ໂຣມ
4 ເມື່ອເປັນແນວນັ້ນ ອັບຣາຮາມທີ່ເປັນບັນພະບຸລຸດຂອງພວກເຮົາຕາມສາຍເລືອດໄດ້ຫຍັງ? 2 ຖ້າການກະທຳຂອງອັບຣາຮາມເຮັດໃຫ້ລາວເປັນທີ່ຍອມຮັບຂອງພະເຈົ້າ* ລາວກໍມີເຫດຜົນທີ່ຈະອວດໄດ້ ແຕ່ບໍ່ແມ່ນກັບພະເຈົ້າ. 3 ພະຄຳພີບອກໄວ້ບໍ່ແມ່ນບໍວ່າ “ອັບຣາຮາມເຊື່ອໃນພະເຢໂຫວາ ພະອົງຈຶ່ງຖືວ່າລາວເປັນຄົນທີ່ພະອົງຍອມຮັບ.”* 4 ສຳລັບຄົນທີ່ເຮັດວຽກ ຄ່າຈ້າງທີ່ລາວໄດ້ຮັບບໍ່ຖືວ່າເປັນຂອງຂວັນ* ແຕ່ເປັນສິ່ງທີ່ລາວມີສິດຈະໄດ້ຮັບຢູ່ແລ້ວ. 5 ສ່ວນຄົນທີ່ບໍ່ອາໄສການກະທຳຂອງຕົວເອງແຕ່ມີຄວາມເຊື່ອໃນພະເຈົ້າ ເຖິງວ່າລາວເຮັດບາບ ພະອົງກໍຍັງຖືວ່າລາວເປັນຄົນທີ່ພະອົງຍອມຮັບ.* 6 ດາວິດເຄີຍເວົ້າເຖິງຄວາມສຸກຂອງຄົນທີ່ພະເຈົ້າຍອມຮັບ*ທັງໆທີ່ຄົນນັ້ນເຮັດຕາມກົດໝາຍໄດ້ບໍ່ຄົບຖ້ວນ ດາວິດບອກວ່າ: 7 “ຄົນທີ່ໄດ້ຮັບການຍົກໂທດຄວາມຜິດ ແລະຄົນທີ່ບາບຂອງລາວຖືກປົກຄຸມໄວ້ແລ້ວ* ຜູ້ນັ້ນກໍມີຄວາມສຸກ. 8 ຄົນທີ່ພະເຢໂຫວາບໍ່ຖືໂທດບາບຂອງລາວກໍມີຄວາມສຸກ.”
9 ແລ້ວຜູ້ໃດຈະມີຄວາມສຸກແບບນີ້ໄດ້? ສະເພາະຄົນທີ່ຮັບສິນຕັດເທົ່ານັ້ນບໍ ຫຼືຄົນທີ່ບໍ່ໄດ້ຮັບສິນຕັດນຳ? ພວກເຮົາບອກແລ້ວວ່າ: “ພະເຈົ້າຖືວ່າອັບຣາຮາມເປັນຄົນທີ່ພະອົງຍອມຮັບ*ຍ້ອນລາວມີຄວາມເຊື່ອ.” 10 ພະເຈົ້າຖືວ່າອັບຣາຮາມເປັນຄົນທີ່ພະອົງຍອມຮັບ*ຕອນໃດ? ຕອນທີ່ລາວຮັບສິນຕັດແລ້ວຫຼືຕອນທີ່ຍັງບໍ່ໄດ້ຮັບ? ຕອນທີ່ລາວຍັງບໍ່ໄດ້ຮັບສິນຕັດຊ້ຳ. 11 ພະເຈົ້າໃຫ້ອັບຣາຮາມຮັບສິນຕັດ ເຊິ່ງເປັນເຄື່ອງໝາຍທີ່ຮັບຮອງວ່າ*ພະອົງຍອມຮັບລາວ* ຍ້ອນລາວມີຄວາມເຊື່ອຢູ່ແລ້ວຕັ້ງແຕ່ກ່ອນຮັບສິນຕັດ ລາວຈຶ່ງໄດ້ເປັນພໍ່ຂອງທຸກຄົນທີ່ມີຄວາມເຊື່ອແຕ່ບໍ່ໄດ້ຮັບສິນຕັດ ແລະພະເຈົ້າຖືວ່າພວກເຂົາເປັນຄົນທີ່ພະອົງຍອມຮັບ* 12 ແລະອັບຣາຮາມຍັງເປັນພໍ່ຂອງຄົນທີ່ຮັບສິນຕັດນຳອີກ. ລາວບໍ່ພຽງແຕ່ເປັນພໍ່ຂອງຄົນທີ່ຮັບສິນຕັດເທົ່ານັ້ນ ແຕ່ຍັງເປັນພໍ່ຂອງຄົນທີ່ມີຄວາມເຊື່ອຄືກັບລາວແລະໃຊ້ຊີວິດຕາມຄວາມເຊື່ອນັ້ນ. ທີ່ຈິງ ອັບຣາຮາມພໍ່ຂອງພວກເຮົາມີຄວາມເຊື່ອເຊັ່ນນັ້ນຕັ້ງແຕ່ຍັງບໍ່ໄດ້ຮັບສິນຕັດ.
13 ອັບຣາຮາມແລະລູກຫຼານໄດ້ຮັບຄຳສັນຍາວ່າຈະໄດ້ຮັບໂລກເປັນມໍລະດົກ ບໍ່ແມ່ນຍ້ອນໄດ້ເຮັດຕາມກົດໝາຍ ແຕ່ຍ້ອນພວກເຂົາມີຄວາມເຊື່ອເຊິ່ງເຮັດໃຫ້ພະເຈົ້າຍອມຮັບພວກເຂົາ.* 14 ຖ້າຄົນເຮົາໄດ້ຮັບມໍລະດົກຍ້ອນເຮັດຕາມກົດໝາຍ ຄວາມເຊື່ອກໍບໍ່ມີປະໂຫຍດຫຍັງແລະຄຳສັນຍານັ້ນກໍບໍ່ມີຄວາມໝາຍ. 15 ທີ່ຈິງ ກົດໝາຍຂອງໂມເຊເຮັດໃຫ້ມີການລົງໂທດ ແຕ່ຖ້າບໍ່ມີກົດໝາຍກໍບໍ່ມີການເຮັດຜິດກົດໝາຍ.
16 ດັ່ງນັ້ນ ອັບຣາຮາມໄດ້ຮັບຄຳສັນຍານັ້ນກໍຍ້ອນລາວມີຄວາມເຊື່ອ ເຊິ່ງສິ່ງນີ້ອາໄສຄວາມກະລຸນາທີ່ຍິ່ງໃຫຍ່ຂອງພະເຈົ້າ. ດ້ວຍເຫດນີ້ ຄຳສັນຍານັ້ນຈະເກີດຂຶ້ນແທ້ກັບລູກຫຼານຂອງລາວທຸກຄົນ ບໍ່ແມ່ນແຕ່ຄົນທີ່ຍຶດຖືກົດໝາຍຂອງໂມເຊເທົ່ານັ້ນ ແຕ່ລວມເຖິງຄົນທີ່ມີຄວາມເຊື່ອຄືອັບຣາຮາມ ຜູ້ທີ່ເປັນພໍ່ຂອງພວກເຮົາທຸກຄົນ. 17 (ຄືກັບທີ່ພະຄຳພີບອກໄວ້ວ່າ: “ເຮົາໄດ້ຕັ້ງເຈົ້າໃຫ້ເປັນພໍ່ຂອງຄົນຫຼາຍຊົນຊາດ.”) ຄຳສັນຍາຂອງພະເຈົ້າຈະເປັນຈິງຢ່າງແນ່ນອນ ແລະອັບຣາຮາມເຊື່ອໃນພະເຈົ້າຍ້ອນພະອົງເຮັດໃຫ້ຄົນຕາຍມີຊີວິດອີກໄດ້ ແລະພະອົງເວົ້າເຖິງສິ່ງທີ່ຍັງບໍ່ມີຄືກັບວ່າມີຢູ່ແລ້ວ.* 18 ເຖິງຈະເບິ່ງຄືວ່າເປັນເລື່ອງເຫຼືອເຊື່ອ ແຕ່ອັບຣາຮາມຫວັງແລະເຊື່ອວ່າລາວຈະໄດ້ເປັນພໍ່ຂອງຄົນຫຼາຍຊົນຊາດແທ້ໆ ຕາມທີ່ພະເຈົ້າບອກໄວ້ວ່າ: “ລູກຫຼານຂອງເຈົ້າຈະມີຫຼາຍຄືກັບດວງດາວໃນທ້ອງຟ້າ.” 19 ຄວາມເຊື່ອຂອງອັບຣາຮາມບໍ່ໄດ້ໜ້ອຍລົງເລີຍ ເຖິງແມ່ນລາວຮູ້ວ່າຮ່າງກາຍຂອງລາວໝົດສະພາບຄືກັບຕາຍແລ້ວ (ເພາະຕອນນັ້ນລາວອາຍຸປະມານ 100 ປີ) ແລະຊາຣາເອງກໍເປັນໝັນ. 20 ແຕ່ອັບຣາຮາມບໍ່ເຄີຍສົງໄສຄຳສັນຍາຂອງພະເຈົ້າໃນເລື່ອງນີ້ເລີຍ. ກຳລັງຂອງລາວຟື້ນຄືນມາຍ້ອນຄວາມເຊື່ອ ລາວຈຶ່ງຍົກຍ້ອງພະເຈົ້າ 21 ແລະໝັ້ນໃຈວ່າພະອົງຈະເຮັດຕາມຄຳສັນຍາໄດ້ຢ່າງແນ່ນອນ. 22 ດັ່ງນັ້ນ “ພະເຈົ້າຖືວ່າອັບຣາຮາມເປັນຄົນທີ່ພະອົງຍອມຮັບ*ຍ້ອນລາວມີຄວາມເຊື່ອ.”
23 ແຕ່ທີ່ບອກວ່າ “ພະເຈົ້າຖືວ່າອັບຣາຮາມເປັນຄົນທີ່ພະອົງຍອມຮັບ” ບໍ່ໄດ້ຂຽນໄວ້ສຳລັບອັບຣາຮາມເທົ່ານັ້ນ 24 ແຕ່ຂຽນໄວ້ສຳລັບພວກເຮົາຄືກັນ ພະເຈົ້າຈະຖືວ່າພວກເຮົາເປັນຄົນທີ່ພະອົງຍອມຮັບຍ້ອນພວກເຮົາເຊື່ອໃນພະອົງຜູ້ທີ່ປຸກພະເຢຊູຜູ້ເປັນນາຍຂອງພວກເຮົາໃຫ້ຄືນມາຈາກຕາຍ. 25 ພະເຈົ້າຍອມໃຫ້ພະເຢຊູຕາຍຍ້ອນການເຮັດຜິດຂອງພວກເຮົາແລະປຸກເພິ່ນໃຫ້ຟື້ນ ເພື່ອພະອົງຈະຖືວ່າພວກເຮົາເປັນທີ່ຍອມຮັບຂອງພະອົງໄດ້.*