ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ເຢເຣມີຢາ 41
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມເຢເຣມີຢາ

      • ເກດາລີຢາ​ຖືກ​ອິດຊະມາເອນ​ຂ້າ (1-10)

      • ອິດຊະມາເອນ​ໜີ​ໂຢຮານານ (11-18)

ເຢເຣມີຢາ 41:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 25:23; ຢຣມ 40:14
  • +2ກສ 25:25

ເຢເຣມີຢາ 41:5

ໄຂເງື່ອນ

  • *

    ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 12:1
  • +ຢຊ 18:1
  • +1ກສ 16:23, 24
  • +ລລວ 19:27, 28; ພບຍ 14:1
  • +ລລວ 2:1

ເຢເຣມີຢາ 41:8

ໄຂເງື່ອນ

  • *

    ເຂົ້າ​ຊະນິດ​ໜຶ່ງ​ທີ່​ໃຊ້​ເຮັດ​ເຂົ້າຈີ່​ໄດ້

ເຢເຣມີຢາ 41:9

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 15:22; 2ຂຄ 16:6

ເຢເຣມີຢາ 41:10

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 40:12
  • +ຢຣມ 40:7
  • +ຢຣມ 40:14

ເຢເຣມີຢາ 41:11

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 40:13; 43:2

ເຢເຣມີຢາ 41:12

ໄຂເງື່ອນ

  • *

    ຫຼື​ອາດ​ແປ​ວ່າ “ສະ​ນ້ຳ​ໃຫຍ່”

ເຢເຣມີຢາ 41:14

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 40:6

ເຢເຣມີຢາ 41:16

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 41:2

ເຢເຣມີຢາ 41:17

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 35:19
  • +2ກສ 25:26; ຢຣມ 42:14; 43:7

ເຢເຣມີຢາ 41:18

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 41:2

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ຢຣມ. 41:12ກສ 25:23; ຢຣມ 40:14
ຢຣມ. 41:12ກສ 25:25
ຢຣມ. 41:51ກສ 12:1
ຢຣມ. 41:5ຢຊ 18:1
ຢຣມ. 41:51ກສ 16:23, 24
ຢຣມ. 41:5ລລວ 19:27, 28; ພບຍ 14:1
ຢຣມ. 41:5ລລວ 2:1
ຢຣມ. 41:91ກສ 15:22; 2ຂຄ 16:6
ຢຣມ. 41:10ຢຣມ 40:12
ຢຣມ. 41:10ຢຣມ 40:7
ຢຣມ. 41:10ຢຣມ 40:14
ຢຣມ. 41:11ຢຣມ 40:13; 43:2
ຢຣມ. 41:14ຢຣມ 40:6
ຢຣມ. 41:16ຢຣມ 41:2
ຢຣມ. 41:17ປຖກ 35:19
ຢຣມ. 41:172ກສ 25:26; ຢຣມ 42:14; 43:7
ຢຣມ. 41:18ຢຣມ 41:2
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
ຄຳພີໄບເບິນສະບັບແປໂລກໃໝ່
ເຢເຣມີຢາ 41:1-18

ເຢເຣມີຢາ

41 ໃນ​ເດືອນ​ທີ 7 ອິດຊະມາເອນ+​ລູກ​ຊາຍ​ຂອງ​ເນທານີອາ​ຫຼານ​ຊາຍ​ຂອງ​ເອລີຊາມາ ເຊິ່ງ​ເປັນ​ລູກ​ຫຼານ​ຂອງ​ກະສັດ​ແລະ​ເປັນ​ໜຶ່ງ​ໃນ​ພວກ​ຄົນ​ສຳຄັນ​ຂອງ​ກະສັດ​ໄດ້​ພາ​ຄົນ​ຂອງ​ລາວ 10 ຄົນ​ມາ​ຫາ​ເກດາລີຢາ​ລູກ​ຊາຍ​ຂອງ​ອາຮີກາມ​ຢູ່​ເມືອງ​ມິດຊະປາ.+ ຕອນ​ທີ່​ເຂົາ​ເຈົ້າ​ກິນ​ເຂົ້າ​ນຳ​ກັນ​ຢູ່​ເມືອງ​ມິດຊະປາ 2 ອິດຊະມາເອນ​ລູກ​ຊາຍ​ຂອງ​ເນທານີອາ​ແລະ​ຄົນ​ຂອງ​ລາວ 10 ຄົນ​ໄດ້​ລຸກ​ຂຶ້ນ​ແລະ​ເອົາ​ດາບ​ຂ້າ​ເກດາລີຢາ​ລູກ​ຊາຍ​ຂອງ​ອາຮີກາມ​ຫຼານ​ຊາຍ​ຂອງ​ຊາຟານ. ອິດຊະມາເອນ​ຂ້າ​ຄົນ​ທີ່​ກະສັດ​ບາບີໂລນ​ໄດ້​ແຕ່ງຕັ້ງ​ໃຫ້​ເບິ່ງແຍງ​ແຜ່ນດິນ. 3 ລາວ​ຍັງ​ໄດ້​ຂ້າ​ຄົນ​ຢິວ​ທັງໝົດ​ກັບ​ພວກ​ທະຫານ​ການເດອາ​ທີ່​ຢູ່​ນຳ​ເກດາລີຢາ​ໃນ​ເມືອງ​ມິດຊະປາ.

4 ມື້​ຕໍ່​ມາ​ຫຼັງ​ຈາກ​ທີ່​ເກດາລີຢາ​ຖືກ​ຂ້າ​ແລະ​ຍັງ​ບໍ່​ມີ​ໃຜ​ຮູ້ 5 ມີ​ຜູ້​ຊາຍ 80 ຄົນ​ມາ​ຈາກ​ເຊເຄັມ+ ຊີໂລ+ ແລະ​ຊາມາເຣຍ.+ ເຂົາ​ເຈົ້າ​ແຖ​ໜວດ​ແຖ​ເຄົາ ຈີກ​ເສື້ອ ແລະ​ປາດ​ໂຕເອງ.+ ເຂົາ​ເຈົ້າ​ເອົາ​ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ​ກັບ​ກຳຍານ*+​ມາ​ນຳ​ເພື່ອ​ຈະ​ເອົາ​ໄປ​ໃຫ້​ຢູ່​ວິຫານ​ຂອງ​ພະ​ເຢໂຫວາ. 6 ອິດຊະມາເອນ​ລູກ​ຊາຍ​ຂອງ​ເນທານີອາ​ຈຶ່ງ​ອອກ​ຈາກ​ເມືອງ​ມິດຊະປາ​ໄປ​ຫາ​ເຂົາ​ເຈົ້າ ລາວ​ທັງ​ຍ່າງ​ທັງ​ຮ້ອງໄຫ້​ໄປ​ນຳ. ເມື່ອ​ລາວ​ເຈິ​ເຂົາ​ເຈົ້າ​ແລ້ວ ລາວ​ກໍ​ບອກ​ເຂົາ​ເຈົ້າ​ວ່າ: “ຂໍ​ໃຫ້​ພວກ​ເຈົ້າ​ໄປ​ຫາ​ເກດາລີຢາ​ລູກ​ຊາຍ​ຂອງ​ອາຮີກາມ​ນຳ​ກັນ​ເດີ້.” 7 ແຕ່​ເມື່ອ​ເຂົາ​ເຈົ້າ​ເຂົ້າ​ໄປ​ໃນ​ເມືອງ ອິດຊະມາເອນ​ລູກ​ຊາຍ​ຂອງ​ເນທານີອາ​ກັບ​ຄົນ​ຂອງ​ລາວ​ກໍ​ຂ້າ​ເຂົາ​ເຈົ້າ​ແລະ​ເອົາ​ສົບ​ໂຍນ​ລົງ​ນ້ຳ​ສ້າງ.

8 ແຕ່​ມີ​ຜູ້​ຊາຍ 10 ຄົນ​ໄດ້​ເວົ້າ​ກັບ​ອິດຊະມາເອນ​ວ່າ: “ຂໍ​ຢ່າ​ຂ້າ​ພວກ​ເຮົາ​ເລີຍ​ເພາະ​ພວກ​ເຮົາ​ໄດ້​ເຊື່ອງ​ເຂົ້າ​ວີດ* ເຂົ້າ​ບາເລ ນ້ຳມັນ ແລະ​ນ້ຳ​ເຜີ້ງ​ໄວ້​ໃນ​ທົ່ງ​ຫຍ້າ.” ອິດຊະມາເອນ​ຈຶ່ງ​ບໍ່​ຂ້າ​ຄົນ​ເຫຼົ່າ​ນີ້​ຄື​ກັບ​ທີ່​ໄດ້​ຂ້າ​ອ້າຍ​ນ້ອງ​ຂອງ​ເຂົາ​ເຈົ້າ. 9 ແລ້ວ​ອິດຊະມາເອນ​ກໍ​ໂຍນ​ສົບ​ທັງໝົດ​ຂອງ​ຄົນ​ທີ່​ລາວ​ຂ້າ​ລົງ​ໃນ​ນ້ຳ​ສ້າງ​ໃຫຍ່ ເຊິ່ງ​ເປັນ​ນ້ຳ​ສ້າງ​ທີ່​ກະສັດ​ອາຊາ​ໄດ້​ໃຫ້​ຄົນ​ຂຸດ​ໄວ້​ຕອນ​ທີ່​ລາວ​ຕໍ່ສູ້​ກັບ​ບາອາຊາ​ກະສັດ​ຂອງ​ອິດສະຣາເອນ.+ ອິດຊະມາເອນ​ລູກ​ຊາຍ​ຂອງ​ເນທານີອາ​ໂຍນ​ສົບ​ຄົນ​ທີ່​ລາວ​ຂ້າ​ລົງ​ໃນ​ນ້ຳ​ສ້າງ​ນັ້ນ​ຈົນ​ເຕັມ.

10 ອິດຊະມາເອນ​ຈັບ​ຄົນ​ທັງໝົດ​ທີ່​ເຫຼືອ​ຢູ່​ໃນ​ເມືອງ​ມິດຊະປາ​ໄປ+ ເຊິ່ງ​ກໍ​ຄື​ພວກ​ລູກ​ສາວ​ຂອງ​ກະສັດ​ແລະ​ຄົນ​ອື່ນ​ໆ​ທີ່​ເຫຼືອ​ຢູ່​ເມືອງ​ມິດຊະປາ. ຄົນ​ເຫຼົ່າ​ນີ້​ແມ່ນ​ຄົນ​ທີ່​ເນບູຊາຣາດານ​ຫົວໜ້າ​ທະຫານ​ປ້ອງກັນ​ໂຕ​ກະສັດ​ປະ​ໄວ້​ໃຫ້​ເກດາລີຢາ​ລູກ​ຊາຍ​ຂອງ​ອາຮີກາມ​ເບິ່ງແຍງ.+ ອິດຊະມາເອນ​ລູກ​ຊາຍ​ຂອງ​ເນທານີອາ​ຈັບ​ເຂົາ​ເຈົ້າ​ໄປ​ເປັນ​ຊະເລີຍ​ແລະ​ລາວ​ໄດ້​ຂ້າມ​ໄປ​ເຂດ​ຂອງ​ພວກ​ອຳໂມນ.+

11 ເມື່ອ​ໂຢຮານານ+​ລູກ​ຊາຍ​ຂອງ​ກາເຣອາ​ກັບ​ພວກ​ຫົວໜ້າ​ກອງທັບ​ຄົນ​ອື່ນ​ໆ​ໄດ້​ຍິນ​ວ່າ​ອິດຊະມາເອນ​ລູກ​ຊາຍ​ຂອງ​ເນທານີອາ​ໄດ້​ເຮັດ​ຊົ່ວ​ຫຍັງ​ແດ່ 12 ເຂົາ​ເຈົ້າ​ກໍ​ພາ​ຄົນ​ທັງໝົດ​ຂອງ​ເຂົາ​ເຈົ້າ​ໄປ​ຕໍ່ສູ້​ກັບ​ອິດຊະມາເອນ​ລູກ​ຊາຍ​ຂອງ​ເນທານີອາ. ເຂົາ​ເຈົ້າ​ເຈິ​ລາວ​ຢູ່​ແຄມ​ນ້ຳ​ໃຫຍ່*​ໃນ​ກິເບໂອນ.

13 ທຸກ​ຄົນ​ທີ່​ຖືກ​ອິດຊະມາເອນ​ຈັບ​ມາ​ດີໃຈ​ຫຼາຍ​ເມື່ອ​ເຫັນ​ໂຢຮານານ​ລູກ​ຊາຍ​ຂອງ​ກາເຣອາ​ກັບ​ພວກ​ຫົວໜ້າ​ກອງທັບ. 14 ແລ້ວ​ເຂົາ​ເຈົ້າ​ທັງໝົດ​ທີ່​ອິດຊະມາເອນ​ຈັບ​ມາ​ຈາກ​ເມືອງ​ມິດຊະປາ+​ກໍ​ກັບ​ໄປ​ພ້ອມ​ໂຢຮານານ​ລູກ​ຊາຍ​ຂອງ​ກາເຣອາ. 15 ແຕ່​ອິດຊະມາເອນ​ລູກ​ຊາຍ​ຂອງ​ເນທານີອາ​ກັບ​ຄົນ​ຂອງ​ລາວ​ອີກ 8 ຄົນ​ໜີ​ໂຢຮານານ​ໄປ​ໄດ້​ແລະ​ໄປ​ເຂດ​ຂອງ​ພວກ​ອຳໂມນ.

16 ໂຢຮານານ​ລູກ​ຊາຍ​ຂອງ​ກາເຣອາ​ກັບ​ພວກ​ຫົວໜ້າ​ທີ່​ມາ​ນຳ​ລາວ​ກໍ​ພາ​ຄົນ​ທີ່​ເຫຼືອ​ຢູ່​ເມືອງ​ມິດຊະປາ​ໄປ​ນຳ​ເຂົາ​ເຈົ້າ. ຄົນ​ເຫຼົ່າ​ນີ້​ແມ່ນ​ຄົນ​ທີ່​ເຂົາ​ເຈົ້າ​ຊ່ວຍ​ຈາກ​ອິດຊະມາເອນ​ລູກ​ຊາຍ​ຂອງ​ເນທານີອາ​ຫຼັງ​ຈາກ​ທີ່​ລາວ​ຂ້າ​ເກດາລີຢາ+​ລູກ​ຊາຍ​ຂອງ​ອາຮີກາມ. ເຂົາ​ເຈົ້າ​ພາ​ພວກ​ທະຫານ ຜູ້​ຊາຍ ຜູ້​ຍິງ ເດັກນ້ອຍ ແລະ​ພວກ​ຂ້າລາຊະການ​ກັບ​ມາ​ຈາກ​ກິເບໂອນ. 17 ເຂົາ​ເຈົ້າ​ໄປ​ພັກ​ຢູ່​ບ່ອນ​ພັກ​ຂອງ​ກິມຮາມ​ທີ່​ຢູ່​ໃກ້​ກັບ​ເບັດເລເຮັມ+​ແລະ​ຕັ້ງໃຈ​ວ່າ​ຈະ​ໄປ​ເອຢິບ+ 18 ເພາະ​ເຂົາ​ເຈົ້າ​ຢາກ​ໜີ​ພວກ​ການເດອາ. ເຂົາ​ເຈົ້າ​ຢ້ານ​ພວກ​ການເດອາ ຍ້ອນ​ອິດຊະມາເອນ​ລູກ​ຊາຍ​ຂອງ​ເນທານີອາ​ໄດ້​ຂ້າ​ເກດາລີຢາ​ລູກ​ຊາຍ​ຂອງ​ອາຮີກາມ ເຊິ່ງ​ເປັນ​ຄົນ​ທີ່​ກະສັດ​ບາບີໂລນ​ແຕ່ງຕັ້ງ​ໃຫ້​ເບິ່ງ​ແຍງ​ແຜ່ນດິນ.+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌