ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຫ15 15/12 ໜ້າ 23-28
  • ພະ​ເຢໂຫວາ​ຈະ​ຄ້ຳຈູນ​ເຈົ້າ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ພະ​ເຢໂຫວາ​ຈະ​ຄ້ຳຈູນ​ເຈົ້າ
  • ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ—2015
  • ຫົວຂໍ້ຍ່ອຍ
  • ເລື່ອງທີ່ຄ້າຍກັນ
  • ໝາຍ​ເພິ່ງ​ພະ​ເຢໂຫວາ​ໃນ​ເວລາ​ທີ່​ເຈົ້າ​ເຈັບ​ປ່ວຍ
  • ເຈົ້າ​ຄວນ​ຮັບ​ເອົາ​ຄຳ​ແນະນຳ​ແບບ​ໃດ​ໃນ​ເລື່ອງ​ສຸຂະພາບ?
  • ໃຊ້​ສະຕິ​ອັນ​ດີ
  • ‘ຂໍ​ໃຫ້​ມີ​ສຸຂະພາບ​ດີ!’
  • ພະ​ເຍຊູ​ຮັກ​ຜູ້​ຄົນ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ—2015
  • ສາເຫດ​ທີ່​ມະນຸດ​ເຮົາ​ເຈັບ​ປ່ວຍ
    ຮຽນຈາກຄູຜູ້ຍິ່ງໃຫຍ່
  • ເມື່ອ​ສະມາຊິກ​ໃນ​ຄອບຄົວ​ປ່ວຍ
    ເຄັດລັບສຳລັບຄວາມສຸກໃນຄອບຄົວ
  • “ການ​ບາບ​ທັງ​ຫຼາຍ​ຂອງ​ເຈົ້າ​ເປັນ​ທີ່​ໂຜດ​ຍົກ​ເສຍ​ແລ້ວ”
    ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືການປະຊຸມ 2018
ເບິ່ງຕື່ມ
ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ—2015
ຫ15 15/12 ໜ້າ 23-28
ພີ່​ນ້ອງ​ຍິງ​ຄົນ​ໜຶ່ງ​ນອນ​ຢູ່​ໂຮງ​ໝໍ ຜູ້​ເປັນ​ຜົວ​ຈັບ​ມື້​ລາວ​ແລະ​ອະທິດຖານ​ກັບ​ລາວ

ພະ​ເຢໂຫວາ​ຈະ​ຄ້ຳຈູນ​ເຈົ້າ

‘ພະ​ເຢໂຫວາ​ຈະ​ຄ້ຳຈູນ​ເພິ່ນ​ເວລາ​ນອນ​ປ່ວຍ​ຢູ່.’—ຄຳເພງ 41:3

ເພງ: 23, 138

ເຈົ້າ​ຈະ​ຕອບ​ແນວ​ໃດ?

  • ຄຳເພງ 41:3 ໃຫ້​ກຳລັງ​ໃຈ​ເຮົາ​ແນວ​ໃດ​ເມື່ອ​ເຮົາ​ເຈັບ​ປ່ວຍ?

  • ເປັນ​ຫຍັງ​ໃນ​ທຸກ​ມື້​ນີ້​ເຮົາ​ບໍ່​ຄວນ​ຄາດ​ໝາຍ​ໃຫ້​ພະ​ເຢ ໂຫວາ​ປິ່ນປົວ​ເຮົາ​ໂດຍ​ເຮັດ​ການ​ອັດສະຈັນ?

  • ເປັນ​ຫຍັງ​ເຮົາ​ຄວນ​ລະວັງ​ເມື່ອ​ຄົນ​ອື່ນ​ໃຫ້​ຄຳ​ແນະນຳ​ເຮົາ​ໃນ​ເລື່ອງ​ສຸຂະພາບ?

1, 2. ພະ​ເຢໂຫວາ​ໄດ້​ເຮັດ​ຫຍັງ​ໃນ​ສະໄໝ​ທີ່​ຂຽນ​ຄຳພີ​ໄບເບິນ ແລະ​ທຸກ​ມື້​ນີ້​ບາງ​ຄົນ​ອາດ​ສົງໄສ​ໃນ​ເລື່ອງ​ໃດ​ເມື່ອ​ເຂົາ​ເຈົ້າ​ເຈັບ​ປ່ວຍ?

ຖ້າ​ເຈົ້າ​ເຄີຍ​ເຈັບ​ປ່ວຍ​ໜັກ ເຈົ້າ​ອາດ​ຖາມ​ວ່າ: ‘ຂ້ອຍ​ຈະ​ດີ​ຂຶ້ນ​ບໍ?’ ບາງ​ທີ​ມີ​ຄົນ​ໃນ​ຄອບຄົວ​ຫຼື​ໝູ່​ຂອງ​ເຈົ້າ​ກຳລັງ​ເຈັບ​ປ່ວຍ​ຢູ່ ເຈົ້າ​ກໍ​ອາດ​ສົງໄສ​ວ່າ​ລາວ​ຈະ​ດີ​ເປັນ​ປົກກະຕິ​ໄດ້​ອີກ​ບໍ. ເປັນ​ເລື່ອງ​ທຳມະດາ​ທີ່​ເຮົາ​ຢາກ​ໃຫ້​ຕົວ​ເອງ​ແລະ​ຄົນ​ທີ່​ເຮົາ​ຮັກ​ມີ​ສຸຂະພາບ​ແຂງແຮງ. ໃນ​ຄຳພີ​ໄບເບິນ ເຮົາ​ໄດ້​ອ່ານ​ເລື່ອງ​ຂອງ​ບາງ​ຄົນ​ທີ່​ບໍ່​ສະບາຍ​ແລະ​ຕ້ອງການ​ຮູ້​ວ່າ​ຕົນ​ເອງ​ຈະ​ດີ​ຂຶ້ນ​ຫຼື​ບໍ່. ຕົວຢ່າງ​ເຊັ່ນ: ກະສັດ​ອາກາເຊຍ ລູກ​ຊາຍ​ຂອງ​ອາກາບ​ແລະ​ເຢຊາເບນ ສົງໄສ​ວ່າ​ລາວ​ຈະ​ດີ​ເປັນ​ປົກກະຕິ​ຈາກ​ການ​ບາດເຈັບ​ບໍ. ຕໍ່​ມາ ເບນຫາດາດ​ກະສັດ​ຂອງ​ປະເທດ​ຊີລີ​ເຈັບ​ປ່ວຍ​ແລະ​ໄດ້​ຖາມ​ວ່າ​ລາວ​ຈະ​ດີ​ພະຍາດ​ບໍ.—2 ກະສັດ 1:2; 8:7, 8

2 ຄຳພີ​ໄບເບິນ​ຍັງ​ບອກ​ເຮົາ​ວ່າ​ໃນ​ອະດີດ ບາງ​ຄັ້ງ​ພະ​ເຢໂຫວາ​ໄດ້​ປິ່ນປົວ​ຜູ້​ຄົນ​ໂດຍ​ເຮັດ​ການ​ອັດສະຈັນ​ແລະ​ເຖິງ​ຂັ້ນ​ໄດ້​ໃຊ້​ຜູ້​ພະຍາກອນ​ຂອງ​ພະອົງ​ເພື່ອ​ປຸກ​ຄົນ​ທີ່​ຕາຍ​ໃຫ້​ຟື້ນ​ຄືນ​ມາ​ມີ​ຊີວິດ​ອີກ. (1 ກະສັດ 17:17-24; 2 ກະສັດ 4:17-20, 32-35) ໃນ​ທຸກ​ມື້​ນີ້ ບາງ​ຄົນ​ທີ່​ເຈັບ​ປ່ວຍ​ອາດ​ສົງໄສ​ວ່າ​ພະ​ເຢໂຫວາ​ຍັງ​ຈະ​ເຮັດ​ບາງ​ສິ່ງ​ເພື່ອ​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ດີ​ຂຶ້ນ​ບໍ?

3-5. ພະ​ເຢໂຫວາ​ແລະ​ພະ​ເຍຊູ​ສາມາດ​ເຮັດ​ຫຍັງ​ໄດ້ ແລະ​ເຮົາ​ຈະ​ພິຈາລະນາ​ຄຳຖາມ​ຫຍັງ​ແດ່?

3 ລິດ​ອຳນາດ​ທີ່​ພະ​ເຢໂຫວາ​ມີ​ໄດ້​ສົ່ງ​ຜົນ​ກະທົບ​ຕໍ່​ສຸຂະພາບ​ຂອງ​ຜູ້​ຄົນ. ພະອົງ​ໄດ້​ໃຊ້​ລິດເດດ​ນັ້ນ​ເພື່ອ​ລົງໂທດ​ບາງ​ຄົນ​ໂດຍ​ເຮັດ​ໃຫ້​ເຂົາ​ເຈົ້າ​ເຈັບ​ປ່ວຍ ເຊັ່ນ: ຟາໂລ​ທີ່​ມີ​ຊີວິດ​ຢູ່​ໃນ​ສະໄໝ​ຂອງ​ອັບລາຫາມ ແລະ​ຕໍ່​ມາ​ກໍ​ແມ່ນ​ມີລີອາມ​ເອື້ອຍ​ຂອງ​ໂມເຊ. (ຕົ້ນເດີມ 12:17; ຈົດເຊັນບັນຊີ 12:9, 10; 2 ຊາເມືອນ 24:15) ພະອົງ​ຍັງ​ໄດ້​ລົງໂທດ​ຊາວ​ອິດສະລາແອນ​ໃຫ້​ເປັນ “ພະຍາດ​ເຈັບ​ປວດ​ກັບ​ໂລຄາ​ໄພ” ເມື່ອ​ເຂົາ​ເຈົ້າ​ບໍ່​ສັດ​ຊື່​ຕໍ່​ພະອົງ. (ພະບັນຍັດ 28:58-61) ໃນ​ໂອກາດ​ອື່ນ ພະ​ເຢໂຫວາ​ໄດ້​ປົກ​ປ້ອງ​ປະຊາຊົນ​ຂອງ​ພະອົງ​ບໍ່​ໃຫ້​ເຈັບ​ປ່ວຍ. (ອົບພະຍົບ 23:25; ພະບັນຍັດ 7:15) ພະອົງ​ເຖິງ​ຂັ້ນ​ໄດ້​ປິ່ນປົວ​ເຂົາ​ເຈົ້າ​ບາງ​ຄົນ. ຕົວຢ່າງ​ເຊັ່ນ: ພະອົງ​ໄດ້​ປິ່ນປົວ​ໂຢບ​ເມື່ອ​ລາວ​ເຈັບ​ປ່ວຍ​ໜັກ​ຈົນ​ບໍ່​ຢາກ​ມີ​ຊີວິດ​ຢູ່​ຕໍ່​ໄປ.—ໂຢບ 2:7; 3:11-13; 42:10, 16

4 ເຮົາ​ໝັ້ນ​ໃຈ​ໄດ້​ວ່າ​ພະ​ເຢໂຫວາ​ມີ​ລິດ​ອຳນາດ​ທີ່​ຈະ​ສາມາດ​ປິ່ນປົວ​ຄົນ​ທີ່​ເຈັບ​ປ່ວຍ ແລະ​ພະ​ເຍຊູ​ກໍ​ສາມາດ​ເຮັດ​ໄດ້​ຄື​ກັນ. ເມື່ອ​ຢູ່​ໂລກ​ນີ້ ພະອົງ​ໄດ້​ປິ່ນປົວ​ຄົນ​ທີ່​ເປັນ​ຂີ້ທູດ ຄົນ​ທີ່​ເປັນ​ບ້າ​ໝູ ຄົນ​ທີ່​ຕາ​ບອດ ແລະ​ຄົນ​ທີ່​ເປັນ​ງ່ອຍ. (ອ່ານ​ມັດທາຍ 4:23, 24; ໂຢຮັນ 9:1-7) ການ​ອັດສະຈັນ​ເຫຼົ່າ​ນີ້​ຊ່ວຍ​ເຮົາ​ໃຫ້​ຄອຍ​ຖ້າ​ສິ່ງ​ທີ່​ດີ​ເລີດ​ຕ່າງໆເຊິ່ງ​ພະ​ເຍຊູ​ຈະ​ເຮັດ​ໃນ​ໂລກ​ໃໝ່. ໃນ​ຕອນ​ນັ້ນ “ຊາວ​ຊົນ​ຈະ​ບໍ່​ກ່າວ​ວ່າ ‘ຂ້ອຍ​ບໍ່​ສຳບາຍ.’”—ເອຊາອີ 33:24

5 ແຕ່​ຖ້າ​ເຮົາ​ເຈັບ​ປ່ວຍ​ໜັກ ເຮົາ​ສາມາດ​ຄາດ​ໝາຍ​ໃຫ້​ພະ​ເຢໂຫວາ​ຫຼື​ພະ​ເຍຊູ​ປິ່ນປົວ​ເຮົາ​ໂດຍ​ເຮັດ​ການ​ອັດ​ຈະ​ຈັນ​ໃນ​ຕອນ​ນີ້​ບໍ? ແລະ​ເຮົາ​ຄວນ​ຄິດ​ກ່ຽວ​ກັບ​ເລື່ອງ​ໃດ​ເມື່ອ​ເລືອກ​ວິທີ​ການ​ປິ່ນປົວ?

ໝາຍ​ເພິ່ງ​ພະ​ເຢໂຫວາ​ໃນ​ເວລາ​ທີ່​ເຈົ້າ​ເຈັບ​ປ່ວຍ

6. ຄຳພີ​ໄບເບິນ​ເວົ້າ​ແນວ​ໃດ​ກ່ຽວ​ກັບ​ການ​ອັດສະຈັນ​ຕ່າງໆທີ່​ຄລິດສະຕຽນ​ໃນ​ສະຕະວັດ​ທຳອິດ​ໄດ້​ເຮັດ?

6 ໃນ​ສະຕະວັດ​ທຳອິດ ພະ​ເຢໂຫວາ​ໄດ້​ເຈີມ​ຄລິດສະຕຽນ​ດ້ວຍ​ພະລັງ​ບໍລິສຸດ​ແລະ​ໃຫ້​ເຂົາ​ເຈົ້າ​ບາງ​ຄົນ​ສາມາດ​ເຮັດ​ການ​ອັດສະຈັນ​ຕ່າງໆໄດ້. (ກິດຈະການ 3:2-7; 9:36-42) ຕົວຢ່າງ​ເຊັ່ນ: ເຂົາ​ເຈົ້າ​ສາມາດ​ປິ່ນປົວ​ຜູ້​ຄົນ ແລະ​ສາມາດ​ເວົ້າ​ໄດ້​ຫຼາຍ​ພາສາ. (1 ໂກລິນໂທ 12:4-11) ແຕ່​ຕໍ່​ມາ ຄື​ກັບ​ທີ່​ຄຳພີ​ໄບເບິນ​ໄດ້​ບອກ​ໄວ້​ຈຶ່ງ​ບໍ່​ມີ​ການ​ເຮັດ​ການ​ອັດສະຈັນ​ແບບ​ນັ້ນ​ອີກ​ຕໍ່​ໄປ. (1 ໂກລິນໂທ 13:8) ດັ່ງ​ນັ້ນ ໃນ​ທຸກ​ມື້​ນີ້​ເຮົາ​ຈຶ່ງ​ບໍ່​ສາມາດ​ຄາດ​ໝາຍ​ໃຫ້​ພະ​ເຢໂຫວາ​ປິ່ນປົວ​ເຮົາ​ຫຼື​ຄົນ​ທີ່​ເຮົາ​ຮັກ​ໂດຍ​ເຮັດ​ການ​ອັດສະຈັນ.

ພະ​ເຢໂຫວາ​ຮູ້​ແທ້ໆວ່າ​ຜູ້​ຮັບໃຊ້​ຂອງ​ພະອົງ​ກຳລັງ​ທຸກ​ທໍລະມານ ແລະ​ພະອົງ​ກໍ​ບໍ່​ລືມ​ຄວາມ​ສັດ​ຊື່​ຂອງ​ເຂົາ​ເຈົ້າ

7. ຄຳເພງ 41:3 ໃຫ້​ກຳລັງ​ໃຈ​ເຮົາ​ແນວ​ໃດ?

7 ຖ້າ​ເຈົ້າ​ກຳລັງ​ເຈັບ​ປ່ວຍ​ຢູ່ ພະ​ເຢໂຫວາ​ຈະ​ປອບ​ໂຍນ​ແລະ​ຄ້ຳຈູນ​ເຈົ້າ ຄື​ດັ່ງ​ທີ່​ພະອົງ​ເຄີຍ​ເຮັດ​ຕໍ່​ຜູ້​ຮັບໃຊ້​ຂອງ​ພະອົງ​ໃນ​ສະໄໝ​ກ່ອນ. ກະສັດ​ດາວິດ​ໄດ້​ຂຽນ​ວ່າ: ‘ຜູ້​ທີ່​ເຫັນ​ໃຈ​ຄົນ​ຕ່ຳ​ຕ້ອຍ​ກໍ​ເປັນ​ສຸກ​ຫຼາຍ ໃນ​ວັນ​ບໍ່​ດີ​ພະ​ເຢໂຫວາ​ຈະ​ຊ່ອຍ​ຜູ້​ນັ້ນ​ໃຫ້​ພົ້ນ. ພະ​ເຢໂຫວາ​ຈະ​ປົກ​ປ້ອງ​ກັ້ນ​ແລະ​ຮັກສາ​ຊີວິດ​ຂອງ​ເພິ່ນ​ໄວ້.’ (ຄຳເພງ 41:1, 2) ແນ່ນອນ ດາວິດ​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ຄົນ​ດີ​ທີ່​ມີ​ຊີວິດ​ຢູ່​ໃນ​ສະໄໝ​ນັ້ນ​ເຊິ່ງ​ສະແດງ​ຄວາມ​ເຫັນ​ໃຈ​ຄົນ​ທີ່​ຕ່ຳ​ຕ້ອຍ​ຈະ​ບໍ່​ຕາຍ. ເມື່ອ​ເປັນ​ເຊັ່ນ​ນັ້ນ ພະ​ເຢໂຫວາ​ຈະ​ຊ່ວຍ​ຄົນ​ດີ​ແບບ​ນັ້ນ​ແນວ​ໃດ? ດາວິດ​ອະທິບາຍ​ວ່າ: ‘ພະ​ເຢໂຫວາ​ຈະ​ຄ້ຳຈູນ​ເພິ່ນ​ເວລາ​ນອນ​ປ່ວຍ​ຢູ່ ພະອົງ​ຈະ​ປ່ຽນ​ຕຽງ​ນອນ​ແຫ່ງ​ຕົນ​ທັງ​ສິ້ນ​ເວລາ​ເພິ່ນ​ຈະ​ເຈັບ​ປ່ວຍ​ຢູ່.’ (ຄຳເພງ 41:3) ພະ​ເຢໂຫວາ​ຮູ້​ແທ້ໆວ່າ​ຜູ້​ຮັບໃຊ້​ຂອງ​ພະອົງ​ກຳລັງ​ທຸກ​ທໍລະມານ ແລະ​ພະອົງ​ກໍ​ບໍ່​ລືມ​ເຂົາ​ເຈົ້າ. ພະອົງ​ສາມາດ​ເຮັດ​ໃຫ້​ເຂົາ​ເຈົ້າ​ມີ​ກຳລັງ​ແລະ​ມີ​ຄວາມ​ສະຫຼາດ. ນອກ​ຈາກ​ນັ້ນ ພະ​ເຢໂຫວາ​ຍັງ​ສ້າງ​ຮ່າງກາຍ​ຂອງ​ມະນຸດ​ໃນ​ແບບ​ທີ່​ສາມາດ​ຟື້ນຟູ​ຕົວ​ເອງ​ໄດ້.

8. ຕາມ​ທີ່​ບັນທຶກ​ໄວ້​ໃນ​ຄຳເພງ 41:4 ຕອນ​ທີ່​ດາວິດ​ເຈັບ​ປ່ວຍ​ໜັກ​ລາວ​ໄດ້​ອະທິດຖານ​ຂໍ​ໃຫ້​ພະ​ເຢໂຫວາ​ເຮັດ​ຫຍັງ​ສຳລັບ​ລາວ?

8 ໃນ​ຄຳເພງ​ບົດ 41 ດາວິດ​ຍັງ​ບອກ​ເຮົາ​ກ່ຽວ​ກັບ​ຕອນ​ທີ່​ລາວ​ເຈັບ​ປ່ວຍ​ໜັກ​ແລະ​ຮູ້ສຶກ​ອ່ອນແອ​ແລະ​ກັງວົນ​ໃຈ. ເບິ່ງ​ຄື​ວ່າ​ເວລາ​ນັ້ນ​ອັບ​ຊາ​ໂລມ​ລູກ​ຊາຍ​ຂອງ​ດາວິດ​ກຳລັງ​ພະຍາຍາມ​ທີ່​ຈະ​ເປັນ​ກະສັດ​ແທນ​ລາວ. ດາວິດ​ເຈັບ​ປ່ວຍ​ໜັກ​ຫຼາຍ​ຈົນ​ບໍ່​ສາມາດ​ຫ້າມ​ອັບ​ຊາ​ໂລມ​ໄດ້. ດາວິດ​ຮູ້​ວ່າ​ບັນຫາ​ຕ່າງໆທີ່​ເກີດ​ຂຶ້ນ​ໃນ​ຄອບຄົວ​ຂອງ​ລາວ​ເປັນ​ຜົນ​ມາ​ຈາກ​ການ​ທີ່​ລາວ​ເຮັດ​ຜິດ​ປະເວນີ​ກັບ​ບາດເຊບາ. (2 ຊາເມືອນ 12:7-14) ດັ່ງ​ນັ້ນ ລາວ​ໄດ້​ເຮັດ​ຫຍັງ? ລາວ​ໄດ້​ອະທິດຖານ​ວ່າ: ‘ໂອ້​ພະ​ເຢໂຫວາ ຂໍ​ໂຜດ​ເມດຕາ​ແກ່​ຂ້າ​ນ້ອຍ. ຂໍ​ໂຜດ​ປິ່ນປົວ​ຂ້າ​ນ້ອຍ​ໃຫ້​ຫາຍ​ດີ ເຫດ​ວ່າ​ຂ້າ​ນ້ອຍ​ໄດ້​ເຮັດ​ບາບ​ຕໍ່​ສູ້​ພະອົງ.’ (ຄຳເພງ 41:4) ດາວິດ​ຮູ້​ວ່າ​ພະ​ເຢໂຫວາ​ໄດ້​ໃຫ້​ອະໄພ​ລາວ​ແລ້ວ​ສຳລັບ​ຄວາມ​ຜິດ​ນັ້ນ ດັ່ງ​ນັ້ນ ລາວ​ຈຶ່ງ​ໝາຍ​ເພິ່ງ​ພະອົງ​ໃນ​ລະຫວ່າງ​ທີ່​ເຈັບ​ປ່ວຍ. ແຕ່​ດາວິດ​ຄາດ​ໝາຍ​ໃຫ້​ພະ​ເຢໂຫວາ​ເຮັດ​ການ​ອັດສະຈັນ​ບໍ?

9. (ກ) ພະ​ເຢໂຫວາ​ໄດ້​ເຮັດ​ຫຍັງ​ສຳລັບ​ກະສັດ​ເອເຊເກຍເຊ? (ຂ) ດາວິດ​ຄາດ​ໝາຍ​ໃຫ້​ພະ​ເຢໂຫວາ​ເຮັດ​ຫຍັງ​ສຳລັບ​ລາວ?

9 ເປັນ​ຄວາມ​ຈິງ​ທີ່​ບາງ​ຄັ້ງ​ພະ​ເຢໂຫວາ​ໄດ້​ປິ່ນປົວ​ຜູ້​ຄົນ. ຕົວຢ່າງ​ເຊັ່ນ: ເມື່ອ​ກະສັດ​ເອເຊເກຍເຊ​ເຈັບ​ປ່ວຍ​ແລະ​ເກືອບ​ຈະ​ເສຍ​ຊີວິດ ພະ​ເຢໂຫວາ​ໄດ້​ປິ່ນປົວ​ລາວ ດັ່ງ​ນັ້ນ ເອເຊເກຍເຊ​ຈຶ່ງ​ມີ​ຊີວິດ​ຢູ່​ຕໍ່​ໄປ​ອີກ 15 ປີ. (2 ກະສັດ 20:1-6) ດາວິດ​ບໍ່​ໄດ້​ຄາດ​ໝາຍ​ໃຫ້​ພະ​ເຢໂຫວາ​ເຮັດ​ການ​ອັດສະຈັນ ແຕ່​ລາວ​ຄາດ​ໝາຍ​ໃຫ້​ພະອົງ​ຊ່ວຍ​ລາວ​ຄື​ກັບ​ທີ່​ພະອົງ​ຈະ​ຊ່ວຍ ‘ຜູ້​ທີ່​ເຂົ້າ​ໃຈ​ຄົນ​ຕ່ຳ​ຕ້ອຍ.’ ດາວິດ​ມີ​ສາຍ​ສຳພັນ​ທີ່​ດີ​ກັບ​ພະ​ເຢໂຫວາ ດັ່ງ​ນັ້ນ ລາວ​ຈຶ່ງ​ສາມາດ​ຂໍ​ໃຫ້​ພະອົງ​ປອບ​ໂຍນ​ແລະ​ເບິ່ງ​ແຍງ​ລາວ​ໃນ​ລະຫວ່າງ​ທີ່​ເຈັບ​ປ່ວຍ. ດາວິດ​ຍັງ​ຂໍ​ໃຫ້​ຮ່າງກາຍ​ຂອງ​ລາວ​ໄດ້​ຮັບ​ການ​ປິ່ນປົວ​ແລະ​ໃຫ້​ດີ​ຂຶ້ນ. ເຮົາ​ກໍ​ສາມາດ​ຂໍ​ໃຫ້​ພະ​ເຢໂຫວາ​ຊ່ວຍ​ເຮົາ​ໃນ​ແບບ​ດຽວ​ກັນ​ນັ້ນ.—ຄຳເພງ 103:3

10. ເກີດ​ຫຍັງ​ຂຶ້ນ​ກັບ​ໂຕຼຟີມ​ແລະ​ເອປາໂຟດີດ ແລະ​ເລື່ອງ​ນັ້ນ​ສອນ​ຫຍັງ​ເຮົາ?

10 ໃນ​ສະຕະວັດ​ທຳອິດ ເຖິງ​ວ່າ​ອັກຄະສາວົກ​ໂປໂລ​ແລະ​ຄົນ​ອື່ນໆສາມາດ​ປິ່ນປົວ​ຄົນ​ເຈັບ​ປ່ວຍ​ໄດ້ ແຕ່​ກໍ​ບໍ່​ແມ່ນ​ຄລິດສະຕຽນ​ທຸກ​ຄົນ​ໄດ້​ຮັບ​ການ​ປິ່ນປົວ​ໂດຍ​ການ​ເຮັດ​ການ​ອັດສະຈັນ. (ອ່ານ​ກິດຈະການ 14:8-10) ອັກຄະສາວົກ​ໂປໂລ​ໄດ້​ປິ່ນປົວ​ພໍ່​ຂອງ​ປຶບລຽວ​ເຊິ່ງ​ເປັນ​ໄຂ້​ແລະ​ຕິດ​ເຊື້ອ​ຢ່າງ​ຮຸນແຮງ. ໂປໂລ​ໄດ້ “ອ້ອນ​ວອນ​ແລະ​ເອົາ​ມື​ວາງ​ເທິງ​ເພິ່ນ ແລະ​ກະທຳ​ໃຫ້​ເພິ່ນ​ດີ.” (ກິດຈະການ 28:8) ແຕ່​ໂປໂລ​ກໍ​ບໍ່​ໄດ້​ປິ່ນປົວ​ທຸກໆຄົນ​ທີ່​ລາວ​ຮູ້ຈັກ. ໝູ່​ຄົນ​ໜຶ່ງ​ຂອງ​ໂປໂລ​ແມ່ນ​ໂຕຼຟີມ​ເຊິ່ງ​ໄດ້​ເດີນ​ທາງ​ໄປ​ກັບ​ລາວ​ໃນ​ວຽກ​ຮັບໃຊ້​ເປັນ​ມິດຊັນນາລີ. (ກິດຈະການ 20:3-5, 22; 21:29) ເມື່ອ​ໂຕຼຟິມ​ບໍ່​ສະບາຍ ໂປໂລ​ກໍ​ບໍ່​ໄດ້​ປິ່ນປົວ​ລາວ. ດັ່ງ​ນັ້ນ ໂຕຼຟີມ​ຈຶ່ງ​ບໍ່​ສາມາດ​ຮ່ວມ​ເດີນ​ທາງ​ໄປ​ກັບ​ໂປໂລ ແຕ່​ໄດ້​ພັກ​ຢູ່​ເມືອງ​ມີເລດ​ເພື່ອ​ໃຫ້​ຕົວ​ເອງ​ດີ​ຂຶ້ນ. (2 ຕີໂມເຕ 4:20) ໝູ່​ອີກ​ຄົນ​ໜຶ່ງ​ຂອງ​ໂປໂລ​ແມ່ນ​ເອປາໂຟດີດ ລາວ​ກໍ​ບໍ່​ສະບາຍ​ໜັກ​ແລະ​ເກືອບ​ຈະ​ເສຍ​ຊີວິດ. ແຕ່​ຄຳພີ​ໄບເບິນ​ບໍ່​ໄດ້​ບອກ​ວ່າ​ໂປໂລ​ໄດ້​ປິ່ນປົວ​ເອປາໂຟດີດ.—ຟີລິບ 2:25-27, 30

ເຈົ້າ​ຄວນ​ຮັບ​ເອົາ​ຄຳ​ແນະນຳ​ແບບ​ໃດ​ໃນ​ເລື່ອງ​ສຸຂະພາບ?

11, 12. ເຮົາ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ລືກາ ແລະ​ລາວ​ອາດ​ໄດ້​ຊ່ວຍ​ໂປໂລ​ແນວ​ໃດ?

11 ລືກາ​ເປັນ​ທ່ານ​ໝໍ ແລະ​ລາວ​ໄດ້​ເດີນ​ທາງ​ໄປ​ກັບ​ໂປໂລ. (ກິດຈະການ 16:10-12; 20:5, 6; ໂກໂລດ 4:14) ເບິ່ງ​ຄື​ວ່າ​ລາວ​ໄດ້​ຊ່ວຍ​ໂປໂລ​ແລະ​ຄົນ​ອື່ນໆເມື່ອ​ເຂົາ​ເຈົ້າ​ເຈັບ​ປ່ວຍ​ໃນ​ຂະນະ​ທີ່​ເດີນ​ທາງ​ຮັບໃຊ້​ເປັນ​ມິດຊັນນາລີ. (ຄາລາຊີ 4:13) ຄື​ກັບ​ທີ່​ພະ​ເຍຊູ​ບອກ​ໄວ້​ແລ້ວ “ຄົນ​ບໍ່​ສຳບາຍ​ກໍ​ຕ້ອງ​ຢາກ​ໄດ້” ທ່ານ​ໝໍ.—ລືກາ 5:31

ເຮົາ​ຕ້ອງ​ລະວັງ​ເມື່ອ​ບາງ​ຄົນ​ໃຫ້​ຄຳ​ແນະນຳ​ກ່ຽວ​ກັບ​ເລື່ອງ​ສຸຂະພາບ​ຂອງ​ເຮົາ

12 ລືກາ​ບໍ່​ໄດ້​ເປັນ​ພຽງ​ຄົນ​ທີ່​ໃຫ້​ຄຳ​ແນະນຳ​ໃນ​ເລື່ອງ​ສຸຂະພາບ​ເທົ່າ​ນັ້ນ. ລາວ​ໄດ້​ຮັບ​ການ​ຝຶກ​ອົບຮົມ​ໃຫ້​ເປັນ​ທ່ານ​ໝໍ​ແທ້ໆ. ຄຳພີ​ໄບເບິນ​ບໍ່​ໄດ້​ບອກ​ວ່າ​ລາວ​ໄດ້​ຮັບ​ການ​ຝຶກ​ອົບຮົມ​ເລື່ອງ​ວິຊາການ​ແພດ​ເມື່ອ​ໃດ​ຫຼື​ຢູ່​ໃສ. ແຕ່​ຄຳພີ​ໄບເບິນ​ບອກ​ວ່າ​ໂປໂລ​ໄດ້​ສົ່ງ​ຄວາມ​ຮັກ​ຈາກ​ລືກາ​ໄປ​ເຖິງ​ພີ່​ນ້ອງ​ໃນ​ເມືອງ​ໂກໂລດ. ເບິ່ງ​ຄື​ວ່າ​ລືກາ​ໄດ້​ຮຽນ​ວິຊາການ​ແພດ​ຢູ່​ໂຮງ​ຮຽນ​ແພດ​ໃນ​ເມືອງ​ລາ​ໂອ​ດີ​ເຊ ເຊິ່ງ​ເປັນ​ເມືອງ​ທີ່​ຢູ່​ໃກ້​ກັບ​ເມືອງ​ໂກໂລດ. ນອກ​ຈາກ​ນັ້ນ ເມື່ອ​ລາວ​ຂຽນ​ພະທຳ​ລືກາ​ແລະ​ພະທຳ​ກິດຈະການ ລາວ​ໄດ້​ໃຊ້​ຄຳ​ສັບ​ສະເພາະ​ທາງ​ການ​ແພດ. ເນື່ອງ​ຈາກ​ເປັນ​ທ່ານ​ໝໍ ລືກາ​ຈຶ່ງ​ໄດ້​ຂຽນ​ຫຼາຍ​ເລື່ອງ​ກ່ຽວ​ກັບ​ໂອກາດ​ຕ່າງໆທີ່​ພະ​ເຍຊູ​ໄດ້​ເຮັດ​ການ​ປິ່ນປົວ.

13. ກ່ອນ​ຈະ​ໃຫ້​ຄຳ​ແນະນຳ​ຫຼື​ຮັບ​ເອົາ​ຄຳ​ແນະນຳ​ໃນ​ເລື່ອງ​ສຸຂະພາບ ເຮົາ​ຕ້ອງ​ຈື່​ຫຍັງ​ໄວ້?

13 ໃນ​ທຸກ​ມື້​ນີ້ ພີ່​ນ້ອງ​ຮ່ວມ​ຄວາມ​ເຊື່ອ​ບໍ່​ສາມາດ​ເຮັດ​ການ​ອັດສະຈັນ​ໃດໆເພື່ອ​ປິ່ນປົວ​ເຮົາ. ແຕ່​ຍ້ອນ​ເຂົາ​ເຈົ້າ​ຕ້ອງການ​ຊ່ວຍ​ເຮົາ ດັ່ງ​ນັ້ນ ບາງ​ຄົນ​ອາດ​ຈະ​ໃຫ້​ຄຳ​ແນະ​ແກ່​ເຮົາ​ເຖິງ​ວ່າ​ເຮົາ​ບໍ່​ໄດ້​ຂໍ​ກັບ​ເຂົາ​ເຈົ້າ​ກໍ​ຕາມ. ແນ່ນອນ​ວ່າ​ຄຳ​ແນະນຳ​ບາງ​ເລື່ອງ​ກໍ​ບໍ່​ມີ​ພິດ​ບໍ່​ມີ​ໄພ​ຫຍັງ. ຕົວຢ່າງ​ເຊັ່ນ: ໂປໂລ​ແນະນຳ​ຕີໂມເຕ​ໃຫ້​ດື່ມ​ເຫຼົ້າ​ແວງ​ໜ້ອຍ​ໜຶ່ງ ເພາະ​ລາວ​ມີ​ບັນຫາ​ກັບ​ທ້ອງ​ເຊິ່ງ​ອາດ​ເປັນ​ຍ້ອນ​ວ່າ​ດື່ມ​ນ້ຳ​ທີ່​ບໍ່​ສະອາດ.a (ອ່ານ 1 ຕີໂມເຕ 5:23) ແຕ່​ເຮົາ​ຕ້ອງ​ລະວັງ. ພີ່​ນ້ອງ​ຮ່ວມ​ຄວາມ​ເຊື່ອ​ອາດ​ພະຍາຍາມ​ໂນ້ມນ້າວ​ເຮົາ​ໃຫ້​ກິນ​ຢາ​ຫຼື​ກິນ​ສະໝຸນ​ໄພ​ບາງ​ຢ່າງ ຫຼື​ໃຫ້​ກິນ​ອາຫານ​ບາງ​ຢ່າງ​ຫຼື​ບໍ່​ຕ້ອງ​ກິນ​ອາຫານ​ບາງ​ຢ່າງ. ລາວ​ອາດ​ບອກ​ວ່າ​ສິ່ງນັ້ນ​ໄດ້​ຊ່ວຍ​ບາງ​ຄົນ​ໃນ​ຄອບຄົວ​ຂອງ​ລາວ​ທີ່​ມີ​ບັນຫາ​ຄ້າຍໆກັນ​ນີ້. ແຕ່​ນີ້​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ສິ່ງ​ນັ້ນ​ຈະ​ຊ່ວຍ​ເຮົາ​ຄື​ກັນ. ເຖິງ​ວ່າ​ມີ​ຫຼາຍ​ຄົນ​ໄດ້​ໃຊ້​ຢາ​ຫຼື​ໃຊ້​ວິທີ​ການ​ປິ່ນປົວ​ໃນ​ແບບ​ໃດ​ແບບ​ໜຶ່ງ ເຮົາ​ຕ້ອງ​ຈື່​ໄວ້​ວ່າ​ສິ່ງ​ນັ້ນ​ອາດ​ຈະ​ເປັນ​ອັນຕະລາຍ​ຫຼາຍ​ກໍ​ໄດ້.—ອ່ານ​ສຸພາສິດ 27:12

ໃຊ້​ສະຕິ​ອັນ​ດີ

14, 15. (ກ) ໃນ​ເລື່ອງ​ສຸຂະພາບ ເຮົາ​ຄວນ​ລະວັງ​ຄົນ​ແບບ​ໃດ? (ຂ) ເຮົາ​ຮຽນ​ຮູ້​ຫຍັງ​ຈາກ​ສຸພາສິດ 14:15 ?

14 ພວກ​ເຮົາ​ທຸກ​ຄົນ​ຕ້ອງການ​ມີ​ສຸຂະພາບ​ທີ່​ແຂງແຮງ​ເພື່ອ​ເຮົາ​ຈະ​ມີ​ຄວາມ​ສຸກ​ໃນ​ຊີວິດ​ແລະ​ຮັບໃຊ້​ພະ​ເຢໂຫວາ​ໄດ້​ຢ່າງ​ເຕັມທີ. ແຕ່​ເຮົາ​ເປັນ​ຄົນ​ທີ່​ບໍ່​ສົມບູນ​ແບບ ດັ່ງ​ນັ້ນ ເຮົາ​ຈຶ່ງ​ເຈັບ​ປ່ວຍ​ໄດ້. ເມື່ອ​ເຈັບ​ປ່ວຍ ອາດ​ມີ​ວິທີ​ການ​ປິ່ນປົວ​ຫຼາຍ​ແບບ ແລະ​ເຮົາ​ກໍ​ມີ​ສິດ​ຕັດສິນ​ໃຈ​ວ່າ​ຈະ​ຍອມ​ຮັບ​ເອົາ​ວິທີ​ການ​ປິ່ນປົວ​ແບບ​ໃດ. ໜ້າ​ເສຍໃຈ​ທີ່​ບາງ​ຄົນ​ແລະ​ບາງ​ບໍລິສັດ​ອ້າງ​ວ່າ​ເຂົາ​ເຈົ້າ​ໄດ້​ຄົ້ນ​ພົບ​ວິທີ​ການ​ປິ່ນປົວ​ທີ່​ສາມາດ​ເຮັດ​ໃຫ້​ເຮົາ​ຫາຍ​ດີ​ໄດ້. ເຂົາ​ເຈົ້າ​ອ້າງ​ແບບ​ນັ້ນ​ເພາະ​ຜົນ​ປະໂຫຍດ​ທາງ​ການ​ເງິນ. ເຂົາ​ເຈົ້າ​ອາດ​ເວົ້າ​ວ່າ​ຫຼາຍ​ຄົນ​ໄດ້​ໃຊ້​ວິທີ​ການ​ປິ່ນປົວ​ນີ້​ແລ້ວ​ກໍ​ດີ​ຂຶ້ນ. ເມື່ອ​ເຈັບ​ປ່ວຍ ເຮົາ​ອາດ​ຈະ​ພະຍາຍາມ​ເຮັດ​ທຸກ​ວິທີ​ເພື່ອ​ເຮັດ​ໃຫ້​ອາການ​ຂອງ​ເຮົາ​ດີ​ຂຶ້ນ​ແລະ​ເພື່ອ​ຈະ​ມີ​ຊີວິດ​ຍືນ​ຍາວ​ຂຶ້ນ. ແຕ່​ເຮົາ​ຕ້ອງ​ບໍ່​ລືມ​ຄຳ​ແນະນຳ​ໃນ​ຄຳພີ​ໄບເບິນ​ທີ່​ບອກ​ວ່າ: ‘ຄົນ​ຊື່​ກໍ​ເຊື່ອ​ຖ້ອຍຄຳ​ທຸກ​ຂໍ້ ແຕ່​ວ່າ​ສະຫຼາດ​ກໍ​ຄອຍ​ລະວັງ​ບາດ​ຕີນ​ແຫ່ງ​ຕົນ.’—ສຸພາສິດ 14:15

ເຮົາ​ຕ້ອງ​ໃຊ້​ສະຕິ​ທີ່​ດີ​ແລະ​ລະວັງ​ກ່ຽວ​ກັບ​ສິ່ງ​ທີ່​ເຮົາ​ເຊື່ອ

15 ຖ້າ​ເຮົາ​ເປັນ​ຄົນ​ສະຫຼາດ​ຫຼື​ສຸຂຸມ ເຮົາ​ຈະ​ລະວັງ​ໃນ​ສິ່ງ​ທີ່​ເຮົາ​ເຊື່ອ​ໂດຍ​ສະເພາະ​ແລ້ວ​ຖ້າ​ຜູ້​ທີ່​ໃຫ້​ຄຳ​ແນະນຳ​ໃນ​ເລື່ອງ​ນັ້ນ​ບໍ່​ໄດ້​ຮັບ​ການ​ຝຶກ​ອົບຮົມ​ໃນ​ດ້ານ​ນັ້ນ​ສະເພາະ. ເຮົາ​ຕ້ອງ​ຖາມ​ຕົວ​ເອງ​ວ່າ: ‘ລາວ​ບອກ​ວ່າ​ວິຕາມິນ​ນີ້ ສະໝຸນໄພ​ນີ້ ຫຼື​ອາຫານ​ແບບ​ນີ້​ໄດ້​ຊ່ວຍ​ຜູ້​ຄົນ ແຕ່​ຂ້ອຍ​ຮູ້​ແນ່ນອນ​ບໍ​ວ່າ​ມັນ​ຊ່ວຍ​ເຂົາ​ເຈົ້າ​ໄດ້​ແທ້ໆ? ເຖິງ​ວ່າ​ສິ່ງ​ເຫຼົ່າ​ນັ້ນ​ຊ່ວຍ​ຄົນ​ອື່ນ​ໄດ້​ແທ້ ຂ້ອຍ​ຮູ້​ໄດ້​ແນວ​ໃດ​ວ່າ​ມັນ​ຈະ​ຊ່ວຍ​ຂ້ອຍ? ຂ້ອຍ​ຄວນ​ຄົ້ນ​ຄວ້າ​ຕື່ມ​ອີກ​ແລະ​ປຶກສາ​ກັບ​ບາງ​ຄົນ​ບໍ ທີ່​ເຂົາ​ເຈົ້າ​ໄດ້​ຮັບ​ການ​ຝຶກ​ອົບຮົມ​ເປັນ​ຢ່າງ​ດີ​ໃນ​ດ້ານ​ການ​ປິ່ນປົວ​ກ່ຽວ​ກັບ​ບັນຫາ​ເລື່ອງ​ສຸຂະພາບ​ຂອງ​ຂ້ອຍ?’—ພະບັນຍັດ 17:6

16. ເຮົາ​ຕ້ອງ​ພິຈາລະນາ​ເລື່ອງ​ຫຍັງ​ແດ່​ເມື່ອ​ຕັດສິນ​ໃຈ​ກ່ຽວ​ກັບ​ການ​ປິ່ນປົວ​ສຸຂະພາບ?

16 ເມື່ອ​ກຳລັງ​ຕັດສິນ​ໃຈ​ວ່າ​ຈະ​ກວດ​ສຸຂະພາບ​ແນວ​ໃດ​ຫຼື​ຍອມ​ຮັບ​ເອົາ​ການ​ປິ່ນປົວ​ແບບ​ໃດ ເຮົາ​ຕ້ອງ​ມີ “ສະຕິ​ອັນ​ດີ” ຫຼື​ໃຊ້​ສະຕິ​ທີ່​ດີ. (ຕິໂຕ 2:12) ເລື່ອງ​ນີ້​ສຳຄັນ​ເປັນ​ພິເສດ​ຖ້າ​ຫາກ​ວ່າ​ການ​ກວດ​ຫຼື​ການ​ປິ່ນປົວ​ເບິ່ງ​ຄື​ວ່າ​ແປກໆ. ຄົນ​ທີ່​ເຮົາ​ປຶກສາ​ນຳ​ສາມາດ​ອະທິບາຍ​ໄດ້​ບໍ​ວ່າ​ການ​ກວດ​ຫຼື​ການ​ປິ່ນປົວ​ຈະ​ດຳເນີນ​ໄປ​ແນວ​ໃດ? ຄຳ​ອະທິບາຍ​ນັ້ນ​ຟັງ​ເບິ່ງ​ແປກໆບໍ? ທ່ານ​ໝໍ​ຫຼາຍ​ຄົນ​ເຫັນ​ດີ​ນຳ​ບໍ​ວ່າ​ການ​ກວດ​ຫຼື​ການ​ປິ່ນປົວ​ແບບ​ນີ້​ສາມາດ​ຮັກສາ​ຜູ້​ຄົນ​ໃຫ້​ຫາຍ​ດີ​ໄດ້? (ສຸພາສິດ 22:29) ມີ​ບາງ​ຄົນ​ອາດ​ບອກ​ເຮົາ​ວ່າ​ມີ​ການ​ຄົ້ນ​ພົບ​ວິທີ​ການ​ຮັກສາ​ແບບ​ໃໝ່​ໃນ​ບ່ອນ​ທີ່​ຢູ່​ຫ່າງ​ໄກ​ສອກ​ຫຼີກ ແລະ​ທ່ານ​ໝໍ​ຍັງ​ບໍ່​ທັນ​ຮັບ​ຮູ້​ກ່ຽວ​ກັບ​ວິທີ​ການ​ແບບ​ນີ້​ເທື່ອ. ແຕ່​ມີ​ຫຍັງ​ບໍ​ທີ່​ພິສູດ​ວ່າ​ມີ​ການ​ຮັກສາ​ໃນ​ຮູບ​ແບບ​ນັ້ນ​ແທ້? ບາງ​ຄົນ​ເຖິງ​ຂັ້ນ​ສະເໜີ​ການ​ປິ່ນປົວ​ທີ່​ໃຊ້​ສ່ວນ​ປະສົມ​ທີ່​ເປັນ​ຄວາມ​ລັບ​ຫຼື​ພະລັງ​ທີ່​ບໍ່​ຮູ້​ທີ່​ໄປ​ທີ່​ມາ. ສິ່ງ​ນີ້​ສາມາດ​ເປັນ​ອັນຕະລາຍ​ຫຼາຍ. ຂໍ​ໃຫ້​ຈື່​ໄວ້​ວ່າ​ໃນ​ເລື່ອງ​ການ​ປິ່ນປົວ ພະ​ເຢໂຫວາ​ບໍ່​ຕ້ອງການ​ໃຫ້​ເຮົາ​ໃຊ້​ພະລັງ​ທີ່​ມະຫັດສະຈັນ​ຫຼື​ຄາຖາ​ອາຄົມ.—ພະບັນຍັດ 18:10-12; ເອຊາອີ 1:13

‘ຂໍ​ໃຫ້​ມີ​ສຸຂະພາບ​ດີ!’

17. ຕາມ​ທຳມະດາ​ແລ້ວ​ເຮົາ​ມີ​ຄວາມ​ຕ້ອງການ​ໃນ​ເລື່ອງ​ໃດ?

17 ຄະນະ​ກຳມະການ​ປົກຄອງ​ໃນ​ສະຕະວັດ​ທຳອິດ​ໄດ້​ສົ່ງ​ຈົດ​ໝາຍ​ເຖິງ​ພີ່​ນ້ອງ​ໃນ​ປະຊາຄົມ​ຕ່າງໆເພື່ອ​ບອກ​ເຂົາ​ເຈົ້າ​ກ່ຽວ​ກັບ​ບາງ​ສິ່ງ​ທີ່​ເຂົາ​ເຈົ້າ​ຈຳເປັນ​ຕ້ອງ​ຫຼີກ​ລ່ຽງ. ໃນ​ຕອນ​ທ້າຍ​ຂອງ​ຈົດ​ໝາຍ ຄະນະ​ກຳມະການ​ປົກຄອງ​ໄດ້​ຂຽນ​ວ່າ: “ຖ້າ​ພວກ​ທ່ານ​ລະວັງ​ຮັກສາ​ຕົວ​ໃຫ້​ພົ້ນ​ຈາກ​ສິ່ງ​ເຫຼົ່າ​ນີ້ ພວກ​ທ່ານ​ຈະ​ຈະເລີນ. ຂໍ​ໃຫ້​ມີ​ສຸຂະພາບ​ດີ!” (ກິດຈະການ 15:29, ລ.ມ.) ເຖິງ​ວ່າ​ສອງ​ສາມ​ຄຳ​ສຸດ​ທ້າຍ​ເປັນ​ພຽງ​ອີກ​ຮູບ​ແບບ​ໜຶ່ງ​ຂອງ​ການ​ເວົ້າ​ອຳລາ ແຕ່​ຄຳ​ເວົ້າ​ເຫຼົ່າ​ນັ້ນ​ເຕືອນ​ເຮົາ​ວ່າ​ເປັນ​ເລື່ອງ​ທຳມະດາ​ທີ່​ເຮົາ​ຕ້ອງການ​ມີ​ສຸຂະພາບ​ທີ່​ແຂງແຮງ.

ພີ່​ນ້ອງ​ຍິງ​ຄົນ​ໜຶ່ງ​ແລະ​ຜົວ​ຂອງ​ລາວ​ໄດ້​ປຶກສາ​ກັບ​ທ່ານ​ໝໍ ເຂົ້າ​ຮ່ວມ​ການ​ປະຊຸມ​ປະຈຳ​ປະຊາຄົມ ແລະ​ມ່ວນ​ຊື່ນ​ກັບ​ການ​ໃຊ້​ເວລາ​ນຳ​ຄົນ​ອື່ນ

ເຖິງ​ວ່າ​ເຮົາ​ຕ້ອງການ​ມີ​ສຸຂະພາບ​ທີ່​ແຂງແຮງ ແຕ່​ເລື່ອງ​ທີ່​ເຮົາ​ເລັງ​ໃສ່​ແມ່ນ​ການ​ຮັບໃຊ້​ພະ​ເຢໂຫວາ (ເບິ່ງ​ຂໍ້ 17)

18, 19. ເຮົາ​ສາມາດ​ຄອຍ​ຖ້າ​ຫຍັງ​ໃນ​ໂລກ​ໃໝ່?

18 ເນື່ອງ​ຈາກ​ເປັນ​ຄົນ​ທີ່​ບໍ່​ສົມບູນ​ແບບ ເຮົາ​ຈຶ່ງ​ບໍ່​ສາມາດ​ຫຼີກ​ລ່ຽງ​ຄວາມ​ເຈັບ​ໄຂ້​ໄດ້​ປ່ວຍ​ທຸກ​ຢ່າງ. ເມື່ອ​ເຈັບ​ປ່ວຍ ເຮົາ​ບໍ່​ໄດ້​ຄາດ​ໝາຍ​ໃຫ້​ພະ​ເຢໂຫວາ​ປິ່ນປົວ​ໂດຍ​ເຮັດ​ການ​ອັດສະຈັນ. ແຕ່​ເຮົາ​ສາມາດ​ເບິ່ງ​ໄປ​ທີ່​ອະນາຄົດ​ເມື່ອ​ພະ​ເຢໂຫວາ​ຈະ​ປິ່ນປົວ​ເຮົາ​ໃນ​ທຸກໆດ້ານ. ໃນ​ຄຳປາກົດ 22:1, 2 ອັກຄະສາວົກ​ໂຢຮັນ​ໄດ້​ເວົ້າ​ກ່ຽວ​ກັບ “ແມ່ນ້ຳ​ແຫ່ງ​ຊີວິດ” ແລະ “ຕົ້ນ​ໄມ້​ແຫ່ງ​ຊີວິດ” ເຊິ່ງ​ຈະ​ປິ່ນປົວ​ທຸກໆຄົນ. ສິ່ງ​ນີ້​ບໍ່​ໄດ້​ໝາຍ​ເຖິງ​ຢາ​ພື້ນເມືອງ​ບາງ​ຢ່າງ​ທີ່​ໃຊ້​ໃນ​ການ​ປິ່ນປົວ​ພະຍາດ​ເຊິ່ງ​ເຮົາ​ສາມາດ​ກິນ​ໃນ​ຕອນ​ນີ້​ຫຼື​ໃນ​ໂລກ​ໃໝ່​ເພື່ອ​ປິ່ນປົວ​ຕົວ​ເອງ. ແຕ່​ສິ່ງ​ນີ້​ໝາຍ​ເຖິງ​ທຸກ​ສິ່ງ​ທີ່​ພະ​ເຢໂຫວາ​ແລະ​ພະ​ເຍຊູ​ຈະ​ເຮັດ​ເພື່ອ​ເຮົາ​ສາມາດ​ມີ​ຊີວິດ​ຕະຫຼອດ​ໄປ​ໄດ້.—ເອຊາອີ 35:5, 6

19 ເຮົາ​ຄອຍ​ຖ້າ​ເວລາ​ທີ່​ດີ​ເລີດ​ເຊັ່ນ​ນັ້ນ. ແຕ່​ຕອນ​ນີ້ ເຮົາ​ແນ່​ໃຈ​ວ່າ​ພະ​ເຢໂຫວາ​ຮັກ​ເຮົາ​ແຕ່​ລະ​ຄົນ ແລະ​ພະອົງ​ກໍ​ເຂົ້າ​ໃຈ​ວ່າ​ເຮົາ​ຮູ້ສຶກ​ແນວ​ໃດ​ເມື່ອ​ເຮົາ​ເຈັບ​ປ່ວຍ. ຄື​ກັບ​ດາວິດ ເຮົາ​ສາມາດ​ໝັ້ນ​ໃຈ​ວ່າ​ຖ້າ​ເຮົາ​ເຈັບ​ປ່ວຍ ພະ​ເຢໂຫວາ​ຈະ​ບໍ່​ປະ​ຖິ້ມ​ເຮົາ. ພະອົງ​ຈະ​ເບິ່ງ​ແຍງ​ຄົນ​ທີ່​ສັດ​ຊື່​ຕໍ່​ພະອົງ.—ຄຳເພງ 41:12

a ປຶ້ມ​ຫົວ​ໜຶ່ງ​ທີ່​ຊື່ The Origins and Ancient History of Wine ເວົ້າ​ວ່າ ນັກ​ວິທະຍາສາດ​ໄດ້​ຄົ້ນ​ພົບ​ວ່າ​ເຫຼົ້າ​ແວງ​ສາມາດ​ຂ້າ​ເຊື້ອ​ພະຍາດ​ໃຫ້​ຕາຍ​ໄດ້​ໄວ ເຊັ່ນ: ເຊື້ອ​ໄຂ້​ທໍ​ລະ​ພິດ​ແລະ​ເຊື້ອ​ພະຍາດ​ອື່ນໆທີ່​ເປັນ​ອັນຕະລາຍ.

ການ​ອະທິບາຍ​ບາງ​ສຳນວນ

  • ພະ​ເຢໂຫວາ​ຈະ​ຄ້ຳຈູນ​ເຈົ້າ​ເມື່ອ​ເຈັບ​ປ່ວຍ ໝາຍ​ຄວາມ​ວ່າ​ເຈົ້າ​ສາມາດ​ໝາຍ​ເພິ່ງ​ໃຫ້​ພະອົງ​ເບິ່ງ​ແຍງ​ເມື່ອ​ເຈົ້າ​ເຈັບ​ປ່ວຍ. ໃຫ້​ອະທິດຖານ​ຂໍ​ສະຕິ​ປັນຍາ​ເພື່ອ​ຈະ​ຕັດສິນ​ໃຈ​ກ່ຽວ​ກັບ​ວິທີ​ເບິ່ງ​ແຍງ​ສຸຂະພາບ​ຂອງ​ເຈົ້າ. ພະ​ເຢໂຫວາ​ຈະ​ປອບ​ໂຍນ​ແລະ​ເຮັດ​ໃຫ້​ເຈົ້າ​ມີ​ກຳລັງ. ພະອົງ​ສັນຍາ​ວ່າ​ອີກ​ບໍ່​ດົນ​ພະອົງ​ຈະ​ປິ່ນປົວ​ຄວາມ​ເຈັບ​ປ່ວຍ​ທຸກ​ຢ່າງ​ຢ່າງ​ຖາວອນ

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌