ບົດຄວາມສຶກສາທີ 40
ເພງທີ 111 ສິ່ງທີ່ເຮັດໃຫ້ພວກເຮົາມີຄວາມຍິນດີ
ພະເຢໂຫວາຊ່ວຍເຮົາໃຫ້ມີຄວາມສຸກແທ້ໄດ້
“ລູກຈະ. . . . ມາຫາພະເຈົ້າຜູ້ເປັນຄວາມຍິນດີຂອງລູກ.”—ພສ. 43:4
ຈຸດສຳຄັນ
ເຮົາຈະຮຽນວ່າສິ່ງໃດທີ່ອາດເຮັດໃຫ້ເຮົາບໍ່ມີຄວາມສຸກ ແລະເຮົາສາມາດເຮັດຫຍັງໄດ້ແດ່ເພື່ອຈະມີຄວາມສຸກອີກ.
1-2. (ກ) ໃນທຸກມື້ນີ້ ຫຼາຍຄົນຮູ້ສຶກແນວໃດ? (ຂ) ເຮົາຈະຮຽນຫຍັງໃນບົດນີ້?
ຫຼາຍຄົນໃນທຸກມື້ນີ້ພະຍາຍາມທຸກວິທີເພື່ອຈະມີຄວາມສຸກ. ແຕ່ເຖິງຈະພະຍາຍາມແບບນັ້ນ ເຂົາເຈົ້າກໍຍັງບໍ່ມີຄວາມສຸກ. ຫຼາຍຄົນຮູ້ສຶກວ່າງເປົ່າແລະເສົ້າໃຈ. ຜູ້ຮັບໃຊ້ຂອງພະເຢໂຫວາບາງຄົນອາດຮູ້ສຶກແບບນັ້ນຄືກັນ. ຍ້ອນເຮົາມີຊີວິດຢູ່ໃນ “ສະໄໝສຸດທ້າຍ” ເຮົາຈຶ່ງຄາດໝາຍໄດ້ວ່າຈະເຈິບັນຫາຫຼາຍຢ່າງທີ່ “ຫຍຸ້ງຍາກລຳບາກ” ເຊິ່ງເຮັດໃຫ້ເຮົາກັງວົນຫຼາຍຫຼືທຸກໃຈ.—2ຕມ. 3:1
2 ໃນບົດນີ້ເຮົາຈະຮຽນວ່າສິ່ງໃດທີ່ອາດເຮັດໃຫ້ເຮົາບໍ່ມີຄວາມສຸກ ແລະເຮົາສາມາດເຮັດຫຍັງໄດ້ແດ່ເພື່ອຈະມີຄວາມສຸກອີກ. ແຕ່ທຳອິດເຮົາຈະມາເບິ່ງວ່າໃຜທີ່ສາມາດຊ່ວຍເຮົາໃຫ້ມີຄວາມສຸກແທ້ໄດ້.
ພະເຢໂຫວາຊ່ວຍເຮົາໃຫ້ມີຄວາມສຸກແທ້ໄດ້
3. ສິ່ງທີ່ພະເຢໂຫວາສ້າງສອນຫຍັງເຮົາກ່ຽວກັບເພິ່ນ? (ເບິ່ງຮູບນຳ)
3 ພະເຢໂຫວາມີຄວາມສຸກສະເໝີ ແລະເພິ່ນກໍຢາກໃຫ້ເຮົາມີຄວາມສຸກແລະຄວາມຍິນດີຄືກັນ. ສິ່ງຕ່າງໆທີ່ພະເຢໂຫວາສ້າງສະແດງໃຫ້ເຫັນວ່າເພິ່ນມີຄວາມສຸກ. ຕົວຢ່າງເຊັ່ນ: ເພິ່ນສ້າງໂລກທີ່ງາມໆ ເຮັດໃຫ້ເຮົາເຫັນຫຼາຍໆສີທີ່ຢູ່ອ້ອມໂຕເຮົາ ສ້າງສັດຕ່າງໆທີ່ມີນິດໄສຕະຫຼົກ ແລະໃຫ້ເຮົາມີອາຫານທີ່ແຊບໆຫຼາຍຢ່າງ. ສິ່ງເຫຼົ່ານີ້ສະແດງໃຫ້ເຫັນວ່າພະເຢໂຫວາຮັກເຮົາແທ້ໆແລະຢາກໃຫ້ເຮົາມີຄວາມສຸກກັບຊີວິດ!
Baby elephant: Image © Romi Gamit/Shutterstock; penguin chicks: Vladimir Seliverstov/500px via Getty Images;baby goats: Rita Kochmarjova/stock.adobe.com; two dolphins: georgeclerk/E+ via Getty Images
ສັດຕ່າງໆທີ່ມີນິດໄສຕະຫຼົກເຮັດໃຫ້ເຫັນວ່າພະເຢໂຫວາເປັນພະເຈົ້າຜູ້ມີຄວາມສຸກ (ເບິ່ງຂໍ້ 3)
4. (ກ) ເປັນຫຍັງພະເຢໂຫວາຍັງມີຄວາມສຸກຢູ່ເຖິງວ່າເຫັນຫຼາຍຄົນເຈິຄວາມທຸກ? (ຂ) ພະເຢໂຫວາໃຫ້ຂອງຂວັນຫຍັງກັບເຮົາ? (ເພງສັນລະເສີນ 16:11)
4 ພະເຢໂຫວາເຫັນວ່າຫຼາຍຄົນໃນທຸກມື້ນີ້ເຈິກັບຄວາມທຸກ ແລະເພິ່ນຮູ້ສຶກເສຍໃຈຫຼາຍທີ່ເຫັນແບບນີ້. ແຕ່ຄຳພີໄບເບິນພັດບອກວ່າ ເພິ່ນເປັນ “ພະເຈົ້າຜູ້ມີຄວາມສຸກ.” (1ຕມ. 1:11) ເປັນຫຍັງພະເຢໂຫວາຍັງມີຄວາມສຸກຢູ່? ເຫດຜົນໜຶ່ງແມ່ນຍ້ອນເພິ່ນຮູ້ວ່າຄວາມທຸກທີ່ມະນຸດເຈິຈະຢູ່ແຕ່ຊົ່ວຄາວ ແລະເພິ່ນໄດ້ກຳນົດມື້ໜຶ່ງໄວ້ແລ້ວທີ່ຈະກຳຈັດຄວາມທຸກທັງໝົດໃຫ້ໝົດໄປ. ແຕ່ກ່ອນຈະຮອດມື້ນັ້ນ ພະເຢໂຫວາເຂົ້າໃຈດີວ່າເຮົາແຕ່ລະຄົນເຈິບັນຫາຫຍັງແດ່ ແລະເພິ່ນກໍຢາກຊ່ວຍເຮົາ. ເພິ່ນຊ່ວຍເຮົາແນວໃດ? ເພິ່ນຊ່ວຍເຮົາໂດຍໃຫ້ຂອງຂວັນຢ່າງໜຶ່ງກັບເຮົາ ນັ້ນກໍຄືຄວາມສຸກ. (ອ່ານເພງສັນລະເສີນ 16:11) ພະເຢໂຫວາໃຫ້ຂອງຂວັນນີ້ກັບພະເຢຊູລູກຊາຍຂອງເພິ່ນຄືກັນ. ໃຫ້ເຮົາມາເບິ່ງວ່າເປັນຫຍັງພະເຢຊູຈຶ່ງມີຄວາມສຸກ.
5-6. ເປັນຫຍັງພະເຢຊູຈຶ່ງມີຄວາມສຸກ?
5 ໃນສິ່ງຕ່າງໆທີ່ພະເຢໂຫວາສ້າງ ພະເຢຊູເປັນຜູ້ທີ່ມີຄວາມສຸກຫຼາຍທີ່ສຸດ. ຍ້ອນຫຍັງ? ໃຫ້ເຮົາມາເບິ່ງບາງເຫດຜົນນຳກັນ. ເຫດຜົນທຳອິດ “ເພິ່ນຖອດແບບພະເຈົ້າ [ທີ່ພວກເຮົາເບິ່ງບໍ່ເຫັນ].” ພະເຢຊູເປັນຄືກັບພະເຢໂຫວາພໍ່ຂອງເພິ່ນ ເພິ່ນຈຶ່ງມີຄວາມສຸກ. (ກລຊ. 1:15; 1ຕມ. 6:15) ອີກເຫດຜົນໜຶ່ງແມ່ນພະເຢຊູຢູ່ກັບພະເຢໂຫວາພະເຈົ້າຜູ້ມີຄວາມສຸກດົນກວ່າທຸກຄົນ.
6 ນອກຈາກນັ້ນ ພະເຢຊູມີຄວາມສຸກສະເໝີທີ່ໄດ້ເຮັດສິ່ງທີ່ພະເຢໂຫວາຢາກໃຫ້ເພິ່ນເຮັດ. (ສພສ. 8:30, 31; ຢຮ. 8:29) ຍ້ອນພະເຢຊູຮັກສາຄວາມສັດຊື່ຕໍ່ພະເຢໂຫວາ ພະເຢໂຫວາຈຶ່ງຮັກແລະພໍໃຈໃນໂຕເພິ່ນຫຼາຍ ແລະນີ້ກໍແມ່ນອີກເຫດຜົນໜຶ່ງທີ່ເຮັດໃຫ້ພະເຢຊູມີຄວາມສຸກ.—ມທ. 3:17
7. ເຮົາຈະມີຄວາມສຸກແທ້ໄດ້ແນວໃດ?
7 ເຮົາກໍມີຄວາມສຸກແທ້ໄດ້ຄືກັນຖ້າເຮົາໃກ້ຊິດກັບພະເຢໂຫວາຕໍ່ໆໄປ. ແຮ່ງເຮົາໃຊ້ເວລາຮຽນຮູ້ກ່ຽວກັບພະເຢໂຫວາແລະຮຽນແບບເພິ່ນຫຼາຍເທົ່າໃດ ເຮົາກໍແຮ່ງຈະມີຄວາມສຸກຫຼາຍຂຶ້ນເທົ່ານັ້ນ. ນອກຈາກນັ້ນ ເຮົາຈະມີຄວາມສຸກເມື່ອເຮົາເຮັດຕາມຄວາມຕ້ອງການຂອງພະເຢໂຫວາແລະຮູ້ວ່າເພິ່ນພໍໃຈເຮົາ.a (ພສ. 33:12) ແຕ່ຖ້າບາງເທື່ອເຮົາຮູ້ສຶກວ່າບໍ່ມີຄວາມສຸກຫຼືຄວາມສຸກຂອງເຮົາໝົດໄປໝາຍຄວາມວ່າພະເຢໂຫວາບໍ່ພໍໃຈເຮົາບໍ? ບໍ່ແມ່ນແບບນັ້ນ! ພະເຢໂຫວາຮູ້ວ່າເຮົາເປັນຄົນບໍ່ສົມບູນແບບ ແລະບາງເທື່ອເຮົາອາດຮູ້ສຶກເຈັບປວດ ເສຍໃຈ ແລະຊຶມເສົ້າ. ພະເຢໂຫວາເຂົ້າໃຈເລື່ອງນີ້ດີ. (ພສ. 103:14) ຕອນນີ້ເຮົາຈະເບິ່ງວ່າສິ່ງໃດທີ່ອາດເຮັດໃຫ້ເຮົາບໍ່ມີຄວາມສຸກ ແລະເຮົາສາມາດເຮັດຫຍັງໄດ້ແດ່ເພື່ອຈະມີຄວາມສຸກອີກ.
ສິ່ງທີ່ເຮັດໃຫ້ເຮົາບໍ່ມີຄວາມສຸກ
8. ບັນຫາຕ່າງໆໃນຊີວິດສົ່ງຜົນຕໍ່ເຮົາແນວໃດ?
8 ບັນຫາໃນຊີວິດ. ເຈົ້າກຳລັງເຈິການຂົ່ມເຫງ ໄພທຳມະຊາດ ຄວາມທຸກຍາກ ຄວາມເຈັບປ່ວຍ ຫຼືຄວາມເຖົ້າແກ່ບໍ? ຄວາມສຸກຂອງເຮົາອາດໝົດໄປເມື່ອເຮົາເຈິກັບບັນຫາເຫຼົ່ານີ້ໂດຍສະເພາະເມື່ອສິ່ງທີ່ເຮົາເຈິເປັນສິ່ງທີ່ເກືອບຄວບຄຸມບໍ່ໄດ້ຫຼືຄວບຄຸມບໍ່ໄດ້ເລີຍ. ຄຳພີໄບເບິນບອກວ່າ: “ໃຈທີ່ເຈັບປວດເຮັດໃຫ້ຊຶມເສົ້າ.” (ສພສ. 15:13) ຜູ້ເບິ່ງແຍງທີ່ຊື່ບາບິດສ໌ກໍເຄີຍເຈິເລື່ອງແບບນີ້. ພາຍໃນ 4 ປີ ອ້າຍແລະພໍ່ແມ່ຂອງລາວໄດ້ຕາຍ. ລາວເວົ້າວ່າ: “ຂ້ອຍຮູ້ສຶກເຫງົາແລະຮູ້ສຶກວ່າບໍ່ມີໃຜຊ່ວຍຂ້ອຍໄດ້ເລີຍ. ບາງເທື່ອຂ້ອຍກໍຮູ້ສຶກຜິດແລະເສຍໃຈຫຼາຍຍ້ອນຫຍຸ້ງໂພດຈົນບໍ່ໄດ້ໃຊ້ເວລາກັບພໍ່ແມ່ແລະອ້າຍກ່ອນເຂົາເຈົ້າຕາຍ.” ເຫັນໄດ້ແຈ້ງວ່າບັນຫາຕ່າງໆໃນຊີວິດອາດເຮັດໃຫ້ເຮົາໝົດແຮງແລະໝົດກຳລັງໃຈ.
9. ສິ່ງໃດຈະຊ່ວຍເຮົາໃຫ້ມີຄວາມສຸກອີກ? (ເຢເຣມີຢາ 29:4-7, 10)
9 ສິ່ງໃດຈະຊ່ວຍເຮົາໃຫ້ມີຄວາມສຸກອີກ? ເຮົາສາມາດມີຄວາມສຸກໄດ້ອີກຖ້າເຮົາເບິ່ງຕາມຄວາມເປັນຈິງແລະເຫັນຄ່າສິ່ງທີ່ເຮົາມີ. ໂລກນີ້ພະຍາຍາມເຮັດໃຫ້ເຮົາຄິດວ່າຊີວິດຕ້ອງພຽບພ້ອມທຸກຢ່າງຈຶ່ງຈະມີຄວາມສຸກ ແຕ່ມັນບໍ່ແມ່ນຄວາມຈິງ. ຕົວຢ່າງເຊັ່ນ: ຕອນທີ່ຄົນຢິວຖືກຈັບໄປເປັນຊະເລີຍຢູ່ບາບີໂລນ ພະເຢໂຫວາບອກເຂົາເຈົ້າໃຫ້ຍອມຮັບຊີວິດໃໝ່ໃນຖານະຊະເລີຍທີ່ຢູ່ຕ່າງແດນແລະພະຍາຍາມເຮັດທຸກສິ່ງທີ່ເຮັດໄດ້ເພື່ອຈະມີຄວາມສຸກໃນສະພາບການທີ່ຍາກລຳບາກແບບນັ້ນ. (ອ່ານເຢເຣມີຢາ 29:4-7, 10) ເຮົາໄດ້ບົດຮຽນຫຍັງຈາກເລື່ອງນີ້? ໃຫ້ຍອມຮັບສິ່ງທີ່ເຈົ້າເຈິແລະເຫັນຄ່າສິ່ງດີໆທີ່ເຈົ້າມີໃນຊີວິດ. ຂໍໃຫ້ຈື່ໄວ້ວ່າພະເຢໂຫວາຈະບໍ່ປະເຈົ້າໃຫ້ຢູ່ຄົນດຽວ. ເພິ່ນຈະຊ່ວຍເຈົ້າ. (ພສ. 63:7; 146:5) ພີ່ນ້ອງຍິງຄົນໜຶ່ງຊື່ເອັບຟີ້ໄດ້ເກີດອຸບັດຕິເຫດແລ້ວເປັນອຳມະພາດ. ລາວເວົ້າວ່າ: “ຂ້ອຍໄດ້ຮັບການເບິ່ງແຍງແລະການຊ່ວຍເຫຼືອຫຼາຍຢ່າງຈາກພະເຢໂຫວາ ຄອບຄົວ ແລະພີ່ນ້ອງໃນປະຊາຄົມ. ຂ້ອຍຢາກເຮັດໃຫ້ເຂົາເຈົ້າເຫັນວ່າຂ້ອຍເຫັນຄ່າສິ່ງທີ່ເຂົາເຈົ້າເຮັດເພື່ອຂ້ອຍ ຂ້ອຍຈຶ່ງພະຍາຍາມເຕັມທີທີ່ຈະມີຄວາມສຸກຢູ່ສະເໝີ.”
10. ເປັນຫຍັງເຮົາຍັງມີຄວາມສຸກເຖິງວ່າຈະເຈິບັນຫາ?
10 ເຖິງວ່າຊີວິດເຮົາຈະມີບັນຫາຫຼືມີເລື່ອງທີ່ບໍ່ດີເກີດຂຶ້ນກັບເຮົາຫຼືຄອບຄົວຂອງເຮົາ ເຮົາກໍຍັງມີຄວາມສຸກໄດ້.b (ພສ. 126:5) ຍ້ອນຫຍັງ? ຍ້ອນຄວາມສຸກບໍ່ໄດ້ຂຶ້ນກັບສະພາບການຂອງເຮົາ. ໄພໂອເນຍຄົນໜຶ່ງທີ່ຊື່ມາເຣຍເວົ້າວ່າ: “ຕອນທີ່ເຈິບັນຫາແລ້ວເຈົ້າຍັງມີຄວາມສຸກຢູ່ບໍ່ໄດ້ໝາຍຄວາມວ່າເຈົ້າພະຍາຍາມເກັບຄວາມຮູ້ສຶກທີ່ບໍ່ດີເອົາໄວ້ ແຕ່ມັນໝາຍຄວາມວ່າເຈົ້າຄິດເຖິງຄຳສັນຍາຂອງພະເຢໂຫວາຕະຫຼອດວ່າເພິ່ນຈະຊ່ວຍເຈົ້າໃຫ້ມີຄວາມສຸກຢູ່ສະເໝີບໍ່ວ່າເຈົ້າຈະເຈິກັບບັນຫາຫຍັງກໍຕາມ.” ຂໍໃຫ້ຈື່ໄວ້ວ່າເຖິງວ່າບັນຫາທີ່ເຈົ້າເຈິໃນຕອນນີ້ຈະໜັກສ່ຳໃດ ແຕ່ມັນຈະຢູ່ພຽງຊົ່ວຄາວ. ອີກບໍ່ດົນພະເຢໂຫວາຈະກຳຈັດບັນຫາທຸກຢ່າງທີ່ເຮັດໃຫ້ເຮົາໂສກເສົ້າແລະທຸກໃຈໃຫ້ໝົດໄປ.
11. ຕົວຢ່າງຂອງໂປໂລໃຫ້ກຳລັງໃຈເຈົ້າແນວໃດ?
11 ບາງເທື່ອເຮົາອາດຮູ້ສຶກວ່າເຮົາເຈິບັນຫາເປັນຍ້ອນພະເຢໂຫວາບໍ່ພໍໃຈເຮົາ. ຖ້າເຮົາຮູ້ສຶກແບບນັ້ນ ເຮົາຄວນເຮັດແນວໃດ? ໃຫ້ຄິດເຖິງຕົວຢ່າງຂອງຜູ້ຮັບໃຊ້ທີ່ສັດຊື່ໃນອະດີດທີ່ເຄີຍເຈິກັບບັນຫາຫຼາຍຢ່າງ. ໃຫ້ເຮົາມາເບິ່ງຕົວຢ່າງຂອງໂປໂລນຳກັນ. ພະເຢຊູເລືອກລາວໃຫ້ປະກາດຂ່າວດີກັບ “ຄົນຕ່າງຊາດກັບພວກກະສັດ ແລະຄົນອິດສະຣາເອນ.” (ກຈກ. 9:15) ເປັນສິດທິພິເສດຫຼາຍແທ້ໆ! ແຕ່ໂປໂລກໍເຈິບັນຫາຫຼາຍຢ່າງ. (2ກຣ. 11:23-27) ໂປໂລເຈິບັນຫາແບບນີ້ເປັນຍ້ອນພະເຢໂຫວາບໍ່ພໍໃຈລາວແລ້ວບໍ? ບໍ່ແມ່ນແບບນັ້ນ! ທີ່ຈິງ ການທີ່ໂປໂລອົດທົນກັບບັນຫາໄດ້ເປັນຍ້ອນພະເຢໂຫວາຊ່ວຍລາວ. (ຣມ. 5:3-5) ຕອນນີ້ໃຫ້ຄິດເຖິງສະຖານະການຂອງເຈົ້າເອງ. ຖ້າເຈົ້າກຳລັງອົດທົນຢ່າງສັດຊື່ເຖິງວ່າເຈິບັນຫາຫຼາຍຢ່າງ ເຈົ້າກໍໝັ້ນໃຈໄດ້ວ່າພະເຢໂຫວາພໍໃຈໃນໂຕເຈົ້າ.
12. ເຮົາອາດຮູ້ສຶກແນວໃດເມື່ອສິ່ງຕ່າງໆບໍ່ເປັນໄປຕາມທີ່ຄາດຫວັງໄວ້?
12 ສິ່ງຕ່າງໆບໍ່ເປັນໄປຕາມທີ່ຄາດຫວັງໄວ້. (ສພສ. 13:12) ຄວາມຮັກແລະຄວາມຮູ້ຄຸນຄ່າທີ່ເຮົາມີຕໍ່ພະເຢໂຫວາກະຕຸ້ນເຮົາໃຫ້ຕັ້ງເປົ້າໝາຍໃນການຮັບໃຊ້ເພິ່ນ. ແຕ່ຖ້າເຮົາບໍ່ໄດ້ຕັ້ງເປົ້າໝາຍຕາມຄວາມເປັນຈິງແລະບໍ່ເໝາະກັບສະພາບການຂອງເຮົາ ເຮົາອາດຜິດຫວັງແລະທໍ້ໃຈໄດ້. (ສພສ. 17:22) ໄພໂອເນຍຄົນໜຶ່ງຊື່ຮໍລີ້ເວົ້າວ່າ: “ຂ້ອຍຢາກເຂົ້າໂຮງຮຽນຜູ້ປະກາດການປົກຄອງຂອງພະເຈົ້າ ຢາກໄປຮັບໃຊ້ຢູ່ຕ່າງປະເທດ ຫຼືໄປຊ່ວຍວຽກໂຄງການກໍ່ສ້າງຢູ່ຣາມາໂພ ແຕ່ສະພາບການໃນຊີວິດຂອງຂ້ອຍປ່ຽນໄປແລະຂ້ອຍກໍບໍ່ສາມາດເຮັດຕາມເປົ້າໝາຍທີ່ຕັ້ງໄວ້ໄດ້. ຍ້ອນແນວນີ້ຂ້ອຍຈຶ່ງຮູ້ສຶກຜິດຫວັງຫຼາຍ. ມັນເປັນຕາເສຍໃຈແທ້ໆເມື່ອຢາກເຮັດຫຼາຍຢ່າງເພື່ອພະເຢໂຫວາ ແຕ່ກໍເຮັດບໍ່ໄດ້.” ຫຼາຍຄົນກໍຮູ້ສຶກແບບນີ້ຄືກັນ.
13. ມີຫຍັງແດ່ທີ່ເຮົາເຮັດໄດ້ເຖິງວ່າສະພາບການຂອງເຮົາຈະເຮັດໃຫ້ເຮົາມີຂີດຈຳກັດ?
13 ສິ່ງໃດຈະຊ່ວຍເຮົາໃຫ້ມີຄວາມສຸກອີກ? ຂໍໃຫ້ຈື່ໄວ້ວ່າພະເຢໂຫວາບໍ່ແມ່ນພະເຈົ້າທີ່ມັກຮຽກຮ້ອງ. ເພິ່ນບໍ່ໄດ້ຄາດໝາຍໃຫ້ເຮົາເຮັດໃນສິ່ງທີ່ເຮົາເຮັດບໍ່ໄດ້ ແລະເພິ່ນບໍ່ໄດ້ເບິ່ງວ່າເຮົາມີຄ່າກໍຕໍ່ເມື່ອເຮົາເຮັດວຽກຮັບໃຊ້ໃຫ້ເພິ່ນໄດ້ສຳເລັດ. ພະເຢໂຫວາຢາກໃຫ້ເຮົາຈຽມໂຕແລະສັດຊື່ຕໍ່ເພິ່ນ. (ມກ. 6:8; 1ກຣ. 4:2) ພະເຢໂຫວາສົນໃຈວ່າເຮົາເປັນຄົນແນວໃດແທ້ໆຫຼາຍກວ່າສົນໃຈສິ່ງທີ່ເຮົາເຮັດໄດ້. ຖ້າພະເຢໂຫວາບໍ່ໄດ້ຄາດໝາຍຈາກເຮົາຫຼາຍກວ່າທີ່ເຮົາເຮັດໄດ້ ເຮົາກໍບໍ່ຄວນຄາດໝາຍຈາກໂຕເອງແບບນັ້ນ.c ສະນັ້ນ ຖ້າສະພາບການໃນຊີວິດຂອງເຈົ້າເຮັດໃຫ້ເຈົ້າບໍ່ສາມາດຮັບໃຊ້ພະເຢໂຫວາໄດ້ຫຼາຍຄືກັບທີ່ເຈົ້າຢາກເຮັດ ໃຫ້ຄິດເຖິງສິ່ງທີ່ເຈົ້າເຮັດໄດ້ໃນຕອນນີ້. ຕົວຢ່າງເຊັ່ນ: ເຈົ້າຈະຊ່ວຍຝຶກໄວລຸ້ນຫຼືເອົາໃຈໃສ່ພີ່ນ້ອງສູງອາຍຸໄດ້ບໍ? ເຈົ້າຈະຕັ້ງເປົ້າໝາຍເພື່ອໃຫ້ກຳລັງໃຈພີ່ນ້ອງໄດ້ບໍ ເຊັ່ນ: ໄປຫາເຂົາເຈົ້າຢູ່ເຮືອນ ໂທຫາ ຫຼືສົ່ງຂໍ້ຄວາມຫາເຂົາເຈົ້າ? ຖ້າເຈົ້າຕັ້ງເປົ້າໝາຍດີໆແບບນີ້ແລະເປັນສິ່ງທີ່ເຈົ້າເຮັດໄດ້ແທ້ ພະເຢໂຫວາຈະອວຍພອນເຈົ້າໃຫ້ມີຄວາມສຸກແນ່ນອນ! ຂໍໃຫ້ຈື່ໄວ້ວ່າອີກບໍ່ດົນເມື່ອເຈົ້າຢູ່ໃນໂລກໃໝ່ ເຈົ້າຈະມີໂອກາດໄດ້ເຮັດຫຼາຍຢ່າງເພື່ອພະເຢໂຫວາແບບບໍ່ສິ້ນສຸດ. ພີ່ນ້ອງຮໍລີ້ທີ່ເວົ້າເຖິງກ່ອນໜ້ານີ້ເວົ້າວ່າ: “ຕອນໃດກໍຕາມທີ່ຂ້ອຍຮູ້ສຶກທໍ້ໃຈ ຂ້ອຍຈະຢຸດແລະຄິດວ່າໃນໂລກໃໝ່ຂ້ອຍຈະມີຊີວິດຕະຫຼອດໄປ ແລະພະເຢໂຫວາຈະຊ່ວຍຂ້ອຍໃຫ້ເຮັດບາງຢ່າງທີ່ຂ້ອຍຢາກເຮັດເພື່ອເພິ່ນ.”
14. ມີຫຍັງອີກທີ່ເຮັດໃຫ້ເຮົາບໍ່ມີຄວາມສຸກ?
14 ການສົນໃຈແຕ່ຊອກຫາຄວາມສຸກໃສ່ໂຕເອງ. ຫຼາຍຄົນໃຊ້ສື່ສັງຄົມອອນລາຍເພື່ອເຮັດໃຫ້ຄົນອື່ນເຫັນວ່າການຊອກຫາຄວາມສຸກໃສ່ໂຕເອງຈະເຮັດໃຫ້ມີຄວາມສຸກແທ້ແລະພໍໃຈກັບຊີວິດ. ບາງຄົນຈຶ່ງໃຫ້ສິ່ງທີ່ເຂົາເຈົ້າເຮັດໃນເວລາວ່າງ ການຊື້ເຄື່ອງ ແລະການໄປທ່ຽວເປັນສິ່ງສຳຄັນທີ່ສຸດໃນຊີວິດ. ທີ່ຈິງ ມັນບໍ່ຜິດທີ່ເຮົາຈະເຮັດສິ່ງເຫຼົ່ານີ້ຍ້ອນພະເຢໂຫວາສ້າງເຮົາໃຫ້ມັກສິ່ງງາມໆທີ່ເພິ່ນສ້າງ. ແຕ່ເຖິງຈະເປັນແນວນັ້ນ ຫຼາຍຄົນເຫັນວ່າສິ່ງທີ່ເຂົາເຈົ້າຄິດວ່າຈະເຮັດໃຫ້ມີຄວາມສຸກພັດບໍ່ໄດ້ເຮັດໃຫ້ເຂົາເຈົ້າມີຄວາມສຸກເລີຍ. ໄພໂອເນຍຄົນໜຶ່ງຊື່ອີວາເວົ້າວ່າ: “ຖ້າເຈົ້າສົນໃຈແຕ່ຊອກຫາຄວາມສຸກໃສ່ໂຕເອງ ເຈົ້າຈະບໍ່ມີວັນຮູ້ສຶກພໍ.” ການສົນໃຈແຕ່ຊອກຫາຄວາມສຸກໃສ່ໂຕເອງມີແຕ່ຈະເຮັດໃຫ້ເຮົາຮູ້ສຶກວ່າງເປົ່າແລະບໍ່ພໍໃຈກັບຊີວິດ.
15. ເຮົາໄດ້ບົດຮຽນຫຍັງຈາກກະສັດໂຊໂລໂມນ?
15 ກະສັດໂຊໂລໂມນເຄີຍລອງເຮັດຫຼາຍຢ່າງເພື່ອຈະຮູ້ວ່າອັນໃດທີ່ເຮັດໃຫ້ລາວມີຄວາມສຸກ. ຕົວຢ່າງເຊັ່ນ: ລາວກິນອາຫານທີ່ດີໆ ຟັງເພງທີ່ມ່ວນໆ ແລະຊື້ແນວແພງໆທີ່ຢາກໄດ້. ແຕ່ທັງໝົດນີ້ບໍ່ໄດ້ເຮັດໃຫ້ລາວພໍໃຈຫຼືມີຄວາມສຸກ. ລາວເວົ້າວ່າ: “ຕາເບິ່ງເຫັນຫຼາຍສ່ຳໃດ ແຕ່ກໍບໍ່ພໍ. ຫູໄດ້ຍິນຫຼາຍສ່ຳໃດ ແຕ່ກໍບໍ່ພໍຄືກັນ.” (ປຍຈ. 1:8; 2:1-11) ສິ່ງທີ່ຄົນທົ່ວໄປໃນໂລກເຊື່ອວ່າເປັນຄວາມສຸກມັນເປັນຄືກັບເງິນປອມທີ່ທາງນອກເບິ່ງຄືມີຄ່າແຕ່ຊື້ຫຍັງບໍ່ໄດ້. ສິ່ງທີ່ເຂົາເຈົ້າຄິດວ່າເປັນຄວາມສຸກພັດບໍ່ໄດ້ໃຫ້ຄວາມສຸກຄືກັບທີ່ເຂົາເຈົ້າຄິດ. ມັນເປັນພຽງຄວາມສຸກປອມໆ.
16. ການຊ່ວຍຄົນອື່ນຈະເຮັດໃຫ້ເຮົາມີຄວາມສຸກອີກໄດ້ແນວໃດ? (ເບິ່ງຮູບນຳ)
16 ສິ່ງໃດຈະຊ່ວຍເຮົາໃຫ້ມີຄວາມສຸກອີກ? ພະເຢຊູສອນເຮົາວ່າ: “ການໃຫ້ເຮັດໃຫ້ມີຄວາມສຸກຫຼາຍກວ່າການຮັບ.” (ກຈກ. 20:35) ຜູ້ເບິ່ງແຍງທີ່ຊື່ອະເລກອດສ໌ເວົ້າວ່າ: “ຂ້ອຍພະຍາຍາມເຮັດບາງສິ່ງທີ່ງ່າຍໆເພື່ອຄົນອື່ນ. ເມື່ອຂ້ອຍສົນໃຈຄົນອື່ນຫຼາຍຂຶ້ນ ຂ້ອຍກໍຈະຄິດເຖິງໂຕເອງໜ້ອຍລົງ. ການເຮັດແບບນີ້ເຮັດໃຫ້ຂ້ອຍມີຄວາມສຸກ.” ເຈົ້າຈະເຮັດຫຍັງເພື່ອຄົນອື່ນໄດ້ແດ່? ຖ້າເຈົ້າເຫັນບາງຄົນກຳລັງເສົ້າ ໃຫ້ເຂົ້າໄປລົມກັບລາວແລະໃຫ້ກຳລັງໃຈລາວ. ເຖິງວ່າຕອນນັ້ນເຈົ້າຍັງຊ່ວຍລາວແກ້ໄຂບັນຫາບໍ່ໄດ້ ແຕ່ເຈົ້າກໍຊ່ວຍລາວໃຫ້ສະບາຍໃຈຂຶ້ນໄດ້ໂດຍຕັ້ງໃຈຟັງລາວດ້ວຍຄວາມເຫັນອົກເຫັນໃຈແລະຊ່ວຍລາວໃຫ້ຄິດເຖິງການມອບພາລະໄວ້ກັບພະເຢໂຫວາ. (ພສ. 55:22; 68:19) ເຈົ້າຍັງສາມາດຊ່ວຍລາວໃຫ້ໝັ້ນໃຈວ່າພະເຢໂຫວາຈະບໍ່ມີວັນປະຖິ້ມລາວ. (ພສ. 37:28; ອຊຢ. 59:1) ນອກຈາກນັ້ນ ເຈົ້າອາດເຮັດບາງຢ່າງເພື່ອຊ່ວຍລາວ ເຊັ່ນ: ໄປຫຼິ້ນນຳລາວຢູ່ເຮືອນ ເຮັດຂອງກິນໄປໃຫ້ ຫຼືຊວນລາວໄປປະກາດນຳກັນເຊິ່ງການເຮັດແບບນີ້ຈະຊ່ວຍລາວໃຫ້ຮູ້ສຶກດີຂຶ້ນ. ໃຫ້ເຈົ້າຍອມໃຫ້ພະເຢໂຫວາໃຊ້ເຈົ້າເປັນເຄື່ອງມືເພື່ອໃຫ້ກຳລັງໃຈຄົນອື່ນ. ເມື່ອເຮົາໃຊ້ເວລາເພື່ອຊ່ວຍຄົນອື່ນແທນທີ່ຈະຄິດເຖິງແຕ່ໂຕເອງຈະເຮັດໃຫ້ເຮົາມີຄວາມສຸກແທ້.—ສພສ. 11:25
ເຮັດສິ່ງທີ່ດີເພື່ອຄົນອື່ນແທນທີ່ຈະສົນໃຈແຕ່ສິ່ງທີ່ໂຕເອງຢາກໄດ້ (ເບິ່ງຂໍ້ 16)d
17. ຖ້າເຮົາຢາກມີຄວາມສຸກແທ້ ເຮົາຕ້ອງເຮັດຫຍັງ? (ເພງສັນລະເສີນ 43:4)
17 ເຮົາສາມາດມີຄວາມສຸກແທ້ໄດ້ຖ້າເຮົາໃກ້ຊິດກັບພະເຢໂຫວາຕໍ່ໆໄປ. ຄຳພີໄບເບິນຮັບຮອງກັບເຮົາວ່າ ພະເຢໂຫວາ “ເປັນຄວາມຍິນດີ.” (ອ່ານເພງສັນລະເສີນ 43:4) ເຖິງວ່າຕອນນີ້ເຮົາຈະເຈິບັນຫາໃນຊີວິດ ແຕ່ເຮົາກໍບໍ່ຕ້ອງກັງວົນຫຼືຢ້ານ. ຂໍໃຫ້ເຮົາສະໜິດກັບພະເຢໂຫວາສະເໝີ ແລ້ວເພິ່ນຈະຊ່ວຍເຮົາໃຫ້ມີຄວາມສຸກຕະຫຼອດໄປ.—ພສ. 144:15
ເພງທີ 155 ຄວາມສຸກນິລັນ
a ເບິ່ງຂອບ “ເພິ່ງພະເຢໂຫວາເພື່ອຈະມີຄວາມສຸກແລະຄວາມຍິນດີ.”
b ເພື່ອເປັນຕົວຢ່າງ ໃຫ້ເບິ່ງການສຳພາດພີ່ນ້ອງເດັນນິດສ໌ແລະພີ່ນ້ອງອິຣິນ້າໃນລາຍງານຈາກຄະນະກຳມະການປົກຄອງປີ 2023 ຕອນ 5 ໃນເວັບໄຊ jw.org.
c ສຳລັບຂໍ້ມູນເພີ່ມເຕີມ ໃຫ້ເບິ່ງບົດຄວາມ “ຈົ່ງຄາດໝາຍຢ່າງສົມເຫດສົມຜົນແລະຊື່ນຊົມຍິນດີ” ໃນຫໍສັງເກດການ 15 ກໍລະກົດ 2008. (ພາສາໄທ)
d ຄຳອະທິບາຍຮູບ: ພີ່ນ້ອງຍິງຄົນໜຶ່ງຊື້ເຄື່ອງຫຼາຍຢ່າງໃຫ້ໂຕເອງ ແຕ່ລາວມີຄວາມສຸກຫຼາຍກວ່າເມື່ອຊື້ດອກໄມ້ໃຫ້ພີ່ນ້ອງຍິງສູງອາຍຸທີ່ຕ້ອງການກຳລັງໃຈ.