ບົດຄວາມສຶກສາທີ 49
ເພງທີ 44 ຄຳອະທິດຖານຂອງຄົນທຸກໃຈ
ປຶ້ມໂຢບຊ່ວຍເຈົ້າໄດ້ເມື່ອຕ້ອງໃຫ້ຄຳແນະນຳ
“ໂຢບເອີ້ຍ ຕອນນີ້ຂໍໃຫ້ຟັງຂ້ອຍເວົ້າເດີ້.”—ໂຢບ 33:1
ຈຸດສຳຄັນ
ເຮົາຈະຮຽນຈາກປຶ້ມໂຢບວ່າເຮົາຄວນເວົ້າຫຍັງແລະເວົ້າແນວໃດເມື່ອຕ້ອງໃຫ້ຄຳແນະຄົນອື່ນ.
1-2. ໝູ່ 3 ຄົນຂອງໂຢບແລະເອລີຮູເຈິຫຍັງເຊິ່ງເຮັດໃຫ້ຍາກຫຼາຍທີ່ຈະໃຫ້ກຳລັງໃຈໂຢບ?
ຂ່າວເລື່ອງໂຢບສູນເສຍທຸກສິ່ງທຸກຢ່າງແຜ່ໄປໄວຫຼາຍຢູ່ແຖວຕາເວັນອອກເຊິ່ງເປັນເຂດທີ່ໂຢບຢູ່. ເມື່ອໝູ່ 3 ຄົນຂອງໂຢບເຊິ່ງກໍຄືເອລີຟັດ ບິນດັດ ແລະໂຊບຟາຮູ້ຂ່າວຂອງລາວ ເຂົາເຈົ້າໄດ້ເດີນທາງໄປແຜ່ນດິນອູເຊເພື່ອຈະປອບໃຈລາວ. ແຕ່ເມື່ອໄປຮອດແລະເຫັນສິ່ງທີ່ເກີດຂຶ້ນກັບໂຢບ ເຂົາເຈົ້າກໍຕົກໃຈຫຼາຍ.
2 ໃຫ້ຄິດເບິ່ງວ່າໂຢບຊິທຸກໃຈຫຼາຍສ່ຳໃດທີ່ສູນເສຍທຸກສິ່ງທຸກຢ່າງ. ລາວສູນເສຍຝູງແກະ ຝູງງົວ ຝູງອູດ ແລະຝູງລາທັງໝົດ. ລູກທັງສິບຄົນແລະຄົນຮັບໃຊ້ຂອງລາວສ່ວນຫຼາຍຖືກຂ້າ. ເຮືອນຫຼັງທີ່ພວກລູກຂອງໂຢບຕາຍກໍມຸ່ນກອງຢູ່ພື້ນ. ສ່ຳນັ້ນຍັງບໍ່ພໍ ໂຢບເອງກໍເຈິຄືກັນ. ລາວເປັນຝີເຕັມໂຕແລະເຈັບປວດຫຼາຍ. ໝູ່ 3 ຄົນຂອງໂຢບແນມເຫັນລາວຕັ້ງແຕ່ຢູ່ໄກໆນັ່ງຢູ່ເທິງຂີ້ເທົ່າແລະທຸກໃຈຫຼາຍ. ເຂົາເຈົ້າເຮັດແນວໃດ? ເຂົາເຈົ້ານັ່ງຢູ່ໃກ້ໂຢບເປັນເວລາ 7 ມື້ ແຕ່ບໍ່ໄດ້ເວົ້າຫຍັງກັບລາວຈັກຄຳເຖິງວ່າເຂົາເຈົ້າເຫັນລາວເຈັບປວດຫຼາຍ. (ໂຢບ 2:12, 13) ເມື່ອຮອດຕອນໃດຕອນໜຶ່ງ ເອລີຮູທີ່ອາຍຸນ້ອຍກວ່າກໍມາຮອດ ແລະລາວນັ່ງຢູ່ໃກ້ເຂົາເຈົ້າ. ໃນທີ່ສຸດ ໂຢບກໍເລີ່ມເວົ້າໂດຍສາບແຊ່ງມື້ທີ່ໂຕເອງເກີດແລະຢາກຕາຍ. (ໂຢບ 3:1-3, 11) ເຫັນໄດ້ແຈ້ງວ່າຕ້ອງມີຄົນຊ່ວຍໂຢບແທ້ໆແລະເລື່ອງນີ້ກໍຍາກຫຼາຍສຳລັບພວກໝູ່ຂອງລາວ! ສິ່ງທີ່ຜູ້ຊາຍ 4 ຄົນນີ້ເວົ້າແລະວິທີທີ່ເຂົາເຈົ້າເວົ້າຈະສະແດງໃຫ້ເຫັນວ່າເຂົາເຈົ້າເປັນໝູ່ແທ້ຂອງໂຢບຫຼືບໍ່ ແລະເຂົາເຈົ້າເປັນຫ່ວງໂຢບແທ້ໆຫຼືບໍ່.
3. ເຮົາຈະຮຽນຫຍັງໃນບົດນີ້?
3 ພະເຢໂຫວາໃຫ້ໂມເຊຂຽນສິ່ງທີ່ໝູ່ 3 ຄົນແລະເອລີຮູເວົ້າແລະເຮັດ. ເປັນຕາໜ້າສັງເກດ ເອລີຮູເວົ້າໃນສິ່ງທີ່ພະເຢໂຫວາບອກໃຫ້ລາວເວົ້າ ແຕ່ເບິ່ງຄືວ່າເອລີຟັດເວົ້າໃນສິ່ງທີ່ຊາຕານບອກໃຫ້ລາວເວົ້າ. (ໂຢບ 4:12-16; 33:24, 25) ເຖິງວ່າປຶ້ມໂຢບຈະມີຄຳແນະນຳບາງຢ່າງທີ່ດີທີ່ສຸດ ແຕ່ໃນປຶ້ມນີ້ກໍມີຄຳແນະນຳບາງຢ່າງທີ່ບໍ່ດີທີ່ສຸດຄືກັນ. ປະໂຫຍດທີ່ເຮົາໄດ້ຮັບຈາກປຶ້ມໂຢບຈະຊ່ວຍເຮົາໄດ້ເມື່ອຕ້ອງໃຫ້ຄຳແນະນຳ. ທຳອິດ ເຮົາຈະເບິ່ງຕົວຢ່າງທີ່ບໍ່ດີຂອງໝູ່ 3 ຄົນຂອງໂຢບ. ຈາກນັ້ນ ເຮົາຈະເບິ່ງຕົວຢ່າງທີ່ດີຂອງເອລີຮູ. ໃນແຕ່ລະຕົວຢ່າງ ເຮົາຈະເບິ່ງວ່າຄົນອິດສະຣາເອນໄດ້ຮັບປະໂຫຍດແນວໃດຈາກປຶ້ມໂຢບ ແລະປຶ້ມນີ້ເປັນປະໂຫຍດແນວໃດສຳລັບເຮົາໃນທຸກມື້ນີ້?
ໝູ່ສາມຄົນຂອງໂຢບໃຫ້ຄຳແນະນຳລາວແນວໃດ?
4. ເປັນຫຍັງໝູ່ 3 ຄົນຂອງໂຢບບໍ່ໄດ້ຊ່ວຍລາວໃຫ້ຮູ້ສຶກດີຂຶ້ນ? (ເບິ່ງຮູບນຳ)
4 ຄຳພີໄບເບິນບອກວ່າໝູ່ 3 ຄົນຂອງໂຢບ “ໄປຫາໂຢບເພື່ອສະແດງຄວາມເປັນຫ່ວງແລະປອບໃຈລາວ” ຫຼັງຈາກທີ່ເຂົາເຈົ້າໄດ້ຍິນກ່ຽວກັບເລື່ອງຮ້າຍໆທີ່ເກີດຂຶ້ນກັບລາວ. (ໂຢບ 2:11) ແຕ່ເຂົາເຈົ້າກໍບໍ່ໄດ້ເຮັດໃຫ້ໂຢບຮູ້ສຶກດີຂຶ້ນເລີຍ. ເປັນຫຍັງຈຶ່ງເວົ້າແບບນັ້ນ? ຍ້ອນ 3 ເຫດຜົນຕໍ່ໄປນີ້: ເຫດຜົນທຳອິດ ເຂົາເຈົ້າຟ້າວສະຫຼຸບແບບຜິດໆ. ຕົວຢ່າງເຊັ່ນ: ເຂົາເຈົ້າຄິດວ່າພະເຢໂຫວາລົງໂທດໂຢບຍ້ອນລາວໄດ້ເຮັດຜິດບາງຢ່າງ.a (ໂຢບ 4:7; 11:14) ເຫດຜົນທີ 2 ຄຳແນະນຳສ່ວນຫຼາຍຂອງ 3 ຄົນນີ້ທີ່ໃຫ້ໂຢບບໍ່ໄດ້ເປັນປະໂຫຍດຕໍ່ລາວ ບໍ່ຮັກສານ້ຳໃຈ ແລະເປັນແບບເຈັບໆ. ຕົວຢ່າງເຊັ່ນ: ຄຳເວົ້າຂອງເຂົາເຈົ້າຟັງຄືວ່າດີ ແຕ່ພັດບໍ່ໄດ້ຊ່ວຍຫຍັງ. (ໂຢບ 13:12) ບິນດັດເວົ້າໃຫ້ໂຢບຕັ້ງ 2 ເທື່ອວ່າລາວເວົ້າຫຼາຍໂພດ. (ໂຢບ 8:2; 18:2) ໂຊບຟາເວົ້າເປັນໄນວ່າໂຢບ “ບໍ່ມີສະໝອງ.” (ໂຢບ 11:12) ເຫດຜົນທີ 3 ເຖິງວ່າເຂົາເຈົ້າບໍ່ໄດ້ຮ້ອງທັ່ງໃສ່ໂຢບ ແຕ່ນ້ຳສຽງຂອງເຂົາເຈົ້າເປັນແບບບໍ່ໃຫ້ຄວາມນັບຖື ເປັນແບບເວົ້າໃສ່ ແລະບໍ່ສະແດງຄວາມຮັກ. (ໂຢບ 15:7-11) ເຫັນໄດ້ວ່າຜູ້ຊາຍ 3 ຄົນນີ້ສົນໃຈແຕ່ຈະພິສູດວ່າໂຢບເຮັດຜິດ ແທນທີ່ຈະໃຫ້ກຳລັງໃຈໂຢບຫຼືເຮັດໃຫ້ຄວາມເຊື່ອຂອງລາວເຂັ້ມແຂງຂຶ້ນ.
ເມື່ອໃຫ້ຄຳແນະນຳ ຢ່າເຮັດໃຫ້ຄົນທີ່ເຈົ້າໃຫ້ຄຳແນະນຳຮູ້ສຶກວ່າເຈົ້າດີກວ່າລາວ. ເປົ້າໝາຍຂອງເຈົ້າແມ່ນເພື່ອຊ່ວຍລາວ. (ເບິ່ງຂໍ້ 4)
5. ສິ່ງທີ່ໝູ່ 3 ຄົນຂອງໂຢບເວົ້າເກີດຜົນແນວໃດ?
5 ສິ່ງທີ່ໝູ່ 3 ຄົນຂອງໂຢບເວົ້າບໍ່ໄດ້ຊ່ວຍຫຍັງເລີຍ. ມັນແຮ່ງເຮັດໃຫ້ໂຢບຮູ້ສຶກບໍ່ດີຫຼາຍກວ່າເກົ່າ. (ໂຢບ 19:2) ຍ້ອນເຂົາເຈົ້າກ່າວຫາໂຢບແບບຜິດໆ ເຮົາຈຶ່ງເຂົ້າໃຈເຫດຜົນທີ່ລາວຕ້ອງເວົ້າປົກປ້ອງຊື່ສຽງຂອງໂຕເອງ. ເມື່ອເປັນແບບນີ້ຈຶ່ງເຮັດໃຫ້ໂຢບຄິດບໍ່ຖືກຕ້ອງແລະເວົ້າອອກມາແບບບໍ່ຄິດ. (ໂຢບ 6:3, 26) ສິ່ງທີ່ໝູ່ 3 ຄົນຂອງໂຢບເວົ້າບໍ່ໄດ້ເປັນແບບທີ່ພະເຢໂຫວາຄິດ ແລະເຂົາເຈົ້າກໍບໍ່ໄດ້ອີ່ຕົນລາວ. ຜົນກໍຄື ເຂົາເຈົ້າເປັນເຄື່ອງມືໃຫ້ຊາຕານໃຊ້ໂດຍທີ່ເຂົາເຈົ້າບໍ່ຮູ້ໂຕ. (ໂຢບ 2:4, 6) ເລື່ອງນີ້ເປັນປະໂຫຍດແນວໃດສຳລັບຜູ້ຮັບໃຊ້ຂອງພະເຢໂຫວາໃນສະໄໝແຕ່ກີ້ ແລະມັນເປັນປະໂຫຍດແນວໃດສຳລັບເຮົາໃນທຸກມື້ນີ້?
6. ຜູ້ເບິ່ງແຍງໃນອິດສະຣາເອນໄດ້ຮຽນຫຍັງຈາກຕົວຢ່າງທີ່ບໍ່ດີຂອງໝູ່ 3 ຄົນຂອງໂຢບ?
6 ຄົນອິດສະຣາເອນໄດ້ຮັບປະໂຫຍດແນວໃດ? ຫຼັງຈາກພະເຢໂຫວາຕັ້ງຄົນອິດສະຣາເອນໃຫ້ເປັນຊາດໜຶ່ງ ເພິ່ນໄດ້ເອົາກົດໝາຍໃຫ້ເຂົາເຈົ້າ ແລະເພິ່ນໄດ້ແຕ່ງຕັ້ງພວກຜູ້ເບິ່ງແຍງແລະພວກຜູ້ນຳໃຫ້ຕັດສິນເຂົາເຈົ້າແລະຊ່ວຍເຂົາເຈົ້າໃຫ້ເຮັດຕາມກົດໝາຍຂອງເພິ່ນ. (ພບຍ. 1:15-18; 27:1) ຜູ້ເບິ່ງແຍງເຫຼົ່ານີ້ຕ້ອງຕັ້ງໃຈຟັງດີໆກ່ອນທີ່ຈະໃຫ້ຄຳແນະນຳຫຼືກ່ອນທີ່ຈະຕັດສິນ. (2ຂຄ. 19:6) ເຂົາເຈົ້າຕ້ອງຖາມກ່ອນ ແທນທີ່ຈະສະຫຼຸບເອົາເອງວ່າເຂົາເຈົ້າຮູ້ຄວາມຈິງທຸກຢ່າງ. (ພບຍ. 19:18) ເຂົາເຈົ້າຕ້ອງເວົ້າດີໆກັບຄົນທີ່ມາຂໍໃຫ້ເຂົາເຈົ້າຊ່ວຍ. ຍ້ອນຫຍັງ? ຍ້ອນວ່າຖ້າຜູ້ເບິ່ງແຍງຮູ້ສຶກຫງຸດຫງິດຫຼືບໍ່ພໍໃຈ ຄົນທີ່ມາຂໍຄວາມຊ່ວຍເຫຼືອກໍຈະບໍ່ຢາກເປີດໃຈເລົ່າບັນຫາໃຫ້ຟັງ. (ອພຍ. 22:22-24) ຜູ້ເບິ່ງແຍງໃນອິດສະຣາເອນທີ່ຄິດເຖິງເລື່ອງຂອງໂຢບສາມາດໄດ້ບົດຮຽນຈາກເລື່ອງນີ້ແທ້ໆ.
7. (ກ) ນອກຈາກຜູ້ເບິ່ງແຍງໃນອິດສະຣາເອນແລ້ວ ມີໃຜອີກທີ່ໃຫ້ຄຳແນະນຳໄດ້? (ຂ) ຜູ້ເບິ່ງແຍງໃນອິດສະຣາເອນໄດ້ຮັບປະໂຫຍດຫຍັງຈາກເລື່ອງຂອງໂຢບ? (ສຸພາສິດ 27:9)
7 ແນ່ນອນວ່າບໍ່ແມ່ນມີແຕ່ຜູ້ເບິ່ງແຍງໃນອິດສະຣາເອນເທົ່ານັ້ນທີ່ໃຫ້ຄຳແນະນຳໄດ້. ທີ່ຈິງ ຄົນອິດສະຣາເອນທຸກຄົນບໍ່ວ່າຈະເປັນຄົນໜຸ່ມຫຼືຜູ້ເຖົ້າ ຜູ້ຊາຍຫຼືຜູ້ຍິງກໍໃຫ້ຄຳແນະນຳໝູ່ໄດ້ຄືກັນເພື່ອຊ່ວຍລາວໃຫ້ປັບປຸງສາຍສຳພັນກັບພະເຢໂຫວາຫຼືເພື່ອຊ່ວຍລາວແກ້ໄຂການປະພຶດຂອງໂຕເອງ. (ພສ. 141:5) ຄຳແນະນຳທີ່ຈິງໃຈແບບນີ້ກໍສະແດງວ່າເປັນໝູ່ແທ້ຕໍ່ກັນ. (ອ່ານສຸພາສິດ 27:9) ຖ້າຄົນອິດສະຣາເອນຄິດເຖິງຕົວຢ່າງທີ່ບໍ່ດີທີ່ໝູ່ 3 ຄົນຂອງໂຢບເວົ້າກັບລາວ ເຂົາເຈົ້າກໍຈະຮຽນຮູ້ວ່າສິ່ງໃດທີ່ບໍ່ຄວນເວົ້າແລະສິ່ງໃດທີ່ບໍ່ຄວນເຮັດເມື່ອໃຫ້ຄຳແນະນຳ.
8. ເຮົາຄວນຈື່ຫຍັງໄວ້ເມື່ອໃຫ້ຄຳແນະນຳຄົນອື່ນ? (ເບິ່ງຮູບນຳ)
8 ເຮົາໄດ້ຮັບປະໂຫຍດແນວໃດ? ເມື່ອພີ່ນ້ອງເຈິບັນຫາ ເຮົາກໍຢາກຊ່ວຍເຂົາເຈົ້າ. ແຕ່ເພື່ອຈະຊ່ວຍເຂົາເຈົ້າແທ້ໆ ເຮົາຕ້ອງບໍ່ເຮັດຄືກັບທີ່ໝູ່ 3 ຄົນຂອງໂຢບເຮັດ. ສິ່ງທຳອິດ ເຮົາບໍ່ຄວນຟ້າວສະຫຼຸບແລະເຮົາຕ້ອງແນ່ໃຈວ່າສິ່ງທີ່ເຮົາເວົ້າເປັນຄວາມຈິງ. ສິ່ງທີ 2 ເຮົາບໍ່ຄວນໃຫ້ຄຳແນະນຳຈາກປະສົບການຂອງໂຕເອງຄືກັບທີ່ເອລີຟັດມັກເຮັດ ແຕ່ເຮົາຄວນໃຫ້ຄຳແນະນຳທີ່ມາຈາກຄຳພີໄບເບິນ. (ໂຢບ 4:8; 5:3, 27) ສິ່ງທີ 3 ເຮົາຕ້ອງບໍ່ໃຊ້ຄຳເວົ້າທີ່ແຮງໆຫຼືຄຳເວົ້າທີ່ເປັນການຕຳໜິ. ຂໍໃຫ້ຈື່ໄວ້ວ່າເອລີຟັດກັບໝູ່ 2 ຄົນເວົ້າບາງສິ່ງທີ່ເປັນຄວາມຈິງ ແລະຕໍ່ມາອັກຄະສາວົກໂປໂລກໍໄດ້ຍົກເອົາຄຳເວົ້າໜຶ່ງຂອງເອລີຟັດໄປເວົ້າ. (ສົມທຽບໂຢບ 5:13 ກັບ 1 ໂກຣິນໂທ 3:19) ແຕ່ສິ່ງທີ່ເອລີຟັດ ບິນດັດ ແລະໂຊບຟາເວົ້າກ່ຽວກັບພະເຢໂຫວາບໍ່ແມ່ນຄວາມຈິງແລະເຂົາເຈົ້າເຮັດໃຫ້ໂຢບເສຍໃຈຫຼາຍ. ສະນັ້ນ ພະເຢໂຫວາຈຶ່ງຖືວ່າສິ່ງທີ່ເຂົາເຈົ້າເວົ້າເປັນເລື່ອງຕົວະ. (ໂຢບ 42:7, 8) ເມື່ອເຮົາໃຫ້ຄຳແນະນຳຄົນອື່ນ ເຮົາຕ້ອງແນ່ໃຈວ່າສິ່ງທີ່ເຮົາເວົ້າຈະບໍ່ເຮັດໃຫ້ພະເຢໂຫວາເບິ່ງຄືວ່າເປັນພະເຈົ້າທີ່ບໍ່ມີເຫດຜົນຫຼືເຮັດໃຫ້ພີ່ນ້ອງຮູ້ສຶກວ່າພະເຢໂຫວາບໍ່ຮັກເຂົາເຈົ້າ. ຕອນນີ້ ໃຫ້ເຮົາມາເບິ່ງວ່າເຮົາສາມາດຮຽນຫຍັງຈາກຕົວຢ່າງຂອງເອລີຮູ.
ເມື່ອໃຫ້ຄຳແນະນຳ (1) ໃຫ້ພະຍາຍາມເຂົ້າໃຈສະພາບການຂອງຜູ້ທີ່ເຮົາໃຫ້ຄຳແນະນຳ (2) ໃຊ້ຄຳພີໄບເບິນແລະ (3) ເວົ້າໃນແບບທີ່ສະແດງຄວາມຮັກ (ເບິ່ງຂໍ້ 8)
ເອລີຮູໃຫ້ຄຳແນະນຳໂຢບແນວໃດ?
9. ເປັນຫຍັງໂຢບຍັງຕ້ອງໄດ້ຮັບຄວາມຊ່ວຍເຫຼືອຫຼັງຈາກທີ່ໝູ່ 3 ຄົນຂອງລາວເຊົາເວົ້າ ແລະພະເຢໂຫວາຊ່ວຍລາວແນວໃດ?
9 ຫຼັງຈາກທີ່ໂຢບກັບໝູ່ 3 ຄົນຂອງລາວເຊົາຖຽງກັນແລ້ວ ບັນຍາກາດຕ້ອງເຄັ່ງຕຶງຫຼາຍ. ເຂົາເຈົ້າຖຽງກັນບັກດົນໆຈົນຄຳເວົ້າຂອງເຂົາເຈົ້າຂຽນໄດ້ 28 ບົດໃນຄຳພີໄບເບິນ ແລະສິ່ງທີ່ເຂົາເຈົ້າເວົ້າສ່ວນຫຼາຍສະແດງໃຫ້ເຫັນວ່າເຂົາເຈົ້າບໍ່ພໍໃຈແລະໃຈຮ້າຍຫຼາຍ. ຍ້ອນແນວນີ້ເຮົາຈຶ່ງເຂົ້າໃຈໄດ້ວ່າເປັນຫຍັງໂຢບຈຶ່ງຍັງທໍ້ໃຈຢູ່. ໂຢບຍັງຈຳເປັນຕ້ອງໄດ້ຮັບການປອບໃຈແລະການແກ້ໄຂ. ພະເຢໂຫວາຊ່ວຍລາວແນວໃດ? ເພິ່ນໃຊ້ເອລີຮູເພື່ອໃຫ້ຄຳແນະນຳລາວ. ເປັນຫຍັງເອລີຮູຄືບໍ່ເວົ້າແຕ່ດົນ? ລາວເວົ້າວ່າ: “ຂ້ອຍເປັນຄົນໜຸ່ມນ້ອຍ ແຕ່ພວກເຈົ້າເປັນຜູ້ໃຫຍ່. ຂ້ອຍເກງໃຈ ຂ້ອຍກໍເລີຍບໍ່ເວົ້າຫຍັງ.” (ໂຢບ 32:6, 7) ເອລີຮູຮູ້ວ່າຜູ້ໃຫຍ່ມັກເປັນຄົນສະຫຼາດ ຍ້ອນເຂົາເຈົ້າເກີດກ່ອນແລະມີປະສົບການໃນຊີວິດຫຼາຍກວ່າຄົນທີ່ຍັງໜຸ່ມ. ແຕ່ຫຼັງຈາກທີ່ຟັງຢ່າງອົດທົນໃນສິ່ງທີ່ໂຢບແລະໝູ່ 3 ຄົນເວົ້າ ເອລີຮູກໍມິດຢູ່ຕໍ່ໄປບໍ່ໄດ້. ລາວເວົ້າວ່າ: “ບໍ່ແມ່ນວ່າຄົນທີ່ມີອາຍຸຫຼາຍແລ້ວຈະເປັນຄົນທີ່ສະຫຼາດໂລດແລະບໍ່ແມ່ນວ່າເຖົ້າແລ້ວກໍຈະມີຄວາມເຂົ້າໃຈທີ່ຖືກຕ້ອງ.” (ໂຢບ 32:9) ເອລີຮູເວົ້າຫຍັງຕໍ່ ແລະລາວເວົ້າແນວໃດ?
10. ເອລີຮູໄດ້ເຮັດຫຍັງກ່ອນໃຫ້ຄຳແນະນຳໂຢບ? (ໂຢບ 33:6, 7)
10 ກ່ອນເອລີຮູຈະໃຫ້ຄຳແນະນຳໂຢບ ລາວສ້າງບັນຍາກາດທີ່ດີເພື່ອໃຫ້ໂຢບໃຈເຢັນລົງແລະພ້ອມທີ່ຈະຟັງລາວ. ເອລີຮູເຮັດແນວໃດ? ທຳອິດ ລາວຄວບຄຸມອາລົມຂອງໂຕເອງ. ເຮົາຮູ້ເລື່ອງນີ້ຍ້ອນຄຳພີໄບເບິນບອກວ່າທຳອິດເອລີຮູໃຈຮ້າຍຫຼາຍ. (ໂຢບ 32:2-5) ເຖິງຈະເປັນແນວນັ້ນ ເອລີຮູກໍບໍ່ໄດ້ເວົ້າຮ້າຍກັບໂຢບ. ແຕ່ລາວສະແດງຄວາມຖ່ອມແລະເວົ້າກັບໂຢບຄືກັບໝູ່ແທ້ເວົ້າຕໍ່ກັນ. ຕົວຢ່າງເຊັ່ນ: ລາວເວົ້າກັບໂຢບວ່າ: “ພະເຈົ້າທ່ຽງແທ້ບໍ່ໄດ້ເບິ່ງຂ້ອຍຕ່າງຈາກເຈົ້າດອກ.” (ອ່ານໂຢບ 33:6, 7) ຈາກນັ້ນ ເອລີຮູເຮັດໃຫ້ເຫັນແຈ້ງວ່າລາວຕັ້ງໃຈຟັງໂຢບ. ທີ່ຈິງ ກ່ອນທີ່ຈະໃຫ້ຄຳແນະນຳໂຢບ ລາວເວົ້າຄືນຈຸດສຳຄັນບາງຢ່າງທີ່ໂຢບໄດ້ເວົ້າ. (ໂຢບ 32:11; 33:8-11) ເອລີຮູເຮັດຄ້າຍໆກັນນີ້ເມື່ອລາວໃຫ້ຄຳແນະນຳໂຢບອີກເທື່ອໜຶ່ງ.—ໂຢບ 34:5, 6, 9; 35:1-4
11. ເອລີຮູໃຫ້ຄຳແນະນຳແບບໃດ? (ໂຢບ 33:1)
11 ຕອນທີ່ເອລີຮູໃຫ້ຄຳແນະນຳໂຢບ ລາວເຮັດໃນແບບທີ່ສະແດງຄວາມນັບຖືຕໍ່ຜູ້ຊາຍທີ່ສັດຊື່ຄົນນີ້. ຕົວຢ່າງເຊັ່ນ: ລາວໃຊ້ຊື່ຂອງໂຢບ ເຊິ່ງໝູ່ 3 ຄົນຂອງໂຢບບໍ່ໄດ້ເຮັດ. (ອ່ານໂຢບ 33:1) ເອລີຮູຄືຊິຈື່ໄດ້ວ່າລາວຢາກເວົ້າຈົນໃຈຊິຂາດຕອນທີ່ໂຢບກັບໝູ່ 3 ຄົນຖຽງກັນ. ສະນັ້ນ ເອລີຮູຈຶ່ງເປີດໂອກາດໃຫ້ໂຢບໄດ້ເວົ້າຕອນທີ່ລາວໃຫ້ຄຳແນະນຳໂຢບ. (ໂຢບ 32:4; 33:32) ເອລີຮູຍັງໄດ້ເຕືອນໂຢບກົງໆວ່າບາງສິ່ງທີ່ລາວເວົ້າແລະເຮັດມັນບໍ່ຖືກ ແລະເອລີຮູຍັງເຕືອນລາວດີໆໃຫ້ຄິດເຖິງສະຕິປັນຍາ ລິດເດດ ຄວາມຍຸຕິທຳ ແລະຄວາມຮັກທີ່ໝັ້ນຄົງຂອງພະເຢໂຫວາ. (ໂຢບ 36:18, 21-26; 37:23, 24) ແນ່ນອນວ່າຄຳແນະນຳທີ່ດີຂອງເອລີຮູຄືຊິກຽມໂຢບໃຫ້ພ້ອມທີ່ຈະຮັບເອົາຄຳແນະນຳຕື່ມອີກ ເຊິ່ງເທື່ອນີ້ແມ່ນມາຈາກພະເຢໂຫວາ. (ໂຢບ 38:1-3) ຕົວຢ່າງທີ່ດີຂອງເອລີຮູເປັນປະໂຫຍດແນວໃດສຳລັບຜູ້ຮັບໃຊ້ຂອງພະເຢໂຫວາໃນສະໄໝແຕ່ກີ້ ແລະມັນເປັນປະໂຫຍດແນວໃດສຳລັບເຮົາໃນທຸກມື້ນີ້?
12. (ກ) ພະເຢໂຫວາໄດ້ໃຊ້ພວກຜູ້ພະຍາກອນຂອງເພິ່ນແນວໃດໃຫ້ຊ່ວຍຄົນອິດສະຣາເອນ? (ຂ) ຄົນອິດສະຣາເອນໄດ້ຮັບປະໂຫຍດແນວໃດຈາກຕົວຢ່າງທີ່ດີຂອງເອລີຮູ?
12 ຄົນອິດສະຣາເອນໄດ້ຮັບປະໂຫຍດແນວໃດ? ຕະຫຼອດປະຫວັດສາດຂອງຊາດອິດສະຣາເອນ ພະເຢໂຫວາໄດ້ໃຊ້ພວກຜູ້ພະຍາກອນໃຫ້ສອນຄົນອິດສະຣາເອນໃຫ້ຮູ້ກ່ຽວກັບຄວາມຕ້ອງການຂອງເພິ່ນ. ຕົວຢ່າງເຊັ່ນ: ໃນສະໄໝຂອງພວກຜູ້ຕັດສິນ ພະເຢໂຫວາໄດ້ໃຊ້ຜູ້ພະຍາກອນຍິງທີ່ຊື່ເດໂບຣາໃຫ້ຊີ້ນຳປະຊາຊົນຂອງເພິ່ນ ແລະພະເຢໂຫວາຍັງໄດ້ໃຊ້ຊາມູເອນຕັ້ງແຕ່ຕອນທີ່ລາວຍັງໜຸ່ມເພື່ອໃຫ້ຊີ້ນຳຄົນອິດສະຣາເອນ. (ຜຕສ. 4:4-7; 5:7; 1ຊມ. 3:19, 20) ຕໍ່ມາ ໃນສະໄໝຂອງພວກກະສັດ ພະເຢໂຫວາຍັງໄດ້ໃຊ້ພວກຜູ້ພະຍາກອນໃຫ້ໄປຊ່ວຍຄົນອິດສະຣາເອນເພື່ອນະມັດສະການເພິ່ນຕໍ່ໆໄປໃນວິທີທີ່ຖືກຕ້ອງ ແລະເມື່ອເຂົາເຈົ້າບໍ່ເຊື່ອຟັງ ພະເຢໂຫວາກໍສົ່ງພວກຜູ້ພະຍາກອນໃຫ້ໄປເຕືອນເຂົາເຈົ້າ. (2ຊມ. 12:1-4; ກຈກ. 3:24) ຕົວຢ່າງທີ່ດີຂອງເອລີຮູທີ່ຂຽນໄວ້ໃນປຶ້ມໂຢບໄດ້ຊ່ວຍຜູ້ຮັບໃຊ້ທີ່ສັດຊື່ໃຫ້ຮູ້ວ່າຄວນເວົ້າຫຍັງແລະຄວນເວົ້າແນວໃດເມື່ອໃຫ້ຄຳແນະນຳຄົນອື່ນ.
13. ເຮົາຈະໃຫ້ກຳລັງໃຈພີ່ນ້ອງຮ່ວມຄວາມເຊື່ອແນວໃດ?
13 ເຮົາໄດ້ຮັບປະໂຫຍດແນວໃດ? ເຮົາທີ່ເປັນພະຍານພະເຢໂຫວາ ເຮົາກໍເຮັດໃຫ້ຄົນອື່ນຮູ້ຈັກຄວາມຕ້ອງການຂອງເພິ່ນໂດຍບອກເຂົາເຈົ້າເລື່ອງທີ່ຂຽນໄວ້ໃນຄຳພີໄບເບິນ. ອີກວິທີໜຶ່ງທີ່ເຮົາເຮັດໄດ້ແມ່ນ ໃຊ້ຄຳເວົ້າທີ່ເສີມສ້າງແລະໃຫ້ກຳລັງໃຈພີ່ນ້ອງຮ່ວມຄວາມເຊື່ອ. (1ກຣ. 14:3) ຜູ້ເບິ່ງແຍງຕ້ອງລະວັງເປັນພິເສດໃນການ “ເວົ້າປອບໃຈ” ພີ່ນ້ອງ ແມ່ນແຕ່ກັບຄົນທີ່ອາດຈະທຸກໃຈຫຼື “ເວົ້າອອກມາແບບບໍ່ຄິດ.”—1ທຊ. 5:14; ໂຢບ 6:3
14-15. ຜູ້ເບິ່ງແຍງຈະຮຽນແບບເອລີຮູແນວໃດເມື່ອໃຫ້ຄຳແນະນຳ?
14 ໃຫ້ນຶກພາບເຫດການຕໍ່ໄປນີ້. ຜູ້ເບິ່ງແຍງຄົນໜຶ່ງຮູ້ວ່າພີ່ນ້ອງຍິງໃນປະຊາຄົມຮູ້ສຶກເສົ້າໃຈ. ລາວກັບຜູ້ເບິ່ງແຍງອີກຄົນໜຶ່ງຈຶ່ງໄປຢາມພີ່ນ້ອງຜູ້ນັ້ນເພື່ອໃຫ້ກຳລັງໃຈ. ຕອນທີ່ລົມກັນ ພີ່ນ້ອງຍິງສະແດງໃຫ້ເຫັນວ່າລາວມີຄວາມຄິດໃນແງ່ລົບ. ລາວເວົ້າວ່າ ເຖິງວ່າລາວຈະໄປປະຊຸມແລະໄປປະກາດ ແຕ່ລາວກໍບໍ່ມີຄວາມສຸກປານໃດ. ຜູ້ເບິ່ງແຍງຈະເຮັດແນວໃດ?
15 ສິ່ງທຳອິດ ຜູ້ເບິ່ງແຍງຈະພະຍາຍາມຮູ້ຈັກວ່າອັນໃດເປັນສາເຫດທີ່ເຮັດໃຫ້ພີ່ນ້ອງຍິງຮູ້ສຶກແບບນັ້ນ. ເພື່ອຈະຮູ້ ຜູ້ເບິ່ງແຍງຈະຖາມ ແລ້ວຈາກນັ້ນກໍຕັ້ງໃຈຟັງສິ່ງທີ່ລາວເວົ້າ. ລາວຮູ້ສຶກວ່າໂຕເອງບໍ່ມີຄ່າພໍທີ່ພະເຢໂຫວາຈະຮັກບໍ? ລາວ “ອຸກໃຈກັບຊີວິດ” ຫຼາຍໂພດບໍ? (ລກ. 21:34) ສິ່ງທີ 2 ຜູ້ເບິ່ງແຍງຈະຊອກຫາໂອກາດທີ່ຈະຊົມເຊີຍພີ່ນ້ອງຍິງສຳລັບສິ່ງດີໆທີ່ລາວກຳລັງເຮັດ. ຕົວຢ່າງເຊັ່ນ: ລາວສາມາດຊົມເຊີຍພີ່ນ້ອງຍິງທີ່ໄປປະຊຸມແລະໄປປະກາດເປັນປະຈຳເຖິງວ່າຮູ້ສຶກເສົ້າໃຈ. ສິ່ງທີ 3 ເມື່ອຜູ້ເບິ່ງແຍງເຂົ້າໃຈສະພາບການຂອງພີ່ນ້ອງຍິງດີຂຶ້ນແລະເຂົ້າໃຈວ່າເປັນຫຍັງລາວຈຶ່ງຮູ້ສຶກແບບນັ້ນ ຜູ້ເບິ່ງແຍງກໍຈະໃຊ້ຄຳພີໄບເບິນເພື່ອຊ່ວຍລາວໃຫ້ໝັ້ນໃຈວ່າພະເຢໂຫວາຮັກລາວ.—ຄລຕ. 2:20
ຮັບປະໂຫຍດຈາກປຶ້ມໂຢບຕໍ່ໆໄປ
16. ເຮົາຈະໄດ້ຮັບປະໂຫຍດຈາກປຶ້ມໂຢບຕໍ່ໆໄປໄດ້ແນວໃດ?
16 ເຮົາໄດ້ຮັບປະໂຫຍດຫຼາຍແທ້ໆຈາກການຮຽນປຶ້ມໂຢບ! ໃນບົດກ່ອນ ປຶ້ມໂຢບສອນເຮົາໃຫ້ຮູ້ວ່າເປັນຫຍັງພະເຈົ້າຍອມໃຫ້ມີຄວາມທຸກ ແລະເຮົາຈະອົດທົນຢ່າງສັດຊື່ໄດ້ແນວໃດເມື່ອເຈິຄວາມຍາກລຳບາກ. ໃນບົດນີ້ ເຮົາຮຽນຮູ້ການໃຫ້ຄຳແນະນຳທີ່ດີໂດຍຮຽນແບບຕົວຢ່າງທີ່ດີຂອງເອລີຮູ ບໍ່ແມ່ນຕົວຢ່າງທີ່ບໍ່ດີຂອງໝູ່ 3 ຄົນຂອງໂຢບ. ຂໍໃຫ້ເຈົ້າທວນຄືນບົດຮຽນຕ່າງໆຈາກປຶ້ມໂຢບກ່ອນຈະໃຫ້ຄຳແນະນຳຜູ້ໃດຜູ້ໜຶ່ງໃນເທື່ອໜ້າ. ຖ້າເຈົ້າບໍ່ໄດ້ອ່ານປຶ້ມໂຢບດົນແລ້ວ ຂໍໃຫ້ເຈົ້າຕັ້ງເປົ້າທີ່ຈະອ່ານຄືນອີກໃນໄວໆນີ້. ແນ່ນອນວ່າເຈົ້າຈະໄດ້ບົດຮຽນທີ່ມີຄ່າຫຼາຍຈາກປຶ້ມນີ້.
ເພງທີ 125 ຄົນທີ່ເມດຕາກໍມີຄວາມສຸກ
a ເບິ່ງຄືວ່າຊາຕານພະຍາຍາມເຮັດໃຫ້ເອລີຟັດຄິດແບບຜິດໆວ່າບໍ່ມີມະນຸດຈັກຄົນດີໃນສາຍຕາພະເຢໂຫວາ ແລະຍ້ອນແນວນີ້ຈຶ່ງບໍ່ມີມະນຸດຄົນໃດເຮັດໃຫ້ເພິ່ນພໍໃຈໄດ້. ເອລີຟັດເຊື່ອຄວາມຄິດທີ່ຜິດໆແບບນີ້. ສະນັ້ນ ທຸກເທື່ອທີ່ລາວເວົ້າກັບໂຢບ ລາວມັກເວົ້າຊ້ຳຄວາມຄິດທີ່ຜິດໆນີ້.—ໂຢບ 4:17; 15:15, 16; 22:2