ຂ່າວຄາວສະບັບທີສອງ
30 ເຮເຊກີຢາສົ່ງຂ່າວໄປທົ່ວອິດສະຣາເອນ+ແລະຢູດາ ແລະຍັງໄດ້ຂຽນຈົດໝາຍໄປບອກຄົນໃນເຂດຕະກູນເອຟຣາຢິມແລະມານາເຊ+ເພື່ອຊວນທຸກຄົນມາຮ່ວມສະຫຼອງປັດສະຄາໃຫ້ພະເຢໂຫວາພະເຈົ້າຂອງອິດສະຣາເອນຢູ່ວິຫານຂອງພະເຢໂຫວາໃນເມືອງເຢຣູຊາເລັມ.+ 2 ກະສັດ ພວກເຈົ້ານາຍ ແລະປະຊາຊົນໃນເມືອງເຢຣູຊາເລັມໄດ້ຕັດສິນໃຈວ່າຈະສະຫຼອງປັດສະຄາໃນເດືອນທີ 2.+ 3 ເຂົາເຈົ້າສະຫຼອງປັດສະຄາຕາມເວລາປົກກະຕິບໍ່ໄດ້+ ຍ້ອນວ່າປະໂລຫິດທີ່ເຮັດໃຫ້ໂຕເອງພ້ອມທີ່ຈະນະມັດສະການ*ຍັງມີບໍ່ພໍ+ ແລະປະຊາຊົນກໍຍັງບໍ່ທັນມາລວມກັນຢູ່ເມືອງເຢຣູຊາເລັມເທື່ອ. 4 ກະສັດກັບປະຊາຊົນກໍເຫັນດີນຳກັນ. 5 ເຂົາເຈົ້າຈຶ່ງປະກາດໄປທົ່ວອິດສະຣາເອນ ຕັ້ງແຕ່ເມືອງເບເອເຊບາຈົນຮອດເມືອງດານ+ເພື່ອໃຫ້ປະຊາຊົນມາສະຫຼອງປັດສະຄາໃຫ້ພະເຢໂຫວາພະເຈົ້າຂອງອິດສະຣາເອນຢູ່ເມືອງເຢຣູຊາເລັມ ຍ້ອນວ່າກ່ອນໜ້ານີ້ເຂົາເຈົ້າບໍ່ໄດ້ມາສະຫຼອງປັດສະຄາຕາມທີ່ກົດໝາຍຂຽນໄວ້ແບບເປັນກຸ່ມໃຫຍ່ຈັ່ງຊີ້.+
6 ກະສັດສັ່ງໃຫ້ພວກຜູ້ສົ່ງຂ່າວເອົາຈົດໝາຍທີ່ກະສັດກັບພວກເຈົ້ານາຍຂຽນໄປທົ່ວອິດສະຣາເອນແລະຢູດາເພື່ອອ່ານໃຫ້ປະຊາຊົນຟັງ. ໃນຈົດໝາຍນັ້ນຂຽນວ່າ: “ປະຊາຊົນໃນອິດສະຣາເອນເອີ້ຍ ໃຫ້ພວກເຈົ້າກັບມາຫາພະເຢໂຫວາພະເຈົ້າຂອງອັບຣາຮາມ ອີຊາກ ແລະອິດສະຣາເອນເພື່ອເພິ່ນຈະກັບມາສົນໃຈຄົນທີ່ລອດຈາກກະສັດອັດຊີເຣຍ.+ 7 ຢ່າເປັນຄືກັບປູ່ຍ່າຕານາຍແລະພີ່ນ້ອງຂອງພວກເຈົ້າທີ່ບໍ່ສັດຊື່ຕໍ່ພະເຢໂຫວາພະເຈົ້າຂອງປູ່ຍ່າຕານາຍຂອງເຂົາເຈົ້າ. ພວກເຈົ້າກໍເຫັນແລ້ວວ່າພະເຈົ້າໄດ້ເຮັດໃຫ້ເຂົາເຈົ້າຈິບຫາຍເພື່ອຄົນທີ່ເຫັນແລະໄດ້ຍິນຈະຢ້ານ.+ 8 ຢ່າເປັນຄົນຫົວແຂງຄືກັບປູ່ຍ່າຕານາຍຂອງພວກເຈົ້າ.+ ໃຫ້ພວກເຈົ້າເຊື່ອຟັງພະເຢໂຫວາແລະມາວິຫານ+ທີ່ເພິ່ນໄດ້ເຮັດໃຫ້ບໍລິສຸດຕະຫຼອດໄປ ແລະຮັບໃຊ້ພະເຢໂຫວາພະເຈົ້າຂອງພວກເຈົ້າເພື່ອເພິ່ນຈະເຊົາໃຈຮ້າຍໃຫ້ພວກເຈົ້າ.+ 9 ຖ້າພວກເຈົ້າກັບມາຫາພະເຢໂຫວາ ພວກທີ່ຈັບພວກພີ່ນ້ອງແລະພວກລູກຊາຍຂອງພວກເຈົ້າໄປເປັນຊະເລີຍຈະອີ່ຕົນເຂົາເຈົ້າ+ແລະຈະປ່ອຍເຂົາເຈົ້າໃຫ້ກັບມາແຜ່ນດິນນີ້.+ ພະເຢໂຫວາເປັນພະເຈົ້າທີ່ເມດຕາແລະໃຈດີ.+ ເພິ່ນຈະບໍ່ຖິ້ມພວກເຈົ້າຖ້າພວກເຈົ້າກັບມາຫາເພິ່ນ.”+
10 ພວກຜູ້ສົ່ງຂ່າວໄດ້ໄປຕາມເມືອງຕ່າງໆທົ່ວເຂດເອຟຣາຢິມແລະມານາເຊ+ ແລະໄປໄກຈົນຮອດເຊບູລູນ. ຄົນທີ່ຢູ່ເມືອງເຫຼົ່ານັ້ນໄດ້ຫົວຂວັນໃສ່ແລະເຍາະເຍີ້ຍເຂົາເຈົ້າ.+ 11 ແຕ່ມີບາງຄົນໃນເຂດອາເຊ ມານາເຊ ແລະເຊບູລູນຮູ້ສຶກເສຍໃຈແລະຖ່ອມໂຕ ແລ້ວກໍມາເມືອງເຢຣູຊາເລັມ.+ 12 ພະເຈົ້າທ່ຽງແທ້ໄດ້ເຮັດໃຫ້ພວກຢູດາທຸກຄົນສາມັກຄີກັນເຮັດຕາມທຸກສິ່ງທີ່ກະສັດແລະພວກເຈົ້ານາຍສັ່ງຄືກັບທີ່ຂຽນໄວ້ໃນຄຳເວົ້າຂອງພະເຢໂຫວາ.
13 ປະຊາຊົນຫຼາຍແທ້ຫຼາຍວ່າໄດ້ພາກັນມາເມືອງເຢຣູຊາເລັມເພື່ອສະຫຼອງເທດສະການກິນເຂົ້າຈີ່ບໍ່ມີເຊື້ອ+ໃນເດືອນທີ 2.+ ນີ້ເປັນການລວມກັນທີ່ໃຫຍ່ຫຼາຍຂອງປະຊາຊົນ. 14 ເຂົາເຈົ້າໄດ້ເອົາແທ່ນບູຊາຕ່າງໆຂອງພະເຈົ້າປອມທີ່ຢູ່ໃນເມືອງເຢຣູຊາເລັມ+ກັບແທ່ນເຜົາເຄື່ອງຫອມທັງໝົດ+ໄປຖິ້ມຢູ່ຮ່ອມພູກິດໂຣນ. 15 ໃນວັນທີ 14 ຂອງເດືອນທີ 2 ເຂົາເຈົ້າໄດ້ຂ້າສັດຕ່າງໆສຳລັບປັດສະຄາ. ພວກປະໂລຫິດແລະພວກເລວີຮູ້ສຶກອາຍ ເຂົາເຈົ້າຈຶ່ງເຮັດໃຫ້ໂຕເອງພ້ອມທີ່ຈະນະມັດສະການແລະໄດ້ເອົາເຄື່ອງບູຊາເຜົາມາວິຫານຂອງພະເຢໂຫວາ. 16 ພວກປະໂລຫິດກັບພວກເລວີກັບມາເຮັດໜ້າທີ່ຂອງໂຕເອງຕາມທີ່ບອກໄວ້ໃນກົດໝາຍຂອງໂມເຊຄົນຂອງພະເຈົ້າທ່ຽງແທ້. ພວກເລວີໄດ້ເອົາເລືອດ+ຂອງສັດໄປໃຫ້ພວກປະໂລຫິດ ແລ້ວພວກປະໂລຫິດກໍເອົາເລືອດນັ້ນໄປຊິດໃສ່ແທ່ນບູຊາ. 17 ຫຼາຍຄົນທີ່ມາລວມກັນຍັງບໍ່ໄດ້ເຮັດໃຫ້ໂຕເອງສະອາດ* ພວກເລວີຈຶ່ງຂ້າສັດສຳລັບປັດສະຄາໃຫ້ທຸກຄົນທີ່ບໍ່ສະອາດ+ເພື່ອເຮັດໃຫ້ເຂົາເຈົ້າບໍລິສຸດສຳລັບພະເຢໂຫວາ. 18 ມີຄົນມາຫຼາຍແທ້ຫຼາຍວ່າ. ຫຼາຍຄົນຈາກເຂດເອຟຣາຢິມ ມານາເຊ+ ອິດຊາຄາ ເຊບູລູນ ແລະບ່ອນອື່ນໆຍັງບໍ່ທັນໄດ້ເຮັດໃຫ້ໂຕເອງສະອາດ ແຕ່ເຂົາເຈົ້າກິນຂອງກິນປັດສະຄາເຊິ່ງຂັດກັບກົດໝາຍທີ່ຂຽນໄວ້. ເຮເຊກີຢາຈຶ່ງອະທິດຖານເພື່ອເຂົາເຈົ້າວ່າ: “ຂໍໃຫ້ພະເຢໂຫວາພະເຈົ້າທີ່ດີແທ້ໆ+ຍົກໂທດໃຫ້ 19 ທຸກຄົນທີ່ຍັງບໍ່ທັນໄດ້ເຮັດໃຫ້ໂຕເອງສະອາດສຳລັບການສະຫຼອງທີ່ບໍລິສຸດນີ້.+ ພະເຢໂຫວາພະເຈົ້າທ່ຽງແທ້ ພະອົງເປັນພະເຈົ້າຂອງປູ່ຍ່າຕານາຍຂອງເຂົາເຈົ້າ. ຄົນເຫຼົ່ານີ້ມານີ້ເພື່ອຕັ້ງໃຈຮັບໃຊ້ພະອົງ.”+ 20 ພະເຢໂຫວາກໍຟັງຄຳຂໍຂອງເຮເຊກີຢາແລະໄດ້ຍົກໂທດໃຫ້ປະຊາຊົນ.
21 ພວກອິດສະຣາເອນທີ່ຢູ່ເມືອງເຢຣູຊາເລັມພາກັນສະຫຼອງເທດສະການກິນເຂົ້າຈີ່ບໍ່ມີເຊື້ອ+ 7 ມື້ຢ່າງມ່ວນຊື່ນ.+ ພວກປະໂລຫິດກັບພວກເລວີໄດ້ຫຼິ້ນດົນຕີສຽງດັງໆໃຫ້ພະເຢໂຫວາທຸກມື້ເພື່ອສັນລະເສີນພະເຢໂຫວາ.+ 22 ເຮເຊກີຢາເວົ້າໃຫ້ກຳລັງໃຈພວກເລວີທຸກຄົນທີ່ເຮັດວຽກຮັບໃຊ້ພະເຢໂຫວາຢ່າງຮອບຄອບ. ຕະຫຼອດ 7 ມື້ນັ້ນ+ ທຸກຄົນໄດ້ກິນເຂົ້ານຳກັນ ເຜົາເຄື່ອງບູຊາສ້າງຄວາມສະຫງົບສຸກ+ ແລະຂອບໃຈພະເຢໂຫວາພະເຈົ້າຂອງເຂົາເຈົ້າ.
23 ຫຼັງຈາກນັ້ນ ທຸກຄົນໄດ້ຕົກລົງກັນວ່າຈະສະຫຼອງອີກ 7 ມື້. ແລ້ວເຂົາເຈົ້າກໍສະຫຼອງອີກ 7 ມື້ຢ່າງມ່ວນຊື່ນ.+ 24 ເຮເຊກີຢາກະສັດຂອງຢູດາໄດ້ເອົາງົວ 1.000 ໂຕກັບແກະ 7.000 ໂຕໃຫ້ເຂົາເຈົ້າ. ພວກເຈົ້ານາຍກໍໄດ້ເອົາງົວ 1.000 ໂຕກັບແກະ 10.000 ໂຕ+ໃຫ້ເຂົາເຈົ້ານຳ ແລະພວກປະໂລຫິດຫຼາຍຄົນໄດ້ເຮັດໃຫ້ໂຕເອງພ້ອມທີ່ຈະນະມັດສະການ.+ 25 ພວກຢູດາທຸກຄົນ ພວກປະໂລຫິດ ພວກເລວີ ທຸກຄົນທີ່ມາຈາກອິດສະຣາເອນ+ ແລະຄົນຕ່າງຊາດ+ທີ່ມາຈາກອິດສະຣາເອນກັບທີ່ຢູ່ຢູດາກໍພາກັນມ່ວນແທ້ມ່ວນວ່າ. 26 ຢູ່ເມືອງເຢຣູຊາເລັມມີຄວາມມ່ວນຊື່ນຫຼາຍ ເພາະນັບຕັ້ງແຕ່ສະໄໝຂອງໂຊໂລໂມນລູກຊາຍຂອງດາວິດກະສັດຂອງອິດສະຣາເອນກໍບໍ່ເຄີຍມີການສະຫຼອງແບບນີ້ໃນເມືອງເຢຣູຊາເລັມອີກເລີຍ.+ 27 ໃນຕອນຈົບຂອງເທດສະການ ພວກປະໂລຫິດຈາກຕະກູນເລວີກໍຢືນຂຶ້ນແລະອວຍພອນປະຊາຊົນ.+ ພະເຈົ້າທີ່ຢູ່ໃນສະຫວັນກໍຟັງຄຳອະທິດຖານຂອງເຂົາເຈົ້າ.