ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຂວອຕຍ25 ໜ້າ 98-108
  • ຕຸລາ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ຕຸລາ
  • ການ​ພິຈາລະນາ​ຂໍ້​ພະຄຳພີ​ປະຈຳ​ວັນ—2025
  • ຫົວຂໍ້ຍ່ອຍ
  • ວັນ​ພຸດ​ທີ 1 ຕຸລາ
  • ວັນ​ພະຫັດ​ທີ 2 ຕຸລາ
  • ວັນ​ສຸກ​ທີ 3 ຕຸລາ
  • ວັນ​ເສົາ​ທີ 4 ຕຸລາ
  • ວັນ​ອາທິດ​ທີ 5 ຕຸລາ
  • ວັນ​ຈັນ​ທີ 6 ຕຸລາ
  • ວັນ​ອັງຄານ​ທີ 7 ຕຸລາ
  • ວັນ​ພຸດ​ທີ 8 ຕຸລາ
  • ວັນ​ພະຫັດ​ທີ 9 ຕຸລາ
  • ວັນ​ສຸກ​ທີ 10 ຕຸລາ
  • ວັນ​ເສົາ​ທີ 11 ຕຸລາ
  • ວັນ​ອາທິດ​ທີ 12 ຕຸລາ
  • ວັນ​ຈັນ​ທີ 13 ຕຸລາ
  • ວັນ​ອັງຄານ​ທີ 14 ຕຸລາ
  • ວັນ​ພຸດ​ທີ 15 ຕຸລາ
  • ວັນ​ພະຫັດ​ທີ 16 ຕຸລາ
  • ວັນ​ສຸກ​ທີ 17 ຕຸລາ
  • ວັນ​ເສົາ​ທີ 18 ຕຸລາ
  • ວັນ​ອາທິດ​ທີ 19 ຕຸລາ
  • ວັນ​ຈັນ​ທີ 20 ຕຸລາ
  • ວັນ​ອັງຄານ​ທີ 21 ຕຸລາ
  • ວັນ​ພຸດ​ທີ 22 ຕຸລາ
  • ວັນ​ພະຫັດ​ທີ 23 ຕຸລາ
  • ວັນ​ສຸກ​ທີ 24 ຕຸລາ
  • ວັນ​ເສົາ​ທີ 25 ຕຸລາ
  • ວັນ​ອາທິດ​ທີ 26 ຕຸລາ
  • ວັນ​ຈັນ​ທີ 27 ຕຸລາ
  • ວັນ​ອັງຄານ​ທີ 28 ຕຸລາ
  • ວັນ​ພຸດ​ທີ 29 ຕຸລາ
  • ວັນ​ພະຫັດ​ທີ 30 ຕຸລາ
  • ວັນ​ສຸກ​ທີ 31 ຕຸລາ
ການ​ພິຈາລະນາ​ຂໍ້​ພະຄຳພີ​ປະຈຳ​ວັນ—2025
ຂວອຕຍ25 ໜ້າ 98-108

ຕຸລາ

ວັນ​ພຸດ​ທີ 1 ຕຸລາ

ສະຕິ​ປັນຍາ​ຈາກ​ພະເຈົ້າ​ນັ້ນ . . . ພ້ອມ​ຈະ​ເຊື່ອຟັງ.—ຢກບ. 3:17

ບາງ​ເທື່ອ​ເຈົ້າ​ຮູ້ສຶກ​ວ່າ​ຍາກ​ບໍ​ທີ່​ຈະ​ເຊື່ອຟັງ? ກະສັດ​ດາວິດ​ກໍ​ຮູ້ສຶກ​ແບບ​ນັ້ນ ລາວ​ຈຶ່ງ​ອະທິດຖານ​ຫາ​ພະເຈົ້າ​ວ່າ: “ຂໍ​ພະອົງ​ຊ່ວຍ​ກະຕຸ້ນ​ລູກ​ໃຫ້​ເຕັມໃຈ​ເຊື່ອຟັງ​ພະອົງ.” (ພສ. 51:12) ດາວິດ​ຮັກ​ພະ​ເຢໂຫວາ ແຕ່​ບາງ​ເທື່ອ​ລາວ​ກໍ​ຮູ້ສຶກ​ວ່າ​ຍາກ​ທີ່​ຈະ​ເຊື່ອຟັງ​ເພິ່ນ. ເຮົາ​ກໍ​ຄື​ກັນ. ຍ້ອນຫຍັງ? ເຫດຜົນ​ທີ 1 ເຮົາ​ມີ​ແນວ​ໂນ້ມ​ທີ່​ຈະ​ເປັນ​ຄົນ​ບໍ່​ເຊື່ອຟັງ​ມາ​ຕັ້ງແຕ່​ເກີດ. ເຫດຜົນ​ທີ 2 ຊາຕານ​ພະຍາຍາມ​ເຮັດ​ໃຫ້​ເຮົາ​ເປັນ​ຄົນ​ຂືນ​ອຳນາດ​ພະ​ເຢໂຫວາ​ຄື​ກັບ​ມັນ. (2ກຣ. 11:3) ເຫດຜົນ​ທີ 3 ເຮົາ​ຢູ່​ໃນ​ໂລກ​ທີ່​ຄົນ​ມີ​ນ້ຳໃຈ​ມັກ​ຂືນ​ອຳນາດ. “ນ້ຳໃຈ​ນີ້ . . . ກຳລັງ​ມີ​ອິດທິພົນ​ຕໍ່​ຄົນ​ທີ່​ບໍ່​ເຊື່ອຟັງ.” (ອຟຊ. 2:2) ດັ່ງນັ້ນ ເຮົາ​ຕ້ອງ​ອອກ​ຄວາມ​ພະຍາຍາມ​ຫຼາຍ​ແທ້ໆ​ທີ່​ຈະ​ຕໍ່ສູ້​ກັບ​ຄວາມ​ບໍ່​ສົມບູນແບບ​ຂອງ​ໂຕ​ເຮົາ​ເອງ ຕໍ່ສູ້​ກັບ​ຊາຕານ​ແລະ​ໂລກ​ນີ້ ເພື່ອ​ຈະ​ເຊື່ອຟັງ​ພະ​ເຢໂຫວາ​ແລະ​ຜູ້​ທີ່​ເພິ່ນ​ຍອມ​ໃຫ້​ມີ​ອຳນາດ. ຫ23.10 ໜ້າ 6 ຂໍ້ 1

ວັນ​ພະຫັດ​ທີ 2 ຕຸລາ

ເຈົ້າ​ພັດ​ເອົາ​ເຫຼົ້າແວງ​ດີໆ​ໄວ້​ຈົນ​ຮອດ​ຕອນນີ້.—ຢຮ. 2:10

ເຮົາ​ໄດ້​ຮຽນ​ຫຍັງ​ຈາກ​ການ​ອັດສະຈັນ​ທີ່​ພະ​ເຢຊູ​ປ່ຽນ​ນ້ຳ​ເປັນ​ເຫຼົ້າແວງ? ເຮົາ​ໄດ້​ຮຽນ​ເລື່ອງ​ຄວາມ​ຖ່ອມ. ພະ​ເຢຊູ​ບໍ່​ໄດ້​ອວດ​ວ່າ​ເພິ່ນ​ເຮັດ​ການ​ອັດສະຈັນ​ນີ້ ແຕ່​ທີ່ຈິງ​ເພິ່ນ​ບໍ່​ເຄີຍ​ອວດ​ຄວາມ​ສຳເລັດ​ຂອງ​ໂຕເອງ​ເລີຍ. ກົງ​ກັນ​ຂ້າມ ເພິ່ນ​ຖ່ອມ​ແລະ​ສັນລະເສີນ​ພະ​ເຢໂຫວາ​ສະເໝີ​ແລະ​ບອກ​ວ່າ​ພະ​ເຢໂຫວາ​ເປັນ​ຜູ້​ທີ່​ຊ່ວຍ​ເພິ່ນ​ໃຫ້​ເຮັດ​ສິ່ງ​ນີ້​ໄດ້. (ຢຮ. 5:19, 30; 8:28) ຖ້າ​ເຮົາ​ຮຽນ​ແບບ​ພະ​ເຢຊູ​ໂດຍ​ເປັນ​ຄົນ​ຖ່ອມ ເຮົາ​ກໍ​ຈະ​ບໍ່​ອວດ​ຄວາມ​ສຳເລັດ​ຂອງ​ເຮົາ. ເຮົາ​ບໍ່​ຄວນ​ອວດ​ກ່ຽວກັບ​ໂຕເອງ ແຕ່​ໃຫ້​ເຮົາ​ອວດ​ເລື່ອງ​ຂອງ​ພະ​ເຢໂຫວາ​ພະເຈົ້າ​ທີ່​ໃຫ້​ເຮົາ​ມີ​ສິດທິ​ພິເສດ​ໄດ້​ຮັບໃຊ້​ເພິ່ນ. (ຢຣມ. 9:23, 24) ໃຫ້​ເຮົາ​ຍ້ອງຍໍ​ສັນລະເສີນ​ພະ​ເຢໂຫວາ ເພາະ​ຖ້າ​ເພິ່ນ​ບໍ່​ຊ່ວຍ​ເຮົາ ເຮົາ​ກໍ​ບໍ່​ສາມາດ​ເຮັດ​ສິ່ງ​ດີໆ​ໄດ້​ສຳເລັດ. (1ກຣ. 1:26-31) ຖ້າ​ເຮົາ​ຖ່ອມ ເຮົາ​ຈະ​ບໍ່​ຖື​ວ່າ​ຄົນ​ອື່ນ​ເຮັດ​ອັນ​ໃດ​ໄດ້​ດີ​ເປັນ​ຍ້ອນ​ເຮົາ​ຊ່ວຍ​ລາວ ແຕ່​ເຮົາ​ຮູ້​ວ່າ​ພະ​ເຢໂຫວາ​ເຫັນ​ສິ່ງ​ທີ່​ເຮົາ​ເຮັດ ແລະ​ພະອົງ​ກໍ​ເຫັນຄ່າ. (ສົມທຽບ​ກັບ​ມັດທາຍ 6:2-4; ຮຣ. 13:16) ຖ້າ​ເຮົາ​ຮຽນ​ແບບ​ພະ​ເຢຊູ​ໃນ​ເລື່ອງ​ຄວາມ​ຖ່ອມ ພະ​ເຢໂຫວາ​ກໍ​ຈະ​ພໍໃຈ​ເຮົາ.—1ປຕ. 5:6. ຫ23.04 ໜ້າ 4 ຂໍ້ 9; ໜ້າ 5 ຂໍ້ 11-12

ວັນ​ສຸກ​ທີ 3 ຕຸລາ

ຢ່າ​ຄິດ​ເຖິງ​ແຕ່​ໂຕເອງ ໃຫ້​ຄິດ​ເຖິງ​ຄົນ​ອື່ນ​ນຳ.—ຟລປ. 2:4

ໂປໂລ​ສະໜັບສະໜູນ​ພີ່ນ້ອງ​ຄລິດສະຕຽນ​ໃຫ້​ເຫັນ​ແກ່​ຜົນ​ປະໂຫຍດ​ຂອງ​ຄົນ​ອື່ນ​ນຳ. ເຮົາ​ຈະ​ເອົາ​ຂໍ້​ນີ້​ມາ​ໃຊ້​ກັບ​ການ​ປະຊຸມ​ໄດ້​ແນວ​ໃດ? ເຮົາ​ຕ້ອງ​ຈື່​ໄວ້​ວ່າ​ພີ່ນ້ອງ​ຄົນ​ອື່ນ​ໃນ​ປະຊາຄົມ​ກໍ​ຢາກ​ອອກ​ຄວາມ​ຄິດ​ເຫັນ​ຄື​ກັນ. ລອງ​ຄິດ​ແບບ​ນີ້ ຕອນ​ທີ່​ເຈົ້າ​ລົມ​ກັບ​ໝູ່ ເຈົ້າ​ຈະ​ເວົ້າ​ຢູ່​ແຕ່​ຝ່າຍ​ດຽວ​ຈົນ​ໝູ່​ບໍ່​ມີ​ໂອກາດ​ໄດ້​ເວົ້າ​ບໍ? ເຈົ້າ​ຄື​ຊິ​ບໍ່​ຢາກ​ເຮັດ​ແບບ​ນັ້ນ​ແນ່ນອນ. ເຈົ້າ​ຢາກ​ໃຫ້​ໝູ່​ໄດ້​ເວົ້າ​ນຳ. ໃນ​ການ​ປະຊຸມ​ກໍ​ຄື​ກັນ ເຮົາ​ຢາກ​ໃຫ້​ທຸກ​ຄົນ​ມີ​ໂອກາດ​ອອກ​ຄວາມ​ຄິດ​ເຫັນ. ທີ່ຈິງ ວິທີ​ໜຶ່ງ​ທີ່​ດີ​ທີ່​ສຸດ​ທີ່​ເຮົາ​ຈະ​ໃຫ້​ກຳລັງ​ໃຈ​ພີ່ນ້ອງ​ໄດ້​ກໍ​ຄື ໃຫ້​ໂອກາດ​ເຂົາເຈົ້າ​ເວົ້າ​ເຖິງ​ຄວາມ​ເຊື່ອ​ຂອງ​ໂຕເອງ. (1ກຣ. 10:24) ໃຫ້​ພະຍາຍາມ​ອອກ​ຄວາມ​ຄິດ​ເຫັນ​ແບບ​ສັ້ນໆ​ເພື່ອ​ຈະ​ໃຫ້​ຄົນ​ອື່ນ​ມີ​ໂອກາດ​ໄດ້​ອອກ​ຄວາມ​ຄິດ​ເຫັນ​ຫຼາຍ​ຂຶ້ນ. ເຖິງ​ວ່າ​ເຈົ້າ​ຈະ​ຕອບ​ສັ້ນໆ ແຕ່​ກໍ​ພະຍາຍາມ​ຢ່າ​ຕອບ​ຫຼາຍ​ຈຸດ​ເກີນ​ໄປ. ຖ້າ​ເຈົ້າ​ຕອບ​ທຸກ​ຈຸດ​ໃນ​ຂໍ້​ນີ້​ໝົດ​ແລ້ວ ຄົນ​ອື່ນໆ​ກໍ​ບໍ່​ຮູ້​ວ່າ​ຈະ​ຕອບ​ຫຍັງ. ຫ23.04 ໜ້າ 22-23 ຂໍ້ 11-13

ວັນ​ເສົາ​ທີ 4 ຕຸລາ

ຂ້ອຍ​ເຮັດ​ທຸກ​ຢ່າງ​ເພື່ອ​ຂ່າວ​ດີ ເພື່ອ​ຂ້ອຍ​ຈະ​ໄດ້​ປະກາດ​ຂ່າວ​ດີ​ກັບ​ຄົນ​ອື່ນໆ.—1ກຣ. 9:23

ເຮົາ​ຄວນ​ຈື່​ໄວ້​ວ່າ​ເປັນ​ເລື່ອງ​ສຳຄັນ​ທີ່​ເຮົາ​ຕ້ອງ​ຊ່ວຍ​ເຫຼືອ​ຄົນ​ອື່ນ​ຕໍ່ໆ​ໄປ​ໂດຍ​ສະເພາະ​ແມ່ນ​ທາງ​ການ​ປະກາດ.  ເມື່ອ​ເຮັດ​ວຽກ​ປະກາດ ເຮົາ​ຕ້ອງ​ຜ່ອນ​ສັ້ນ​ຜ່ອນ​ຍາວ ເພາະ​ວ່າ​ເຮົາ​ເຈິ​ກັບ​ຄົນ​ທີ່​ມີ​ຄວາມ​ເຊື່ອ​ແຕກຕ່າງ​ກັນ ຄິດ​ບໍ່​ຄື​ກັນ ແລະ​ມີ​ວັດທະນະທຳ​ທີ່​ແຕກຕ່າງ​ກັນ. ອັກຄະສາວົກ​ໂປໂລ​ກໍ​ເປັນ​ຄົນ​ທີ່​ພ້ອມ​ຈະ​ປັບ​ຕົວ ແລະ​ເຮົາ​ກໍ​ສາມາດ​ຮຽນ​ຈາກ​ຕົວຢ່າງ​ຂອງ​ລາວ​ໄດ້. ພະ​ເຢຊູ​ແຕ່ງຕັ້ງ​ໂປໂລ​ໃຫ້​ເປັນ “ອັກຄະສາວົກ​ທີ່​ຖືກ​ສົ່ງ​ໄປ​ຫາ​ຄົນ​ຕ່າງ​ຊາດ.” (ຣມ. 11:13) ດັ່ງນັ້ນ ໂປໂລ​ປະກາດ​ກັບ​ທັງ​ຄົນ​ຢິວ ຄົນ​ກຣີກ ຄົນ​ທີ່​ມີ​ຄວາມ​ຮູ້ ຄົນ​ທຳມະດາ ຄົນ​ທີ່​ມີ​ຕຳແໜ່ງ​ສູງ ແລະ​ກະສັດ.  ເພື່ອ​ໂປໂລ​ຈະ​ປະກາດ​ໃນ​ແບບ​ທີ່​ເຂົ້າ​ເຖິງ​ຫົວໃຈ​ຂອງ​ຄົນ​ທີ່​ມີ​ຄວາມ​ແຕກຕ່າງ​ຫຼາຍ​ຂະໜາດ​ນັ້ນ​ໄດ້ ລາວ​ໄດ້​ຍອມ​ປັບ​ຕົວ “ເປັນ​ຄົນ​ທຸກ​ຊະນິດ.” (1ກຣ. 9:19-22) ລາວ​ຄິດ​ເຖິງ​ຄວາມ​ເຊື່ອ​ແລະ​ວັດທະນະທຳ​ຂອງ​ຜູ້​ຟັງ​ແລະ​ປັບ​ວິທີ​ທີ່​ຈະ​ປະກາດ​ກັບ​ເຂົາເຈົ້າ. ເຮົາ​ສາມາດ​ເຮັດ​ແບບ​ນັ້ນ​ໄດ້​ຄື​ກັນ. ເພື່ອ​ເຮົາ​ຈະ​ເຮັດ​ວຽກ​ຮັບໃຊ້​ໄດ້​ເກັ່ງ​ຂຶ້ນ ເຮົາ​ກໍ​ຕ້ອງ​ພ້ອມ​ທີ່​ຈະ​ປັບ​ຕົວ​ແລະ​ພະຍາຍາມ​ຊອກ​ວິທີ​ທີ່​ດີ​ທີ່​ສຸດ​ທີ່​ຈະ​ປະກາດ​ໃຫ້​ເໝາະ​ກັບ​ຜູ້​ຟັງ​ແຕ່​ລະ​ຄົນ. ຫ23.07 ໜ້າ 23 ຂໍ້ 11-12

ວັນ​ອາທິດ​ທີ 5 ຕຸລາ

ທາດ​ຂອງ​ຜູ້​ເປັນ​ນາຍ​ບໍ່​ຄວນ​ຜິດ​ຖຽງ​ກັບ​ຜູ້​ໃດ ແຕ່​ຄວນ​ສຸພາບ​ອ່ອນໂຍນ​ຕໍ່​ທຸກ​ຄົນ.—2ຕມ. 2:24

ຄົນ​ທີ່​ອ່ອນໂຍນ​ແມ່ນ​ຄົນ​ທີ່​ເຂັ້ມແຂງ ບໍ່​ແມ່ນ​ຄົນ​ອ່ອນແອ. ຍ້ອນ​ລາວ​ຕ້ອງ​ພະຍາຍາມ​ຫຼາຍ​ແທ້ໆ​ທີ່​ຈະ​ໃຈ​ເຢັນ​ຕອນ​ທີ່​ເຈິ​ເລື່ອງ​ທີ່​ເຮັດ​ໃຫ້​ເຄັ່ງ​ຕຶງ. ຄວາມ​ອ່ອນໂຍນ​ເປັນ​ຜົນ​ຢ່າງ​ໜຶ່ງ​ທີ່​ເກີດ​ຈາກ​ພະລັງ​ຂອງ​ພະເຈົ້າ. (ຄລຕ. 5:22, 23) ບາງ​ເທື່ອ​ຄຳ​ພາສາ​ກຣີກ​ທີ່​ແປ​ວ່າ “ຄວາມ​ອ່ອນໂຍນ” ໃຊ້​ເພື່ອ​ພັນລະນາ​ກ່ຽວກັບ​ມ້າ​ປ່າ​ທີ່​ຖືກ​ລ້ຽງ​ໃຫ້​ເຊື່ອຟັງ. ເຖິງ​ວ່າ​ມ້າ​ປ່າ​ຈະ​ເຊື່ອຟັງ ແຕ່​ມັນ​ກໍ​ແຂງແຮງ. ແລ້ວ​ເຮົາ​ເດ ເຮົາ​ຈະ​ເປັນ​ຄົນ​ທີ່​ອ່ອນໂຍນ​ແລະ​ໃນ​ເວລາ​ດຽວ​ກັນ​ກໍເປັນ​ຄົນ​ທີ່​ເຂັ້ມແຂງ​ໄດ້​ແນວ​ໃດ? ເຮົາ​ບໍ່​ສາມາດ​ເຮັດ​ແບບ​ນັ້ນ​ໄດ້​ດ້ວຍ​ກຳລັງ​ຂອງ​ໂຕເອງ. ເຮົາ​ຕ້ອງ​ອະທິດຖານ​ຂໍ​ພະລັງ​ບໍລິສຸດ​ຈາກ​ພະເຈົ້າ ຂໍ​ໃຫ້​ເພິ່ນ​ຊ່ວຍ​ເຮົາ​ໃຫ້​ມີ​ຄຸນລັກສະນະ​ນີ້. ຈາກ​ປະສົບການ​ຂອງ​ຫຼາຍ​ຄົນ​ສະແດງ​ໃຫ້​ເຫັນ​ວ່າ​ເປັນ​ໄປ​ໄດ້​ທີ່​ເຮົາ​ຈະ​ເປັນ​ຄົນ​ອ່ອນໂຍນ. ຕົວຢ່າງ​ເຊັ່ນ: ພີ່ນ້ອງ​ຫຼາຍ​ຄົນ​ໄດ້​ຕອບ​ແບບ​ອ່ອນໂຍນ​ເມື່ອ​ມີ​ຄົນ​ເຮັດ​ໃຫ້​ເຂົາເຈົ້າ​ໃຈ​ຮ້າຍ. ການ​ເຮັດ​ແບບ​ນີ້​ເຮັດ​ໃຫ້​ຄົນ​ທີ່​ສັງເກດ​ເຫັນ​ຮູ້ສຶກ​ດີ​ຕໍ່​ພະຍານ​ພະ​ເຢໂຫວາ.—2ຕມ. 2:24, 25. ຫ23.09 ໜ້າ 15 ຂໍ້ 3

ວັນ​ຈັນ​ທີ 6 ຕຸລາ

ຂ້ອຍ​ໄດ້​ອະທິດຖານ . . . ແລະ​ພະ​ເຢໂຫວາ​ກໍ​ໄດ້​ໃຫ້​ຕາມ​ທີ່​ຂ້ອຍ​ຂໍ.—1ຊມ. 1:27

ອັກຄະສາວົກ​ໂຢຮັນ​ເຫັນ​ນິມິດ​ທີ່​ເຮັດ​ໃຫ້​ລາວ​ຮູ້ສຶກ​ປະທັບໃຈ​ແລະ​ໜ້າ​ເກງ​ຂາມ. ລາວ​ເຫັນ​ຜູ້​ປົກຄອງ 24 ຄົນ​ໃນ​ສະຫວັນ​ກຳລັງ​ໝູບ​ໜ້າ​ລົງ​ແລະ​ນະມັດສະການ​ພະ​ເຢໂຫວາ. ເຂົາເຈົ້າ​ສັນລະເສີນ​ພະ​ເຢໂຫວາ​ແລະ​ເວົ້າ​ວ່າ: “ພະອົງ​ສົມຄວນ​ໄດ້​ຮັບ​ການ​ຍົກຍ້ອງ​ສັນລະເສີນ ຄວາມ​ນັບຖື ແລະ​ລິດເດດ.” (ພນມ. 4:10, 11) ນອກ​ຈາກ​ນັ້ນ ທູດສະຫວັນ​ທີ່​ສັດຊື່​ກໍ​ສັນລະເສີນ​ພະ​ເຢໂຫວາ​ຄື​ກັນ. ເຂົາເຈົ້າ​ຢູ່​ໃນ​ສະຫວັນ​ແລະ​ເຫັນ​ສິ່ງ​ທີ່​ເພິ່ນ​ເຮັດ ເຂົາເຈົ້າ​ກໍ​ເລີຍ​ຮູ້​ດີ​ວ່າ​ພະ​ເຢໂຫວາ​ເປັນ​ພະເຈົ້າ​ແບບ​ໃດ​ແລະ​ມີ​ຄຸນລັກສະນະ​ຫຍັງ​ແດ່. ນີ້​ຈຶ່ງ​ເຮັດ​ໃຫ້​ເຂົາເຈົ້າ​ຢາກ​ສັນລະເສີນ​ເພິ່ນ. (ໂຢບ 38:4-7) ເຮົາ​ກໍ​ຄວນ​ສັນລະເສີນ​ພະ​ເຢໂຫວາ​ໃນ​ຄຳ​ອະທິດຖານ​ຂອງ​ເຮົາ​ຄື​ກັນ. ບອກ​ພະ​ເຢໂຫວາ​ໃຫ້​ຮູ້​ວ່າ​ເຮົາ​ຮັກ​ແລະ​ນັບຖື​ເພິ່ນ​ຫຼາຍ​ສ່ຳ​ໃດ. ຕອນ​ທີ່​ເຈົ້າ​ອ່ານ​ແລະ​ສຶກສາ​ຄົ້ນຄວ້າ​ຄຳພີ​ໄບເບິນ ໃຫ້​ເຈົ້າ​ລອງ​ສັງເກດ​ວ່າ​ເຈົ້າ​ປະທັບໃຈ​ຄຸນລັກສະນະ​ອັນ​ໃດ​ຂອງ​ພະ​ເຢໂຫວາ​ເປັນ​ພິເສດ. (ໂຢບ 37:23; ຣມ. 11:33) ເມື່ອ​ເຈົ້າ​ອະທິດຖານ​ກໍ​ໃຫ້​ບອກ​ພະ​ເຢໂຫວາ​ວ່າ​ເຈົ້າ​ຮູ້ສຶກ​ແນວ​ໃດ​ກັບ​ຄຸນລັກສະນະ​ນີ້​ຂອງ​ເພິ່ນ. ນອກ​ຈາກ​ນັ້ນ ເຮົາ​ຍັງ​ສັນລະເສີນ​ພະ​ເຢໂຫວາ​ຍ້ອນ​ສິ່ງ​ທີ່​ເພິ່ນ​ເຮັດ​ເພື່ອ​ເຮົາ​ແລະ​ເພື່ອ​ພີ່ນ້ອງ​ຂອງ​ເຮົາ​ຢູ່​ທົ່ວ​ໂລກ.—1ຊມ. 2:1, 2. ຫ23.05 ໜ້າ 3-4 ຂໍ້ 6-7

ວັນ​ອັງຄານ​ທີ 7 ຕຸລາ

ໃຊ້​ຊີວິດ​ໃຫ້​ສົມ​ກັບ​ການ​ເປັນ​ຜູ້​ຮັບໃຊ້​ພະ​ເຢໂຫວາ.—ກລຊ. 1:10

ໃນ​ປີ 1919 ຄົນ​ຂອງ​ພະເຈົ້າ​ໄດ້​ເປັນ​ອິດສະຫຼະ​ຈາກ​ບາບີໂລນ​ໃຫຍ່. ໃນ​ປີ​ດຽວ​ກັນ​ນັ້ນ​ກໍ​ເລີ່ມ​ມີ “ທາດ​ທີ່​ສັດຊື່​ແລະ​ສຸຂຸມ.” ເຂົາເຈົ້າ​ໄດ້​ຊ່ວຍ​ຄົນ​ທີ່​ມີ​ຫົວໃຈ​ທີ່​ດີ​ໃຫ້​ຍ່າງ​ໃນ “ທາງ​ບໍລິສຸດ” ທີ່​ຫາກໍ​ເລີ່ມ​ເປີດ​ໃຫ້​ໃຊ້. (ມທ. 24:45-47; ອຊຢ. 35:8) ສິ່ງ​ທີ່​ຄົນ​ໃນ​ສະໄໝ​ກ່ອນ​ໄດ້​ເຮັດ​ເພື່ອ​ກຽມ​ທາງ​ໄວ້​ໄດ້​ຊ່ວຍ​ຄົນ​ໃໝ່ໆ​ເຫຼົ່າ​ນີ້​ໃຫ້​ຮູ້​ຈັກ​ພະ​ເຢໂຫວາ​ແລະ​ຄວາມ​ຕ້ອງການ​ຂອງ​ເພິ່ນ​ຫຼາຍ​ຂຶ້ນ. (ສພສ. 4:18) ແຕ່​ພະ​ເຢໂຫວາ​ບໍ່​ໄດ້​ຄາດໝາຍ​ໃຫ້​ຄົນ​ຂອງ​ເພິ່ນ​ປ່ຽນແປງ​ໂຕເອງ​ໄດ້​ທັງໝົດ​ພາຍ​ໃນ​ເທື່ອ​ດຽວ. ເພິ່ນ​ຄ່ອຍໆ​ໃຫ້​ເຂົາເຈົ້າ​ສະອາດ​ຂຶ້ນ​ໃນ​ເລື່ອງ​ການ​ນະມັດສະການ. ລອງ​ຄິດ​ເບິ່ງ​ວ່າ​ເຮົາ​ຈະ​ມີ​ຄວາມ​ສຸກ​ຫຼາຍ​ສ່ຳ​ໃດ​ຖ້າ​ທຸກ​ຢ່າງ​ທີ່​ເຮົາ​ເຮັດ​ຈະ​ເຮັດ​ໃຫ້​ພະ​ເຢໂຫວາ​ພໍໃຈ. ເສັ້ນ​ທາງ​ທຸກ​ເສັ້ນ​ກໍ​ຕ້ອງ​ໄດ້​ມີ​ການ​ບຳລຸງ​ຮັກສາ​ເປັນ​ປະຈຳ​ເພື່ອ​ຈະ​ໃຫ້​ມີ​ສະພາບ​ດີ​ຕະຫຼອດ. ຕັ້ງແຕ່​ປີ 1919 ທາດ​ທີ່​ສັດຊື່​ແລະ​ສຸຂຸມ​ທີ່​ຫາກໍ​ຖືກ​ແຕ່ງຕັ້ງ​ໄດ້​ເຮັດ​ແບບ​ນັ້ນ​ກັບ “ທາງ​ບໍລິສຸດ” ເພື່ອ​ຊ່ວຍ​ຫຼາຍ​ຄົນ​ໃຫ້​ອອກ​ຈາກ​ບາບີໂລນ​ໃຫຍ່. ຫ23.05 ໜ້າ 17 ຂໍ້ 15; ໜ້າ 19 ຂໍ້ 16

ວັນ​ພຸດ​ທີ 8 ຕຸລາ

ເຮົາ​ຈະ​ບໍ່​ປະ​ບໍ່​ຖິ້ມ​ເຈົ້າ.—ຮຣ. 13:5

ຄະນະ​ກຳມະການ​ປົກຄອງ​ຍັງ​ໄດ້​ຝຶກ​ຜູ້​ຊ່ວຍ​ຄະນະ​ກຳມະການ​ຝ່າຍ​ຕ່າງໆ​ຂອງ​ຄະນະ​ກຳມະການ​ປົກຄອງ​ນຳ​ອີກ. ຕອນນີ້ ຜູ້​ຊ່ວຍ​ເຫຼົ່າ​ນີ້​ກຳລັງ​ເຮັດ​ໜ້າທີ່​ຮັບ​ຜິດ​ຊອບ​ທີ່​ສຳຄັນ​ຫຼາຍ​ຢ່າງ​ໃນ​ອົງການ​ຂອງ​ພະ​ເຢໂຫວາ ແລະ​ເຂົາເຈົ້າ​ກໍ​ພ້ອມ​ທີ່​ຈະ​ເຮັດ​ໜ້າທີ່​ເບິ່ງແຍງ​ແກະ​ຂອງ​ພະຄລິດ​ຕໍ່ໆ​ໄປ. ການ​ນະມັດສະການ​ແທ້​ຈະ​ຍັງ​ມີ​ຢູ່​ຕໍ່​ໄປ​ໃນ​ໂລກ​ເຖິງ​ວ່າ​ຜູ້​ຖືກ​ເລືອກ​ຂຶ້ນ​ໄປ​ສະຫວັນ​ໝົດ​ແລ້ວ​ຕອນ​ຄວາມ​ທຸກ​ລຳບາກ​ຄັ້ງ​ໃຫຍ່​ໃກ້​ຈະ​ຈົບ. ຍ້ອນ​ເຮົາ​ມີ​ພະ​ເຢຊູ​ເປັນ​ຜູ້​ນຳ ເຮົາ​ຈຶ່ງ​ນະມັດສະການ​ພະ​ເຢໂຫວາ​ຢ່າງ​ສັດຊື່​ຕໍ່ໆ​ໄປ​ໄດ້. ເຖິງ​ວ່າ​ຕອນ​ນັ້ນ​ເຮົາ​ຈະ​ຖືກ​ໂຄກ​ແຫ່ງ​ມາໂຄກ​ເຊິ່ງ​ກໍ​ຄື​ກຸ່ມ​ຊາດ​ຕ່າງໆ​ໂຈມຕີ ແຕ່​ການ​ໂຈມຕີ​ນັ້ນ​ຈະ​ບໍ່​ສຳເລັດ. (ອຊກ. 38:18-20) ເຂົາເຈົ້າ​ຈະ​ບໍ່​ສາມາດ​ຂັດຂວາງ​ຄົນ​ຂອງ​ພະ​ເຢໂຫວາ​ໃຫ້​ເຊົາ​ນະມັດສະການ​ເພິ່ນ​ໄດ້. ເພິ່ນ​ຈະ​ປົກປ້ອງ​ເຂົາເຈົ້າ​ແນ່ນອນ! ໃນ​ນິມິດ ອັກຄະສາວົກ​ໂຢຮັນ​ບອກ​ວ່າ ລາວ​ເຫັນ “ຄົນ​ກຸ່ມ​ໃຫຍ່” ເຊິ່ງ​ເປັນ​ແກະ​ອື່ນ​ຂອງ​ພະຄລິດ​ລອດ​ຜ່ານ “ຄວາມ​ທຸກ​ລຳບາກ​ຄັ້ງ​ໃຫຍ່.” (ພນມ. 7:9, 14) ແມ່ນ​ແລ້ວ ພະ​ເຢໂຫວາ​ຈະ​ຊ່ວຍ​ປະຊາຊົນ​ຂອງ​ເພິ່ນ​ໃຫ້​ລອດ! ຫ24.02 ໜ້າ 5-6 ຂໍ້ 13-14

ວັນ​ພະຫັດ​ທີ 9 ຕຸລາ

ຢ່າ​ມອດ​ໄຟ​ໃນ​ໂຕ​ພວກ​ເຈົ້າ​ທີ່​ເກີດ​ຈາກ​ພະລັງ​ຂອງ​ພະເຈົ້າ.—1ທຊ. 5:19

ເຮົາ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ຈະ​ໄດ້​ຮັບ​ພະລັງ​ບໍລິສຸດ? ເຮົາ​ຕ້ອງ​ອະທິດຖານ​ຂໍ​ພະລັງ​ບໍລິສຸດ​ຈາກ​ພະ​ເຢໂຫວາ ອ່ານ​ແລະ​ສຶກສາ​ຄົ້ນຄວ້າ​ຄຳພີ​ໄບເບິນ ແລະ​ໃກ້ຊິດ​ກັບ​ອົງການ​ຂອງ​ພະ​ເຢໂຫວາ​ທີ່​ໄດ້​ຮັບ​ການ​ຊີ້ນຳ​ຈາກ​ພະລັງ​ບໍລິສຸດ. ການ​ເຮັດ​ແບບ​ນີ້​ຈະ​ຊ່ວຍ​ເຮົາ​ໃຫ້​ມີ “ຜົນ​ທີ່​ເກີດ​ຈາກ​ພະລັງ​ຂອງ​ພະເຈົ້າ.” (ຄລຕ. 5:22, 23) ພະເຈົ້າ​ໃຫ້​ພະລັງ​ບໍລິສຸດ​ສະເພາະ​ຄົນ​ທີ່​ຄິດ​ແລະ​ເຮັດ​ໃນ​ສິ່ງ​ທີ່​ສະອາດ​ໃນ​ສາຍ​ຕາ​ຂອງ​ເພິ່ນ. ເພິ່ນ​ຈະ​ບໍ່​ໃຫ້​ພະລັງ​ບໍລິສຸດ​ກັບ​ເຮົາ ຖ້າ​ເຮົາ​ຄິດ​ແລະ​ເຮັດ​ສິ່ງ​ທີ່​ບໍ່​ສະອາດ​ຢູ່​ເລື້ອຍໆ. (1ທຊ. 4:7, 8) ນອກ​ຈາກ​ນັ້ນ ເພື່ອ​ເຮົາ​ຈະ​ໄດ້​ຮັບ​ພະລັງ​ບໍລິສຸດ​ຈາກ​ພະເຈົ້າ​ຕໍ່ໆ​ໄປ ເຮົາ​ຕ້ອງ​ບໍ່ “ດູຖູກ​ຄຳ​ພະຍາກອນ.” (1ທຊ. 5:20) ຄຳ​ວ່າ “ຄຳ​ພະຍາກອນ” ໃນ​ຂໍ້​ພະຄຳພີ​ນີ້​ໝາຍເຖິງ​ຂ່າວ​ສານ​ທີ່​ໄດ້​ຮັບ​ຈາກ​ການ​ດົນໃຈ​ຈາກ​ພະລັງ​ຂອງ​ພະເຈົ້າ ເຊິ່ງ​ລວມ​ເຖິງ​ເລື່ອງ​ວັນ​ຂອງ​ພະ​ເຢໂຫວາ​ແລະ​ເລື່ອງ​ທີ່​ວ່າ​ສະໄໝ​ຂອງ​ເຮົາ​ເປັນ​ສະໄໝ​ທີ່​ຮີບ​ດ່ວນ. ດັ່ງນັ້ນ ເຮົາ​ຕ້ອງ​ບໍ່​ຄິດ​ວ່າ​ຍັງ​ອີກ​ດົນ​ຊົ່ວ​ວັນ​ຂອງ​ພະ​ເຢໂຫວາ​ຊິ​ມາ​ຮອດ​ແລະ​ອາມາເຄໂດນ​ກໍ​ຄື​ຊິ​ບໍ່​ມາ​ໃນ​ຊ່ວງ​ທີ່​ເຮົາ​ມີ​ຊີວິດ​ຢູ່​ດອກ. ແທນ​ທີ່​ຈະ​ຄິດ​ແບບ​ນັ້ນ ເຮົາ​ຕ້ອງ​ຄິດ​ວ່າ​ວັນ​ນັ້ນ​ໃກ້​ເຂົ້າ​ມາ​ຫຼາຍ​ແລ້ວ​ໂດຍ​ເຮັດ​ສິ່ງ​ທີ່​ພະ​ເຢໂຫວາ​ຕ້ອງການ​ແລະ “ເຮັດ​ສິ່ງ​ທີ່​ສະແດງ​ວ່າ [ເຮົາ] ເຫຼື້ອມ​ໃສ​ພະເຈົ້າ.”—2ປຕ. 3:11, 12. ຫ23.06 ໜ້າ 12 ຂໍ້ 13-14

ວັນ​ສຸກ​ທີ 10 ຕຸລາ

ການ​ຢ້ານຢຳ​ພະ​ເຢໂຫວາ​ເປັນ​ຈຸດ​ເລີ່ມ​ຕົ້ນ​ຂອງ​ສະຕິ​ປັນຍາ.—ສພສ. 9:10

ຖ້າ​ຕອນ​ທີ່​ເຮົາ​ຫຼິ້ນ​ໂທລະສັບ​ຫຼື​ຄອມພິວເຕີ ແລ້ວ​ຢູ່​ດີໆ​ກໍ​ມີ​ພາບ​ລາມົກ​ຂຶ້ນ​ມາ​ໜ້າ​ຈໍ. ເຮົາ​ຄວນ​ເຮັດ​ແນວ​ໃດ? ເຮົາ​ຕ້ອງ​ບໍ່​ເບິ່ງ​ແລະ​ລຶບ​ຖິ້ມ​ທັນທີ. ຖ້າ​ເຮົາ​ຄິດ​ວ່າ​ສິ່ງ​ສຳຄັນ​ທີ່​ສຸດ​ສຳລັບ​ເຮົາ​ແມ່ນ​ການ​ມີ​ສາຍ​ສຳພັນ​ທີ່​ດີ​ກັບ​ພະ​ເຢໂຫວາ ເຮົາ​ກໍ​ຈະ​ເຮັດ​ແບບ​ນັ້ນ​ໄດ້​ບໍ່​ຍາກ​ເລີຍ. ທີ່ຈິງ ຮູບ​ທີ່​ບາງ​ຄົນ​ບໍ່​ໄດ້​ຖື​ວ່າ​ເປັນ​ເລື່ອງ​ລາມົກ​ກໍ​ອາດ​ກະຕຸ້ນ​ຄວາມ​ຮູ້ສຶກ​ທາງ​ເພດ​ໄດ້. ເປັນ​ຫຍັງ​ເຮົາ​ຕ້ອງ​ບໍ່​ເບິ່ງ​ຮູບ​ເຫຼົ່າ​ນີ້? ຍ້ອນ​ເຮົາ​ບໍ່​ຢາກ​ໃຫ້​ສິ່ງ​ໃດ​ກໍ​ຕາມ​ທີ່​ກະຕຸ້ນ​ເຮົາ​ໃຫ້​ເຮັດ​ຜິດ​ສິນລະທຳ​ທາງ​ເພດ​ເຂົ້າ​ມາ​ໃນ​ຫົວໃຈ​ຂອງ​ເຮົາ​ແມ່ນ​ແຕ່​ໜ້ອຍ​ດຽວ. (ມທ. 5:28, 29) ຜູ້​ດູແລ​ຢູ່​ປະເທດ​ໄທ​ຊື່​ເດວິດ​ໄດ້​ຖາມ​ໂຕເອງ​ວ່າ: ‘ເຖິງ​ວ່າ​ຮູບ​ນີ້​ບໍ່​ໄດ້​ລາມົກ ແຕ່​ພະ​ເຢໂຫວາ​ຈະ​ມັກ​ບໍ​ຖ້າ​ຂ້ອຍ​ເບິ່ງ​ເລື້ອຍໆ? ການ​ຄິດ​ແບບ​ນີ້​ຊ່ວຍ​ຂ້ອຍ​ໃຫ້​ລົງມື​ເຮັດ​ຢ່າງ​ສະຫຼາດ.’ ການ​ຢ້ານ​ວ່າ​ຈະ​ເຮັດ​ໃຫ້​ພະ​ເຢໂຫວາ​ເສຍໃຈ​ຊ່ວຍ​ເຮົາ​ໃຫ້​ລົງມື​ເຮັດ​ຢ່າງ​ສະຫຼາດ. ຄວາມ​ຢ້ານຢຳ​ພະເຈົ້າ​ເປັນ “ຈຸດ​ເລີ່ມ​ຕົ້ນ​ຂອງ​ສະຕິ​ປັນຍາ.” ຫ23.06 ໜ້າ 23 ຂໍ້ 12-13

ວັນ​ເສົາ​ທີ 11 ຕຸລາ

ປະຊາຊົນ​ຂອງ​ເຮົາ ໃຫ້​ພວກ​ເຈົ້າ​ເຂົ້າ​ໄປ​ຫ້ອງ​ທາງ​ໃນ.—ອຊຢ. 26:20

ຄຳ​ວ່າ “ຫ້ອງ​ທາງ​ໃນ” ອາດ​ໝາຍເຖິງ​ປະຊາຄົມ​ຂອງ​ເຮົາ. ນີ້​ໝາຍ​ຄວາມ​ວ່າ​ພະ​ເຢໂຫວາ​ສັນຍາ​ວ່າ​ຈະ​ປົກປ້ອງ​ເຮົາ​ຖ້າ​ເຮົາ​ຕິດ​ສະໜິດ​ກັບ​ພີ່ນ້ອງ​ໃນ​ປະຊາຄົມ. ດັ່ງນັ້ນ ເຮົາ​ຕ້ອງ​ບໍ່​ພຽງ​ແຕ່​ພະຍາຍາມ​ອົດທົນ​ກັບ​ພີ່ນ້ອງ ແຕ່​ເຮົາ​ຕ້ອງ​ຮັກ​ເຂົາເຈົ້າ​ຕັ້ງແຕ່​ຕອນນີ້ ເພາະ​ເຮົາ​ຈະ​ລອດ​ຫຼື​ບໍ່​ລອດ​ກໍ​ອາດ​ຈະ​ຂຶ້ນ​ກັບ​ການ​ເຮັດ​ແບບ​ນີ້! “ວັນ​ໃຫຍ່​ຂອງ​ພະ​ເຢໂຫວາ” ຈະ​ເປັນ​ເວລາ​ທີ່​ຍາກ​ລຳບາກ​ຫຼາຍ​ສຳລັບ​ທຸກ​ຄົນ. (ຊຟຢ. 1:14, 15) ແມ່ນ​ແຕ່​ຄົນ​ຂອງ​ພະ​ເຢໂຫວາ​ກໍ​ຈະ​ເຈິ​ຄວາມ​ຍາກ​ລຳບາກ​ຄື​ກັນ. ແຕ່​ຖ້າ​ເຮົາ​ກຽມ​ພ້ອມ​ຕັ້ງແຕ່​ຕອນນີ້ ເຮົາ​ກໍ​ຈະ​ມີ​ໃຈ​ສະຫງົບ​ແລະ​ຊ່ວຍ​ຄົນ​ອື່ນ​ໄດ້​ໃນ​ຕອນ​ນັ້ນ. ເຮົາ​ຈະ​ອົດທົນ​ໄດ້​ບໍ່​ວ່າ​ຈະ​ເກີດ​ຫຍັງ​ຂຶ້ນ. ຖ້າ​ພີ່ນ້ອງ​ຂອງ​ເຮົາ​ເຈິ​ຄວາມ​ຍາກ​ລຳບາກ ເຮົາ​ກໍ​ຈະ​ເຮັດ​ທຸກ​ຢ່າງ​ທີ່​ເຮັດ​ໄດ້​ເພື່ອ​ສະແດງ​ຄວາມ​ເຫັນອົກເຫັນໃຈ​ແລະ​ຊ່ວຍ​ເຫຼືອ​ເຂົາເຈົ້າ. ຖ້າ​ເຮົາ​ຝຶກ​ທີ່​ຈະ​ຮັກ​ພີ່ນ້ອງ​ຂອງ​ເຮົາ​ຕັ້ງແຕ່​ຕອນນີ້ ເຮົາ​ກໍ​ຈະ​ຮັກ​ແລະ​ສະໜິດ​ກັບ​ເຂົາເຈົ້າ​ໃນ​ຕອນ​ນັ້ນ​ນຳ. ແລ້ວ​ພະ​ເຢໂຫວາ​ກໍ​ຈະ​ໃຫ້​ລາງວັນ​ເຮົາ​ເຊິ່ງ​ກໍ​ຄື​ຊີວິດ​ຕະຫຼອດ​ໄປ ແລະ​ເຮົາ​ຈະ​ຢູ່​ໃນ​ໂລກ​ທີ່​ບໍ່​ມີ​ໄພພິບັດ​ຫຼື​ຄວາມ​ຍາກ​ລຳບາກ​ອີກ​ເລີຍ.—ອຊຢ. 65:17. ຫ23.07 ໜ້າ 7 ຂໍ້ 16-17

ວັນ​ອາທິດ​ທີ 12 ຕຸລາ

[ພະ​ເຢໂຫວາ] ຈະ​ເຮັດ​ໃຫ້​ພວກ​ເຈົ້າ​ໝັ້ນຄົງ ເຂັ້ມແຂງ ແລະ​ບໍ່​ຫວັ່ນໄຫວ.—1ປຕ. 5:10

ຫຼາຍ​ເທື່ອ​ຄຳພີ​ໄບເບິນ​ບອກ​ວ່າ ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ​ເຂັ້ມແຂງ. ແຕ່​ຄົນ​ທີ່​ເຂັ້ມແຂງ​ທີ່​ສຸດ​ກໍ​ບໍ່​ໄດ້​ຮູ້ສຶກ​ເຂັ້ມແຂງ​ຕະຫຼອດ. ຕົວຢ່າງ​ເຊັ່ນ: ບາງ​ເທື່ອ​ກະສັດ​ດາວິດ​ຮູ້ສຶກ​ວ່າ​ລາວ “ໝັ້ນຄົງ [ແຂງ​ແກ່ນ] ຄື​ກັບ​ພູ” ແຕ່​ບາງ​ເທື່ອ​ລາວ​ກໍ “ຢ້ານ​ຫຼາຍ.” (ພສ. 30:7) ແຊມຊັນ​ກໍ​ຄື​ກັນ. ລາວ​ແຂງແຮງ​ຫຼາຍ​ເມື່ອ​ໄດ້​ຮັບ​ພະລັງ​ຈາກ​ພະເຈົ້າ ແຕ່​ລາວ​ກໍ​ຍອມຮັບ​ຄື​ກັນ​ວ່າ​ເມື່ອ​ບໍ່​ມີ​ພະລັງ​ນັ້ນ “ເຫື່ອ​ແຮງ​ຂອງ [ລາວ] ຊິ​ໝົດ​ໄປ. [ລາວ] ຊິ​ເປັນ​ຄື​ກັບ​ຜູ້​ຊາຍ​ຄົນ​ອື່ນໆ.” (ຜຕສ. 14:5, 6; 16:17) ເຫັນ​ໄດ້​ແຈ້ງ​ວ່າ​ຜູ້​ຮັບໃຊ້​ທີ່​ສັດຊື່ເຫຼົ່າ​ນີ້​ຈະ​ເຂັ້ມແຂງ​ໄດ້​ເມື່ອ​ເຂົາເຈົ້າ​ໄດ້​ຮັບ​ກຳລັງ​ຈາກ​ພະ​ເຢໂຫວາ​ເທົ່າ​ນັ້ນ. ໂປໂລ​ຍອມ​ຮັບ​ວ່າ​ລາວ​ກໍ​ຕ້ອງການ​ກຳລັງ​ຈາກ​ພະ​ເຢໂຫວາ. (2ກຣ. 12:9, 10) ລາວ​ກໍ​ຄື​ກັບ​ພວກ​ເຮົາ​ຫຼາຍ​ຄົນ​ທີ່​ຕ້ອງ​ຮັບມື​ກັບ​ບັນຫາ​ສຸຂະພາບ. (ຄລຕ. 4:13, 14) ບາງ​ເທື່ອ​ລາວ​ຕ້ອງ​ພະຍາຍາມ​ຫຼາຍ​ແທ້ໆ​ເພື່ອ​ຈະ​ເຮັດ​ສິ່ງ​ທີ່​ຖືກຕ້ອງ. (ຣມ. 7:18, 19) ນອກ​ຈາກ​ນັ້ນ ໂປໂລ​ຍັງ​ກັງວົນ​ແລະ​ຢ້ານ​ວ່າ​ຈະ​ເກີດ​ຫຍັງ​ຂຶ້ນ​ກັບ​ລາວ. (2ກຣ. 1:8, 9) ເຖິງ​ວ່າ​ໂປໂລ​ຈະ​ອ່ອນແອ ແຕ່​ລາວ​ພັດ​ແຮ່ງ​ເຂັ້ມແຂງ​ຂຶ້ນ. ຍ້ອນຫຍັງ? ຍ້ອນ​ພະ​ເຢໂຫວາ​ໃຫ້​ກຳລັງ​ລາວ​ແລະ​ເພິ່ນ​ໄດ້​ເຮັດ​ໃຫ້​ລາວ​ເຂັ້ມແຂງ. ຫ23.10 ໜ້າ 12 ຂໍ້ 1-2

ວັນ​ຈັນ​ທີ 13 ຕຸລາ

ພະ​ເຢໂຫວາ​ເບິ່ງ​ຫົວໃຈ.—1ຊມ. 16:7

ຖ້າ​ບາງ​ເທື່ອ​ເຮົາ​ຮູ້ສຶກ​ວ່າ​ໂຕເອງ​ບໍ່​ມີ​ຄ່າ ໃຫ້​ຈື່​ໄວ້​ວ່າ​ພະ​ເຢໂຫວາ​ເປັນ​ຜູ້​ຊັກ​ນຳ​ເຮົາ​ໃຫ້​ເຂົ້າ​ມາ​ຫາ​ເພິ່ນ. (ຢຮ. 6:44)  ເພິ່ນ​ເຫັນ​ຈຸດ​ດີ​ຂອງ​ເຮົາ​ເຖິງ​ວ່າ​ເຮົາ​ອາດ​ເບິ່ງ​ບໍ່​ເຫັນ ແລະ​ເພິ່ນ​ເບິ່ງ​ຫົວໃຈ​ຂອງ​ເຮົາ. (2ຂຄ. 6:30) ດັ່ງນັ້ນ ເຮົາ​ໝັ້ນໃຈ​ໄດ້​ແທ້ໆ​ວ່າ​ເມື່ອ​ພະ​ເຢໂຫວາ​ເວົ້າ​ວ່າ​ເຮົາ​ມີ​ຄ່າ ເຮົາ​ກໍ​ມີ​ຄ່າ​ແທ້ໆ. (1ຢຮ. 3:19, 20) ກ່ອນ​ຮຽນ​ຄຳພີ​ໄບເບິນ ພວກ​ເຮົາ​ບາງ​ຄົນ​ອາດ​ເຄີຍ​ເຮັດ​ບໍ່​ດີ​ແລະ​ຍັງ​ຮູ້ສຶກ​ຜິດ​ຢູ່. (1ປຕ. 4:3) ແມ່ນ​ແຕ່​ຜູ້​ຮັບໃຊ້​ທີ່​ສັດຊື່​ຂອງ​ພະ​ເຢໂຫວາ​ກໍ​ຕ້ອງ​ຕໍ່ສູ້​ກັບ​ຄວາມ​ຕ້ອງການ​ທີ່​ຜິດໆ. ເຈົ້າ​ກໍ​ຕ້ອງ​ຕໍ່ສູ້​ຄື​ກັນ​ບໍ? ບາງ​ເທື່ອ​ເຈົ້າ​ຮູ້ສຶກ​ບໍ​ວ່າ​ພະ​ເຢໂຫວາ​ຍົກໂທດ​ໃຫ້​ເຈົ້າ​ບໍ່​ໄດ້? ຖ້າ​ເຈົ້າ​ຮູ້ສຶກ​ແບບ​ນັ້ນ​ກໍ​ບໍ່​ຕ້ອງ​ອຸກໃຈ. ຜູ້​ຮັບໃຊ້​ທີ່​ສັດຊື່​ຂອງ​ພະ​ເຢໂຫວາ​ກໍ​ເຄີຍ​ຮູ້ສຶກ​ແບບ​ນີ້. ຕົວຢ່າງ​ເຊັ່ນ: ໂປໂລ​ຮູ້ສຶກ​ບໍ່​ດີ​ຫຼາຍ​ເມື່ອ​ຄິດ​ເຖິງ​ຄວາມ​ບໍ່​ສົມບູນແບບ​ຂອງ​ໂຕເອງ. (ຣມ. 7:24) ເຖິງ​ວ່າ​ໂປໂລ​ໄດ້​ກັບໃຈ​ຈາກ​ຄວາມ​ຜິດ​ທີ່​ລາວ​ເຮັດ​ແລະ​ໄດ້​ຮັບ​ບັບເຕມາ ແຕ່​ລາວ​ກໍ​ຍັງ​ເວົ້າ​ເຖິງ​ໂຕເອງ​ວ່າ​ເປັນ​ຄົນ​ທີ່ “ຕ່ຳຕ້ອຍ​ທີ່​ສຸດ​ໃນ​ພວກ​ອັກຄະສາວົກ” ແລະ​ໃນ​ຄົນ​ບາບ ລາວ “ຊົ່ວ​ທີ່​ສຸດ.”—1ກຣ. 15:9; 1ຕມ. 1:15. ຫ24.03 ໜ້າ 27 ຂໍ້ 5-6

ວັນ​ອັງຄານ​ທີ 14 ຕຸລາ

ປະຊາຊົນ​ປະຖິ້ມ​ວິຫານ​ຂອງ​ພະ​ເຢໂຫວາ.—2ຂຄ. 24:18

ບົດ​ຮຽນ​ໜຶ່ງ​ທີ່​ເຮົາ​ໄດ້​ຮັບ​ຈາກ​ການ​ຕັດສິນໃຈ​ທີ່​ບໍ່​ສະຫຼາດ​ຂອງ​ເຢໂຮອາດ​ແມ່ນ ເຮົາ​ຕ້ອງ​ເລືອກ​ໝູ່​ທີ່​ຈະ​ພາ​ເຮົາ​ເຮັດ​ສິ່ງ​ທີ່​ຖືກຕ້ອງ. ເຮົາ​ຕ້ອງ​ເປັນ​ໝູ່​ກັບ​ຄົນ​ທີ່​ຮັກ​ພະ​ເຢໂຫວາ​ແລະ​ຄົນ​ທີ່​ຢາກ​ເຮັດ​ໃຫ້​ເພິ່ນ​ມີ​ຄວາມ​ສຸກ. ເຮົາ​ບໍ່​ຄວນ​ເປັນ​ໝູ່​ກັບ​ຄົນ​ລຸ້ນ​ດຽວ​ກັນ​ເທົ່າ​ນັ້ນ. ຂໍ​ໃຫ້​ຈື່​ໄວ້​ວ່າ​ເຢໂຮອາດ​ສະໜິດ​ກັບ​ເຢໂຮຢາດາ​ຫຼາຍ ເຖິງ​ວ່າ​ເຢໂຮຢາດາ​ຈະ​ມີ​ອາຍຸ​ຫຼາຍ​ກວ່າ​ລາວ. ດັ່ງນັ້ນ ເມື່ອ​ຄິດ​ເຖິງ​ຄົນ​ທີ່​ເຈົ້າ​ເລືອກ​ເປັນ​ໝູ່​ໃຫ້​ຖາມ​ໂຕເອງ​ວ່າ: ‘ເຂົາເຈົ້າ​ຊ່ວຍ​ຂ້ອຍ​ໃຫ້​ມີ​ຄວາມ​ເຊື່ອ​ໃນ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ​ບໍ? ເຂົາເຈົ້າ​ເຮັດ​ໃຫ້​ຂ້ອຍ​ຢາກ​ໃຊ້​ຊີວິດ​ຕາມ​ຫຼັກການ​ຂອງ​ເພິ່ນ​ບໍ? ເຂົາເຈົ້າ​ເວົ້າ​ກ່ຽວກັບ​ພະ​ເຢໂຫວາ​ແລະ​ຄວາມ​ຈິງ​ໃນ​ຄຳພີ​ໄບເບິນ​ບໍ? ເຂົາເຈົ້າ​ມີ​ແຕ່​ຍ້ອງ​ຂ້ອຍ​ບໍ ຫຼື​ກ້າ​ເຕືອນ​ຂ້ອຍ​ເມື່ອ​ຂ້ອຍ​ເຮັດ​ຜິດ?’ (ສພສ. 27:5, 6, 17) ຖ້າ​ຄົນ​ທີ່​ເຈົ້າ​ເລືອກ​ເປັນ​ໝູ່​ບໍ່​ຮັກ​ພະ​ເຢໂຫວາ ເຈົ້າ​ກໍ​ບໍ່​ຄວນ​ຫຼິ້ນ​ນຳ​ເຂົາເຈົ້າ. ແຕ່​ຖ້າ​ໝູ່​ຂອງ​ເຈົ້າ​ຮັກ​ພະ​ເຢໂຫວາ ຂໍ​ໃຫ້​ຫຼິ້ນ​ນຳ​ເຂົາເຈົ້າ​ຕໍ່ໆ​ໄປ ຍ້ອນ​ເຂົາເຈົ້າ​ຈະ​ຊ່ວຍ​ເຈົ້າ​ໃຫ້​ຮັກ​ພະ​ເຢໂຫວາ​ຄື​ກັນ.—ສພສ. 13:20. ຫ23.09 ໜ້າ 9-10 ຂໍ້ 6-7

ວັນ​ພຸດ​ທີ 15 ຕຸລາ

ເຮົາ​ເປັນ​ອັນຟາ​ແລະ​ໂອເມກາ.—ພນມ. 1:8

ໃນ​ພາສາ​ກຣີກ ອັນຟາ​ເປັນ​ໂຕ​ອັກສອນ​ໂຕ​ທຳອິດ​ແລະ​ໂອເມກາ​ເປັນ​ໂຕ​ອັກສອນ​ໂຕ​ສຸດທ້າຍ ຄື​ກັບ​ໂຕ​ອັກສອນ ກ ແລະ ຮ ໃນ​ພາສາ​ລາວ. ເມື່ອ​ພະ​ເຢໂຫວາ​ເວົ້າ​ວ່າ: “ເຮົາ​ເປັນ​ອັນຟາ​ແລະ​ໂອເມກາ” ກໍ​ໝາຍ​ຄວາມ​ວ່າ​ເມື່ອ​ເພິ່ນ​ເລີ່ມ​ເຮັດ​ສິ່ງ​ໃດ​ສິ່ງ​ໜຶ່ງ ເພິ່ນ​ກໍ​ຈະ​ເຮັດ​ສິ່ງ​ນັ້ນ​ໃຫ້​ສຳເລັດ. ຫຼັງ​ຈາກ​ພະ​ເຢໂຫວາ​ສ້າງ​ອາດາມ​ກັບ​ເອວາ ເພິ່ນ​ບອກ​ເຂົາເຈົ້າ​ວ່າ: “ໃຫ້​ພວກ​ເຈົ້າ​ມີ​ລູກ​ມີ​ຫຼານ​ຫຼາຍໆ​ຈົນ​ເຕັມ​ໂລກ ແລະ​ໃຫ້​ເບິ່ງແຍງ​ໂລກ.” (ປຖກ. 1:28) ຕອນ​ທີ່​ພະ​ເຢໂຫວາ​ເວົ້າ​ເລື່ອງ​ນີ້ ມັນ​ເປັນ​ຄື​ກັບ​ເພິ່ນ​ເວົ້າ​ວ່າ “ອັນຟາ.” ພະ​ເຢໂຫວາ​ເວົ້າ​ແຈ້ງ​ກ່ຽວກັບ​ຄວາມ​ຕ້ອງການ​ຂອງ​ເພິ່ນ​ວ່າ ເມື່ອ​ຮອດ​ເວລາ​ນັ້ນ​ລູກ​ຫຼານ​ຂອງ​ອາດາມ​ກັບ​ເອວາ​ທີ່​ເປັນ​ຄົນ​ສົມບູນແບບ​ແລະ​ເຊື່ອຟັງ​ຈະ​ເຕັມ​ໂລກ​ນີ້ ແລະ​ເຂົາເຈົ້າ​ຈະ​ເຮັດ​ໃຫ້​ໂລກ​ນີ້​ເປັນ​ບ່ອນ​ທີ່​ງາມໆ. ໃນ​ອະນາຄົດ ເມື່ອ​ຈຸດປະສົງ​ຂອງ​ພະ​ເຢໂຫວາ​ສຳເລັດ ມັນ​ກໍ​ຈະ​ເປັນ​ຄື​ກັບ​ເພິ່ນ​ເວົ້າ​ວ່າ “ໂອເມກາ.” ຫຼັງ​ຈາກ​ພະ​ເຢໂຫວາ​ສ້າງ​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ຢູ່​ເທິງ​ຟ້າ​ແລະ​ຢູ່​ໃນ​ໂລກ​ແລ້ວໆ ເພິ່ນ​ໄດ້​ເວົ້າ​ບາງ​ຢ່າງ​ເພື່ອ​ສະແດງ​ໃຫ້​ເຫັນ​ວ່າ​ຄວາມ​ຕ້ອງການ​ຂອງ​ເພິ່ນ​ຈະ​ເກີດຂຶ້ນ​ແທ້. ສິ່ງ​ທີ່​ພະ​ເຢໂຫວາ​ເວົ້າ​ສະແດງ​ໃຫ້​ເຫັນ​ວ່າ​ຄວາມ​ຕ້ອງການ​ຂອງ​ເພິ່ນ​ສຳລັບ​ມະນຸດ​ແລະ​ໂລກ​ຈະ​ເກີດຂຶ້ນ​ແທ້​ໃນ​ຕອນ​ທ້າຍ​ຂອງ​ມື້​ທີ 7.—ປຖກ. 2:1-3. ຫ23.11 ໜ້າ 5 ຂໍ້ 13-14

ວັນ​ພະຫັດ​ທີ 16 ຕຸລາ

ໃຫ້​ຖາງ​ທາງ​ຂອງ​ພະ​ເຢໂຫວາ​ໃຫ້​ກ້ຽງ. ໃຫ້​ເຮັດ​ທາງ​ຫຼັກ​ທີ່​ຊື່ໆ​ເສັ້ນ​ໜຶ່ງ​ຜ່ານ​ທະເລ​ຊາຍ​ສຳລັບ​ພະເຈົ້າ​ຂອງ​ພວກ​ເຮົາ.—ອຊຢ. 40:3

ຄົນ​ຢິວ​ຕ້ອງ​ໃຊ້​ເວລາ​ປະມານ​ສີ່​ເດືອນ​ເພື່ອ​ເດີນທາງ​ກັບ​ໄປ​ອິດສະຣາເອນ ແລະ​ການ​ເດີນທາງ​ນັ້ນ​ກໍ​ຍາກ​ລຳບາກ​ແທ້ໆ. ແຕ່​ພະ​ເຢໂຫວາ​ສັນຍາ​ວ່າ​ຈະ​ຈັດການ​ທຸກ​ຢ່າງ​ທີ່​ເບິ່ງ​ຄື​ວ່າ​ເປັນ​ອຸປະສັກ​ໃຫ້​ໝົດ​ໄປ. ຄົນ​ຢິວ​ທີ່​ສັດຊື່​ຮູ້​ວ່າ​ການ​ເດີນທາງ​ກັບ​ໄປ​ອິດສະຣາເອນ​ຈະ​ເຮັດ​ໃຫ້​ເຂົາເຈົ້າ​ໄດ້​ຮັບ​ພອນ​ຈາກ​ພະ​ເຢໂຫວາ ເຊິ່ງ​ຈະ​ຄຸ້ມ​ຄ່າ​ຫຼາຍ​ກວ່າ​ສິ່ງ​ທີ່​ເຂົາເຈົ້າ​ໄດ້​ເສຍ​ສະລະ. ພອນ​ທີ່​ຍິ່ງໃຫຍ່​ທີ່​ສຸດ​ກ່ຽວ​ຂ້ອງ​ກັບ​ການ​ນະມັດສະການ. ບໍ່​ມີ​ວິຫານ​ຂອງ​ພະ​ເຢໂຫວາ​ເລີຍ​ຢູ່​ບາບີໂລນ. ບໍ່​ມີ​ແທ່ນ​ບູຊາ​ໃດ​ທີ່​ຄົນ​ອິດສະຣາເອນ​ສາມາດ​ເອົາ​ເຄື່ອງ​ບູຊາ​ໄປ​ຖວາຍ​ຕາມ​ກົດໝາຍ​ຂອງ​ໂມເຊ​ແລະ​ບໍ່​ມີ​ປະໂລຫິດ​ທີ່​ຈະ​ຖວາຍ​ເຄື່ອງ​ບູຊາ​ໃຫ້​ເຂົາເຈົ້າ. ນອກ​ຈາກ​ນັ້ນ ຄົນ​ຢິວ​ອາໄສ​ຢູ່​ບາບີໂລນ​ເຊິ່ງ​ເຕັມ​ໄປ​ດ້ວຍ​ຄົນ​ທີ່​ນະມັດສະການ​ພະເຈົ້າ​ປອມ​ແລະ​ບໍ່​ສົນໃຈ​ພະ​ເຢໂຫວາ​ຫຼື​ມາດຕະຖານ​ຂອງ​ເພິ່ນ. ດັ່ງນັ້ນ ຄົນ​ຢິວ​ທີ່​ຢ້ານຢຳ​ພະ​ເຢໂຫວາ​ຫຼາຍ​ໝື່ນ​ຄົນ​ຈຶ່ງ​ລໍ​ຖ້າ​ທີ່​ຈະ​ໄດ້​ກັບ​ໄປ​ແຜ່ນດິນ​ທີ່​ເຂົາເຈົ້າ​ສາມາດ​ຟື້ນຟູ​ການ​ນະມັດສະການ​ທີ່​ບໍລິສຸດ​ໄດ້. ຫ23.05 ໜ້າ 14-15 ຂໍ້ 3-4

ວັນ​ສຸກ​ທີ 17 ຕຸລາ

ຂໍ​ໃຫ້​ໃຊ້​ຊີວິດ​ແບບ​ຄົນ​ທີ່​ຢູ່​ໃນ​ຄວາມ​ສະຫວ່າງ​ຕໍ່​ໄປ.—ອຟຊ. 5:8

ເຮົາ​ຕ້ອງ​ໄດ້​ຮັບ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ພະລັງ​ບໍລິສຸດ​ຂອງ​ພະເຈົ້າ​ເພື່ອ​ເຮົາ​ຈະ “ໃຊ້​ຊີວິດ​ແບບ​ຄົນ​ທີ່​ຢູ່​ໃນ​ຄວາມ​ສະຫວ່າງ​ຕໍ່​ໄປ.” ຍ້ອນຫຍັງ? ຍ້ອນ​ວ່າ​ມັນ​ບໍ່​ງ່າຍ​ເລີຍ​ທີ່​ເຮົາ​ຈະ​ຮັກສາ​ໂຕ​ໃຫ້​ສະອາດ​ໃນ​ໂລກ​ທີ່​ມີ​ແຕ່​ການ​ເຮັດ​ຜິດ​ສິນລະທຳ. (1ທຊ. 4:3-5, 7, 8) ພະລັງ​ບໍລິສຸດ​ສາມາດ​ຊ່ວຍ​ເຮົາ​ໃຫ້​ຕໍ່ສູ້​ກັບ​ຄວາມ​ຄິດ​ຂອງ​ຄົນ​ໃນ​ໂລກ​ໄດ້ ເຊິ່ງ​ລວມ​ເຖິງ​ປັດຊະຍາ​ແລະ​ແນວ​ຄິດ​ທີ່​ຂັດ​ກັບ​ຄວາມ​ຄິດ​ຂອງ​ພະເຈົ້າ. ນອກ​ຈາກ​ນັ້ນ ພະລັງ​ບໍລິສຸດ​ຍັງ​ຊ່ວຍ​ເຮົາ​ໃຫ້​ສະແດງ​ຜົນ​ຂອງ​ຄວາມ​ສະຫວ່າງ ເຊິ່ງ​ແມ່ນ “ຄວາມ​ດີ​ທຸກ​ຢ່າງ [ແລະ] ຄວາມ​ຖືກຕ້ອງ.” (ອຟຊ. 5:9) ວິທີ​ໜຶ່ງ​ທີ່​ເຮົາ​ຈະ​ໄດ້​ຮັບ​ພະລັງ​ບໍລິສຸດ​ແມ່ນ​ການ​ອະທິດຖານ​ຂໍ. ພະ​ເຢຊູ​ບອກ​ວ່າ ພະ​ເຢໂຫວາ​ຈະ “ເອົາ​ພະລັງ​ບໍລິສຸດ​ໃຫ້​ຄົນ​ທີ່​ຂໍ​ນຳ​ເພິ່ນ.” (ລກ. 11:13) ເມື່ອ​ເຮົາ​ສັນລະເສີນ​ພະ​ເຢໂຫວາ​ນຳ​ກັນ​ກັບ​ພີ່ນ້ອງ​ຢູ່​ການ​ປະຊຸມ ເຮົາ​ກໍ​ໄດ້​ຮັບ​ພະລັງ​ບໍລິສຸດ​ຄື​ກັນ. (ອຟຊ. 5:19, 20) ພະລັງ​ບໍລິສຸດ​ຈະ​ຊ່ວຍ​ເຮົາ​ໃຫ້​ໃຊ້​ຊີວິດ​ໃນ​ແບບ​ທີ່​ເຮັດ​ໃຫ້​ພະ​ເຢໂຫວາ​ພໍໃຈ. ຫ24.03 ໜ້າ 23-24 ຂໍ້ 13-15

ວັນ​ເສົາ​ທີ 18 ຕຸລາ

ໃຫ້​ຂໍ​ຕໍ່ໆ​ໄປ​ແລ້ວ​ພວກ​ເຈົ້າ​ຈະ​ໄດ້​ຮັບ ໃຫ້​ຊອກ​ຕໍ່ໆ​ໄປ​ແລ້ວ​ພວກ​ເຈົ້າ​ຈະ​ເຫັນ ໃຫ້​ເຄາະ​ຕໍ່ໆ​ໄປ​ແລ້ວ​ປະຕູ​ຈະ​ເປີດ​ອອກ.—ລກ. 11:9

ເຈົ້າ​ຕ້ອງ​ເປັນ​ຄົນ​ອົດທົນ​ຫຼາຍ​ຂຶ້ນ​ບໍ? ຖ້າ​ແມ່ນ ໃຫ້​ອະທິດຖານ​ກ່ຽວກັບ​ເລື່ອງ​ນີ້. ຄວາມ​ອົດທົນ​ເປັນ​ສ່ວນ​ໜຶ່ງ​ຂອງ​ຜົນ​ທີ່​ເກີດ​ຈາກ​ພະລັງ​ຂອງ​ພະເຈົ້າ. (ຄລຕ. 5:22, 23) ດັ່ງນັ້ນ ຖ້າ​ເຮົາ​ຢາກ​ເປັນ​ຄົນ​ອົດທົນ ເຮົາ​ກໍ​ຕ້ອງ​ອະທິດຖານ​ຂໍ​ພະລັງ​ບໍລິສຸດ​ຈາກ​ເພິ່ນ ແລະ​ຂໍ​ໃຫ້​ເພິ່ນ​ຊ່ວຍ​ເຮົາ​ປູກ​ຝັງ​ຄຸນລັກສະນະ​ນີ້. ເມື່ອ​ເຮົາ​ເຈິ​ກັບ​ສະຖານະການ​ທີ່​ທົດສອບ​ຄວາມ​ອົດທົນ ໃຫ້​ເຮົາ “ຂໍ​ຕໍ່​ໄປ​ເລື້ອຍໆ” ແລ້ວ​ພະ​ເຢໂຫວາ​ຈະ​ຊ່ວຍ​ເຮົາ​ໃຫ້​ອົດທົນ​ໄດ້. (ລກ. 11:13) ເຮົາ​ຍັງ​ສາມາດ​ອະທິດຖານ​ຂໍ​ໃຫ້​ພະ​ເຢໂຫວາ​ຊ່ວຍ​ເຮົາ​ໃຫ້​ເບິ່ງ​ໃນ​ແບບ​ທີ່​ເພິ່ນ​ເບິ່ງ. ນອກ​ຈາກ​ນັ້ນ ຫຼັງ​ຈາກ​ອະທິດຖານ​ແລ້ວ​ເຮົາ​ກໍ​ຕ້ອງ​ພະຍາຍາມ​ສຸດ​ຄວາມ​ສາມາດ​ທີ່​ຈະ​ອົດທົນ​ໃຫ້​ໄດ້​ໃນ​ແຕ່​ລະ​ມື້. ແຮ່ງ​ເຮົາ​ອະທິດຖານ​ແລະ​ພະຍາຍາມ​ສະແດງ​ຄວາມ​ອົດທົນ ພະ​ເຢໂຫວາ​ກໍ​ແຮ່ງ​ຈະ​ຊ່ວຍ​ເຮົາ​ໃຫ້​ເປັນ​ຄົນ​ອົດທົນ​ຫຼາຍ​ຂຶ້ນ ແລ້ວ​ເຮົາ​ກໍ​ຈະ​ມີ​ນິດໄສ​ທີ່​ອົດທົນ. ການ​ຄິດ​ຕຶກຕອງ​ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ກໍ​ຊ່ວຍ​ໄດ້​ຄືກັນ. ຄຳພີ​ໄບເບິນ​ມີ​ຕົວຢ່າງ​ຂອງ​ຫຼາຍ​ຄົນ​ທີ່​ສະແດງ​ຄວາມ​ອົດທົນ. ຖ້າ​ເຮົາ​ຄິດ​ຕຶກຕອງ​ກ່ຽວກັບ​ຕົວຢ່າງ​ຂອງ​ເຂົາເຈົ້າ ເຮົາ​ກໍ​ຮູ້​ວິທີ​ທີ່​ຈະ​ສະແດງ​ຄວາມ​ອົດທົນ. ຫ23.08 ໜ້າ 22-23 ຂໍ້ 10-11

ວັນ​ອາທິດ​ທີ 19 ຕຸລາ

ຢ່ອນ​ດາງ​ລົງ​ຈັບ​ປາ.—ລກ. 5:4

ພະ​ເຢຊູ​ຊ່ວຍ​ເປໂຕ​ໃຫ້​ໝັ້ນໃຈ​ວ່າ​ພະ​ເຢໂຫວາ​ຈະ​ເບິ່ງແຍງ​ລາວ​ໃຫ້​ມີ​ສິ່ງ​ຈຳເປັນ. ພະ​ເຢຊູ​ຜູ້​ທີ່​ຄືນ​ມາ​ຈາກ​ຕາຍ​ໄດ້​ເຮັດ​ການ​ອັດສະຈັນ​ໂດຍ​ໃຫ້​ເປໂຕ​ກັບ​ອັກຄະສາວົກ​ຄົນ​ອື່ນໆ​ຫາ​ປາ​ໄດ້​ບັກ​ຫຼາຍໆ. (ຢຮ. 21:4-6) ການ​ອັດສະຈັນ​ນີ້​ເຮັດ​ໃຫ້​ເປໂຕ​ໝັ້ນໃຈ​ວ່າ​ເປັນ​ເລື່ອງ​ງ່າຍ​ແທ້ໆ​ທີ່​ພະ​ເຢໂຫວາ​ຈະ​ໃຫ້​ລາວ​ມີ​ສິ່ງ​ຈຳເປັນ​ໃນ​ຊີວິດ. ເລື່ອງ​ນີ້​ຄື​ຊິ​ເຮັດ​ໃຫ້​ເປໂຕ​ຄິດ​ເຖິງ​ຄຳເວົ້າ​ຂອງ​ພະ​ເຢຊູ​ທີ່​ວ່າ ພະ​ເຢໂຫວາ​ຈະ​ໃຫ້​ຜູ້​ທີ່​ເຮັດ​ໃຫ້ “ການ​ປົກຄອງ​ຂອງ​ເພິ່ນ​ເປັນ​ສິ່ງ​ສຳຄັນ​ທີ່​ສຸດ​ໃນ​ຊີວິດ​ສະເໝີ” ມີ​ສິ່ງ​ທີ່​ຈຳເປັນ. (ມທ. 6:33) ຍ້ອນ​ແນວ​ນີ້ ເປໂຕ​ຈຶ່ງ​ໃຫ້​ວຽກ​ປະກາດ​ເປັນ​ສິ່ງ​ສຳຄັນ​ທີ່​ສຸດ​ໃນ​ຊີວິດ ບໍ່​ແມ່ນ​ການ​ຫາ​ປາ. ລາວ​ປະກາດ​ຢ່າງ​ກ້າຫານ​ໃນ​ວັນ​ເພັນເຕກອດ​ປີ 33 ເຊິ່ງ​ຊ່ວຍ​ຫຼາຍ​ພັນ​ຄົນ​ໃຫ້​ຍອມຮັບ​ເອົາ​ຂ່າວ​ດີ. (ກຈກ. 2:14, 37-41) ນອກ​ຈາກ​ນັ້ນ ລາວ​ຍັງ​ຊ່ວຍ​ຄົນ​ຊາມາເຣຍ​ແລະ​ຄົນ​ຕ່າງ​ຊາດ​ໃຫ້​ຮຽນ​ຮູ້​ແລະ​ເຂົ້າ​ມາ​ເປັນ​ລູກສິດ​ຂອງ​ພະຄລິດ. (ກຈກ. 8:14-17; 10:44-48) ເຫັນ​ໄດ້​ແຈ້ງ​ວ່າ​ພະ​ເຢຊູ​ໄດ້​ໃຊ້​ເປໂຕ​ໃນ​ວິທີ​ທີ່​ພິເສດ​ແທ້ໆ​ໃຫ້​ພາ​ຄົນ​ທຸກ​ປະເພດ​ເຂົ້າ​ມາ​ໃນ​ປະຊາຄົມ. ຫ23.09 ໜ້າ 20 ຂໍ້ 1; ໜ້າ 23 ຂໍ້ 11

ວັນ​ຈັນ​ທີ 20 ຕຸລາ

ຖ້າ​ພວກ​ເຈົ້າ​ບອກ​ບໍ່​ໄດ້​ວ່າ​ຂ້ອຍ​ຝັນ​ຫຍັງ​ແລະ​ແປ​ຄວາມ​ໝາຍ​ຂອງ​ຄວາມ​ຝັນ​ນັ້ນ​ບໍ່​ໄດ້ ພວກ​ເຈົ້າ​ຈະ​ຖືກ​ຕັດ​ເປັນ​ຕ່ອນ.—ດນອ. 2:5

ປະມານ​ສອງ​ປີ​ຫຼັງ​ຈາກ​ທີ່​ພວກ​ບາບີໂລນ​ທຳລາຍ​ເມືອງ​ເຢຣູຊາເລັມ ເນບູກາດເນັດຊາ​ກະສັດ​ຂອງ​ບາບີໂລນ​ຮູ້ສຶກ​ວຸ່ນວາຍ​ໃຈ​ຫຼາຍ​ຍ້ອນ​ລາວ​ຝັນ​ເຫັນ​ຮູບ​ປັ້ນ​ໃຫຍ່ໆ​ແຕ່​ລາວ​ຈື່​ຫຍັງ​ບໍ່​ໄດ້​ເລີຍ. ກະສັດ​ຂູ່​ວ່າ​ຈະ​ຂ້າ​ພວກ​ຄົນ​ມີ​ປັນຍາ​ທຸກ​ຄົນ​ລວມ​ທັງ​ດານີເອນ​ນຳ​ຖ້າ​ບໍ່​ມີ​ໃຜ​ບອກ​ໄດ້​ວ່າ​ກະສັດ​ຝັນ​ເລື່ອງ​ຫຍັງ​ແລະ​ມີ​ຄວາມ​ໝາຍ​ວ່າ​ແນວ​ໃດ. (ດນອ. 2:3-5) ດານີເອນ​ຈຶ່ງ​ຕ້ອງ​ຟ້າວ​ລົງມື​ເຮັດ​ບາງ​ຢ່າງ​ທັນທີ ຄັນ​ບໍ່​ຊັ້ນ​ຫຼາຍ​ຄົນ​ຈະ​ຕ້ອງ​ຕາຍ. ລາວ “ໄປ​ຫາ​ກະສັດ ແລະ​ຂໍ​ເວລາ​ເພື່ອ​ຈະ​ແປ​ຄວາມ​ໝາຍ​ຂອງ​ຄວາມ​ຝັນ​ນັ້ນ​ໃຫ້​ກະສັດ​ຟັງ.” (ດນອ. 2:16) ການ​ເຮັດ​ແບບ​ນີ້​ຕ້ອງ​ມີ​ຄວາມ​ກ້າ​ແລະ​ຄວາມ​ເຊື່ອ​ຫຼາຍ​ແທ້ໆ. ຍ້ອນຫຍັງ? ຍ້ອນ​ວ່າ​ກ່ອນ​ເຫດການ​ນີ້​ບໍ່​ມີ​ບ່ອນ​ໃດ​ໃນ​ຄຳພີ​ໄບເບິນ​ບອກ​ວ່າ​ດານີເອນ​ແປ​ຄວາມ​ຝັນ​ໄດ້. ດານີເອນ​ຂໍ​ໃຫ້​ໝູ່​ຂອງ​ລາວ “ອະທິດຖານ​ຫາ​ພະເຈົ້າ​ທີ່​ຢູ່​ໃນ​ສະຫວັນ​ໃຫ້​ເພິ່ນ​ອີ່ຕົນ ແລະ​ໃຫ້​ເພິ່ນ​ບອກ​ເລື່ອງ​ຄວາມ​ຝັນ​ຂອງ​ກະສັດ.” (ດນອ. 2:18) ພະ​ເຢໂຫວາ​ໄດ້​ຕອບ​ຄຳ​ອະທິດຖານ​ຂອງ​ເຂົາເຈົ້າ​ໂດຍ​ຊ່ວຍ ດານີເອນ​ໃຫ້​ສາມາດ​ແປ​ຄວາມ​ຝັນ​ຂອງ​ກະສັດ​ໄດ້. ໃນ​ທີ່​ສຸດ ດານີເອນ​ກັບ​ໝູ່​ກໍ​ລອດ​ຊີວິດ. ຫ23.08 ໜ້າ 3 ຂໍ້ 4

ວັນ​ອັງຄານ​ທີ 21 ຕຸລາ

ຜູ້​ໃດ​ທີ່​ອົດທົນ​ຈົນ​ເຖິງ​ທີ່​ສຸດ ຜູ້​ນັ້ນ​ຈະ​ລອດ.—ມທ. 24:13

ໃຫ້​ຄິດ​ເຖິງ​ປະໂຫຍດ​ຂອງ​ການ​ເປັນ​ຄົນ​ອົດທົນ. ເມື່ອ​ເຮົາ​ອົດທົນ ເຮົາ​ກໍ​ມີ​ຄວາມ​ສຸກ​ຫຼາຍ​ຂຶ້ນ​ແລະ​ສະຫງົບໃຈ​ຫຼາຍ​ຂຶ້ນ. ການ​ເປັນ​ຄົນ​ອົດທົນ​ຊ່ວຍ​ເຮົາ​ໃຫ້​ມີ​ສຸຂະພາບ​ຮ່າງກາຍ​ແລະ​ສຸຂະພາບ​ຈິດ​ທີ່​ດີ. ນອກ​ຈາກ​ນັ້ນ ເມື່ອ​ເຮົາ​ອົດທົນ​ກັບ​ຄົນ​ອື່ນ ເຮົາ​ກໍ​ຈະ​ມີ​ສາຍ​ສຳພັນ​ທີ່ດີ​ກັບ​ເຂົາເຈົ້າ ແລະ​ປະຊາຄົມ​ກໍ​ຈະ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ​ຫຼາຍ​ຂຶ້ນ. ຖ້າ​ມີ​ບາງ​ຄົນ​ເຮັດ​ໃຫ້​ເຮົາ​ໃຈ​ຮ້າຍ ການ​ທີ່​ເຮົາ​ເປັນ​ຄົນ​ບໍ່​ຄຽດ​ງ່າຍ​ຈະ​ເຮັດ​ໃຫ້​ເລື່ອງ​ນັ້ນ​ບໍ່​ກາຍ​ເປັນ​ເລື່ອງ​ໃຫຍ່. (ພສ. 37:8; ສພສ. 14:29) ສຳຄັນ​ທີ່​ສຸດ ເມື່ອ​ເຮົາ​ເປັນ​ຄົນ​ອົດທົນ ເຮົາ​ກໍ​ກຳລັງ​ຮຽນ​ແບບ​ພະ​ເຢໂຫວາ​ພໍ່​ຂອງ​ເຮົາ​ທີ່​ຢູ່​ໃນ​ສະຫວັນ​ແລະ​ເຮັດ​ໃຫ້​ເຮົາ​ໃກ້ຊິດ​ກັບ​ເພິ່ນ​ຫຼາຍ​ຂຶ້ນ. ຄວາມ​ອົດທົນ​ເປັນ​ຄຸນລັກສະນະ​ທີ່​ດີ​ແລະ​ເປັນ​ປະໂຫຍດ​ກັບ​ເຮົາ​ທຸກ​ຄົນ. ເຖິງ​ວ່າ​ບໍ່​ແມ່ນ​ເລື່ອງ​ງ່າຍ​ທີ່​ເຮົາ​ຈະ​ອົດທົນ​ໄດ້​ຕະຫຼອດ ແຕ່​ຍ້ອນ​ພະ​ເຢໂຫວາ​ຊ່ວຍ​ເຮົາ ເຮົາ​ຈຶ່ງ​ສາມາດ​ອົດທົນ​ໄດ້​ຫຼາຍ​ຂຶ້ນ​ເລື້ອຍໆ. ໃນ​ຂະນະ​ທີ່​ເຮົາ​ລໍ​ຖ້າ​ໃຫ້​ໂລກ​ໃໝ່​ມາ​ຮອດ ເຮົາ​ກໍ​ໝັ້ນໃຈ​ໄດ້​ເລີຍ​ວ່າ “ພະ​ເຢໂຫວາ​ເຝົ້າ​ເບິ່ງ​ຄົນ​ທີ່​ນັບຖື​ເພິ່ນ ແລະ​ຄົນ​ທີ່​ລໍ​ຖ້າ​ຄວາມ​ຮັກ​ທີ່​ໝັ້ນຄົງ​ຂອງ​ເພິ່ນ.” (ພສ. 33:18) ດັ່ງນັ້ນ ຂໍ​ໃຫ້​ເຮົາ​ທຸກ​ຄົນ​ຕັ້ງໃຈ​ທີ່​ຈະ​ປູກ​ຝັງ​ຄວາມ​ອົດທົນ​ຕໍ່ໆ​ໄປ. ຫ23.08 ໜ້າ 22 ຂໍ້ 7; ໜ້າ 25 ຂໍ້ 16-17

ວັນ​ພຸດ​ທີ 22 ຕຸລາ

ຖ້າ​ມີ​ຄວາມ​ເຊື່ອ ແຕ່​ບໍ່​ໄດ້​ເຮັດ​ຕາມ ຄວາມ​ເຊື່ອ​ນັ້ນ​ກໍ​ຕາຍ​ແລ້ວ.—ຢກບ. 2:17

ຢາໂກໂບ​ຊີ້​ໃຫ້​ເຫັນ​ວ່າ​ຄົນ​ເຮົາ​ອາດ​ຈະ​ເວົ້າ​ວ່າ​ມີ​ຄວາມ​ເຊື່ອ ແຕ່​ສິ່ງ​ທີ່​ລາວ​ເຮັດ​ບໍ່​ໄດ້​ສະແດງ​ວ່າ​ລາວ​ມີ​ຄວາມ​ເຊື່ອ. (ຢກບ. 2:1-5, 9) ຢາໂກໂບ​ຍັງ​ເວົ້າ​ເຖິງ​ຄົນ​ທີ່​ເຫັນ​ພີ່ນ້ອງ​ບໍ່​ມີ​ເຄື່ອງນຸ່ງ​ໃສ່​ແລະ​ບໍ່​ມີ​ອາຫານ​ກິນ ແຕ່​ບໍ່​ໄດ້​ຊ່ວຍ​ເຫຼືອ. ເຖິງ​ລາວ​ຈະ​ເວົ້າ​ວ່າ​ມີ​ຄວາມ​ເຊື່ອ ແຕ່​ຖ້າ​ບໍ່​ມີ​ການ​ກະທຳ ກໍ​ບໍ່​ມີ​ປະໂຫຍດ​ຫຍັງ. (ຢກບ. 2:14-17) ຢາໂກໂບ​ເວົ້າ​ເຖິງ​ຣາຮາບ​ວ່າ​ເປັນ​ຄົນ​ທີ່​ມີ​ຄວາມ​ເຊື່ອ​ທີ່​ສະແດງ​ອອກ​ໂດຍ​ການ​ກະທຳ. (ຢກບ. 2:25, 26) ຣາຮາບ​ເຄີຍ​ໄດ້​ຍິນ​ກ່ຽວກັບ​ພະ​ເຢໂຫວາ​ແລະ​ຮູ້​ວ່າ​ເພິ່ນ​ກຳລັງ​ຊ່ວຍ​ຄົນ​ອິດສະຣາເອນ​ຢູ່. (ຢຊ. 2:9-11) ລາວ​ສະແດງ​ຄວາມ​ເຊື່ອ​ໃນ​ພະ​ເຢໂຫວາ​ໂດຍ​ປົກປ້ອງ​ຄົນ​ອິດສະຣາເອນ 2 ຄົນ​ທີ່​ເປັນ​ຄົນ​ສອດແນມ ເຊິ່ງ​ຕົກ​ຢູ່​ໃນ​ອັນຕະລາຍ. ຍ້ອນ​ແນວ​ນີ້ ຣາຮາບ​ຈຶ່ງ​ເປັນ​ຄົນ​ທີ່​ພະເຈົ້າ​ຍອມຮັບ​ຄື​ກັບ​ອັບຣາຮາມ. ຈາກ​ຕົວຢ່າງ​ຂອງ​ຣາຮາບ​ເຮົາ​ເຫັນ​ໄດ້​ແຈ້ງ​ວ່າ ຄວາມ​ເຊື່ອ​ຕ້ອງ​ສະແດງ​ອອກ​ໂດຍ​ການ​ກະທຳ. ຫ23.12 ໜ້າ 5 ຂໍ້ 12-13

ວັນ​ພະຫັດ​ທີ 23 ຕຸລາ

ຂໍ​ໃຫ້​ພວກ​ເຈົ້າ​ຕັ້ງ​ໝັ້ນຄົງ​ແລະ​ຍຶດ​ຢູ່​ກັບ​ຮາກ​ຖານ​ນັ້ນ.—ອຟຊ. 3:17

ເຮົາ​ບໍ່​ຢາກ​ເຂົ້າໃຈ​ແຕ່​ຄວາມ​ຮູ້​ພື້ນຖານ​ໃນ​ຄຳພີ​ໄບເບິນ​ເທົ່າ​ນັ້ນ ແຕ່​ເຮົາ​ຢາກ​ເຂົ້າໃຈ “ສິ່ງ​ທີ່​ເລິກ​ເຊິ່ງ​ຂອງ​ພະເຈົ້າ” ນຳ ເຊິ່ງ​ເຮົາ​ເຮັດ​ແບບ​ນັ້ນ​ໄດ້​ໂດຍ​ການ​ຊ່ວຍ​ເຫຼືອ​ຈາກ​ພະລັງ​ບໍລິສຸດ. (1ກຣ. 2:9, 10) ໃຫ້​ເຈົ້າ​ຕັ້ງ​ເປົ້າໝາຍ​ທີ່​ຈະ​ສຶກສາ​ສ່ວນ​ໂຕ​ເພື່ອ​ຈະ​ໃກ້ຊິດ​ກັບ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ. ເຈົ້າ​ອາດ​ຄົ້ນຄວ້າ​ວ່າ​ພະ​ເຢໂຫວາ​ໄດ້​ສະແດງ​ຄວາມ​ຮັກ​ຕໍ່​ຜູ້​ຮັບໃຊ້​ຂອງ​ເພິ່ນ​ໃນ​ອະດີດ​ແນວ​ໃດ ແລະ​ການ​ເຮັດ​ແບບ​ນັ້ນ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເພິ່ນ​ຮັກ​ເຈົ້າ​ຄື​ກັນ. ເຈົ້າ​ອາດ​ຄົ້ນຄວ້າ​ໄດ້​ນຳ​ວ່າ​ພະ​ເຢໂຫວາ​ຢາກ​ໃຫ້​ພວກ​ອິດສະຣາເອນ​ນະມັດສະການ​ເພິ່ນ​ແນວ​ໃດ ແລ້ວ​ສົມທຽບ​ວ່າ​ເພິ່ນ​ຢາກ​ໃຫ້​ເຮົາ​ນະມັດສະການ​ເພິ່ນ​ແນວ​ໃດ​ໃນ​ທຸກ​ມື້​ນີ້ ຫຼື​ເຈົ້າ​ອາດ​ສຶກສາ​ລະອຽດ​ກ່ຽວກັບ​ຄຳ​ພະຍາກອນ​ຕ່າງໆ​ທີ່​ພະ​ເຢຊູ​ເຮັດ​ໃຫ້​ເກີດຂຶ້ນ​ແທ້​ຕອນ​ທີ່​ເພິ່ນ​ມີ​ຊີວິດ​ແລະ​ຮັບໃຊ້​ຢູ່​ໃນ​ໂລກ​ນີ້. ເຈົ້າ​ຈະ​ມ່ວນ​ຫຼາຍ​ກັບ​ການ​ສຶກສາ​ຫົວ​ເລື່ອງ​ເຫຼົ່າ​ນີ້. ໃຫ້​ເບິ່ງ​ຂໍ້ມູນ​ຈາກ​ຄູ່ມື​ຄົ້ນຄວ້າ​ສຳລັບ​ພະຍານ​ພະ​ເຢໂຫວາ. ການ​ສຶກສາ​ຄຳພີ​ໄບເບິນ​ແບບ​ເລິກ​ເຊິ່ງ​ຈະ​ຊ່ວຍ​ເຈົ້າ​ໃຫ້​ມີ​ຄວາມ​ເຊື່ອ​ເຂັ້ມແຂງ​ແລະ​ຊ່ວຍ​ເຈົ້າ​ໃຫ້ “ພົບ​ຄວາມ​ຮູ້​ຂອງ​ພະເຈົ້າ.”—ສພສ. 2:4, 5. ຫ23.10 ໜ້າ 18-19 ຂໍ້ 3-5

ວັນ​ສຸກ​ທີ 24 ຕຸລາ

ສຳຄັນ​ທີ່​ສຸດ​ແມ່ນ​ໃຫ້​ຮັກ​ກັນ​ຫຼາຍໆ ຍ້ອນ​ຄວາມ​ຮັກ​ເຮັດ​ໃຫ້​ຄົນ​ເຮົາ​ເຕັມໃຈ​ຍົກໂທດ​ໃຫ້​ຄົນ​ອື່ນ.—1ປຕ. 4:8

ຄຳ​ວ່າ “ຫຼາຍໆ” ທີ່​ເປໂຕ​ໃຊ້ ແປ​ຕາມ​ໂຕ​ວ່າ “ພື​ອອກ.” ສ່ວນ​ທີ 2 ຂອງ​ຂໍ້​ນີ້​ເວົ້າ​ເຖິງ​ສິ່ງ​ທີ່​ເຮົາ​ຈະ​ເຮັດ​ເມື່ອ​ເຮົາ​ຮັກ​ກັນ​ຫຼາຍໆ. ຄວາມ​ຮັກ​ທີ່​ເຮົາ​ມີ​ຕໍ່​ພີ່ນ້ອງ​ສາມາດ​ປົກ​ປິດ​ຄວາມ​ຜິດ​ຂອງ​ເຂົາເຈົ້າ​ໄດ້. ໃຫ້​ເຮົາ​ນຶກພາບ​ແບບ​ນີ້ ຢູ່​ໜ້າ​ໂຕະ​ໜ່ວຍ​ໜຶ່ງ​ມີ​ຮອຍ​ຂູດ​ຫຼາຍ​ບ່ອນ. ຖ້າ​ເຮົາ​ເອົາ​ຜ້າ​ຜືນ​ໜຶ່ງ​ມາ ແລ້ວ​ພື​ອອກ​ຈົນ​ສຸດ​ເພື່ອ​ປົກ​ໂຕະ​ໜ່ວຍ​ນັ້ນ ເຮົາ​ກໍ​ຈະ​ປົກ​ຮອຍ​ຂູດ​ທີ່​ຢູ່​ເທິງ​ໂຕະ​ໄດ້​ທັງໝົດ ບໍ່​ແມ່ນ​ຮອຍ​ຂູດ​ໜຶ່ງ​ຫຼື​ສອງ​ບ່ອນ​ເທົ່າ​ນັ້ນ. ຄ້າຍຄື​ກັນ ຖ້າ​ເຮົາ​ຮັກ​ກັນ​ຫຼາຍໆ​ເຮົາ​ກໍ​ຈະ​ປົກ​ຄວາມ​ຜິດ​ທີ່​ເກີດ​ຈາກ​ຄວາມ​ບໍ່​ສົມບູນແບບ​ຂອງ​ພີ່ນ້ອງ​ໄດ້ ບໍ່​ແມ່ນ​ຄວາມ​ຜິດ​ໜຶ່ງ​ຫຼື​ສອງ​ຢ່າງ​ເທົ່າ​ນັ້ນ ແຕ່​ເຮົາ​ຈະ​ປົກ​ຄຸມ “ບາບ [ຄວາມ​ຜິດ] ໄດ້​ຢ່າງ​ຫຼວງ​ຫຼາຍ.” ຖ້າ​ເຮົາ​ຮັກ​ພີ່ນ້ອງ​ຫຼາຍ​ພໍ ມັນ​ຈະ​ຊ່ວຍ​ເຮົາ​ໃຫ້​ຍົກໂທດ​ໃຫ້​ເຂົາເຈົ້າ​ໄດ້​ຍ້ອນ​ຄວາມ​ບໍ່​ສົມບູນແບບ​ຂອງ​ເຂົາເຈົ້າ ເຖິງ​ວ່າ​ບາງເທື່ອ​ມັນ​ກໍ​ຍາກ​ຫຼາຍ. (ກລຊ. 3:13) ເມື່ອ​ເຮົາ​ຍົກໂທດ​ໃຫ້​ພີ່ນ້ອງ​ກໍ​ສະແດງ​ວ່າ​ເຮົາ​ຮັກ​ເຂົາເຈົ້າ​ຫຼາຍ​ແລະ​ເຮົາ​ກຳລັງ​ເຮັດ​ໃຫ້​ພະ​ເຢໂຫວາ​ພໍໃຈ. ຫ23.11 ໜ້າ 10-11 ຂໍ້ 13-15

ວັນ​ເສົາ​ທີ 25 ຕຸລາ

ຊາຟານ​ກໍ​ອ່ານ​ໃຫ້​ກະສັດ​ຟັງ.—2ຂຄ. 34:18

ຕອນ​ກະສັດ​ໂຢຊີຢາ​ອາຍຸ 26 ປີ ລາວ​ເລີ່ມ​ເຮັດ​ວຽກ​ແປງ​ວິຫານ. ຕອນ​ທີ່​ກຳລັງ​ແປງ​ວິຫານ ມີ​ຄົນ​ເຫັນ “ປຶ້ມ​ກົດໝາຍ​ຂອງ​ພະ​ເຢໂຫວາ​ທີ່​ເພິ່ນ​ໃຫ້​ຜ່ານ​ທາງ​ໂມເຊ.” ເມື່ອ​ກະສັດ​ໂຢຊີຢາ​ໄດ້​ຟັງ​ການ​ອ່ານ​ປຶ້ມ​ກົດໝາຍ​ນັ້ນ ລາວ​ກໍ​ເຮັດ​ຕາມ​ທັນທີ. (2ຂຄ. 34:14, 19-21) ເຈົ້າ​ຢາກ​ອ່ານ​ຄຳພີ​ໄບເບິນ​ເປັນ​ປະຈຳ​ບໍ? ຖ້າ​ເຈົ້າ​ກຳລັງ​ເຮັດ​ຢູ່ ເຈົ້າ​ມັກ​ບໍ? ເຈົ້າ​ຈື່​ຂໍ້​ຄຳພີ​ທີ່ຊ່ວຍ​ເຈົ້າ​ເປັນ​ສ່ວນ​ໂຕ​ບໍ? ຕອນ​ໂຢຊີຢາ​ອາຍຸ 39 ປີ ລາວ​ເຮັດ​ຜິດ​ພາດ​ຈົນ​ເຮັດ​ໃຫ້​ລາວ​ຕາຍ. ລາວ​ໝັ້ນໃຈ​ໃນ​ໂຕເອງ​ແທນ​ທີ່​ຈະ​ຂໍ​ການ​ຊີ້ນຳ​ຈາກ​ພະ​ເຢໂຫວາ. (2ຂຄ. 35:20-25) ບົດ​ຮຽນ​ສຳລັບ​ເຮົາ​ແມ່ນ ບໍ່​ວ່າ​ເຮົາ​ຈະ​ອາຍຸ​ສ່ຳ​ໃດ​ຫຼື​ຮຽນ​ຄຳພີ​ໄບເບິນ​ມາ​ດົນ​ປານ​ໃດ​ແລ້ວ ເຮົາ​ຕ້ອງ​ຊອກ​ຫາ​ພະ​ເຢໂຫວາ​ແລະ​ເພິ່ງ​ເພິ່ນ​ສະເໝີ. ການ​ຊອກ​ຫາ​ພະ​ເຢໂຫວາ​ລວມ​ເຖິງ​ການ​ອະທິດຖານ​ຂໍ​ການ​ຊີ້ນຳ​ຈາກ​ເພິ່ນ​ເປັນ​ປະຈຳ ສຶກສາ​ຄຳພີ​ໄບເບິນ ແລະ​ຟັງ​ຄຳ​ແນະນຳ​ຈາກ​ຄລິດສະຕຽນ​ທີ່​ມີ​ຄວາມ​ເຊື່ອ​ເຂັ້ມແຂງ. ຖ້າ​ເຮົາ​ເຮັດ​ແບບ​ນັ້ນ ເຮົາ​ກໍ​ຈະ​ບໍ່​ເຮັດ​ຜິດ​ພາດ​ຮ້າຍ​ແຮງ ແລະ​ຊີວິດ​ຂອງ​ເຮົາ​ຈະ​ມີ​ຄວາມ​ສຸກ​ຫຼາຍ​ຂຶ້ນ.—ຢກບ. 1:25. ຫ23.09 ໜ້າ 12 ຂໍ້ 15-16

ວັນ​ອາທິດ​ທີ 26 ຕຸລາ

ພະເຈົ້າ​ຊັງ​ຄວາມ​ຍິ່ງ ແຕ່​ເພິ່ນ​ສະແດງ​ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່​ຕໍ່​ຄົນ​ຖ່ອມ.—ຢກບ. 4:6

ຄຳພີ​ໄບເບິນ​ເວົ້າ​ເຖິງ​ຜູ້​ຍິງ​ຫຼາຍ​ຄົນ​ທີ່​ຮັກ​ແລະ​ຮັບໃຊ້​ພະ​ເຢໂຫວາ. ເຂົາເຈົ້າ “ຄວບຄຸມ​ຕົວເອງ​ໃນ​ທຸກ​ດ້ານ” ແລະ “ສັດຊື່​ໃນ​ທຸກ​ສິ່ງ.” (1ຕມ. 3:11) ນອກ​ຈາກ​ນັ້ນ​ຍັງ​ມີ​ຕົວຢ່າງ​ທີ່​ດີ​ຂອງ​ພີ່ນ້ອງ​ຍິງ​ທີ່​ມີ​ຄວາມ​ເປັນ​ຜູ້​ໃຫຍ່​ທີ່​ເປັນ​ຕາ​ຮຽນ​ແບບ​ໃນ​ປະຊາຄົມ​ຂອງ​ເຮົາ​ນຳ. ພີ່ນ້ອງ​ຍິງ​ທີ່​ຍັງ​ໜຸ່ມ ມີ​ພີ່ນ້ອງ​ຍິງ​ຄົນ​ໃດ​ບໍ​ທີ່​ເປັນ​ຕົວຢ່າງ​ທີ່​ດີ​ທີ່​ເຈົ້າ​ຈະ​ຮຽນ​ແບບ? ຄວາມ​ຖ່ອມ​ເປັນ​ຄຸນລັກສະນະ​ທີ່​ຄລິດສະຕຽນ​ທີ່​ມີ​ຄວາມ​ເປັນ​ຜູ້​ໃຫຍ່​ຕ້ອງ​ມີ. ຖ້າ​ພີ່ນ້ອງ​ຍິງ​ເປັນ​ຄົນ​ຖ່ອມ ລາວ​ຈະ​ມີ​ສາຍ​ສຳພັນ​ທີ່​ດີ​ກັບ​ພະ​ເຢໂຫວາ​ແລະຄົນ​ອື່ນ. ຕົວຢ່າງ​ເຊັ່ນ: ຜູ້​ຍິງ​ທີ່​ຮັກ​ພະ​ເຢໂຫວາ​ຈະ​ສະໜັບສະໜູນ​ການ​ຈັດ​ກຽມ​ຂອງ​ເພິ່ນ​ທີ່​ໃຫ້​ຜູ້​ຊາຍ​ເປັນ​ຜູ້​ນຳ ບໍ່​ວ່າ​ໃນ​ຄອບຄົວ​ຫຼື​ໃນ​ປະຊາຄົມ.—1ກຣ. 11:3. ຫ23.12 ໜ້າ 19 ຂໍ້ 3-5

ວັນ​ຈັນ​ທີ 27 ຕຸລາ

ຜົວ . . . ຄວນ​ຮັກ​ເມຍ​ຄື​ກັບ​ຮັກ​ຮ່າງກາຍ​ຂອງ​ໂຕເອງ.—ອຟຊ. 5:28

ພະ​ເຢໂຫວາ​ບອກ​ວ່າ​ຜົວ​ຕ້ອງ​ຮັກ​ເມຍ​ແລະ​ເບິ່ງແຍງ​ລາວ​ທາງ​ດ້ານ​ຮ່າງກາຍ ດ້ານ​ອາລົມ ແລະ​ດ້ານ​ຄວາມ​ເຊື່ອ. ການ​ພະຍາຍາມ​ເປັນ​ຄົນ​ສຸຂຸມ​ຮອບຄອບ ໃຫ້​ກຽດ​ຜູ້​ຍິງ ແລະ​ເປັນ​ຄົນ​ທີ່​ໄວ້ໃຈ​ໄດ້​ຈະ​ຊ່ວຍ​ເຈົ້າ​ໃຫ້​ເປັນ​ຜົວ​ທີ່​ດີ. ຫຼັງ​ຈາກ​ທີ່​ແຕ່ງດອງ​ແລ້ວ ເຈົ້າ​ອາດ​ຈະ​ໄດ້​ເປັນ​ພໍ່. ເຈົ້າ​ຈະ​ຮຽນ​ແບບ​ພະ​ເຢໂຫວາ​ແນວ​ໃດ​ເພື່ອ​ຈະ​ເປັນ​ພໍ່​ທີ່​ດີ? (ອຟຊ. 6:4) ພະ​ເຢໂຫວາ​ເວົ້າ​ກັບ​ພະ​ເຢຊູ​ຕໍ່​ໜ້າ​ທຸກ​ຄົນ​ວ່າ​ເພິ່ນ​ຮັກ​ແລະ​ພໍໃຈ​ພະ​ເຢຊູ​ຫຼາຍ. (ມທ. 3:17) ດັ່ງນັ້ນ ຖ້າ​ເຈົ້າ​ເປັນ​ພໍ່ ຂໍ​ເຮັດ​ໃຫ້​ລູກ​ໝັ້ນໃຈ​ວ່າ​ເຈົ້າ​ຮັກ​ລາວ. ຊົມເຊີຍ​ລາວ​ເລື້ອຍໆ​ສຳລັບ​ສິ່ງ​ດີໆ​ທີ່​ລາວ​ເຮັດ. ພໍ່​ທີ່​ຮຽນ​ແບບ​ຕົວຢ່າງ​ຂອງ​ພະ​ເຢໂຫວາ​ຈະ​ຊ່ວຍ​ລູກ​ໃຫ້​ກ້າວໜ້າ​ເປັນ​ຄລິດສະຕຽນ​ທີ່​ມີ​ຄວາມ​ເປັນ​ຜູ້​ໃຫຍ່. ເຈົ້າ​ສາມາດ​ກຽມ​ໂຕ​ສຳລັບ​ໜ້າທີ່​ນີ້​ໄດ້​ໂດຍ​ສະແດງ​ຄວາມ​ຮັກ​ກັບ​ທຸກ​ຄົນ​ໃນ​ຄອບຄົວ ແລະ​ໃນ​ປະຊາຄົມ​ຂອງ​ເຈົ້າ. ເບິ່ງແຍງ​ເຂົາເຈົ້າ​ໃຫ້​ດີ​ແລະ​ບອກ​ເຂົາເຈົ້າ​ວ່າ​ເຈົ້າ​ຮັກ​ແລະ​ເຫັນຄ່າ​ເຂົາເຈົ້າ.—ຢຮ. 15:9. ຫ23.12 ໜ້າ 29 ຂໍ້ 17-18

ວັນ​ອັງຄານ​ທີ 28 ຕຸລາ

ພະ​ເຢໂຫວາ​ເຮັດ​ໃຫ້​ຊີວິດ​ຂອງ​ພວກ​ເຈົ້າ​ໝັ້ນຄົງ.—ອຊຢ. 33:6

ພວກ​ເຮົາ​ທີ່​ເປັນ​ຜູ້​ຮັບໃຊ້​ທີ່​ສັດຊື່​ຂອງ​ພະ​ເຢໂຫວາ​ກໍ​ເຈິ​ບັນຫາ​ຫຍຸ້ງ​ຍາກ​ແລະ​ເຈັບ​ປ່ວຍ​ຄື​ກັບ​ຄົນ​ທົ່ວໄປ. ນອກ​ຈາກ​ນັ້ນ ເຮົາ​ຍັງ​ຕ້ອງ​ອົດທົນ​ກັບ​ການ​ຕໍ່ຕ້ານ​ແລະ​ການ​ຂົ່ມເຫງ​ຈາກ​ຄົນ​ທີ່​ຊັງ​ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ​ນຳ. ເຖິງ​ວ່າ​ພະ​ເຢໂຫວາ​ຈະ​ບໍ່​ປົກປ້ອງ​ເຮົາ​ຈາກ​ບັນຫາ​ທຸກ​ຢ່າງ ແຕ່​ເພິ່ນ​ກໍ​ສັນຍາ​ວ່າ​ຈະ​ຊ່ວຍ​ເຮົາ​ໃຫ້​ຮັບມື​ໄດ້. (ອຊຢ. 41:10) ດ້ວຍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ພະ​ເຢໂຫວາ ເຮົາ​ສາມາດ​ມີ​ຄວາມ​ສຸກ​ໄດ້ ຕັດສິນໃຈ​ຖືກຕ້ອງ ແລະ​ພັກດີ​ຕໍ່​ເພິ່ນ​ໄດ້​ເຖິງ​ວ່າ​ຈະ​ເຈິ​ເລື່ອງ​ທີ່​ໂຫດ​ຮ້າຍ​ທີ່​ສຸດ​ໃນ​ຊີວິດ. ພະ​ເຢໂຫວາ​ສັນຍາ​ວ່າ​ຈະ​ໃຫ້​ເຮົາ​ມີ “ສັນຕິສຸກ​ຂອງ​ພະເຈົ້າ.” (ຟລປ. 4:6, 7) ສັນຕິສຸກ​ນີ້​ໝາຍເຖິງ​ຄວາມ​ສະຫງົບໃຈ​ຍ້ອນ​ເຮົາ​ໃກ້ຊິດ​ກັບ​ພະ​ເຢໂຫວາ. ສັນຕິສຸກ​ນີ້​ເປັນ​ສິ່ງ​ທີ່ “ເກີນ​ຄວາມ​ເຂົ້າໃຈ​ທຸກ​ຢ່າງ” ແລະ​ມັນ​ດີ​ເກີນ​ກວ່າ​ທີ່​ເຮົາ​ຈະ​ນຶກພາບ​ອອກ​ໄດ້. ເຈົ້າ​ເຄີຍ​ອະທິດຖານ​ຫາ​ພະ​ເຢໂຫວາ​ຢ່າງ​ຈິງ​ຈັງ​ບໍ ແລະ​ເມື່ອ​ອະທິດຖານ​ແລ້ວ​ເຈົ້າ​ກໍ​ຮູ້ສຶກ​ສະຫງົບໃຈ​ຫຼາຍ​ແທ້ໆ. ເຈົ້າ​ຮູ້ສຶກ​ແບບ​ນັ້ນ​ຍ້ອນ​ພະ​ເຢໂຫວາ​ໃຫ້​ເຈົ້າ​ມີ “ສັນຕິສຸກ​ຂອງ​ພະເຈົ້າ.” ຫ24.01 ໜ້າ 20 ຂໍ້ 2; ໜ້າ 21 ຂໍ້ 4

ວັນ​ພຸດ​ທີ 29 ຕຸລາ

ຂ້ອຍ​ຂໍ​ສັນລະເສີນ​ພະ​ເຢໂຫວາ. ຂ້ອຍ​ຂໍ​ສັນລະເສີນ​ຊື່​ທີ່​ບໍລິສຸດ​ຂອງ​ເພິ່ນ​ສຸດ​ຫົວໃຈ.—ພສ. 103:1

ຄົນ​ທີ່​ຮັກ​ພະ​ເຢໂຫວາ​ຢາກ​ສັນລະເສີນ​ຊື່​ຂອງ​ເພິ່ນ​ສຸດ​ຫົວໃຈ. ດາວິດ​ຮູ້​ວ່າ​ການ​ສັນລະເສີນ​ຊື່​ຂອງ​ພະ​ເຢໂຫວາ​ໝາຍເຖິງ​ການ​ສັນລະເສີນ​ພະ​ເຢໂຫວາ. ເມື່ອ​ເຮົາ​ໄດ້​ຍິນ​ຊື່​ຂອງ​ພະ​ເຢໂຫວາ ເຮົາ​ກໍ​ຈະ​ຄິດ​ວ່າ​ເພິ່ນ​ເປັນ​ພະເຈົ້າ​ແບບ​ໃດ ຄິດ​ເຖິງ​ຄຸນລັກສະນະ​ຕ່າງໆ​ທີ່​ດີ​ຂອງ​ເພິ່ນ ແລະ​ຄິດ​ເຖິງ​ສິ່ງ​ທີ່​ເປັນ​ຕາ​ງຶດ​ທີ່​ເພິ່ນ​ໄດ້​ເຮັດ. ດາວິດ​ຢາກ​ສະແດງ​ຄວາມ​ນັບຖື​ຕໍ່​ຊື່​ທີ່​ບໍລິສຸດ​ຂອງ​ພະ​ເຢໂຫວາ​ແລະ​ສັນລະເສີນ​ຊື່​ນັ້ນ ລາວ​ຈຶ່ງ​ເຮັດ​ແບບ​ນັ້ນ “ສຸດ​ຫົວໃຈ” ຂອງ​ລາວ. ຄ້າຍຄື​ກັນ ພວກ​ເລວີ​ທີ່​ນຳໜ້າ​ໃນ​ການ​ສັນລະເສີນ​ຊື່​ຂອງ​ພະ​ເຢໂຫວາ​ຍອມຮັບ​ວ່າ​ຊື່​ທີ່​ສັກສິດ​ຂອງ​ເພິ່ນ​ຍິ່ງໃຫຍ່​ຈົນ​ບໍ່​ມີ​ຄຳ​ສັນລະເສີນ​ໃດ​ຈະ​ເໝາະສົມ. (ນຮຢ. 9:5) ການ​ສັນລະເສີນ​ພະ​ເຢໂຫວາ​ດ້ວຍ​ສຸດ​ຫົວໃຈ​ແລະ​ດ້ວຍ​ຄວາມ​ຖ່ອມ​ຕ້ອງ​ເຮັດ​ໃຫ້​ພະ​ເຢໂຫວາ​ມີ​ຄວາມ​ສຸກ​ຫຼາຍ​ແທ້ໆ. ຫ24.02 ໜ້າ 9 ຂໍ້ 6

ວັນ​ພະຫັດ​ທີ 30 ຕຸລາ

ບໍ່​ວ່າ​ພວກ​ເຮົາ​ຈະ​ກ້າວໜ້າ​ຫຼາຍ​ສ່ຳ​ໃດ ກໍ​ຂໍ​ໃຫ້​ພວກ​ເຮົາ​ກ້າວໜ້າ​ແບບ​ນັ້ນ​ຕໍ່​ໄປ​ເລື້ອຍໆ.—ຟລປ. 3:16

ຖ້າ​ເປົ້າໝາຍ​ທີ່​ເຈົ້າ​ຕັ້ງ​ໄວ້​ມັນ​ຍາກ​ເກີນ​ໄປ​ສຳລັບ​ເຈົ້າ ພະ​ເຢໂຫວາ​ເຂົ້າໃຈ​ເຈົ້າ​ແລະ​ເພິ່ນ​ບໍ່​ໄດ້​ເບິ່ງ​ວ່າ​ເຈົ້າ​ເປັນ​ຄົນ​ທີ່​ລົ້ມເຫຼວ. (2ກຣ. 8:12) ໃຫ້​ເບິ່ງ​ວ່າ​ການ​ທີ່​ຍັງ​ເຮັດ​ຕາມ​ເປົ້າໝາຍ​ບໍ່​ໄດ້​ມັນ​ເປັນ​ບົດ​ຮຽນ. ໃຫ້​ຄິດ​ເຖິງ​ສິ່ງ​ທີ່​ເຈົ້າ​ໄດ້​ເຮັດ​ສຳເລັດ​ມາ​ແລ້ວ. ຄຳພີ​ໄບເບິນ​ບອກ​ວ່າ: “ພະເຈົ້າ​ຍຸຕິທຳ ພະອົງ​ຈຶ່ງ​ບໍ່​ລືມ​ວຽກ​ທີ່​ພວກ​ເຈົ້າ​ເຮັດ.” (ຮຣ. 6:10) ດັ່ງນັ້ນ ເຈົ້າ​ກໍ​ບໍ່​ຄວນ​ລືມ​ສິ່ງ​ທີ່​ເຈົ້າ​ເຮັດ​ຜ່ານ​ມາ​ຄື​ກັນ. ໃຫ້​ຄິດ​ເຖິງ​ເປົ້າໝາຍ​ທີ່​ເຈົ້າ​ໄດ້​ເຮັດ​ສຳເລັດ​ຜ່ານ​ມາ​ແລ້ວ ເຊັ່ນ: ເຈົ້າ​ໄດ້​ສ້າງ​ສາຍ​ສຳພັນ​ທີ່​ດີ​ກັບ​ພະ​ເຢໂຫວາ ໄດ້​ບອກ​ຄົນ​ອື່ນ​ເລື່ອງ​ຂອງ​ເພິ່ນ ແລະ​ໄດ້​ຮັບ​ບັບເຕມາ. ຄື​ກັບ​ທີ່​ເຈົ້າ​ເຄີຍ​ຕັ້ງ​ເປົ້າໝາຍ​ຕາມ​ຄວາມ​ເຊື່ອ​ແລະ​ເຮັດ​ສຳເລັດ​ແລ້ວ ເຈົ້າ​ກໍ​ຈະ​ສາມາດ​ເຮັດ​ຕາມ​ເປົ້າໝາຍ​ທີ່​ຕັ້ງ​ໄວ້​ໃນ​ຕອນນີ້​ໄດ້​ຄື​ກັນ. ເຈົ້າ​ເຮັດ​ຕາມ​ເປົ້າໝາຍ​ໄດ້ ຖ້າ​ໃຫ້​ພະ​ເຢໂຫວາ​ຊ່ວຍ. ເຈົ້າ​ຈະ​ມີ​ຄວາມ​ສຸກ​ໃນ​ລະຫວ່າງ​ທີ່​ເຈົ້າ​ພະຍາຍາມ​ໄປ​ເຖິງ​ເປົ້າໝາຍ​ຖ້າ​ເຈົ້າ​ສັງເກດ​ເບິ່ງ​ວ່າ​ພະ​ເຢໂຫວາ​ກຳລັງ​ຊ່ວຍ​ເຈົ້າ​ແລະ​ອວຍພອນ​ເຈົ້າ​ແນວ​ໃດ. (2ກຣ. 4:7) ຖ້າ​ເຈົ້າ​ບໍ່​ຍອມແພ້ ເຈົ້າ​ກໍ​ຈະ​ໄດ້​ຮັບ​ພອນ​ຢ່າງ​ຫຼວງ​ຫຼາຍ.—ຄລຕ. 6:9. ຫ23.05 ໜ້າ 31 ຂໍ້ 16-18

ວັນ​ສຸກ​ທີ 31 ຕຸລາ

ພະເຈົ້າ​ຜູ້​ເປັນ​ພໍ່​ຮັກ​ພວກ​ເຈົ້າ ຍ້ອນ​ພວກ​ເຈົ້າ​ຮັກ​ຂ້ອຍ​ແລະ​ເຊື່ອ​ວ່າ​ຂ້ອຍ​ເປັນ​ຕົວແທນ​ຂອງ​ເພິ່ນ.—ຢຮ. 16:27

ພະ​ເຢໂຫວາ​ມັກ​ສະແດງ​ອອກ​ວ່າ​ເພິ່ນ​ຮັກ​ແລະ​ພໍໃຈ​ຜູ້​ຮັບໃຊ້​ຂອງ​ເພິ່ນ. ຄຳພີ​ໄບເບິນ​ເວົ້າ​ເຖິງ 2 ເຫດການ​ທີ່​ພະ​ເຢໂຫວາ​ບອກ​ວ່າ​ພະ​ເຢຊູ​ເປັນ​ລູກ​ທີ່​ເພິ່ນ​ຮັກ ແລະ​ເພິ່ນ​ພໍໃຈ​ພະ​ເຢຊູ​ຫຼາຍ. (ມທ. 3:17; 17:5) ເຈົ້າ​ຢາກ​ໄດ້​ຍິນ​ພະ​ເຢໂຫວາ​ເວົ້າ​ກັບ​ເຈົ້າ​ແບບ​ນີ້​ບໍ? ເຖິງ​ວ່າ​ພະ​ເຢໂຫວາ​ບໍ່​ໄດ້​ເວົ້າ​ແບບ​ນີ້​ກັບ​ເຮົາ​ໂດຍ​ກົງ ແຕ່​ເພິ່ນ​ເວົ້າ​ກັບ​ເຮົາ​ຜ່ານ​ທາງ​ຄຳພີ​ໄບເບິນ. ເຮົາ​ຈະ​ໄດ້​ຍິນ​ສຽງ​ຂອງ​ພະ​ເຢໂຫວາ​ເວົ້າ​ວ່າ​ເພິ່ນ​ພໍໃຈ​ເຮົາ​ເມື່ອ​ເຮົາ​ອ່ານ​ຄຳເວົ້າ​ຂອງ​ພະ​ເຢຊູ​ໃນ​ປຶ້ມ​ຂ່າວ​ດີ 4 ຫົວ. ພະ​ເຢຊູ​ຮຽນ​ແບບ​ພະ​ເຢໂຫວາ​ໄດ້​ຢ່າງ​ຄົບ​ຖ້ວນ. ດັ່ງນັ້ນ ເມື່ອ​ເຮົາ​ອ່ານ​ເລື່ອງ​ຂອງ​ພະ​ເຢຊູ​ທີ່​ເພິ່ນ​ສະແດງ​ໃຫ້​ເຫັນ​ວ່າ​ເພິ່ນ​ພໍໃຈ​ພວກ​ລູກສິດ​ເຖິງ​ວ່າ​ເຂົາເຈົ້າ​ບໍ່​ສົມບູນແບບ ເຮົາ​ກໍ​ນຶກພາບ​ອອກ​ເລີຍ​ວ່າ​ພະ​ເຢໂຫວາ​ກໍ​ຮູ້ສຶກ​ແບບ​ນີ້​ກັບ​ເຮົາ​ຄື​ກັນ. (ຢຮ. 15:9, 15) ເມື່ອ​ສິ່ງ​ບໍ່​ດີ​ເກີດຂຶ້ນ​ກັບ​ເຮົາ ບໍ່​ໄດ້​ໝາຍ​ຄວາມ​ວ່າ​ພະ​ເຢໂຫວາ​ບໍ່​ພໍໃຈ​ເຮົາ​ແລ້ວ. ແຕ່​ເປັນ​ໂອກາດ​ທີ່​ເຮົາ​ຈະ​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ຮັກ​ພະ​ເຢໂຫວາ​ແລະ​ໄວ້ໃຈ​ເພິ່ນ​ຫຼາຍ​ສ່ຳ​ໃດ.—ຢກບ. 1:12. ຫ24.03 ໜ້າ 28 ຂໍ້ 10-11

    ໜັງສືພາສາລາວ (1993-2026)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌