ຂ່າວດີທີ່ເຂົາເຈົ້າຢາກໃຫ້ເຈົ້າໄດ້ຍິນ
ເມື່ອພະເຍຊູຢູ່ເທິງແຜ່ນດິນໂລກ ສາວົກມາຫາພະອົງແລະຖາມວ່າ “ການທັງຫຼາຍນີ້ຈະບັງເກີດມາເວລາໃດ ແລະສິ່ງໃດຈະເປັນສຳຄັນວ່າພະອົງສະເດັດມາແລະເປັນທີ່ສຸດແຫ່ງໂລກນີ້”? ພະອົງຕອບວ່າ ຈະມີສົງຄາມລະຫວ່າງປະເທດຕໍ່ປະເທດ, ຄວາມອຶດຢາກ, ໂລກລະບາດ, ແຜ່ນດິນໄຫວ, ການລະເລີຍກົດໝາຍເພີ່ມຂຶ້ນ, ຜູ້ສອນສາສະໜາປອມຊັກນຳຫຼາຍຄົນໃຫ້ຫຼົງຜິດ, ການກຽດຊັງແລະຂົ່ມເຫງຕໍ່ເຫຼົ່າສາວົກແທ້ຂອງພະອົງ, ຄວາມຮັກຕໍ່ຄວາມຊອບທຳຂອງຫຼາຍຄົນຈະໜ້ອຍລົງ. ເມື່ອສິ່ງເຫຼົ່ານີ້ເລີ່ມເກີດຂຶ້ນກໍສະແດງວ່າພະຄລິດໄດ້ມາປະທັບຢ່າງທີ່ບໍ່ປາກົດແກ່ຕາ ແລະລາຊະອານາຈັກຝ່າຍສະຫວັນມາໃກ້ແລ້ວ. ນີ້ເປັນຂ່າວດີ! ດັ່ງນັ້ນ ພະເຍຊູຈຶ່ງໄດ້ກ່າວເສີມຖ້ອຍຄຳເຫຼົ່ານີ້ເຊິ່ງເປັນສ່ວນໜຶ່ງຂອງເຄື່ອງໝາຍວ່າ “ຄຳປະເສີດນີ້ແຫ່ງແຜ່ນດິນຂອງພະເຈົ້າຈະເປັນທີ່ເທສະໜາປ່າວປະກາດໄປທົ່ວແຜ່ນດິນໂລກ ເພື່ອຈະເປັນພິຍານແກ່ພວກຕ່າງປະເທດທັງປວງ ແລະເມື່ອນັ້ນທີ່ສຸດຈະມາເຖິງແລ້ວ.”—ມັດທາຍ 24:3-14.
ຕາມຮູບການແລ້ວ ເຫດການທີ່ເກີດຂຶ້ນໃນໂລກເມື່ອບໍ່ດົນມານີ້ມີແຕ່ເລື່ອງບໍ່ດີ ແຕ່ວ່າສິ່ງທີ່ເຫດການເຫຼົ່ານີ້ເລັງເຖິງແມ່ນການປະທັບຂອງພະຄລິດ ຈຶ່ງຖືວ່າເປັນເລື່ອງດີ. ສະພາບການທີ່ກ່າວເຖິງຕອນຕົ້ນນັ້ນເລີ່ມເຫັນແຈ້ງໃນປີ 1914 ເຊິ່ງເປັນປີທີ່ມີການປະກາດເຖິງຢ່າງກວ້າງຂວາງ! ນັ້ນເປັນປີທີ່ເວລາກຳນົດຂອງພວກຕ່າງປະເທດສິ້ນສຸດລົງ ແລະເປັນເວລາການເລີ່ມຕົ້ນທີ່ມີການປ່ຽນແປງຈາກການປົກຄອງຂອງມະນຸດໄປສູ່ການປົກຄອງພັນປີຂອງພະຄລິດ.
ໄລຍະແຫ່ງການປ່ຽນແປງນັ້ນບອກໄວ້ໃນພະທຳຄຳເພງບົດ 110 ຂໍ້ 1 ແລະ 2 ແລະຄຳປາກົດ 12:7-12. ຂໍ້ເຫຼົ່ານີ້ສະແດງວ່າພະຄລິດນັ່ງຢູ່ເບື້ອງຂວາມືຂອງພະເຈົ້າໃນສະຫວັນຈົນເຖິງເວລາທີ່ພະອົງຈະໄດ້ເປັນກະສັດ. ແລ້ວສົງຄາມໃນສະຫວັນຈະເຮັດໃຫ້ຊາຕານຖືກຖິ້ມລົງມາທີ່ແຜ່ນດິນໂລກຈຶ່ງກໍ່ໃຫ້ເກີດໄພພິບັດແກ່ແຜ່ນດິນໂລກ ແລະພະຄລິດຈະປົກຄອງໃນທ່າມກາງສັດຕູຂອງພະອົງ. ຄວາມຊົ່ວຮ້າຍທັງໝົດຈະຖືກກຳຈັດອອກໄປໂດຍ “ຄວາມທຸກທໍລະມານຢ່າງໜັກ” ເຊິ່ງຈະເຖິງຈຸດສຸດຍອດໃນສົງຄາມອະລະມະເຄໂດນແລະແລ້ວພັນປີແຫ່ງການປົກຄອງດ້ວຍສັນຕິສຸກຂອງພະຄລິດກໍຈະຕາມມາ.—ມັດທາຍ 24:21, 33, 34; ຄຳປາກົດ 16:14-16.
ຄຳພີໄບເບິນບອກວ່າ “ທ່ານຈົ່ງຮູ້ຈັກຂໍ້ຄວາມນີ້ ຄືວ່າໃນເວລາວັນທັງຫຼາຍທີ່ສຸດ [“ຍຸກສຸດທ້າຍ,” ທ.ປ.] ນັ້ນ ເວລາໜ້າກົວໜ້າຢ້ານຈະບັງເກີດມາ. ເຫດວ່າຄົນທັງຫຼາຍຈະຮັກແຕ່ຕົວເອງ ມັກເງິນຄຳ ເປັນຄົນອວດຕົວເປົ່າໆ ຄົນຈອງຫອງ ຄົນຫຍາບຊ້າ ຄົນບໍ່ຟັງພໍ່ແມ່ ຄົນບໍ່ມີຄຸນ ຄົນຖ່ອຍຮ້າຍ ຄົນບໍ່ມີຄວາມຮັກຕາມທຳມະດາ ຄົນບັງຄາ ຄົນເວົ້າຄຳສໍ່ສຽດ ບໍ່ຄຸ້ມຄອງຕົວໃຫ້ດີ ຄົນຮ້າຍດຸ ຄົນບໍ່ຮັກການດີ ຄົນຄຶດກະບົດ ຄົນໃຈເລວພອງຂຶ້ນ ຄົນອວດຕົວດ້ວຍຈອງຫອງ ຄົນຮັກການສະຫນຸກສະໜານຫຼາຍກວ່າຮັກພະເຈົ້າ ເຂົາມີໜ້າມີຕາເໝືອນຄົນນັບຖືພະເຈົ້າ ແຕ່ວ່າອຳນາດຂອງຄວາມນັບຖືນັ້ນເຂົາປະຕິເສດເສຍ ທ່ານຈົ່ງເວັ້ນເສຍໄປຈາກຄົນຢ່າງນັ້ນດ້ວຍ.”—2 ຕີໂມເຕ 3:1-5.
ບາງຄົນອາດຈະຄັດຄ້ານວ່າສິ່ງເຫຼົ່ານີ້ເຄີຍເກີດແລ້ວໃນປະຫວັດສາດຂອງມະນຸດ ແຕ່ແທ້ຈິງແລ້ວ ສິ່ງເຫຼົ່ານີ້ບໍ່ເຄີຍເກີດຂຶ້ນໃນຂອບເຂດທີ່ໃຫຍ່ສ່ຳນີ້ມາກ່ອນ. ຄືກັບທີ່ນັກປະຫວັດສາດແລະນັກວິຈານໄດ້ກ່າວໄວ້ ສິ່ງທີ່ເກີດຂຶ້ນກັບແຜ່ນດິນໂລກຕັ້ງແຕ່ປີ 1914 ເປັນຕົ້ນມາບໍ່ມີສະໄໝໃດທຽບໄດ້. (ເບິ່ງໜ້າ 7.) ໄພພິບັດມີຂອບເຂດທີ່ກວ້າງຂວາງກວ່າເກົ່າ. ນອກຈາກນັ້ນ ລັກສະນະອື່ນໆຂອງສັນຍະລັກທີ່ພະຄລິດໃຫ້ກ່ຽວກັບສະໄໝສຸດທ້າຍທີ່ຄວນຈະພິຈາລະນາແມ່ນ: ການປະກາດເລື່ອງການປະທັບຂອງພະຄລິດແລະເລື່ອງລາຊະອານາຈັກນັ້ນເປັນໄປໃນລັກສະນະທີ່ໃຫຍ່ໂຕທົ່ວແຜ່ນດິນໂລກຢ່າງບໍ່ເຄີຍມີມາກ່ອນໃນປະຫວັດສາດ. ການຖືກຂົ່ມເຫງຍ້ອນງານປະກາດບໍ່ເຄີຍມີໃຜໄດ້ຮັບທໍ່ກັບພະຍານພະເຢໂຫວາ. ເຂົາເຈົ້າຫຼາຍຮ້ອຍຄົນຖືກປະຫານໃນຄ້າຍກັກຂັງຂອງພວກນາຊີ. ຈົນຮອດທຸກມື້ນີ້ ຍັງມີການສັ່ງຫ້າມງານປະກາດຂອງພະຍານພະເຢໂຫວາໃນບາງດິນແດນ ແລະໃນບາງບ່ອນເຂົາເຈົ້າຖືກຈັບກຸມ, ຖືກກັກຂັງ, ຖືກທໍລະມານ ແລະຖືກຂ້າ. ທັງໝົດນີ້ເປັນສ່ວນໜຶ່ງຂອງສັນຍະລັກທີ່ພະເຍຊູບອກໄວ້ແລ້ວ.
ດັ່ງທີ່ບອກໄວ້ລ່ວງໜ້າໃນຄຳປາກົດ 11:18 “ພວກຕ່າງປະເທດໄດ້ຮ້າຍ” ຕໍ່ພະຍານຜູ້ສັດຊື່ຂອງພະເຢໂຫວາ ແລະນັ້ນກໍບົ່ງບອກວ່າພະເຢໂຫວາຈະສະແດງ “ຄວາມຄຽດຂອງພະອົງ” ຕໍ່ຊາດເຫຼົ່ານັ້ນ. ຄຳພີຂໍ້ດຽວນີ້ກ່າວວ່າ ພະເຈົ້າຈະ “ທຳລາຍຄົນທັງຫຼາຍທີ່ກະທຳແຜ່ນດິນໂລກໃຫ້ຊົ່ວໄປ.” ບໍ່ເຄີຍມີຍຸກໃດສະໄໝໃດໃນປະຫວັດສາດມະນຸດທີ່ຄວາມສາມາດໃນການຄ້ຳຈູນຊີວິດຂອງແຜ່ນດິນໂລກຖືກຂູ່ເຂັນປານນີ້ມາກ່ອນ. ແຕ່ບັດນີ້ສະພາບການໄດ້ປ່ຽນໄປ! ນັກວິທະຍາສາດຫຼາຍຄົນເຕືອນວ່າ ຖ້າມະນຸດຍັງເຮັດໃຫ້ເກີດມົນລະພິດເທິງແຜ່ນດິນໂລກຕໍ່ໄປ ມະນຸດໃນໂລກຈະຢູ່ບໍ່ໄດ້ອີກ. ແຕ່ວ່າພະເຢໂຫວາ “ໄດ້ສ້າງແຜ່ນດິນໃຫ້ມີຊາວຊົນ” ແລະພະອົງຈະກຳຈັດຜູ້ທີ່ກໍ່ຄວາມເສຍຫາຍແກ່ແຜ່ນດິນໂລກກ່ອນເຂົາເຈົ້າຈະທຳລາຍໝົດທັງໂລກ.—ເອຊາອີ 45:18.
ພະພອນເທິງແຜ່ນດິນໂລກພາຍໃຕ້ລາຊະອານາຈັກ
ຄວາມຄິດທີ່ວ່າ ຈະມີຜູ້ຄົນຢູ່ເທິງແຜ່ນດິນໂລກຖານະລາສະດອນແຫ່ງລາຊະອານາຈັກຂອງພະເຈົ້ານັ້ນອາດຈະຟັງແປກສຳລັບຫຼາຍຄົນທີ່ເຊື່ອຖືຄຳພີໄບເບິນເຊິ່ງຄິດວ່າທຸກຄົນທີ່ໄດ້ຮັບການຊ່ວຍໃຫ້ລອດຈະໄປຢູ່ສະຫວັນ. ຄຳພີໄບເບິນສະແດງວ່າ ຜູ້ທີ່ຈະໄປຢູ່ສະຫວັນມີຈຳນວນຈຳກັດແລະຜູ້ທີ່ຈະມີຊີວິດຕະຫຼອດໄປເທິງແຜ່ນດິນໂລກຈະເປັນມະຫາຊົນຫມູ່ໃຫຍ່ຈຳນວນບໍ່ຈຳກັດ. (ຄຳເພງ 37:11, 29; ຄຳປາກົດ 7:9; 14:1-5) ໃນຄຳພີໄບເບິນຢູ່ທີ່ພະທຳດານຽນໄດ້ມີການພະຍາກອນໄວ້ວ່າລາຊະອານາຈັກຂອງພະເຈົ້າທີ່ພະຄລິດປົກຄອງຈະຄອບຄອງທົ່ວແຜ່ນດິນໂລກ.
ຕາມຄຳພະຍາກອນນັ້ນ ລາຊະອານາຈັກຂອງພະຄລິດເປັນຫີນກ້ອນໜຶ່ງທີ່ຖືກສະກັດອອກມາຈາກສິດທິສູງສຸດໃນການປົກຄອງຂອງພະເຢໂຫວາເຊິ່ງປຽບຄືກັບພູເຂົາ. ຫີນກ້ອນນັ້ນໄດ້ກະທົບແລະທຳລາຍຮູບປັ້ນທີ່ໝາຍເຖິງຊາດມະຫາອຳນາດຕ່າງໆຂອງໂລກນີ້ ແລະ “ຫີນທີ່ໄດ້ຖືກຮູບກໍໄດ້ບັງເກີດເປັນພູໃຫຍ່ທີ່ໃຫ້ແຜ່ນດິນໂລກເຕັມ.” ຄຳພະຍາກອນນັ້ນກ່າວຕໍ່ໄປວ່າ “ໃນຄາວກະສັດທັງຫຼາຍນັ້ນ ພະເຈົ້າແຫ່ງຟ້າສະຫວັນຈະຕັ້ງພະລາຊະອານາຈັກອັນໜຶ່ງໄວ້ທີ່ຈະບໍ່ຈິບຫາຍສັກເທື່ອ. ແລະພະລາຊະອານາຈັກນີ້ຈະບໍ່ກາຍເປັນຂອງຊາວປະເທດອື່ນ. ມັນຈະໃຫ້ລາຊະອານາຈັກທັງປວງນີ້ຫັກແຕກຈິບຫາຍ ແຕ່ວ່າຕົວເອງຈະຕັ້ງຢູ່ສືບໆໄປເປັນນິດ.”—ດານຽນ 2:34, 35, 44.
ລາຊະອານາຈັກນີ້ແລະຄວາມຫວັງທີ່ໄດ້ມາຈາກພະຄຳພີເລື່ອງຊີວິດຕະຫຼອດໄປເທິງແຜ່ນດິນໂລກທີ່ໄດ້ສະສາງໃຫ້ສະອາດແລະງົດງາມແລ້ວນັ້ນແຫຼະເປັນເລື່ອງທີ່ພະຍານພະເຢໂຫວາຢາກບອກກັບເຈົ້າ. ຫຼາຍລ້ານຄົນທີ່ມີຊີວິດຢູ່ໃນຕອນນີ້ແລະອີກຫຼາຍໆລ້ານຄົນທີ່ຢູ່ໃນບ່ອນຝັງສົບກໍຈະມີໂອກາດທີ່ຈະຢູ່ຫັ້ນຕະຫຼອດໄປ. ຕໍ່ຈາກນັ້ນ ພາຍໃຕ້ການປົກຄອງພັນປີຂອງພະເຍຊູຄລິດ ພະປະສົງເດີມທີ່ພະເຢໂຫວາໄດ້ສ້າງແຜ່ນດິນໂລກແລະໃຫ້ມະນຸດຄູ່ທຳອິດຢູ່ຫັ້ນກໍຈະສຳເລັດເປັນຈິງ. ອຸທິຍານເທິງແຜ່ນດິນໂລກນີ້ຈະບໍ່ເປັນຕາເບື່ອເລີຍ. ອາດາມໄດ້ຮັບມອບໝາຍໃຫ້ເຮັດວຽກໃນສວນເອເດນຢ່າງໃດ ມະນຸດຊາດກໍຈະມີໂຄງການທີ່ທ້າທາຍຄວາມສາມາດໃນການເບິ່ງແຍງແຜ່ນດິນໂລກແລະຕົ້ນໄມ້ພ້ອມທັງສັດທີ່ຢູ່ໃນໂລກຢ່າງນັ້ນເຊັ່ນກັນ. ເຂົາເຈົ້າ “ຈະຊົມຊື່ນຍິນດີກັບສິ່ງທີ່ຫາມາໄດ້ນັ້ນຢ່າງເຕັມທີ່.”—ເອຊາອີ 65:22, ທ.ປ.; ຕົ້ນເດີມ 2:15.
ເປັນໄປໄດ້ທີ່ຈະຍົກຫຼາຍຂໍ້ຈາກຄຳພີຂຶ້ນມາເພື່ອສະແດງວ່າສະພາບການຕ່າງໆເຫຼົ່ານັ້ນຈະເກີດຂຶ້ນ ເມື່ອຄຳອະທິດຖານທີ່ພະເຍຊູສອນໄວ້ໄດ້ຮັບຄຳຕອບທີ່ວ່າ “ຂໍໃຫ້ແຜ່ນດິນຂອງພະອົງມາຕັ້ງຢູ່. ນ້ຳໃຈຂອງພະອົງສຳເລັດແລ້ວໃນສະຫວັນຢ່າງໃດ ຂໍໃຫ້ສຳເລັດທີ່ແຜ່ນດິນໂລກຢ່າງນັ້ນ.” (ມັດທາຍ 6:10) ຢ່າງໃດກໍຕາມ ຕອນນີ້ໃຫ້ເຮົາເບິ່ງພຽງຕົວຢ່າງໜຶ່ງທີ່ອ່ານວ່າ “ເຮົາໄດ້ຍິນສຽງປາກດັງອັນໃຫຍ່ມາຈາກພະທີ່ນັ່ງວ່າ ‘ຈົ່ງເບິ່ງ ຈຳໜັກຂອງພະເຈົ້າກໍຢູ່ກັບມະນຸດແລ້ວ ແລະພະອົງຈະສະຖິດຢູ່ກັບເຂົາແລະເຂົາຈະເປັນພວກຂອງພະອົງ ແລະພະເຈົ້າເອງຈະຢູ່ກັບເຂົາ. ເປັນພະເຈົ້າຂອງເຂົາ. ແລະພະເຈົ້າຈະເຊັດນ້ຳຕາທັງຫຼາຍຈາກຕາຂອງເຂົາ ແລະຄວາມຕາຍຈະບໍ່ມີຕໍ່ໄປ ແລະຄວາມທຸກໂສກ ແລະຮ້ອງໄຫ້ ແລະເຈັບປວດຈະບໍ່ມີຕໍ່ໄປ. ເຫດວ່າສິ່ງທັງຫຼາຍທີ່ເປັນເມື່ອກ່ອນນັ້ນກໍລ່ວງໄປແລ້ວ.’ ແລະພະອົງຜູ້ໄດ້ນັ່ງທີ່ພະທີ່ນັ່ງນັ້ນໄດ້ບອກວ່າ ‘ຈົ່ງເບິ່ງ ເຮົາສ້າງສັບພະທຸກສິ່ງຂຶ້ນໃໝ່.’ ແລະພະອົງບອກວ່າ ‘ຈົ່ງຂຽນໄວ້ເຖີ້ນ ເພາະວ່າຖ້ອຍຄຳທັງຫຼາຍນີ້ເປັນຄຳສັດຊື່ແລະທ່ຽງແທ້.’”—ຄຳປາກົດ 21:3-5.
[ຖ້ອຍຄຳທີ່ຍົກມາໜ້າ 15]
“ເວລາໜ້າກົວໜ້າຢ້ານຈະບັງເກີດມາ”
ແລະ “ເມື່ອນັ້ນທີ່ສຸດຈະມາເຖິງແລ້ວ”
[ຮູບພາບໜ້າ 18]
ນິແຕລັນ
[ຮູບພາບໜ້າ 18]
ນິເຊເລັຍ