ພະເຢຊູສະລະຊີວິດເປັນ “ຄ່າໄຖ່ໃຫ້ຄົນຈຳນວນຫຼາຍ” ໄດ້ແນວໃດ?
ຄຳຕອບຈາກຄຳພີໄບເບິນ
ພະເຈົ້າໃຫ້ພະເຢຊູມາສະລະຊີວິດເພື່ອຊ່ວຍມະນຸດໃຫ້ລອດພົ້ນຈາກບາບແລະຄວາມຕາຍ. ຄຳພີໄບເບິນເວົ້າເຖິງເລືອດຂອງພະເຢຊູທີ່ໄຫຼອອກມາວ່າເປັນຄ່າໄຖ່. (ເອເຟໂຊ 1:7; 1 ເປໂຕ 1:18,19) ພະເຢຊູຈຶ່ງເວົ້າວ່າ ເພິ່ນມາ “ສະລະຊີວິດເປັນຄ່າໄຖ່ໃຫ້ຄົນຈຳນວນຫຼາຍ.”—ມັດທາຍ 20:28
ເປັນຫຍັງຕ້ອງມີ “ຄ່າໄຖ່ໃຫ້ຄົນຈຳນວນຫຼາຍ”?
ອາດາມມະນຸດຄົນທຳອິດຖືກສ້າງຢ່າງສົມບູນແບບນັ້ນຄືບໍ່ມີບາບ. ລາວມີໂອກາດທີ່ຈະມີຊີວິດຕະຫຼອດໄປ ແຕ່ລາວສູນເສຍໂອກາດນັ້ນເພາະລາວເລືອກບໍ່ເຊື່ອຟັງພະເຈົ້າ. (ປະຖົມມະການ 3:17-19) ເມື່ອລາວມີລູກ ລາວຈຶ່ງເຮັດໃຫ້ບາບສືບທອດມາເຖິງລູກ. (ໂຣມ 5:12) ຄຳພີໄບເບິນຈຶ່ງບອກວ່າ ອາດາມ “ຂາຍ” ຕົວເອງແລະລູກຫຼານໃຫ້ເປັນທາດຂອງບາບແລະຄວາມຕາຍ. (ໂຣມ 7:14) ບໍ່ມີລູກຫຼານຄົນໃດຂອງອາດາມສາມາດຊື້ສິ່ງທີ່ອາດາມເຮັດໃຫ້ສູນເສຍໄປຄືນມາ ເພາະເຂົາເຈົ້າບໍ່ແມ່ນມະນຸດສົມບູນແບບ.—ຄຳເພງ 49:7, 8
ພະເຈົ້າອີ່ຕົນລູກຫຼານຂອງອາດາມທີ່ບໍ່ມີຄວາມຫວັງຫຍັງເລີຍ. (ໂຢຮັນ 3:16) ແຕ່ມາດຕະຖານໃນເລື່ອງຄວາມຍຸຕິທຳຂອງພະເຈົ້າເຮັດໃຫ້ເພິ່ນບໍ່ສາມາດເບິ່ງຂ້າມຫຼືໃຫ້ອະໄພບາບຂອງເຂົາເຈົ້າໂດຍບໍ່ໄດ້ເຮັດຫຍັງໃຫ້ຖືກຕ້ອງຕາມກົດໝາຍຂອງເພິ່ນ. (ເພງສັນລະເສີນ 89:14; ໂຣມ 3:23-26) ພະເຈົ້າຮັກມະນຸດ ເພິ່ນຈຶ່ງຈັດກຽມວິທີທີ່ຖືກຕ້ອງຕາມກົດໝາຍ ບໍ່ແມ່ນເພື່ອຈະໃຫ້ອະໄພບາບຂອງເຂົາເຈົ້າເທົ່ານັ້ນ ແຕ່ເພື່ອກຳຈັດບາບໃຫ້ໝົດໄປ. (ໂຣມ 5:6-8) ແລະການຈັດກຽມຄ່າໄຖ່ກໍເປັນວິທີທີ່ເວົ້າເຖິງນັ້ນ.
ຄ່າໄຖ່ກ່ຽວຂ້ອງກັບຫຍັງ?
ໃນຄຳພີໄບເບິນ ຄຳວ່າ “ຄ່າໄຖ່” ກ່ຽວຂ້ອງກັບ 3 ສິ່ງນີ້:
ຕ້ອງມີການຈ່າຍເພື່ອໄຖ່ຫຼືຊື້ຄືນ.—ຈົດເຊັນບັນຊີ 3:46, 47
ເຮັດໃຫ້ໄດ້ຮັບການປົດປ່ອຍຫຼືການໄຖ່.—ອົບພະຍົບ 21:30
ຕ້ອງມີຄ່າເທົ່າທຽມກັບສິ່ງທີ່ຈະໄຖ່ຫຼືປິດຄຸມສິ່ງນັ້ນໄດ້.a
ໃຫ້ເຮົາມາເບິ່ງກັນວ່າ ສາມຢ່າງນີ້ໃຊ້ກັບຄ່າໄຖ່ຂອງພະເຢຊູຄລິດແນວໃດ.
ຈ່າຍເພື່ອໄຖ່ຫຼືຊື້ຄືນ. ຄຳພີໄບເບິນບອກວ່າ ຄລິດສະຕຽນ “ຖືກຊື້ໄວ້ແລ້ວດ້ວຍລາຄາສູງ.” (1 ໂກຣິນໂທ 6:20; 7:23) ລາຄາສູງທີ່ເວົ້າເຖິງນີ້ກໍຄືເລືອດຂອງພະເຢຊູ. ເພິ່ນ ‘ໃຊ້ເລືອດຂອງເພິ່ນຊື້ຄົນຈາກທຸກຕະກູນ ທຸກພາສາ ທຸກຊາດແລະທຸກປະເທດ.’—ພະນິມິດ 5:8, 9
ປົດປ່ອຍຫຼືໄຖ່. ພະເຢຊູສະລະຊີວິດເປັນຄ່າໄຖ່ເພື່ອ “ປົດປ່ອຍ” ເຮົາຈາກບາບ.—1 ໂກຣິນໂທ 1:30; ໂກໂລຊາຍ 1:14; ເຮັບເຣີ 9:15
ມີຄ່າເທົ່າທຽມກັນ. ຊີວິດຂອງພະເຢຊູທີ່ສະລະເປັນຄ່າໄຖ່ມີຄ່າເທົ່າທຽມກັບສິ່ງທີ່ອາດາມເຮັດໃຫ້ສູນເສຍໄປ ເຊິ່ງກໍຄື ຊີວິດມະນຸດສົມບູນແບບ. (1 ໂກຣິນໂທ 15:21, 22, 45, 46) ຄຳພີໄບເບິນບອກວ່າ: “ຄືກັບທີ່ການບໍ່ເຊື່ອຟັງຂອງຄົນຜູ້ດຽວເຮັດໃຫ້ຄົນຈຳນວນຫຼາຍເປັນຄົນບາບ ການເຊື່ອຟັງຂອງຄົນຜູ້ດຽວກໍເຮັດໃຫ້ຄົນຈຳນວນຫຼາຍເປັນທີ່ຍອມຮັບຂອງພະເຈົ້າ.” (ໂຣມ 5:19) ຂໍ້ຄຳພີນີ້ຊ່ວຍໃຫ້ຮູ້ວ່າການຕາຍຂອງຄົນຜູ້ດຽວເປັນການຈ່າຍຄ່າໄຖ່ໃຫ້ຄົນບາບຈຳນວນຫຼາຍໄດ້ແນວໃດ. ທີ່ຈິງ ຊີວິດຂອງພະເຢຊູເປັນ “ຄ່າໄຖ່ທີ່ມີຄ່າເທົ່າທຽມກັນສຳລັບທຸກຄົນ” ແຕ່ເຂົາເຈົ້າກໍຕ້ອງເຮັດຕາມຂັ້ນຕອນເພື່ອຈະຮັບປະໂຫຍດຈາກຄ່າໄຖ່ນັ້ນ—1 ຕີໂມທຽວ 2:5, 6
a ໃນຄຳພີໄບເບິນ ຄຳໃນພາສາເດີມທີ່ແປວ່າ “ຄ່າໄຖ່” ເຮັດໃຫ້ນຶກເຖິງລາຄາຫຼືສິ່ງທີ່ມີຄ່າທີ່ຈ່າຍໄປ. ຕົວຢ່າງເຊັ່ນ ຄຳກຳມະໃນພາສາເຮັບເຣີ ຄາຟາ ຫຼັກໆແລ້ວແປວ່າປິດຄຸມ ເຊິ່ງມັກຈະໃຊ້ເມື່ອເວົ້າເຖິງການປິດຄຸມບາບຫຼືການໃຫ້ອະໄພ. (ຄຳເພງ 65:3) ສ່ວນຄຳນາມ ໂຄເຟີ ໝາຍເຖິງຄ່າໄຖ່ຫຼືລາຄາທີ່ຈ່າຍເພື່ອປິດຄຸມບາບ. (ອົບພະຍົບ 21:30) ຄຳວ່າ ລິທອນ ໃນພາສາກຣີກກໍຄືກັນເຊິ່ງມັກແປວ່າ “ຄ່າໄຖ່.” (ມັດທາຍ 20:28) ນັກຂຽນຄົນກຣີກໃຊ້ຄຳນີ້ເພື່ອໝາຍເຖິງລາຄາທີ່ຈ່າຍໄປເພື່ອໄຖ່ໂຕຊະເລີຍຫຼືປົດປ່ອຍເປັນທາດ.