ເພງທີ 147
ຄຳສັນຍາເລື່ອງຊີວິດຕະຫຼອດໄປ
1. ສັນຍາເລື່ອງຊີວິດຕະຫຼອດໄປ
ໂລກຈະເປັນບ່ອນຢູ່ນິລັນ
ຄົນຖ່ອມໃຈຈະໄດ້ຢູ່ທີ່ນັ້ນ
ເລື່ອງນີ້ຈະເກີດຂຶ້ນຈິງ
(ທ່ອນຊ້ຳ)
ເຮົາຈະໄດ້ຢູ່ນິລັນ
ຄວາມບາກບັ່ນນັ້ນຄຸ້ມຄ່າ
ຄຳສັນຍາຂອງພະເຈົ້າ
ຈະສຳເລັດແນ່ນອນ
2. ອຸທິຍານນັ້ນທຸກຢ່າງສົມບູນ
ຄົນຂອງພະເຈົ້າມີເສລີ
ພາຍໃຕ້ການປົກຄອງເຢໂຫວາ
ເຮົາຈະມີແຕ່ຄວາມສຸກ
(ທ່ອນຊ້ຳ)
ເຮົາຈະໄດ້ຢູ່ນິລັນ
ຄວາມບາກບັ່ນນັ້ນຄຸ້ມຄ່າ
ຄຳສັນຍາຂອງພະເຈົ້າ
ຈະສຳເລັດແນ່ນອນ
3. ອີກບໍ່ດົນຄົນຕາຍຈະຄືນມາ
ຄວາມທຸກໂສກເສົ້າຈະບໍ່ມີ
ພະເຈົ້າສະແດງຄວາມຮັກອົບອຸ່ນ
ຈະເຊັດນ້ຳຕາທຸກຢົດ
(ທ່ອນຊ້ຳ)
ເຮົາຈະໄດ້ຢູ່ນິລັນ
ຄວາມບາກບັ່ນນັ້ນຄຸ້ມຄ່າ
ຄຳສັນຍາຂອງພະເຈົ້າ
ຈະສຳເລັດແນ່ນອນ
(ເບິ່ງຕື່ມ ເອຊາ. 25:8; ລືກາ 23:43; ໂຢ. 11:25; ຄຳປ. 21:4)