“ໃຫ້ຄວາມພຽນ [ອົດທົນ] ນັ້ນກະທຳການຈົນສຳເລັດ”
“ໃຫ້ຄວາມພຽນ [ອົດທົນ] ນັ້ນກະທຳການຈົນສຳເລັດເພື່ອທ່ານທັງຫຼາຍຈະໄດ້ເປັນຜູ້ສຳເລັດຄົບຖ້ວນບໍ່ຂາດສິ່ງໜຶ່ງສິ່ງໃດ.”—ຢາໂກໂບ 1:4.
ເພງ: 135, 139
1, 2. (ກ) ເຮົາໄດ້ບົດຮຽນຫຍັງຈາກຄວາມອົດທົນຂອງເຄເດໂອນແລະທະຫານຂອງລາວທັງ 300 ຄົນ? (ເບິ່ງຮູບທຳອິດ) (ຂ) ອີງຕາມລືກາ 21:19 ເປັນຫຍັງຄວາມອົດທົນຈຶ່ງເປັນເລື່ອງທີ່ສຳຄັນຫຼາຍ?
ລອງພະຍາຍາມນຶກພາບເຖິງການຕໍ່ສູ້ທີ່ທັງຍາກແລະອິດເມື່ອຍລະຫວ່າງທະຫານອິດສະລາແອນກັບພວກສັດຕູຂອງເຂົາເຈົ້າ ເຊິ່ງຝ່າຍອິດສະລາແອນນຳພາໂດຍຜູ້ຕັດສິນເຄເດໂອນ. ຕະຫຼອດຄືນ ເຄເດໂອນແລະທະຫານຂອງລາວໄດ້ໄລ່ຕິດຕາມພວກມາດຢານແລະພວກທີ່ຢູ່ຝ່າຍເຂົາເຈົ້າໃນໄລຍະທາງປະມານ 32 ກິໂລແມັດ! ຄຳພີໄບເບິນບອກໃຫ້ເຮົາຮູ້ສິ່ງທີ່ເກີດຂຶ້ນຕໍ່ຈາກນັ້ນວ່າ: “ເຄເດໂອນກັບຄົນ 300 ທີ່ໄປນຳທ່ານກໍໄດ້ຮອດແມ່ນ້ຳຢູລະເດນແລະໄດ້ຂວ້າມນ້ຳ ເຂົາເມື່ອຍ.” ແຕ່ເຂົາເຈົ້າຍັງບໍ່ທັນໄດ້ຊະນະໃນສົງຄາມ ແລະເຂົາເຈົ້າຍັງຕ້ອງຕໍ່ສູ້ກັບທະຫານ 15.000 ຄົນ. ພວກສັດຕູເຫຼົ່ານີ້ໄດ້ກົດຂີ່ເຂົາເຈົ້າເປັນເວລາຫຼາຍປີ ດັ່ງນັ້ນ ພວກອິດສະລາແອນຈຶ່ງຍອມແພ້ບໍ່ໄດ້. ຢ່າງໃດກໍຕາມ ເຄເດໂອນແລະທະຫານຂອງລາວໄດ້ໄລ່ຕິດຕາມພວກສັດຕູໄປຢ່າງຕໍ່ເນື່ອງແລະໃນທີ່ສຸດກໍຊະນະເຂົາເຈົ້າໄດ້!—ຜູ້ຕັດສິນ 7:22; 8:4, 10, 28
2 ເຮົາກໍຄືກັນກຳລັງມີການຕໍ່ສູ້ທີ່ທັງຍາກແລະອິດເມື່ອຍ. ສັດຕູຂອງເຮົາລວມມີຊາຕານ ໂລກທີ່ມັນປົກຄອງ ແລະຄວາມບໍ່ສົມບູນແບບຂອງເຮົາເອງ. ພວກເຮົາບາງຄົນໄດ້ຕໍ່ສູ້ກັບສັດຕູເຫຼົ່ານີ້ມາເປັນເວລາຫຼາຍປີ ແລະດ້ວຍຄວາມຊ່ວຍເຫຼືອຈາກພະເຢໂຫວາ ເຮົາຈຶ່ງຊະນະໄດ້ຫຼາຍຄັ້ງແລ້ວ ໃນການຕໍ່ສູ້ນີ້. ຢ່າງໃດກໍຕາມ ເຮົາຍັງບໍ່ໄດ້ຊະນະໃນໄຊຊະນະໃນຮອບສຸດທ້າຍ. ບາງຄັ້ງເຮົາອາດຈະເມື່ອຍໃນການຕໍ່ສູ້ ຫຼືເຮົາອາດເມື່ອຍທີ່ຈະລໍຖ້າອະວະສານຂອງລະບົບຊົ່ວນີ້. ພະເຍຊູໄດ້ເຕືອນວ່າເຮົາຈະປະສົບກັບການທົດລອງທີ່ໜັກໜ່ວງແລະການຕໍ່ຕ້ານທີ່ຮຸນແຮງໃນລະຫວ່າງສະໄໝສຸດທ້າຍ. ແຕ່ພະອົງຍັງກ່າວວ່າຖ້າເຮົາອົດທົນ ເຮົາສາມາດຊະນະໄດ້. (ອ່ານລືກາ 21:19) ຄວາມອົດທົນແມ່ນຫຍັງ? ສິ່ງໃດຈະຊ່ວຍເຮົາໃຫ້ອົດທົນໄດ້? ເຮົາໄດ້ບົດຮຽນຫຍັງຈາກຄົນເຫຼົ່ານັ້ນທີ່ໄດ້ອົດທົນມາແລ້ວ? ແລະເຮົາຕ້ອງເຮັດແນວໃດເພື່ອ “ໃຫ້ຄວາມພຽນ [ອົດທົນ] ນັ້ນກະທຳການຈົນສຳເລັດ”?—ຢາໂກໂບ 1:4
ຄວາມອົດທົນແມ່ນຫຍັງ?
3. ຄວາມອົດທົນແມ່ນຫຍັງ?
3 ໃນຄຳພີໄບເບິນ ຄວາມອົດທົນມີຄວາມໝາຍຫຼາຍກວ່າການອົດເອົາຫຼືທົນກັບສະຖານະການໃດໜຶ່ງທີ່ຫຍຸ້ງຍາກ. ຄວາມອົດທົນກ່ຽວຂ້ອງກັບວິທີທີ່ເຮົາຄິດແລະຮູ້ສຶກຕໍ່ບັນຫາຕ່າງໆຂອງເຮົາ. ຄວາມອົດທົນຊ່ວຍເຮົາໃຫ້ເປັນຄົນກ້າຫານ ສັດຊື່ ແລະອົດກັ້ນ. ປຶ້ມອ້າງອີງຫົວໜຶ່ງກ່າວວ່າ ຄວາມອົດທົນເປັນຄຸນລັກສະນະຢ່າງໜຶ່ງທີ່ຊ່ວຍເຮົາໃຫ້ມີຄວາມຫວັງທີ່ແຮງກ້າ ແລະຊ່ວຍເຮົາບໍ່ໃຫ້ຍອມແພ້ເມື່ອເຮົາປະສົບກັບບັນຫາຕ່າງໆ. ຄວາມອົດທົນຊ່ວຍເຮົາໃຫ້ຢືນຢັດໝັ້ນຄົງແລະບໍ່ຫວັ່ນໄຫວແມ່ນແຕ່ໃນລະຫວ່າງທີ່ມີບັນຫາທີ່ໜັກໜ່ວງທີ່ສຸດ. ຄວາມອົດທົນຍັງຊ່ວຍເຮົາໃຫ້ຫັນປ່ຽນບັນຫາຕ່າງໆໃຫ້ກາຍເປັນໄຊຊະນະ ແລະໃຫ້ຈົດຈໍ່ຢູ່ກັບເປົ້າໝາຍຂອງເຮົາ ບໍ່ແມ່ນຢູ່ທີ່ຄວາມເຈັບປວດຂອງເຮົາ.
4. ເປັນຫຍັງເຮົາຈຶ່ງເວົ້າໄດ້ວ່າຄວາມອົດທົນແມ່ນຖືກກະຕຸ້ນຈາກຄວາມຮັກ?
4 ຄວາມຮັກກະຕຸ້ນເຮົາໃຫ້ອົດທົນ. (ອ່ານ 1 ໂກລິນໂທ 13:4, 7) ໃນຂອບເຂດໃດ? ຄວາມຮັກທີ່ມີຕໍ່ພະເຢໂຫວາກະຕຸ້ນເຮົາໃຫ້ອົດທົນຕໍ່ທຸກສິ່ງທີ່ພະອົງຍອມໃຫ້ເກີດຂຶ້ນ. (ລືກາ 22:41, 42) ຄວາມຮັກທີ່ມີຕໍ່ພີ່ນ້ອງຊ່ວຍເຮົາໃຫ້ອົດທົນກັບຄວາມບໍ່ສົມບູນແບບຂອງເຂົາເຈົ້າ. (1 ເປໂຕ 4:8) ຄວາມຮັກທີ່ມີຕໍ່ຄູ່ສົມລົດຊ່ວຍເຮົາໃຫ້ອົດທົນກັບ “ຄວາມຍາກລຳບາກ” ທີ່ແມ່ນແຕ່ຄູ່ສົມລົດທີ່ມີຄວາມສຸກກໍສາມາດມີຄວາມຫຍຸ້ງຍາກໄດ້ ແລະຄວາມອົດທົນຊ່ວຍເສີມສ້າງສາຍສົມລົດຂອງເຮົາໃຫ້ເຂັ້ມແຂງ.—1 ໂກລິນໂທ 7:28
ສິ່ງໃດຈະຊ່ວຍເຈົ້າໃຫ້ອົດທົນ?
5. ເປັນຫຍັງພະເຢໂຫວາຈຶ່ງເປັນຜູ້ດີທີ່ສຸດທີ່ຈະຊ່ວຍເຮົາໃຫ້ອົດທົນ?
5 ຂໍກຳລັງຈາກພະເຢໂຫວາ. ພະເຢໂຫວາເປັນ “ພະເຈົ້າແຫ່ງຄວາມພຽນ [ອົດທົນ] ແລະຄວາມເລົ້າໂລມ.” (ໂລມ 15:5) ພະອົງຜູ້ດຽວເທົ່ານັ້ນທີ່ເຂົ້າໃຈສະຖານະການ ຄວາມຮູ້ສຶກ ແລະພູມຫຼັງຂອງເຮົາໄດ້ຢ່າງເຕັມທີ. ດັ່ງນັ້ນ ພະອົງຮູ້ແທ້ໆວ່າເຮົາຕ້ອງມີສິ່ງໃດເພື່ອຈະອົດທົນໄດ້. ຄຳພີໄບເບິນກ່າວວ່າ: ‘ພະອົງໃຫ້ຄົນທັງຫຼາຍທີ່ຢ້ານຢຳພະອົງໄດ້ທຸກສິ່ງທີ່ຕ້ອງການ ພະອົງຟັງສຽງຮ້ອງຂໍຄວາມຊ່ວຍເຫຼືອຂອງເຂົາເຈົ້າແລະຊ່ອຍເຂົາເຈົ້າໃຫ້ພົ້ນ.’ (ຄຳເພງ 145:19) ແຕ່ພະເຈົ້າຈະຕອບຄຳອະທິດຖານຂອງເຮົາແນວໃດເພື່ອເສີມກຳລັງເຮົາໃຫ້ອົດທົນໄດ້?
ພະເຢໂຫວາເຂົ້າໃຈເຮົາຢ່າງເຕັມທີແລະຮູ້ແທ້ໆວ່າເຮົາຕ້ອງມີສິ່ງໃດເພື່ອຈະອົດທົນໄດ້
6. ຕາມທີ່ສັນຍາໄວ້ໃນຄຳພີໄບເບິນ ພະເຢໂຫວາອາດ ‘ໃຫ້ມີທາງອອກໄດ້.’ ໂດຍວິທີໃດກ່ຽວກັບບັນຫາຕ່າງໆຂອງເຮົາ?
6 ເມື່ອເຮົາຂໍໃຫ້ພະເຢໂຫວາຊ່ວຍເຮົາໃຫ້ອົດທົນ ພະອົງສັນຍາວ່າຈະ ‘ໃຫ້ມີທາງອອກໄດ້.’ (ອ່ານ 1 ໂກລິນໂທ 10:13) ພະອົງເຮັດເຊັ່ນນັ້ນແນວໃດ? ບາງຄັ້ງພະອົງອາດຈະກຳຈັດບັນຫາໃຫ້ໝົດໄປ. ແຕ່ເກືອບທຸກໆກໍລະນີ ພະອົງຈະໃຫ້ກຳລັງແກ່ເຮົາເພື່ອເຮົາອາດ “ອົດທົນຈົນເຖິງທີ່ສຸດແລະອົດກັ້ນດ້ວຍຄວາມຍິນດີ.” (ໂກໂລດ 1:11, ລ.ມ.) ເນື່ອງຈາກພະອົງຮູ້ຂີດຈຳກັດທາງດ້ານຮ່າງກາຍ ຈິດໃຈ ແລະອາລົມຂອງເຮົາເປັນຢ່າງດີ ພະເຢໂຫວາຈະບໍ່ຍອມໃຫ້ສະຖານະການໃດໜຶ່ງຍາກເກີນໄປຈົນເຮົາບໍ່ສາມາດຮັກສາຄວາມສັດຊື່ໄວ້ໄດ້.
7. ຂໍໃຫ້ຍົກຕົວຢ່າງວ່າເປັນຫຍັງເຮົາຕ້ອງການຄວາມຮູ້ຂອງພະເຈົ້າເພື່ອຈະອົດທົນໄດ້.
7 ໃຫ້ຄວາມຮູ້ຂອງພະເຈົ້າເຮັດໃຫ້ຄວາມເຊື່ອຂອງເຈົ້າເຂັ້ມແຂງຂຶ້ນ. ເປັນຫຍັງຄວາມຮູ້ຂອງພະເຈົ້າຈຶ່ງສຳຄັນ? ເພື່ອເປັນຕົວຢ່າງ: ເພື່ອຈະປີນພູທີ່ສູງທີ່ສຸດໃນໂລກ ຄົນເຮົາຕ້ອງການສານອາຫານປະມານ 6.000 ແຄລໍຣີຕໍ່ມື້. ຈຳນວນສານອາຫານນັ້ນຫຼາຍກວ່າອັດຕາສະເລ່ຍທີ່ຮ່າງກາຍຂອງຄົນເຮົາຈຳເປັນຕ້ອງມີ. ເພື່ອຈະອົດທົນແລະໄປເຖິງເປົ້າໝາຍ ນັກປີນພູຈຳເປັນຕ້ອງກິນສານອາຫານໃຫ້ຫຼາຍເທົ່າທີ່ຈະຫຼາຍໄດ້. ໃນວິທີທີ່ຄ້າຍຄືກັນ ເຮົາຕ້ອງຮັບເອົາຄວາມຮູ້ຂອງພະເຈົ້າທີ່ມີຢ່າງຫຼວງຫຼາຍນີ້ເພື່ອຈະອົດທົນແລະໄປເຖິງເປົ້າໝາຍຂອງເຮົາ. ເຮົາຕ້ອງຕັ້ງໃຈຢ່າງແນ່ວແນ່ທີ່ຈະໃຊ້ເວລາໃນການສຶກສາສ່ວນຕົວແລະການເຂົ້າຮ່ວມການປະຊຸມຕ່າງໆ. ກິດຈະກຳເຫຼົ່ານີ້ຈະໃຫ້ສິ່ງທີ່ເຮົາຈຳເປັນຕ້ອງມີເພື່ອຈະຮັກສາຄວາມເຊື່ອຂອງເຮົາໃຫ້ເຂັ້ມແຂງຕໍ່ໆໄປ.—ໂຢຮັນ 6:27
8, 9. (ກ) ອີງຕາມໂຢບ 2:4, 5 ມີອັນໃດກ່ຽວຂ້ອງນຳເມື່ອເຮົາປະສົບກັບບັນຫາຕ່າງໆ? (ຂ) ເມື່ອປະສົບກັບບັນຫາ ເຈົ້າອາດນຶກພາບສາກເຫດການຫຍັງທີ່ບໍ່ສາມາດເຫັນໄດ້?
8 ຈົດຈຳຄວາມພັກດີທີ່ເຈົ້າມີຕໍ່ພະເຈົ້າ. ເມື່ອເຮົາມີບັນຫາ ມີສິ່ງອື່ນທີ່ກ່ຽວຂ້ອງຫຼາຍກວ່າຄວາມຍາກລຳບາກຂອງເຮົາ. ນັ້ນຄືຄວາມພັກດີຂອງເຮົາທີ່ມີຕໍ່ພະເຈົ້າກຳລັງຖືກທົດລອງ. ວິທີທີ່ເຮົາຕອບສະໜອງຕໍ່ບັນຫາໃດໜຶ່ງສະແດງໃຫ້ເຫັນວ່າເຮົາຖືວ່າພະເຢໂຫວາເປັນຜູ້ປົກຄອງທີ່ແທ້ຈິງໃນເອກະພົບຫຼືບໍ່. ເປັນເຊັ່ນນັ້ນໄດ້ແນວໃດ? ຊາຕານຜູ້ເປັນສັດຕູຂອງພະເຢໂຫວາເຊິ່ງຕໍ່ຕ້ານການປົກຄອງຂອງພະອົງ ມັນເຍາະເຍີ້ຍໂດຍເວົ້າວ່າມະນຸດຮັບໃຊ້ພະເຢໂຫວາຍ້ອນເຫດຜົນທີ່ເຫັນແກ່ຕົວເທົ່ານັ້ນ. ຊາຕານເວົ້າວ່າ: “ທຸກສິ່ງຄົນຜູ້ໜຶ່ງມີຢູ່ລາວຈະໃຫ້ແທນຊີວິດຂອງຕົນ.” ຈາກນັ້ນຊາຕານໄດ້ເວົ້າເຖິງໂຢບວ່າ: “ແຕ່ວ່າເຊີນພະອົງຢຽດມືອອກຖືກກະດູກຖືກເນື້ອໜັງເພິ່ນໃຫ້ເສຍແລະເພິ່ນຈະປ້ອຍດ່າພະອົງທາງໜ້າໂລດ.” (ໂຢບ 2:4, 5) ນັບຕັ້ງແຕ່ຊາຕານເວົ້າແບບນັ້ນ ມັນໄດ້ປ່ຽນໄປບໍ? ມັນບໍ່ປ່ຽນເລີຍ! ຫຼາຍປີຕໍ່ມາ ເມື່ອຊາຕານຖືກຖິ້ມລົງມາຈາກສະຫວັນ ມັນຍັງກ່າວຫາຜູ້ຮັບໃຊ້ທີ່ສັດຊື່ຂອງພະເຈົ້າຢ່າງຕໍ່ເນື່ອງ. (ຄຳປາກົດ 12:10) ໃນທຸກມື້ນີ້ ຊາຕານຍັງເວົ້າວ່າມະນຸດນະມັດສະການພະເຈົ້າຍ້ອນເຫດຜົນທີ່ເຫັນແກ່ຕົວ. ມັນຕ້ອງການເຫັນເຮົາປະຕິເສດສິດໃນການປົກຄອງຂອງພະເຈົ້າແລະເຊົາຮັບໃຊ້ພະອົງ.
9 ເມື່ອກຳລັງປະສົບຄວາມຍາກລຳບາກໃນລະຫວ່າງທີ່ມີບັນຫາ ໃຫ້ເຈົ້າພະຍາຍາມນຶກພາບສາກເຫດການທີ່ບໍ່ສາມາດເຫັນໄດ້ນີ້. ຊາຕານແລະພວກຜີສາດຂອງມັນຢູ່ຝ່າຍດຽວກັນ. ພວກມັນກຳລັງເຝົ້າເບິ່ງສິ່ງທີ່ເຈົ້າຈະເຮັດແລະມັນກຳລັງເວົ້າວ່າເຈົ້າຈະຍອມແພ້. ອີກຝ່າຍໜຶ່ງມີພະເຢໂຫວາ ພະເຍຊູຄລິດກະສັດຂອງເຮົາ ຜູ້ຖືກເຈີມທີ່ຖືກປຸກໃຫ້ຟື້ນຄືນມາຈາກຕາຍ ແລະທູດສະຫວັນອີກຫຼາຍພັນອົງ. ເຂົາເຈົ້າກໍເຫັນຄືກັນທີ່ເຈົ້າພະຍາຍາມຕໍ່ສູ້ກັບຄວາມຍາກລຳບາກນັ້ນ ແຕ່ເຂົາເຈົ້າກຳລັງໃຫ້ກຳລັງໃຈເຈົ້າຢູ່! ເຂົາເຈົ້າມີຄວາມສຸກທີ່ເຫັນເຈົ້າສາມາດອົດທົນແລະຮັກສາຄວາມພັກດີຕໍ່ພະເຢໂຫວາໄວ້ໄດ້. ຈາກນັ້ນເຈົ້າກໍໄດ້ຍິນພະເຢໂຫວາບອກເຈົ້າວ່າ: “ລູກຊາຍເອີຍຈົ່ງເປັນຄົນປັນຍາ ແລະຈົ່ງໃຫ້ໃຈຂ້ອຍຊື່ນບານເພື່ອຂ້ອຍອາດຈະຕອບຄົນທີ່ປະຈານຂາຍໜ້າຂ້ອຍໄດ້.”—ສຸພາສິດ 27:11
ພະເຍຊູຈົດຈໍ່ທີ່ລາງວັນຈາກການອົດທົນຂອງພະອົງ
10. ເຈົ້າຈະຮຽນແບບຂອງພະເຍຊູແນວໃດໃນການຈົດຈໍ່ທີ່ລາງວັນຕ່າງໆຈາກການອົດທົນຂອງເຈົ້າ?
10 ໃຫ້ຈົດຈໍ່ທີ່ລາງວັນ. ໃຫ້ນຶກພາບວ່າເຈົ້າກຳລັງເດີນທາງໄປທ່ອງທ່ຽວ. ຕາມເສັ້ນທາງ ເຈົ້າຕ້ອງໄດ້ຂັບລົດລອດຜ່ານອຸໂມງທີ່ຍາວ. ທຸກໆບ່ອນທີ່ເຈົ້າແນມເບິ່ງໃນອຸໂມງນັ້ນມີແຕ່ຄວາມມືດ. ແຕ່ເຈົ້າຮູ້ວ່າຖ້າຂັບລົດຕໍ່ໆໄປຈົນສຸດອຸໂມງ ເຈົ້າກໍຈະເຫັນແສງສະຫວ່າງອີກຄັ້ງໜຶ່ງ. ຊີວິດສາມາດປຽບໄດ້ຄືກັບການເດີນທາງ. ເຈົ້າອາດຈະຕ້ອງປະເຊີນກັບເວລາທີ່ຫຍຸ້ງຍາກຫຼາຍ ແລະເຈົ້າອາດຮູ້ສຶກວ່າຖືກບັນຫາຕ່າງໆທັບຖົມ. ແມ່ນແຕ່ພະເຍຊູກໍຮູ້ສຶກແບບນັ້ນ. ເມື່ອພະອົງກຳລັງຖືກປະຫານເທິງຫຼັກທໍລະມານ ພະອົງໄດ້ຮັບຄວາມອັບອາຍແລະເຈັບປວດຢ່າງແສນສາຫັດ. ຕອນນັ້ນຄົງເປັນເວລາທີ່ຍາກທີ່ສຸດໃນຊີວິດຂອງພະອົງ! ສິ່ງໃດຊ່ວຍພະອົງໃຫ້ອົດທົນໄດ້? ຄຳພີໄບເບິນກ່າວວ່າພະອົງເບິ່ງທີ່ “ຄວາມຍິນດີທີ່ຕັ້ງໄວ້ຕໍ່ໜ້າພະອົງ.” (ເຫບເລີ 12:2, 3) ພະອົງຈົດຈໍ່ທີ່ລາງວັນຈາກການອົດທົນຂອງພະອົງ ສິ່ງສຳຄັນທີ່ສຸດແມ່ນພະອົງຈະມີສ່ວນໃນການເຮັດໃຫ້ຊື່ຂອງພະເຈົ້າເປັນທີ່ນັບຖືອັນບໍລິສຸດ ແລະເປັນການສະໜັບສະໜູນສິດໃນການປົກຄອງຂອງພະເຈົ້າ. ພະເຍຊູຮູ້ວ່າຄວາມຫຍຸ້ງຍາກຢູ່ພຽງຊົ່ວຄາວ ແຕ່ລາງວັນທີ່ພະອົງຈະໄດ້ໃນສະຫວັນນັ້ນຈະຢູ່ຕະຫຼອດໄປ. ໃນທຸກມື້ນີ້ ບັນຫາຕ່າງໆທີ່ເຈົ້າປະສົບອາດຈະທັບຖົມເຈົ້າແລະເຮັດໃຫ້ເຈັບປວດ ແຕ່ຂໍໃຫ້ຈື່ໄວ້ວ່າສິ່ງເຫຼົ່ານີ້ຢູ່ພຽງຊົ່ວຄາວເທົ່ານັ້ນ.
“ຄົນທັງຫຼາຍທີ່ [ໄດ້] ອົດທົນ”
11. ເປັນຫຍັງເຮົາຄວນພິຈາລະນາເບິ່ງປະສົບການຕ່າງໆຂອງ “ຄົນທັງຫຼາຍທີ່ [ໄດ້] ອົດທົນ”?
11 ເຮົາບໍ່ຈຳເປັນຕ້ອງຕໍ່ສູ້ໂດຍລຳພັງ. ເພື່ອໜູນກຳລັງໃຈຄລິດສະຕຽນໃຫ້ອົດທົນກັບບັນຫາຫຼາຍຢ່າງທີ່ມາຈາກຊາຕານ ອັກຄະສາວົກເປໂຕຂຽນວ່າ: “ຈົ່ງຕໍ່ສູ້ແກ່ພະຍາມານນັ້ນດ້ວຍຕັ້ງໃຈໝັ້ນຄົງຢູ່ໃນຄວາມເຊື່ອ ຮູ້ຈັກວ່າຄວາມທຸກລຳບາກຢ່າງນັ້ນມີແກ່ພວກພີ່ນ້ອງຂອງທ່ານທັງຫຼາຍທີ່ຢູ່ໃນໂລກ.” (1 ເປໂຕ 5:9) ປະສົບການຂອງ “ຄົນທັງຫຼາຍທີ່ [ໄດ້] ອົດທົນ” ສອນເຮົາກ່ຽວກັບວິທີຮັກສາຄວາມສັດຊື່ ເຮັດໃຫ້ເຮົາໝັ້ນໃຈວ່າເຮົາສາມາດປະສົບຜົນສຳເລັດໄດ້ ແລະເຕືອນເຮົາວ່າເຮົາຈະໄດ້ຮັບລາງວັນສຳລັບຄວາມພັກດີຂອງເຮົາ. (ຢາໂກໂບ 5:11) ຂໍໃຫ້ເຮົາພິຈາລະນາສອງສາມຕົວຢ່າງ.[1]—ເບິ່ງຂໍ້ສັງເກດສຳລັບຜູ້ອ່ານ.
12. ເຮົາໄດ້ບົດຮຽນຫຍັງຈາກຕົວຢ່າງຂອງນາຍທູດສະຫວັນທີ່ເຮັດໜ້າທີ່ໃຫ້ເຝົ້າສວນເອເດນ?
12 ນາຍທູດສະຫວັນເປັນທູດສະຫວັນທີ່ມີຕ່ຳແໜ່ງສູງ. ຫຼັງຈາກທີ່ອາດາມແລະເອວາໄດ້ເຮັດຜິດ ພະເຢໂຫວາໄດ້ມອບໝາຍວຽກໃໝ່ບາງຢ່າງທີ່ຢູ່ໃນໂລກນີ້ໃຫ້ນາຍທູດສະຫວັນບາງອົງ. ວຽກໃໝ່ນີ້ແຕກຕ່າງຫຼາຍຈາກວຽກທີ່ເຂົາເຈົ້າມີຢູ່ໃນສະຫວັນ. ຕົວຢ່າງຂອງເຂົາເຈົ້າສອນເຮົາໃຫ້ຮູ້ວິທີອົດທົນເມື່ອເຮົາມີວຽກມອບໝາຍທີ່ຍາກລຳບາກ. ຄຳພີໄບເບິນບອກວ່າພະເຢໂຫວາ “ໄດ້ຕັ້ງນາຍທູດສະຫວັນທັງຫຼາຍທີ່ຖືດາບອັນເປັນແປວໄຟອັນແກວ່ງໄປແກວ່ງມາເພື່ອຈະໄດ້ເຝົ້າຮັກສາທາງໄປຫາຕົ້ນໄມ້ຊີວິດນັ້ນ.”[2] (ເບິ່ງຂໍ້ສັງເກດສຳລັບຜູ້ອ່ານ) (ຕົ້ນເດີມ 3:24) ຄຳພີໄບເບິນບໍ່ໄດ້ບອກວ່ານາຍທູດສະຫວັນຈົ່ມຫຼືຮູ້ສຶກວ່າເຂົາເຈົ້າມີຄວາມສຳຄັນຫຼາຍກວ່າວຽກມອບໝາຍໃໝ່ນີ້. ເຂົາເຈົ້າບໍ່ໄດ້ຮູ້ສຶກເບື່ອຫຼືທໍ້ຖອຍ. ກົງກັນຂ້າມ ເຂົາເຈົ້າຍຶດໝັ້ນຢູ່ກັບວຽກມອບໝາຍນັ້ນຈົນສຳເລັດ ບາງເທື່ອອາດຈະຮອດສະໄໝນ້ຳຖ້ວມໂລກເຊິ່ງເປັນເວລາຫຼາຍກວ່າ 1.600 ປີຕໍ່ມາ!
13. ໂຢບສາມາດອົດທົນກັບບັນຫາຕ່າງໆໄດ້ແນວໃດ?
13 ໂຢບຊາຍທີ່ສັດຊື່. ບາງຄັ້ງເຈົ້າອາດຈະຮູ້ສຶກເຈັບໃຈຍ້ອນວ່າໝູ່ຫຼືຄົນໃນຄອບຄົວເວົ້າໃນສິ່ງທີ່ເຮັດໃຫ້ໝົດກຳລັງໃຈ. ບາງທີເຈົ້າອາດເຈັບປ່ວຍໜັກຫຼືກຳລັງທົນທຸກຍ້ອນຄົນທີ່ເຈົ້າຮັກເສຍຊີວິດ. ບໍ່ວ່າສິ່ງໃດຈະເກີດຂຶ້ນກໍຕາມ ເຈົ້າສາມາດພົບການປອບໂຍນຈາກຕົວຢ່າງຂອງໂຢບ. (ໂຢບ 1:18, 19; 2:7, 9; 19:1-3) ໂຢບບໍ່ຮູ້ເຫດຜົນທີ່ລາວປະສົບກັບບັນຫາຫຼາຍຢ່າງແບບກະທັນຫັນ ແຕ່ລາວກໍບໍ່ເຄີຍທໍ້ຖອຍ. ສິ່ງໃດຊ່ວຍລາວໃຫ້ອົດທົນໄດ້? ສິ່ງທຳອິດ ລາວຮັກພະເຢໂຫວາແລະຢ້ານທີ່ຈະເຮັດໃຫ້ພະອົງບໍ່ພໍໃຈ. (ໂຢບ 1:1) ໂຢບຕ້ອງການທີ່ຈະເຮັດໃຫ້ພະເຈົ້າພໍໃຈທັງໃນເວລາທີ່ສະດວກສະບາຍແລະໃນເວລາທີ່ຫຍຸ້ງຍາກ. ນອກຈາກນັ້ນ ພະເຢໂຫວາໄດ້ຊ່ວຍໂຢບໃຫ້ເຫັນລິດເດດຂອງພະອົງໂດຍບອກລາວກ່ຽວກັບບາງສິ່ງທີ່ໜ້າອັດສະຈັນໃຈເຊິ່ງພະອົງໄດ້ສ້າງ. ເລື່ອງນີ້ເຮັດໃຫ້ໂຢບໝັ້ນໃຈຫຼາຍຂຶ້ນວ່າພະເຢໂຫວາຈະກຳຈັດບັນຫາຕ່າງໆຂອງລາວໃນເວລາທີ່ເໝາະສົມ. (ໂຢບ 42:1, 2) ສິ່ງນັ້ນໄດ້ເກີດຂຶ້ນແທ້ໆ. ພະເຢໂຫວາ “ໄດ້ເຮັດໃຫ້ໂຢບຈະເລີນຮຸ່ງເຮືອງຂຶ້ນໃໝ່ໂດຍໃຫ້ເພິ່ນມີຕື່ມອີກເຖິງສອງເທົ່າໃນສິ່ງທີ່ເພິ່ນເຄີຍມີມາກ່ອນ, ທ.ປ.” ໂຢບມີຊີວິດ “ຍືນຍາວແລະມີຄວາມສຸກ, ລ.ມ.”—ໂຢບ 42:10, 17
14. ອີງຕາມ 2 ໂກລິນໂທ 1:6 ຄວາມອົດທົນຂອງໂປໂລຊ່ວຍຄົນອື່ນແນວໃດ?
14 ອັກຄະສາວົກໂປໂລ. ເຈົ້າກຳລັງປະສົບກັບການຕໍ່ຕ້ານຫຼືການຂົ່ມເຫງທີ່ຂົມຂື່ນບໍ? ເຈົ້າເປັນຜູ້ເຖົ້າແກ່ຫຼືຜູ້ດູແລໝວດທີ່ຮູ້ສຶກວ່າໜ້າທີ່ຮັບຜິດຊອບຫຼາຍຢ່າງໄດ້ທັບຖົມເຈົ້າບໍ? ຖ້າເປັນເຊັ່ນນັ້ນ ຕົວຢ່າງຂອງໂປໂລສາມາດຊ່ວຍເຈົ້າໄດ້. ໂປໂລປະສົບກັບການຂົ່ມເຫງທີ່ໂຫດຮ້າຍ ແລະລາວເປັນຫ່ວງພີ່ນ້ອງໃນປະຊາຄົມຕ່າງໆສະເໝີ. (2 ໂກລິນໂທ 11:23-29) ແຕ່ໂປໂລບໍ່ເຄີຍທໍ້ຖອຍ ແລະຕົວຢ່າງຂອງລາວເສີມສ້າງຄົນອື່ນ. (ອ່ານ 2 ໂກລິນໂທ 1:6) ເຊັ່ນດຽວກັນ ຄວາມອົດທົນຂອງເຈົ້າກໍສາມາດໜູນກຳລັງໃຈຄົນອື່ນໃຫ້ອົດທົນໄດ້.
ຄວາມອົດທົນຈະ “ກະທຳການຈົນສຳເລັດ” ໃນຕົວເຈົ້າບໍ?
15, 16. (ກ) ການ “ກະທຳການ” ອັນໃດທີ່ຕ້ອງອົດທົນຈົນສຳເລັດ? (ຂ) ຂໍໃຫ້ຍົກຕົວຢ່າງກ່ຽວກັບວິທີທີ່ເຮົາສາມາດ “ໃຫ້ຄວາມພຽນ [ອົດທົນ] ນັ້ນກະທຳການຈົນສຳເລັດ.”
15 ສາວົກຢາໂກໂບໄດ້ຮັບການດົນໃຈໃຫ້ຂຽນວ່າ: “ໃຫ້ຄວາມພຽນ [ອົດທົນ] ນັ້ນກະທຳການຈົນສຳເລັດເພື່ອທ່ານທັງຫຼາຍຈະໄດ້ເປັນຜູ້ສຳເລັດຄົບຖ້ວນບໍ່ຂາດສິ່ງໜຶ່ງສິ່ງໃດ.” (ຢາໂກໂບ 1:4) ຄວາມອົດທົນຈະ “ກະທຳການ” ຈົນສຳເລັດໃນຕົວເຮົາໄດ້ແນວໃດ? ເມື່ອປະເຊີນກັບບັນຫາໃດໜຶ່ງ ເຮົາອາດສັງເກດເຫັນວ່າເຮົາຕ້ອງອົດທົນຫຼາຍຂຶ້ນ ຮູ້ຄຸນຄ່າຫຼາຍຂຶ້ນ ຫຼືມີຄວາມຮັກຫຼາຍຂຶ້ນ. ໃນຂະນະທີ່ເຮົາອົດທົນກັບບັນຫານັ້ນ ເຮົາຮຽນຮູ້ທີ່ຈະສະແດງຄຸນລັກສະນະເຫຼົ່ານີ້ຕື່ມອີກ ແລະໂດຍວິທີນີ້ເຮົາຈະປັບປຸງນິດໄສໃຈຄໍແບບຄລິດສະຕຽນ.
ເມື່ອເຮົາອົດທົນກັບບັນຫາຕ່າງໆ ເຮົາກໍຈະມີນິດໄສໃຈຄໍແບບຄລິດສະຕຽນຢ່າງຄົບຖ້ວນຫຼາຍຂຶ້ນ (ເບິ່ງຂໍ້ 15, 16)
16 ເນື່ອງຈາກວ່າຄວາມອົດທົນສາມາດເຮັດໃຫ້ເຮົາເປັນຄລິດສະຕຽນທີ່ດີຂຶ້ນ ເຮົາຄົງບໍ່ຕ້ອງການທີ່ຈະຝ່າຝືນກົດໝາຍຂອງພະເຢໂຫວາພຽງເພື່ອຈະກຳຈັດບັນຫາໃຫ້ໝົດໄປ. ຕົວຢ່າງເຊັ່ນ: ຖ້າເຈົ້າໄດ້ຕໍ່ສູ້ກັບຄວາມຄິດທີ່ຜິດສິນລະທຳທາງເພດ ຂໍໃຫ້ເຈົ້າຢ່າຍອມແພ້ຕໍ່ການລໍ້ໃຈ! ໃຫ້ເຈົ້າຂໍກັບພະເຢໂຫວາເພື່ອຊ່ວຍເຈົ້າໃຫ້ປະຕິເສດຄວາມຄິດທີ່ບໍ່ຖືກຕ້ອງ. ມີຄົນໃນຄອບຄົວກຳລັງຕໍ່ຕ້ານເຈົ້າບໍ? ຢ່າຍອມແພ້! ໃຫ້ຕັ້ງໃຈແນ່ວແນ່ທີ່ຈະຮັບໃຊ້ພະເຢໂຫວາຕໍ່ໆໄປ. ຜົນທີ່ໄດ້ກໍຄື ເຈົ້າຈະເສີມສ້າງຄວາມເຊື່ອໝັ້ນໃນພະເຢໂຫວາໃຫ້ເຂັ້ມແຂງຂຶ້ນ. ຂໍໃຫ້ຈື່ໄວ້ວ່າ: ເພື່ອຈະໄດ້ຮັບຄວາມພໍໃຈຈາກພະເຈົ້າ ເຮົາຕ້ອງອົດທົນ.—ໂລມ 5:3-5; ຢາໂກໂບ 1:12
17, 18. (ກ) ຂໍໃຫ້ຍົກຕົວຢ່າງເລື່ອງຄວາມສຳຄັນຂອງການອົດທົນຈົນເຖິງທີ່ສຸດ. (ຂ) ໃນຂະນະທີ່ເຮົາໃກ້ຈະເຖິງອະວະສານຫຼາຍຂຶ້ນ ເຮົາສາມາດໝັ້ນໃຈໃນເລື່ອງໃດ?
17 ເຮົາຕ້ອງອົດທົນບໍ່ພຽງແຕ່ໄລຍະເວລາໃດໜຶ່ງເທົ່ານັ້ນ ແຕ່ຕ້ອງຈົນເຖິງທີ່ສຸດ. ໃຫ້ນຶກພາບວ່າເຮືອລຳໜຶ່ງກຳລັງຈົມນ້ຳ. ເພື່ອຈະລອດຊີວິດ ຜູ້ໂດຍສານຕ້ອງລອຍນ້ຳແບບບໍ່ຢຸດບໍ່ເຊົາເພື່ອເຂົ້າໄປຫາຕາຝັ່ງ. ຄົນທີ່ຍອມແພ້ຕັ້ງແຕ່ຕອນເລີ່ມລອຍນ້ຳ ລາວກໍຈະຈົມນ້ຳ. ຄ້າຍຄືກັນ ຄົນທີ່ຍອມແພ້ກ່ອນທີ່ຈະເຖິງຕາຝັ່ງກໍຈະຈົມນ້ຳຄືກັນ. ຖ້າເຮົາຕ້ອງການທີ່ຈະມີຊີວິດໃນໂລກໃໝ່ ເຮົາຕ້ອງອົດທົນຕໍ່ໆໄປ. ຂໍໃຫ້ເຮົາມີທັດສະນະແບບດຽວກັບອັກຄະສາວົກໂປໂລ ລາວເວົ້າວ່າ: “ພວກເຮົາຈຶ່ງບໍ່ທໍ້ຖອຍ.”—2 ໂກລິນໂທ 4:1, 16, ທ.ປ.
18 ຄືກັບໂປໂລ ພວກເຮົາໝັ້ນໃຈແທ້ໆວ່າພະເຢໂຫວາຈະຊ່ວຍເຮົາໃຫ້ອົດທົນຈົນເຖິງທີ່ສຸດ. ໂປໂລໄດ້ຂຽນວ່າ: “ເຮົາທັງຫຼາຍເປັນຜູ້ແພ້ [ຊະນະ] ເຫຼືອລົ້ນດ້ວຍພະອົງຜູ້ໄດ້ຮັກເຮົາທັງຫຼາຍ. ເຫດວ່າເຮົາເຊື່ອໝັ້ນຄົງວ່າແມ່ນຄວາມຕາຍກໍດີ ຊີວິດກໍດີ ທູດສະຫວັນກໍດີ ພະທີ່ນັ່ງ [ລັດຖະບານ] ກໍດີ ສິ່ງມີຢູ່ດຽວນີ້ກໍດີ ສິ່ງຈະເປັນມາພາຍໜ້າກໍດີ ສິ່ງມີອຳນາດກໍດີ ສິ່ງສູງກໍດີ ສິ່ງເລິກກໍດີ ສິ່ງໜຶ່ງສິ່ງໃດອື່ນທີ່ນິລະມິດສ້າງແລ້ວກໍດີ ກໍຈະບໍ່ອາດກະທຳໃຫ້ພວກເຮົາຂາດຈາກຄວາມຮັກຂອງພະເຈົ້າທີ່ຢູ່ໃນພະຄລິດເຍຊູພະອົງເຈົ້າຂອງເຮົາທັງຫຼາຍ.” (ໂລມ 8:37-39) ເປັນຄວາມຈິງທີ່ວ່າບາງຄັ້ງເຮົາຈະອິດເມື່ອຍ ແຕ່ຂໍໃຫ້ເຮົາເຮັດຕາມແບບຢ່າງຂອງເຄເດໂອນແລະທະຫານຂອງລາວ. ເຂົາເຈົ້າອິດເມື່ອຍ ແຕ່ບໍ່ທໍ້ຖອຍ. ເຂົາເຈົ້າ ‘ຍັງໄດ້ໄລ່ຕິດຕາມໄປເລື້ອຍໆ’!—ຜູ້ຕັດສິນ 8:4
^ [1] (ຂໍ້ 11) ເຈົ້າຍັງຈະໄດ້ກຳລັງໃຈເມື່ອພິຈາລະນາເລື່ອງຄວາມອົດທົນຂອງຜູ້ຮັບໃຊ້ຂອງພະເຈົ້າໃນສະໄໝປັດຈຸບັນ. ຕົວຢ່າງ ໃນປຶ້ມປະຈຳປີ 1992, 1999 ແລະ 2008 ເວົ້າເຖິງການລາຍງານທີ່ໜູນກຳລັງໃຈກ່ຽວກັບພີ່ນ້ອງຂອງເຮົາໃນປະເທດເອທິໂອປີ ປະເທດມາລາວີ ແລະປະເທດລັດເຊຍ.
^ [2] (ຂໍ້ 12) ຄຳພີໄບເບິນບໍ່ໄດ້ບອກວ່າມີນາຍທູດສະຫວັນຈັກອົງທີ່ຖືກມອບໝາຍໃຫ້ເຮັດວຽກນີ້.