ພະເຢຊູຊ່ວຍໃຫ້ລອດໂດຍວິທີໃດ?
ຄຳຕອບຈາກຄຳພີໄບເບິນ
ພະເຢຊູຊ່ວຍມະນຸດທີ່ສັດຊື່ໃຫ້ລອດໂດຍການສະລະຊີວິດຂອງເພິ່ນເປັນຄ່າໄຖ່. (ມັດທາຍ 20:28) ຄຳພີໄບເບິນຈຶ່ງເອີ້ນພະເຢຊູວ່າເປັນ “ຜູ້ຊ່ວຍໂລກໃຫ້ລອດ.” (1 ໂຢຮັນ 4:14) ຄຳພີໄບເບິນຍັງບອກອີກວ່າ: “ບໍ່ມີໃຜຈະຊ່ວຍມະນຸດໃຫ້ລອດໄດ້ນອກຈາກພະເຢຊູຜູ້ດຽວ ເພາະພະເຈົ້າບໍ່ໃຫ້ມີຜູ້ອື່ນໃນໂລກນີ້ທີ່ຈະຊ່ວຍພວກເຮົາໃຫ້ລອດໄດ້.”—ກິດຈະການ 4:12
ພະເຢຊູ “ຕາຍແທນທຸກຄົນ” ທີ່ສະແດງຄວາມເຊື່ອໃນເພິ່ນ. (ເຮັບເຣີ 2:9; ໂຢຮັນ 3:16) ພາຍຫຼັງ “ພະເຈົ້າປຸກເພິ່ນໃຫ້ຄືນມາຈາກຕາຍ” ແລະເພິ່ນໄດ້ຄືນມາຈາກຕາຍເປັນກາຍວິນຍານແລະກັບໄປສະຫວັນ. (ກິດຈະການ 3:15) ການຢູ່ບ່ອນນັ້ນເຮັດໃຫ້ພະເຢຊູສາມາດ “ຊ່ວຍຄົນທີ່ເຂົ້າຫາພະເຈົ້າຜ່ານທາງເພິ່ນໃຫ້ລອດໄດ້ແທ້ໆ ເພາະເພິ່ນມີຊີວິດຢູ່ຕະຫຼອດໄປທີ່ຈະອ້ອນວອນພະເຈົ້າເພື່ອໃຫ້ຊ່ວຍພວກເຂົາ.”—ເຮັບເຣີ 7:25
ເປັນຫຍັງເຮົາຕ້ອງໃຫ້ພະເຢຊູອ້ອນວອນແທນເຮົາ?
ເຮົາທຸກຄົນເປັນຄົນບາບ. (ໂຣມ 3:23) ບາບເປັນສິ່ງທີ່ຂັດຂວາງເຮົາກັບພະເຈົ້າແລະບາບຍັງນຳໄປສູ່ຄວາມຕາຍ. (ໂຣມ 6:23) ແຕ່ພະເຢຊູຢູ່ໃນຖານະ “ຜູ້ຊ່ວຍ” ສຳລັບຄົນທີ່ສະແດງຄວາມເຊື່ອໃນຄ່າໄຖ່ຂອງເພິ່ນ. (1 ໂຢຮັນ 2:1) ເພິ່ນອ້ອນວອນຂໍໃຫ້ພະເຈົ້າຟັງຄຳອະທິດຖານຂອງເຂົາເຈົ້າແລະໃຫ້ອະໄພບາບໃຫ້ເຂົາເຈົ້າ ໂດຍການທີ່ເພິ່ນສະລະຊີວິດເປັນຄ່າໄຖ່. (ມັດທາຍ 1:21; ໂຣມ 8:34) ພະເຈົ້າຍອມຮັບການອ້ອນວອນຂອງພະເຢຊູເພາະສິ່ງນີ້ກົງກັບຄວາມຕ້ອງການຂອງເພິ່ນ. ເພິ່ນຕັ້ງໃຈສົ່ງພະເຢຊູລົງມາໃນໂລກກໍ “ເພື່ອຊ່ວຍໂລກໃຫ້ລອດ.”—ໂຢຮັນ 3:17
ພຽງແຕ່ມີຄວາມເຊື່ອໃນພະເຢຊູກໍຈະເຮັດໃຫ້ລອດບໍ?
ບໍ່. ແມ່ນຢູ່ທີ່ເຮົາຕ້ອງມີຄວາມເຊື່ອໃນພະເຢຊູເພື່ອຈະໄດ້ຮັບຄວາມລອດ ແຕ່ເຮົາຕ້ອງເຮັດຫຼາຍກວ່ານັ້ນອີກ. (ກິດຈະການ 16:30, 31) ຄຳພີໄບເບິນບອກວ່າ: “ຮ່າງກາຍທີ່ບໍ່ມີລົມຫາຍໃຈກໍຕາຍແລ້ວ ຄວາມເຊື່ອທີ່ບໍ່ມີການກະທຳກໍຕາຍແລ້ວຄືກັນ.” (ຢາໂກໂບ 2:26) ເພື່ອທີ່ເຮົາຈະໄດ້ຮັບການຊ່ວຍໃຫ້ລອດ ເຮົາຕ້ອງເຮັດສິ່ງຕໍ່ໄປນີ້:
ຮຽນຮູ້ກ່ຽວກັບພະເຢຊູແລະພະເຢໂຫວາພໍ່ຂອງເພິ່ນຫຼາຍຂຶ້ນ.—ໂຢຮັນ 17:3
ເສີມຄວາມເຊື່ອໃນພະເຢໂຫວາແລະພະເຢຊູໃຫ້ຫຼາຍຂຶ້ນ.—ໂຢຮັນ 12:44; 14:1
ສະແດງໃຫ້ເຫັນວ່າເຮົາມີຄວາມເຊື່ອໃນພະເຢໂຫວາແລະພະເຢຊູໂດຍການເຊື່ອຟັງຄຳສັ່ງຂອງຫຼາຍຂຶ້ນ. (ລູກາ 6:46; 1 ໂຢຮັນ 2:17) ພະເຢຊູເຄີຍສອນໄວ້ວ່າບໍ່ແມ່ນທຸກຄົນທີ່ເອີ້ນຫຼາຍຂຶ້ນວ່າ “ນາຍ” ຈະໄດ້ຮັບການຊ່ວຍໃຫ້ລອດ ແຕ່ສະເພາະຄົນທີ່ “ເຮັດສິ່ງທີ່ພໍ່ຂອງ [ເພິ່ນ] ໃນສະຫວັນຕ້ອງການໃຫ້ເຮັດ” ເທົ່ານັ້ນຈຶ່ງຈະລອດ.—ມັດທາຍ 7:21
ສະແດງຄວາມເຊື່ອໃນພະເຢໂຫວາແລະພະເຢຊູຕໍ່ໆໄປເຖິງເຈິສະພາບການທີ່ຍາກລຳບາກ ພະເຢຊູເວົ້າເລື່ອງນີ້ໄວ້ຢ່າງຊັດເຈນວ່າ: “ຜູ້ທີ່ອົດທົນຈົນເຖິງທີ່ສຸດຈະໄດ້ຮັບການຊ່ວຍໃຫ້ລອດ.”—ມັດທາຍ 24:13