17 (ຄືກັບທີ່ພະຄຳພີບອກໄວ້ວ່າ: “ເຮົາໄດ້ຕັ້ງເຈົ້າໃຫ້ເປັນພໍ່ຂອງຄົນຫຼາຍຊົນຊາດ.”) ຄຳສັນຍາຂອງພະເຈົ້າຈະເປັນຈິງຢ່າງແນ່ນອນ ແລະອັບຣາຮາມເຊື່ອໃນພະເຈົ້າຍ້ອນພະອົງເຮັດໃຫ້ຄົນຕາຍມີຊີວິດອີກໄດ້ ແລະພະອົງເວົ້າເຖິງສິ່ງທີ່ຍັງບໍ່ມີຄືກັບວ່າມີຢູ່ແລ້ວ.