ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ພຈ ບົດຮຽນ 16 ໜ້າ 26-27
  • ຈົ່ງ​ສະແດງ​ຄວາມ​ຮັກ​ຂອງ​ທ່ານ​ຕໍ່​ພະເຈົ້າ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ຈົ່ງ​ສະແດງ​ຄວາມ​ຮັກ​ຂອງ​ທ່ານ​ຕໍ່​ພະເຈົ້າ
  • ທ່ານສາມາດເປັນເພື່ອນຂອງພະເຈົ້າ!
  • ເລື່ອງທີ່ຄ້າຍກັນ
  • ເຈົ້າ​ເປັນ​ໝູ່​ກັບ​ພະ​ເຢໂຫວາ​ໄດ້
    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ!—ໄດ້​ຮັບ​ປະໂຫຍດ​ຈາກ​ການ​ຮຽນ​ຄຳພີ​ໄບເບິນ
  • ພະເຈົ້າ​ເຊີນ​ທ່ານ​ໃຫ້​ມາ​ເປັນ​ເພື່ອນ​ຂອງ​ພະອົງ
    ທ່ານສາມາດເປັນເພື່ອນຂອງພະເຈົ້າ!
  • ໃກ້​ຊິດ​ແລະ​ສະໜິດ​ກັບ​ພະ​ເຢໂຫວາ​ສະເໝີ
    ຮຽນຄຳພີໄບເບິນແລ້ວໄດ້ຫຍັງ?
  • ວິທີ​ພົບ​ສາສະໜາ​ແທ້
    ທ່ານສາມາດເປັນເພື່ອນຂອງພະເຈົ້າ!
ເບິ່ງຕື່ມ
ທ່ານສາມາດເປັນເພື່ອນຂອງພະເຈົ້າ!
ພຈ ບົດຮຽນ 16 ໜ້າ 26-27

ບົດຮຽນ 16

ຈົ່ງ​ສະແດງ​ຄວາມ​ຮັກ​ຂອງ​ທ່ານ​ຕໍ່​ພະເຈົ້າ

A man prays and reads the Bible

ເພື່ອ​ຈະ​ຮັກສາ​ເພື່ອນ​ໄວ້ ທ່ານ​ຕ້ອງ​ເວົ້າ​ກັບ​ເຂົາ. ທ່ານ​ຮັບ​ຟັງ​ເຂົາ ແລະ​ເຂົາ​ກໍ​ຮັບ​ຟັງ​ທ່ານ. ນອກ​ຈາກ​ນີ້ ທ່ານ​ເວົ້າ​ສິ່ງ​ທີ່​ດີ​ກ່ຽວ​ກັບ​ເພື່ອນ​ຂອງ​ທ່ານ​ໃຫ້​ຄົນ​ອື່ນ​ຟັງ​ດ້ວຍ. ການ​ເປັນ​ເພື່ອນ​ກັບ​ພະເຈົ້າ​ກໍ​ເປັນ​ແບບ​ດຽວ​ກັນ. ຂໍ​ພິຈາລະນາ​ສິ່ງ​ທີ່​ຄຳພີ​ໄບເບິນ​ກ່າວ​ກ່ຽວ​ກັບ​ເລື່ອງ​ນີ້:

ສົນທະນາ​ກັບ​ພະ​ເຢໂຫວາ​ເປັນ​ປະຈຳ​ໃນ​ການ​ອະທິດຖານ. “ຈົ່ງ​ອ້ອນ​ວອນ​ຢູ່​ເລື້ອຍ.”—ໂລມ 12:12.

ອ່ານ​ພະ​ຄຳ​ຂອງ​ພະເຈົ້າ ຄຳພີ​ໄບເບິນ. “ພະ​ຄຳພີ​ໝົດ​ສິ້ນ​ເປັນ​ດ້ວຍ​ພະ​ວິນຍານ​ຂອງ​ພະເຈົ້າ​ແລະ​ເປັນ​ປະໂຫຍດ​ສຳລັບ​ສັ່ງ​ສອນ​ກໍ​ດີ ສຳລັບ​ໃຫ້​ຮູ້​ແຈ້ງ​ກໍ​ດີ ສຳລັບ​ຕີ​ສອນ​ກໍ​ດີ ສຳລັບ​ແອບ​ສອນ​ໃນ​ຄວາມ​ຊອບທຳ​ກໍ​ດີ.”—2 ຕີໂມເຕ 3:16.

ສອນ​ຄົນ​ອື່ນ​ກ່ຽວ​ກັບ​ພະເຈົ້າ. “ເຫດ​ສັນນີ້​ທ່ານ​ທັງ​ຫຼາຍ​ຈົ່ງ​ໄປ​ສັ່ງ​ສອນ​ຊົນ​ທຸກ​ຊາດ​ໃຫ້​ເປັນ​ສາວົກ . . . ສອນ​ເຂົາ​ໃຫ້​ຖື​ຮັກສາ​ສິ່ງ​ສາລະພັດ​ຊຶ່ງ​ເຮົາ​ໄດ້​ສັ່ງ​ພວກ​ເຈົ້າ​ໄວ້.”—ມັດທາຍ 28:19, 20, ລ.ມ.

Two of Jehovah’s Witnesses preach to a man

ເຂົ້າ​ໄປ​ໃກ້​ເພື່ອນ​ຂອງ​ພະເຈົ້າ. “ບຸກຄົນ​ທີ່​ດຳເນີນ​ນຳ​ຄົນ​ມີ​ປັນຍາ​ກໍ​ຈະ​ເປັນ​ຄົນ​ມີ​ປັນຍາ.”—ສຸພາສິດ 13:20, ລ.ມ.

ເຂົ້າ​ຮ່ວມ​ປະຊຸມ​ທີ່​ຫໍ​ປະຊຸມ​ລາຊະອານາຈັກ. “ຈົ່ງ​ລະວັງ​ຄຶດ​ເຖິງ​ກັນ​ແລະ​ກັນ ເພື່ອ​ຈະ​ໄດ້​ເຕືອນ​ໃຈ​ກັນ​ໃຫ້​ປົງ​ໃຈ​ຮັກ​ກັນ​ແລະ​ກັນ​ແລະ​ກະທຳ​ການ​ດີ . . . ເຕືອນ​ສະຕິ​ກັນ​ແລະ​ກັນ.”—ເຫບເລິ 10:24, 25.

ຊ່ວຍ​ສະໜັບສະຫນູນ​ວຽກ​ງານ​ລາຊະອານາຈັກ. “ທ່ານ​ທຸກ​ຄົນ​ຈົ່ງ​ປະທານ​ໃຫ້​ຕາມ​ທີ່​ໄດ້​ຄຶດ​ໝາຍ​ໄວ້​ໃນ​ໃຈ ບໍ່​ໃຊ່​ດ້ວຍ​ຄຶດ​ເສຍດາຍ ບໍ່​ໃຊ່​ດ້ວຍ​ຂືນ​ໃຈ​ໃຫ້ ເຫດ​ວ່າ​ພະເຈົ້າ​ຮັກ​ຄົນ​ທີ່​ໃຫ້​ດ້ວຍ​ໃຈ​ຍິນດີ.”—2 ໂກລິນໂທ 9:7.

Jehovah’s Witnesses at a Kingdom Hall
    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌