ວັນເສົາທີ 25 ຕຸລາ
ຊາຟານກໍອ່ານໃຫ້ກະສັດຟັງ.—2ຂຄ. 34:18
ຕອນກະສັດໂຢຊີຢາອາຍຸ 26 ປີ ລາວເລີ່ມເຮັດວຽກແປງວິຫານ. ຕອນທີ່ກຳລັງແປງວິຫານ ມີຄົນເຫັນ “ປຶ້ມກົດໝາຍຂອງພະເຢໂຫວາທີ່ເພິ່ນໃຫ້ຜ່ານທາງໂມເຊ.” ເມື່ອກະສັດໂຢຊີຢາໄດ້ຟັງການອ່ານປຶ້ມກົດໝາຍນັ້ນ ລາວກໍເຮັດຕາມທັນທີ. (2ຂຄ. 34:14, 19-21) ເຈົ້າຢາກອ່ານຄຳພີໄບເບິນເປັນປະຈຳບໍ? ຖ້າເຈົ້າກຳລັງເຮັດຢູ່ ເຈົ້າມັກບໍ? ເຈົ້າຈື່ຂໍ້ຄຳພີທີ່ຊ່ວຍເຈົ້າເປັນສ່ວນໂຕບໍ? ຕອນໂຢຊີຢາອາຍຸ 39 ປີ ລາວເຮັດຜິດພາດຈົນເຮັດໃຫ້ລາວຕາຍ. ລາວໝັ້ນໃຈໃນໂຕເອງແທນທີ່ຈະຂໍການຊີ້ນຳຈາກພະເຢໂຫວາ. (2ຂຄ. 35:20-25) ບົດຮຽນສຳລັບເຮົາແມ່ນ ບໍ່ວ່າເຮົາຈະອາຍຸສ່ຳໃດຫຼືຮຽນຄຳພີໄບເບິນມາດົນປານໃດແລ້ວ ເຮົາຕ້ອງຊອກຫາພະເຢໂຫວາແລະເພິ່ງເພິ່ນສະເໝີ. ການຊອກຫາພະເຢໂຫວາລວມເຖິງການອະທິດຖານຂໍການຊີ້ນຳຈາກເພິ່ນເປັນປະຈຳ ສຶກສາຄຳພີໄບເບິນ ແລະຟັງຄຳແນະນຳຈາກຄລິດສະຕຽນທີ່ມີຄວາມເຊື່ອເຂັ້ມແຂງ. ຖ້າເຮົາເຮັດແບບນັ້ນ ເຮົາກໍຈະບໍ່ເຮັດຜິດພາດຮ້າຍແຮງ ແລະຊີວິດຂອງເຮົາຈະມີຄວາມສຸກຫຼາຍຂຶ້ນ.—ຢກບ. 1:25. ຫ23.09 ໜ້າ 12 ຂໍ້ 15-16
ວັນອາທິດທີ 26 ຕຸລາ
ພະເຈົ້າຊັງຄວາມຍິ່ງ ແຕ່ເພິ່ນສະແດງຄວາມກະລຸນາທີ່ຍິ່ງໃຫຍ່ຕໍ່ຄົນຖ່ອມ.—ຢກບ. 4:6
ຄຳພີໄບເບິນເວົ້າເຖິງຜູ້ຍິງຫຼາຍຄົນທີ່ຮັກແລະຮັບໃຊ້ພະເຢໂຫວາ. ເຂົາເຈົ້າ “ຄວບຄຸມຕົວເອງໃນທຸກດ້ານ” ແລະ “ສັດຊື່ໃນທຸກສິ່ງ.” (1ຕມ. 3:11) ນອກຈາກນັ້ນຍັງມີຕົວຢ່າງທີ່ດີຂອງພີ່ນ້ອງຍິງທີ່ມີຄວາມເປັນຜູ້ໃຫຍ່ທີ່ເປັນຕາຮຽນແບບໃນປະຊາຄົມຂອງເຮົານຳ. ພີ່ນ້ອງຍິງທີ່ຍັງໜຸ່ມ ມີພີ່ນ້ອງຍິງຄົນໃດບໍທີ່ເປັນຕົວຢ່າງທີ່ດີທີ່ເຈົ້າຈະຮຽນແບບ? ຄວາມຖ່ອມເປັນຄຸນລັກສະນະທີ່ຄລິດສະຕຽນທີ່ມີຄວາມເປັນຜູ້ໃຫຍ່ຕ້ອງມີ. ຖ້າພີ່ນ້ອງຍິງເປັນຄົນຖ່ອມ ລາວຈະມີສາຍສຳພັນທີ່ດີກັບພະເຢໂຫວາແລະຄົນອື່ນ. ຕົວຢ່າງເຊັ່ນ: ຜູ້ຍິງທີ່ຮັກພະເຢໂຫວາຈະສະໜັບສະໜູນການຈັດກຽມຂອງເພິ່ນທີ່ໃຫ້ຜູ້ຊາຍເປັນຜູ້ນຳ ບໍ່ວ່າໃນຄອບຄົວຫຼືໃນປະຊາຄົມ.—1ກຣ. 11:3. ຫ23.12 ໜ້າ 19 ຂໍ້ 3-5
ວັນຈັນທີ 27 ຕຸລາ
ຜົວ . . . ຄວນຮັກເມຍຄືກັບຮັກຮ່າງກາຍຂອງໂຕເອງ.—ອຟຊ. 5:28
ພະເຢໂຫວາບອກວ່າຜົວຕ້ອງຮັກເມຍແລະເບິ່ງແຍງລາວທາງດ້ານຮ່າງກາຍ ດ້ານອາລົມ ແລະດ້ານຄວາມເຊື່ອ. ການພະຍາຍາມເປັນຄົນສຸຂຸມຮອບຄອບ ໃຫ້ກຽດຜູ້ຍິງ ແລະເປັນຄົນທີ່ໄວ້ໃຈໄດ້ຈະຊ່ວຍເຈົ້າໃຫ້ເປັນຜົວທີ່ດີ. ຫຼັງຈາກທີ່ແຕ່ງດອງແລ້ວ ເຈົ້າອາດຈະໄດ້ເປັນພໍ່. ເຈົ້າຈະຮຽນແບບພະເຢໂຫວາແນວໃດເພື່ອຈະເປັນພໍ່ທີ່ດີ? (ອຟຊ. 6:4) ພະເຢໂຫວາເວົ້າກັບພະເຢຊູຕໍ່ໜ້າທຸກຄົນວ່າເພິ່ນຮັກແລະພໍໃຈພະເຢຊູຫຼາຍ. (ມທ. 3:17) ດັ່ງນັ້ນ ຖ້າເຈົ້າເປັນພໍ່ ຂໍເຮັດໃຫ້ລູກໝັ້ນໃຈວ່າເຈົ້າຮັກລາວ. ຊົມເຊີຍລາວເລື້ອຍໆສຳລັບສິ່ງດີໆທີ່ລາວເຮັດ. ພໍ່ທີ່ຮຽນແບບຕົວຢ່າງຂອງພະເຢໂຫວາຈະຊ່ວຍລູກໃຫ້ກ້າວໜ້າເປັນຄລິດສະຕຽນທີ່ມີຄວາມເປັນຜູ້ໃຫຍ່. ເຈົ້າສາມາດກຽມໂຕສຳລັບໜ້າທີ່ນີ້ໄດ້ໂດຍສະແດງຄວາມຮັກກັບທຸກຄົນໃນຄອບຄົວ ແລະໃນປະຊາຄົມຂອງເຈົ້າ. ເບິ່ງແຍງເຂົາເຈົ້າໃຫ້ດີແລະບອກເຂົາເຈົ້າວ່າເຈົ້າຮັກແລະເຫັນຄ່າເຂົາເຈົ້າ.—ຢຮ. 15:9. ຫ23.12 ໜ້າ 29 ຂໍ້ 17-18