ວັນພຸດທີ 29 ຕຸລາ
ຂ້ອຍຂໍສັນລະເສີນພະເຢໂຫວາ. ຂ້ອຍຂໍສັນລະເສີນຊື່ທີ່ບໍລິສຸດຂອງເພິ່ນສຸດຫົວໃຈ.—ພສ. 103:1
ຄົນທີ່ຮັກພະເຢໂຫວາຢາກສັນລະເສີນຊື່ຂອງເພິ່ນສຸດຫົວໃຈ. ດາວິດຮູ້ວ່າການສັນລະເສີນຊື່ຂອງພະເຢໂຫວາໝາຍເຖິງການສັນລະເສີນພະເຢໂຫວາ. ເມື່ອເຮົາໄດ້ຍິນຊື່ຂອງພະເຢໂຫວາ ເຮົາກໍຈະຄິດວ່າເພິ່ນເປັນພະເຈົ້າແບບໃດ ຄິດເຖິງຄຸນລັກສະນະຕ່າງໆທີ່ດີຂອງເພິ່ນ ແລະຄິດເຖິງສິ່ງທີ່ເປັນຕາງຶດທີ່ເພິ່ນໄດ້ເຮັດ. ດາວິດຢາກສະແດງຄວາມນັບຖືຕໍ່ຊື່ທີ່ບໍລິສຸດຂອງພະເຢໂຫວາແລະສັນລະເສີນຊື່ນັ້ນ ລາວຈຶ່ງເຮັດແບບນັ້ນ “ສຸດຫົວໃຈ” ຂອງລາວ. ຄ້າຍຄືກັນ ພວກເລວີທີ່ນຳໜ້າໃນການສັນລະເສີນຊື່ຂອງພະເຢໂຫວາຍອມຮັບວ່າຊື່ທີ່ສັກສິດຂອງເພິ່ນຍິ່ງໃຫຍ່ຈົນບໍ່ມີຄຳສັນລະເສີນໃດຈະເໝາະສົມ. (ນຮຢ. 9:5) ການສັນລະເສີນພະເຢໂຫວາດ້ວຍສຸດຫົວໃຈແລະດ້ວຍຄວາມຖ່ອມຕ້ອງເຮັດໃຫ້ພະເຢໂຫວາມີຄວາມສຸກຫຼາຍແທ້ໆ. ຫ24.02 ໜ້າ 9 ຂໍ້ 6
ວັນພະຫັດທີ 30 ຕຸລາ
ບໍ່ວ່າພວກເຮົາຈະກ້າວໜ້າຫຼາຍສ່ຳໃດ ກໍຂໍໃຫ້ພວກເຮົາກ້າວໜ້າແບບນັ້ນຕໍ່ໄປເລື້ອຍໆ.—ຟລປ. 3:16
ຖ້າເປົ້າໝາຍທີ່ເຈົ້າຕັ້ງໄວ້ມັນຍາກເກີນໄປສຳລັບເຈົ້າ ພະເຢໂຫວາເຂົ້າໃຈເຈົ້າແລະເພິ່ນບໍ່ໄດ້ເບິ່ງວ່າເຈົ້າເປັນຄົນທີ່ລົ້ມເຫຼວ. (2ກຣ. 8:12) ໃຫ້ເບິ່ງວ່າການທີ່ຍັງເຮັດຕາມເປົ້າໝາຍບໍ່ໄດ້ມັນເປັນບົດຮຽນ. ໃຫ້ຄິດເຖິງສິ່ງທີ່ເຈົ້າໄດ້ເຮັດສຳເລັດມາແລ້ວ. ຄຳພີໄບເບິນບອກວ່າ: “ພະເຈົ້າຍຸຕິທຳ ພະອົງຈຶ່ງບໍ່ລືມວຽກທີ່ພວກເຈົ້າເຮັດ.” (ຮຣ. 6:10) ດັ່ງນັ້ນ ເຈົ້າກໍບໍ່ຄວນລືມສິ່ງທີ່ເຈົ້າເຮັດຜ່ານມາຄືກັນ. ໃຫ້ຄິດເຖິງເປົ້າໝາຍທີ່ເຈົ້າໄດ້ເຮັດສຳເລັດຜ່ານມາແລ້ວ ເຊັ່ນ: ເຈົ້າໄດ້ສ້າງສາຍສຳພັນທີ່ດີກັບພະເຢໂຫວາ ໄດ້ບອກຄົນອື່ນເລື່ອງຂອງເພິ່ນ ແລະໄດ້ຮັບບັບເຕມາ. ຄືກັບທີ່ເຈົ້າເຄີຍຕັ້ງເປົ້າໝາຍຕາມຄວາມເຊື່ອແລະເຮັດສຳເລັດແລ້ວ ເຈົ້າກໍຈະສາມາດເຮັດຕາມເປົ້າໝາຍທີ່ຕັ້ງໄວ້ໃນຕອນນີ້ໄດ້ຄືກັນ. ເຈົ້າເຮັດຕາມເປົ້າໝາຍໄດ້ ຖ້າໃຫ້ພະເຢໂຫວາຊ່ວຍ. ເຈົ້າຈະມີຄວາມສຸກໃນລະຫວ່າງທີ່ເຈົ້າພະຍາຍາມໄປເຖິງເປົ້າໝາຍຖ້າເຈົ້າສັງເກດເບິ່ງວ່າພະເຢໂຫວາກຳລັງຊ່ວຍເຈົ້າແລະອວຍພອນເຈົ້າແນວໃດ. (2ກຣ. 4:7) ຖ້າເຈົ້າບໍ່ຍອມແພ້ ເຈົ້າກໍຈະໄດ້ຮັບພອນຢ່າງຫຼວງຫຼາຍ.—ຄລຕ. 6:9. ຫ23.05 ໜ້າ 31 ຂໍ້ 16-18
ວັນສຸກທີ 31 ຕຸລາ
ພະເຈົ້າຜູ້ເປັນພໍ່ຮັກພວກເຈົ້າ ຍ້ອນພວກເຈົ້າຮັກຂ້ອຍແລະເຊື່ອວ່າຂ້ອຍເປັນຕົວແທນຂອງເພິ່ນ.—ຢຮ. 16:27
ພະເຢໂຫວາມັກສະແດງອອກວ່າເພິ່ນຮັກແລະພໍໃຈຜູ້ຮັບໃຊ້ຂອງເພິ່ນ. ຄຳພີໄບເບິນເວົ້າເຖິງ 2 ເຫດການທີ່ພະເຢໂຫວາບອກວ່າພະເຢຊູເປັນລູກທີ່ເພິ່ນຮັກ ແລະເພິ່ນພໍໃຈພະເຢຊູຫຼາຍ. (ມທ. 3:17; 17:5) ເຈົ້າຢາກໄດ້ຍິນພະເຢໂຫວາເວົ້າກັບເຈົ້າແບບນີ້ບໍ? ເຖິງວ່າພະເຢໂຫວາບໍ່ໄດ້ເວົ້າແບບນີ້ກັບເຮົາໂດຍກົງ ແຕ່ເພິ່ນເວົ້າກັບເຮົາຜ່ານທາງຄຳພີໄບເບິນ. ເຮົາຈະໄດ້ຍິນສຽງຂອງພະເຢໂຫວາເວົ້າວ່າເພິ່ນພໍໃຈເຮົາເມື່ອເຮົາອ່ານຄຳເວົ້າຂອງພະເຢຊູໃນປຶ້ມຂ່າວດີ 4 ຫົວ. ພະເຢຊູຮຽນແບບພະເຢໂຫວາໄດ້ຢ່າງຄົບຖ້ວນ. ດັ່ງນັ້ນ ເມື່ອເຮົາອ່ານເລື່ອງຂອງພະເຢຊູທີ່ເພິ່ນສະແດງໃຫ້ເຫັນວ່າເພິ່ນພໍໃຈພວກລູກສິດເຖິງວ່າເຂົາເຈົ້າບໍ່ສົມບູນແບບ ເຮົາກໍນຶກພາບອອກເລີຍວ່າພະເຢໂຫວາກໍຮູ້ສຶກແບບນີ້ກັບເຮົາຄືກັນ. (ຢຮ. 15:9, 15) ເມື່ອສິ່ງບໍ່ດີເກີດຂຶ້ນກັບເຮົາ ບໍ່ໄດ້ໝາຍຄວາມວ່າພະເຢໂຫວາບໍ່ພໍໃຈເຮົາແລ້ວ. ແຕ່ເປັນໂອກາດທີ່ເຮົາຈະສະແດງໃຫ້ເຫັນວ່າເຮົາຮັກພະເຢໂຫວາແລະໄວ້ໃຈເພິ່ນຫຼາຍສ່ຳໃດ.—ຢກບ. 1:12. ຫ24.03 ໜ້າ 28 ຂໍ້ 10-11