ພາກ 4
ຄລິດສາສະໜາຈັກທໍລະຍົດຕໍ່ພະເຈົ້າແລະຄຳພີໄບເບິນ
1, 2. ເປັນຫຍັງບາງຄົນຂາດຄວາມນັບຖືຕໍ່ພະຄຳພີໄບເບິນ ແຕ່ຄຳພີໄບເບິນບອກຢ່າງໃດ?
1 ຜູ້ຄົນໃນຫຼາຍປະເທດຫຼີກລ້ຽງຄຳພີໄບເບິນແລະຂາດຄວາມນັບຖືຕໍ່ຄຳພີໄບເບິນເພາະຄວາມປະພຶດບໍ່ດີຂອງຄົນທີ່ອ້າງວ່າປະຕິບັດຕາມຄຳພີໄບເບິນ. ໃນບາງປະເທດເຄີຍມີກ່າວກັນວ່າຄຳພີໄບເບິນເປັນໜັງສືທີ່ນຳໄປສູ່ສົງຄາມ, ເປັນໜັງສືຂອງຄົນຜິວຂາວ, ແລະເປັນໜັງສືທີ່ສະໜັບສະຫນູນການລ່າອານານິຄົມ. ແຕ່ນັ້ນເປັນແງ່ຄຶດທີ່ບໍ່ຖືກຕ້ອງ.
2 ຄຳພີໄບເບິນຖືກຈາລຶກໃນຕາເວັນອອກກາງ ບໍ່ສະໜັບສະຫນູນສົງຄາມລ່າອານານິຄົມແລະການບຸກເບີກທີ່ໂລບມາກຊຶ່ງມີການເຮັດໄປໃນນາມສາສະໜາຄລິດສະຕຽນເປັນເວລາດົນນານ. ໃນທາງກົງກັນຂ້າມ ໂດຍການອ່ານຄຳພີໄບເບິນແລະຮຽນຮູ້ຄຳສອນຂອງສາສະໜາຄລິດສະຕຽນແທ້ຊຶ່ງພະເຍຊູສອນໄວ້ ເຈົ້າກໍ່ຈະເຫັນວ່າຄຳພີໄບເບິນຕຳໜິຢ່າງແຂງແຮງຕໍ່ການເຮັດສັງຄາມ, ການຜິດສິນທຳ, ແລະການຂູດຮີດຄົນອື່ນ. ຄວາມຜິດຕົກຢູ່ກັບຄົນໂລບມາກບໍ່ແມ່ນກັບຄຳພີໄບເບິນ. (1 ໂກລິນໂທ 13:1-6; ຍາໂກໂບ 4:1-3; 5:1-6; 1 ໂຍຮັນ 4:7, 8) ດັ່ງນັ້ນຢ່າຍອມໃຫ້ການປະພຶດຜິດຂອງຜູ້ຄົນທີ່ເຫັນແກ່ຕົວຊຶ່ງດຳເນີນຊີວິດກົງກັນຂ້າມກັບຄຳແນະນຳອັນດີໃນຄຳພີໄບເບິນຂັດຂວາງເຈົ້າໄວ້ຈາກສິ່ງລ້ຳຄ່າໃນຄຳພີໄບເບິນ.
3. ຂໍ້ເທດຈິງໃນປະຫວັດສາດສະແດງໃຫ້ເຫັນອັນໃດກ່ຽວກັບຄລິດສາສະໜາຈັກ?
3 ໃນຫມູ່ຄົນທີ່ບໍ່ດຳເນີນຊີວິດຕາມຄຳພີໄບເບິນນັ້ນກໍ່ມີຜູ້ຄົນແລະປະເທດຕ່າງໆ ແຫ່ງຄລິດສາສະໜາຈັກລວມຢູ່ດ້ວຍ. “ຄລິດສາສະໜາຈັກ” ຖືກນິຍາມວ່າເປັນສ່ວນຂອງໂລກທີ່ສາສະໜາຄລິດສະຕຽນມີການນັບຖືຢູ່ຢ່າງແຜ່ຫຼາຍ. ສ່ວນໃຫຍ່ເປັນໂລກຕາເວັນຕົກພ້ອມກັບລະບົບຄລິດສະຈັກຊຶ່ງເດັ່ນຂຶ້ນມາລະຫວ່າງສະຕະວັດທີສີ່. ຄລິດສາສະໜາຈັກມີຄຳພີໄບເບິນມາຫຼາຍສະຕະວັດແລ້ວແລະນັກເທດນັກບວດຂອງເຂົາອ້າງວ່າສອນຄຳພີໄບເບິນແລະເປັນຕົວແທນຂອງພະເຈົ້າ. ແຕ່ພວກນັກເທດນັກບວດກັບຜູ້ເຜີຍແຜ່ສາສະໜາໃນຕ່າງແດນຂອງຄລິດສາສະໜາໄດ້ສອນຄວາມຈິງບໍ? ການກະທຳຂອງພວກເຂົາສະແດງວ່າເປັນຕົວແທນທີ່ແທ້ຈິງຂອງພະເຈົ້າແລະຄຳພີໄບເບິນບໍ? ສາສະໜາຄລິດສະຕຽນແພ່ຫຼາຍໃນຄລິດສາສະໜາຈັກບໍ? ບໍ່ແມ່ນ. ຕັ້ງແຕ່ສາສະໜາຂອງເຂົາຂຶ້ນມາຢູ່ແນວໜ້າໃນສະຕະວັດທີສີ່ຄລິດສາສະໜາຈັກພິສູດຕົວເປັນສັດຕູຕໍ່ພະເຈົ້າແລະຄຳພີໄບເບິນ. ແມ່ນແລ້ວຂໍ້ເທດຈິງໃນປະຫວັດສາດສະແດງວ່າຄລິດສາສະໜາຈັກທໍລະຍົດຕໍ່ພະເຈົ້າແລະຄຳພີໄບເບິນ.
ຫຼັກຄຳສອນທີ່ບໍ່ເປັນໄປຕາມຄຳພີໄບເບິນ
4, 5. ຄລິດສະຈັກຕ່າງໆ ສອນຫຼັກຄຳສອນອັນໃດທີ່ບໍ່ເປັນໄປຕາມຄຳພີໄບເບິນ?
4 ຄຳສອນພື້ນຖານຂອງຄລິດສາສະໜາຈັກບໍ່ໄດ້ອາໄສຄຳພີໄບເບິນແຕ່ອາໄສເທບນິຍາຍບູຮານ—ຄືເທບນິຍາຍຂອງກຣີກ, ອີຢິບ, ບາບີໂລນ, ແລະອື່ນໆ ເປັນຫຼັກ. ຄຳສອນເຊັ່ນ ຄວາມເປັນອະມະຕະທີ່ມີຢູ່ແຕ່ດັ້ງເດີມຂອງຈິດວິນຍານມະນຸດ, ການທໍລະມານຕະຫຼອດໄປໃນໄຟນາລົກ, ສະຖານທີ່ລ້າງບາບ, ແລະຕີເອການຸພາບ (ສາມບຸກຄົນໃນຄວາມເປັນພະອົງດຽວ) ບໍ່ມີເລີຍໃນຄຳພີໄບເບິນ.
5 ຍົກຕົວຢ່າງ ຂໍພິຈາລະນາຄຳສອນທີ່ວ່າຄົນຊົ່ວຈະຖືກທໍລະມານຕະຫຼອດໄປໃນໄຟນາລົກ. ເຈົ້າຮູ້ສຶກຢ່າງໃດກັບຄວາມຄຶດເຊັ່ນນີ້? ຫຼາຍຄົນພົບວ່າຄຳສອນນັ້ນໜ້າກຽດໜ້າຊັງ. ເຂົາພົບວ່າບໍ່ສົມເຫດສົມຜົນທີ່ພະເຈົ້າຈະທໍລະມານມະນຸດຕະຫຼອດໄປໂດຍໃຫ້ເຂົາຕົກຢູ່ໃນຄວາມເຈັບປວດທໍລະມານແບບສາຫັດ. ຄວາມຄຶດອັນໂຫດຮ້າຍທາລຸນເຊັ່ນນັ້ນກົງກັນຂ້າມກັບພະເຈົ້າແຫ່ງຄຳພີໄບເບິນເພາະ “ພະເຈົ້າເປັນຄວາມຮັກ.” (1 ໂຍຮັນ 4:8) ຄຳພີໄບເບິນບອກແຈ່ມແຈ້ງວ່າຄຳສອນເຊັ່ນນັ້ນ “ບໍ່ໄດ້ຂຶ້ນໃນໃຈ” ຂອງພະເຈົ້າອົງຍິ່ງໃຫຍ່ທຸກປະການ.—ເຢເຣມີ 7:31; 19:5; 32:35.
6. ຄຳພີໄບເບິນລົບລ້າງຄຳສອນເລື່ອງຈິດວິນຍານອະມະຕະຢ່າງໃດ?
6 ໃນທຸກມື້ນີ້ຫຼາຍສາສະໜາລວມທັງຄລິດສະຈັກຕ່າງໆ ແຫ່ງຄລິດສາສະໜາຈັກດ້ວຍສອນວ່າມະນຸດມີຈິດວິນຍານອະມະຕະຊຶ່ງເມື່ອມະນຸດຕາຍກໍ່ຈະໄປສະຫວັນຫຼືນາລົກ. ອັນນີ້ບໍ່ແມ່ນຄຳສອນໃນຄຳພີໄບເບິນ. ແທນທີ່ຈະສອນເຊັ່ນນັ້ນ ຄຳພີໄບເບິນກ່າວຢ່າງຊັດແຈ້ງວ່າ: “ເຫດວ່າຄົນທັງຫຼາຍທີ່ຍັງເປັນກໍ່ຮູ້ຈັກວ່າເຂົາຈະຕາຍໄປ ແຕ່ວ່າພວກຄົນຕາຍແລ້ວບໍ່ຮູ້ຈັກສິ່ງໃດ . . . ເຫດວ່າໃນບ່ອນທີ່ຕາບໍ່ເຫັນ (“ຫລຸມຝັງສົບ,” ລ.ມ.) ທີ່ເຈົ້າໄປນັ້ນ ບໍ່ມີກິດຈະການ ບໍ່ມີຄວາມຄຶດ ບໍ່ມີວິຊາຄວາມຮູ້ ບໍ່ມີຄວາມປັນຍາ.” (ຜູ້ເທສນາປ່າວປະກາດ 9:5, 10) ແລະຜູ້ປະພັນຄຳເພງກ່າວວ່າເມື່ອຕາຍ ມະນຸດ “ຫຼົບໄປອີກໃນຂີ້ດິນແຫ່ງຕົນ ໃນວັນດຽວນັ້ນຄວາມໝາຍໃຈແຫ່ງຕົນກໍ່ຈິບຫາຍໄປ.”—ຄຳເພງ 146:4.
7. ການລົງໂທດອາດາມກັບເອວາເນື່ອງຈາກການລະເມີດກົດໝາຍຂອງພະເຈົ້າຄືຫຍັງ?
7 ອີກປະການນຶ່ງ ລະນຶກວ່າເມື່ອອາດາມກັບເອວາລະເມີດກົດໝາຍຂອງພະເຈົ້າ ການລົງໂທດນັ້ນບໍ່ແມ່ນຄວາມເປັນອະມະຕະ. ນັ້ນຄົງຈະເປັນລາງວັນ ບໍ່ແມ່ນການລົງໂທດ! ແທນທີ່ຈະເປັນເຊັ່ນນັ້ນ ພະເຈົ້າບອກພວກເຂົາວ່າເຂົາຈະ “ຫຼົບໄປໃນດິນອີກ ເພາະວ່າເຈົ້າໄດ້ອອກມາຈາກດິນ.” ພະເຈົ້າຕັດເນັ້ນກັບອາດາມວ່າ: “ເພາະວ່າເຈົ້າເປັນຂີ້ຝຸ່ນແລະເຈົ້າຈະຫຼົບໄປໃນຂີ້ຝຸ່ນອີກ.” (ຕົ້ນເດິມ 3:19) ດັ່ງນັ້ນຄຳສອນໃນເລື່ອງຄວາມເປັນອະມະຕະຂອງຈິດວິນຍານທີ່ມີຢູ່ແຕ່ດັ້ງເດີມນັ້ນຈຶ່ງບໍ່ມີຢູ່ໃນຄຳພີໄບເບິນແຕ່ຖືກຄລິດສາສະໜາຈັກຢືມເອົາມາຈາກຜູ້ຄົນທີ່ບໍ່ແມ່ນຄລິດສະຕຽນຊຶ່ງມີຊີວິດຢູ່ກ່ອນເຂົາ.
8. ຄຳພີໄບເບິນລົບລ້າງຄຳສອນເລື່ອງຕີເອການຸພາບຢ່າງໃດ?
8 ນອກຈາກນັ້ນ ຫຼັກຄຳສອນເລື່ອງຕີເອການຸພາບຂອງຄລິດສາສະໜາຈັກຍັງສະແດງຮູບພະເຈົ້າວ່າເປັນພະເຈົ້າສາມອົງໃນນຶ່ງອົງອັນເລິກລັບ. ແຕ່ຄຳສອນນັ້ນກໍ່ບໍ່ມີໃນຄຳພີໄບເບິນເຊັ່ນກັນ. ຍົກຕົວຢ່າງທີ່ເອຊາອີ 40:25 ພະເຈົ້າຕັດຢ່າງຊັດແຈ້ງວ່າ: “ທ່ານທັງຫຼາຍຈະປຽບທຽບເຮົາກັບຜູ້ໃດ ທ່ານຈະຖືເຮົາເປັນສະເໝີກັນກັບຜູ້ໃດ?” ຄຳຕອບກໍ່ຊັດແຈ້ງ: ບໍ່ມີຜູ້ໃດອາດຈະສະເໝີພະອົງໄດ້. ຄືກັນຄຳເພງ 83:18 ກ່າວຢ່າງກົງໄປກົງມາວ່າ: “ພະເຈົ້າຜູ້ມີນາມຊື່ວ່າພະເຢໂຫວາ ອົງດຽວເປັນພະເຈົ້າອົງສູງສຸດເທິງແຜ່ນດິນທັງສິ້ນ.”—ໂປດເບິ່ງເອຊາອີ 45:5; 46:9; ໂຍຮັນ 5:19; 6:38; 7:16 ດ້ວຍ.
9. ເຮົາຈະກ່າວໄດ້ຢ່າງໃດກ່ຽວກັບຄຳສອນໃນຄຳພີໄບເບິນແລະກ່ຽວກັບຄຳສອນຂອງຄລິດສະຈັກຕ່າງໆ ແຫ່ງຄລິດສາສະໜາຈັກ?
9 ຄຳສອນຕ່າງໆ ໃນຄຳພີໄບເບິນກ່ຽວກັບພະເຈົ້າແລະພະປະສົງຂອງພະອົງນັ້ນຊັດແຈ້ງ, ເຂົ້າໃຈງ່າຍ, ແລະມີເຫດຜົນ. ແຕ່ຄຳສອນຂອງຄລິດສະຈັກຕ່າງໆ ແຫ່ງຄລິດສາສະໜາຈັກບໍ່ເປັນເຊັ່ນນັ້ນ. ທີ່ຮ້າຍແຮງຍິ່ງກວ່ານັ້ນຄື ຄຳສອນເຫຼົ່ານັ້ນໂຕ້ແຍ້ງກັບຄຳພີໄບເບິນ.
ການກະທຳທີ່ບໍ່ເຫຼື້ອມໃສພະເຈົ້າ
10, 11. ໃນທາງໃດທີ່ຄຳສອນໃນຄຳພີໄບເບິນຮຽກຮ້ອງສິ່ງກົງກັນຂ້າມກັບສິ່ງທີ່ຄລິດສະຈັກຕ່າງໆ ແຫ່ງຄລິດສາສະໜາຈັກໄດ້ເຮັດ?
10 ນອກຈາກສອນຫຼັກຄຳສອນປອມແລ້ວຄລິດສາສະໜາຈັກຍັງໄດ້ທໍລະຍົດພະເຈົ້າແລະຄຳພີໄບເບິນໂດຍການກະທຳຂອງຕົນ. ສິ່ງທີ່ນັກເທດນັກບວດແລະຄລິດສະຈັກຕ່າງໆ ໄດ້ເຮັດໃນຫຼາຍສະຕະວັດທີ່ຜ່ານມາ ແລະຍັງເຮັດຕໍ່ໄປໃນສະໄໝຂອງເຮົານີ້ ຄືກົງກັນຂ້າມສິ່ງທີ່ພະເຈົ້າແຫ່ງຄຳພີໄບເບິນຮຽກຮ້ອງແລະກົງກັນຂ້າມສິ່ງທີ່ພະເຍຊູຄລິດຜູ້ກໍ່ຕັ້ງສາສະໜາຄລິດສະຕຽນໄດ້ສອນແລະກະທຳ.
11 ຍົກຕົວຢ່າງ ພະເຍຊູສອນສາວົກຂອງພະອົງບໍ່ໃຫ້ເຂົ້າໄປແຊກແຊງໃນເລື່ອງການເມືອງຂອງໂລກນີ້ແລະບໍ່ເຂົ້າໄປກ່ຽວຂ້ອງໃນສົງຄາມ. ນອກຈາກນີ້ ພະອົງຍັງສອນພວກເຂົາໃຫ້ຮັກສັນຕິ, ປະຕິບັດຕາມກົດໝາຍ, ມີຄວາມຮັກຕໍ່ເພື່ອນມະນຸດໂດຍບໍ່ມີອະຄະຕິ, ກະທັ່ງເປັນຄົນທີ່ເຕັມໃຈຈະສະລະຊີວິດຕົນເອງແທນທີ່ຈະເອົາຊີວິດຄົນອື່ນດ້ວຍຊ້ຳ.—ໂຍຮັນ 15:13; ກິດຈະການ 10:34, 35; 1 ໂຍຮັນ 4:20, 21.
12. ພະເຍຊູຕັດວ່າອັນໃດຈະລະບຸຕົວຄລິດສະຕຽນແທ້?
12 ແທ້ອີ່ຫຼີ ພະເຍຊູສອນວ່າຄວາມຮັກຕໍ່ຄົນອື່ນໆ ຈະເປັນເຄື່ອງໝາຍລະບຸຕົວຄລິດສະຕຽນແທ້ຈາກຄລິດສະຕຽນປອມຜູ້ແກ້ງເຮັດ. ພະອົງກ່າວແກ່ຄົນທີ່ຈະຕິດຕາມພະອົງວ່າ: “ເຮົາປະທານຄຳສັ່ງໃໝ່ຂໍ້ນຶ່ງໃຫ້ແກ່ເຈົ້າທັງຫຼາຍວ່າ ຈົ່ງຮັກກັນແລະກັນ; ເຮົາໄດ້ຮັກເຈົ້າທັງຫຼາຍສັນໃດເຈົ້າຈົ່ງຮັກກັນແລະກັນເຊັ່ນນັ້ນ. ຄົນທັງປວງຈະຮູ້ຈັກວ່າເຈົ້າທັງຫຼາຍເປັນສາວົກຂອງເຮົາດ້ວຍການນີ້ ຄືວ່າຖ້າເຈົ້າທັງຫຼາຍມີຄວາມຮັກໃນທ່າມກາງເຈົ້າເອງ.”—ໂຍຮັນ 13:34, 35, ລ.ມ.; 15:12.
13, 14. ອັນໃດສະແດງວ່າຄລິດສະຈັກຕ່າງໆ ແຫ່ງຄລິດສາສະໜາຈັກບໍ່ແມ່ນຕົວແທນພະເຈົ້າ?
13 ເຖິງຢ່າງນັ້ນກໍ່ດີ ຕະຫຼອດຫຼາຍສະຕະວັດ ນັກເທດນັກບວດແຫ່ງຄລິດສາສະໜາຈັກໄດ້ແຊກແຊງໃນການເມືອງແລະສະໜັບສະຫນູນການສົງຄາມຂອງຊາດຂອງເຂົາ. ເຂົາກະທັ່ງຍັງສະໜັບສະຫນູນຝ່າຍຕ່າງໆ ທີ່ຢູ່ກົງຂ້າມກັນ ສົງຄາມພາຍໃນຄລິດສາສະໜາຈັກດ້ວຍຊ້ຳເຊັ່ນສົງຄາມໂລກສອງຄັ້ງໃນສະຕະວັດນີ້. ໃນການຕໍ່ສູ້ເຫຼົ່ານັ້ນ ນັກເທດນັກບວດໃນແຕ່ລະຝ່າຍຕ່າງອະທິດຖານເພື່ອໄຊຊະນະ ແລະສະມາຊິກຂອງສາສະໜານຶ່ງຈາກປະເທດນຶ່ງພວມຂ້າສະມາຊິກຂອງສາສະໜາດຽວກັນຈາກອີກປະເທດນຶ່ງ. ແຕ່ນັ້ນຄືສິ່ງທີ່ຄຳພີໄບເບິນກ່າວວ່າເປັນວິທີການທີ່ພວກລູກໆ ຂອງຊາຕານກະທຳກັນບໍ່ແມ່ນລູກຂອງພະເຈົ້າ. (1 ໂຍຮັນ 3:10-12, 15) ສະນັ້ນ ຂະນະທີ່ນັກເທດນັກບວດແລະຜູ້ຕິດຕາມເຂົາອ້າງວ່າເປັນຄລິດສະຕຽນ ພວກເຂົາກໍ່ໄດ້ເຮັດກົງກັນຂ້າມກັບຄຳສອນຂອງພະເຍຊູຄລິດ ຜູ້ບອກເຫຼົ່າສາວົກຂອງພະອົງໃຫ້ ‘ເອົາດາບຂອງທ່ານໃສ່ໄວ້ໃນຝັກມັນ.’—ມັດທາຽ 26:51, 52.
14 ເປັນເວລານານຫຼາຍສະຕະວັດທີ່ຄລິດສະຈັກຕ່າງໆ ຮ່ວມມືກັບຜູ້ມີອຳນາດທາງການເມືອງແຫ່ງຄລິດສາສະໜາຈັກເມື່ອປະເທດເຫຼົ່ານັ້ນໄດ້ໄຊຊະນະ, ບັງຄັບໃຫ້ເປັນທາດ, ແລະເຮັດໃຫ້ຄົນອື່ນໆ ຕ້ອງອັບປະຍົດໃນລະຫວ່າງຍຸກຈັກກະພັດນິຍົມ. ນັ້ນເປັນກໍລະນີທີ່ເກີດຂຶ້ນເຫິງນານຫຼາຍສະຕະວັດໃນອາຟລິກາ. ປະເທດຈີນກໍ່ປະສົບແບບດຽວກັນນັ້ນດ້ວຍ ເມື່ອຊາດທາງຕາເວັນຕົກໄດ້ສ້າງເຂດອິດທິພົນດ້ວຍກຳລັງເຊັ່ນໃນລະຫວ່າງສົງຄາມຝິ່ນແລະກະບົດນັກມວຍ.
15. ຄລິດສາສະໜາຈັກໄດ້ເຮັດຄວາມຜິດຢ່າງຊົ່ວຮ້າຍອັນໃດແດ່?
15 ສາສະໜາຕ່າງໆ ແຫ່ງຄລິດສາສະໜາຈັກເຄີຍຢູ່ໃນແນວໜ້າຂອງການກົດຂີ່ຂົ່ມເຫງ, ທໍລະມານ, ແລະກະທັ່ງເຂັ່ນຂ້າຄົນທີ່ບໍ່ເຫັນດີກັບພວກເຂົາໃນລະຫວ່າງສະຕະວັດຕ່າງໆ ແຫ່ງປະຫວັດສາດທີ່ເອີ້ນກັນວ່າຍຸກມືດ. ລະຫວ່າງຍຸກແຫ່ງສານສາສະໜາຊຶ່ງຍາວນານຫຼາຍຮ້ອຍປີ ການປະຕິບັດອັນໂຫດຮ້າຍທາລຸນເຊັ່ນການທໍລະມານແລະການຂ້າ ໄດ້ເຮັດຕໍ່ຜູ້ຄົນທີ່ເປັນຄົນດີແລະບໍ່ມີຄວາມຜິດ. ຜູ້ທີ່ເຮັດຄວາມຜິດນັ້ນກໍ່ຄືພວກນັກເທດນັກບວດກັບເຫຼົ່າຜູ້ຕິດຕາມເຂົາ ຊຶ່ງລ້ວນແຕ່ອ້າງວ່າເປັນຄລິດສະຕຽນ. ພວກເຂົາກະທັ່ງຍັງພະຍາຍາມຈະກວາດລ້າງຄຳພີໄບເບິນອອກໄປດ້ວຍເພື່ອວ່າສາມັນຊົນຈະບໍ່ໄດ້ອ່ານ.
ບໍ່ແມ່ນຄລິດສະຕຽນ
16, 17. ເປັນຫຍັງເຮົາຈຶ່ງກ່າວໄດ້ວ່າຄລິດສະຈັກຕ່າງໆ ບໍ່ແມ່ນຄລິດສະຕຽນ?
16 ບໍ່ ປະເທດແລະຄລິດສະຈັກຕ່າງໆ ແຫ່ງຄລິດສາສະໜາຈັກບໍ່ເຄີຍເປັນຄລິດສະຕຽນແລະບໍ່ແມ່ນຄລິດສະຕຽນ. ພວກເຂົາບໍ່ແມ່ນຜູ້ຮັບໃຊ້ຂອງພະເຈົ້າ. ພະຄຳທີ່ໄດ້ຮັບການດົນບັນດານຈາກພະອົງກ່າວເຖິງພວກເຂົາວ່າ: “ເຂົາປະກາດຕົວວ່າຮູ້ຈັກພະເຈົ້າແຕ່ວ່າເຂົາປະຕິເສດພະອົງເສຍດ້ວຍການຂອງເຂົາ ເຂົາເປັນຄົນໜ້າກຽດໜ້າຊັງຫຼາຍແລະຄົນດື້ແລະບໍ່ຊອບສຳລັບການດີທຸກຢ່າງ.”—ຕິໂຕ 1:16.
17 ພະເຍຊູຕັດວ່າຈະລະບຸສາສະໜາປອມໄດ້ໂດຍສິ່ງທີ່ຜະລິດອອກມາ ຄືໝາກຂອງສາສະໜານັ້ນ. ພະອົງກ່າວດັ່ງນີ້: “ຈົ່ງລະວັງໃຫ້ດີດ້ວຍຜູ້ທຳນວາຍບໍ່ຈິງ ທີ່ມາຫາທ່ານທັງຫຼາຍ ເຂົາຫົ່ມເສື້ອເປັນຄືໜ້າແພະ (“ແກະ,” ລ.ມ.) ແຕ່ວ່າພາຍໃນເຂົາເປັນໝາໃນອັນລັກຊີງເອົາ ເພາະດ້ວຍໝາກຂອງເຂົາ ທ່ານທັງຫຼາຍຈັກຮູ້ຈັກເຂົາ. . . . ຢ່າງນີ້ຕົ້ນໄມ້ອັນດີເກີດໝາກອັນດີແຕ່ວ່າຕົ້ນໄມ້ອັນບໍ່ດີເກີດໝາກອັນບໍ່ດີ. ຕົ້ນໄມ້ອັນດີຈັກເກີດໝາກອັນບໍ່ດີກໍ່ບໍ່ໄດ້ ຫຼືຕົ້ນໄມ້ອັນບໍ່ດີຈັກເກີດໝາກອັນດີກໍ່ບໍ່ໄດ້. ຕົ້ນໄມ້ທີ່ບໍ່ເກີດໝາກອັນດີກໍ່ຕ້ອງບັກແລະຖິ້ມໃນໄຟເສຍທຸກກົກ. ເຫດສັນນີ້ເພາະດ້ວຍໝາກຂອງເຂົາທ່ານທັງຫຼາຍຈັກຮູ້ຈັກເຂົາ.”—ມັດທາຽ 7:15-20.
18. ອັນໃດຄືໝາກເນື່ອງຈາກຄຳສອນແລະການກະທຳຂອງຄລິດສາສະໜາຈັກ?
18 ດ້ວຍເຫດນີ້ ໂດຍສິ່ງທີ່ພວກເຂົາໄດ້ສອນແລະສິ່ງທີ່ພວກເຂົາໄດ້ເຮັດ ສາສະໜາຕ່າງໆ ແຫ່ງຄລິດສາສະໜາຈັກໄດ້ສະແດງໃຫ້ເຫັນວ່າການທີ່ພວກເຂົາອ້າງວ່າເຊື່ອໃນຄຳພີໄບເບິນແລະເກງກົວພະເຈົ້າແລະເປັນຄລິດສະຕຽນນັ້ນເປັນການຕົວະ. ພວກເຂົາທໍລະຍົດພະເຈົ້າແລະຄຳພີໄບເບິນ. ດ້ວຍການເຮັດແບບນັ້ນ ພວກເຂົາໄດ້ເຮັດໃຫ້ຜູ້ຄົນນັບລ້ານໆ ຮູ້ສຶກຂີ້ດຽດແລະເຮັດໃຫ້ພວກເຂົາຫັນໜີເສຍຈາກຄວາມເຊື່ອໃນພະຜູ້ສູງສຸດ.
19. ຄວາມລົ້ມເຫຼວຂອງຄລິດສາສະໜາຈັກໝາຍຄວາມວ່າພະເຈົ້າແລະຄຳພີໄບເບິນລົ້ມເຫຼວບໍ?
19 ຢ່າງໃດກໍ່ຕາມ ຄວາມລົ້ມເຫຼວຂອງນັກເທດນັກບວດແລະຄລິດສະຈັກຕ່າງໆ ແຫ່ງຄລິດສາສະໜາຈັກ ແລະຄວາມລົ້ມເຫຼວຂອງສາສະໜາອື່ນໆ ນອກຄລິດສາສະໜາຈັກ ກໍ່ບໍ່ໝາຍຄວາມເຖິງຄວາມລົ້ມເຫຼວຂອງຄຳພີໄບເບິນ. ຫຼືນັ້ນບໍ່ໝາຍຄວາມວ່າພະເຈົ້າລົ້ມເຫຼວ. ແຕ່ຄຳພີໄບເບິນບອກເຮົາກ່ຽວກັບພະຜູ້ສູງສຸດຊຶ່ງດຳລົງຢູ່ຈິງແລະເບິ່ງແຍງເຮົາແລະອະນາຄົດຂອງເຮົາ. ຄຳພີໄບເບິນສະແດງໃຫ້ເຫັນວິທີທີ່ພະອົງຈະປະທານບຳເໜັດແກ່ຜູ້ຄົນທີ່ມີຫົວໃຈຊື່ສັດຊຶ່ງປາຖະໜາຈະເຮັດສິ່ງທີ່ຖືກຕ້ອງ ຜູ້ຊຶ່ງຕ້ອງການຈະເຫັນຄວາມຍຸຕິທຳແລະຄວາມສະຫງົບແຜ່ຫຼາຍໄປທົ່ວໂລກ. ຄຳພີໄບເບິນສະແດງເຖິງເຫດຜົນທີ່ພະເຈົ້າປ່ອຍໃຫ້ຄວາມຊົ່ວແລະຄວາມທຸກທໍລະມານມີຢູ່ແລະວິທີທີ່ພະອົງຈະກຳຈັດຄົນທີ່ທຳລາຍເພື່ອນມະນຸດດ້ວຍກັນໃຫ້ໝົດໄປຈາກແຜ່ນດິນໂລກ ແລະຄົນທີ່ອ້າງວ່າຮັບໃຊ້ພະອົງແຕ່ບໍ່ໄດ້ເຮັດເຊັ່ນນັ້ນດ້ວຍ.
[ຮູບພາບໜ້າ 17]
ນາລົກຂອງດັນເຕ
[ແຫຼ່ງທີ່ມາຂອງພາບ]
Doré’s illustration of Barrators—Giampolo for Dante’s Divine Comedy
[ຮູບພາບໜ້າ 17]
ຕີເອການຸພາບຂອງຄລິດສາສະໜາຈັກ
[ຮູບພາບໜ້າ 17]
ຕີເອການຸພາບຂອງຮິນດູ
[ແຫຼ່ງທີ່ມາຂອງພາບ]
Courtesy of The British Museum
[ຮູບພາບໜ້າ 17]
ຕີເອການຸພາບຂອງອີຢິບ
[ແຫຼ່ງທີ່ມາຂອງພາບ]
Museo Egizio, Turin
[ຮູບພາບໜ້າ 18]
ກົງກັນຂ້າມກັບຄຳສອນຂອງພະເຍຊູ ພວກນັກເທດນັກບວດຂອງທັງສອງຝ່າຍໄດ້ ສະໜັບສະຫນູນສົງຄາມ
[ແຫຼ່ງທີ່ມາຂອງພາບ]
U.S. Army photo