ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຫ17 ມີນາ ໜ້າ 27-31
  • ຂ້ອຍໄດ້ຮັບປະໂຫຍດຈາກການຄົບຫາກັບຄົນມີປັນຍາ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ຂ້ອຍໄດ້ຮັບປະໂຫຍດຈາກການຄົບຫາກັບຄົນມີປັນຍາ
  • ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2017
  • ຫົວຂໍ້ຍ່ອຍ
  • ເລື່ອງທີ່ຄ້າຍກັນ
  • ຄອບຄົວ​ຂອງ​ຂ້ອຍ
  • ຜູ້​ດູ​ແລ​ໝວດ​ຊ່ວຍ​ຂ້ອຍ
  • ຮັບໃຊ້​ໃນ​ເບເທນ
  • ຮຽນ​ຮູ້​ຈາກ​ພີ່​ນ້ອງ​ຍິງ​ທີ່​ສະຫຼາດ
  • ວຽກ​ມິດຊັນນາລີ​ແລະ​ວຽກ​ດູ​ແລ​ໝວດ
  • ກັບ​ໄປ​ເບເທນ​ແລະ​ໂຮງ​ຮຽນ​ເພື່ອ​ການ​ຮັບໃຊ້​ຕາມ​ລະບອບ​ການ​ຂອງ​ພະເຈົ້າ
  • ພະ​ເຢໂຫວາ​ອວຍ​ພອນ​ການ​ຕັດສິນ​ໃຈ​ຂອງ​ຂ້ອຍ​ຫຼາຍ​ແທ້ໆ​
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2018
  • ຜູ້​ຮັບໃຊ້​ໄດ້​ຮັບ​ການ​ຝຶກ​ສອນ​ຈາກ​ລາຊະອານາຈັກ
    ລາຊະອານາຈັກຂອງພະເຈົ້າປົກຄອງແລ້ວ!
ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2017
ຫ17 ມີນາ ໜ້າ 27-31
ພີ່​ນ້ອງ​ວິນລຽມ ແຊມ​ມູເອ​ສັນ​ໃຊ້​ເຄື່ອງ​ພິມ​ດີດ​ຕອນ​ທີ່​ລາວ​ຍັງ​ໜຸ່ມ

ເລື່ອງ​ຊີວິດ​ຈິງ

ຂ້ອຍ​ໄດ້​ຮັບ​ປະໂຫຍດ​ຈາກ​ການ​ຄົບຫາ​ກັບ​ຄົນ​ມີ​ປັນຍາ

ເລົ່າ​ໂດຍ ວິນລຽມ ແຊມມູເອສັນ

ຂ້ອຍ​ຈື່​ໄດ້ ເມື່ອ​ຫຼາຍ​ປີ​ມາ​ແລ້ວ ເຊົ້າ​ມື້​ໜຶ່ງ​ອາກາດ​ໜາວ​ຢູ່​ເມືອງ​ບຣຸກຄິງ ລັດ​ເຊົາ​ດາ​ໂກ​ຕາ ປະເທດ​ອາເມຣິກາ. ຂ້ອຍ​ຮູ້ສຶກ​ເລີຍ​ວ່າ​ອີກ​ບໍ່​ດົນ​ອາກາດ​ຈະ​ໜາວ​ເຢັນ​ປານ​ນ້ຳ​ກ້ອນ. ຂ້ອຍ​ກັບ​ຄົນ​ຈຳນວນ​ໜຶ່ງ​ຢູ່​ໃນ​ຕູບ​ທີ່​ບໍ່​ມີ​ເຄື່ອງ​ເຮັດ​ຄວາມ​ຮ້ອນ ແລະ​ພວກ​ເຮົາ​ທຸກ​ຄົນ​ພາ​ກັນ​ໜາວ​ສັ່ນ. ເຮົາ​ຢືນ​ຢູ່​ໃກ້ໆອ່າງ​ນ້ຳ​ໃຫຍ່​ແລະ​ນ້ຳ​ກໍ​ເຢັນ! ຂ້ອຍ​ຂໍ​ເລົ່າ​ໜ້ອຍ​ໜຶ່ງ​ກ່ຽວ​ກັບ​ຊີວິດ​ຂອງ​ຂ້ອຍ​ເພື່ອ​ເຈົ້າ​ຈະ​ເຂົ້າ​ໃຈ​ວ່າ​ເປັນ​ຫຍັງ​ພວກ​ເຮົາ​ຈຶ່ງ​ໄປ​ຢູ່​ຫັ້ນ.

ຄອບຄົວ​ຂອງ​ຂ້ອຍ

ລຸງ​ແລະ​ພໍ່​ຂອງ​ວິນລຽມ ແຊມ​ມູເອ​ສັນ

ລຸງ​ອັນເຟດ​ກັບ​ພໍ່​ຂອງ​ຂ້ອຍ

ຂ້ອຍ​ເກີດ​ວັນ​ທີ 7 ມີນາ 1936. ພໍ່​ແມ່​ຂ້ອຍ​ມີ​ລູກ​ສີ່​ຄົນ ແລະ​ຂ້ອຍ​ເປັນ​ລູກ​ຫຼ້າ. ເຮົາ​ອາໄສ​ຢູ່​ຟາມ​ນ້ອຍໆໃນ​ພາກ​ຕາເວັນ​ອອກ​ຂອງ​ລັດ​ເຊົາດາໂກຕາ. ການ​ເຮັດ​ສວນ​ເປັນ​ສິ່ງ​ສຳຄັນ​ໃນ​ຊີວິດ​ຄອບຄົວ​ຂອງ​ເຮົາ ແຕ່​ກໍ​ບໍ່​ແມ່ນ​ສິ່ງ​ສຳຄັນ​ທີ່​ສຸດ. ພໍ່​ແມ່​ຂ້ອຍ​ຮັບ​ບັບເຕມາ​ເປັນ​ພະຍານ​ພະ​ເຢໂຫວາ​ໃນ​ປີ 1934. ເນື່ອງ​ຈາກ​ພໍ່​ແມ່​ໄດ້​ອຸທິດ​ຊີວິດ​ໃຫ້​ພະ​ເຢໂຫວາ ດັ່ງ​ນັ້ນ ການ​ເຮັດ​ຕາມ​ຈຸດ​ປະສົງ​ຂອງ​ພະອົງ​ຈຶ່ງ​ເປັນ​ສິ່ງ​ສຳຄັນ​ທີ່​ສຸດ​ສຳລັບ​ພວກ​ເພິ່ນ. ພໍ່​ຂ້ອຍ​ຊື່​ຄລາເຣນ ເພິ່ນ​ເຮັດ​ໜ້າ​ທີ່​ເປັນ​ຜູ້​ຮັບໃຊ້​ປະຊາຄົມ (ປັດຈຸບັນ​ເອີ້ນ​ວ່າ​ຜູ້​ປະສານ​ງານ​ຄະນະ​ຜູ້​ເຖົ້າ​ແກ່) ໃນ​ປະຊາຄົມ​ນ້ອຍໆຂອງ​ເຮົາ​ທີ່​ຢູ່​ເມືອງ​ຄອນ ລັດ​ເຊົາດາໂກຕາ ແລະ​ຕໍ່​ມາ​ລຸງ​ອັນເຟດ​ໄດ້​ເຮັດ​ໜ້າ​ທີ່​ນີ້.

ຄອບຄົວ​ເຮົາ​ໄປ​ປະຊຸມ​ແລະ​ໄປ​ຕາມ​ບ້ານ​ເຮືອນ​ເປັນ​ປະຈຳ​ເພື່ອ​ບອກ​ຄົນ​ອື່ນ​ເລື່ອງ​ຄວາມ​ຫວັງ​ທີ່​ດີ​ເລີດ​ໃນ​ອະນາຄົດ​ເຊິ່ງ​ຂຽນ​ໄວ້​ໃນ​ຄຳ​ໄບເບິນ. ຕົວຢ່າງ​ຂອງ​ພໍ່​ແມ່​ແລະ​ການ​ຝຶກ​ສອນ​ຂອງ​ພວກ​ເພິ່ນ​ຊ່ວຍ​ເຮົາ​ໃຫ້​ຮັກ​ພະ​ເຢໂຫວາ. ຂ້ອຍ​ແລະ​ເອື້ອຍ​ໂດໂຣທີ​ເປັນ​ຜູ້​ປະກາດ​ຕອນ​ພວກ​ເຮົາ​ອາຍຸ 6 ປີ. ໃນ​ປີ 1943 ຂ້ອຍ​ສະໝັກ​ເຂົ້າ​ໂຮງ​ຮຽນ​ການ​ຮັບໃຊ້​ຕາມ​ລະບອບ​ຂອງ​ພະເຈົ້າ ເຊິ່ງ​ໂຮງ​ຮຽນ​ນີ້​ຫາ​ກໍ​ຕັ້ງ​ຂຶ້ນ​ໃໝ່ໆ.

ພີ່​ນ້ອງ​ວິນລຽມ ແຊມ​ມູເອ​ສັນ​ໃນ​ປີ 1952

ເປັນ​ໄພໂອເນຍ​ໃນ​ປີ 1952

ການ​ປະຊຸມ​ພາກ​ແລະ​ການ​ປະຊຸມ​ໝວດ​ເປັນ​ສິ່ງ​ສຳຄັນ​ໃນ​ຊີວິດ​ຂອງ​ຄອບຄົວ​ເຮົາ. ຂ້ອຍ​ຈື່​ການ​ປະຊຸມ​ພາກ​ໃນ​ປີ 1949 ຢູ່​ເມືອງ​ຊູຟລໍ ລັດ​ເຊົາ​ດາໂກຕາ ພີ່​ນ້ອງ​ແກຣນ ຊູ​ເຕີ ບັນລະຍາຍ​ໃນ​ຫົວ​ຂໍ້ “ຊ້າ​ເກີນ​ກວ່າ​ທີ່​ເຈົ້າ​ຄິດ!” ລາວ​ເນັ້ນ​ວ່າ​ຄລິດສະຕຽນ​ທຸກ​ຄົນ​ທີ່​ອຸທິດ​ຕົວ​ແລ້ວ​ຕ້ອງ​ໃຊ້​ຊີວິດ​ເພື່ອ​ປະກາດ​ຂ່າວ​ດີ​ເລື່ອງ​ລາຊະອານາຈັກ​ຂອງ​ພະເຈົ້າ. ຫຼັງ​ຈາກ​ນັ້ນ ຂ້ອຍ​ກໍ​ອຸທິດ​ຊີວິດ​ໃຫ້​ພະ​ເຢໂຫວາ ແລະ​ຮັບ​ບັບເຕມາ​ໃນ​ການ​ປະຊຸມ​ໝວດ​ຄັ້ງ​ຕໍ່​ໄປ​ຢູ່​ເມືອງ​ບຣຸກຄິງ​ໃນ​ວັນ​ທີ 12 ພະຈິກ 1949. ນີ້​ເປັນ​ເຫດຜົນ​ທີ່​ຂ້ອຍ​ຢູ່​ໃນ​ຕູບ​ນັ້ນ​ທີ່​ໜາວ​ເຢັນ​ຫຼາຍ ດັ່ງ​ທີ່​ເລົ່າ​ໃນ​ຕອນ​ຕົ້ນ. ພວກ​ເຮົາ​ສີ່​ຄົນ​ຖ້າ​ຮັບ​ບັບເຕມາ​ໃນ​ອ່າງ​ໃຫຍ່​ທີ່​ເຮັດ​ຈາກ​ເຫຼັກ.

ຕໍ່​ມາ​ຂ້ອຍ​ຕັດສິນ​ໃຈ​ວ່າ​ຢາກ​ເປັນ​ໄພໂອເນຍ ແລະ​ຂ້ອຍ​ເລີ່ມ​ເຮັດ​ວຽກ​ນີ້​ໃນ​ວັນ​ທີ 1 ມັງກອນ 1952 ຕອນ​ອາຍຸ 15 ປີ. ຄຳພີ​ໄບເບິນ​ບອກ​ວ່າ: ‘ຜູ້​ທີ່​ທຽວ​ໄປ​ນຳ​ພວກ​ຄົນ​ມີ​ປັນຍາ​ກໍ​ເລີຍ​ເປັນ​ຄົນ​ມີ​ປັນຍາ​ດ້ວຍ’ ແລະ​ຫຼາຍ​ຄົນ​ໃນ​ຄອບຄົວ​ຂອງ​ຂ້ອຍ​ທີ່​ເປັນ​ຄົນ​ມີ​ປັນຍາ​ໄດ້​ສະໜັບສະໜູນ​ທີ່​ຂ້ອຍ​ຕັດສິນ​ໃຈ​ເປັນ​ໄພໂອເນຍ. (ສຸພາສິດ 13:20) ຂ້ອຍ​ໄປ​ປະກາດ​ກັບ​ລຸງ​ຈູລຽດ​ເລື້ອຍໆເຊິ່ງ​ເພິ່ນ​ອາຍຸ 60 ປີ​ແລ້ວ. ເຖິງ​ວ່າ​ເພິ່ນ​ອາຍຸ​ຫຼາຍ​ກວ່າ​ຂ້ອຍ ແຕ່​ເຮົາ​ກໍ​ມ່ວນ​ໃນ​ການ​ປະກາດ​ນຳ​ກັນ. ຂ້ອຍ​ຮຽນ​ຮູ້​ຫຼາຍ​ຢ່າງ​ຈາກ​ເພິ່ນ​ແລະ​ຈາກ​ປະສົບການ​ຊີວິດ​ຂອງ​ເພິ່ນ. ບໍ່​ດົນ​ເອື້ອຍ​ໂດໂຣທີ​ກໍ​ເປັນ​ໄພໂອເນຍ​ຄື​ກັນ.

ຜູ້​ດູ​ແລ​ໝວດ​ຊ່ວຍ​ຂ້ອຍ

ຕອນ​ຂ້ອຍ​ຍັງ​ນ້ອຍ ພໍ່​ແມ່​ໄດ້​ເຊີນ​ຜູ້​ດູ​ແລ​ໝວດ​ກັບ​ເມຍ​ໃຫ້​ພັກ​ນຳ​ພວກ​ເຮົາ. ພີ່​ນ້ອງ​ເຈ​ສ​ຊີ​ແລະ​ລິນ ຄານ​ເວວ​ເປັນ​ຜົວ​ເມຍ​ຄູ່​ໜຶ່ງ​ທີ່​ຊ່ວຍ​ຂ້ອຍ​ຫຼາຍ. ເຂົາ​ເຈົ້າ​ສົນ​ໃຈ​ແລະ​ໃຫ້​ກຳລັງ​ໃຈ​ຂ້ອຍ. ເມື່ອ​ຮັບໃຊ້​ໃນ​ປະຊາຄົມ​ທີ່​ຢູ່​ໃກ້ໆ ບາງ​ເທື່ອ​ເຂົາ​ເຈົ້າ​ກໍ​ຊວນ​ຂ້ອຍ​ໄປ​ປະກາດ​ນຳ​ກັນ. ຂ້ອຍ​ມີ​ຄວາມ​ສຸກ​ແທ້ໆທີ່​ໃຊ້​ເວລາ​ກັບ​ເຂົາ​ເຈົ້າ! ຂ້ອຍ​ຢາກ​ເຮັດ​ວຽກ​ຫຼາຍ​ຢ່າງ​ຂອງ​ພະ​ເຢໂຫວາ​ຄື​ກັບ​ເຂົາ​ເຈົ້າ​ແລະ​ທັງ​ເປັນ​ໄພໂອເນຍ.

ພີ່​ນ້ອງ​ບັດ ມິວເລີ ເປັນ​ຜູ້​ດູ​ແລ​ໝວດ​ຄົນ​ຕໍ່​ໄປ. ຂ້ອຍ​ອາຍຸ​ໄດ້ 18 ປີ ເມື່ອ​ພີ່​ນ້ອງ​ບັດ​ແລະ​ໂຈແອນ​ເມຍ​ຂອງ​ເພິ່ນ​ມາ​ຮັບໃຊ້​ໃນ​ປະຊາຄົມ​ຂອງ​ເຮົາ. ຕອນ​ນັ້ນ​ຂ້ອຍ​ຕ້ອງ​ໄປ​ລາຍງານ​ຕົວ​ກັບ​ເຈົ້າ​ໜ້າ​ທີ່​ເກນ​ທະຫານ ເຊິ່ງ​ແມ່ນ​ຄະນະ​ກຳມະການ​ໜຶ່ງ​ທີ່​ຕັດສິນ​ວ່າ​ໃຜ​ຕ້ອງ​ໄປ​ເປັນ​ທະຫານ. ເຂົາ​ເຈົ້າ​ຢາກ​ໃຫ້​ຂ້ອຍ​ເຮັດ​ວຽກ​ບາງ​ຢ່າງ​ທີ່​ຂ້ອຍ​ຮູ້ສຶກ​ວ່າ​ຂັດ​ກັບ​ຄຳ​ສັ່ງ​ຂອງ​ພະ​ເຍຊູ​ກ່ຽວ​ກັບ​ເລື່ອງ​ຄວາມ​ເປັນ​ກາງ​ທາງ​ການ​ເມືອງ. ແຕ່​ຍ້ອນ​ວ່າ​ຂ້ອຍ​ຢາກ​ປະກາດ​ຂ່າວ​ດີ​ເລື່ອງ​ລາຊະອານາຈັກ​ຂອງ​ພະເຈົ້າ. (ໂຢຮັນ 15:19) ດັ່ງ​ນັ້ນ ຂ້ອຍ​ຈຶ່ງ​ຂໍ​ໃຫ້​ເຂົາ​ເຈົ້າ​ພິຈາລະນາ​ວ່າ​ຂ້ອຍ​ເປັນ​ຜູ້​ເຜີຍ​ແຜ່​ສາສະໜາ.

ຂ້ອຍ​ດີ​ໃຈ​ຫຼາຍ​ເມື່ອ​ພີ່​ນ້ອງ​ບັດ​ບອກ​ວ່າ​ຈະ​ໄປ​ປະຊຸມ​ກັບ​ຄະນະ​ກຳມະການ​ນັ້ນ​ກັບ​ຂ້ອຍ. ເພິ່ນ​ບໍ່​ແມ່ນ​ຄົນ​ຂີ້​ອາຍ ແລະ​ຄົນ​ກໍ​ບໍ່​ໄດ້​ຢ້ານ​ເພິ່ນ. ພີ່​ນ້ອງ​ບັດ​ຍັງ​ຮູ້ຈັກ​ພະ​ຄຳພີ​ເປັນ​ຢ່າງ​ດີ. ການ​ທີ່​ເພິ່ນ​ຢູ່​ນຳ​ເຮັດ​ໃຫ້​ຂ້ອຍ​ກ້າຫານ​ຫຼາຍ​ຂຶ້ນ! ໃນ​ທ້າຍ​ລະດູ​ຮ້ອນ​ຂອງ​ປີ 1954 ຜົນ​ຈາກ​ການ​ປະຊຸມ​ຄັ້ງ​ນັ້ນ​ກໍ​ຄື ຄະນະ​ກຳມະການ​ຍອມ​ຮັບ​ຄຳ​ຂໍຮ້ອງ​ຂອງ​ຂ້ອຍ. ຕອນ​ນີ້​ຂ້ອຍ​ມີ​ອິດ​ສະຫຼະ​ຫຼາຍ​ຂຶ້ນ​ເພື່ອ​ຮັບໃຊ້​ພະ​ເຢໂຫວາ.

ພີ່​ນ້ອງ​ວິນລຽມ ແຊມ​ມູເອ​ສັນ​ຢືນ​ຢູ່​ທາງ​ຂ້າງ​ລົດ​ໃນ​ຟາມ​ຕອນ​ທີ່​ລາວ​ເປັນ​ສະມາຊິກ​ຄອບຄົວ​ເບເທນ​ໃໝ່ໆ

ຮູບ​ກັບ​ລົດ​ຢູ່​ຟາມ ຕອນ​ເປັນ​ສະມາຊິກ​ຄອບຄົວ​ເບເທນ​ໃໝ່ໆ

ບໍ່​ດົນ​ຫຼັງ​ຈາກ​ນັ້ນ ຂ້ອຍ​ກໍ​ຖືກ​ເຊີນ​ໃຫ້​ໄປ​ຮັບໃຊ້​ຢູ່​ເບເທນ ເຊິ່ງ​ຕອນ​ນັ້ນ​ເອີ້ນ​ວ່າ​ວັອດທາວເວີ ຟາມ ໃນ​ເກາະ​ສະເຕັດເຕນ ລັດ​ນິວຢອກ. ຂ້ອຍ​ຮັບໃຊ້​ຢູ່​ຫັ້ນ​ປະມານ​ສາມ​ປີ. ຂ້ອຍ​ໄດ້​ປະສົບການ​ທີ່​ດີ​ຫຼາຍ​ຍ້ອນ​ພົບ​ກັບ​ພີ່​ນ້ອງ​ຊາຍ​ຍິງ​ຫຼາຍ​ຄົນ​ທີ່​ມີ​ປັນຍາ​ແລະ​ໄດ້​ເຮັດ​ວຽກ​ນຳ​ເຂົາ​ເຈົ້າ.

ຮັບໃຊ້​ໃນ​ເບເທນ

ພີ່​ນ້ອງ​ວິນລຽມ ແຊມ​ມູເອ​ສັນ​ຖ່າຍ​ຮູບ​ກັບ​ພີ່​ນ້ອງ​ເຟເດີຣິກ ແຝນ​ຢູ່​ສະຖານີ​ວິທະຍຸ​ດັບ​​ບິນ​ຢູ​ບີ​ບີ​ອຣາ

ພີ່​ນ້ອງ​ແຮຣີ ປີເຕີ​ສັນ​ກະຕືລືລົ້ນ​ໃນ​ວຽກ​ປະກາດ

ຟາມ​ຢູ່​ເກາະ​ສະເຕັດເຕນ​ຍັງ​ມີ​ສະຖານີ​ວິທະຍຸ​ດັບເບິນຢູບີບີອຣາ (WBBR) ເຊິ່ງ​ພະຍານ​ພະ​ເຢໂຫວາ​ເປັນ​ຜູ້​ດຳເນີນ​ລາຍການ​ຈາກ​ປີ 1924 ເຖິງ​ປີ 1957. ມີ​ສະມາຊິກ​ຄອບຄົວ​ເບເທນ​ພຽງ 15 ຫາ 20 ຄົນ​ເທົ່າ​ນັ້ນ​ທີ່​ຖືກ​ມອບ​ໝາຍ​ໃຫ້​ຢູ່​ຟາມ ແລະ​ພວກ​ເຮົາ​ສ່ວນ​ຫຼາຍ​ຍັງ​ໜຸ່ມ​ແລະ​ບໍ່​ມີ​ປະສົບການ​ຫຼາຍ. ແຕ່​ພີ່​ນ້ອງ​ສູງ​ອາຍຸ​ທີ່​ຊື່​ເອວດອນ ວູດເວີດ ເຊິ່ງ​ເປັນ​ຜູ້​ຖືກ​ເຈີມ​ໄດ້​ເຮັດ​ວຽກ​ກັບ​ເຮົາ. ເພິ່ນ​ເປັນ​ຄື​ກັບ​ພໍ່​ຂອງ​ເຮົາ ແລະ​ໄດ້​ສອນ​ເຮົາ​ຫຼາຍ​ສິ່ງ. ບາງ​ເທື່ອ​ເມື່ອ​ມີ​ບັນຫາ​ລະຫວ່າງ​ພວກ​ເຮົາ ພີ່​ນ້ອງ​ເອວດອນ​ຈະ​ເວົ້າ​ວ່າ: “ມັນ​ບໍ່​ໜ້າ​ເຊື່ອ​ເລີຍ​ທີ່​ວຽກ​ຂອງ​ພະເຈົ້າ​ຈະ​ສຳເລັດ​ໄດ້​ຖ້າ​ເບິ່ງ​ຈາກ​ຄົນ​ທີ່​ພະອົງ​ໃຊ້​ໃຫ້​ເຮັດ​ວຽກ.”

ພີ່​ນ້ອງ​ແຮ​ຣີ ປີເຕີ​ສັນ

ຮູບ​ກັບ​ພີ່​ນ້ອງ​ເຟເດີຣິກ​ຢູ່ດັບເບິນຢູ​ບີ​ບີ​ອຣາ

ພີ່​ນ້ອງ​ເຟເດີຣິກ ດັບເບິນຢູ. ແຝນ ກໍ​ຢູ່​ກັບ​ເຮົາ​ເຊັ່ນ​ກັນ​ແລະ​ໄດ້​ຊ່ວຍ​ເຮົາ​ທຸກ​ຄົນ. ເພິ່ນ​ເປັນ​ຄົນ​ສະຫຼາດ​ແລະ​ຮູ້ຈັກ​ຄຳພີ​ໄບເບິນ​ດີ​ຫຼາຍ. ເພິ່ນ​ສົນ​ໃຈ​ເຮົາ​ແຕ່​ລະ​ຄົນ. ພໍ່​ຄົວ​ຂອງ​ເຮົາ​ແມ່ນ​ພີ່​ນ້ອງ​ແຮຣີ ປີເຕີ​ສັນ ເຮົາ​ເອີ້ນ​ລາວ​ໂດຍ​ໃຊ້​ນາມ​ສະກຸນ​ເຊິ່ງ​ງ່າຍ​ກວ່າ ເພາະ​ຊື່​ແທ້​ຂອງ​ລາວ​ແມ່ນ​ປາປາຈີໂຣປູລອດສ. ພີ່​ນ້ອງ​ແຮຣີ​ກໍ​ເປັນ​ຜູ້​ຖືກ​ເຈີມ​ຄື​ກັນ ແລະ​ລາວ​ຮັກ​ວຽກ​ປະກາດ. ລາວ​ເຮັດ​ວຽກ​ຢູ່​ເບເທນ​ໄດ້​ດີ​ແຕ່​ກໍ​ບໍ່​ເຄີຍ​ປ່ອຍ​ປະ​ລະເລີຍ​ວຽກ​ປະກາດ. ໃນ​ແຕ່​ລະ​ເດືອນ​ລາວ​ແຈກ​ຢາຍ​ວາລະສານ​ໄດ້​ຫຼາຍ​ຮ້ອຍ​ສະບັບ. ລາວ​ຍັງ​ຮູ້ຈັກ​ຄຳພີ​ໄບເບິນ​ດີ​ແລະ​ຊ່ວຍ​ຕອບ​ຄຳຖາມ​ຂອງ​ເຮົາ​ຫຼາຍ​ຂໍ້.

ຮຽນ​ຮູ້​ຈາກ​ພີ່​ນ້ອງ​ຍິງ​ທີ່​ສະຫຼາດ

ໃນ​ຟາມ ເຮົາ​ກຽມ​ຜັກ​ແລະ​ໝາກ​ໄມ້ ແລ້ວ​ກໍ​ເອົາ​ໃສ່​ໃນ​ກະປ໋ອງ. ເຮົາ​ເຮັດ​ຜັກ​ແລະ​ໝາກ​ໄມ້​ປະມານ 45.000 ກະປ໋ອງ​ຕໍ່​ປີ​ສຳລັບ​ຄອບຄົວ​ເບເທນ. ຂ້ອຍ​ເຮັດ​ວຽກ​ກັບ​ພີ່​ນ້ອງ​ເອັດ​ຕາ ຮູດ ເຊິ່ງ​ເປັນ​ພີ່​ນ້ອງ​ຍິງ​ທີ່​ສະຫຼາດ​ຫຼາຍ. ລາວ​ຄິດ​ຄົ້ນ​ສູດ​ເພື່ອ​ໃຊ້​ໃນ​ການ​ກຽມ​ຜັກ​ແລະ​ໝາກ​ໄມ້. ພີ່​ນ້ອງ​ຍິງ​ໃນ​ທ້ອງຖິ່ນ​ມາ​ຊ່ວຍ​ວຽກ​ພວກ​ເຮົາ ແລະ​ພີ່​ນ້ອງ​ເອັດ​ຕາ​ຈະ​ເປັນ​ຄົນ​ຈັດ​ວຽກ​ໃຫ້​ເຂົາ​ເຈົ້າ. ເຖິງ​ວ່າ​ພີ່​ນ້ອງ​ເອັດ​ຕາ​ຮູ້​ດີ​ກ່ຽວ​ກັບ​ຂະບວນ​ການ​ອັດ​ກະປ໋ອງ ແຕ່​ລາວ​ກໍ​ສະແດງ​ຄວາມ​ນັບຖື​ສະເໝີ​ຕໍ່​ພີ່​ນ້ອງ​ຊາຍ​ທີ່​ເບິ່ງ​ແຍງ​ຟາມ. ລາວ​ວາງ​ຕົວຢ່າງ​ທີ່​ດີ​ສຳລັບ​ເຮົາ​ທຸກ​ຄົນ.

ພີ່​ນ້ອງ​ວິນລຽມ​ແລະ​ພີ່​ນ້ອງ​ແອ​ງ​ເຈລາ ແຊມ​ມູເອ​ສັນ ຖ່າຍ​ຮູບ​ກັບ​ພີ່​ນ້ອງ​ເອັດ​ຕາ ຮູດ

ຮູບ​ກັບ​ແອ​ງ​ເຈລາ​ແລະ ພີ່​ນ້ອງ​ເອັດ​ຕາ ຮູດ

ແອ​ງ​ເຈລາ ໂຣມາໂນ ເປັນ​ພີ່​ນ້ອງ​ຍິງ​ໜຸ່ມ​ທີ່​ມາ​ຊ່ວຍ​ວຽກ​ໃນ​ຟາມ. ພີ່​ນ້ອງ​ເອັດ​ຕາ​ຊ່ວຍ​ລາວ​ໃຫ້​ເຂົ້າ​ມາ​ໃນ​ຄວາມ​ຈິງ. ແອ​ງ​ເຈລາ​ແລະ​ຂ້ອຍ​ແຕ່ງ​ດອງ​ກັນ​ໃນ​ເດືອນ​ເມສາ 1958 ແລະ​ເຮົາ​ມີ​ຄວາມ​ສຸກ​ໃນ​ການ​ຮັບໃຊ້​ພະ​ເຢໂຫວາ​ຮ່ວມ​ກັນ​ເປັນ​ເວລາ 58 ປີ. ຕະຫຼອດ​ຫຼາຍ​ປີ​ທີ່​ຜ່ານ​ມາ ຄວາມ​ຊື່​ສັດ​ທີ່​ແອ​ງ​ເຈລາ​ມີ​ຕໍ່​ພະ​ເຢໂຫວາ​ໄດ້​ເຮັດ​ໃຫ້​ຊີວິດ​ຄູ່​ຂອງ​ເຮົາ​ໝັ້ນ​ຄົງ. ລາວ​ເປັນ​ຄົນ​ສະຫຼາດ​ແລະ​ຂ້ອຍ​ສາມາດ​ໄວ້​ວາງໃຈ​ລາວ​ໄດ້​ຢ່າງ​ແທ້​ຈິງ ບໍ່​ວ່າ​ເຮົາ​ຈະ​ມີ​ບັນຫາ​ຫຍຸ້ງຍາກ​ສ່ຳ​ໃດ​ກໍ​ຕາມ.

ວຽກ​ມິດຊັນນາລີ​ແລະ​ວຽກ​ດູ​ແລ​ໝວດ

ເມື່ອ​ພີ່​ນ້ອງ​ຂາຍ​ອຸປະກອນ​ຕ່າງໆຂອງ​ສະຖານີ​ວິທະຍຸ​ດັບເບິນຢູບີບີອຣາ​ຢູ່​ເກາະ​ສະເຕັດເຕນ​ໃນ​ປີ 1957 ຂ້ອຍ​ໄດ້​ໄປ​ຮັບໃຊ້​ຢູ່​ເບເທນ​ບຣຸກລິນ​ໄລຍະ​ໜຶ່ງ. ຈາກ​ນັ້ນ​ຂ້ອຍ​ກັບ​ແອ​ງ​ເຈລາ​ກໍ​ແຕ່ງ​ດອງ​ກັນ ດັ່ງ​ນັ້ນ ຂ້ອຍ​ຈຶ່ງ​ອອກ​ຈາກ​ເບເທນ. ເຮົາ​ເປັນ​ໄພໂອເນຍ​ຢູ່​ເກາະ​ສະເຕັດເຕນ​ສາມ​ປີ. ບາງ​ຄັ້ງ ຂ້ອຍ​ກໍ​ເຮັດ​ວຽກ​ໃຫ້​ເຈົ້າ​ຂອງ​ໃໝ່​ຂອງ​ສະຖານີ​ວິທະຍຸ ເຊິ່ງ​ມີ​ຊື່​ວ່າ​ດັບເບິນຢູພີໂອ​ດັບເບິນຢູ (WPOW).

ຂ້ອຍ​ກັບ​ແອ​ງ​ເຈລາ​ໃຊ້​ຊີວິດ​ແບບ​ຮຽບ​ງ່າຍ​ຕໍ່​ໄປ​ເພື່ອ​ເຮົາ​ຈະ​ມີ​ອິດ​ສະຫຼະ​ແລະ​ຮັບໃຊ້​ໃນ​ບ່ອນ​ທີ່​ມີ​ຄວາມ​ຈຳເປັນ. ຍ້ອນ​ແນວ​ນັ້ນ ໃນ​ປີ 1961 ເຮົາ​ຈຶ່ງ​ຕອບ​ຮັບ​ຄຳ​ເຊີນ​ທີ່​ໃຫ້​ຮັບໃຊ້​ເປັນ​ໄພໂອເນຍ​ພິເສດ​ໃນ​ເມືອງ​ຟໍສ ລັດ​ເນເບຣດສະກາ. ແຕ່​ຫຼັງ​ຈາກ​ໄປ​ຮອດ​ຫັ້ນ​ໄດ້​ບໍ່​ດົນ ເຮົາ​ກໍ​ຖືກ​ເຊີນ​ໄປ​ເມືອງ​ເຊົາ​ແລນ​ຊິງ ໃນ​ລັດ​ນິວຢອກ​ເພື່ອ​ເຂົ້າ​ໂຮງ​ຮຽນ​ພະ​ລາຊະກິດ​ເປັນ​ເວລາ​ໜຶ່ງ​ເດືອນ. ເຮົາ​ມ່ວນ​ກັບ​ການ​ຝຶກ​ອົບຮົມ​ນັ້ນ ແລະ​ກໍ​ຄິດ​ວ່າ​ຫຼັງ​ຈາກ​ຈົບ​ແລ້ວ​ເຮົາ​ຈະ​ກັບ​ໄປ​ລັດ​ເນ​ເບຣດສະກາ. ເຮົາ​ຕື່ນ​ເຕັ້ນ​ຫຼາຍ​ເມື່ອ​ໄດ້​ວຽກ​ມອບ​ໝາຍ​ໃໝ່. ເຮົາ​ກຳລັງ​ຈະ​ໄປ​ຮັບໃຊ້​ເປັນ​ມິດຊັນນາລີ​ຢູ່​ກຳ​ປູ​ເຈຍ! ໃນ​ປະເທດ​ທີ່​ງົດງາມ​ນີ້​ເຊິ່ງ​ຕັ້ງ​ຢູ່​ເຂດ​ອາຊີ​ຕາເວັນ​ອອກ​ສຽງ​ໃຕ້ ເຮົາ​ໄດ້​ເຫັນ ໄດ້​ຍິນ ແລະ​ໄດ້​ລອງ​ຊີມ​ສິ່ງ​ຕ່າງໆທີ່​ໃໝ່​ສຳລັບ​ເຮົາ. ເຮົາ​ຢາກ​ບອກ​ຜູ້​ຄົນ​ໃນ​ປະເທດ​ນັ້ນ​ກ່ຽວ​ກັບ​ຂ່າວ​ດີ​ເລື່ອງ​ລາຊະອານາຈັກ.

ພີ່​ນ້ອງ​ວິນລຽມ​ແລະ​ພີ່​ນ້ອງ​ແອ​ງ​ເຈລາ ແຊມ​ມູເອ​ສັນ ໃນ​ປີ 1975

ຮູບ​ກັບ​ແອ​ງ​ເຈລາ​ໃນ​ປີ 1975 ກ່ອນ​ສຳ​ພາດ​ທາງ​ໂທລະທັດ

ແຕ່​ໃນ​ຕອນ​ນັ້ນ​ສະພາບ​ທາງ​ການ​ເມືອງ​ຢູ່​ກຳ​ປູ​ເຈຍ​ໄດ້​ປ່ຽນ​ໄປ ແລະ​ເຮົາ​ຕ້ອງ​ໄປ​ພາກ​ໃຕ້​ຂອງ​ຫວຽດນາມ. ຫຼັງ​ຈາກ​ສອງ​ປີ​ຜ່ານ​ໄປ​ຂ້ອຍ​ກໍ​ເຈັບ​ປ່ວຍ​ໜັກ ແລະ​ໜ້າ​ເສົ້າ​ທີ່​ເຮົາ​ຕ້ອງ​ກັບ​ໄປ​ອາເມຣິກາ. ຂ້ອຍ​ຕ້ອງ​ໃຊ້​ເວລາ​ໄລຍະ​ໜຶ່ງ​ເພື່ອ​ພັກ​ຟື້ນ ແລະ​ເມື່ອ​ດີ​ຂຶ້ນ​ແລ້ວ ເຮົາ​ກໍ​ເລີ່ມ​ວຽກ​ໄພໂອເນຍ​ອີກ​ຄັ້ງ​ໜຶ່ງ.

ໃນ​ເດືອນ​ມີນາ 1965 ເຮົາ​ເລີ່ມ​ຮັບໃຊ້​ປະຊາຄົມ​ຕ່າງໆໃນ​ວຽກ​ດູ​ແລ​ໝວດ. ເປັນ​ເວລາ 33 ປີ​ທີ່​ຂ້ອຍ​ກັບ​ແອ​ງ​ເຈລາ​ມີ​ຄວາມ​ສຸກ​ກັບ​ວຽກ​ດູ​ແລ​ໝວດ​ແລະ​ການ​ຊ່ວຍ​ວຽກ​ຢູ່​ປະຊຸມ​ພາກ. ຂ້ອຍ​ມ່ວນ​ກັບ​ວຽກ​ນີ້ ເພາະ​ການ​ປະຊຸມ​ພາກ​ເປັນ​ເວລາ​ທີ່​ໜ້າ​ຕື່ນ​ເຕັ້ນ​ສະເໝີ​ສຳລັບ​ຂ້ອຍ. ເປັນ​ເວລາ​ຫຼາຍ​ປີ​ທີ່​ເຮົາ​ໄດ້​ຢ້ຽມ​ຢາມ​ປະຊາຄົມ​ຕ່າງໆຢູ່​ໃນ​ເມືອງ​ນິວຢອກ​ແລະ​ທີ່​ຢູ່​ອ້ອມ​ແອ້ມ​ເມືອງ​ນີ້ ແລະ​ຫຼາຍ​ຄັ້ງ​ກໍ​ໄດ້​ຈັດການ​ປະຊຸມ​ພາກ​ຢູ່​ສະ​ໜາມ​ກິລາ​ແຢງ​ກີ້.

ກັບ​ໄປ​ເບເທນ​ແລະ​ໂຮງ​ຮຽນ​ເພື່ອ​ການ​ຮັບໃຊ້​ຕາມ​ລະບອບ​ການ​ຂອງ​ພະເຈົ້າ

ຫຼາຍ​ປີ​ທີ່​ຜ່ານ​ມາ ມີ​ຫຼາຍ​ຄັ້ງ​ທີ່​ຂ້ອຍ​ແລະ​ແອ​ງ​ເຈລາ​ໄດ້​ຮັບ​ວຽກ​ມອບ​ໝາຍ​ໃໝ່​ແລະ​ວຽກ​ມອບ​ໝາຍ​ທີ່​ຍາກ. ໃນ​ປີ 1995 ຂ້ອຍ​ຖືກ​ຂໍ​ໃຫ້​ສອນ​ໃນ​ໂຮງ​ຮຽນ​ຝຶກ​ອົບຮົມ​ເພື່ອ​ວຽກ​ຮັບໃຊ້. ສາມ​ປີ​ຕໍ່​ມາ ເຮົາ​ຖືກ​ເຊີນ​ໃຫ້​ເຂົ້າ​ເບເທນ. ຫຼັງ​ຈາກ 40 ປີ​ຜ່ານ​ໄປ ຂ້ອຍ​ດີ​ໃຈ​ທີ່​ໄດ້​ກັບ​ມາ​ເບເທນ​ອີກ ເຊິ່ງ​ເປັນ​ບ່ອນ​ທີ່​ຂ້ອຍ​ເລີ່ມ​ຮັບໃຊ້​ແບບ​ເຕັມ​ເວລາ​ປະເພດ​ພິເສດ. ບາງ​ຄັ້ງ ຂ້ອຍ​ເຮັດ​ວຽກ​ໃນ​ພະແນກ​ການ​ຮັບໃຊ້​ແລະ​ເປັນ​ອາຈານ​ສອນ​ໃນ​ໂຮງ​ຮຽນ​ຕ່າງໆຂອງ​ອົງການ. ໃນ​ປີ 2007 ຄະນະ​ກຳມະການ​ປົກຄອງ​ໄດ້​ຕັ້ງ​ພະແນກ​ໂຮງ​ຮຽນ​ຕາມ​ລະບອບ​ຂອງ​ພະເຈົ້າ​ເພື່ອ​ເບິ່ງ​ແຍງ​ທຸກໆໂຮງ​ຮຽນ​ທີ່​ສອນ​ໃນ​ເບເທນ ແລະ​ເປັນ​ເວລາ​ຫຼາຍ​ປີ​ທີ່​ຂ້ອຍ​ເຮັດ​ວຽກ​ເປັນ​ຜູ້​ດູ​ແລ.

ໃນ​ບໍ່​ເທົ່າ​ໃດ​ປີ​ມາ​ນີ້ ມີ​ການ​ປ່ຽນ​ແປງ​ຫຼາຍ​ຢ່າງ​ໃນ​ໂຮງ​ຮຽນ​ຕ່າງໆຢູ່​ເບເທນ. ໂຮງ​ຮຽນ​ສຳລັບ​ຜູ້​ເຖົ້າ​ແກ່​ໃນ​ປະຊາຄົມ​ເລີ່ມ​ຕັ້ງ​ຂຶ້ນ​ໃນ​ປີ 2008 ແລະ​ໄລຍະ​ສອງ​ປີ​ຕໍ່​ຈາກ​ນັ້ນ​ມີ​ຜູ້​ເຖົ້າ​ແກ່​ຫຼາຍ​ກວ່າ 12.000 ຄົນ​ໄດ້​ຮັບ​ການ​ສອນ​ໃນ​ເບເທນ​ຢູ່​ແພັດເທີສັນ​ແລະ​ບຣຸກລິນ. ໃນ​ຕອນ​ນີ້​ໂຮງ​ຮຽນ​ນີ້​ຍັງ​ຈັດ​ຂຶ້ນ​ຢູ່​ບ່ອນ​ອື່ນ​ນຳ​ອີກ. ໃນ​ປີ 2010 ໂຮງ​ຮຽນ​ຝຶກ​ອົບຮົມ​ເພື່ອ​ວຽກ​ຮັບໃຊ້​ໄດ້​ປ່ຽນ​ຊື່​ເປັນ​ໂຮງ​ຮຽນ​ພະ​ຄຳພີ​ສຳລັບ​ຊາຍ​ໂສດ ແລະ​ມີ​ການ​ຕັ້ງ​ໂຮງ​ຮຽນ​ໃໝ່​ຂຶ້ນ​ທີ່​ຊື່​ວ່າ​ໂຮງ​ຮຽນ​ພະ​ຄຳພີ​ສຳລັບ​ຄູ່​ສົມລົດ.

ໃນ​ເດືອນ​ກັນ​ຍາ 2014 ທັງ​ສອງ​ໂຮງ​ຮຽນ​ນີ້​ຖືກ​ລວມ​ເຂົ້າ​ກັນ​ເປັນ​ໂຮງ​ຮຽນ​ຜູ້​ປະກາດ​ລາຊະອານາຈັກ. ນັກ​ຮຽນ​ໃນ​ໂຮງ​ຮຽນ​ນີ້​ອາດ​ຈະ​ເປັນ​ຄູ່​ສົມລົດ ຊາຍ​ໂສດ ຫຼື​ຍິງ​ໂສດ. ພີ່​ນ້ອງ​ຫຼາຍ​ຄົນ​ຢູ່​ທົ່ວ​ໂລກ​ຕື່ນ​ເຕັ້ນ​ທີ່​ໄດ້​ຍິນ​ວ່າ​ຈະ​ມີ​ໂຮງ​ຮຽນ​ນີ້​ໃນ​ປະເທດ​ຂອງ​ເຂົາ​ເຈົ້າ​ເຊັ່ນ​ກັນ. ເປັນ​ເລື່ອງ​ໜ້າ​ຕື່ນ​ເຕັ້ນ​ທີ່​ເຫັນ​ວ່າ​ຫຼາຍ​ຄົນ​ຈະ​ມີ​ໂອກາດ​ຫຼາຍ​ຂຶ້ນ​ເພື່ອ​ເຂົ້າ​ຮ່ວມ​ໃນ​ໂຮງ​ຮຽນ​ເຫຼົ່າ​ນີ້. ຂ້ອຍ​ດີ​ໃຈ​ຫຼາຍ​ທີ່​ໄດ້​ພົບ​ກັບ​ຫຼາຍ​ຄົນ​ເຊິ່ງ​ໄດ້​ປ່ຽນ​ແປງ​ຊີວິດ​ເພື່ອ​ຈະ​ສາມາດ​ໄດ້​ຮັບ​ການ​ຝຶກ​ອົບຮົມ​ນີ້.

ເມື່ອ​ຄິດ​ເຖິງ​ຊີວິດ​ຂອງ​ຂ້ອຍ​ກ່ອນ​ຮັບ​ບັບເຕມາ​ໃນ​ຕູບ​ທີ່​ໜາວ​ເຢັນ​ນັ້ນ​ຈົນ​ເຖິງ​ຕອນ​ນີ້ ຂ້ອຍ​ຂອບໃຈ​ພະ​ເຢໂຫວາ​ທີ່​ໃຫ້​ຂ້ອຍ​ໄດ້​ພົບ​ກັບ​ຄົນ​ທີ່​ມີ​ປັນຍາ. ເຂົາ​ເຈົ້າ​ຊ່ວຍ​ຂ້ອຍ​ໃຫ້​ຮູ້ຈັກ​ແລະ​ຮັບໃຊ້​ພະ​ເຢໂຫວາ​ໄດ້​ດີ​ຂຶ້ນ. ບາງ​ຄົນ​ໜຸ່ມ​ກວ່າ​ຂ້ອຍ​ແລະ​ບາງ​ຄົນ​ແກ່​ກວ່າ​ຂ້ອຍ. ນອກ​ຈາກ​ນັ້ນ ຫຼາຍ​ຄົນ​ມາ​ຈາກ​ວັດທະນະທຳ​ທີ່​ຕ່າງ​ຈາກ​ຂ້ອຍ ແຕ່​ຈາກ​ການ​ກະທຳ​ແລະ​ທັດສະນະ​ຂອງ​ເຂົາ​ເຈົ້າ ຂ້ອຍ​ເຫັນ​ໄດ້​ວ່າ​ຄົນ​ເຫຼົ່າ​ນີ້​ຮັກ​ພະ​ເຢໂຫວາ​ຢ່າງ​ແທ້​ຈິງ. ຂ້ອຍ​ຂອບໃຈ​ຫຼາຍ​ທີ່​ມີ​ໝູ່​ຫຼາຍ​ຄົນ​ໃນ​ທ່າມກາງ​ປະຊາຊົນ​ຂອງ​ພະ​ເຢໂຫວາ​ແລະ​ເຂົາ​ເຈົ້າ​ກໍ​ເປັນ​ຄົນ​ມີ​ປັນຍາ ເຊິ່ງ​ຂ້ອຍ​ສາມາດ​ຮຽນ​ຮູ້​ຈາກ​ເຂົາ​ເຈົ້າ.

ພີ່​ນ້ອງ​ວິນລຽມ ແຊມ​ມູເອ​ສັນ ພົບ​ກັບ​ນັກ​ຮຽນ​ບາງ​ຄົນ

ຂ້ອຍ​ມີ​ຄວາມ​ສຸກ​ກັບ​ການ​ພົບ​ນັກ​ຮຽນ​ຈາກ​ທົ່ວ​ໂລກ

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌