ວັນພຸດທີ 22 ຕຸລາ
ຖ້າມີຄວາມເຊື່ອ ແຕ່ບໍ່ໄດ້ເຮັດຕາມ ຄວາມເຊື່ອນັ້ນກໍຕາຍແລ້ວ.—ຢກບ. 2:17
ຢາໂກໂບຊີ້ໃຫ້ເຫັນວ່າຄົນເຮົາອາດຈະເວົ້າວ່າມີຄວາມເຊື່ອ ແຕ່ສິ່ງທີ່ລາວເຮັດບໍ່ໄດ້ສະແດງວ່າລາວມີຄວາມເຊື່ອ. (ຢກບ. 2:1-5, 9) ຢາໂກໂບຍັງເວົ້າເຖິງຄົນທີ່ເຫັນພີ່ນ້ອງບໍ່ມີເຄື່ອງນຸ່ງໃສ່ແລະບໍ່ມີອາຫານກິນ ແຕ່ບໍ່ໄດ້ຊ່ວຍເຫຼືອ. ເຖິງລາວຈະເວົ້າວ່າມີຄວາມເຊື່ອ ແຕ່ຖ້າບໍ່ມີການກະທຳ ກໍບໍ່ມີປະໂຫຍດຫຍັງ. (ຢກບ. 2:14-17) ຢາໂກໂບເວົ້າເຖິງຣາຮາບວ່າເປັນຄົນທີ່ມີຄວາມເຊື່ອທີ່ສະແດງອອກໂດຍການກະທຳ. (ຢກບ. 2:25, 26) ຣາຮາບເຄີຍໄດ້ຍິນກ່ຽວກັບພະເຢໂຫວາແລະຮູ້ວ່າເພິ່ນກຳລັງຊ່ວຍຄົນອິດສະຣາເອນຢູ່. (ຢຊ. 2:9-11) ລາວສະແດງຄວາມເຊື່ອໃນພະເຢໂຫວາໂດຍປົກປ້ອງຄົນອິດສະຣາເອນ 2 ຄົນທີ່ເປັນຄົນສອດແນມ ເຊິ່ງຕົກຢູ່ໃນອັນຕະລາຍ. ຍ້ອນແນວນີ້ ຣາຮາບຈຶ່ງເປັນຄົນທີ່ພະເຈົ້າຍອມຮັບຄືກັບອັບຣາຮາມ. ຈາກຕົວຢ່າງຂອງຣາຮາບເຮົາເຫັນໄດ້ແຈ້ງວ່າ ຄວາມເຊື່ອຕ້ອງສະແດງອອກໂດຍການກະທຳ. ຫ23.12 ໜ້າ 5 ຂໍ້ 12-13
ວັນພະຫັດທີ 23 ຕຸລາ
ຂໍໃຫ້ພວກເຈົ້າຕັ້ງໝັ້ນຄົງແລະຍຶດຢູ່ກັບຮາກຖານນັ້ນ.—ອຟຊ. 3:17
ເຮົາບໍ່ຢາກເຂົ້າໃຈແຕ່ຄວາມຮູ້ພື້ນຖານໃນຄຳພີໄບເບິນເທົ່ານັ້ນ ແຕ່ເຮົາຢາກເຂົ້າໃຈ “ສິ່ງທີ່ເລິກເຊິ່ງຂອງພະເຈົ້າ” ນຳ ເຊິ່ງເຮົາເຮັດແບບນັ້ນໄດ້ໂດຍການຊ່ວຍເຫຼືອຈາກພະລັງບໍລິສຸດ. (1ກຣ. 2:9, 10) ໃຫ້ເຈົ້າຕັ້ງເປົ້າໝາຍທີ່ຈະສຶກສາສ່ວນໂຕເພື່ອຈະໃກ້ຊິດກັບພະເຢໂຫວາຫຼາຍຂຶ້ນ. ເຈົ້າອາດຄົ້ນຄວ້າວ່າພະເຢໂຫວາໄດ້ສະແດງຄວາມຮັກຕໍ່ຜູ້ຮັບໃຊ້ຂອງເພິ່ນໃນອະດີດແນວໃດ ແລະການເຮັດແບບນັ້ນສະແດງໃຫ້ເຫັນແນວໃດວ່າເພິ່ນຮັກເຈົ້າຄືກັນ. ເຈົ້າອາດຄົ້ນຄວ້າໄດ້ນຳວ່າພະເຢໂຫວາຢາກໃຫ້ພວກອິດສະຣາເອນນະມັດສະການເພິ່ນແນວໃດ ແລ້ວສົມທຽບວ່າເພິ່ນຢາກໃຫ້ເຮົານະມັດສະການເພິ່ນແນວໃດໃນທຸກມື້ນີ້ ຫຼືເຈົ້າອາດສຶກສາລະອຽດກ່ຽວກັບຄຳພະຍາກອນຕ່າງໆທີ່ພະເຢຊູເຮັດໃຫ້ເກີດຂຶ້ນແທ້ຕອນທີ່ເພິ່ນມີຊີວິດແລະຮັບໃຊ້ຢູ່ໃນໂລກນີ້. ເຈົ້າຈະມ່ວນຫຼາຍກັບການສຶກສາຫົວເລື່ອງເຫຼົ່ານີ້. ໃຫ້ເບິ່ງຂໍ້ມູນຈາກຄູ່ມືຄົ້ນຄວ້າສຳລັບພະຍານພະເຢໂຫວາ. ການສຶກສາຄຳພີໄບເບິນແບບເລິກເຊິ່ງຈະຊ່ວຍເຈົ້າໃຫ້ມີຄວາມເຊື່ອເຂັ້ມແຂງແລະຊ່ວຍເຈົ້າໃຫ້ “ພົບຄວາມຮູ້ຂອງພະເຈົ້າ.”—ສພສ. 2:4, 5. ຫ23.10 ໜ້າ 18-19 ຂໍ້ 3-5
ວັນສຸກທີ 24 ຕຸລາ
ສຳຄັນທີ່ສຸດແມ່ນໃຫ້ຮັກກັນຫຼາຍໆ ຍ້ອນຄວາມຮັກເຮັດໃຫ້ຄົນເຮົາເຕັມໃຈຍົກໂທດໃຫ້ຄົນອື່ນ.—1ປຕ. 4:8
ຄຳວ່າ “ຫຼາຍໆ” ທີ່ເປໂຕໃຊ້ ແປຕາມໂຕວ່າ “ພືອອກ.” ສ່ວນທີ 2 ຂອງຂໍ້ນີ້ເວົ້າເຖິງສິ່ງທີ່ເຮົາຈະເຮັດເມື່ອເຮົາຮັກກັນຫຼາຍໆ. ຄວາມຮັກທີ່ເຮົາມີຕໍ່ພີ່ນ້ອງສາມາດປົກປິດຄວາມຜິດຂອງເຂົາເຈົ້າໄດ້. ໃຫ້ເຮົານຶກພາບແບບນີ້ ຢູ່ໜ້າໂຕະໜ່ວຍໜຶ່ງມີຮອຍຂູດຫຼາຍບ່ອນ. ຖ້າເຮົາເອົາຜ້າຜືນໜຶ່ງມາ ແລ້ວພືອອກຈົນສຸດເພື່ອປົກໂຕະໜ່ວຍນັ້ນ ເຮົາກໍຈະປົກຮອຍຂູດທີ່ຢູ່ເທິງໂຕະໄດ້ທັງໝົດ ບໍ່ແມ່ນຮອຍຂູດໜຶ່ງຫຼືສອງບ່ອນເທົ່ານັ້ນ. ຄ້າຍຄືກັນ ຖ້າເຮົາຮັກກັນຫຼາຍໆເຮົາກໍຈະປົກຄວາມຜິດທີ່ເກີດຈາກຄວາມບໍ່ສົມບູນແບບຂອງພີ່ນ້ອງໄດ້ ບໍ່ແມ່ນຄວາມຜິດໜຶ່ງຫຼືສອງຢ່າງເທົ່ານັ້ນ ແຕ່ເຮົາຈະປົກຄຸມ “ບາບ [ຄວາມຜິດ] ໄດ້ຢ່າງຫຼວງຫຼາຍ.” ຖ້າເຮົາຮັກພີ່ນ້ອງຫຼາຍພໍ ມັນຈະຊ່ວຍເຮົາໃຫ້ຍົກໂທດໃຫ້ເຂົາເຈົ້າໄດ້ຍ້ອນຄວາມບໍ່ສົມບູນແບບຂອງເຂົາເຈົ້າ ເຖິງວ່າບາງເທື່ອມັນກໍຍາກຫຼາຍ. (ກລຊ. 3:13) ເມື່ອເຮົາຍົກໂທດໃຫ້ພີ່ນ້ອງກໍສະແດງວ່າເຮົາຮັກເຂົາເຈົ້າຫຼາຍແລະເຮົາກຳລັງເຮັດໃຫ້ພະເຢໂຫວາພໍໃຈ. ຫ23.11 ໜ້າ 10-11 ຂໍ້ 13-15