່ອໃຫ້ຄົນເຫຼົ່ານັ້ນເຂົ້າໃຈ.
17. ອັນໃດຄວນເປັນເປົ້າໝາຍຂອງເຮົາເມື່ອຊອກຫາຄົນທີ່ “ເຕັມໃຈຕອບຮັບ” ຄວາມຈິງ?
17 ແຮ່ງເວລາຜ່ານໄປ ວຽກສອນຄົນໃຫ້ເປັນລູກສິດກໍແຮ່ງເປັນເລື່ອງຮີບດ່ວນສຳລັບເຮົາ. ໃຫ້ເຮົາພະຍາຍາມຕໍ່ໆໄປເພື່ອຊອກຫາຄົນທີ່ “ເຕັມໃຈຕອບຮັບຄວາມຈິງທີ່ເຮັດໃຫ້ໄດ້ຊີວິດຕະຫຼອດໄປ.” (ກຈກ. 13:48) ສະນັ້ນ ເຮົາບໍ່ຄວນລັງເລທີ່ຈະຊວນບາງຄົນໃຫ້ຮຽນຄຳພີໄບເບິນຫຼືຊວນເຂົາເຈົ້າໃຫ້ມາປະຊຸມ. ເມື່ອເຮັດແບບນັ້ນ ເຮົາກໍຊ່ວຍເຂົາເຈົ້າໃຫ້ເລີ່ມຍ່າງໃນທາງທີ່ “ພາໄປເຖິງຊີວິດ.”—ມທ. 7:14
ເພງທີ 64 ຮ່ວມເຮັດວຽກເກັບກ່ຽວດ້ວຍຄວາມຍິນດີ
a ຄຳອະທິບາຍຮູບ: ພີ່ນ້ອງຊາຍ 2 ຄົນຍ່າງເຂົ້າໄປຫາຜູ້ຊາຍຄົນໜຶ່ງທີ່ເປັນທະຫານບຳນານທີ່ນັ່ງພັກຜ່ອນຢູ່ໜ້າບ້ານ. ພີ່ນ້ອງຍິງ 2 ຄົນປະກາດສັ້ນໆກັບຜູ້ຍິງຄົນໜຶ່ງທີ່ຫຍຸ້ງຫຼາຍ.