ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຮຄ ບົດທີ 23 ໜ້າ 122-126
  • ສາເຫດ​ທີ່​ມະນຸດ​ເຮົາ​ເຈັບ​ປ່ວຍ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ສາເຫດ​ທີ່​ມະນຸດ​ເຮົາ​ເຈັບ​ປ່ວຍ
  • ຮຽນຈາກຄູຜູ້ຍິ່ງໃຫຍ່
  • ເລື່ອງທີ່ຄ້າຍກັນ
  • ພະ​ເຢໂຫວາ​ຈະ​ຄ້ຳຈູນ​ເຈົ້າ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ—2015
  • ເມືອ​ບ້ານ​ທີ່​ເມືອງ​ກັບເອນາອູມ
    ບຸລຸດຜູ້ຍິ່ງໃຫຍ່ທີ່ສຸດເທົ່າທີ່ໂລກເຄີຍເຫັນ
  • “ການ​ບາບ​ທັງ​ຫຼາຍ​ຂອງ​ເຈົ້າ​ເປັນ​ທີ່​ໂຜດ​ຍົກ​ເສຍ​ແລ້ວ”
    ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືການປະຊຸມ 2018
  • ພະ​ເຍຊູ​ຮັກ​ຜູ້​ຄົນ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ—2015
ເບິ່ງຕື່ມ
ຮຽນຈາກຄູຜູ້ຍິ່ງໃຫຍ່
ຮຄ ບົດທີ 23 ໜ້າ 122-126

ບົດ​ທີ 23

ສາເຫດ​ທີ່​ມະນຸດ​ເຮົາ​ເຈັບ​ປ່ວຍ

ລູກ​ຮູ້​ຈັກ​ໃຜ​ທີ່​ເຈັບ​ປ່ວຍ​ບໍ?— ລູກ​ເອງ​ກໍ​ອາດ​ເຈັບ​ປ່ວຍ​ເປັນ​ບາງ​ຄັ້ງ​ຄາວ. ບາງ​ທີ​ລູກ​ອາດ​ເປັນ​ຫວັດ​ຫຼື​ອາດ​ເຈັບ​ທ້ອງ​ກໍ​ໄດ້. ບາງ​ຄົນ​ເຈັບ​ປ່ວຍ​ໜັກ​ຫຼາຍ. ເຂົາ​ເຈົ້າ​ອາດ​ເຖິງ​ຂັ້ນ​ວ່າ​ຢືນ​ຂຶ້ນ​ດ້ວຍ​ຕົວ​ເອງ​ບໍ່​ໄດ້​ຖ້າ​ບໍ່​ມີ​ໃຜ​ຊ່ວຍ. ສະພາບ​ແບບ​ນີ້​ມັກ​ຈະ​ເກີດ​ຂຶ້ນ​ເມື່ອ​ຄົນ​ເຮົາ​ເຖົ້າ​ແກ່​ລົງ.

ໝົດ​ທຸກ​ຄົນ​ເຈັບ​ປ່ວຍ​ເປັນ​ບາງ​ຄັ້ງ​ຄາວ. ລູກ​ຮູ້​ບໍ​ວ່າ​ເປັນ​ຫຍັງ​ຄົນ​ເຮົາ​ຈຶ່ງ​ເຈັບ​ປ່ວຍ ເຖົ້າ​ແກ່​ລົງ ແລະ​ຕາຍ?— ມື້​ໜຶ່ງ​ຊາຍ​ຄົນ​ໜຶ່ງ​ເຊິ່ງ​ຍ່າງ​ບໍ່​ໄດ້​ຖືກ​ພາ​ມາ​ຫາ​ພະ​ເຍຊູ ແລະ​ພະ​ເຍຊູ​ສະແດງ​ໃຫ້​ເຫັນ​ວ່າ​ເປັນ​ຫຍັງ​ຄົນ​ເຮົາ​ຈຶ່ງ​ເຈັບ​ປ່ວຍ​ແລະ​ຕາຍ. ພໍ່ (ແມ່) ຈະ​ເລົ່າ​ໃຫ້​ລູກ​ຟັງ.

ພະ​ເຍຊູ​ພັກ​ເຊົາ​ຢູ່​ໃນ​ເຮືອນ​ຫຼັງ​ໜຶ່ງ​ໃນ​ເມືອງ​ທີ່​ໃກ້​ກັບ​ທະເລ​ຄາລິເລ. ຝູງ​ຊົນ​ພາ​ກັນ​ມາ​ຫາ​ພະອົງ. ມີ​ຄົນ​ມາ​ຫຼາຍ​ແທ້ໆ​ຈົນ​ບໍ່​ມີ​ບ່ອນ​ໃຫ້​ຄົນ​ອື່ນ​ເຂົ້າ​ມາ​ໃນ​ເຮືອນ​ໄດ້. ບໍ່​ມີ​ໃຜ​ເຂົ້າ​ໄປ​ໃກ້​ປະຕູ​ໄດ້​ຊ້ຳ. ເຖິງ​ຢ່າງ​ນັ້ນ​ກໍ​ຕາມ ປະຊາຊົນ​ກໍ​ຍັງ​ພາ​ກັນ​ມາ​ຢູ່! ຄົນ​ກຸ່ມ​ໜຶ່ງ​ໄດ້​ເອົາ​ຊາຍ​ຄົນ​ໜຶ່ງ​ທີ່​ເປັນ​ອຳມະພາດ​ມາ ເຊິ່ງ​ລາວ​ຍ່າງ​ບໍ່​ໄດ້​ຊ້ຳ. ຜູ້​ຊາຍ​ສີ່​ຄົນ​ຈຶ່ງ​ຕ້ອງ​ໃຊ້​ຕຽງ​ນ້ອຍ ຫຼື​ເປ​ເພື່ອ​ຫາມ​ລາວ​ມາ.

ລູກ​ຮູ້​ບໍ​ວ່າ​ເປັນ​ຫຍັງ​ເຂົາ​ເຈົ້າ​ຈຶ່ງ​ຢາກ​ເອົາ​ຊາຍ​ທີ່​ເຈັບ​ປ່ວຍ​ນີ້​ມາ​ຫາ​ພະ​ເຍຊູ?— ເພາະ​ເຂົາ​ເຈົ້າ​ມີ​ຄວາມ​ເຊື່ອ​ວ່າ​ພະ​ເຍຊູ​ສາມາດ​ຊ່ວຍ​ລາວ​ໄດ້. ເຂົາ​ເຈົ້າ​ເຊື່ອ​ວ່າ​ພະ​ເຍຊູ​ສາມາດ​ປິ່ນປົວ​ລາວ​ຈາກ​ຄວາມ​ເຈັບ​ປ່ວຍ​ນັ້ນ​ໄດ້. ລູກ​ຮູ້​ບໍ​ວ່າ​ເຂົາ​ເຈົ້າ​ເອົາ​ຊາຍ​ທີ່​ເປັນ​ອຳມະພາດ​ເຂົ້າ​ມາ​ຫາ​ພະ​ເຍຊູ​ໄດ້​ແນວ​ໃດ​ໃນ​ເມື່ອ​ມີ​ຄົນ​ມາກ​ມາຍ​ຢູ່​ໃນ​ເຮືອນ​ຫຼັງ​ນັ້ນ?—

ທີ່​ຈິງ ຮູບ​ພາບ​ທີ່​ລູກ​ເຫັນ​ໃນ​ໜ້າ​ນີ້​ສະແດງ​ເຖິງ​ວິທີ​ທີ່​ພວກ​ເຂົາ​ເຈົ້າ​ໄດ້​ເຮັດ. ທຳອິດ​ເຂົາ​ເຈົ້າ​ຫາມ​ຊາຍ​ຄົນ​ນີ້​ຂຶ້ນ​ໄປ​ເທິງ​ຫຼັງຄາ. ຫຼັງຄາ​ນັ້ນ​ເປັນ​ຫຼັງຄາ​ຮາບ​ພຽງ. ຈາກ​ນັ້ນ​ເຂົາ​ເຈົ້າ​ກໍ​ເຈາະ​ຫຼັງຄາ​ໃຫ້​ເປັນ​ປ່ອງ​ໃຫຍ່. ໃນ​ທີ່​ສຸດ ເຂົາ​ເຈົ້າ​ກໍ​ຢ່ອນ​ຊາຍ​ທີ່​ເຈັບ​ປ່ວຍ​ເຊິ່ງ​ນອນ​ຢູ່​ໃນ​ເປ​ຜ່ານ​ທາງ​ປ່ອງ​ນັ້ນ​ລົງ​ໄປ​ຫ້ອງ​ທາງ​ລຸ່ມ. ເຂົາ​ເຈົ້າ​ຈັ່ງແມ່ນ​ມີ​ຄວາມ​ເຊື່ອ​ແທ້!

ບັນດາ​ຜູ້​ຄົນ​ທີ່​ຢູ່​ໃນ​ເຮືອນ​ຕ່າງ​ກໍ​ຕົກໃຈ​ເມື່ອ​ເຂົາ​ເຈົ້າ​ເຫັນ​ສິ່ງ​ທີ່​ກຳລັງ​ເກີດ​ຂຶ້ນ. ຊາຍ​ທີ່​ເປັນ​ອຳມະພາດ​ເຊິ່ງ​ນອນ​ຢູ່​ເທິງ​ເປ​ຖືກ​ຢ່ອນ​ລົງ​ມາ​ຢູ່​ຫວ່າງ​ກາງ​ເຂົາ​ເຈົ້າ. ພະ​ເຍຊູ​ໃຈ​ຮ້າຍ​ບໍ​ເມື່ອ​ເຫັນ​ເຂົາ​ເຈົ້າ​ເຮັດ​ແນວ​ນັ້ນ?— ບໍ່​ໄດ້​ໃຈ​ຮ້າຍ​ຈັກ​ໜ້ອຍ! ພະອົງ​ດີ​ໃຈ​ທີ່​ເຫັນ​ວ່າ​ເຂົາ​ເຈົ້າ​ມີ​ຄວາມ​ເຊື່ອ. ພະອົງ​ບອກ​ຊາຍ​ທີ່​ເປັນ​ອຳມະພາດ​ວ່າ: “ການ​ບາບ​ທັງ​ຫຼາຍ​ຂອງ​ເຈົ້າ​ເປັນ​ທີ່​ໂຜດ​ຍົກ​ເສຍ​ແລ້ວ.”

A paralyzed man on a cot is lowered through the roof to Jesus

ພະ​ເຍຊູ​ບອກ​ຊາຍ​ທີ່​ເປັນ​ອຳມະພາດ​ໃຫ້​ເຮັດ​ຫຍັງ?

ບາງ​ຄົນ​ຄິດ​ວ່າ​ເປັນ​ສິ່ງ​ບໍ່​ຖືກຕ້ອງ​ທີ່​ພະ​ເຍຊູ​ເວົ້າ​ແບບ​ນັ້ນ. ເຂົາ​ເຈົ້າ​ຄິດ​ວ່າ​ພະອົງ​ບໍ່​ສາມາດ​ໃຫ້​ອະໄພ​ບາບ​ໄດ້. ດັ່ງ​ນັ້ນ ເພື່ອ​ສະແດງ​ວ່າ​ພະອົງ​ສາມາດ​ໃຫ້​ອະໄພ​ບາບ​ໄດ້​ແທ້ໆ ພະ​ເຍຊູ​ເວົ້າ​ກັບ​ຊາຍ​ຄົນ​ນັ້ນ​ວ່າ: “ຈົ່ງ​ລຸກ​ຂຶ້ນ​ເອົາ​ຕຽງ​ນອນ​ຂອງ​ເຈົ້າ​ຍົກ​ຂຶ້ນ​ແລະ​ໄປ​ທີ່​ເຮືອນ​ຂອງ​ເຈົ້າ​ເຖີ້ນ.”

ເມື່ອ​ພະ​ເຍຊູ​ເວົ້າ​ເຊັ່ນ​ນັ້ນ ຊາຍ​ຄົນ​ນັ້ນ​ກໍ​ໄດ້​ຮັບ​ການ​ປິ່ນປົວ! ລາວ​ບໍ່​ໄດ້​ເປັນ​ອຳມະພາດ​ອີກ​ຕໍ່​ໄປ​ແລ້ວ. ຕອນ​ນີ້​ລາວ​ສາມາດ​ລຸກ​ຂຶ້ນ​ດ້ວຍ​ຕົວ​ເອງ​ແລະ​ຍ່າງ​ໄດ້. ຜູ້​ຄົນ​ທີ່​ເຫັນ​ການ​ອັດສະຈັນ​ນີ້​ກໍ​ພາ​ກັນ​ງຶດງໍ້. ເຂົາ​ເຈົ້າ​ບໍ່​ເຄີຍ​ເຫັນ​ສິ່ງ​ໃດ​ທີ່​ເປັນ​ຕາ​ໜ້າ​ອັດສະຈັນ​ໃຈ​ແບບ​ນີ້​ມາ​ກ່ອນ​ໃນ​ຊີວິດ! ເຂົາ​ເຈົ້າ​ສັນລະເສີນ​ພະ​ເຢໂຫວາ​ທີ່​ໄດ້​ປະທານ​ຄູ​ຜູ້​ຍິ່ງໃຫຍ່​ແບບ​ນີ້​ໃຫ້​ແກ່​ເຂົາ​ເຈົ້າ ເຊິ່ງ​ເປັນ​ຜູ້​ທີ່​ສາມາດ​ປິ່ນປົວ​ຜູ້​ຄົນ​ໃຫ້​ເຊົາ​ຈາກ​ການ​ເຈັບ​ປ່ວຍ​ໄດ້.—ມາລະໂກ 2:1-12.

[ຮູບ​ພາບ​ໜ້າ 124]

ເຮົາ​ໄດ້​ບົດຮຽນ​ຫຍັງ​ຈາກ​ການ​ອັດສະຈັນ​ນີ້?

ເຮົາ​ຮຽນ​ຮູ້​ຫຍັງ​ຈາກ​ການ​ອັດສະຈັນ​ນີ້?— ເຮົາ​ຮຽນ​ຮູ້​ວ່າ​ພະ​ເຍຊູ​ມີ​ລິດເດດ​ທີ່​ຈະ​ໃຫ້​ອະໄພ​ບາບ​ແລະ​ປິ່ນປົວ​ຄົນ​ເຈັບ​ປ່ວຍ​ໃຫ້​ເຊົາ​ເປັນ​ປົກກະຕິ. ແຕ່​ເຮົາ​ຍັງ​ຮຽນ​ຮູ້​ເລື່ອງ​ອື່ນ​ອີກ​ທີ່​ສຳຄັນ​ຫຼາຍ. ເຮົາ​ຮຽນ​ຮູ້​ວ່າ​ມະນຸດ​ເຈັບ​ປ່ວຍ​ກໍ​ເນື່ອງ​ຈາກ​ບາບ.

ເນື່ອງ​ຈາກ​ເຮົາ​ໝົດ​ທຸກ​ຄົນ​ເຈັບ​ປ່ວຍ​ໃນ​ບາງ​ຄັ້ງ​ຄາວ ນີ້​ໝາຍ​ຄວາມ​ວ່າ​ເຮົາ​ທຸກ​ຄົນ​ເປັນ​ຄົນ​ບາບ​ບໍ?— ແມ່ນ​ແລ້ວ ຄຳພີ​ໄບເບິນ​ບອກ​ວ່າ​ພວກ​ເຮົາ​ທຸກ​ຄົນ​ເກີດ​ມາ​ພ້ອມ​ກັບ​ບາບ. ລູກ​ຮູ້​ບໍ​ວ່າ​ການ​ເກີດ​ມາ​ພ້ອມ​ກັບ​ບາບ​ໝາຍ​ຄວາມ​ວ່າ​ແນວ​ໃດ?— ໝາຍ​ຄວາມ​ວ່າ​ເຮົາ​ເກີດ​ມາ​ໃນ​ສະພາບ​ທີ່​ບໍ່​ສົມບູນ​ແບບ. ພວກ​ເຮົາ​ເຮັດ​ຜິດ​ພາດ​ຫຼາຍ​ສິ່ງ​ໃນ​ຫຼາຍ​ຄັ້ງ ເຖິງ​ແມ່ນ​ວ່າ​ເຮົາ​ບໍ່​ຢາກ​ເຮັດ​ຜິດ. ລູກ​ຮູ້​ບໍ​ວ່າ​ພວກ​ເຮົາ​ທຸກ​ຄົນ​ເປັນ​ຄົນ​ບາບ​ໄດ້​ແນວ​ໃດ?—

ພວກ​ເຮົາ​ເກີດ​ມາ​ເປັນ​ຄົນ​ບາບ​ເນື່ອງ​ຈາກ​ອາດາມ​ມະນຸດ​ຄົນ​ທຳອິດ​ບໍ່​ໄດ້​ເຊື່ອ​ຟັງ​ພະເຈົ້າ. ລາວ​ໄດ້​ເຮັດ​ບາບ​ເມື່ອ​ລະເມີດ​ກົດໝາຍ​ຂອງ​ພະເຈົ້າ. ແລະ​ພວກ​ເຮົາ​ທຸກ​ຄົນ​ໄດ້​ຮັບ​ບາບ​ຈາກ​ອາດາມ. ລູກ​ຮູ້​ບໍ​ວ່າ​ເຮົາ​ໄດ້​ຮັບ​ບາບ​ຈາກ​ລາວ​ໄດ້​ແນວ​ໃດ? ພໍ່ (ແມ່) ຈະ​ພະຍາຍາມ​ອະທິບາຍ​ໃຫ້​ລູກ​ຟັງ​ໃນ​ແບບ​ທີ່​ລູກ​ສາມາດ​ເຂົ້າ​ໃຈ​ໄດ້.

Loaves of bread have the same dent as the pan they were baked in

ພວກ​ເຮົາ​ໝົດ​ທຸກ​ຄົນ​ກາຍ​ເປັນ​ຄົນ​ບາບ​ໄດ້​ແນວ​ໃດ?

ລູກ​ອາດ​ເຄີຍ​ຊ່ວຍ​ໃຫ້​ຄົນ​ອົບ​ເຂົ້າຈີ່​ໃນ​ຖາດ. ຈະ​ເກີດ​ຫຍັງ​ຂຶ້ນ​ກັບ​ເຂົ້າຈີ່​ຖ້າ​ຖາດ​ມີ​ຮອຍ​ບຸ້ມ? ລູກ​ຮູ້​ບໍ?— ເຂົ້າຈີ່​ທັງ​ໝົດ​ທີ່​ລູກ​ອົບ​ໃສ່​ຖາດ​ນັ້ນ​ຈະ​ມີ​ຮອຍ​ບຸ້ມ​ແບບ​ດຽວ​ກັນ​ໝົດ​ແມ່ນ​ບໍ?—

ອາດາມ​ເປັນ​ຄື​ກັບ​ຖາດ​ອັນ​ນັ້ນ ແລະ​ເຮົາ​ກໍ​ເປັນ​ຄ້າຍ​ຄື​ກັບ​ເຂົ້າຈີ່. ອາດາມ​ກາຍ​ເປັນ​ຄົນ​ບໍ່​ສົມບູນ​ແບບ​ເມື່ອ​ລາວ​ຝ່າ​ຝືນ​ກົດໝາຍ​ຂອງ​ພະເຈົ້າ. ນັ້ນ​ເປັນ​ຄື​ກັບ​ວ່າ​ລາວ​ມີ​ຮອຍ​ບຸ້ມ​ຫຼື​ຮອຍ​ຕຳໜິ. ດັ່ງ​ນັ້ນ ເມື່ອ​ລາວ​ມີ​ລູກ ລູກ​ຂອງ​ລາວ​ຈະ​ເປັນ​ແນວ​ໃດ?— ລູກ​ຂອງ​ອາດາມ​ໝົດ​ທຸກ​ຄົນ​ກໍ​ຈະ​ໄດ້​ຮັບ​ຄວາມ​ບໍ່​ສົມບູນ​ແບບ​ຢ່າງ​ດຽວ​ກັນ​ນີ້.

ເດັກ​ນ້ອຍ​ສ່ວນ​ຫຼາຍ​ບໍ່​ໄດ້​ເກີດ​ມາ​ພ້ອມ​ກັບ​ຄວາມ​ບໍ່​ສົມບູນ​ແບບ​ທີ່​ເດັ່ນ​ແຈ້ງ​ເຖິງ​ຂັ້ນ​ວ່າ​ລູກ​ເບິ່ງ​ເຫັນ​ໄດ້. ເຂົາ​ເຈົ້າ​ບໍ່​ໄດ້​ເກີດ​ມາ​ແບບ​ທີ່​ບໍ່​ມີ​ແຂນ​ບໍ່​ມີ​ຂາ. ແຕ່​ຄວາມ​ບໍ່​ສົມບູນ​ແບບ​ທີ່​ເຂົາ​ເຈົ້າ​ມີ​ນັ້ນ​ຮ້າຍແຮງ​ຈົນ​ເຖິງ​ຂັ້ນ​ທີ່​ເຮັດ​ໃຫ້​ເຂົາ​ເຈົ້າ​ເຈັບ​ປ່ວຍ ແລະ​ໃນ​ທີ່​ສຸດ​ກໍ​ຕາຍ.

ແນ່ນອນ ບາງ​ຄົນ​ເຈັບ​ປ່ວຍ​ເລື້ອຍ​ກວ່າ​ຄົນ​ອື່ນໆ. ເປັນ​ຫຍັງ​ຈຶ່ງ​ເປັນ​ແນວ​ນັ້ນ? ນັ້ນ​ເປັນ​ຍ້ອນ​ວ່າ​ເຂົາ​ເຈົ້າ​ເກີດ​ມາ​ມີ​ບາບ​ຫຼາຍ​ກວ່າ​ຄົນ​ອື່ນ​ບໍ?— ບໍ່​ແມ່ນ ທຸກ​ຄົນ​ເກີດ​ມາ​ມີ​ບາບ​ທໍ່ໆ​ກັນ. ພວກ​ເຮົາ​ທຸກ​ຄົນ​ເກີດ​ມາ​ໃນ​ສະພາບ​ທີ່​ບໍ່​ສົມບູນ​ແບບ. ດັ່ງ​ນັ້ນ​ບໍ່​ຊ້າ​ກໍ​ໄວ ທຸກ​ຄົນ​ຈະ​ຕ້ອງ​ເຈັບ​ປ່ວຍ​ດ້ວຍ​ພະຍາດ​ບາງ​ຢ່າງ. ແມ່ນ​ແຕ່​ຄົນ​ທີ່​ພະຍາຍາມ​ເຊື່ອ​ຟັງ​ກົດໝາຍ​ຂອງ​ພະເຈົ້າ​ທຸກ​ຂໍ້ ແລະ​ບໍ່​ໄດ້​ເຮັດ​ຫຍັງ​ຈັກ​ແນວ​ທີ່​ຊົ່ວ​ຮ້າຍ​ແທ້ໆ​ກໍ​ເຈັບ​ປ່ວຍ​ໄດ້.

Children in a treehouse playing with animals

ເມື່ອ​ບາບ​ຖືກ​ກຳຈັດ​ໃຫ້​ໝົດ​ສິ້ນ ພວກ​ເຮົາ​ຈະ​ມີ​ສຸຂະພາບ​ແບບ​ໃດ?

ຄັນ​ຊັ້ນ​ເປັນ​ຫຍັງ​ບາງ​ຄົນ​ຈຶ່ງ​ເຈັບ​ປ່ວຍ​ເລື້ອຍ​ກວ່າ​ຄົນ​ອື່ນ?— ມີ​ເຫດຜົນ​ຫຼາຍ​ຢ່າງ. ອາດ​ເປັນ​ໄປ​ໄດ້​ທີ່​ເຂົາ​ເຈົ້າ​ບໍ່​ມີ​ອາຫານ​ກິນ​ພຽງ​ພໍ ຫຼື​ເຂົາ​ເຈົ້າ​ອາດ​ບໍ່​ໄດ້​ກິນ​ອາຫານ​ປະເພດ​ທີ່​ດີ. ເຂົາ​ເຈົ້າ​ອາດ​ກິນ​ເຂົ້າໜົມ​ປະເພດ​ແປ້ງ​ແລະ​ເຂົ້າໜົມ​ຫວານ​ຫຼາຍ​ໂພດ. ເຫດຜົນ​ອີກ​ຢ່າງ​ໜຶ່ງ​ອາດ​ແມ່ນ​ຍ້ອນ​ວ່າ​ເຂົາ​ເຈົ້າ​ນອນ​ເດິກ​ແລະ​ນອນ​ບໍ່​ພຽງ​ພໍ ຫຼື​ເຂົາ​ເຈົ້າ​ອາດ​ບໍ່​ໄດ້​ນຸ່ງ​ເຄື່ອງ​ໃຫ້​ອຸ່ນ​ພຽງ​ພໍ​ກ່ອນ​ທີ່​ຈະ​ອອກ​ໄປ​ທາງ​ນອກ​ໃນ​ຍາມ​ອາກາດ​ເຢັນ. ຮ່າງກາຍ​ຂອງ​ບາງ​ຄົນ​ອ່ອນແອ​ຫຼາຍ ແລະ​ບໍ່​ສາມາດ​ຕໍ່​ສູ້​ກັບ​ຄວາມ​ເຈັບ​ປ່ວຍ​ໄດ້ ເຖິງ​ແມ່ນ​ວ່າ​ເຂົາ​ເຈົ້າ​ພະຍາຍາມ​ເອົາໃຈໃສ່​ເບິ່ງ​ແຍງ​ຕົວ​ເອງ​ກໍ​ຕາມ.

ຈະ​ມີ​ມື້​ທີ່​ເຮົາ​ຈະ​ບໍ່​ເຈັບ​ປ່ວຍ​ເລີຍ​ບໍ? ເຮົາ​ຈະ​ມີ​ວັນ​ຫລຸດ​ພົ້ນ​ຈາກ​ບາບ​ບໍ?— ທີ່​ຈິງ​ແລ້ວ ພະ​ເຍຊູ​ເຮັດ​ຫຍັງ​ກັບ​ຊາຍ​ທີ່​ເປັນ​ອຳມະພາດ?— ພະ​ເຍຊູ​ໃຫ້​ອະໄພ​ບາບ​ຂອງ​ລາວ​ແລະ​ປິ່ນປົວ​ລາວ​ໃຫ້​ເຊົາ​ເປັນ​ປົກກະຕິ. ໂດຍ​ວິທີ​ນັ້ນ ພະ​ເຍຊູ​ສະແດງ​ໃຫ້​ເຫັນ​ໃນ​ສິ່ງ​ທີ່​ພະອົງ​ຈະ​ເຮັດ​ໃນ​ມື້​ໜຶ່ງ​ສຳລັບ​ທຸກ​ຄົນ​ທີ່​ພະຍາຍາມ​ຢ່າງ​ໜັກ​ໃນ​ການ​ເຮັດ​ສິ່ງ​ທີ່​ຖືກຕ້ອງ.

ຖ້າ​ເຮົາ​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ບໍ່​ຕ້ອງການ​ເຮັດ​ບາບ ແລະ​ສະແດງ​ວ່າ​ເຮົາ​ກຽດ​ຊັງ​ສິ່ງ​ທີ່​ບໍ່​ຖືກຕ້ອງ ພະ​ເຍຊູ​ຈະ​ປິ່ນປົວ​ເຮົາ​ໃຫ້​ເຊົາ. ໃນ​ອະນາຄົດ ພະອົງ​ຈະ​ກຳຈັດ​ຄວາມ​ບໍ່​ສົມບູນ​ແບບ​ທີ່​ເຮົາ​ມີ​ຢູ່​ໃນ​ຕອນ​ນີ້​ໃຫ້​ໝົດ​ໄປ. ພະອົງ​ຈະ​ເຮັດ​ເຊັ່ນ​ນີ້​ເມື່ອ​ເປັນ​ກະສັດ​ໃນ​ລາຊະອານາຈັກ​ຂອງ​ພະເຈົ້າ. ບາບ​ຈະ​ບໍ່​ຖືກ​ກຳຈັດ​ໃຫ້​ໝົດ​ໄປ​ໂດຍ​ທັນທີ. ບາບ​ຈະ​ຖືກ​ກຳຈັດ​ອອກ​ໄປ​ໃນ​ໄລຍະ​ເວລາ​ໜຶ່ງ. ໃນ​ທີ່​ສຸດ​ເມື່ອ​ບາບ​ຂອງ​ເຮົາ​ຖືກ​ກຳຈັດ​ໃຫ້​ໝົດ​ສິ້ນ​ໄປ ພວກ​ເຮົາ​ຈະ​ບໍ່​ເຈັບ​ປ່ວຍ​ອີກ​ເລີຍ. ພວກ​ເຮົາ​ທຸກ​ຄົນ​ຈະ​ມີ​ຮ່າງກາຍ​ທີ່​ສົມບູນ​ແບບ. ນັ້ນ​ຈະ​ເປັນ​ພະ​ພອນ​ແທ້ໆ!

ເພື່ອ​ຈະ​ໄດ້​ຄວາມ​ເຂົ້າ​ໃຈ​ເພີ່ມ​ເຕີມ​ໃນ​ເລື່ອງ​ທີ່​ວ່າ​ບາບ​ມີ​ຜົນ​ກະທົບ​ຕໍ່​ພວກ​ເຮົາ​ໝົດ​ທຸກ​ຄົນ​ແນວ​ໃດ ຂໍ​ໃຫ້​ອ່ານ​ພະທຳ​ໂຢບ 14:4; ຄຳເພງ 51:5; ໂລມ 3:23; 5:12; 6:23.

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌