ເຢເຣມີຢາ
19 ພະເຢໂຫວາບອກວ່າ: “ໃຫ້ເຈົ້າໄປຊື້ໂຖດິນໜ່ວຍໜຶ່ງຈາກຊ່າງປັ້ນໝໍ້.+ ໃຫ້ເຈົ້າພາພວກຜູ້ນຳປະຊາຊົນບາງຄົນແລະພາພວກຫົວໜ້າປະໂລຫິດບາງຄົນໄປນຳ. 2 ໃຫ້ເຈົ້າໄປຮ່ອມພູຮິນໂນມ.*+ ໃຫ້ເຈົ້າໄປຢືນຢູ່ທາງເຂົ້າປະຕູເສດໝໍ້ດິນ ແລະຢູ່ຫັ້ນໃຫ້ເຈົ້າປະກາດສິ່ງທີ່ເຮົາໄດ້ເວົ້າກັບເຈົ້າ. 3 ໃຫ້ເຈົ້າເວົ້າວ່າ ‘ພວກກະສັດຂອງຢູດາແລະຄົນໃນເມືອງເຢຣູຊາເລັມເອີ້ຍ ໃຫ້ຟັງຄຳເວົ້າຂອງພະເຢໂຫວາເດີ້. ພະເຢໂຫວາຜູ້ບັນຊາການກອງທັບພະເຈົ້າຂອງອິດສະຣາເອນເວົ້າວ່າ
“ເຮົາຈະເຮັດໃຫ້ບ່ອນນີ້ເກີດຄວາມຈິບຫາຍແລະຄົນທີ່ໄດ້ຍິນເລື່ອງນີ້ຈະຕ້ອງຕົກໃຈຫຼາຍ 4 ຍ້ອນເຂົາເຈົ້າໄດ້ຖິ້ມເຮົາ+ແລະເຮັດໃຫ້ບ່ອນນີ້ປ່ຽນໄປຈົນເຮົາບໍ່ຈື່ແລ້ວ.+ ເຂົາເຈົ້າເອົາເຄື່ອງບູຊາໃຫ້ພະເຈົ້າອື່ນເຊິ່ງເປັນພະເຈົ້າທີ່ເຂົາເຈົ້າ ປູ່ຍ່າຕານາຍຂອງເຂົາເຈົ້າ ແລະພວກກະສັດຢູດາບໍ່ເຄີຍຮູ້ຈັກ. ເຂົາເຈົ້າເຮັດໃຫ້ບ່ອນນີ້ເຕັມແຕ່ເລືອດຂອງຄົນທີ່ບໍ່ມີຄວາມຜິດ.+ 5 ເຂົາເຈົ້າສ້າງບ່ອນນະມັດສະການໃຫ້ພະບາອານເພື່ອເຜົາລູກຂອງໂຕເອງເປັນເຄື່ອງບູຊາໃຫ້ພະບາອານ+ ເຊິ່ງເປັນສິ່ງທີ່ເຮົາບໍ່ໄດ້ສັ່ງໃຫ້ເຂົາເຈົ້າເຮັດ ບໍ່ເຄີຍເວົ້າເຖິງ ແລະບໍ່ໄດ້ຢູ່ໃນຄວາມຄິດຂອງເຮົາເລີຍ.”+
6 ພະເຢໂຫວາເວົ້າວ່າ “ອີກຈັກໜ້ອຍ ບ່ອນນີ້ຈະບໍ່ຖືກເອີ້ນວ່າໂຕເຟັດ*ຫຼືຮ່ອມພູຮິນໂນມ ແຕ່ຈະຖືກເອີ້ນວ່າຮ່ອມພູຂອງການຂ້າຟັນກັນ.+ 7 ຢູ່ບ່ອນນີ້ ເຮົາຈະຂັດຂວາງແຜນການຕ່າງໆຂອງຄົນຢູດາແລະຄົນໃນເມືອງເຢຣູຊາເລັມ. ເຮົາຈະເຮັດໃຫ້ເຂົາເຈົ້າຕາຍດ້ວຍດາບຕໍ່ໜ້າສັດຕູຂອງເຂົາເຈົ້າແລະຕາຍດ້ວຍມືຂອງຄົນທີ່ຢາກຂ້າເຂົາເຈົ້າ. ເຮົາຈະເອົາສົບຂອງເຂົາເຈົ້າໃຫ້ເປັນອາຫານຂອງນົກທີ່ຢູ່ເທິງຟ້າແລະສັດປ່າທີ່ຢູ່ເທິງແຜ່ນດິນ.+ 8 ເຮົາຈະເຮັດໃຫ້ເມືອງນີ້ຮ້າງເປົ່າແລະຖືກເຍາະເຍີ້ຍ. ຄົນທີ່ກາຍໄປກາຍມາຈະຈ້ອງເບິ່ງດ້ວຍຄວາມຕົກໃຈແລະເຍາະເຍີ້ຍເມືອງນີ້ທີ່ເຈິຄວາມຈິບຫາຍ.+ 9 ເຮົາຈະເຮັດໃຫ້ເຂົາເຈົ້າກິນລູກຊາຍລູກສາວຂອງໂຕເອງແລະກິນໝູ່ຂອງໂຕເອງ ຍ້ອນເຂົາເຈົ້າບໍ່ມີທາງເລືອກຕອນທີ່ພວກສັດຕູແລະຄົນທີ່ຢາກຂ້າເຂົາເຈົ້າລ້ອມເມືອງໄວ້.”’+
10 ຈາກນັ້ນ ໃຫ້ເຈົ້າທຸບໂຖດິນທີ່ເຈົ້າຊື້ມານັ້ນໃຫ້ແຕກຕໍ່ໜ້າຄົນທີ່ໄປນຳເຈົ້າ 11 ແລະບອກເຂົາເຈົ້າວ່າ ‘ພະເຢໂຫວາຜູ້ບັນຊາການກອງທັບບອກວ່າ “ເຮົາຈະເຮັດໃຫ້ຊາດນີ້ແລະເມືອງນີ້ເປັນຄືກັບໂຖດິນທີ່ຖືກທຸບຈົນແຕກແລະແປງຄືນບໍ່ໄດ້. ເຂົາເຈົ້າຈະຕ້ອງຝັງສົບຄົນຕາຍຢູ່ໂຕເຟັດຈົນບໍ່ມີບ່ອນວ່າງໃຫ້ຝັງອີກ.”’+
12 ພະເຢໂຫວາບອກວ່າ ‘ນີ້ແມ່ນສິ່ງທີ່ເຮົາຈະເຮັດກັບບ່ອນນີ້ແລະກັບຄົນທີ່ຢູ່ໃນເມືອງນີ້. ເຮົາຈະເຮັດໃຫ້ເມືອງນີ້ເປັນຄືກັບໂຕເຟັດ. 13 ເຮືອນໃນເຢຣູຊາເລັມແລະວັງຂອງພວກກະສັດຢູດາຈະກາຍເປັນບ່ອນທີ່ບໍ່ສະອາດຄືກັບໂຕເຟັດ+ ຍ້ອນເຂົາເຈົ້າເອົາເຄື່ອງບູຊາໃຫ້ດວງດາວຕ່າງໆທີ່ຢູ່ເທິງຟ້າ+ ແລະເທເຄື່ອງບູຊາດື່ມໃຫ້ພະເຈົ້າອື່ນຢູ່ເທິງດາດຟ້າ.’”+
14 ເມື່ອເຢເຣມີຢາກັບມາຈາກໂຕເຟັດບ່ອນທີ່ພະເຢໂຫວາສົ່ງລາວໄປພະຍາກອນ ລາວກໍມາຢືນຢູ່ເດີ່ນວິຫານຂອງພະເຢໂຫວາແລະເວົ້າກັບປະຊາຊົນທຸກຄົນວ່າ: 15 “ພະເຢໂຫວາຜູ້ບັນຊາການກອງທັບພະເຈົ້າຂອງອິດສະຣາເອນບອກວ່າ ‘ເຮົາຈະເຮັດໃຫ້ເມືອງນີ້ແລະເມືອງນ້ອຍໆທີ່ຢູ່ອ້ອມແອ້ມເມືອງນີ້ເຈິຄວາມຈິບຫາຍຄືກັບທີ່ເຮົາເຄີຍບອກໄວ້ ຍ້ອນເຂົາເຈົ້າຫົວແຂງແລະບໍ່ຍອມເຊື່ອຟັງເຮົາ.’”+