ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຫ15 15/6 ໜ້າ 19-21
  • ‘ເຈົ້າ​ຕ້ອງ​ມີ​ຄວາມ​ອົດ​ທົນ’

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ‘ເຈົ້າ​ຕ້ອງ​ມີ​ຄວາມ​ອົດ​ທົນ’
  • ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ—2015
  • ຫົວຂໍ້ຍ່ອຍ
  • ເລື່ອງທີ່ຄ້າຍກັນ
  • ອະທິດຖານ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ພະ​ເຢໂຫວາ
  • ໃກ້​ຊິດ​ກັບ​ພີ່​ນ້ອງ​ຊາຍ​ຍິງ
  • ຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ຜູ້​ເຖົ້າ​ແກ່
  • ໃຫ້​ຄວາມ​ສຳຄັນ​ໃນ​ການ​ຮັບໃຊ້​ພະ​ເຢໂຫວາ
  • ໄວ້​ວາງໃຈ​ພະ​ເຢໂຫວາ​ສະເໝີ!
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ—2015
  • ຊ່ວຍ​ຄົນອື່ນ​ໃຫ້​ອົດທົນ​ກັບ​ຄວາມ​ຍາກ​ລຳບາກ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2022
  • ພະເຢໂຫວາໃຫ້ກຳລັງໃຈເຮົາທຸກຄັ້ງທີ່ມີຄວາມຍາກລຳບາກ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2017
  • “ໃຫ້​ຄວາມ​ພຽນ [ອົດ​ທົນ] ນັ້ນ​ກະທຳ​ການ​ຈົນ​ສຳເລັດ”
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2016
ເບິ່ງຕື່ມ
ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ—2015
ຫ15 15/6 ໜ້າ 19-21
ຜົວ​ເມຍ​ຄູ່​ໜຶ່ງ​ແລະ​ຊາຍ​ສູງ​ອາຍຸ​ຄົນ​ໜຶ່ງ​ລົມ​ກັນ​ເຖິງ​ເລື່ອງ​ອະດີດ​ເມື່ອ​ເຂົາ​ເຈົ້າ​ເບິ່ງ​ປຶ້ມ​ຮູບ

ເຈົ້າ​ຕ້ອງ​ມີ​ຄວາມ​ອົດ​ທົນ

ເມື່ອ​ອານິຕາ​ເຂົ້າ​ມາ​ເປັນ​ພະຍານ​ພະ​ເຢໂຫວາ ຜົວ​ຂອງ​ລາວ​ບໍ່​ມັກ​ແທ້ໆ.a ຜົວ​ຂອງ​ອານິຕາ​ພະຍາຍາມ​ຫ້າມ​ບໍ່​ໃຫ້​ລາວ​ໄປ​ປະຊຸມ​ແລະ​ບໍ່​ໃຫ້​ເວົ້າ​ເຖິງ​ຊື່​ພະເຈົ້າ. ພຽງ​ແຕ່​ໄດ້​ຍິນ​ອານິຕາ​ເວົ້າ​ຊື່​ພະ​ເຢໂຫວາ ນັ້ນ​ກໍ​ຈະ​ເຮັດ​ໃຫ້​ລາວ​ໃຈ​ຮ້າຍ​ຫຼາຍ.

ນອກ​ຈາກ​ນັ້ນ ຜົວ​ຂອງ​ອາ​ນິ​ຕາ​ຍັງ​ບໍ່​ຢາກ​ໃຫ້​ລາວ​ສອນ​ລູກ​ກ່ຽວ​ກັບ​ເລື່ອງ​ຂອງ​ພະ​ເຢໂຫວາ​ຫຼື​ພາ​ລູກ​ໄປ​ປະຊຸມ​ນຳ. ນີ້​ຈຶ່ງ​ເຮັດ​ໃຫ້​ເປັນ​ເລື່ອງ​ທີ່​ຍາກ​ຫຼາຍ ເພາະ​ອາ​ນິ​ຕາ​ຕ້ອງ​ພະຍາຍາມ​ຊ່ວຍ​ລູກ​ໂດຍ​ທີ່​ບໍ່​ໃຫ້​ຜົວ​ຮູ້.

ຄື​ກັບ​ທີ່​ປະສົບການ​ຂອງ​ອາ​ນິ​ຕາ​ສະແດງ​ໃຫ້​ເຫັນ ບາງ​ຄົນ​ໃນ​ຄອບຄົວ​ອາດ​ພະຍາຍາມ​ທີ່​ຈະ​ເຮັດ​ໃຫ້​ເຈົ້າ​ເຊົາ​ຮັບໃຊ້​ພະ​ເຢໂຫວາ ຫຼື​ເຈົ້າ​ອາດ​ຈະ​ຕົກ​ຢູ່​ໃນ​ສະພາບການ​ອື່ນ​ທີ່​ຫຍຸ້ງຍາກ. ບາງ​ເທື່ອ​ເຈົ້າ​ອາດ​ເຈັບ​ປ່ວຍ​ມາ​ເປັນ​ເວລາ​ດົນ​ນານ ລູກ ຜົວ​ຫຼື​ເມຍ​ຂອງ​ເຈົ້າ​ອາດ​ຈະ​ເສຍ​ຊີວິດ ຫຼື​ຄົນ​ທີ່​ເຈົ້າ​ຮັກ​ໃນ​ຄອບຄົວ​ໄດ້​ອອກ​ຈາກ​ແນວ​ທາງ​ຂອງ​ພະ​ເຢໂຫວາ. ໃນ​ສະພາບການ​ຕ່າງໆ​ທີ່​ກ່າວ​ມາ​ນັ້ນ ແມ່ນ​ຫຍັງ​ຈະ​ຊ່ວຍ​ເຈົ້າ​ໃຫ້​ຮັກສາ​ຄວາມ​ສັດ​ຊື່​ຕໍ່​ພະ​ເຢໂຫວາ​ໄວ້​ໄດ້?

ອັກຄະສາວົກ​ໂປໂລ​ກ່າວ​ວ່າ: “ທ່ານ​ທັງຫຼາຍ​ຕ້ອງການ​ຄວາມ​ພຽນ [ອົດ] ທົນ.” (ເຫບເລີ 10:36) ດັ່ງ​ນັ້ນ ສິ່ງ​ໃດ​ຈະ​ຊ່ວຍ​ເຈົ້າ​ໃຫ້​ອົດ​ທົນ?

ອະທິດຖານ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ພະ​ເຢໂຫວາ

ເມື່ອ​ປະສົບ​ກັບ​ຄວາມ​ທຸກ​ລຳບາກ ຂໍ​ໃຫ້​ຈື່​ວ່າ​ເຈົ້າ​ຕ້ອງ​ໄວ້​ວາງໃຈ​ໃຫ້​ພະ​ເຢໂຫວາ​ເປັນ​ຜູ້​ຊ່ວຍ​ເຈົ້າ​ໃຫ້​ອົດ​ທົນ​ໄດ້. ໃຫ້​ອະທິດຖານ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ພະ​ເຢໂຫວາ. ນັ້ນ​ແມ່ນ​ສິ່ງ​ທີ່​ອານາ​ເຮັດ​ເມື່ອ​ຜົວ​ຂອງ​ລາວ​ເສຍ​ຊີວິດ​ຢ່າງ​ກະທັນຫັນ. ເຂົາ​ເຈົ້າ​ແຕ່ງ​ດອງ​ກັນ​ມາ​ໄດ້ 30 ປີ​ແລ້ວ. ອານາ​ເວົ້າ​ວ່າ: “ຜົວ​ຂອງ​ຂ້ອຍ​ອອກ​ໄປ​ເຮັດ​ວຽກ​ແລ້ວ​ບໍ່​ໄດ້​ກັບ​ມາ​ເຮືອນ​ອີກ​ເລີຍ. ລາວ​ອາຍຸ​ພຽງ 52 ປີ​ເທົ່າ​ນັ້ນ.”

ວຽກ​ອາຊີບ​ຂອງ​ອານາ​ເຮັດ​ໃຫ້​ລາວ​ບໍ່​ມີ​ເວລາ​ຫວ່າງ ແຕ່​ວຽກ​ນັ້ນ​ບໍ່​ໄດ້​ເຮັດ​ໃຫ້​ລາວ​ເຊົາ​ເຈັບ​ປວດ. ສິ່ງ​ໃດ​ຊ່ວຍ​ລາວ​ໄດ້? ລາວ​ບອກ​ວ່າ: “ຂ້ອຍ​ໄດ້​ລະບາຍ​ຄວາມ​ໃນ​ໃຈ​ທັງ​ໝົດ​ຕໍ່​ກັບ​ພະ​ເຢໂຫວາ ແລະ​ອ້ອນ​ວອນ​ພະອົງ​ໃຫ້​ຊ່ວຍ​ຂ້ອຍ.” ອານາ​ຮູ້ສຶກ​ໄດ້​ເລີຍ​ວ່າ​ພະ​ເຢໂຫວາ​ຊ່ວຍ​ລາວ ເພາະ​ຫຼັງ​ຈາກ​ທີ່​ອະທິດຖານ​ຈົບ ລາວ​ຮູ້ສຶກ​ສະຫງົບ​ໃຈ​ແລະ​ໃຈ​ກໍ​ເຢັນ​ລົງ. ອານາ​ເວົ້າ​ຕື່ມ​ອີກ​ວ່າ: “ຂ້ອຍ​ໝັ້ນ​ໃຈ​ແທ້ໆ​ວ່າ​ພະ​ເຢໂຫວາ​ຈະ​ປຸກ​ຜົວ​ຂອງ​ຂ້ອຍ​ໃຫ້​ຟື້ນ​ຄືນ​ມາ​ຈາກ​ຕາຍ.”—ຟີລິບ 4:6, 7

ພະ​ເຢໂຫວາ​ສັນຍາ​ກັບ​ຜູ້​ຮັບໃຊ້​ຂອງ​ພະອົງ​ວ່າ ພະອົງ​ຈະ​ຟັງ​ຄຳ​ອະທິດຖານ​ຂອງ​ເຂົາ​ເຈົ້າ. (ຄຳເພງ 65:2) ພະອົງ​ຍັງ​ຈະ​ຈັດ​ໃຫ້​ມີ​ສິ່ງ​ທີ່​ຈຳເປັນ​ທຸກໆ​ຢ່າງ​ແກ່​ເຂົາ​ເຈົ້າ​ເພື່ອ​ຈະ​ສາມາດ​ຮັບໃຊ້​ພະອົງ​ໄດ້​ຕໍ່ໆ​ໄປ. ພະ​ເຢໂຫວາ​ຈະ​ຊ່ວຍ​ເຈົ້າ​ໃຫ້​ສັດ​ຊື່​ຕໍ່​ພະອົງ​ເຖິງ​ແມ່ນ​ວ່າ​ຈະ​ຕົກ​ຢູ່​ໃນ​ສະພາບການ​ທີ່​ຫຍຸ້ງຍາກ​ກໍ​ຕາມ.

ໃກ້​ຊິດ​ກັບ​ພີ່​ນ້ອງ​ຊາຍ​ຍິງ

ມີ​ອີກ​ວິທີ​ໜຶ່ງ​ທີ່​ພະ​ເຢໂຫວາ​ສາມາດ​ຊ່ວຍ​ເຮົາ​ໃຫ້​ອົດ​ທົນ​ໄດ້. ພະອົງ​ຈັດ​ໃຫ້​ມີ​ພີ່​ນ້ອງ​ຊາຍ​ຍິງ​ໃນ​ປະຊາຄົມ. ເຮົາ​ສາມາດ​ຮຽນ​ຈາກ​ພີ່​ນ້ອງ​ໃນ​ເມືອງ​ເທຊະໂລນີກ​ທີ່​ຊ່ວຍ​ເຫຼືອ​ກັນ​ແລະ​ກັນ​ໃນ​ຍາມ​ທີ່​ຖືກ​ຂົ່ມເຫງ​ຢ່າງ​ໂຫດ​ຮ້າຍ. ໃນ​ເວລາ​ແບບ​ນັ້ນ ເຂົາ​ເຈົ້າ​ຈຳເປັນ​ຕ້ອງ​ໜູນ​ໃຈ​ກັນ​ແລະ​ກັນ​ເປັນ​ພິເສດ​ຕໍ່ໆ​ໄປ. (1 ເທຊະໂລນີກ 2:14; 5:11) ເຂົາ​ເຈົ້າ​ຊ່ວຍ​ເຫຼືອ​ພີ່​ນ້ອງ​ຊາຍ​ຍິງ​ຂອງ​ຕົນ​ໃຫ້​ຮັກສາ​ຄວາມ​ສັດ​ຊື່​ຕໍ່​ພະ​ເຢໂຫວາ​ໂດຍ​ປະຊຸມ​ຮ່ວມ​ກັນ​ແລະ​ເປັນ​ໝູ່​ທີ່​ສະໜິດ​ກັນ. ສິ່ງ​ໃດ​ຈະ​ຊ່ວຍ​ເຮົາ​ໃຫ້​ຮັກສາ​ຄວາມ​ສັດ​ຊື່​ຄື​ກັບ​ພີ່​ນ້ອງ​ໃນ​ເມືອງ​ເທຊະໂລນີກ​ໄດ້​ເຮັດ?

ເຮົາ​ຈຳເປັນ​ຕ້ອງ​ມີ​ໝູ່​ທີ່​ສະໜິດ​ໃນ​ປະຊາຄົມ​ແລະ​ສາມາດ​ໜູນ​ໃຈ​ກັນ​ແລະ​ກັນ​ໄດ້ ໂດຍ​ສະເພາະ​ໃນ​ຍາມ​ທີ່​ຍາກ​ລຳບາກ. (ໂລມ 14:19) ອັກຄະສາວົກ​ໂປໂລ​ທຸກ​ທໍລະມານ​ຍ້ອນ​ການ​ກົດ​ຂີ່​ຂົ່ມເຫງ​ແລະ​ກໍ​ຍັງ​ມີ​ບັນຫາ​ອື່ນໆ​ອີກ ແຕ່​ພະ​ເຢໂຫວາ​ໄດ້​ຊ່ວຍ​ລາວ​ໃຫ້​ມີ​ກຳລັງ​ທີ່​ຈະ​ອົດ​ທົນ​ໄດ້. ຕົວຢ່າງ​ເຊັ່ນ: ພະ​ເຢໂຫວາ​ຈັດ​ໃຫ້​ມີ​ພີ່​ນ້ອງ​ຊາຍ​ຍິງ​ເພື່ອ​ໜູນ​ກຳລັງ​ໃຈ​ໂປໂລ. ໂປໂລ​ເວົ້າ​ເຖິງ​ໝູ່​ຂອງ​ລາວ​ວ່າ: ເຂົາ​ເຈົ້າ “ເປັນ​ຄວາມ​ເລົ້າໂລມ​ໃຈ​ແກ່​ເຮົາ.” (ໂກໂລດ 4:10, 11) ພີ່​ນ້ອງ​ເຫຼົ່າ​ນີ້​ຮັກ​ໂປໂລ. ດັ່ງ​ນັ້ນ ເມື່ອ​ລາວ​ຈຳເປັນ​ຕ້ອງ​ໄດ້​ຮັບ​ຄວາມ​ຊ່ວຍ​ເຫຼືອ ພີ່​ນ້ອງ​ກໍ​ໄດ້​ປອບ​ໂຍນ​ແລະ​ໃຫ້​ກຳລັງ​ໃຈ​ລາວ. ບາງ​ເທື່ອ​ເຈົ້າ​ອາດ​ຄິດ​ເຖິງ​ຕອນ​ທີ່​ພີ່​ນ້ອງ​ຊາຍ​ຍິງ​ໃນ​ປະຊາຄົມ​ໄດ້​ເວົ້າ​ຫຼື​ເຮັດ​ບາງ​ຢ່າງ​ທີ່​ໜູນ​ກຳລັງ​ໃຈ​ເຈົ້າ.

ຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ຜູ້​ເຖົ້າ​ແກ່

ພະ​ເຢໂຫວາ​ຍັງ​ຈັດ​ໃຫ້​ມີ​ຜູ້​ເຖົ້າ​ແກ່​ໃນ​ປະຊາຄົມ. ຜູ້​ຊາຍ​ເຫຼົ່າ​ນີ້​ສາມາດ​ໜູນ​ກຳລັງ​ໃຈ​ແລະ​ໃຫ້​ຄຳ​ແນະນຳ​ທີ່​ດີ​ແກ່​ເຈົ້າ​ເຊິ່ງ​ມາ​ຈາກ​ຄຳພີ​ໄບເບິນ. ເຂົາ​ເຈົ້າ​ເປັນ​ຄື​ກັບ​ບ່ອນ “ປົກ​ປ້ອງ​ກັ້ນ​ຈາກ​ລົມ​ພັດ ແລະ [ເປັນ] ທີ່​ເພິ່ງ​ອາໄສ​ຈາກ​ຟ້າ​ແຕກ​ຟ້າ​ຜ້ຽງ . . . ເປັນ​ຄື​ຫ້ວຍ​ນ້ຳ​ໃນ​ດິນ​ແຫ້ງ ຄື​ຮົ່ມ​ເງົາ​ແຕ່​ຫີນ​ດານ​ອັນ​ສູງ​ໃນ​ປະເທດ​ດິນ​ບໍ່​ເກີດ​ຜົນ.” (ເອຊາອີ 32:2) ເລື່ອງ​ນີ້​ເຮັດ​ໃຫ້​ເຮົາ​ອົບອຸ່ນ​ໃຈ​ແທ້ໆ​ທີ່​ຮູ້​ວ່າ​ພີ່​ນ້ອງ​ຊາຍ​ເຫຼົ່າ​ນີ້​ພ້ອມ​ທີ່​ຈະ​ຊ່ວຍ​ເຫຼືອ​ເຮົາ. ດັ່ງ​ນັ້ນ ເມື່ອ​ມີ​ຄວາມ​ຫຍຸ້ງຍາກ ໃຫ້​ເຈົ້າ​ເຂົ້າ​ຫາ​ຜູ້​ເຖົ້າ​ແກ່​ໂລດ. ເຂົາ​ເຈົ້າ​ສາມາດ​ຊ່ວຍ​ເຫຼືອ​ເຈົ້າ​ໃຫ້​ຮັບໃຊ້​ພະ​ເຢໂຫວາ​ຕໍ່ໆ​ໄປ​ໄດ້.

ແນ່ນອນ​ວ່າ​ພວກ​ຜູ້​ເຖົ້າ​ແກ່​ບໍ່​ສາມາດ​ແກ້ໄຂ​ທຸກໆ​ບັນຫາ​ຂອງ​ເຈົ້າ​ໄດ້ ເພາະ​ເຂົາ​ເຈົ້າ​ກໍ​ເປັນ​ຄົນ​ທີ່​ບໍ່​ສົມບູນ​ແບບ​ຄື​ກັບ​ເຈົ້າ. (ກິດຈະການ 14:15) ແຕ່​ເຈົ້າ​ຈະ​ຮູ້ສຶກ​ດີ​ຂຶ້ນ​ເມື່ອ​ເຂົ້າ​ຫາ​ຜູ້​ເຖົ້າ​ແກ່ ແລະ​ຂໍ​ໃຫ້​ລາວ​ອະທິດຖານ​ເຖິງ​ພະ​ເຢໂຫວາ​ກ່ຽວ​ກັບ​ບັນຫາ​ຂອງ​ເຈົ້າ. (ຢາໂກໂບ 5:14, 15) ຕົວຢ່າງ​ເຊັ່ນ: ພວກ​ຜູ້​ເຖົ້າ​ແກ່​ໄດ້​ໜູນ​ກຳລັງ​ໃຈ​ພີ່​ນ້ອງ​ຊາຍ​ຄົນ​ໜຶ່ງ​ໃນ​ປະເທດ​ອີຕາລີ​ທີ່​ທໍລະມານ​ເປັນ​ເວລາ​ຫຼາຍ​ປີ​ຍ້ອນ​ມີ​ບັນຫາ​ສຸຂະພາບ​ທີ່​ຮ້າຍແຮງ. ລາວ​ເວົ້າ​ວ່າ: “ຄວາມ​ຮັກ​ແລະ​ຄວາມ​ຫ່ວງໃຍ​ຂອງ​ພີ່​ນ້ອງ​ຊາຍ​ເຫຼົ່າ​ນີ້ ພ້ອມ​ກັບ​ທີ່​ເຂົາ​ເຈົ້າ​ມາ​ຢາມ​ເລື້ອຍໆ​ຊ່ວຍ​ຂ້ອຍ​ໃຫ້​ອົດ​ທົນ​ໄດ້.” ຖ້າ​ເຈົ້າ​ມີ​ຄວາມ​ຫຍຸ້ງຍາກ​ລຳບາກ​ໃດໆ ພະ​ເຢໂຫວາ​ຢາກ​ໃຫ້​ເຈົ້າ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ຜູ້​ເຖົ້າ​ແກ່.

ໃຫ້​ຄວາມ​ສຳຄັນ​ໃນ​ການ​ຮັບໃຊ້​ພະ​ເຢໂຫວາ

ເມື່ອ​ໃຫ້​ຄວາມ​ສຳຄັນ​ຕໍ່​ການ​ຮັບໃຊ້​ພະ​ເຢໂຫວາ ເຮົາ​ກໍ​ຈະ​ເຫັນ​ວິທີ​ທີ່​ພະອົງ​ຊ່ວຍ​ເຮົາ. ນັ້ນ​ເປັນ​ສິ່ງ​ທີ່​ຈອນ​ໄດ້​ເຮັດ. ຕອນ​ທີ່​ຈອນ​ອາຍຸ​ໄດ້ 39 ປີ ທ່ານ​ໝໍ​ໄດ້​ກວດ​ພົບ​ວ່າ​ລາວ​ເປັນ​ມະເຮັງ​ທີ່​ບໍ່​ຄ່ອຍ​ມີ​ຄົນ​ເປັນ. ລາວ​ຮູ້ສຶກ​ວ່າ​ບໍ່​ຍຸຕິທຳ​ທີ່​ເຈັບ​ປ່ວຍ​ແບບ​ນັ້ນ ເພາະ​ຕົນ​ເອງ​ຍັງ​ໜຸ່ມ​ຢູ່. ລາວ​ກັງວົນ​ກ່ຽວ​ກັບ​ເມຍ​ແລະ​ລູກ​ຊາຍ​ທີ່​ອາຍຸ​ພຽງ​ສາມ​ປີ​ເທົ່າ​ນັ້ນ. ຈອນ​ເລົ່າ​ວ່າ: “ເມຍ​ຂອງ​ຂ້ອຍ​ບໍ່​ພຽງ​ແຕ່​ຕ້ອງ​ເບິ່ງ​ແຍງ​ລູກ​ທີ່​ຍັງ​ນ້ອຍ​ຢູ່ ແຕ່​ຍັງ​ຕ້ອງ​ເບິ່ງ​ແຍງ​ຂ້ອຍ​ນຳ​ອີກ ພ້ອມ​ທັງ​ຊ່ວຍ​ຂ້ອຍ​ທຸກ​ເລື່ອງ​ໃນ​ການ​ນັດ​ພົບ​ທ່ານ​ໝໍ.” ຜົນ​ຈາກ​ການ​ປິ່ນປົວ​ເຮັດ​ໃຫ້​ຈອນ​ເມື່ອຍ​ຫຼາຍ ແລະ​ມີ​ບັນຫາ​ກ່ຽວ​ກັບ​ທ້ອງ. ບໍ່​ພຽງ​ແຕ່​ເທົ່າ​ນັ້ນ ຈອນ​ຍັງ​ຮູ້​ວ່າ​ພໍ່​ກຳລັງ​ຊອມ​ໃຈ​ແລະ​ຈຳເປັນ​ຕ້ອງ​ມີ​ຄົນ​ເບິ່ງ​ແຍງ​ພໍ່​ຂອງ​ລາວ.

ແມ່ນ​ຫຍັງ​ຊ່ວຍ​ຈອນ​ແລະ​ຄອບຄົວ​ຂອງ​ລາວ​ໃນ​ເວລາ​ທີ່​ຫຍຸ້ງຍາກ​ແບບ​ນັ້ນ? ເຖິງ​ແມ່ນ​ວ່າ​ຈອນ​ຈະ​ຮູ້ສຶກ​ເມື່ອຍ​ຢູ່​ເລື້ອຍໆ ແຕ່​ລາວ​ໄດ້​ຈັດ​ໃຫ້​ຄອບຄົວ​ໃຫ້​ຄວາມ​ສຳຄັນ​ຕໍ່​ການ​ຮັບໃຊ້​ພະ​ເຢໂຫວາ. ລາວ​ບອກ​ວ່າ: “ພວກ​ເຮົາ​ເຂົ້າ​ຮ່ວມ​ການ​ປະຊຸມ​ທຸກໆ​ລາຍການ ອອກ​ໄປ​ປະກາດ​ທຸກໆ​ອາທິດ ແລະ​ນະມັດສະການ​ປະຈຳ​ຄອບຄົວ​ຢ່າງ​ສະໝ່ຳ​ສະເໝີ ເຖິງ​ວ່າ​ຈະ​ຫຍຸ້ງຍາກ​ປານ​ໃດ​ກໍ​ຕາມ.” ຈອນ​ຮຽນ​ຮູ້​ວ່າ​ເປັນ​ສິ່ງ​ສຳຄັນ​ຫຼາຍ​ທີ່​ຈະ​ຕ້ອງ​ຮັກສາ​ສາຍ​ສຳພັນ​ກັບ​ພະ​ເຢໂຫວາ​ໃຫ້​ແໜ້ນແຟ້ນ​ທີ່​ສຸດ. ເຖິງ​ແມ່ນ​ວ່າ​ຕອນ​ທຳອິດ​ລາວ​ຈະ​ຕົກໃຈ​ແລະ​ກັງວົນ ບໍ່​ດົນ​ລາວ​ກໍ​ຮູ້ສຶກ​ສະຫງົບ​ໃຈ​ຫຼາຍ​ຂຶ້ນ. ລາວ​ຮູ້​ວ່າ​ພະ​ເຢໂຫວາ​ຮັກ​ລາວ​ແລະ​ຈັດ​ໃຫ້​ມີ​ສິ່ງ​ທີ່​ຈຳເປັນ​ເພື່ອ​ເຮັດ​ໃຫ້​ລາວ​ເຂັ້ມແຂງ​ຂຶ້ນ. ພະ​ເຢໂຫວາ​ສາມາດ​ຊ່ວຍ​ເຈົ້າ​ໃນ​ວິທີ​ທີ່​ຄ້າຍໆ​ກັນ​ເມື່ອ​ເຈົ້າ​ຮູ້ສຶກ​ກັງວົນ​ຫຼື​ຢ້ານ. ຈອນ​ເວົ້າ​ວ່າ: “ພະ​ເຢໂຫວາ​ສາມາດ​ຊ່ວຍ​ເຈົ້າ​ໃຫ້​ເຂັ້ມແຂງ​ຄື​ກັບ​ທີ່​ພະອົງ​ໄດ້​ຊ່ວຍ​ຂ້ອຍ.”

ເມື່ອ​ເຈົ້າ​ກຳລັງ​ປະສົບ​ກັບ​ຄວາມ​ທຸກ​ລຳບາກ​ໃດໆ​ກໍ​ຕາມ ຂໍ​ໃຫ້​ຈື່​ຄຳ​ເວົ້າ​ຂອງ​ໂປໂລ​ທີ່​ວ່າ: “ທ່ານ​ທັງຫຼາຍ​ຕ້ອງການ​ຄວາມ​ພຽນ​[ອົດ] ທົນ.” ຂໍ​ໃຫ້​ເຈົ້າ​ໝາຍ​ເພິ່ງ​ພະ​ເຢໂຫວາ​ໂດຍ​ການ​ອະທິດຖານ​ເຖິງ​ພະອົງ ໃຫ້​ໃກ້​ຊິດ​ກັບ​ພີ່​ນ້ອງ​ຊາຍ​ຍິງ​ໃນ​ປະຊາຄົມ ໃຫ້​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ຜູ້​ເຖົ້າ​ແກ່ ແລະ​ໃຫ້​ຄວາມ​ສຳຄັນ​ຕໍ່​ການ​ນະມັດສະການ​ພະ​ເຢໂຫວາ. ພະອົງ​ຈະ​ຊ່ວຍ​ເຈົ້າ​ໃຫ້​ຮັບ​ມື​ກັບ​ບັນຫາ​ໃດໆ​ກໍ​ຕາມ​ທີ່​ເຈົ້າ​ອາດ​ມີ​ໃນ​ຕອນ​ນີ້ ຫຼື​ບັນຫາ​ທີ່​ຫຍຸ້ງຍາກ​ອື່ນໆ​ທີ່​ອາດ​ຈະ​ເກີດ​ຂຶ້ນ​ໃນ​ອະນາຄົດ.

a ຊື່​ສົມມຸດ.

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌