ຂ້ອຍຢາກຕາຍ—ຄຳພີໄບເບິນຊ່ວຍໃຫ້ເຊົາຄິດຢາກຂ້າໂຕຕາຍໄດ້ບໍ?
ຄຳຕອບຈາກຄຳພີໄບເບິນ
ຊ່ວຍໄດ້ແທ້! ຄຳພີໄບເບິນເປັນປຶ້ມທີ່ມາຈາກ “ພະເຈົ້າຜູ້ໃຫ້ກຳລັງໃຈຄົນທີ່ທໍ້ໃຈ.” (2 ໂກຣິນໂທ 7:6) ເຖິງວ່າຄຳພີໄບເບິນບໍ່ແມ່ນປຶ້ມຄູ່ມືສຸຂະພາບຈິດ ແຕ່ກໍຊ່ວຍຫຼາຍຄົນໃຫ້ເອົາຊະນະຄວາມຄິດຢາກຂ້າໂຕຕາຍໄດ້ ແລະຄຳແນະນຳໃນປຶ້ມນີ້ຈະຊ່ວຍເຈົ້າໄດ້ນຳ.
ຄຳພີໄບເບິນມີຄຳແນະນຳຫຍັງ?
● ເວົ້າອອກມາ
ຄຳພີໄບເບິນບອກວ່າ: “ໝູ່ແທ້ສະແດງຄວາມຮັກສະເໝີ ແລະເປັນຄືກັບອ້າຍນ້ອງທີ່ເກີດມາເພື່ອຊ່ວຍກັນໃນຍາມທີ່ຍາກລຳບາກ.”—ສຸພາສິດ 17:17
ຄວາມໝາຍ: ເມື່ອເຮົາເສົ້າຫຼືທຸກໃຈ ເຮົາຕ້ອງຂໍຄວາມຊ່ວຍເຫຼືອຈາກຄົນອື່ນ.
ຖ້າເຈົ້າເກັບຄວາມຮູ້ສຶກເອົາໄວ້ບໍ່ບອກໃຜ ເຈົ້າອາດຈະທົນບໍ່ໄຫວ. ແຕ່ຖ້າເຈົ້າເລົ່າໃຫ້ຄົນອື່ນຟັງ ເຈົ້າອາດຈະຮູ້ສຶກດີຂຶ້ນ ຄິດໃນແງ່ບວກຫຼາຍຂຶ້ນ ແລະມີມຸມມອງໃໝ່ໆນຳ.
ລອງເຮັດວິທີນີ້: ມື້ນີ້ລອງລົມກັບໃຜຈັກຄົນໜຶ່ງ ເຊິ່ງອາດເປັນຄົນໃນຄອບຄົວຫຼືໝູ່ທີ່ເຈົ້າໄວ້ໃຈ.a ເຈົ້າອາດຂຽນລະບາຍຄວາມຮູ້ສຶກຂອງໂຕເອງອອກມາກໍໄດ້.
● ໄປຫາໝໍ
ຄຳພີໄບເບິນບອກວ່າ: “ຄົນທີ່ແຂງແຮງດີບໍ່ຕ້ອງການໝໍ ແຕ່ຄົນທີ່ບໍ່ສະບາຍຕ້ອງໃຫ້ໝໍປົວ.”—ມັດທາຍ 9:12
ຄວາມໝາຍ: ເມື່ອເຮົາເຈັບປ່ວຍ ເຮົາຕ້ອງໄປຫາໝໍ.
ຄວາມຄິດຢາກຂ້າໂຕຕາຍອາດເປັນອາການປ່ວຍທາງຈິດໃຈຫຼືອາລົມ ບໍ່ແມ່ນເລື່ອງໜ້າອາຍ ແລະຮັກສາໄດ້ຄືຄວາມເຈັບປ່ວຍທາງຮ່າງກາຍ.
ລອງເຮັດວິທີນີ້: ຟ້າວໄປຫາໝໍໃຫ້ໄວທີ່ສຸດ.
● ຈື່ໄວ້ວ່າພະເຈົ້າເປັນຫ່ວງເຈົ້າ
ຄຳພີໄບເບິນບອກວ່າ: “ນົກກະຈອກ 5 ໂຕເຂົາເຈົ້າຂາຍບໍ່ຈັກກີບ ແຕ່ບໍ່ມີຈັກໂຕທີ່ພະເຈົ້າຈະລືມ . . . ບໍ່ຕ້ອງຢ້ານ ຍ້ອນພວກເຈົ້າມີຄ່າຫຼາຍກວ່ານົກກະຈອກຫຼາຍໂຕລວມກັນ.”—ລູກາ 12:6, 7
ຄວາມໝາຍ: ເຈົ້າມີຄ່າສຳລັບພະເຈົ້າ.
ເຈົ້າອາດຮູ້ສຶກໂດດດ່ຽວຫຼືຄິດວ່າບໍ່ມີໃຜສົນໃຈ ແຕ່ພະເຈົ້າສົນໃຈແລະເຂົ້າໃຈຄວາມທຸກຂອງເຈົ້າ. ເພິ່ນເປັນຫ່ວງເຈົ້າ ເຖິງວ່າເຈົ້າຈະບໍ່ຢາກມີຊີວິດຢູ່ຕໍ່ໄປແລ້ວ. ເພງສັນລະເສີນ 51:17 ບອກວ່າ: “ພະອົງຕ້ອນຮັບຄົນຖ່ອມທີ່ເຈັບປວດໃຈ.” ພະເຈົ້າບໍ່ຢາກໃຫ້ເຈົ້າຕາຍ ເພາະເພິ່ນຮັກເຈົ້າ.
ລອງເຮັດວິທີນີ້: ກວດເບິ່ງຫຼັກຖານຈາກຄຳພີໄບເບິນທີ່ສະແດງວ່າພະເຈົ້າຮັກເຈົ້າ ເຊັ່ນ ອ່ານຄູ່ມືສຶກສາຄຳພີໄບເບິນທີ່ຊື່ ໃຫ້ໃກ້ຊິດກັບພະເຢໂຫວາ ບົດທີ 24
● ອະທິດຖານເຖິງພະເຈົ້າ
ຄຳພີໄບເບິນບອກວ່າ: “ໃຫ້ຝາກຄວາມອຸກໃຈທັງໝົດໄວ້ກັບພະເຈົ້າ ຍ້ອນເພິ່ນເປັນຫ່ວງພວກເຈົ້າ.”—1 ເປໂຕ 5:7
ຄວາມໝາຍ: ພະເຈົ້າຢາກໃຫ້ເຈົ້າບອກກັບເພິ່ນວ່າເຈົ້າຮູ້ສຶກແນວໃດແທ້ໆແລະກັງວົນເລື່ອງຫຍັງ.
ພະເຈົ້າຈະຊ່ວຍເຈົ້າໃຫ້ສະຫງົບໃຈແລະມີກຳລັງເພື່ອຈະອົດທົນຕໍ່ໄປໄດ້. (ຟີລິບປອຍ 4:6, 7, 13) ພະເຈົ້າຈະຊ່ວຍທຸກຄົນທີ່ອະທິດຖານຂໍຄວາມຊ່ວຍເຫຼືອຈາກເພິ່ນດ້ວຍຄວາມຈິງໃຈ.—ເພງສັນລະເສີນ 55:22.
ລອງເຮັດວິທີນີ້: ອະທິດຖານຫາພະເຈົ້າຕອນນີ້ເລີຍ ເອີ້ນຊື່ພະເຢໂຫວາ ແລະບອກເພິ່ນວ່າເຈົ້າຮູ້ສຶກແນວໃດ. (ເພງສັນລະເສີນ 83:18) ຂໍເພິ່ນຊ່ວຍເຈົ້າໃຫ້ສູ້ຕໍ່ໄປ.
● ຄິດເຖິງຄວາມຫວັງທີ່ບອກໄວ້ໃນຄຳພີໄບເບິນ
ຄຳພີໄບເບິນບອກວ່າ: “ຄວາມຫວັງນີ້ເປັນຄືກັບສະໝໍເຮືອຂອງຊີວິດທີ່ໝັ້ນຄົງແນ່ນອນ.”—ເຮັບເຣີ 6:19
ຄວາມໝາຍ: ເຈົ້າອາດມີຄວາມຮູ້ສຶກຂຶ້ນໆລົງໆ ດຽວເສົ້າດຽວມ່ວນ ຄືກັບເຮືອທີ່ຢູ່ກາງພາຍຸ ແຕ່ຄວາມຫວັງທີ່ຢູ່ໃນຄຳພີໄບເບິນຈະຊ່ວຍເຈົ້າໃຫ້ມີອາລົມໝັ້ນຄົງແລະສະຫງົບໃຈໄດ້.
ຄວາມຫວັງນີ້ບໍ່ແມ່ນເລື່ອງເພີ້ຝັນ ແຕ່ເປັນຄຳສັນຍາຂອງພະເຈົ້າທີ່ບອກວ່າເຮົາຈະບໍ່ຕ້ອງຮ້ອງໄຫ້ເສຍໃຈຫຼືເຈັບປວດອີກຕໍ່ໄປ.—ພະນິມິດ 21:4
ລອງເຮັດວິທີນີ້: ຮຽນຮູ້ກ່ຽວກັບຄວາມຫວັງໃນຄຳພີໄບເບິນຫຼາຍຂຶ້ນໂດຍອ່ານປຶ້ມຂ່າວດີຈາກພະເຈົ້າ! ບົດທີ 5.
● ເຮັດສິ່ງທີ່ມັກ
ຄຳພີໄບເບິນບອກວ່າ: “ໃຈທີ່ຊື່ນບານເປັນຢາທີ່ດີຫຼາຍ.”—ສຸພາສິດ 17:22
ຄວາມໝາຍ: ເມື່ອເຮົາໄດ້ເຮັດສິ່ງທີ່ມັກ ຈິດໃຈແລະອາລົມຂອງເຮົາຈະດີຂຶ້ນ.
ລອງເຮັດວິທີນີ້: ເຮັດສິ່ງທີ່ເຈົ້າມັກ ເຊັ່ນ: ຟັງເພງທີ່ເຮັດໃຫ້ຮູ້ສຶກດີ ອ່ານເລື່ອງທີ່ໃຫ້ກຳລັງໃຈ ຫຼືເຮັດກິດຈະກຳທີ່ເຮັດໃຫ້ຮູ້ສຶກຜ່ອນຄາຍ. ການຊ່ວຍເຫຼືອຄົນອື່ນເຖິງວ່າຈະເປັນເລື່ອງນ້ອຍໆກໍເຮັດໃຫ້ເຈົ້າມີຄວາມສຸກໄດ້.—ກິດຈະການ 20:35
● ເບິ່ງແຍງຮ່າງກາຍໃຫ້ແຂງແຮງ
ຄຳພີໄບເບິນບອກວ່າ: “ການຝຶກຝົນຮ່າງກາຍມີປະໂຫຍດ.”—1 ຕີໂມທຽວ 4:8
ຄວາມໝາຍ: ເຮົາຈະມີສຸຂະພາບດີ ຖ້າເຮົາອອກກຳລັງກາຍ ນອນຫຼັບໃຫ້ພຽງພໍ ແລະກິນອາຫານທີ່ມີປະໂຫຍດ.
ລອງເຮັດວິທີນີ້: ຍ່າງໄວໆພຽງແຕ່ມື້ລະ 15 ນາທີ ແລ້ວເຈົ້າຈະຮູ້ສຶກດີຂຶ້ນ.
● ໃຫ້ຈື່ໄວ້ວ່າເມື່ອເວລາຜ່ານໄປອັນໃດກໍປ່ຽນແປງໄດ້
ຄຳພີໄບເບິນບອກວ່າ: ‘ພວກເຈົ້າບໍ່ຮູ້ວ່າມື້ອື່ນຊິເປັນແນວໃດ.’—ຢາໂກໂບ 4:14
ຄວາມໝາຍ: ບັນຫາໜັກທີ່ເບິ່ງຄືວ່າບໍ່ມີທາງອອກ ກໍອາດຢູ່ພຽງແຕ່ຊົ່ວຄາວເທົ່ານັ້ນ.
ບໍ່ວ່າຊີວິດມື້ນີ້ຈະເປັນແນວໃດ ມື້ອື່ນອາດຈະດີຂຶ້ນກໍໄດ້. ໃຫ້ພະຍາຍາມສູ້ກັບບັນຫາ ຢ່າຟ້າວຍອມແພ້. (2 ໂກຣິນໂທ 4:8) ເມື່ອວັນເວລາຜ່ານໄປ ອັນໃດກໍປ່ຽນແປງໄດ້. ແຕ່ຖ້າເຈົ້າຂ້າໂຕຕາຍ ເຈົ້າກໍປ່ຽນຫຍັງບໍ່ໄດ້ແລ້ວ.
ລອງເຮັດວິທີນີ້: ອ່ານເລື່ອງທີ່ບັນທຶກໄວ້ໃນຄຳພີໄບເບິນກ່ຽວກັບຄົນທີ່ທໍ້ໃຈຈົນຢາກຕາຍ ແລ້ວເບິ່ງວ່າໃນທີ່ສຸດຊີວິດຂອງເຂົາເຈົ້າປ່ຽນໄປໃນທາງທີ່ດີຂຶ້ນແນວໃດໂດຍທີ່ເຂົາເຈົ້າຄິດບໍ່ເຖິງຊ້ຳ. ໃຫ້ເຮົາມາເບິ່ງບາງຕົວຢ່າງນຳກັນ.
ຄຳພີໄບເບິນມີເລື່ອງຂອງຄົນທີ່ຢາກຕາຍບໍ?
ມີ. ຄຳພີໄບເບິນມີເລື່ອງຂອງຄົນທີ່ຮູ້ສຶກຢາກຕາຍ. ພະເຈົ້າບໍ່ໄດ້ຕຳໜິເຂົາເຈົ້າ ແຕ່ເພິ່ນຊ່ວຍເຫຼືອເຂົາເຈົ້າ ແລະເພິ່ນກໍຈະຊ່ວຍເຈົ້າຄືກັນ.
ເອລີຢາ
● ລາວແມ່ນໃຜ? ເອລີຢາເປັນຜູ້ພະຍາກອນທີ່ກ້າຫານ ແຕ່ລາວກໍເຄີຍທໍ້ໃຈຫຼາຍ. ຢາໂກໂບ 5:17. ບອກວ່າ: “ເອລີຢາເປັນຄົນທຳມະດາຄືພວກເຮົາ.”
● ເປັນຫຍັງລາວຢາກຕາຍ? ເອລີຢາຮູ້ສຶກໂດດດ່ຽວ ຢ້ານ ແລະບໍ່ມີຄ່າ ຈົນເຖິງຂັ້ນຂໍພະເຢໂຫວາວ່າ: “ພະເຢໂຫວາເອີ້ຍ ພໍແລ້ວ ຂ້າລູກໃຫ້ຕາຍສະ.”—1 ກະສັດ 19:4
● ອັນໃດຊ່ວຍລາວ? ເອລີຢາລະບາຍຄວາມຮູ້ສຶກກັບພະເຈົ້າ ແລ້ວເພິ່ນກໍໃຫ້ກຳລັງໃຈເອລີຢາໂດຍສະແດງຄວາມເປັນຫ່ວງລາວແລະເຮັດໃຫ້ລາວຮູ້ວ່າເພິ່ນມີອຳນາດຫຼາຍສ່ຳໃດ. ພະເຈົ້າຍັງຮັບຮອງກັບເອລີຢານຳວ່າລາວມີຄ່າຫຼາຍສຳລັບເພິ່ນ ແລະໃຫ້ລາວມີຜູ້ຊ່ວຍທີ່ດີເພື່ອເບິ່ງແຍງລາວ.
▸ ອ່ານເລື່ອງຂອງເອລີຢາໃນ 1 ກະສັດ 19:2-18.
ໂຢບ
● ລາວແມ່ນໃຜ? ໂຢບເປັນຄົນລວຍທີ່ຮັກຄອບຄົວແລະນະມັດສະການພະເຈົ້າທ່ຽງແທ້ຢ່າງສັດຊື່.
● ເປັນຫຍັງລາວຢາກຕາຍ? ຢູ່ບໍ່ຢູ່ ຊີວິດຂອງໂຢບກໍປ່ຽນຈາກໜ້າມືເປັນຫຼັງມື. ລາວສູນເສຍຊັບສົມບັດທຸກຢ່າງ. ລູກທຸກຄົນຂອງລາວຕາຍຍ້ອນໄພທຳມະຊາດ. ລາວເອງກໍຕ້ອງທົນທຸກທໍລະມານຍ້ອນເປັນພະຍາດຮ້າຍແຮງ ແລະສຸດທ້າຍ ລາວຖືກໃສ່ຮ້າຍວ່າເປັນຕົ້ນເຫດຂອງບັນຫາທັງໝົດທີ່ເກີດຂຶ້ນ. ໂຢບເວົ້າວ່າ: “ລູກຊັງຊີວິດຂອງລູກ. ລູກບໍ່ຢາກຢູ່ຕໍ່ໄປແລ້ວ.”—ໂຢບ 7:16
● ອັນໃດຊ່ວຍລາວ? ໂຢບອະທິດຖານຫາພະເຈົ້າແລະລົມກັບຄົນອື່ນ. (ໂຢບ 10:1-3) ລາວໄດ້ຮັບກຳລັງໃຈຈາກເອລີຮູ ໝູ່ທີ່ເຫັນອົກເຫັນໃຈລາວ. ເອລີຮູຊ່ວຍໂຢບໃຫ້ເບິ່ງບັນຫາໃນອີກມຸມໜຶ່ງ ແລະທີ່ສຳຄັນ ໂຢບຍອມຮັບຄຳແນະນຳແລະຄວາມຊ່ວຍເຫຼືອຈາກພະເຈົ້າ.
▸ ອ່ານເລື່ອງຂອງໂຢບໃນ ໂຢບ 1:1-3, 13-22; 2:7; 3:1-13; 36:1-7; 38:1-3; 42:1, 2, 10-13.
ໂມເຊ
● ລາວແມ່ນໃຜ? ໂມເຊເປັນຜູ້ນຳຂອງຊາດອິດສະຣາເອນບູຮານແລະເປັນຜູ້ພະຍາກອນທີ່ສັດຊື່.
● ເປັນຫຍັງລາວຢາກຕາຍ? ໂມເຊມີໜ້າທີ່ຮັບຜິດຊອບທີ່ໜັກຫຼາຍ. ລາວຖືກຕຳໜິຢູ່ເລື້ອຍໆ ແລະຮູ້ສຶກເມື່ອຍຫຼາຍຈົນຮ້ອງຂໍພະເຈົ້າວ່າ: “ຂ້າລູກຕອນນີ້ເລີຍດີກວ່າ.”—ຈົດເຊັນບັນຊີ 11:11, 15
● ອັນໃດຊ່ວຍລາວ? ໂມເຊບອກພະເຈົ້າວ່າລາວຮູ້ສຶກແນວໃດ. ແລ້ວພະເຈົ້າກໍໃຫ້ລາວມີຄົນມາຊ່ວຍແບ່ງເບົາພາລະເພື່ອບໍ່ໃຫ້ລາວເຄັ່ງຕຶງຫຼາຍໂພດ.
▸ ອ່ານເລື່ອງຂອງໂມເຊໃນ ຈົດເຊັນບັນຊີ 11:4-6, 10-17.
a ຖ້າເຈົ້າມີຄວາມຄິດຢາກຂ້າໂຕຕາຍຫຼາຍ ແລະບໍ່ມີຄົນໃກ້ຊິດປຶກສານຳ ກໍໃຫ້ໂທຫາສາຍດ່ວນສຸຂະພາບຈິດຫຼືເບີໂທສຸກເສີນ.