ບົດທີ 14
ເປັນຫຍັງຈຶ່ງບໍ່ຂ້າຕົວຕາຍໃຫ້ມັນແລ້ວໄປເລີຍ?
“ຄວາມຕາຍດີກວ່າຊີວິດແກ່ຂ້ານ້ອຍ.” ໃຜເວົ້າຖ້ອຍຄຳເຫຼົ່ານີ້? ເປັນຄົນທີ່ບໍ່ມີຄວາມເຊື່ອໃນພະເຈົ້າບໍ? ເປັນຄົນທີ່ປະຖິ້ມພະເຈົ້າບໍ? ເປັນຄົນທີ່ພະເຈົ້າປະຖິ້ມບໍ? ບໍ່ແມ່ນຈັກຢ່າງ. ຄົນທີ່ເວົ້າແມ່ນທ່ານໂຢນາຜູ້ເຫຼື້ອມໃສໃນພະເຈົ້າແຕ່ມີຄວາມກັງວົນຢ່າງໜັກໜ່ວງ.—ໂຢນາ 4:3.
ຄຳພີໄບເບິນບໍ່ໄດ້ບອກວ່າໂຢນາກຳລັງຈະຂ້າຕົວຕາຍ. ແນວໃດກໍຕາມ ຄຳອ້ອນວອນຢ່າງສິ້ນຫວັງຂອງລາວສະແດງໃຫ້ເຫັນຄວາມຈິງທີ່ສຳຄັນຢ່າງໜຶ່ງ ນັ້ນຄືແມ່ນແຕ່ຜູ້ທີ່ຮັບໃຊ້ຂອງພະເຈົ້າກໍສາມາດໄດ້ຮັບຜົນກະທົບຈາກຄວາມຮູ້ສຶກຫົດຫູ່ໃຈໄດ້ໃນບາງໂອກາດ.—ຄຳເພງ 34:19.
ໜຸ່ມສາວບາງຄົນຮູ້ສຶກສິ້ນຫວັງຫຼາຍຈົນບໍ່ຮູ້ວ່າຈະມີຊີວິດຢູ່ຕໍ່ໄປເພື່ອຫຍັງ. ເຂົາເຈົ້າອາດຮູ້ສຶກຄືກັບນາງລໍຣາອາຍຸ 16 ປີທີ່ບອກວ່າ: “ເປັນເວລາຫຼາຍປີທີ່ຂ້ອຍຮູ້ສຶກຊຶມເສົ້າເລື້ອຍໆ. ຂ້ອຍຄິດເຖິງການຂ້າຕົວຕາຍເລື້ອຍໆ.” ຖ້າເຈົ້າຮູ້ຈັກກັບຄົນທີ່ເຄີຍບອກວ່າຢາກຂ້າຕົວຕາຍ ຫຼືຖ້າເຈົ້າເອງເຄີຍຄິດເຖິງເລື່ອງນີ້ ເຈົ້າຈະເຮັດແນວໃດ? ຂໍໃຫ້ພິຈາລະນາຢ່າງລະອຽດເຖິງສາເຫດທີ່ອາດເກີດຄວາມຄິດດັ່ງກ່າວຂຶ້ນໄດ້.
ເບື້ອງຫຼັງຄວາມສິ້ນຫວັງ
ເປັນຫຍັງບາງຄົນຈຶ່ງຄິດຂ້າຕົວຕາຍ? ອາດມີຫຼາຍປັດໄຈກ່ຽວຂ້ອງ. ປັດໄຈທຳອິດ ພວກເຮົາມີຊີວິດຢູ່ທ່າມກາງ “ວິກິດການເຊິ່ງຍາກຈະຮັບມືໄດ້” ແລະໜຸ່ມສາວຫຼາຍຄົນຮູ້ສຶກເຖິງຄວາມກົດດັນໃນຊີວິດທີ່ຮຸນແຮງຫຼາຍ. (2 ຕີໂມເຕ 3:1, ລ.ມ.) ນອກຈາກນັ້ນ ຄວາມບໍ່ສົມບູນແບບຂອງມະນຸດອາດເປັນສາເຫດໃຫ້ບາງຄົນໝົກມຸ້ນກັບຄວາມຄິດໃນແງ່ລົບກ່ຽວກັບຕົວເອງແລະສະພາບການຕ່າງໆທີ່ຢູ່ອ້ອມຕົວ. (ໂລມ 7:22-24) ບາງຄັ້ງອາດເປັນຍ້ອນເຂົາເຈົ້າໄດ້ຮັບການປະຕິບັດຢ່າງໂຫດຮ້າຍ. ໃນກໍລະນີອື່ນໆອາດເປັນຍ້ອນບັນຫາສຸຂະພາບ. ເປັນຕາໜ້າສັງເກດ ໃນປະເທດໜຶ່ງມີການກະປະມານວ່າມີຫຼາຍກວ່າ 90 ສ່ວນຮ້ອຍຂອງຜູ້ທີ່ຂ້າຕົວຕາຍມີຄວາມເຈັບປ່ວຍທາງຈິດບາງປະເພດ.a
ແນ່ນອນວ່າບໍ່ມີໃຜທີ່ບໍ່ຕ້ອງປະສົບກັບຄວາມຍາກລຳບາກເລີຍ. ທີ່ຈິງແລ້ວຄຳພີໄບເບິນບອກວ່າ: “ສັບພະທຸກສິ່ງທີ່ນິລະມິດສ້າງແລ້ວກໍທອດຫຸ່ຍເປັນທຸກລຳບາກດ້ວຍກັນ.” (ໂລມ 8:22) ນັ້ນລວມເຖິງຄົນໜຸ່ມສາວນຳ. ທີ່ຈິງ ໜຸ່ມສາວສາມາດໄດ້ຮັບຜົນກະທົບຫຼາຍຈາກເຫດການໂຫດຮ້າຍຕ່າງໆເຊັ່ນ
• ຄວາມຕາຍຂອງຍາດຕິພີ່ນ້ອງ ໝູ່ ຫຼືສັດລ້ຽງ
• ຄວາມຂັດແຍ່ງໃນຄອບຄົວ
• ຄວາມຜິດຫວັງດ້ານການຮຽນ
• ຄວາມຜິດຫວັງໃນເລື່ອງຄວາມຮັກ
• ການຖືກທຳຮ້າຍ (ລວມທັງທາງຮ່າງກາຍຫຼືທາງເພດ)
ເປັນທີ່ຍອມຮັບວ່າ ບໍ່ຊ້າກໍໄວໜຸ່ມສາວເກືອບທຸກຄົນຕ້ອງປະເຊີນກັບສະພາບການຂ້າງເທິງນັ້ນຢ່າງໜຶ່ງຫຼືຫຼາຍກວ່ານັ້ນ. ເປັນຫຍັງບາງຄົນຈຶ່ງຮັບມືກັບສະຖານະການເຫຼົ່ານີ້ໄດ້ດີກວ່າຄົນອື່ນ? ຜູ້ຊ່ຽວຊານບອກວ່າໜຸ່ມສາວທີ່ຄິດຈະຂ້າຕົວຕາຍເປັນຄົນທີ່ຮູ້ສຶກວ່າບໍ່ມີໃຜຊ່ວຍເຂົາເຈົ້າໄດ້ແລະບໍ່ມີທາງແກ້ໃດໆເລີຍສຳລັບບັນຫາຂອງເຂົາເຈົ້າ. ເວົ້າອີກຢ່າງໜຶ່ງກໍຄື ໜຸ່ມສາວເຫຼົ່ານີ້ເບິ່ງບໍ່ເຫັນທາງອອກໃດໆເລີຍ. ເຂົາເຈົ້າບໍ່ຕ້ອງການທີ່ຈະຕາຍ ເຂົາເຈົ້າພຽງແຕ່ຕ້ອງການຍຸດຕິຄວາມເຈັບປວດ.
ບໍ່ມີທາງອອກບໍ?
ເຈົ້າອາດຮູ້ຈັກຄົນໜຶ່ງທີ່ຢາກໃຫ້ຄວາມເຈັບປວດໜັກໝົດໄປຈົນເຖິງຂັ້ນທີ່ລາວຢາກຂ້າຕົວຕາຍ. ຖ້າເປັນເຊັ່ນນັ້ນ ເຈົ້າຈະເຮັດຫຍັງໄດ້ແດ່?
ຖ້າໝູ່ຫົດຫູ່ໃຈຈົນເຖິງຂັ້ນຢາກຕາຍ ຈົ່ງຊຸກຍູ້ລາວໃຫ້ສະແຫວງຫາຄວາມຊ່ວຍເຫຼືອ. ຫຼັງຈາກນັ້ນ ບໍ່ວ່າລາວຈະຮູ້ສຶກແນວໃດກໍຕາມ ໃຫ້ບອກເລື່ອງນີ້ກັບຜູ້ໃຫຍ່ທີ່ກ່ຽວຂ້ອງ. ຢ່າກັງວົນວ່າມິດຕະພາບຈະຖືກທຳລາຍ. ໂດຍການແຈ້ງເລື່ອງດັ່ງກ່າວ ເຈົ້າອາດຊ່ວຍຊີວິດຂອງໝູ່ໄວ້ໄດ້!
ແຕ່ຈະວ່າແນວໃດຖ້າເຈົ້າເອງມີຄວາມຄິດທີ່ຈະຂ້າຕົວຕາຍ? ຢ່າເກັບຄວາມຮູ້ສຶກນີ້ໄວ້ກັບຕົວເອງ. ໃຫ້ບອກກັບຜູ້ໃດຜູ້ໜຶ່ງ—ພໍ່ (ແມ່) ໝູ່ ຫຼືໃຜກໍຕາມທີ່ຫ່ວງໃຍແລະຕັ້ງອົກຕັ້ງໃຈຮັບຟັງກ່ຽວກັບຄວາມກັງວົນຂອງເຈົ້າ. ເຈົ້າບໍ່ມີສິ່ງໃດທີ່ຕ້ອງສູນເສຍ ແຕ່ເຈົ້າຈະຊ່ວຍຕົວເອງໄດ້ຢ່າງແນ່ນອນໂດຍເປີດໃຈເວົ້າເຖິງບັນຫາ.b
ແນ່ນອນວ່າການເວົ້າລົມກ່ຽວກັບບັນຫາຂອງເຈົ້າບໍ່ໄດ້ເຮັດໃຫ້ບັນຫາໝົດໄປ. ແຕ່ຄວາມຊ່ວຍເຫຼືອຈາກຄົນທີ່ເຈົ້າໄວ້ໃຈໄດ້ອາດເປັນສິ່ງທີ່ເຈົ້າຕ້ອງການເພື່ອເບິ່ງບັນຫາອອກໃນທາງທີ່ຖືກຕ້ອງ. ມັນອາດເຖິງຂັ້ນຊ່ວຍເຈົ້າໃຫ້ຊອກຫາທາງອອກທີ່ໄດ້ຜົນຈິງ.
ສະຖານະການປ່ຽນແປງ
ເມື່ອປະເຊີນກັບບັນຫາໜັກ ຂໍໃຫ້ຈື່ໄວ້ວ່າ ບໍ່ວ່າສະຖານະການອາດເບິ່ງຄືວ່າສິ້ນຫວັງສ່ຳໃດກໍຕາມ ເມື່ອເຖິງເວລາອັນສົມຄວນສະຖານະການຈະປ່ຽນແປງໄປ. ດາວິດຜູ້ຂຽນພະທຳຄຳເພງເຊິ່ງໄດ້ເຄີຍປະສົບຄວາມທຸກຍາກຫຼາຍຢ່າງກ່າວໃນຄຳອະທິດຖານເຖິງພະເຈົ້າວ່າ: “ພະອົງໄດ້ແກ້ຜ້າກະສອບຂອງຂ້ານ້ອຍແລະໄດ້ເອົາຄວາມຍິນດີໃຫ້ຄາດແອວຂ້ານ້ອຍ.”—ຄຳເພງ 30:11.
ແນ່ນອນ ດາວິດບໍ່ໄດ້ຄາດໝາຍວ່າຄວາມຍິນດີຈະຄົງຢູ່ຕະຫຼອດໄປ. ລາວຮູ້ຈາກປະສົບການຂອງຕົນເອງວ່າບັນຫາຂອງຊີວິດຈະເຂົ້າມາແລ້ວກໍອອກໄປ. ເຈົ້າໄດ້ສັງເກດບໍວ່າມັນເປັນຈິງໃນເລື່ອງບັນຫາຂອງເຈົ້າ? ບັນຫາບາງຢ່າງອາດເບິ່ງຄືວ່າຫຼາຍເກີນກວ່າຈະຮັບໄດ້ ຢ່າງໜ້ອຍກໍໃນເວລານີ້. ແຕ່ຂໍໃຫ້ອົດທົນ. ເຫດການປ່ຽນໄປຢູ່ເລື້ອຍໆ ຫຼາຍຄັ້ງເປັນໄປໃນທາງທີ່ດີຂຶ້ນ. ໃນບາງກໍລະນີ ບັນຫາອາດຫລຸດໜ້ອຍລົງໃນແບບທີ່ບໍ່ໄດ້ຄາດຄິດ. ໃນກໍລະນີອື່ນໆ ເຈົ້າອາດພົບວິທີຮັບມືໄດ້ແບບທີ່ເຈົ້າບໍ່ໄດ້ຄິດມາກ່ອນ. ປະເດັນກໍຄື ບັນຫາທີ່ເຮັດໃຫ້ທໍ້ແທ້ຈະບໍ່ ເປັນແບບນັ້ນຕະຫຼອດໄປ.—2 ໂກລິນໂທ 4:17.
ຄຸນຄ່າຂອງຄຳອະທິດຖານ
ຮູບແບບການສື່ຄວາມທີ່ສຳຄັນທີ່ສຸດທີ່ເຈົ້າມີຄືການອະທິດຖານ. ເຈົ້າສາມາດອະທິດຖານໄດ້ເຊັ່ນດຽວກັບດາວິດທີ່ວ່າ: “ໂອ້ພະເຈົ້າຂໍໂຜດລອງເບິ່ງຂ້ານ້ອຍແລະໂຜດຮູ້ຈັກໃຈຂ້ານ້ອຍ. ເຊີນລອງເບິ່ງຂ້ານ້ອຍແລະຮູ້ຈັກຄວາມຄຶດທັງຫຼາຍຂອງຂ້ານ້ອຍ ແລະໂຜດກວດເບິ່ງມີທຳນຽມອັນຊົ່ວຮ້າຍໃນຂ້ານ້ອຍຫຼືບໍ່ ແລະເຊີນພາຂ້ານ້ອຍໄປໃນທາງອັນຕະຫຼອດໄປເປັນນິດ.”—ຄຳເພງ 139:23, 24.
ການອະທິດຖານບໍ່ແມ່ນພຽງແຕ່ເປັນວິທີທີ່ເພິ່ງທາງໃຈເທົ່ານັ້ນ. ການອະທິດຖານເປັນການສົນທະນາແທ້ໆກັບພໍ່ຜູ້ທີ່ຢູ່ໃນຟ້າສະຫວັນ ເຊິ່ງຕ້ອງການໃຫ້ເຮົາ “ຖອກໃຈອອກຕໍ່ໜ້າພະອົງ.” (ຄຳເພງ 62:8) ຂໍໃຫ້ພິຈາລະນາຄວາມຈິງພື້ນຖານຕໍ່ໄປນີ້ກ່ຽວກັບພະເຈົ້າ
• ພະອົງຮູ້ເປັນຢ່າງດີກ່ຽວກັບສະພາບການທີ່ເຮັດໃຫ້ເຈົ້າຮູ້ສຶກຫົດຫູ່ໃຈ.—ຄຳເພງ 103:14.
• ພະອົງຮູ້ຈັກເຈົ້າດີກວ່າທີ່ເຈົ້າຮູ້ຈັກຕົວເອງ.—1 ໂຢຮັນ 3:20.
• “ພະອົງໃຝ່ໃຈທ່ານທັງຫຼາຍ.”—1 ເປໂຕ 5:7, ລ.ມ.
• ໃນໂລກໃໝ່ພະເຈົ້າຈະ “ເຊັດນ້ຳຕາທັງຫຼາຍ” ຈາກຕາຂອງເຈົ້າ.—ຄຳປາກົດ 21:4.
ຖ້າບັນຫາກ່ຽວຂ້ອງກັບສຸຂະພາບ!
ດັ່ງທີ່ໄດ້ກ່າວມາແລ້ວ ຄວາມຮູ້ສຶກທີ່ຢາກຂ້າຕົວຕາຍຫຼາຍຄັ້ງມີສາເຫດມາຈາກຄວາມເຈັບປ່ວຍບາງຊະນິດ. ຖ້ານັ້ນເປັນສິ່ງທີ່ເກີດຂຶ້ນກັບເຈົ້າ ຢ່າອາຍທີ່ຈະຂໍຄວາມຊ່ວຍເຫຼືອ. ພະເຍຊູສຳນຶກວ່າຄົນປ່ວຍຕ້ອງການໝໍ. (ມັດທາຍ 9:12) ຂ່າວດີກໍຄືວ່າສະພາບເຈັບປ່ວຍຫຼາຍຢ່າງສາມາດປິ່ນປົວໄດ້. ການປິ່ນປົວອາດຊ່ວຍເຈົ້າໃຫ້ຮູ້ສຶກດີຂຶ້ນຫຼາຍ!c
ຄຳພີໄບເບິນມີຄຳສັນຍາທີ່ໃຫ້ການປອບໃຈຢ່າງແທ້ຈິງທີ່ວ່າໃນໂລກໃໝ່ຂອງພະເຈົ້າ “ຊາວຊົນຈະບໍ່ກ່າວວ່າ ‘ຂ້ອຍບໍ່ສຳບາຍ.’” (ເອຊາອີ 33:24) ພະເຈົ້າເວົ້າວ່າໃນເວລານັ້ນ “ເຂົາຈະບໍ່ຈື່ຟ້າກັບດິນເດີມແລະສິ່ງນັ້ນຈະບໍ່ຂຶ້ນໃນໃຈ.” (ເອຊາອີ 65:17) ໃນຂະນະນີ້ ຂໍໃຫ້ເຈົ້າເຮັດດີທີ່ສຸດທີ່ຈະຮັບມືກັບຂໍ້ທ້າທາຍຕ່າງໆໃນຊີວິດ ໂດຍໝັ້ນໃຈວ່າເມື່ອເຖິງເວລາກຳນົດຂອງພະເຈົ້າ ຄວາມຮູ້ສຶກຫົດຫູ່ໃຈຈະກາຍເປັນອະດີດ.—ຄຳປາກົດ 21:1-4.
ສາມາດອ່ານເພີ່ມເຕີມກ່ຽວກັບຫົວເລື່ອງນີ້ໃນບົດທີ 9 ຂອງເຫຼັ້ມທີ 2
ພໍ່ແມ່ຢາກຮູ້ທຸກສິ່ງກ່ຽວກັບຊີວິດຂອງເຈົ້າ ແມ່ນແຕ່ບາງສິ່ງທີ່ເຈົ້າອາດຢາກເກັບໄວ້ເປັນຄວາມລັບ. ເຈົ້າຈະຊະນະໃນການຕໍ່ສູ້ເພື່ອຄວາມເປັນສ່ວນຕົວໄດ້ບໍ?
[ຂໍ້ຄວາມໄຂເງື່ອນ]
a ແນວໃດກໍຕາມ ເປັນສິ່ງສຳຄັນທີ່ຈະຮູ້ວ່າໜຸ່ມສາວສ່ວນຫຼາຍທີ່ເຈັບປ່ວຍທາງຈິດບໍ່ໄດ້ຂ້າຕົວຕາຍ.
b ຄລິດສະຕຽນທີ່ຮູ້ສຶກຫົດຫູ່ໃຈສາມາດຫາຄວາມຊ່ວຍເຫຼືອເພີ່ມອີກແຫຼ່ງໜຶ່ງ ນັ້ນຄືຜູ້ເຖົ້າແກ່ໃນປະຊາຄົມ.—ຢາໂກໂບ 5:14, 15.
ຂໍ້ພະຄຳພີຫຼັກ
“ຄວາມຕ້ອງການຢາກໄດ້ຂອງທ່ານທັງຫຼາຍທຸກສິ່ງ ທ່ານຈົ່ງໃຫ້ຊາບແກ່ພະເຈົ້າ . . . ແລະຄວາມສຸກສຳລານແຫ່ງພະເຈົ້າອັນເຫຼືອລົ້ນທີ່ຈະເຂົ້າໃຈໄດ້ກໍຈະຮັກສາໃຈແລະຄວາມຄຶດທັງຫຼາຍຂອງພວກທ່ານໄວ້.”—ຟີລິບ 4:6, 7.
ຄຳແນະນຳ
ເມື່ອເຈົ້າຮູ້ສຶກຫົດຫູ່ໃຈ ໃຫ້ໄປຍ່າງແບບໄວໆ. ການອອກໄປຂ້າງນອກແລະອອກກຳລັງກາຍສາມາດພາໃຫ້ສະຫງົບໃຈແລະຮູ້ສຶກດີ.
ເຈົ້າຮູ້ບໍ . . .?
ຜູ້ທີ່ຂ້າຕົວຕາຍບໍ່ໄດ້ທຳລາຍຊີວິດຂອງຕົນເອງເທົ່ານັ້ນ ແຕ່ຍັງລວມເຖິງຜູ້ທີ່ຍັງມີຊີວິດຢູ່ເຊິ່ງຮັກລາວ.
ແຜນພາກປະຕິບັດ!
ຖ້າຮູ້ສຶກວ່າໄຮ້ຄ່າຫຼືບໍ່ເປັນທີ່ຮັກໄຄ່ ຂ້ອຍຈະລົມເປັນສ່ວນຕົວກັບ (ໃຫ້ຂຽນຊື່ຂອງຜູ້ທີ່ເຈົ້າສາມາດລົມເປັນສ່ວນຕົວນຳໄດ້) ․․․․․
ພະພອນຢ່າງໜຶ່ງໃນຊີວິດທີ່ຂ້ອຍສາມາດຄິດເຖິງແລະຮູ້ຄຸນຄ່າແມ່ນ ․․․․․
ສິ່ງທີ່ຂ້ອຍຢາກຖາມພໍ່ (ແມ່) ກ່ຽວກັບເລື່ອງນີ້ແມ່ນ ․․․․․
ເຈົ້າຄິດວ່າແນວໃດ?
• ເຖິງແມ່ນວ່າບັນຫາຕ່າງໆທີ່ຮ້າຍແຮງມີຢູ່ພຽງຊົ່ວຄາວເທົ່ານັ້ນ. ການຫາເຫດຜົນຈາກຄວາມເປັນຈິງນັ້ນຊ່ວຍເຈົ້າແນວໃດ?
• ໂດຍວິທີໃດແດ່ທີ່ການຂ້າຕົວຕາຍສົ່ງບັນຫາຂອງຄົນນັ້ນຕໍ່ໃຫ້ກັບຄົນອື່ນອີກ?
[ຈຸດເດັ່ນໜ້າ 104]
“ຫຼາຍຄັ້ງ ຄວາມຮູ້ສຶກຫົດຫູ່ໃຈມີຫຼາຍເຫຼືອເກີນຈົນເຖິງຂັ້ນທີ່ຂ້ອຍຢາກຕາຍ ແຕ່ຕອນນີ້ຂ້ອຍສາມາດມີຊີວິດໄດ້ຕາມປົກກະຕິ ເປັນຍ້ອນຂ້ອຍໄດ້ອະທິດຖານຢ່າງບໍ່ລົດລະແລະໄດ້ຮັບການປິ່ນປົວ.”—ນາງ ໄຣດີ
[ກອບໜ້າ 100]
ຖ້າເຈົ້າຮູ້ສຶກຈົມຢູ່ກັບຄວາມທຸກ
ແມ່ນແຕ່ຊາຍຍິງທີ່ສັດຊື່ບາງຄົນເຊິ່ງກ່າວໄວ້ໃນຄຳພີໄບເບິນ ບາງຄັ້ງຄາວກໍຮູ້ສຶກຈົມຢູ່ກັບຄວາມທຸກເນື່ອງຈາກຄວາມກັງວົນໃນຊີວິດ. ຂໍໃຫ້ພິຈາລະນາບາງຕົວຢ່າງ.
ເລເບກາ “ຖ້າຢ່າງນັ້ນເປັນສັນໃດຕົວເຮົາຍັງເປັນຢູ່?”—ຕົ້ນເດີມ 25:22.
ໂມເຊ “ຂໍເຊີນພະອົງໂຜດຂ້າຂ້ານ້ອຍເຖີ້ນ...ຂ້ານ້ອຍຈະບໍ່ເຫັນການອັນຕະລາຍທີ່ມາຖືກຂ້ານ້ອຍ.”—ຈົດເຊັນບັນຊີ 11:15.
ເອລີຢາ “ໂອ້ພະເຢໂຫວາເຊີນເອົາຈິດໃຈຂ້ານ້ອຍໄປເຖີ້ນ ເຫດວ່າຂ້ານ້ອຍບໍ່ດີກວ່າພວກປູ່ຍ່າຕານາຍຂອງຂ້ານ້ອຍ.”—1 ກະສັດ 19:4.
ໂຢບ “ໂອ້ຖ້າພະອົງຢາກໄດ້ເຊື່ອງຂ້ານ້ອຍໄວ້ໃນບ່ອນທີ່ຕາບໍ່ເຫັນ...ຈົນ...ໝາຍເວລາກຳນົດໄວ້ຈົນພະອົງຈະລະນຶກຄຶດຮອດຂ້ານ້ອຍ.”—ໂຢບ 14:13.
ໃນແຕ່ລະກໍລະນີທີ່ກ່າວເຖິງຂ້າງເທິງນັ້ນ ໃນທີ່ສຸດສະພາບການໄດ້ປ່ຽນໄປໃນທາງທີ່ດີຂຶ້ນແລະໃນແບບທີ່ຜູ້ທົນທຸກບໍ່ໄດ້ຮູ້ລ່ວງໜ້າກ່ອນ. ຂໍໃຫ້ໝັ້ນໃຈວ່າສິ່ງດຽວກັນນັ້ນສາມາດເປັນຈິງໃນກໍລະນີຂອງເຈົ້າ!
[ຮູບພາບໜ້າ 102]
ຄວາມຮູ້ສຶກໝົດຫວັງເປັນຄືກັບພາຍຸເມກ ໃນທີ່ສຸດມັນຈະຜ່ານພົ້ນໄປ