ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ວຊພຖຕ ບົດຄວາມ 90
  • ຈຳເປັນ​ບໍ​ທີ່​ຕ້ອງ​ເປັນ​ສະມາຊິກ​ຂອງ​ສາສະໜາ​ໃດ​ໜຶ່ງ?

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ຈຳເປັນ​ບໍ​ທີ່​ຕ້ອງ​ເປັນ​ສະມາຊິກ​ຂອງ​ສາສະໜາ​ໃດ​ໜຶ່ງ?
  • ຖາມ-ຕອບ​ເລື່ອງ​ຄຳພີ​ໄບເບິນ
  • ຫົວຂໍ້ຍ່ອຍ
  • ເລື່ອງທີ່ຄ້າຍກັນ
  • ຄຳຕອບ​ຈາກ​ຄຳພີໄບເບິນ
  • ການ​ນະມັດສະການ​ທີ່​ພະເຈົ້າ​ຍອມ​ຮັບ
    ຄຳພີໄບເບິນສອນແນວໃດແທ້ໆ?
ຖາມ-ຕອບ​ເລື່ອງ​ຄຳພີ​ໄບເບິນ
ວຊພຖຕ ບົດຄວາມ 90
ຜູ້ຄົນ​ມາ​ຊຸມນຸມ​ກັນ​ເພື່ອ​ນະມັດສະການ

ຈຳເປັນ​ບໍ​ທີ່​ຕ້ອງ​ເປັນ​ສະມາຊິກ​ຂອງ​ສາສະໜາ​ໃດ​ໜຶ່ງ?

ຄຳຕອບ​ຈາກ​ຄຳພີໄບເບິນ

ແມ່ນ ເພາະ​ພະເຈົ້າ​ຕ້ອງການ​ໃຫ້​ຜູ້ຄົນ​ມາ​ຊຸມນຸມ​ກັນ​ເພື່ອ​ນະມັດສະການ​ເພິ່ນ. ຄຳພີໄບເບິນ​ບອກ​ວ່າ: “ໃຫ້​ພວກ​ເຮົາ​ສົນໃຈ​ກັນ ເພື່ອ​ພວກ​ເຮົາ​ຈະ​ກະຕຸ້ນ​ກັນ​ໃຫ້​ມີ​ຄວາມ​ຮັກ​ແລະ​ເຮັດ​ຄວາມ​ດີ ຢ່າ​ຂາດ​ການ​ປະຊຸມ.”​—ເຮັບເຣີ 10:24, 25

ພະເຢຊູ​ບອກ​ວ່າ​ລູກສິດ​ຂອງ​ເພິ່ນ​ຈະ​ມາ​ຢູ່​ຮ່ວມ​ກັນ​ເປັນ​ກຸ່ມ ເພິ່ນ​ບອກ​ວ່າ: “ທຸກ​ຄົນ​ຈະ​ຮູ້​ວ່າ​ພວກເຈົ້າ​ເປັນ​ລູກສິດ​ຂອງ​ຂ້ອຍ ເມື່ອ​ພວກເຈົ້າ​ຮັກ​ກັນ.” (ໂຢຮັນ 13:34, 35) ລູກສິດ​ຂອງ​ພະຄລິດ​ຕ້ອງ​ຄົບຫາ​ກັບ​ເພື່ອນ​ຮ່ວມ​ຄວາມເຊື່ອ ເພາະ​ນີ້​ເປັນ​ວິທີ​ສຳຄັນ​ຢ່າງ​ໜຶ່ງ​ໃນ​ການ​ສະແດງ​ຄວາມ​ຮັກ. ເຂົາເຈົ້າ​ຈຶ່ງ​ມາ​ປະຊຸມ​ຮ່ວມ​ກັນ​ເພື່ອ​ນະມັດສະການ​ພະເຈົ້າ​ເປັນ​ປະຈຳ. (1 ໂກຣິນໂທ 16:19) ເຂົາເຈົ້າ​ເປັນ​ພີ່ນ້ອງ​ຮ່ວມ​ຄວາມເຊື່ອ​ກຸ່ມ​ດຽວ​ກັນ​ທົ່ວ​ໂລກ.​—1 ເປໂຕ 2:17

ການ​ເປັນ​ສະມາຊິກ​ຂອງ​ສາສະໜາ​ໃດ​ໜຶ່ງ​ຍັງ​ບໍ່​ພໍ

ເຖິງ​ວ່າ​ຄຳພີໄບເບິນ​ບອກ​ໃຫ້​ຜູ້ຄົນ​ຊຸມນຸມ​ກັນ​ເພື່ອ​ນະມັດສະການ​ພະເຈົ້າ ແຕ່​ຄຳພີໄບເບິນ​ບໍ່​ໄດ້​ສອນ​ວ່າ​ພະເຈົ້າ​ພໍໃຈ​ພຽງ​ແຕ່​ໄດ້​ເປັນ​ສະມາຊິກ​ຂອງ​ສາສະໜາ​ໃດ​ໜຶ່ງ​ເທົ່າ​ນັ້ນ. ຖ້າ​ຜູ້​ໃດ​ຢາກ​ເຮັດ​ໃຫ້​ພະເຈົ້າ​ພໍໃຈ ລາວ​ຕ້ອງ​ໃຫ້​ສາສະໜາ​ນັ້ນ​ມີ​ອິດທິພົນ​ຕໍ່​ທຸກ​ຢ່າງ​ທີ່​ລາວ​ເຮັດ​ໃນ​ຊີວິດ​ປະຈຳ​ວັນ. ຕົວຢ່າງ​ເຊັ່ນ ຄຳພີໄບເບິນ​ບອກ​ກ່ຽວກັບ​ເລື່ອງ​ນີ້​ວ່າ: “ການ​ນະມັດສະການ​ແບບ​ທີ່​ສະອາດ​ແລະ​ບໍລິສຸດ​ຕາມ​ຄວາມຄິດ​ຂອງ​ພະເຈົ້າ​ຜູ້​ເປັນ​ພໍ່​ຂອງ​ພວກ​ເຮົາ​ແມ່ນ ການ​ເບິ່ງແຍງ​ລູກ​ຄຳ​ພ້າ​ກັບ​ແມ່​ໝ້າຍ​ທີ່​ມີ​ຄວາມທຸກ​ລຳບາກ ແລະ​ຮັກສາ​ຕົວ​ໃຫ້​ພົ້ນ​ຈາກ​ແນວ​ທາງ​ທີ່​ບໍ່​ສະອາດ​ຂອງ​ໂລກ​ນີ້.”​—ຢາໂກໂບ 1:27

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌