ພາກ 7
ພະປະສົງຂອງພະເຈົ້າຈະເປັນຈິງໃນບໍ່ຊ້າ
1, 2. ເປັນຫຍັງເຮົາຈຶ່ງເຊື່ອແນ່ວ່າພະເຈົ້າຈະລົງມືດຳເນີນການເພື່ອຍຸຕິຄວາມຊົ່ວຮ້າຍແລະຄວາມທຸກທໍລະມານ?
1 ເຖິງແມ່ນວ່າພະເຈົ້າອະນຸຍາດໃຫ້ຄວາມບໍ່ສົມບູນແລະຄວາມທຸກທໍລະມານມີຢູ່ເປັນເວລາເຫິງນານຈາກແງ່ຄຶດຂອງມະນຸດ ພະອົງຈະບໍ່ຍອມໃຫ້ສະພາບການຊົ່ວເຫຼົ່ານີ້ດຳເນີນຕໍ່ໄປຢ່າງບໍ່ມີກຳນົດ. ຄຳພີໄບເບິນບອກເຮົາວ່າພະເຈົ້າໄດ້ກຳນົດເວລາໄວ້ສຳລັບການຍອມໃຫ້ສິ່ງເຫຼົ່ານີ້ເກີດຂຶ້ນ.
2 “ມີເວລາກຳນົດສຳລັບການງານທຸກຢ່າງ.” (ຜູ້ເທສນາປ່າວປະກາດ 3:1) ເມື່ອເວລາກຳນົດຂອງພະເຈົ້າທີ່ຍອມໃຫ້ມີຄວາມຊົ່ວແລະຄວາມທຸກນັ້ນມາເຖິງຕອນອະວະສານ ເວລານັ້ນ ພະອົງຈະເຂົ້າແຊກແຊງກິດຈະການຂອງມະນຸດ. ພະອົງຈະກະທຳໃຫ້ຄວາມຊົ່ວຮ້າຍແລະຄວາມທຸກທໍລະມານຍຸຕິລົງ ແລະຈະກະທຳໃຫ້ພະປະສົງທຳອິດຂອງພະອົງສຳເລັດເປັນຈິງທີ່ຈະໃຫ້ໂລກເຕັມໄປດ້ວຍຄອບຄົວມະນຸດທີ່ສົມບູນມີຄວາມສຸກຊຶ່ງເພີດເພີນກັບສັນຕິສຸກອັນຄົບຖ້ວນແລະຄວາມໝັ້ນຄົງທາງເສດຖະກິດໃນສະພາບທີ່ເປັນອຸດທະຍານ.
ການພິພາກສາຂອງພະເຈົ້າ
3, 4. ພະທຳສຸພາສິດພັນລະນາຜົນຂອງການເຂົ້າແຊກແຊງຂອງພະເຈົ້າຢ່າງໃດ?
3 ຂໍສັງເກດຄຳພະຍາກອນບາງຂໍ້ໃນຫຼາຍໆ ຂໍ້ຊຶ່ງມີຢູ່ໃນຄຳພີໄບເບິນທີ່ກ່າວວ່າການເຂົ້າແຊກແຊງໂດຍພະເຈົ້າ ນັ້ນຄືຜົນແຫ່ງການພິພາກສາຂອງພະອົງ ຈະມີຄວາມໝາຍຢ່າງໃດສຳລັບຄອບຄົວມະນຸດໃນບໍ່ຊ້າ:
4 “ເຫດວ່າຄົນສັດຊື່ທັງຫຼາຍຈະຕັ້ງຢູ່ໃນແຜ່ນດິນແລະຄົນຍຸຕິທຳທັງຫຼາຍຈະຄ້າງຢູ່ຫັ້ນ. ແຕ່ຄົນຊົ່ວຮ້າຍທັງຫຼາຍຈະຖືກທຳລາຍຈາກແຜ່ນດິນແລະຄົນອຸບາຍທັງຫຼາຍຈະເປັນທີ່ຖອນຮາກອອກຈາກທີ່ນັ້ນ.”—ສຸພາສິດ 2:21, 22, ລ.ມ.
5, 6. ພະທຳຄຳເພງບົດ 37 ສະແດງຢ່າງໃດເຖິງສິ່ງທີ່ຈະເກີດຂຶ້ນເມື່ອພະເຈົ້າເຂົ້າແຊກແຊງ?
5 “ເຫດວ່າຄົນທັງຫຼາຍທີ່ເຮັດການຊົ່ວຮ້າຍຈະຖືກທຳລາຍ. ແຕ່ວ່າຄົນທັງຫຼາຍທີ່ຫວັງໃນພະເຢໂຫວາເຂົາຈະໄດ້ແຜ່ນດິນເປັນມໍລະດົກ. ຍັງສັກເວລານ້ອຍແລະຄົນຊົ່ວຮ້າຍຈະບໍ່ຢູ່ຕໍ່ໄປ . . . ຄົນທັງຫຼາຍທີ່ມີໃຈຖ່ອມລົງຈະມີແຜ່ນດິນໄວ້ ແລະເຂົາຈະມີຄວາມເບີກບານໃຈອີ່ຫຼີດ້ວຍຄວາມສະຫງົບສຸກອັນອຸດົມສົມບູນ.”—ຄຳເພງ 37:9-11, ລ.ມ.
6 “ທ່ານຈົ່ງຄອງຫາພະເຢໂຫວາແລະຖືຮັກສາທາງຂອງພະອົງໄວ້ ແລະພະອົງຈະຍົກຍໍເຈົ້າຈຶ່ງໃຫ້ເຈົ້າມີແຜ່ນດິນໄວ້ ເວລາພວກຄົນຊົ່ວຈະຈິບຫາຍໄປເຈົ້າຈະເຫັນການນັ້ນ. ທ່ານຈົ່ງຄອຍເບິ່ງຄົນຍຸຕິທຳແລະແຍງເບິ່ງຄົນສັດຊື່ເຫດວ່າທີ່ສຸດຄົນຢ່າງນັ້ນເປັນຄວາມສຸກສຳລານ. ແຕ່ວ່າຄົນຜິດລວງທັງຫຼາຍຈະຈິບຫາຍໄປພ້ອມກັນ ທີ່ສຸດຂອງພວກຄົນຊົ່ວເປັນຄວາມຈິບຫາຍ.”—ຄຳເພງ 37:34, 37, 38.
7. ພະຄຳຂອງພະເຈົ້າໃຫ້ຄຳແນະນຳອັນດີແບບໃດແກ່ເຮົາ?
7 ສະນັ້ນເມື່ອຄຳນຶງເຖິງອະນາຄົດອັນຍອດຢ້ຽມຊຶ່ງຈະມີມາແກ່ຄົນທີ່ຍອມຮັບສິດທິທີ່ພະຜູ້ສ້າງອົງມີລິດທານຸພາບທຸກປະການມີເພື່ອປົກຄອງ ພະອົງຈຶ່ງກະຕຸ້ນເຮົາດັ່ງນີ້: “ໃຫ້ໃຈເຈົ້າຖືຮັກສາຂໍ້ຄຳສັ່ງທັງຫຼາຍຂອງເຮົາ ເຫດວ່າຂໍ້ຄຳສັ່ງນັ້ນນຳວັນຄືນກັບປີທັງຫຼາຍມາຕື່ມໃຫ້ອາຍຸຂອງເຈົ້າກັບຄວາມສຸກສຳລານດ້ວຍ.” ທີ່ຈິງ ຈະມີການເພີ່ມຊີວິດນິລັນດອນໃຫ້ແກ່ຄົນທີ່ເລືອກຈະເຮັດຕາມພະໄທປະສົງຂອງພະເຈົ້າ! ພະຄຳຂອງພະເຈົ້າຈຶ່ງແນະນຳເຮົາດັ່ງນີ້: “ຈົ່ງປົງໃຈໃນພະເຢໂຫວາດ້ວຍສຸດຈິດແລະຢ່າວາງໃຈໃນສະຕິປັນຍາຂອງເຈົ້າ ໃນຮີດຄອງທັງຫຼາຍຂອງເຈົ້າຈົ່ງຍອມຮູ້ຈັກພະເຈົ້າແລະພະອົງຈະນຳໜ້າເຈົ້າໄປໃນຫົນທາງທັງຫຼາຍຂອງເຈົ້າ.”—ສຸພາສິດ 3:1, 2, 5, 6.
ການປົກຄອງຂອງພະເຈົ້າຈາກສະຫວັນ
8, 9. ພະເຈົ້າຈະຊຳລະແຜ່ນດິນໂລກໃຫ້ສະອາດໂດຍວິທີໃດ?
8 ພະເຈົ້າຈະກະທຳໃຫ້ການຊຳລະແຜ່ນດິນໂລກນີ້ໃຫ້ສະອາດສຳເລັດຜົນໂດຍໃຊ້ລັດຖະບານດີທີ່ສຸດເທົ່າທີ່ມະນຸດເຄີຍມີ. ນັ້ນຄືລັດຖະບານທີ່ສະທ້ອນໃຫ້ເຫັນເຖິງສະຕິປັນຍາຝ່າຍສະຫວັນ ເພາະລັດຖະບານນັ້ນປົກຄອງຈາກສະຫວັນພາຍໃຕ້ການນຳຂອງພະເຈົ້າ. ແລະລາຊະອານາຈັກຝ່າຍສະຫວັນນັ້ນຈະກຳຈັດການປົກຄອງຂອງມະນຸດທຸກຮູບແບບຈາກແຜ່ນດິນໂລກ. ມະນຸດຈະບໍ່ມີທາງເລືອກອີກເລີຍໃນການພະຍາຍາມປົກຄອງແຜ່ນດິນໂລກຢ່າງເປັນເອກະເທດຈາກພະເຈົ້າ.
9 ກ່ຽວກັບເລື່ອງນີ້ ຄຳພະຍາກອນທີ່ດານຽນ 2:44 (ລ.ມ.) ກ່າວດັ່ງນີ້: “ໃນສະໄໝເມື່ອກະສັດເຫຼົ່ານັ້ນ [ລັດຖະບານຕ່າງໆ ໃນປັດຈຸບັນ] ພວມປົກຄອງ ພະເຈົ້າແຫ່ງຟ້າສະຫວັນຈະຕັ້ງລາຊະອານາຈັກນຶ່ງຂຶ້ນ [ໃນສະຫວັນ] ຊຶ່ງຈະບໍ່ມີວັນຖືກທຳລາຍໄດ້. ແລະລາຊະອານາຈັກນີ້ຈະບໍ່ຕົກເປັນຂອງຊົນຊາດອື່ນແນ່ນອນ [ມະນຸດຈະບໍ່ໄດ້ຮັບອະນຸຍາດໃຫ້ປົກຄອງເປັນເອກະເທດຈາກພະເຈົ້າອີກເລີຍ] ແຕ່ລາຊະອານາຈັກນີ້ຈະທຳລາຍອານາຈັກເຫຼົ່ານັ້ນທັງສິ້ນ ແລະລາຊະອານາຈັກນີ້ຈະຕັ້ງໝັ້ນຄົງຢູ່ເປັນນິດ.”—ເບິ່ງຄຳປາກົດ 19:11-21; 20:4-6 ດ້ວຍ.
10. ເປັນຫຍັງເຮົາເຊື່ອແນ່ໄດ້ວ່າພາຍໃຕ້ລາຊະອານາຈັກຝ່າຍສະຫວັນຂອງພະເຈົ້າ ຈະບໍ່ມີການປົກຄອງທີ່ສໍ້ລາດບັງຫຼວງອີກເລີຍ?
10 ດ້ວຍເຫດນີ້ ມະນຸດຊາດຈຶ່ງຈະບໍ່ມີຮູບແບບການປົກຄອງທີ່ສໍ້ລາດບັງຫຼວງອີກເລີຍເພາະເມື່ອພະເຈົ້າກະທຳໃຫ້ລະບົບນີ້ເຖິງການອະວະສານ ການທີ່ມະນຸດປົກຄອງເປັນເອກະເທດຈາກພະອົງກໍ່ຈະບໍ່ມີຢູ່ອີກຕໍ່ໄປ. ແລະລາຊະອານາຈັກຊຶ່ງປົກຄອງຈາກສະຫວັນຈະບໍ່ເປັນແບບສໍ້ລາດບັງຫຼວງເສື່ອມຊາມ ເນື່ອງຈາກພະເຈົ້າເປັນຜູ້ກໍ່ຕັ້ງແລະຮັກສາລາຊະອານາຈັກນັ້ນ. ແຕ່ລາຊະອານາຈັກນັ້ນຈະດຳເນີນງານເພື່ອຜົນປະໂຫຍດດີທີ່ສຸດຂອງປະຊາກອນມະນຸດ. ພະໄທປະສົງຂອງພະເຈົ້າຈະສຳເລັດຕະຫຼອດທົ່ວໂລກເຊັ່ນດຽວກັບທີ່ສຳເລັດໃນສະຫວັນ. ນັ້ນເປັນເຫດທີ່ພະເຍຊູສອນບັນດາສາວົກຂອງພະອົງໃຫ້ທູນອະທິດຖານຕໍ່ພະເຈົ້າດັ່ງນີ້: “ຂໍໃຫ້ແຜ່ນດິນ (“ລາຊະອານາຈັກ,” ລ.ມ.) ຂອງພະອົງມາຕັ້ງຢູ່ ນ້ຳໃຈຂອງພະອົງສຳເລັດແລ້ວໃນສະຫວັນຢ່າງໃດ ຂໍໃຫ້ສຳເລັດທີ່ແຜ່ນດິນໂລກຢ່າງນັ້ນ.”—ມັດທາຽ 6:10.
ເຮົາຢູ່ໃກ້ພຽງໃດ?
11. ເຮົາຈະພົບຄຳພະຍາກອນທີ່ຈະຊ່ວຍເຮົາໃຫ້ລະບຸວ່າເຮົາຢູ່ໃກ້ອະວະສານຂອງລະບົບນີ້ພຽງໃດໄດ້ບ່ອນໃດໃນຄຳພີໄບເບິນ?
11 ເຮົາຢູ່ໃກ້ອະວະສານຂອງລະບົບສິ່ງຕ່າງໆ ອັນບໍ່ໜ້າພໍໃຈນີ້ກັບຕອນເລີ່ມຕົ້ນແຫ່ງໂລກໃໝ່ຂອງພະເຈົ້າພຽງໃດແລ້ວ? ຄຳພະຍາກອນໃນຄຳພີໄບເບິນໃຫ້ຄຳຕອບແກ່ເຮົາຢ່າງຊັດແຈ້ງ. ຍົກຕົວຢ່າງ ພະເຍຊູເອງບອກໄວ້ລ່ວງໜ້າເຖິງສິ່ງທີ່ເຮົາຈະເບິ່ງຫາເພື່ອເຮົາຈະລະບຸໄດ້ວ່າເມື່ອໃດທີ່ເຮົາຢູ່ໃກ້ກັບສິ່ງທີ່ຄຳພີໄບເບິນບອກວ່າເປັນ “ໄລຍະເວລາສຸດທ້າຍແຫ່ງລະບົບນີ້” ເລື່ອງນີ້ມີບັນທຶກໃນມັດທາຽບົດ 24 ແລະ 25, ມາລະໂກບົດ 13, ແລະລຶກາບົດ 21. ນອກຈາກນີ້ ດັ່ງທີ່ມີບັນທຶກໄວ້ໃນ 2 ຕີໂມເຕບົດ 3 ອັກຄະສາວົກໂປໂລ ບອກລ່ວງໜ້າວ່າຈະມີໄລຍະເວລາທີ່ເອີ້ນວ່າ: “ສະໄໝສຸດທ້າຍ” ເມື່ອເຫດການຕ່າງໆ ມາກມາຍຈະຢືນຢັນຫຼາຍຂຶ້ນວ່າເຮົາຢູ່ໃນໄລຍະໃດຂອງກະແສເວລາ.
12, 13. ພະເຍຊູແລະໂປໂລບອກຢ່າງໃດກ່ຽວກັບສະໄໝສຸດທ້າຍ?
12 ພະເຍຊູໄດ້ບອກວ່າໄລຍະເວລານັ້ນຈະເລີ່ມຕົ້ນດ້ວຍເຫດການເຫຼົ່ານີ້: “ປະເທດຕໍ່ປະເທດແລະອານາຈັກຕໍ່ອານາຈັກຈະສູ້ຮົບກັນ ທັງຈະເກີດການອຶດຢາກແລະແຜ່ນດິນໄຫວໃນບ່ອນຕ່າງໆ.” (ມັດທາຍ 24:7, ປ.ມ.) ລຶກາ 21:11 ສະແດງວ່າພະອົງຍັງໄດ້ກ່າວເຖິງ “ພາກ (“ໂລກລະບາດ,” ລ.ມ.) . . . ຈັກບັງເກີດມາໃນບ່ອນຕ່າງໆ” ໄວ້ດ້ວຍ. ແລະພະອົງເຕືອນໄວ້ຄືກັນເຖິງ “ການລະເມີດກົດໝາຍຈະທະວີຂຶ້ນ.”—ມັດທາຽ 24:12, ລ.ມ.
13 ອັກຄະສາວົກໂປໂລບອກໄວ້ລ່ວງໜ້າດັ່ງນີ້: “ທ່ານຈົ່ງຮູ້ຈັກຂໍ້ຄວາມນີ້ຄືວ່າໃນເວລາວັນທັງຫຼາຍທີ່ສຸດນັ້ນ (“ໃນສະໄໝສຸດທ້າຍ,” ລ.ມ.) ເວລາໜ້າກົວໜ້າຢ້ານຈະບັງເກີດມາ. ເຫດວ່າຄົນທັງຫຼາຍຈະຮັກແຕ່ຕົວເອງ ມັກເງິນຄຳ ເປັນຄົນອວດຕົວເປົ່າໆ ຄົນຈອງຫອງ ຄົນຫຍາບຊ້າ ຄົນບໍ່ຟັງພໍ່ແມ່ ຄົນບໍ່ມີຄຸນ ຄົນຖ່ອຍຮ້າຍ. ຄົນບໍ່ມີຄວາມຮັກຕາມທຳມະດາ ຄົນບັງຄາ ຄົນເວົ້າຄຳສໍ່ສຽດ ບໍ່ຄຸມຄອງຕົວໃຫ້ດີ ຄົນຮ້າຍດຸ ຄົນບໍ່ຮັກການດີ. ຄົນຄຶດກະບົດຄົນໃຈເລວພອງຂຶ້ນ ຄົນອວດຕົວດ້ວຍຈອງຫອງ ຄົນຮັກການສະຫນຸກສະໜານຫຼາຍກວ່າຮັກພະເຈົ້າ. ເຂົາມີໜ້າມີຕາເໝືອນຄົນນັບຖືພະເຈົ້າ ແຕ່ວ່າອຳນາດຂອງຄວາມນັບຖືນັ້ນ ເຂົາປະຕິເສດເສຍ . . . ຄົນຊົ່ວແລະຄົນລໍ້ລວງທັງຫຼາຍຈະທຳຊົ່ວຮ້າຍ ມາກກວ່າຂຶ້ນໄປ.” (2 ຕີໂມເຕ 3:1-5, 13).
14, 15. ເຫດການຕ່າງໆ ໃນສະຕະວັດທີ 20 ຢືນຢັນຢ່າງໃດວ່າເຮົາຢູ່ໃນສະໄໝສຸດທ້າຍອີ່ຫຼີ?
14 ສິ່ງຕ່າງໆ ເຫຼົ່ານັ້ນທີ່ພະເຍຊູແລະອັກຄະສາວົກໂປໂລໄດ້ບອກໄວ້ລ່ວງໜ້າໄດ້ເກີດຂຶ້ນແລ້ວບໍໃນສະໄໝຂອງເຮົານີ້? ແມ່ນສິ່ງເຫຼົ່ານັ້ນເກີດຂຶ້ນແລ້ວ. ສົງຄາມໂລກທີ 1 ເປັນສົງຄາມທີ່ຮ້າຍແຮງທີ່ສຸດຈົນເຖິງເວລານັ້ນ. ນັ້ນເປັນສົງຄາມໂລກຄັ້ງທຳອິດແລະເປັນຫົວລ້ຽວຫົວຕໍ່ໃນປະຫວັດສາດສະໄໝປັດຈຸບັນ. ພ້ອມກັບສົງຄາມຄັ້ງນັ້ນກໍ່ມີຄວາມອຶດຢາກ, ໂລກລະບາດ, ແລະໄພພິບັດອື່ນໆ. ດັ່ງທີ່ພະເຍຊູກ່າວໄວ້ ເຫດການເຫຼົ່ານັ້ນນັບຕັ້ງແຕ່ປີ 1914 ເປັນຕົ້ນມາເປັນ “ຕົ້ນເດີມແຫ່ງຄວາມທຸກ.” (ມັດທາຽ 24:8) ສິ່ງເຫຼົ່ານັ້ນເລີ່ມຕົ້ນໄລຍະເວລາທີ່ມີບອກໄວ້ລ່ວງໜ້າທີ່ເອີ້ນວ່າ: “ສະໄໝສຸດທ້າຍ” ຕອນເລີ່ມຕົ້ນແຫ່ງຊົ່ວອາຍຸສຸດທ້າຍທີ່ພະເຈົ້າຈະອະນຸຍາດໃຫ້ມີຄວາມຊົ່ວຮ້າຍແລະຄວາມທຸກ.
15 ເຈົ້າຄົງຈະຄຸ້ນເຄີຍກັບເຫດການຕ່າງໆ ແຫ່ງສະຕະວັດທີ 20 ນີ້ແລ້ວ. ເຈົ້າຮູ້ເຖິງຄວາມສັບສົນອົນລະໝ່ານທີ່ເກີດຂຶ້ນ. ຜູ້ຄົນປະມານ 100 ລ້ານຄົນຖືກຂ້າໃນສົງຄາມຕ່າງໆ. ຄົນອື່ນໆ ອີກຫຼາຍຮ້ອຍລ້ານຕາຍເນື່ອງຈາກຄວາມອຶດຢາກແລະຄວາມເຈັບໄຂ້ໄດ້ປ່ວຍ. ແຜ່ນດິນໄຫວເຮັດໃຫ້ຜູ້ຄົນນັບບໍ່ຖ້ວນຕາຍໄປ. ການບໍ່ຄຳນຶງເຖິງຊີວິດແລະຊັບສິນມີຫຼາຍຂຶ້ນ. ຄວາມຢ້ານອາດຊະຍາກຳກາຍເປັນສ່ວນນຶ່ງຂອງຊີວິດປະຈຳວັນ. ມາດຕະຖານທາງສິນທຳຖືກປ່ອຍປະລະເລີຍ. ຈຳນວນປະຊາກອນທີ່ເພີ່ມຂຶ້ນເລື້ອຍໆ ກໍ່ບັນຫາຊຶ່ງຍັງບໍ່ມີການແກ້ໄຂ. ພາວະມົນລະພິດພວມເຮັດໃຫ້ຄຸນະພາບຊີວິດເສຍໄປແລະກະທັ່ງເຮັດໃຫ້ຊີວິດຕົກຢູ່ໃນອັນຕະລາຍ. ຢ່າງເປັນຈິງ ເຮົາຢູ່ໃນສະໄໝສຸດທ້າຍມາຕັ້ງແຕ່ປີ 1914 ແລະພວມຢູ່ໃກ້ຈຸດສຸດຍອດແຫ່ງຄຳພະຍາກອນໃນຄຳພີໄບເບິນຊຶ່ງກ່ຽວຂ້ອງກັບສະໄໝຂອງເຮົານີ້.
16. ສະໄໝສຸດທ້າຍຄວບຄຸມໄລຍະເວລານານພຽງໃດ?
16 ສະໄໝສຸດທ້າຍນີ້ຈະຍາວນານພຽງໃດ? ພະເຍຊູກ່າວກ່ຽວກັບຍຸກທີ່ຈະມີ “ຕົ້ນເດີມແຫ່ງຄວາມທຸກ” ຕັ້ງແຕ່ປີ 1914 ເປັນຕົ້ນມາວ່າ: “ຄົນໃນຊົ່ວອາຍຸນີ້ຈະບໍ່ກາຍໄປກ່ອນສິ່ງເຫຼົ່ານີ້ທັງໝົດຈະບັງເກີດຂຶ້ນ.” (ມັດທາຽ 24:8, 34-36, ລ.ມ.) ດັ່ງນັ້ນ ລັກສະນະຕ່າງໆ ແຫ່ງສະໄໝສຸດທ້າຍຕ້ອງເກີດຂຶ້ນພາຍໃນໄລຍະເວລາທີ່ກຳນົດໄວ້. ຄຳປາກົດ 12:12 ບອກວ່າ ຫຼັງຈາກຊາຕານຖືກຖິ້ມລົງບໍລິເວນແຜ່ນດິນໂລກ ມັນຈະມີແຄ່ໄລຍະເວລາສັ້ນທີ່ເຫຼືອສຳລັບມັນ.
17, 18. ຄຳພະຍາກອນອັນໃດສະແດງວ່າເຮົາຢູ່ໃກ້ອະວະສານຂອງໂລກນີ້ຫຼາຍແລ້ວ?
17 ຄຳພະຍາກອນອີກຂໍ້ນຶ່ງທີ່ສະແດງວ່າອະວະສານຂອງລະບົບນີ້ໃກ້ຫຼາຍແລ້ວນັ້ນມີໃຫ້ໄວ້ໂດຍອັກຄະສາວົກໂປໂລ ຊຶ່ງບອກລ່ວງໜ້າໄວ້ດັ່ງນີ້: “ວັນຂອງພະເຢໂຫວາຈະມາເໝືອນຂະໂມຍທີ່ມາໃນເວລາກາງຄືນ. ເມື່ອໃດກໍ່ຕາມທີ່ພວກເຂົາກ່າວວ່າ: ‘ສັນຕິພາບແລະຄວາມປອດໄພ!’ ແລ້ວຄວາມພິນາດໂດຍຮີບເຮັ່ງກໍ່ຈະມາເຖິງເຂົາທັນທີ . . . ແລະເຂົາຈະບໍ່ມີທາງໜີໃຫ້ພົ້ນ.”—1 ເທຊະໂລນີກ 5:2, 3, ລ.ມ.; ເບິ່ງລຶກາ 21:34, 35 ດ້ວຍ.
18 ປັດຈຸບັນ ສົງຄາມເຢັນຍຸຕິລົງແລ້ວ ແລະສົງຄາມຂອງນານາຊາດກໍ່ອາດຈະບໍ່ເປັນສິ່ງໜ້າຢ້ານກົວອັນສຳຄັນອີກຕໍ່ໄປ. ດັ່ງນັ້ນນານາປະເທດອາດຈະເຫັນວ່າພວກເຂົາພວມຢູ່ໃນຫົນທາງສູ່ລະບົບໃໝ່ຂອງໂລກ. ແຕ່ເມື່ອພວກເຂົາຮູ້ສຶກວ່າຄວາມພະຍາຍາມຂອງເຂົາພວມປະສົບຄວາມສຳເລັດ ນັ້ນກໍ່ຈະໝາຍຄວາມໃນດ້ານກົງກັນຂ້າມກັບສິ່ງທີ່ເຂົາຄຶດເພາະນັ້ນຈະເປັນສັນຍະລັກສຸດທ້າຍທີ່ວ່າການທຳລາຍລະບົບນີ້ໂດຍພະເຈົ້າໃກ້ຈະເກີດຂຶ້ນ. ຈື່ຈຳໄດ້ວ່າ ການເຈລະຈາແລະສົນທິສັນຍາທາງການເມືອງບໍ່ເຮັດໃຫ້ເກີດການປ່ຽນແປງຢ່າງແທ້ຈິງອັນໃດເລີຍໃນຫມູ່ຜູ້ຄົນ. ສິ່ງເຫຼົ່ານັ້ນບໍ່ເຮັດໃຫ້ຜູ້ຄົນຮັກຊຶ່ງກັນແລະກັນ. ແລະພວກຜູ້ນຳຂອງໂລກກໍ່ບໍ່ໄດ້ເຮັດໃຫ້ອາດຊະຍາກຳຍຸຕິລົງ ແລະເຂົາບໍ່ໄດ້ກຳຈັດໂລກໄພແລະຄວາມຕາຍອອກໄປ. ດັ່ງນັ້ນຢ່າວາງໃຈໃນຄວາມກ້າວໜ້າໃດໆ ຂອງມະນຸດໃນເລື່ອງສັນຕິພາບແລະຄວາມປອດໄພແລະຄຶດວ່າໂລກນີ້ຢູ່ເທິງເສັ້ນທາງສູ່ການແກ້ບັນຫາຕ່າງໆ ຂອງມັນ. (ຄຳເພງ 146:3) ສິ່ງທີ່ສຽງຮ່ຳຮ້ອງຫາສັນຕິພາບນັ້ນຈະໝາຍເຖິງຢ່າງແທ້ຈິງກໍ່ຄືໂລກນີ້ພວມຢູ່ໃກ້ອະວະສານຫຼາຍແລ້ວ.
ການປະກາດຂ່າວດີ
19, 20. ຄຳພະຍາກອນອັນໃດຊຶ່ງກ່ຽວຂ້ອງກັບການປະກາດໃນສະໄໝສຸດທ້າຍທີ່ເຮົາເຫັນຄວາມສຳເລັດເປັນຈິງທີ່ພວມດຳເນີນຢູ່?
19 ຄຳພະຍາກອນອີກຂໍ້ນຶ່ງທີ່ສະແດງວ່າເຮົາຢູ່ໃນສະໄໝສຸດທ້າຍຕັ້ງແຕ່ປີ 1914 ຄືຂໍ້ທີ່ພະເຍຊູບອກວ່າ: “ຄຳປະເສີດຈັກເປັນທີ່ເທສະໜາປ່າວປະກາດໃນປະເທດທັງປວງກ່ອນ.” (ມາລະໂກ 13:10) ຫຼືດັ່ງທີ່ມັດທາຽ 24:14 (ລ.ມ.) ບອກວ່າ: “ຂ່າວດີນີ້ແຫ່ງລາຊະອານາຈັກຈະໄດ້ຮັບການປະກາດໄປທົ່ວແຜ່ນດິນໂລກທີ່ມີຄົນອາໄສຢູ່ ເພື່ອໃຫ້ຄຳພະຍານແກ່ທຸກຊາດ ແລະຄັນແລ້ວຈຸດອະວະສານຈະມາເຖິງ.”
20 ທຸກມື້ນີ້ ຂ່າວດີເລື່ອງອະວະສານຂອງໂລກນີ້ແລະເລື່ອງໂລກໃໝ່ທີ່ເປັນອຸດທະຍານທີ່ຈະມີມາພາຍໃຕ້ລາຊະອານາຈັກຂອງພະເຈົ້າພວມໄດ້ຮັບການປະກາດໄປທົ່ວແຜ່ນດິນໂລກຢ່າງທີ່ບໍ່ເຄີຍມີມາກ່ອນ. ໂດຍໃຜ? ໂດຍພະຍານພະເຢໂຫວາຫຼາຍລ້ານຄົນ. ພວກເຂົາພວມປະກາດໃນທຸກປະເທດເທິງແຜ່ນດິນໂລກ.
21, 22. ອັນໃດໂດຍສະເພາະທີ່ລະບຸວ່າພະຍານພະເຢໂຫວາເປັນຄລິດສະຕຽນແທ້?
21 ນອກຈາກການປະກາດເລື່ອງລາຊະອານາຈັກຂອງພະເຈົ້າແລ້ວ ພະຍານພະເຢໂຫວາກໍ່ພວມປະພຶດຕົວໃນວິທີທີ່ລະບຸວ່າພວກເຂົາເປັນສາວົກແທ້ຂອງພະຄລິດດ້ວຍ ເພາະພະອົງຖະແຫຼງວ່າ: “ຄົນທັງປວງຈັກຮູ້ຈັກວ່າທ່ານທັງຫຼາຍເປັນລູກສິດຂອງເຮົາດ້ວຍການນີ້ຄືວ່າຖ້າທ່ານທັງຫຼາຍມີຄວາມຮັກໃນທ່າມກາງພວກທ່ານ.” ດັ່ງນັ້ນ ພະຍານພະເຢໂຫວາຈຶ່ງເປັນເອກະພາບໃນພະລາດອນພາບທົ່ວໂລກໂດຍຄວາມຜູກພັນແຫ່ງຄວາມຮັກອັນບໍ່ມີມື້ແຕກສະລາຍໄດ້.—ໂຍຮັນ 13:35; ໂປດເບິ່ງເອຊາອີ 2:2-4; ໂກໂລດ 3:14; ໂຍຮັນ 15:12-14; 1 ໂຍຮັນ 3:10-12; 4:20, 21; ຄຳປາກົດ 7:9, 10 ດ້ວຍ.
22 ພະຍານພະເຢໂຫວາເຊື່ອໃນສິ່ງທີ່ຄຳພີໄບເບິນບອກໄວ້ທີ່ວ່າ: “ພະເຈົ້າບໍ່ເລືອກໜ້າຄົນ ແຕ່ວ່າໃນທຸກປະເທດຜູ້ນຶ່ງຜູ້ໃດທີ່ຢ້ານຢຳພະເຈົ້າແລະກະທຳການຊອບທຳກໍ່ເປັນທີ່ຊອບໃຈແກ່ພະອົງ.” (ກິດຈະການ 10:34, 35) ພວກເຂົາເບິ່ງເພື່ອນພະຍານດ້ວຍກັນໃນທຸກປະເທດວ່າເປັນພີ່ນ້ອງຊາຍຍິງຝ່າຍວິນຍານ ໂດຍບໍ່ຄຳນຶງເຖິງເຊື້ອຊາດຫຼືຜິວພັນ. (ມັດທາຽ 23:8) ແລະຂໍ້ເທດຈິງທີ່ພະລາດອນພາບທົ່ວໂລກເຊັ່ນນັ້ນມີຢູ່ຈິງໃນໂລກທຸກມື້ນີ້ເພີ່ມຫຼັກຖານທີ່ວ່າພະປະສົງຂອງພະເຈົ້າຈະເປັນຈິງຂຶ້ນໃນບໍ່ຊ້ານີ້.
[ຮູບພາບໜ້າ 26]
ລາຊະອານາຈັກຝ່າຍສະຫວັນອັນສົມບູນພ້ອມຂອງພະເຈົ້າຈະເປັນການປົກຄອງດຽວເທົ່ານັ້ນ ຂອງມະນຸດໃນໂລກໃໝ່