ເຊຄາຣີຢາ
10 “ໃຫ້ຂໍຝົນຈາກພະເຢໂຫວາໃນລະດູໃບໄມ້ປົ່ງ.
ພະເຢໂຫວາເປັນຜູ້ເຮັດໃຫ້ມີຂີ້ເຝື້ອມືດຄຶ້ມ
ເຮັດໃຫ້ຝົນຕົກ+
ແລະເຮັດໃຫ້ແຕ່ລະຄົນໄດ້ຮັບຜົນລະປູກຈາກໄຮ່ຈາກສວນຂອງໂຕເອງ.
ເຂົາເຈົ້າມັກເລົ່າຄວາມຝັນທີ່ບໍ່ມີປະໂຫຍດ
ແລະເຂົາເຈົ້າພະຍາຍາມປອບໃຈຄົນອື່ນ ແຕ່ກໍບໍ່ມີໃຜໄດ້ກຳລັງໃຈເລີຍ.
ຍ້ອນແນວນີ້ ຜູ້ຄົນຈະຫຼົງທາງຄືກັບແກະທີ່ຫຼົງທາງ.
ເຂົາເຈົ້າຈະຕົກທຸກໄດ້ຍາກຍ້ອນບໍ່ມີຜູ້ລ້ຽງ.
3 ‘ເຮົາໃຈຮ້າຍໃຫ້ພວກຜູ້ລ້ຽງແກະຫຼາຍ
ແລະເຮົາຈະລົງໂທດພວກຜູ້ນຳທີ່ກົດຂີ່.’*
ພະເຢໂຫວາຜູ້ບັນຊາການກອງທັບຈະກັບມາສົນໃຈພວກຢູດາເຊິ່ງເປັນແກະຂອງເພິ່ນ+
ແລະເພິ່ນຈະເຮັດໃຫ້ເຂົາເຈົ້າເປັນຄືກັບມ້າທີ່ສະຫງ່າງາມໃນສະໜາມຮົບ.
4 ຈະມີຜູ້ນຳ*ຄົນໜຶ່ງມາຈາກເຂົາເຈົ້າ
ຜູ້ປົກຄອງທີ່ສະໜັບສະໜູນ*ຈະມາຈາກເຂົາເຈົ້າ
ທະນູຂອງທະຫານຈະມາຈາກເຂົາເຈົ້າ
ແລະພວກຜູ້ເບິ່ງແຍງ*ຈະມາຈາກເຂົາເຈົ້າຄືກັນ. ທັງໝົດນີ້ຈະອອກມາຈາກເຂົາເຈົ້າ.
5 ເຂົາເຈົ້າຈະເປັນຄືກັບທະຫານ
ທີ່ແລ່ນຜ່ານຂີ້ຕົມໃນສະໜາມຮົບ.
6 ‘ເຮົາຈະເຮັດໃຫ້ພວກຢູດາຍິ່ງໃຫຍ່
ແລະເຮົາຈະຊ່ວຍລູກຫຼານຂອງໂຢເຊັບໃຫ້ລອດ.+
ເຮົາຈະໃຫ້ເຂົາເຈົ້າກັບມາຢູ່ແຜ່ນດິນຂອງເຂົາເຈົ້າ.
ເຮົາຈະເມດຕາເຂົາເຈົ້າ.+
ມັນຈະເປັນຄືກັບວ່າເຮົາບໍ່ເຄີຍຖິ້ມເຂົາເຈົ້າເລີຍ+
ຍ້ອນເຮົາເຢໂຫວາເປັນພະເຈົ້າຂອງເຂົາເຈົ້າ ແລະເຮົາຈະຕອບຄຳອະທິດຖານຂອງເຂົາເຈົ້າ.’
7 ຄົນເອຟຣາຢິມຈະເປັນຄືກັບທະຫານທີ່ເກັ່ງໆ
ແລະເຂົາເຈົ້າຈະມີຄວາມສຸກຄືກັບຄົນທີ່ໄດ້ກິນເຫຼົ້າແວງ.+
ລູກຂອງເຂົາເຈົ້າຈະເຫັນເຫດການນີ້ແລະຈະດີໃຈຄືກັນ.
ເຂົາເຈົ້າຈະມີຄວາມຍິນດີຍ້ອນພະເຢໂຫວາ.+
8 ‘ເຮົາຈະຫວີດປາກເອີ້ນເຂົາເຈົ້າມາແລະໃຫ້ເຂົາເຈົ້າມາລວມໂຕກັນ
ຍ້ອນເຮົາຈະໄຖ່ເຂົາເຈົ້າ.+ ເຂົາເຈົ້າຈະມີຫຼາຍຂຶ້ນ
ແລະຫຼາຍຂຶ້ນເລື້ອຍໆ.
9 ເຖິງວ່າເຮົາຈະເຮັດໃຫ້ເຂົາເຈົ້າກະຈັດກະຈາຍກັນຢູ່ຕາມຊາດຕ່າງໆຄືກັບຫວ່ານແນວປູກ
ແຕ່ເຂົາເຈົ້າຈະຄິດເຖິງເຮົາຕອນທີ່ເຂົາເຈົ້າຢູ່ໃນບ່ອນຫ່າງໄກເຫຼົ່ານັ້ນ.
ເຂົາເຈົ້າກັບລູກຫຼານຂອງເຂົາເຈົ້າຈະມີເຫື່ອແຮງອີກເທື່ອໜຶ່ງແລະຈະກັບມາຫາເຮົາ.
10 ເຮົາຈະພາເຂົາເຈົ້າກັບມາຈາກແຜ່ນດິນເອຢິບ
ແລະເຮົາຈະລວບລວມເຂົາເຈົ້າມາຈາກອັດຊີເຣຍ.+
ເຮົາຈະພາເຂົາເຈົ້າໄປຢູ່ແຜ່ນດິນກິລຽດ+ແລະເລບານອນ
ຈົນບໍ່ມີບ່ອນພໍທີ່ຈະໃຫ້ເຂົາເຈົ້າຢູ່.+
11 ຕອນທີ່ທະເລຂວາງທາງເຂົາເຈົ້າ
ເຮົາກໍຈະຜ່ານມັນໄປແລະຟາດຄື້ນຂອງມັນ.+
ຕອນທີ່ແມ່ນ້ຳນິນຂວາງທາງເຂົາເຈົ້າ ເຮົາກໍຈະເຮັດໃຫ້ນ້ຳນັ້ນແຫ້ງໄປ.
ເຮົາຈະເຮັດໃຫ້ອັດຊີເຣຍທີ່ຍິ່ງຈອງຫອງອັບອາຍຂາຍໜ້າ
ແລະຈະເຮັດໃຫ້ການປົກຄອງຂອງເອຢິບເຖິງຈຸດຈົບ.+