ເລື່ອງຊີວິດຈິງ
ເປັນ “ຄົນທຸກຊະນິດສຳລັບທຸກຄົນ”
“ຖ້າເຈົ້າຮັບບັບເຕມາ ຂ້ອຍຈະປະກັບເຈົ້າ!” ນີ້ເປັນຄຳຂູ່ທີ່ພໍ່ເວົ້າກັບແມ່ໃນປີ 1941. ເຖິງວ່າພໍ່ເວົ້າຂູ່ ແຕ່ແມ່ກໍຕັດສິນໃຈຮັບບັບເຕມາ. ຜົນກໍຄື ພໍ່ໜີຈາກແມ່. ຕອນນັ້ນຂ້ອຍອາຍຸ 8 ປີ.
ກ່ອນເລື່ອງນີ້ເກີດຂຶ້ນ ຂ້ອຍໄດ້ສົນໃຈໃນຄວາມຈິງແລ້ວ. ແມ່ຮັບເອົາໜັງສືຈຳນວນໜຶ່ງກ່ຽວກັບຄຳພີໄບເບິນ ແລະຂ້ອຍສົນໃຈປຶ້ມເຫຼົ່ານັ້ນຫຼາຍ. ຂ້ອຍມັກຮູບພາບເປັນພິເສດ. ພໍ່ບໍ່ຢາກໃຫ້ແມ່ເວົ້າໃຫ້ຂ້ອຍຟັງໃນສິ່ງທີ່ເພິ່ນກຳລັງຮຽນ. ແຕ່ຂ້ອຍກໍຢາກຮູ້ຢາກເຫັນແລະໄດ້ຖາມຄຳຖາມ ດັ່ງນັ້ນ ແມ່ຈຶ່ງສຶກສາໃຫ້ຂ້ອຍເມື່ອພໍ່ບໍ່ຢູ່ເຮືອນ. ຜົນກໍຄື ຂ້ອຍເອງກໍຕັດສິນໃຈວ່າຢາກອຸທິດຊີວິດໃຫ້ພະເຢໂຫວາ. ຂ້ອຍຮັບບັບເຕມາໃນປີ 1943 ຢູ່ເມືອງແບັກພູ ປະເທດອັງກິດ ເຊິ່ງຂ້ອຍອາຍຸໄດ້ 10 ປີ.
ຂ້ອຍເລີ່ມຮັບໃຊ້ພະເຢໂຫວາ
ຕັ້ງແຕ່ນັ້ນມາ ຂ້ອຍກັບແມ່ໄປປະກາດນຳກັນເປັນປະຈຳ. ໃນຕອນນັ້ນ ເຮົາປະກາດໂດຍໃຊ້ຫີບແຜ່ນສຽງເຊິ່ງທັງໜັກທັງໃຫຍ່ ມັນໜັກປະມານສີ່ກິໂລເຄິ່ງ. ລອງນຶກພາບເບິ່ງຂ້ອຍທີ່ເປັນເດັກນ້ອຍພະຍາຍາມຫິ້ວຫີບແຜ່ນສຽງນັ້ນ!
ເມື່ອອາຍຸໄດ້ 14 ປີ ຂ້ອຍກໍຢາກເປັນໄພໂອເນຍ. ແມ່ບອກວ່າທຳອິດຂ້ອຍຄວນລົມກັບພີ່ນ້ອງຊາຍທີ່ເປັນຜູ້ຮັບໃຊ້ (ປັດຈຸບັນເອີ້ນວ່າຜູ້ດູແລໝວດ). ພີ່ນ້ອງແນະນຳໃຫ້ຂ້ອຍພະຍາຍາມຮຽນວິຊາອາຊີບເພື່ອຈະຫາລ້ຽງຕົວເອງໃນການເປັນໄພໂອເນຍ. ດັ່ງນັ້ນ ຂ້ອຍຈຶ່ງເຮັດຕາມນັ້ນ. ຫຼັງຈາກເຮັດວຽກໄດ້ສອງປີ ຂ້ອຍກໍຖາມຜູ້ດູແລໝວດອີກຄົນໜຶ່ງກ່ຽວກັບການເປັນໄພໂອເນຍ. ລາວບອກວ່າ “ເຮັດໂລດ!”
ດັ່ງນັ້ນ ໃນເດືອນເມສາ ປີ 1949 ຂ້ອຍກັບແມ່ໄດ້ຂາຍເຄື່ອງເຮືອນແລະເຮົາຍ້າຍໄປເມືອງມິດໂດຕັນທີ່ໃກ້ກັບເມືອງແມນເຊັດສະເຕີ ເຮົາເລີ່ມເປັນໄພໂອເນຍຢູ່ຫັ້ນ. ຫຼັງຈາກນັ້ນສີ່ເດືອນ ຂ້ອຍກໍເລືອກພີ່ນ້ອງຄົນໜຶ່ງໃຫ້ເປັນຄູ່ໄພໂອເນຍຂອງຂ້ອຍ. ສຳນັກງານສາຂາແນະນຳໃຫ້ເຮົາຍ້າຍໄປປະຊາຄົມທີ່ຫາກໍຕັ້ງຂຶ້ນໃໝ່ໃນເມືອງອາຍລຳ. ແມ່ເປັນໄພໂອເນຍຄູ່ກັບພີ່ນ້ອງຍິງຄົນໜຶ່ງໃນປະຊາຄົມອື່ນ.
ຂ້ອຍອາຍຸ 17 ປີເທົ່ານັ້ນ ແຕ່ຂ້ອຍກັບຄູ່ໄພໂອເນຍກໍຮັບຜິດຊອບເລື່ອງການປະຊຸມຕ່າງໆ ເພາະໃນປະຊາຄົມໃໝ່ມີພີ່ນ້ອງຊາຍຈຳນວນໜ້ອຍທີ່ມີຄຸນສົມບັດເພື່ອເຮັດໜ້າທີ່ນີ້. ຕໍ່ມາ ຂ້ອຍຍ້າຍໄປປະຊາຄົມບັກສະຕອນເຊິ່ງຢູ່ຫັ້ນມີຜູ້ປະກາດບໍ່ເທົ່າໃດຄົນແລະຕ້ອງການຄວາມຊ່ວຍເຫຼືອ. ປະສົບການເຫຼົ່ານັ້ນໄດ້ກຽມຂ້ອຍໄວ້ສຳລັບການມອບໝາຍໃນອະນາຄົດ.
ໂຄສະນາຄຳບັນລະຍາຍສາທາລະນະກັບພີ່ນ້ອງໃນເມືອງໂຣເຊັດສະເຕີ ນິວຢອກ ປີ 1953
ໃນປີ 1951 ຂ້ອຍໄດ້ຂຽນໃບສະໝັກເຂົ້າໂຮງຮຽນກິລຽດ. ຈາກນັ້ນໃນເດືອນທັນວາ ປີ 1952 ຂ້ອຍຖືກເອີ້ນໃຫ້ໄປລາຍງານຕົວເພື່ອເປັນທະຫານ. ຂ້ອຍຂໍການຍົກເວັ້ນເພາະວ່າເປັນຜູ້ຮັບໃຊ້ເຕັມເວລາ ແຕ່ສານປະຕິເສດຄຳຂໍນັ້ນແລະຕັດສິນໃຫ້ຂ້ອຍຕິດຄຸກຫົກເດືອນ. ຕອນຢູ່ໃນຄຸກ ຂ້ອຍຖືກເຊີນເຂົ້າໂຮງຮຽນກິລຽດລຸ້ນທີ 22. ໃນເດືອນກໍລະກົດ ປີ 1953 ຫຼັງຈາກຖືກປ່ອຍຕົວໄດ້ບໍ່ດົນ ຂ້ອຍກໍຂຶ້ນເຮືອກຳປັ່ນຊື່ຈອດຈິກເພື່ອເດີນທາງໄປນິວຢອກ.
ທັນທີທີ່ໄປຮອດນິວຢອກ ຂ້ອຍໄດ້ເຂົ້າຮ່ວມການປະຊຸມສະມາຄົມໂລກໃໝ່ປະຈຳປີ 1953. ຈາກນັ້ນຂ້ອຍກໍຂຶ້ນລົດໄຟແລ້ວຕໍ່ດ້ວຍລົດເມເພື່ອໄປເມືອງເຊົ໋າ ແລນຊິງ ໃນນິວຢອກ ເພາະໂຮງຮຽນຕັ້ງຢູ່ຫັ້ນ. ເນື່ອງຈາກຫາກໍອອກຈາກຄຸກ ຂ້ອຍຈຶ່ງມີເງິນຕິດຕົວໜ້ອຍດຽວ ແລະຕ້ອງຢືມເງິນ 25 ເຊັນຈາກຜູ້ໂດຍສານຄົນອື່ນເພື່ອຈ່າຍຄ່າລົດ.
ວຽກມອບໝາຍໃນຕ່າງປະເທດ
ເຮົາໄດ້ຮັບການຝຶກອົບຮົມທີ່ດີເລີດຢູ່ໂຮງຮຽນກິລຽດເຊິ່ງຊ່ວຍເຮົາໃຫ້ “ເປັນຄົນທຸກຊະນິດສຳລັບທຸກຄົນ.” (1 ໂກລິນໂທ 9:22, ທ.ປ.) ພີ່ນ້ອງພໍລ ບູຣ ພີ່ນ້ອງເຣມອນ ລີດ ແລະຂ້ອຍຖືກມອບໝາຍໄປຟີລິບປິນ ແຕ່ເຮົາຕ້ອງລໍຖ້າຫຼາຍເດືອນເພື່ອຈະໄດ້ວິຊ່າ. ຈາກນັ້ນເຮົາເດີນທາງດ້ວຍເຮືອກຳປັ່ນໄປເມືອງເຣາະເທີດາມໃນໂຮນລັງ. ຫຼັງຈາກນັ້ນເຮົາກໍຂີ່ເຮືອໃບຂ້າມທະເລເມດີແຕລາເນ ຄອງນ້ຳຊູ ແລະມະຫາສະມຸດອິນເດຍເພື່ອໄປມາເລເຊຍແລະຈາກນັ້ນກໍໄປຮົງກົງ. ໃນທີ່ສຸດ ຫຼັງຈາກຢູ່ໃນທະເລ 47 ມື້ ເຮົາກໍມາຮອດມະນີລາໃນວັນທີ 19 ເດືອນພະຈິກ ປີ 1954.
ຂ້ອຍກັບພີ່ນ້ອງເຣມອນ ລີດ ເດີນທາງ 47 ມື້ດ້ວຍເຮືອກຳປັ່ນສຳລັບວຽກມອບໝາຍເປັນມິດຊັນນາລີຢູ່ຟີລິບປິນ
ເຮົາຕ້ອງປັບຕົວໃຫ້ເຂົ້າກັບວັດທະນະທຳໃໝ່ ປະເທດໃໝ່ ແລະພາສາໃໝ່. ທຳອິດ ເຮົາສາມຄົນຖືກມອບໝາຍໃຫ້ຢູ່ປະຊາຄົມໜຶ່ງໃນເມືອງກິວຊອນຊີຕີເຊິ່ງມີຫຼາຍຄົນເວົ້າພາສາອັງກິດ. ຫົກເດືອນຜ່ານໄປ ເຮົາຮູ້ຄຳສັບພາສາຕະກາລ໋ອກພຽງແຕ່ໜ້ອຍດຽວ ແຕ່ວຽກມອບໝາຍຕໍ່ໄປຈະປ່ຽນແປງເລື່ອງນີ້.
ມື້ໜຶ່ງໃນເດືອນພຶດສະພາ ປີ 1955 ເມື່ອຂ້ອຍກັບພີ່ນ້ອງເຣມອນກັບມາຈາກການປະກາດ ເຮົາໄດ້ຮັບຈົດໝາຍແຈ້ງວ່າເຮົາຖືກມອບໝາຍໃຫ້ເປັນຜູ້ດູແລໝວດ. ຂ້ອຍອາຍຸ 22 ປີເທົ່ານັ້ນ ແຕ່ໃນວຽກມອບໝາຍນີ້ຂ້ອຍຈະຮຽນຮູ້ວິທີການໃໝ່ໆເພື່ອຈະ “ເປັນຄົນທຸກຊະນິດສຳລັບທຸກຄົນ.”
ບັນລະຍາຍສາທາລະນະຢູ່ການປະຊຸມໝວດໃນພາສາບິໂຄ
ຕົວຢ່າງເຊັ່ນ: ຄຳບັນລະຍາຍສາທາລະນະຄັ້ງທຳອິດຂອງຂ້ອຍໃນຖານະເປັນຜູ້ດູແລໝວດແມ່ນຢູ່ທາງນອກຮ້ານຂາຍເຄື່ອງໃນໝູ່ບ້ານ. ຢູ່ຟີລິບປິນໃນສະໄໝນັ້ນ ຄຳບັນລະຍາຍສາທາລະນະເວົ້າໃນບ່ອນສາທາລະນະແທ້ໆ! ເມື່ອໄປຢາມປະຊາຄົມຕ່າງໆໃນໝວດ ຂ້ອຍໃຫ້ຄຳບັນລະຍາຍຢູ່ສາລາ ຕະຫຼາດ ຕໍ່ໜ້າຫ້ອງການປົກຄອງເມືອງ ເດີ່ນບານບ້ວງ ສວນສາທາລະນະ ແລະຫຼາຍຄັ້ງຢູ່ແຈຖະໜົນໃນເມືອງ. ມີຄັ້ງໜຶ່ງໃນເມືອງຊານເປົາໂລ ຂ້ອຍບໍ່ສາມາດບັນລະຍາຍຢູ່ຕະຫຼາດຍ້ອນຝົນຕົກແຮງຫຼາຍ. ດັ່ງນັ້ນ ຂ້ອຍຈຶ່ງສະເໜີກັບພີ່ນ້ອງທີ່ຮັບຜິດຊອບວ່າຂ້ອຍຈະບັນລະຍາຍຢູ່ຫໍປະຊຸມ. ຫຼັງຈາກນັ້ນ ຜູ້ເຖົ້າແກ່ກໍຖາມວ່າເຂົາເຈົ້າລາຍງານໄດ້ບໍວ່ານີ້ເປັນການປະຊຸມສາທາລະນະ ເພາະບໍ່ໄດ້ຈັດໃນບ່ອນສາທາລະນະ!
ຂ້ອຍພັກຢູ່ເຮືອນພີ່ນ້ອງທຸກຄັ້ງ. ເຖິງວ່າເຮືອນຈະທຳມະດາແຕ່ກໍສະອາດ. ຫຼາຍຄັ້ງບ່ອນນອນຂອງຂ້ອຍແມ່ນເຊື່ອບາງໆປູເທິງພື້ນໄມ້. ບ່ອນອາບນ້ຳແມ່ນຢູ່ທາງນອກເຮືອນເຊິ່ງທຸກຄົນຈະແນມເຫັນຂ້ອຍ ດັ່ງນັ້ນ ຂ້ອຍຈຶ່ງຮຽນຮູ້ທີ່ຈະອາບນ້ຳຢ່າງສຸພາບ. ຂ້ອຍຂີ່ລົດເມແລະບາງເທື່ອກໍຂີ່ເຮືອເພື່ອໄປເກາະຕ່າງໆ. ໃນໄລຍະທີ່ຮັບໃຊ້ຫຼາຍປີ ຂ້ອຍບໍ່ເຄີຍມີລົດໃຫຍ່ເລີຍ.
ຂ້ອຍຮຽນພາສາຕະກາລ໋ອກໂດຍຟັງພີ່ນ້ອງເວົ້າເວລາປະກາດແລະຢູ່ການປະຊຸມ. ພີ່ນ້ອງຢາກຊ່ວຍສອນຂ້ອຍ ແລະຂ້ອຍຮູ້ສຶກຂອບໃຈໃນຄວາມອົດທົນແລະຄຳແນະນຳທີ່ກົງໄປກົງມາຂອງເຂົາເຈົ້າ.
ເມື່ອເວລາຜ່ານໄປ ຂ້ອຍຕ້ອງປັບປ່ຽນຕື່ມອີກຍ້ອນວຽກມອບໝາຍໃໝ່. ໃນປີ 1956 ເມື່ອພີ່ນ້ອງນາທານ ນໍ ມາຢາມ ເຮົາໄດ້ຈັດການປະຊຸມນາໆຊາດ. ຂ້ອຍຖືກມອບໝາຍໃຫ້ຕິດຕໍ່ພົວພັນກັບສື່ມວນຊົນ. ຂ້ອຍບໍ່ມີປະສົບໃນເລື່ອງນີ້ເລີຍ ແຕ່ພີ່ນ້ອງກໍຊ່ວຍສອນຂ້ອຍ. ບໍ່ຮອດໜຶ່ງປີ ເຮົາກໍຈັດການປະຊຸມນາໆຊາດອີກ ແລະຂ້ອຍກໍຮັບໃຊ້ເປັນຜູ້ດູແລການປະຊຸມໃຫຍ່. ພີ່ນ້ອງເຟດເດີລິກ ແຝນ ຈາກສຳນັກງານໃຫຍ່ໄດ້ມາຢາມ ແລະຂ້ອຍຮຽນຫຼາຍຢ່າງຈາກເພິ່ນ. ເມື່ອໃຫ້ຄຳບັນລະຍາຍສາທາລະນະ ເພິ່ນນຸ່ງບາຣອງ ຕະກາລ໋ອກ ເຊິ່ງເປັນຊຸດປະຈຳຊາດຂອງຟີລິບປິນ. ການນຸ່ງເຄື່ອງແບບນີ້ເຮັດໃຫ້ພີ່ນ້ອງທ້ອງຖິ່ນດີໃຈຫຼາຍ ແລະສິ່ງນີ້ສອນຂ້ອຍໃຫ້ເຕັມໃຈທີ່ຈະປັບຕົວໃຫ້ເຂົ້າກັບຜູ້ຄົນ.
ຂ້ອຍຕ້ອງປັບປ່ຽນຕື່ມອີກເມື່ອເປັນຜູ້ດູແລພາກ. ໃນຕອນນັ້ນ ເຮົາສາຍພາບພະຍົນເລື່ອງຄວາມສຸກແຫ່ງສະມາຄົມໂລກໃໝ່ ເຊິ່ງມັກຈັດຢູ່ຂ້າງນອກຕາມບ່ອນສາທາລະນະ ດັ່ງນັ້ນ ບາງຄັ້ງຈຶ່ງມີແມງໄມ້ມາກວນ. ແສງໄຟຂອງເຄື່ອງສາຍພາບໄດ້ລໍ້ໃຫ້ແມງໄມ້ມາ ແລະພວກມັນຈະເຂົ້າໄປໃນເຄື່ອງນັ້ນ. ຫຼັງຈາກນັ້ນເຮົາຕ້ອງເຮັດຫຼາຍຢ່າງເພື່ອອະນາໄມເຄື່ອງສາຍພາບ. ບໍ່ງ່າຍເລີຍທີ່ຈະຈັດການສາຍແບບນີ້ ແຕ່ກໍໜ້າພໍໃຈທີ່ເຫັນຜູ້ຄົນມາເບິ່ງແລະຮຽນຮູ້ກ່ຽວກັບອົງການລະດັບນາໆຊາດຂອງພະເຢໂຫວາ.
ໃນບາງຂົງເຂດ ພວກຄຸນພໍ່ຂອງສາສະໜາກາໂຕລິກໄດ້ກົດດັນອຳນາດການປົກຄອງບໍ່ອະນຸຍາດໃຫ້ເຮົາຈັດການປະຊຸມຕ່າງໆ. ເພື່ອບໍ່ໃຫ້ຄົນໄດ້ຍິນສຽງຜູ້ບັນລະຍາຍ ເຂົາເຈົ້າຈະສັ່ນລະຄັງໂບດເມື່ອເຮົາບັນລະຍາຍໃກ້ກັບໂບດຂອງເຂົາເຈົ້າ. ເຖິງວ່າເປັນແບບນີ້ ຜູ້ຄົນກໍຍັງຮຽນຮູ້ຄວາມຈິງຕໍ່ໄປ ແລະຕອນນີ້ຫຼາຍຄົນໃນຂົງເຂດນັ້ນກໍເຂົ້າມານະມັດສະການພະເຢໂຫວາ.
ວຽກມອບໝາຍໃໝ່ ປັບປ່ຽນຕື່ມອີກ
ໃນປີ 1959 ຂ້ອຍໄດ້ຮັບມອບໝາຍໃຫ້ຮັບໃຊ້ຢູ່ສຳນັກງານສາຂາ. ຂ້ອຍໄດ້ຮຽນຮູ້ຫຼາຍຈາກປະສົບການຢູ່ທີ່ນັ້ນ. ຫຼັງຈາກຜ່ານໄປໄລຍະໜຶ່ງ ຂ້ອຍກໍຖືກຂໍໃຫ້ໄປຢາມປະເທດຕ່າງໆໃນຖານະຜູ້ດູແລໂຊນ. ໃນການຢ້ຽມຢາມຄັ້ງໜຶ່ງ ຂ້ອຍໄດ້ຮູ້ຈັກກັບພີ່ນ້ອງເຈເນັດ ດູມອນ ທີ່ເປັນມິດຊັນນາລີຢູ່ປະເທດໄທ. ເຮົາຂຽນຈົດໝາຍຫາກັນໄລຍະໜຶ່ງ ແລະຕໍ່ມາເຮົາກໍແຕ່ງດອງກັນ. ເປັນເວລາ 51 ປີແລ້ວທີ່ເຮົາຮັບໃຊ້ພະເຢໂຫວານຳກັນຢ່າງມີຄວາມສຸກ.
ຖ່າຍຮູບກັບເຈເນັດຢູ່ເກາະໜຶ່ງໃນຟີລິບປິນ
ຂ້ອຍມີຄວາມສຸກໃນການໄປຢ້ຽມຢາມປະຊາຊົນຂອງພະເຢໂຫວາໃນ 33 ປະເທດ. ຂ້ອຍຮູ້ສຶກຂອບໃຈຫຼາຍທີ່ວຽກມອບໝາຍກ່ອນໜ້ານີ້ໄດ້ຊ່ວຍຂ້ອຍໃຫ້ຮຽນຮູ້ວິທີຮັບມືກັບຜູ້ຄົນຈາກຫຼາກຫຼາຍວັດທະນະທຳແລະພູມຫຼັງ! ການຢ້ຽມຢາມເຫຼົ່ານີ້ຊ່ວຍຂ້ອຍໃຫ້ເຂົ້າໃຈຈະແຈ້ງວ່າພະເຢໂຫວາຮັກຄົນທຸກຊະນິດ.—ກິດຈະການ 10:34, 35
ເຮົາມີຄວາມສຸກຫຼາຍທີ່ເຫັນຈຳນວນຂອງ ພະຍານພະເຢໂຫວາເພີ່ມຂຶ້ນເລື້ອຍໆ
ພວກເຮົາຍັງປັບປ່ຽນຢູ່
ຂ້ອຍກັບເຈເນັດມີຄວາມສຸກທີ່ຮັບໃຊ້ຮ່ວມກັບພີ່ນ້ອງໃນຟີລິບປິນ ແລະເຮົາຍັງຮັບໃຊ້ຢູ່ສຳນັກງານສາຂາໃນເມືອງກິວຊອນຊີຕີ. ຕອນນີ້ຜູ້ປະກາດເພີ່ມຂຶ້ນສິບເທົ່າເມື່ອສົມທຽບກັບຕອນທີ່ຂ້ອຍເລີ່ມຮັບໃຊ້ຢູ່ນີ້ເມື່ອ 60 ປີກ່ອນ. ຫຼັງຈາກຫຼາຍປີຜ່ານໄປ ຂ້ອຍກໍຍັງຕ້ອງກຽມພ້ອມທີ່ຈະປັບປ່ຽນໃນສິ່ງທີ່ພະເຢໂຫວາຂໍໃຫ້ເຮັດ. ຕົວຢ່າງເຊັ່ນ: ຍ້ອນການປ່ຽນແປງໃນອົງການເມື່ອບໍ່ດົນມານີ້ ເຮົາຕ້ອງເຕັມໃຈທີ່ຈະປັບປ່ຽນຫຼາຍຂຶ້ນ.
ເຮົາໄປປະກາດເປັນປະຈຳ
ເຮົາເຮັດສຸດຄວາມສາມາດເພື່ອເຮັດຕາມການຊີ້ນຳຈາກພະເຢໂຫວາ ແລະນີ້ເປັນການໃຊ້ຊີວິດໃນແບບທີ່ອີ່ມອົກອີ່ມໃຈທີ່ສຸດ. ເຮົາຍັງພະຍາຍາມປັບປ່ຽນໃນສິ່ງທີ່ຈຳເປັນເພື່ອຈະຮັບໃຊ້ພີ່ນ້ອງໃຫ້ດີຂຶ້ນ. ແມ່ນແລ້ວ ດົນເທົ່າທີ່ພະເຢໂຫວາຕ້ອງການໃຫ້ເຮົາເຮັດ ເຮົາຕັ້ງໃຈແນ່ວແນ່ທີ່ຈະເປັນ “ຄົນທຸກຊະນິດສຳລັບທຸກຄົນ.”
ເຮົາຍັງຮັບໃຊ້ຢູ່ສຳນັກງານສາຂາໃນເມືອງກິວຊອນຊີຕີ