ເພງທີ 58
ຊອກຫາຄົນທີ່ມັກຄວາມສະຫງົບສຸກ
1. ພະເຍຊູໄດ້ສັ່ງໃຫ້ໄປບອກຄວາມຈິງ
ທ່ານປະກາດຄຳຂອງເຢໂຫວາ
ເຖິງອາກາດຮ້ອນທາງມີແຕ່ຝຸ່ນ
ດ້ວຍຮັກແກະຂອງພະເຈົ້າທ່ານຈຶ່ງໄປບອກ
ທ່ານອອກໄປຕັ້ງແຕ່ຕອນເຊົ້າ
ຈົນເຖິງຕາເວັນຄ້ອຍຄ່ຳ
ໄປຕາມບ້ານເຮືອນແລະຕາມຫົນທາງ
ເຮົາບອກທຸກຄົນທີ່ເຮົາພົບເຫັນ
ໃຫ້ເຂົາຮູ້ວ່າບໍ່ດົນຄວາມທຸກຈະໝົດໄປ
(ທ່ອນຊ້ຳ)
ຫາທຸກຫົນແຫ່ງ
ຫາຄົນທຸກຊາດ ທີ່ຮັກຄວາມສະຫງົບ
ຫາຕໍ່ຕໍ່ໄປ
ຄົນທີ່ມີໃຈສະແຫວງຫາຄວາມລອດ
ແລະຕ້ອງການຖິ້ມ
ໂລກຂອງຊາຕານ
2. ເວລາບໍ່ລໍຖ້າເຮົາຈຶ່ງຫາຕໍ່ໄປ
ໃນຄົນເປັນລ້ານຕ້ອງມີຈັກຄົນ
ເພື່ອຈະຊ່ວຍເຮົາຈຶ່ງຕ້ອງທຸ່ມເທ
ຄວາມຮັກກະຕຸ້ນເຮົາໃຫ້ຕ້ອງໄປບອກອີກ
ເຈັບປ່ວຍທາງໃຈຮັກສາໄດ້
ຊີວິດກໍເລີ່ມຕົ້ນໄດ້
ເຮົາໄປຊອກຫາທຸກບ້ານທຸກເມືອງ
ແລະເມື່ອໄດ້ພົບຄົນທີ່ສົນໃຈ
ເຮົາມີຄວາມສຸກແລະຢາກປະກາດເລື້ອຍເລື້ອຍໄປ
(ທ່ອນຊ້ຳ)
ຫາທຸກຫົນແຫ່ງ
ຫາຄົນທຸກຊາດ ທີ່ຮັກຄວາມສະຫງົບ
ຫາຕໍ່ຕໍ່ໄປ
ຄົນທີ່ມີໃຈສະແຫວງຫາຄວາມລອດ
ແລະຕ້ອງການຖິ້ມ
ໂລກຂອງຊາຕານ
(ເບິ່ງຕື່ມ ເອຊາ. 52:7; ມັດ. 28:19, 20; ລືກາ 8:1; ໂລມ 10:10)