ເຢເຣມີຢາ
43 ເຢເຣມີຢາໄດ້ບອກທຸກຄຳທີ່ພະເຢໂຫວາສັ່ງໃຫ້ລາວບອກປະຊາຊົນ. ເມື່ອລາວບອກປະຊາຊົນທັງໝົດກ່ຽວກັບທຸກສິ່ງທີ່ພະເຢໂຫວາໄດ້ເວົ້າແລ້ວ 2 ອາຊາຣີຢາລູກຊາຍຂອງໂຮຊາອີຢາ ໂຢຮານານ+ລູກຊາຍຂອງກາເຣອາ ແລະພວກຄົນຍິ່ງທຸກຄົນກໍເວົ້າກັບເຢເຣມີຢາວ່າ: “ເຈົ້າເວົ້າຕົວະ. ພະເຢໂຫວາພະເຈົ້າຂອງພວກເຮົາບໍ່ໄດ້ສົ່ງເຈົ້າມາບອກພວກເຮົາວ່າ ‘ຢ່າໄປຢູ່ເອຢິບ.’ 3 ແຕ່ບາຣຸກ+ລູກຊາຍຂອງເນຣີຢາໄດ້ຍົວະເຈົ້າໃຫ້ເວົ້າແນວນີ້ ເພື່ອຈະເຮັດໃຫ້ພວກເຮົາຖືກພວກການເດອາຂ້າຫຼືຖືກຈັບໄປເປັນຊະເລີຍຢູ່ບາບີໂລນ.”+
4 ໂຢຮານານລູກຊາຍຂອງກາເຣອາ ພວກຫົວໜ້າກອງທັບ ແລະປະຊາຊົນທັງໝົດບໍ່ໄດ້ເຊື່ອຟັງຄຳສັ່ງຂອງພະເຢໂຫວາທີ່ໃຫ້ຢູ່ແຜ່ນດິນຢູດາ. 5 ໂຢຮານານລູກຊາຍຂອງກາເຣອາກັບພວກຫົວໜ້າກອງທັບພາຄົນທີ່ເຫຼືອຢູ່ຢູດາທັງໝົດໄປ. ຄົນເຫຼົ່ານີ້ແມ່ນຄົນທີ່ກະຈັດກະຈາຍໄປຢູ່ນຳຊາດຕ່າງໆແລະໄດ້ກັບຄືນມາຢູ່ຢູດາ.+ 6 ເຂົາເຈົ້າໄດ້ພາຜູ້ຊາຍ ຜູ້ຍິງ ເດັກນ້ອຍ ພວກລູກສາວຂອງກະສັດ ແລະທຸກຄົນໄປ ເຊິ່ງກໍຄືຄົນທີ່ເນບູຊາຣາດານ+ຫົວໜ້າທະຫານປ້ອງກັນໂຕກະສັດໄດ້ປະໄວ້ໃຫ້ເກດາລີຢາ+ລູກຊາຍຂອງອາຮີກາມ+ຫຼານຊາຍຂອງຊາຟານ+ເບິ່ງແຍງ. ເຂົາເຈົ້າພາຜູ້ພະຍາກອນເຢເຣມີຢາແລະບາຣຸກລູກຊາຍຂອງເນຣີຢາໄປນຳ. 7 ເຂົາເຈົ້າບໍ່ໄດ້ເຊື່ອຟັງພະເຢໂຫວາແລະພາກັນໄປແຜ່ນດິນເອຢິບ. ເຂົາເຈົ້າໄປໄກຈົນຮອດຕະປັນເຂດ.+
8 ແລ້ວພະເຢໂຫວາກໍມາເວົ້າກັບເຢເຣມີຢາຢູ່ຕະປັນເຂດວ່າ: 9 “ໃຫ້ເຈົ້າເອົາຫີນກ້ອນໃຫຍ່ໆຈຳນວນໜຶ່ງໄປເຊື່ອງໄວ້ຢູ່ທາງຍ່າງທີ່ປູດ້ວຍດິນຈີ່ຢູ່ທາງເຂົ້າວັງຂອງຟາໂຣ*ໃນຕະປັນເຂດ ແລະເທປູນທັບໄວ້ຕໍ່ໜ້າພວກຜູ້ຊາຍຄົນຢິວ. 10 ແລ້ວໃຫ້ເຈົ້າເວົ້າກັບເຂົາເຈົ້າວ່າ ‘ພະເຢໂຫວາຜູ້ບັນຊາການກອງທັບພະເຈົ້າຂອງອິດສະຣາເອນບອກວ່າ “ເຮົາຈະສົ່ງເນບູກາດເນັດຊາ*ກະສັດຂອງບາບີໂລນທີ່ເປັນຜູ້ຮັບໃຊ້ຂອງເຮົາມາ.+ ເຮົາຈະຕັ້ງບັນລັງຂອງລາວຢູ່ເທິງຫີນເຫຼົ່ານີ້ທີ່ເຮົາໄດ້ເຊື່ອງໄວ້ ແລະລາວຈະກາງເຕັ້ນຂອງກະສັດກວມພວກມັນໄວ້.+ 11 ລາວຈະເຂົ້າມາໂຈມຕີແຜ່ນດິນເອຢິບ.+ ບາງຄົນຈະຕາຍດ້ວຍໂລກລະບາດ ບາງຄົນຈະຖືກຈັບໄປເປັນຊະເລີຍ ແລະບາງຄົນຈະຖືກຂ້າດ້ວຍດາບ.+ 12 ເຮົາຈະຈູດວິຫານຂອງພວກພະເຈົ້າຕ່າງໆໃນເອຢິບ.+ ກະສັດບາບີໂລນຈະຈູດວິຫານເຫຼົ່ານັ້ນແລະຈັບພະເຈົ້າຕ່າງໆໄປເປັນຊະເລີຍ. ຄືກັບທີ່ຄົນລ້ຽງແກະເອົາເຄື່ອງນຸ່ງມາຫົ່ມໂຕ ລາວກໍຈະເອົາແຜ່ນດິນເອຢິບມາຫົ່ມໂຕລາວ ແລະລາວຈະອອກຈາກບ່ອນນັ້ນໄປໂດຍບໍ່ໄດ້ຮັບອັນຕະລາຍຫຍັງ.* 13 ລາວຈະຫັກເສົາ*ຂອງເບັດເຊເມັດ*ໃນແຜ່ນດິນເອຢິບເປັນທ່ອນໆແລະລາວຈະຈູດວິຫານຂອງພະເຈົ້າຕ່າງໆໃນເອຢິບ.”’”