ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ນມ ບົດທີ 7 ໜ້າ 60-69
  • ສິ່ງທີ່ເຮົາຮຽນຮູ້ຈາກການທີ່ພະເຈົ້າຍອມໃຫ້ມີຄວາມຊົ່ວ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ສິ່ງທີ່ເຮົາຮຽນຮູ້ຈາກການທີ່ພະເຈົ້າຍອມໃຫ້ມີຄວາມຊົ່ວ
  • ນະມັດສະການພະເຈົ້າທ່ຽງແທ້ແຕ່ອົງດຽວ
  • ຫົວຂໍ້ຍ່ອຍ
  • ເລື່ອງທີ່ຄ້າຍກັນ
  • ເພື່ອ​ເຫັນ​ແກ່​ນາມ​ຊື່​ອັນ​ຍິ່ງ​ໃຫຍ່​ຂອງ​ພະອົງ
  • ‘ພະ​ປັນຍາ​ຂອງ​ພະເຈົ້າ​ກໍ​ເລິກ​ມາກ​ເທົ່າ​ໃດ’
  • ໂອກາດ​ຕ່າງໆທີ່​ເຮົາ​ຈະ​ສະແດງ​ຄວາມ​ເຫຼື້ອມໃສ​ສັດທາ
  • ພະ​ປະສົງ​ຂອງ​ພະ​ຜູ້​ສ້າງ​ສຳລັບ​ແຜ່ນດິນ​ໂລກ​ຄື​ຫຍັງ?
    ພະຜູ້ສ້າງຮຽກຮ້ອງສິ່ງໃດຈາກເຮົາ?
  • ຈຸດປະສົງຂອງພະເຢໂຫວາຈະສຳເລັດ!
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2017
ນະມັດສະການພະເຈົ້າທ່ຽງແທ້ແຕ່ອົງດຽວ
ນມ ບົດທີ 7 ໜ້າ 60-69

ບົດ​ເຈັດ

ສິ່ງ​ທີ່​ເຮົາ​ຮຽນ​ຮູ້​ຈາກ​ການ​ທີ່​ພະເຈົ້າ​ຍອມ​ໃຫ້​ມີ​ຄວາມ​ຊົ່ວ

1, 2. (ກ) ຖ້າ​ພະ​ເຢໂຫວາ​ໄດ້​ປະຫານ​ຊີວິດ​ຜູ້​ກະບົດ​ໃນ​ສວນ​ເອເດນ​ທັນທີ​ໂລດ ນັ້ນ​ຈະ​ສົ່ງ​ຜົນ​ກະທົບ​ຕໍ່​ເຮົາ​ຢ່າງ​ໃດ? (ຂ) ການ​ຈັດ​ຕຽມ​ທີ່​ພະ​ເຢໂຫວາ​ໄດ້​ກະທຳ​ດ້ວຍ​ຄວາມ​ຮັກ​ເພື່ອ​ພວກ​ເຮົາ​ນັ້ນ​ຄື​ຫຍັງ?

ຢາໂຄບ​ບັນພະບຸລຸດ​ຕົ້ນ​ຕະກູນ​ກ່າວ​ວ່າ “ວັນ​ປີ​ທີ່​ຜູ້​ຂ້າ​ມີ​ຊີວິດ​ຕັ້ງ​ຢູ່​ກໍ​ໜ້ອຍ​ແລະ​ບໍ່​ດີ.” (ຕົ້ນເດີມ 47:9) ໂຢບ​ກໍ​ບອກ​ຄ້າຍ​ກັນ​ວ່າ​ມະນຸດ “ຢູ່​ບໍ່​ຫຼາຍ​ວັນ​ແລະ​ມີ​ຄວາມ​ວຸ່ນວາຍ​ເຕັມທີ.” (ໂຢບ 14:1) ເຊັ່ນ​ດຽວ​ກັບ​ເຂົາ​ທັງ​ສອງ ພວກ​ເຮົາ​ສ່ວນ​ຫຼາຍ​ກໍ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ຄວາມ​ບໍ່​ຍຸຕິທຳ, ແມ່ນ​ກະທັ່ງ​ເລື່ອງ​ເສົ້າ​ສະຫຼົດ​ໃຈ​ຕ່າງໆ. ເຖິງ​ຢ່າງ​ນັ້ນ​ກໍ​ຕາມ ການ​ທີ່​ເຮົາ​ໄດ້​ເກີດ​ມາ​ກໍ​ບໍ່​ແມ່ນ​ວ່າ​ພະເຈົ້າ​ບໍ່​ຍຸຕິທຳ. ແມ່ນ​ຢູ່ ເຮົາ​ບໍ່​ມີ​ຈິດໃຈ​ແລະ​ຮ່າງ​ກາຍ​ທີ່​ສົມບູນ​ແລະ​ບໍ່​ມີ​ບ້ານ​ທີ່​ເປັນ​ອຸທິຍານ​ແບບ​ທີ່​ອາດາມ​ແລະ​ເອວາ​ມີ​ໃນ​ເບື້ອງ​ຕົ້ນ ແຕ່​ຖ້າ​ພະ​ເຢໂຫວາ​ໄດ້​ປະຫານ​ຊີວິດ​ເຂົາ​ທັງ​ສອງ​ທັນທີ​ທີ່​ກະບົດ​ເດ ສະພາບການ​ຈະ​ເປັນ​ແນວ​ໃດ? ຄົງ​ຈະ​ບໍ່​ມີ​ຄວາມ​ເຈັບ​ໄຂ້, ຄວາມ​ໂສກ​ເສົ້າ, ຫຼື​ຄວາມ​ຕາຍ ທັງ​ຈະ​ບໍ່​ມີ​ເຜົ່າ​ພັນ​ມະນຸດ ແລະ​ເຮົາ​ເອງ​ຄົງ​ບໍ່​ມີ​ໂອກາດ​ເກີດ​ມາ​ຊ້ຳ. ເຖິງ​ວ່າ​ລູກ​ຫຼານ​ເຫຼົ່າ​ນີ້​ໄດ້​ຮັບ​ຄວາມ​ບໍ່​ສົມບູນ​ສືບ​ທອດ​ມາ​ກໍ​ຕາມ ດ້ວຍ​ຄວາມ​ເມດຕາ ພະເຈົ້າ​ຍອມ​ໃຫ້​ອາດາມ​ແລະ​ເອວາ​ມີ​ເວລາ​ອອກ​ແມ່​ແພ່​ລູກ. ໂດຍ​ທາງ​ພະ​ຄລິດ ພະ​ເຢໂຫວາ​ໄດ້​ຈັດ​ຕຽມ​ການ​ເພື່ອ​ໃຫ້​ເຮົາ​ໄດ້​ສິ່ງ​ທີ່​ອາດາມ​ເຮັດ​ສູນ​ເສຍ​ໄປ​ນັ້ນ​ກັບ​ຄືນ​ມາ ນັ້ນ​ຄື​ຊີວິດ​ຕະຫຼອດ​ໄປ​ເທິງ​ແຜ່ນດິນ​ໂລກ​ທີ່​ເປັນ​ອຸທິຍານ.—ໂຢຮັນ 10:10; ໂລມ 5:12.

2 ຈັ່ງ​ແມ່ນ​ເປັນ​ການ​ຫນູນ​ກຳລັງ​ໃຈ​ແທ້ໆທີ່​ເຮົາ​ສາມາດ​ມຸ່ງ​ຫວັງ​ທີ່​ຈະ​ໄດ້​ຊີວິດ​ຕະຫຼອດ​ໄປ​ໃນ​ໂລກ​ໃໝ່​ທ່າມກາງ​ສະພາບ​ແວດ​ລ້ອມ​ທີ່​ເປັນ​ອຸທິຍານ ເຊິ່ງ​ເຮົາ​ຈະ​ບໍ່​ມີ​ຄວາມ​ເຈັບ​ໄຂ້, ຄວາມ​ໂສກ​ເສົ້າ, ຄວາມ​ເຈັບ​ປວດ, ຫຼື​ຄວາມ​ຕາຍ ທັງ​ຈະ​ບໍ່​ມີ​ຄົນ​ຊົ່ວ​ຮ້າຍ​ນຳ​ອີກ! (ສຸພາສິດ 2:21, 22; ຄຳປາກົດ 21:4, 5) ເຖິງ​ແນວ​ນັ້ນ​ກໍ​ຕາມ ຈາກ​ບັນທຶກ​ໃນ​ຄຳພີ​ໄບເບິນ ເຮົາ​ຮຽນ​ຮູ້​ວ່າ​ບໍ່​ພຽງ​ແຕ່​ຄວາມ​ລອດ​ຂອງ​ເຮົາ​ເທົ່າ​ນັ້ນ​ທີ່​ມີ​ຄວາມ​ສຳຄັນ​ຫຼາຍ​ສຳລັບ​ເຮົາ​ແລະ​ຕໍ່​ພະ​ເຢໂຫວາ ແຕ່​ຍັງ​ມີ​ບາງ​ສິ່ງ​ທີ່​ສຳຄັນ​ຫຼາຍ​ກວ່າ​ນັ້ນ​ອີກ​ກ່ຽວ​ຂ້ອງ​ຢູ່​ນຳ.

ເພື່ອ​ເຫັນ​ແກ່​ນາມ​ຊື່​ອັນ​ຍິ່ງ​ໃຫຍ່​ຂອງ​ພະອົງ

3. ແມ່ນ​ຫຍັງ​ກ່ຽວ​ຂ້ອງ​ຢູ່​ກັບ​ຄວາມ​ສຳເລັດ​ແຫ່ງ​ພະ​ປະສົງ​ຂອງ​ພະ​ເຢໂຫວາ​ຕໍ່​ແຜ່ນດິນ​ໂລກ​ແລະ​ມະນຸດ​ຊາດ?

3 ຊື່​ຂອງ​ພະເຈົ້າ​ກ່ຽວ​ຂ້ອງ​ກັບ​ຄວາມ​ສຳເລັດ​ເປັນ​ຈິງ​ແຫ່ງ​ພະ​ປະສົງ​ຂອງ​ພະອົງ​ຕໍ່​ແຜ່ນດິນ​ໂລກ​ແລະ​ຕໍ່​ມະນຸດ​ຊາດ. ຊື່​ເຢໂຫວາ​ນັ້ນ​ໝາຍ​ຄວາມ​ວ່າ “ຜູ້​ທີ່​ບັນດານ​ໃຫ້​ເປັນ.” ດັ່ງ​ນັ້ນ ນາມ​ຊື່​ຂອງ​ພະອົງ​ໝາຍ​ລວມ​ເຖິງ​ຊື່ສຽງ​ຂອງ​ພະອົງ​ໃນ​ຖານະ​ເປັນ​ຜູ້​ມີ​ສິດທິ​ສູງ​ສຸດ​ໃນ​ການ​ປົກຄອງ​ເອກະພົບ, ເປັນ​ຜູ້​ທີ່​ບັນລຸ​ຕາມ​ພະ​ປະສົງ​ຂອງ​ຕົນ​ສະເໝີ, ແລະ​ເປັນ​ພະເຈົ້າ​ແຫ່ງ​ຄວາມ​ຈິງ. ຍ້ອນ​ຕຳແໜ່ງ​ຂອງ​ພະ​ເຢໂຫວາ ສັນຕິພາບ​ແລະ​ຄວາມ​ຢູ່​ເຢັນ​ເປັນ​ສຸກ​ຂອງ​ທົ່ວ​ເອກະພົບ​ຈຶ່ງ​ຂຶ້ນ​ຢູ່​ກັບ​ການ​ໃຫ້​ຄວາມ​ນັບຖື​ຕໍ່​ນາມ​ຊື່​ຂອງ​ພະອົງ​ແລະ​ທຸກ​ສິ່ງ​ທີ່​ລວມ​ຢູ່​ນຳ​ຊື່​ນັ້ນ​ຢ່າງ​ເຕັມທີ ແລະ​ຍັງ​ຂຶ້ນ​ຢູ່​ກັບ​ການ​ທີ່​ທຸກ​ຄົນ​ເຊື່ອ​ຟັງ​ພະອົງ​ນຳ​ອີກ.

4. ພະ​ປະສົງ​ຂອງ​ພະ​ເຢໂຫວາ​ສຳລັບ​ແຜ່ນດິນ​ໂລກ​ລວມ​ເຖິງ​ສິ່ງ​ໃດ​ແດ່?

4 ພາຍ​ຫຼັງ​ທີ່​ໄດ້​ສ້າງ​ອາດາມ​ແລະ​ເອວາ ພະ​ເຢໂຫວາ​ໄດ້​ມອບ​ໝາຍ​ວຽກ​ໃຫ້​ເຂົາ​ເຈົ້າ​ເຮັດ. ພະອົງ​ບອກ​ຢ່າງ​ຊັດເຈນ​ວ່າ​ພະ​ປະສົງ​ຂອງ​ພະອົງ​ບໍ່​ແມ່ນ​ພຽງ​ແຕ່​ໃຫ້​ຄຸ້ມຄອງ​ເບິ່ງ​ແຍງ​ທົ່ວ​ແຜ່ນດິນ​ໂລກ ໂດຍ​ການ​ຂະຫຍາຍ​ເຂດ​ອຸທິຍານ​ໃຫ້​ກວ້າງ​ອອກ​ໄປ​ເທົ່າ​ນັ້ນ ແຕ່​ຍັງ​ຕ້ອງການ​ໃຫ້​ແຜ່ນດິນ​ໂລກ​ເຕັມ​ໄປ​ດ້ວຍ​ລູກ​ຫຼານ​ຂອງ​ເຂົາ​ເຈົ້າ​ນຳ​ອີກ. (ຕົ້ນເດີມ 1:28) ພະ​ປະສົງ​ນີ້​ຈະ​ລົ້ມ​ແຫຼວ​ຍ້ອນ​ບາບ​ຂອງ​ເຂົາ​ເຈົ້າ​ບໍ? ຫາກ​ພະອົງ​ບໍ່​ສາມາດ​ກະທຳ​ໃຫ້​ພະ​ປະສົງ​ສຳລັບ​ແຜ່ນດິນ​ໂລກ​ແລະ​ມະນຸດ​ຊາດ​ບັນລຸ​ຜົນ​ສຳເລັດ ນັ້ນ​ຈະ​ນຳ​ເອົາ​ຄຳ​ຕຳໜິ​ມາ​ສູ່​ນາມ​ຊື່​ຂອງ​ພະ​ເຢໂຫວາ​ຜູ້​ມີ​ລິດເດດ​ຍິ່ງ​ໃຫຍ່​ຫຼາຍ​ສ່ຳ​ໃດ!

5. (ກ) ຫາກ​ວ່າ​ມະນຸດ​ຄູ່​ທຳອິດ​ກິນ​ໝາກ​ຈາກ​ຕົ້ນ​ໄມ້​ແຫ່ງ​ຄວາມ​ຮູ້​ເລື່ອງ​ຄວາມ​ດີ​ແລະ​ຄວາມ​ຊົ່ວ​ແລ້ວ ເຂົາ​ເຈົ້າ​ຈະ​ຕາຍ​ໃນ​ຕອນ​ໃດ? (ຂ) ພະ​ເຢໂຫວາ​ກະທຳ​ໃຫ້​ຄຳ​ກ່າວ​ໃນ​ຕົ້ນເດີມ 2:17 ສຳເລັດ​ເປັນ​ຈິງ​ແນວ​ໃດ ໃນ​ຂະນະ​ທີ່​ຄຳນຶງ​ເຖິງ​ພະ​ປະສົງ​ຂອງ​ພະອົງ​ຕໍ່​ແຜ່ນດິນ​ໂລກ?

5 ພະ​ເຢໂຫວາ​ໄດ້​ເຕືອນ​ອາດາມ​ແລະ​ເອວາ​ວ່າ ຖ້າ​ເຂົາ​ເຈົ້າ​ບໍ່​ເຊື່ອ​ຟັງ​ແລະ​ກິນ​ໝາກ​ຂອງ​ຕົ້ນ​ໄມ້​ແຫ່ງ​ຄວາມ​ຮູ້​ເລື່ອງ​ຄວາມ​ດີ​ແລະ​ຄວາມ​ຊົ່ວ​ນັ້ນ ເຂົາ​ເຈົ້າ​ຈະ​ຕາຍ “ໃນ​ວັນ” ທີ່​ເຂົາ​ເຈົ້າ​ກິນ. (ຕົ້ນເດີມ 2:17) ເປັນ​ຈິງ​ຕາມ​ຄຳ​ກ່າວ​ຂອງ​ພະອົງ ພະ​ເຢໂຫວາ​ໄດ້​ເອີ້ນ​ທັງ​ສອງ​ມາ​ໃຫ້​ການ​ໃນ​ວັນ​ທີ່​ເຂົາ​ເຈົ້າ​ເຮັດ​ບາບ​ແລະ​ໄດ້​ຕັດສິນ​ລົງໂທດ​ໃຫ້​ຕາຍ. ຈາກ​ທັດສະນະ​ຂອງ​ພະເຈົ້າ ອາດາມ​ແລະ​ເອວາ​ໄດ້​ຕາຍ​ໃນ​ວັນ​ນັ້ນ​ໂລດ. ຢ່າງ​ໃດ​ກໍ​ຕາມ ເພື່ອ​ຈະ​ໃຫ້​ພະ​ປະສົງ​ຂອງ​ພະອົງ​ກ່ຽວ​ກັບ​ແຜ່ນດິນ​ໂລກ​ນີ້​ບັນລຸ​ຜົນ​ສຳເລັດ ພະ​ເຢໂຫວາ​ໄດ້​ປ່ອຍ​ໃຫ້​ເຂົາ​ທັງ​ສອງ​ກຳເນີດ​ລູກ​ກ່ອນ​ທີ່​ເຂົາ​ເຈົ້າ​ຈະ​ຕາຍ. ເນື່ອງ​ຈາກ​ພະເຈົ້າ​ສາມາດ​ຖື​ວ່າ 1,000 ປີ​ທໍ່​ກັບ​ວັນ​ດຽວ ເມື່ອ​ອາດາມ​ສິ້ນ​ຊີວິດ​ຕອນ​ອາຍຸ 930 ປີ ລາວ​ຈຶ່ງ​ຕາຍ​ຢູ່​ພາຍ​ໃນ “ວັນ” ດຽວ​ເທົ່າ​ນັ້ນ. (2 ເປໂຕ 3:8; ຕົ້ນເດີມ 5:3-5) ດັ່ງ​ນັ້ນ ສັດຈະທຳ​ຂອງ​ພະ​ເຢໂຫວາ​ຈຶ່ງ​ໄດ້​ຮັບ​ການ​ເຊີດຊູ​ຍ້ອນ​ມີ​ການ​ລົງໂທດ​ຕາມ​ເວລາ​ທີ່​ກຳນົດ​ໄວ້ ແລະ​ພະ​ປະສົງ​ທີ່​ພະອົງ​ມີ​ຕໍ່​ແຜ່ນດິນ​ໂລກ​ກໍ​ຈະ​ບໍ່​ລົ້ມ​ແຫຼວ​ຍ້ອນ​ການ​ຕາຍ​ຂອງ​ເຂົາ​ເຈົ້າ. ຢ່າງ​ໃດ​ກໍ​ຕາມ ຄົນ​ທີ່​ບໍ່​ສົມບູນ​ກັບ​ຄົນ​ຊົ່ວ​ຈະ​ຖືກ​ປ່ອຍ​ໃຫ້​ມີ​ຊີວິດ​ຢູ່​ໄລຍະ​ໜຶ່ງ.

6, 7. (ກ) ອີງ​ຕາມ​ອົບພະຍົບ 9:15, 16 ດ້ວຍ​ເຫດ​ໃດ​ພະ​ເຢໂຫວາ​ຈຶ່ງ​ປ່ອຍ​ໃຫ້​ຄົນ​ຊົ່ວ​ມີ​ຊີວິດ​ຢູ່​ຕໍ່​ໄປ​ໄລຍະ​ໜຶ່ງ? (ຂ) ໃນ​ກໍລະນີ​ຂອງ​ຟາໂລ ລິດເດດ​ຂອງ​ພະ​ເຢໂຫວາ​ປາກົດ​ໃຫ້​ເຫັນ​ຢ່າງ​ໃດ ແລະ​ຊື່​ຂອງ​ພະອົງ​ເປັນ​ທີ່​ຮູ້​ຈັກ​ໄດ້​ແນວ​ໃດ? (ຄ) ເມື່ອ​ລະບົບ​ຊົ່ວ​ປັດຈຸບັນ​ນີ້​ສິ້ນ​ສຸດ​ລົງ ຜົນ​ຈະ​ເປັນ​ຢ່າງ​ໃດ?

6 ສິ່ງ​ທີ່​ພະ​ເຢໂຫວາ​ກ່າວ​ແກ່​ຜູ້​ປົກຄອງ​ແຫ່ງ​ປະເທດ​ເອຢີບ​ໃນ​ສະໄໝ​ຂອງ​ໂມເຊ​ໃຫ້​ຄວາມ​ເຂົ້າ​ໃຈ​ຕື່ມ​ອີກ​ເຖິງ​ເຫດຜົນ​ທີ່​ພະເຈົ້າ​ໄດ້​ປ່ອຍ​ໃຫ້​ຄົນ​ຊົ່ວ​ມີ​ຊີວິດ​ຢູ່​ຕໍ່​ໄປ. ເມື່ອ​ຟາໂລ​ບໍ່​ຍອມ​ໃຫ້​ລູກ​ຫຼານ​ຍິດສະລາເອນ​ອອກ​ຈາກ​ປະເທດ​ເອຢີບ ພະ​ເຢໂຫວາ​ບໍ່​ໄດ້​ທຳລາຍ​ລາວ​ທັນທີ​ໂລດ. ພະ​ເຢໂຫວາ​ໄດ້​ສຳແດງ​ໃຫ້​ເຫັນ​ອຳນາດ​ຂອງ​ພະອົງ​ໃນ​ວິທີ​ທີ່​ອັດສະຈັນ ໂດຍ​ການ​ນຳ​ເອົາ​ໄພ​ພິບັດ​ສິບ​ປະການ​ມາ​ສູ່​ແຜ່ນດິນ​ນັ້ນ. ເມື່ອ​ເຕືອນ​ໃຫ້​ຮູ້​ເຖິງ​ໄພ​ພິບັດ​ປະການ​ທີ​ເຈັດ​ນັ້ນ ພະ​ເຢໂຫວາ​ບອກ​ຟາໂລ​ວ່າ ພະອົງ​ສາມາດ​ກວາດ​ລ້າງ​ຟາໂລ​ແລະ​ລາດ​ສະ​ດອນ​ຂອງ​ລາວ​ໃຫ້​ໝົດ​ໄປ​ຈາກ​ແຜ່ນດິນ​ໂລກ​ໄດ້​ຢ່າງ​ງ່າຍ​ດາຍ. ເຖິງ​ຢ່າງ​ນັ້ນ​ກໍ​ຕາມ ພະ​ເຢໂຫວາ​ພັດ​ກ່າວ​ວ່າ “ຍ້ອນ​ນີ້​ເຮົາ​ໄດ້​ໃຫ້​ທ່ານ​ຍັງ​ເປັນ​ຢູ່ ເພື່ອ​ເຮົາ​ຈະ​ໄດ້​ກະທຳ​ໃຫ້​ທ່ານ​ເຫັນ​ລິດເດດ​ຂອງ​ເຮົາ​ແລະ​ເພື່ອ​ນາມ​ຊື່​ຂອງ​ເຮົາ​ເປັນ​ທີ່​ປະກາດ​ລື​ໄປ​ທົ່ວ​ແຜ່ນດິນ​ໂລກ.”—ອົບພະຍົບ 9:15, 16.

7 ເມື່ອ​ພະ​ເຢໂຫວາ​ໄດ້​ຊ່ວຍ​ຊົນຊາດ​ຍິດສະລາເອນ​ອອກ​ຈາກ​ປະເທດ​ເອຢີບ ນາມ​ຊື່​ຂອງ​ພະອົງ​ຈຶ່ງ​ເປັນ​ທີ່​ຮູ້​ຈັກ​ກັນ​ຢ່າງ​ກວ້າງ​ຂວາງ​ແທ້ໆ. (ໂຢຊວຍ 2:1, 9-11) ຕອນ​ນີ້ ຫຼາຍ​ກວ່າ 3,500 ປີ​ໄດ້​ຜ່ານ​ໄປ​ແລ້ວ ແຕ່​ສິ່ງ​ທີ່​ພະອົງ​ກະທຳ​ໃນ​ຕອນ​ນັ້ນ​ຍັງ​ຈື່​ຈຳ​ກັນ​ໄດ້. ບໍ່​ພຽງ​ແຕ່​ຊື່​ສະເພາະ​ຂອງ​ພະ​ເຢໂຫວາ​ເທົ່າ​ນັ້ນ​ທີ່​ໄດ້​ຮັບ​ການ​ປະກາດ​ອອກ​ໄປ ແຕ່​ຄວາມ​ຈິງ​ກ່ຽວ​ກັບ​ຜູ້​ທີ່​ໃຊ້​ຊື່​ນັ້ນ​ກໍ​ໄດ້​ຮັບ​ການ​ປະກາດ​ອອກ​ໄປ​ອີກ. ເລື່ອງ​ນີ້​ໄດ້​ສ້າງ​ຊື່ສຽງ​ໃຫ້​ພະ​ເຢໂຫວາ​ໃນ​ຖານະ​ເປັນ​ພະເຈົ້າ​ທີ່​ຮັກສາ​ຄຳ​ສັນຍາ​ແລະ​ດຳເນີນ​ການ​ເພື່ອ​ປະໂຫຍດ​ຂອງ​ເຫຼົ່າ​ຜູ້​ຮັບໃຊ້​ພະອົງ. (ໂຢຊວຍ 23:14) ສິ່ງ​ທີ່​ພະອົງ​ກະທຳ​ໃນ​ຕອນ​ນັ້ນ​ສະແດງ​ໃຫ້​ເຫັນ​ວ່າ ຍ້ອນ​ລິດເດດ​ອັນ​ຍິ່ງ​ໃຫຍ່​ຂອງ​ພະອົງ ຈຶ່ງ​ບໍ່​ມີ​ສິ່ງ​ໃດ​ສາມາດ​ກີດ​ຂວາງ​ພະ​ປະສົງ​ຂອງ​ພະອົງ​ໄວ້​ໄດ້. (ເອຊາອີ 14:24, 27) ເພາະ​ສະນັ້ນ ເຮົາ​ຈຶ່ງ​ໝັ້ນ​ໃຈ​ໄດ້​ວ່າ ອີກ​ບໍ່​ດົນ​ພະອົງ​ຈະ​ທຳລາຍ​ລະບົບ​ຊົ່ວ​ທັງ​ສິ້ນ​ຂອງ​ຊາຕານ ເພາະ​ເຫັນ​ແກ່​ເຫຼົ່າ​ຜູ້​ຮັບໃຊ້​ທີ່​ສັດ​ຊື່​ຂອງ​ພະອົງ. ການ​ສະແດງ​ລິດ​ອຳນາດ​ນັ້ນ​ແລະ​ສະຫງ່າ​ລາສີ​ທີ່​ການ​ກະທຳ​ນັ້ນ​ນຳ​ມາ​ສູ່​ຊື່​ຂອງ​ພະ​ເຢໂຫວາ​ຈະ​ບໍ່​ມີ​ວັນ​ລືມ​ໄດ້ ແລະ​ຜົນ​ປະໂຫຍດ​ຕ່າງໆກໍ​ຈະ​ບໍ່​ມີ​ຈົບ​ສິ້ນ.—ເອເຊກຽນ 38:23; ຄຳປາກົດ 19:1, 2.

‘ພະ​ປັນຍາ​ຂອງ​ພະເຈົ້າ​ກໍ​ເລິກ​ມາກ​ເທົ່າ​ໃດ’

8. ໂປໂລ​ກະຕຸ້ນ​ໃຫ້​ເຮົາ​ພິຈາລະນາ​ປັດໄຈ​ໃດ​ແດ່?

8 ໃນ​ຈົດໝາຍ​ທີ່​ອັກຄະສາວົກ​ໂປໂລ​ຂຽນ​ເຖິງ​ຊາວ​ໂລມ ລາວ​ໄດ້​ຕັ້ງ​ຄຳຖາມ​ວ່າ “ມີ​ຄວາມ​ບໍ່​ຊອບທຳ​ໃນ​ພະເຈົ້າ​ຫຼື?” ລາວ​ເອງ​ໄດ້​ຕອບ​ຄຳຖາມ​ນັ້ນ​ຢ່າງ​ໜັກ​ແໜ້ນ​ວ່າ “ຢ່າ​ໃຫ້​ເປັນ​ຢ່າງ​ນັ້ນ.” ແລ້ວ​ໄດ້​ເນັ້ນ​ເຖິງ​ຄວາມ​ເມດຕາ​ຂອງ​ພະເຈົ້າ​ແລະ​ອ້າງ​ເຖິງ​ສິ່ງ​ທີ່​ພະ​ເຢໂຫວາ​ກ່າວ​ກ່ຽວ​ກັບ​ການ​ປ່ອຍ​ໃຫ້​ຟາໂລ​ມີ​ຊີວິດ​ຢູ່​ອີກ​ໄລຍະ​ໜຶ່ງ. ນອກ​ນັ້ນ​ໂປໂລ​ຍັງ​ສະແດງ​ໃຫ້​ເຫັນ​ວ່າ ມະນຸດ​ເຮົາ​ປຽບ​ຄື​ກັບ​ດິນ​ດາກ​ໃນ​ມື​ຂອງ​ຊ່າງ​ປັ້ນ​ໝໍ້. ຈາກ​ນັ້ນ​ລາວ​ກ່າວ​ວ່າ “ເມື່ອ​ຢາກ​ໄດ້​ສຳແດງ​ຄວາມ​ຄຽດ ແລະ​ໃຫ້​ລິດເດດ​ຂອງ​ພະອົງ​ປາກົດ ກໍ​ໄດ້​ອົດ​ກັ້ນ​ໄວ້​ຊ້າ​ນານ​ແກ່​ຜູ້​ນັ້ນ​ທີ່​ເປັນ​ເຄື່ອງ​ສຳລັບ​ໃສ່​ຄວາມ​ຄຽດ​ທີ່​ຈັດແຈ່ງ​ໄວ້​ໃຫ້​ຈິບຫາຍ. ແລະ​ເພື່ອ​ຈະ​ໄດ້​ສຳແດງ​ຊັບ​ສົມບັດ​ແຫ່ງ​ລັດສະໝີ [ລັດສະໝີ​ອັນ​ອຸດົມ] ຂອງ​ພະອົງ ແກ່​ຜູ້​ນັ້ນ​ທີ່​ເປັນ​ເຄື່ອງ​ສຳລັບ​ໃສ່​ຄວາມ​ອີ່ດູ​ທີ່​ພະອົງ​ໄດ້​ຈັດແຈ່ງ​ໄວ້​ກ່ອນ​ສຳລັບ​ລັດສະໝີ. ແມ່ນ​ເຮົາ​ທັງ​ຫຼາຍ​ທີ່​ພະອົງ​ໄດ້​ເອີ້ນ​ໄວ້​ແລ້ວ ບໍ່​ໃຊ່​ອອກ​ມາ​ຈາກ​ພວກ​ຢູເດ​ພວກ​ດຽວ ແຕ່​ວ່າ​ອອກ​ມາ​ຈາກ​ພວກ​ຕ່າງ​ປະເທດ​ດ້ວຍ.”—ໂລມ 9:14-24

9. (ກ) “ເຄື່ອງ​ສຳລັບ​ໃສ່​ຄວາມ​ຄຽດ​ທີ່​ຈັດແຈ່ງ​ໄວ້​ໃຫ້​ຈິບຫາຍ” ນັ້ນ​ແມ່ນ​ໃຜ? (ຂ) ເປັນ​ຫຍັງ​ພະ​ເຢໂຫວາ​ຈຶ່ງ​ສະແດງ​ຄວາມ​ອົດ​ກັ້ນ​ທົນ​ນານ​ຢ່າງ​ໃຫຍ່​ຫຼວງ​ຕໍ່​ຄົນ​ເຫຼົ່າ​ນັ້ນ​ທີ່​ຕໍ່​ຕ້ານ​ພະອົງ ແລະ​ໃນ​ທີ່​ສຸດ​ຈະ​ເປັນ​ປະໂຫຍດ​ຕໍ່​ຜູ້​ທີ່​ຮັກ​ພະອົງ​ຢ່າງ​ໃດ?

9 ນັບ​ຕັ້ງ​ແຕ່​ການ​ກະບົດ​ໃນ​ສວນ​ເອເດນ ຜູ້​ທີ່​ຕໍ່​ຕ້ານ​ພະ​ເຢໂຫວາ​ແລະ​ກົດໝາຍ​ຂອງ​ພະອົງ​ໄດ້​ກາຍ​ເປັນ “ເຄື່ອງ​ສຳລັບ​ໃສ່​ຄວາມ​ຄຽດ​ທີ່​ຈັດແຈ່ງ​ໄວ້​ໃຫ້​ຈິບຫາຍ.” ສະນັ້ນ ນັບ​ຕັ້ງ​ແຕ່​ນັ້ນ​ມາ ພະ​ເຢໂຫວາ​ຈຶ່ງ​ໄດ້​ສະແດງ​ຄວາມ​ອົດ​ກັ້ນ​ທົນ​ນານ. ຄົນ​ຊົ່ວ​ໄດ້​ເຍາະ​ເຍີ້ຍ​ແນວ​ທາງ​ຂອງ​ພະອົງ ກົດ​ຂີ່​ຂົ່ມເຫງ​ພວກ​ຜູ້​ຮັບໃຊ້​ຂອງ​ພະອົງ ແລ້ວ​ຊ້ຳ​ບໍ່​ຫນຳ​ຍັງ​ປະຫານ​ພະ​ບຸດ​ຂອງ​ພະອົງ​ນຳ​ອີກ. ໂດຍ​ການ​ສະແດງ​ຄວາມ​ອົດ​ກັ້ນ​ທົນ​ນານ​ຢ່າງ​ໃຫຍ່​ຫຼວງ ພະ​ເຢໂຫວາ​ຈຶ່ງ​ໃຫ້​ເວລາ​ພຽງ​ພໍ​ເພື່ອ​ສິ່ງ​ທັງ​ປວງ​ທີ່​ພະອົງ​ໄດ້​ສ້າງ ຈະ​ໄດ້​ເຫັນ​ຄວາມ​ຫາຍະນະ​ຢ່າງ​ເຕັມທີ​ເຊິ່ງ​ເກີດ​ຈາກ​ການ​ກະບົດ​ຕໍ່​ພະເຈົ້າ​ແລະ​ຈາກ​ການ​ປົກຄອງ​ຂອງ​ມະນຸດ​ທີ່​ບໍ່​ໝາຍ​ເພິ່ງ​ພະອົງ. ໃນ​ຂະນະ​ດຽວ​ກັນ ການ​ຕາຍ​ຂອງ​ພະ​ເຍຊູ​ພັດ​ໄດ້​ເປີດ​ໂອກາດ​ໃຫ້​ມີ​ຄວາມ​ລອດ​ແກ່​ມະນຸດ​ຊາດ​ທີ່​ເຊື່ອ​ຟັງ ແລະ “ເພື່ອ​ຈະ​ໄດ້​ກະທຳ​ໃຫ້​ການ​ຂອງ​ພະຍາມານ​ຈິບຫາຍ​ເສຍ.”—1 ໂຢຮັນ 3:8; ເຫບເລີ 2:14, 15.

10. ເຫດ​ໃດ​ພະ​ເຢໂຫວາ​ຈຶ່ງ​ອົດ​ກັ້ນ​ຕໍ່​ຄົນ​ຊົ່ວ​ຕະຫຼອດ​ໄລຍະ​ເວລາ 1,900 ປີ​ທີ່​ຜ່ານ​ມາ?

10 ນັບ​ຕັ້ງ​ແຕ່​ພະ​ເຍຊູ​ໄດ້​ກັບ​ຄືນ​ມາ​ຈາກ​ຕາຍ​ຫຼາຍ​ກວ່າ 1,900 ປີ​ມາ​ແລ້ວ ພະ​ເຢໂຫວາ​ເອງ​ໄດ້​ອົດ​ກັ້ນ​ມາ​ຕະຫຼອດ​ຕໍ່ “ເຄື່ອງ​ສຳລັບ​ໃສ່​ຄວາມ​ຄຽດ” ເພື່ອ​ຈະ​ຢັ້ງ​ການ​ທຳລາຍ​ພວກ​ເຂົາ​ເຈົ້າ. ເພາະ​ເຫດ​ໃດ? ເຫດຜົນ​ຢ່າງ​ໜຶ່ງ​ກໍ​ຄື ພະອົງ​ໄດ້​ກຽມ​ຜູ້​ທີ່​ຈະ​ຮ່ວມ​ສົມທົບ​ກັບ​ພະ​ເຍຊູ​ຄລິດ​ໃນ​ລາຊະອານາຈັກ​ທາງ​ພາກ​ສະຫວັນ. ຄົນ​ເຫຼົ່າ​ນີ້​ມີ​ຈຳນວນ 144,000 ຄົນ ເຊິ່ງ​ອັກຄະສາວົກ​ໂປໂລ​ກ່າວ​ວ່າ​ເປັນ “ເຄື່ອງ​ສຳລັບ​ໃສ່​ຄວາມ​ອີ່ດູ.” ຊາວ​ຢິວ​ລາງ​ຄົນ​ເປັນ​ກຸ່ມ​ທຳອິດ​ທີ່​ໄດ້​ຮັບ​ເຊີນ​ໃຫ້​ມາ​ເປັນ​ກຸ່ມ​ຊົນ​ທາງ​ພາກ​ສະຫວັນ. ຕໍ່​ຈາກ​ນັ້ນ ພະເຈົ້າ​ໄດ້​ເຊີນ​ຄົນ​ຈາກ​ຊາດ​ອື່ນໆແລະ​ພະ​ເຢໂຫວາ​ກໍ​ບໍ່​ໄດ້​ບັງຄັບ​ຄົນ​ເຫຼົ່າ​ນີ້​ໃຫ້​ມາ​ຮັບໃຊ້​ພະອົງ. ເຖິງ​ແນວ​ນັ້ນ​ກໍ​ຕາມ ພະ​ເຢໂຫວາ​ໄດ້​ມອບ​ສິດທິ​ພິເສດ​ແກ່​ຜູ້​ທີ່​ຮູ້​ຄຸນຄ່າ​ເຊິ່ງ​ຍອມ​ຮັບ​ເອົາ​ການ​ຈັດ​ຕຽມ​ອັນ​ປ່ຽມ​ດ້ວຍ​ຄວາມ​ຮັກ​ຂອງ​ພະອົງ​ໃຫ້​ປົກຄອງ​ຮ່ວມ​ກັບ​ພະ​ບຸດ​ໃນ​ລາຊະອານາຈັກ​ທາງ​ພາກ​ສະຫວັນ. ຕອນ​ນີ້​ການ​ກຽມ​ກຸ່ມ​ຊົນ​ທາງ​ພາກ​ສະຫວັນ​ກໍ​ເກືອບ​ຈະ​ສຳເລັດ​ແລ້ວ.—ລືກາ 22:29; ຄຳປາກົດ 14:1-4.

11. (ກ) ໃນ​ຕອນ​ນີ້ ຄົນ​ກຸ່ມ​ໃດ​ກຳລັງ​ໄດ້​ຮັບ​ປະໂຫຍດ​ຈາກ​ຄວາມ​ອົດ​ກັ້ນ​ທົນ​ນານ​ຂອງ​ພະ​ເຢໂຫວາ? (ຂ) ຄົນ​ທີ່​ຕາຍ​ໄປ​ແລ້ວ​ຈະ​ໄດ້​ຮັບ​ປະໂຫຍດ​ຢ່າງ​ໃດ?

11 ສ່ວນ​ຄົນ​ທີ່​ຈະ​ອາໄສ​ຢູ່​ເທິງ​ແຜ່ນດິນ​ໂລກ​ນີ້​ເດ? ຄວາມ​ອົດ​ກັ້ນ​ທົນ​ນານ​ຂອງ​ພະ​ເຢໂຫວາ​ຍັງ​ເປີດ​ໂອກາດ​ທີ່​ຈະ​ຮິບ​ໂຮມ​ເອົາ “ຝູງ​ຄົນ​ເປັນ​ອັນ​ມາກ” ຈາກ​ທຸກ​ຊາດ​ເຂົ້າ​ມາ​ນຳ​ອີກ. ເວລາ​ນີ້​ກໍ​ມີ​ຫຼາຍ​ລ້ານ​ຄົນ​ແລ້ວ. ພະ​ເຢໂຫວາ​ສັນຍາ​ວ່າ ກຸ່ມ​ຊົນ​ດັ່ງ​ກ່າວ​ນີ້​ຈະ​ລອດ​ຈາກ​ອະວະສານ​ຂອງ​ລະບົບ​ນີ້​ແລະ​ມີ​ຄວາມ​ຫວັງ​ທີ່​ຈະ​ມີ​ຊີວິດ​ຕະຫຼອດ​ໄປ​ເທິງ​ແຜ່ນດິນ​ໂລກ​ທີ່​ເປັນ​ອຸທິຍານ. (ຄຳປາກົດ 7:9, 10; ຄຳເພງ 37:29; ໂຢຮັນ 10:16) ໃນ​ເວລາ​ທີ່​ພະເຈົ້າ​ກຳນົດ​ໄວ້ ຄົນ​ຈຳນວນ​ຫຼວງ​ຫຼາຍ​ທີ່​ຕາຍ​ໄປ​ແລ້ວ​ຈະ​ໄດ້​ຮັບ​ການ​ປຸກ​ໃຫ້​ກັບ​ຄືນ​ມາ​ຈາກ​ຕາຍ​ເພື່ອ​ຈະ​ໄດ້​ເປັນ​ພົນລະເມືອງ​ໃນ​ໂລກ​ນີ້​ພາຍ​ໃຕ້​ການ​ປົກຄອງ​ຂອງ​ລາຊະອານາຈັກ​ທາງ​ພາກ​ສະຫວັນ. ດັ່ງ​ນັ້ນ ພະ​ຄຳ​ຂອງ​ພະເຈົ້າ​ຈຶ່ງ​ໄດ້​ບອກ​ໄວ້​ລ່ວງ​ໜ້າ​ໃນ​ກິດຈະການ 24:15 ວ່າ “ຄົນ​ທັງ​ປວງ ທັງ​ຜູ້​ຊອບທຳ​ແລະ​ຜູ້​ບໍ່​ຊອບທຳ​ຈະ​ຄືນ​ມາ​ຈາກ​ຕາຍ.”—ໂຢຮັນ 5:28, 29.

12. (ກ) ເຮົາ​ໄດ້​ຮຽນ​ຮູ້​ສິ່ງ​ໃດ​ກ່ຽວ​ກັບ​ພະ​ເຢໂຫວາ​ຈາກ​ການ​ທີ່​ພະອົງ​ອົດ​ທົນ​ຕໍ່​ຄວາມ​ຊົ່ວ? (ຂ) ເຮົາ​ເອງ​ຮູ້ສຶກ​ຢ່າງ​ໃດ​ກ່ຽວ​ກັບ​ວິທີ​ທີ່​ພະ​ເຢໂຫວາ​ຈັດການ​ກັບ​ເລື່ອງ​ເຫຼົ່າ​ນີ້?

12 ໃນ​ເລື່ອງ​ທັງ​ໝົດ​ທີ່​ກ່າວ​ມາ​ນີ້​ມີ​ສິ່ງ​ໃດ​ທີ່​ບໍ່​ຍຸຕິທຳ​ບໍ? ບໍ່​ມີ​ເລີຍ ເພາະ​ໂດຍ​ການ​ຢັ້ງ​ມື​ໄວ້​ຈາກ​ການ​ທຳລາຍ​ຄົນ​ຊົ່ວ​ຫຼື “ເຄື່ອງ​ສຳລັບ​ໃສ່​ຄວາມ​ຄຽດ” ພະເຈົ້າ​ກຳລັງ​ສະແດງ​ຄວາມ​ເມດຕາ​ຕໍ່​ຄົນ​ອື່ນໆເຊິ່ງ​ແມ່ນ​ສອດຄ່ອງ​ກັບ​ພະ​ປະສົງ​ຂອງ​ພະອົງ. ເລື່ອງ​ນີ້​ສະແດງ​ວ່າ​ພະອົງ​ມີ​ຄວາມ​ເມດຕາ ແລະ​ປະກອບ​ດ້ວຍ​ຄວາມ​ຮັກ​ຫຼາຍ​ແທ້ໆ. ນອກ​ຈາກ​ນັ້ນ ການ​ມີ​ເວລາ​ສັງເກດ​ເຫັນ​ພະ​ປະສົງ​ຂອງ​ພະອົງ​ທີ່​ຄ່ອຍໆເຜີຍ​ອອກ​ມາ ຍັງ​ເຮັດ​ໃຫ້​ເຮົາ​ໄດ້​ຮຽນ​ຮູ້​ຫຼາຍ​ສິ່ງ​ກ່ຽວ​ກັບ​ພະ​ເຢໂຫວາ. ບຸກຄະລິກພາບ​ຂອງ​ພະອົງ​ທີ່​ປາກົດ​ອອກ​ມາ​ເຊິ່ງ​ເຮັດ​ໃຫ້​ເຮົາ​ຮູ້ສຶກ​ປະທັບ​ໃຈ​ນັ້ນ​ແມ່ນ ຄວາມ​ຍຸຕິທຳ, ຄວາມ​ເມດຕາ, ຄວາມ​ອົດ​ກັ້ນ​ທົນ​ນານ, ແລະ​ສະຕິ​ປັນຍາ​ທີ່​ຄວບຄຸມ​ຫຼາຍ​ດ້ານ​ຂອງ​ພະອົງ. ຄວາມ​ສະຫຼາດ​ສຸຂຸມ​ຂອງ​ພະ​ເຢໂຫວາ​ໃນ​ການ​ຈັດການ​ກັບ​ປະເດັນ​ກ່ຽວ​ກັບ​ສິດທິ​ສູງ​ສຸດ​ໃນ​ການ​ປົກຄອງ​ເອກະພົບ ຈະ​ເປັນ​ຫຼັກຖານ​ທີ່​ຄົງ​ໄວ້​ຕະຫຼອດ​ການ​ເຖິງ​ຄວາມ​ຈິງ​ທີ່​ວ່າ ການ​ປົກຄອງ​ຂອງ​ພະອົງ​ແມ່ນ​ດີ​ທີ່​ສຸດ. ເຮົາ​ສາມາດ​ເວົ້າ​ແບບ​ດຽວ​ກັບ​ອັກຄະສາວົກ​ໂປໂລ​ທີ່​ວ່າ “ຊັບ​ສົມບັດ​ແຫ່ງ​ພະ​ປັນຍາ ແລະ​ຄວາມ​ຮູ້​ຂອງ​ພະເຈົ້າ​ກໍ​ເລິກ​ມາກ​ເທົ່າ​ໃດ ການ​ຕັດສິນ​ຂອງ​ພະອົງ​ກໍ​ເຫຼືອ​ທີ່​ຈະ​ເຂົ້າ​ໃຈ​ໄດ້​ມາກ​ເທົ່າ​ໃດ ທາງ​ທັງ​ຫຼາຍ​ຂອງ​ພະອົງ​ກໍ​ເຫຼືອ​ທີ່​ຈະ​ສືບ​ເສາະ​ມາກ​ເທົ່າ​ໃດ.”—ໂລມ 11:33.

ໂອກາດ​ຕ່າງໆທີ່​ເຮົາ​ຈະ​ສະແດງ​ຄວາມ​ເຫຼື້ອມໃສ​ສັດທາ

13. ເມື່ອ​ເຮົາ​ເອງ​ຕ້ອງ​ປະສົບ​ກັບ​ຄວາມ​ທຸກ ສິ່ງ​ນັ້ນ​ເປີດ​ໂອກາດ​ໃຫ້​ເຮົາ​ເຮັດ​ຫຍັງ ແລະ​ແມ່ນ​ຫຍັງ​ຈະ​ຊ່ວຍ​ເຮົາ​ໃຫ້​ປະຕິບັດ​ຢ່າງ​ສຸຂຸມ?

13 ຫຼາຍ​ຄົນ​ທີ່​ຮັບໃຊ້​ພະເຈົ້າ​ຕ້ອງ​ປະສົບ​ກັບ​ຄວາມ​ທຸກ​ເປັນ​ສ່ວນ​ຕົວ. ຄວາມ​ທຸກ​ຂອງ​ພວກ​ເຂົາ​ເຈົ້າ​ຍັງ​ຈະ​ມີ​ຕໍ່​ໄປ​ເພາະ​ວ່າ​ພະເຈົ້າ​ຍັງ​ບໍ່​ທັນ​ທຳລາຍ​ຄົນ​ຊົ່ວ ແລະ​ຍັງ​ບໍ່​ທັນ​ຟື້ນຟູ​ຊີວິດ​ມະນຸດ​ຊາດ​ຕາມ​ທີ່​ໄດ້​ບອກ​ໄວ້​ລ່ວງ​ໜ້າ. ນັ້ນ​ຈະ​ເຮັດ​ໃຫ້​ພວກ​ເຮົາ​ມີ​ໃຈ​ຄຽດ​ຂົມ​ບໍ? ຫຼື​ເຮົາ​ຈະ​ຖື​ສະພາບການ​ນັ້ນ​ວ່າ​ເປັນ​ໂອກາດ​ທີ່​ຈະ​ມີ​ສ່ວນ​ໃນ​ການ​ພິສູດ​ວ່າ​ພະຍາມານ​ເປັນ​ຜູ້​ຕົວະ​ບໍ? ເຮົາ​ຈະ​ໄດ້​ຮັບ​ການ​ເສີມ​ກຳລັງ​ໃຫ້​ເຮັດ​ເຊັ່ນ​ນັ້ນ​ຫາກ​ເຮົາ​ຄຳນຶງ​ເຖິງ​ຄຳ​ກ່າວ​ທີ່​ວ່າ “ລູກ​ຊາຍ​ເອີຍ ຈົ່ງ​ເປັນ​ຄົນ​ປັນຍາ ແລະ​ຈົ່ງ​ໃຫ້​ໃຈ​ຂ້ອຍ​ຊື່ນ​ບານ​ເພື່ອ​ຂ້ອຍ​ອາດ​ຈະ​ຕອບ​ຄົນ​ທີ່​ປະຈານ​ຂາຍ​ໜ້າ​ຂ້ອຍ​ໄດ້.” (ສຸພາສິດ 27:11) ຊາຕານ​ຜູ້​ຕຳໜິ​ພະ​ເຢໂຫວາ​ກ່າວ​ຫາ​ວ່າ ຫາກ​ຄົນ​ເຮົາ​ປະສົບ​ຄວາມ​ສູນ​ເສຍ​ທາງ​ວັດຖຸ​ຫຼື​ເຈັບ​ປ່ວຍ​ທາງ​ກາຍ ເຮົາ​ກໍ​ຈະ​ຕຳໜິ​ພະເຈົ້າ ຈົນ​ກະທັ່ງ​ປ້ອຍ​ດ່າ​ພະອົງ​ນຳ​ອີກ. (ໂຢບ 1:9-11; 2:4, 5) ເຮົາ​ເຮັດ​ໃຫ້​ພະ​ເຢໂຫວາ​ຍິນດີ​ເມື່ອ​ເຮົາ​ສະແດງ​ໃຫ້​ເຫັນ​ວ່າ​ຄຳ​ກ່າວ​ຫາ​ຂອງ​ຊາຕານ​ບໍ່​ເປັນ​ຄວາມ​ຈິງ​ໃນ​ກໍລະນີ​ຂອງ​ເຮົາ ໂດຍ​ການ​ຮັກສາ​ຄວາມ​ພັກດີ​ຕໍ່​ພະອົງ​ໃນ​ຍາມ​ທີ່​ຕ້ອງ​ປະເຊີນ​ຄວາມ​ຍາກ​ລຳບາກ.

14. ເມື່ອ​ປະສົບການ​ທົດລອງ​ຕ່າງໆ ຖ້າ​ເຮົາ​ໄວ້​ວາງໃຈ​ໃນ​ພະ​ເຢໂຫວາ ເຮົາ​ຈະ​ໄດ້​ຮັບ​ປະໂຫຍດ​ອັນ​ໃດ?

14 ຖ້າ​ເຮົາ​ໄວ້​ວາງໃຈ​ໃນ​ພະ​ເຢໂຫວາ​ເມື່ອ​ເຮົາ​ປະສົບການ​ທົດລອງ ເຮົາ​ຈຶ່ງ​ຈະ​ສາມາດ​ພັດທະນາ​ຄຸນ​ລັກສະນະ​ທີ່​ດີ​ເລີດ​ໄດ້. ຕົວຢ່າງ​ເຊັ່ນ ຄວາມ​ຍາກ​ລຳບາກ​ຕ່າງໆເຊິ່ງ​ພະ​ເຍຊູ​ໄດ້​ອົດ​ທົນ​ນັ້ນ​ກໍ​ເຮັດ​ໃຫ້​ພະອົງ​ໄດ້ “ຮຽນ​ຮູ້​ເຊື່ອ​ຟັງ” ໃນ​ວິທີ​ທີ່​ພະອົງ​ບໍ່​ເຄີຍ​ຮູ້​ມາ​ກ່ອນ. ເຮົາ​ເອງ​ສາມາດ​ປູກ​ຝັງ​ຄວາມ​ອົດ​ກັ້ນ​ທົນ​ນານ, ຄວາມ​ອົດ​ທົນ, ແລະ​ຄວາມ​ຮູ້​ຄຸນຄ່າ​ຢ່າງ​ເລິກ​ເຊິ່ງ​ຕໍ່​ແນວ​ທາງ​ອັນ​ຊອບທຳ​ຂອງ​ພະ​ເຢໂຫວາ​ໄດ້​ເມື່ອ​ມີ​ການ​ທົດລອງ​ເກີດ​ຂຶ້ນ.—ເຫບເລີ 5:8, 9, ທ.ປ.; 12:11; ຢາໂກໂບ 1:2-4.

15. ເມື່ອ​ເຮົາ​ພຽນ​ອົດ​ທົນ​ຕໍ່​ຄວາມ​ຍາກ​ລຳບາກ ຄົນ​ອື່ນໆອາດ​ຈະ​ໄດ້​ຮັບ​ປະໂຫຍດ​ຢ່າງ​ໃດ?

15 ຄົນ​ອື່ນໆຈະ​ສັງເກດ​ເຫັນ​ສິ່ງ​ທີ່​ເຮົາ​ເຮັດ. ເນື່ອງ​ຈາກ​ສິ່ງ​ທີ່​ເຮົາ​ອົດ​ທົນ​ເພາະ​ເຫັນ​ແກ່​ຄວາມ​ຊອບທຳ​ນັ້ນ ແລ້ວ​ຕໍ່​ໄປ​ບາງ​ຄົນ​ອາດ​ຈະ​ຮູ້​ຈັກ​ຜູ້​ທີ່​ເປັນ​ຄລິດສະຕຽນ​ແທ້​ໃນ​ທຸກ​ມື້​ນີ້. ດັ່ງ​ນັ້ນ ເມື່ອ​ເຂົ້າ​ມາ​ຮ່ວມ​ນະມັດສະການ​ກັບ​ພວກ​ເຮົາ ເຂົາ​ເຈົ້າ​ອາດ​ຈະ​ເຂົ້າ​ມາ​ຢູ່​ໃນ​ເສັ້ນ​ທາງ​ທີ່​ຈະ​ໄດ້​ຮັບ​ພະ​ພອນ​ໃນ​ການ​ມີ​ຊີວິດ​ຕະຫຼອດ​ໄປ. (ມັດທາຍ 25:34-36, 40, 46) ພະ​ເຢໂຫວາ​ແລະ​ພະ​ບຸດ​ຂອງ​ພະອົງ​ຕ້ອງການ​ໃຫ້​ຄົນ​ເຮົາ​ມີ​ໂອກາດ​ຮັບ​ພອນ​ເຊັ່ນ​ນັ້ນ.

16. ທັດສະນະ​ຂອງ​ເຮົາ​ຕໍ່​ຄວາມ​ຍາກ​ລຳບາກ​ທີ່​ເຮົາ​ປະສົບ​ມີ​ສ່ວນ​ກ່ຽວ​ຂ້ອງ​ກັບ​ເລື່ອງ​ຄວາມ​ເປັນ​ເອກະພາບ​ຢ່າງ​ໃດ?

16 ເປັນ​ການ​ດີ​ສ່ຳ​ໃດ​ເມື່ອ​ເຮົາ​ຖື​ວ່າ​ສະພາບການ​ທີ່​ຍາກ​ລຳບາກ​ເຊັ່ນ​ນັ້ນ​ເປັນ​ໂອກາດ​ທີ່​ເຮົາ​ຈະ​ສະແດງ​ຄວາມ​ເຫຼື້ອມໃສ​ຕໍ່​ພະ​ເຢໂຫວາ ທັງ​ຍັງ​ມີ​ສ່ວນ​ຮ່ວມ​ໃນ​ການ​ເຮັດ​ໃຫ້​ພະ​ປະສົງ​ຂອງ​ພະອົງ​ສຳເລັດ! ການ​ເຮັດ​ເຊັ່ນ​ນັ້ນ ກໍ​ຍັງ​ເປັນ​ຫຼັກຖານ​ວ່າ​ເຮົາ​ກຳລັງ​ມຸ່ງ​ໄປ​ສູ່​ຄວາມ​ເປັນ​ເອກະພາບ​ກັບ​ພະເຈົ້າ​ແລະ​ພະ​ຄລິດ​ຢ່າງ​ແທ້​ຈິງ. ພະ​ເຍຊູ​ອະທິດຖານ​ຕໍ່​ພະ​ເຢໂຫວາ​ເພື່ອ​ປະໂຫຍດ​ຂອງ​ຄລິດສະຕຽນ​ແທ້​ທຸກ​ຄົນ​ໂດຍ​ກ່າວ​ວ່າ “ຂ້າພະເຈົ້າ​ຂໍ​ສຳລັບ​ຄົນ​ທັງ​ຫຼາຍ​ນີ້ [ສາວົກ​ທີ່​ໃກ້​ຊິດ​ກັບ​ພະອົງ] ບໍ່​ໃຊ່​ເທົ່າ​ນັ້ນ ແຕ່​ວ່າ​ສຳລັບ​ຄົນ​ທັງ​ຫຼາຍ​ທີ່​ເຊື່ອ​ໃນ​ຂ້າພະເຈົ້າ​ດ້ວຍ​ຖ້ອຍ​ຄຳ​ຂອງ​ເຂົາ​ທັງ​ມວນ. ເພື່ອ​ເຂົາ​ທັງ​ປວງ​ຈະ​ເປັນ​ອັນ​ໜຶ່ງ​ເໝືອນ​ດັ່ງ​ພະ​ບິດາ​ຢູ່​ໃນ​ຂ້າພະເຈົ້າ ແລະ​ຂ້າພະເຈົ້າ​ຢູ່​ໃນ​ພະ​ບິດາ ເພື່ອ​ເຂົາ​ຈະ​ເປັນ​ອັນ​ໜຶ່ງ​ໃນ​ເຮົາ​ທັງ​ສອງ​ດ້ວຍ.”—ໂຢຮັນ 17:20, 21.

17. ຖ້າ​ເຮົາ​ພັກດີ​ຕໍ່​ພະ​ເຢໂຫວາ ເຮົາ​ຈະ​ໝັ້ນ​ໃຈ​ໄດ້​ໃນ​ເລື່ອງ​ໃດ?

17 ຖ້າ​ເຮົາ​ພັກດີ​ຕໍ່​ພະ​ເຢໂຫວາ ພະອົງ​ຈະ​ປະທານ​ລາງວັນ​ຢ່າງ​ເຫຼືອ​ລົ້ນ​ແກ່​ເຮົາ. ພະ​ຄຳ​ຂອງ​ພະອົງ​ບອກ​ວ່າ “ທ່ານ​ທັງ​ຫຼາຍ​ຈົ່ງ​ຕັ້ງ​ໝັ້ນຄົງ​ຢູ່ ຢ່າ​ສະເທືອນ​ສະທ້ານ ຈົ່ງ​ກະທຳ​ການ​ຂອງ​ພະອົງ​ເຈົ້າ​ໃຫ້​ບໍລິບູນ​ທຸກ​ເວລາ ທ່ານ​ທັງ​ຫຼາຍ​ຮູ້​ວ່າ​ການ​ຂອງ​ທ່ານ​ຝ່າຍ​ພະອົງ​ເຈົ້າ​ບໍ່​ເປັນ​ການ​ເປົ່າໆ.” (1 ໂກລິນໂທ 15:58) ພະ​ຄຳ​ຂອງ​ພະອົງ​ຍັງ​ກ່າວ​ວ່າ “ພະເຈົ້າ​ບໍ່​ເປັນ​ບໍ່​ຊອບທຳ​ຈະ​ລືມ​ກິດຈະການ​ຂອງ​ທ່ານ​ທັງ​ຫຼາຍ ແລະ​ຄວາມ​ຮັກ​ທີ່​ທ່ານ​ທັງ​ຫຼາຍ​ໄດ້​ສຳແດງ​ສຳລັບ​ນາມ​ຊື່​ຂອງ​ພະອົງ.” (ເຫບເລີ 6:10) ຢາໂກໂບ 5:11 ບອກ​ວ່າ “ຈົ່ງ​ເບິ່ງ ເຮົາ​ທັງ​ຫຼາຍ​ເຄີຍ​ຖື​ຄົນ​ທັງ​ຫຼາຍ​ທີ່​ອົດ​ທົນ​ວ່າ​ເປັນ​ສຸກ​ຫຼາຍ ທ່ານ​ທັງ​ຫຼາຍ​ໄດ້​ຍິນ​ຂ່າວ​ເຖິງ​ຄວາມ​ອົດ​ທົນ​ຂອງ​ທ່ານ​ໂຢບ ແລະ​ໄດ້​ເຫັນ​ການ​ທີ່​ສຸດ​ຂອງ​ພະອົງ​ເຈົ້າ [“ຜົນ​ທີ່​ພະ​ເຢໂຫວາ​ປະທານ​ແລ້ວ,” ລ.ມ.] ວ່າ​ພະອົງ​ເຈົ້າ​ເຕັມ​ດ້ວຍ​ຄວາມ​ອີ່ດູ​ແລະ​ດ້ວຍ​ຄວາມ​ເມດຕາ.” ຜົນ​ທີ່​ໂຢບ​ໄດ້​ຮັບ​ເປັນ​ແນວ​ໃດ? “ພະ​ເຢໂຫວາ​ໄດ້​ອວຍ​ພອນ​ໃຫ້​ທ່ານ​ໂຢບ​ໃນ​ທີ່​ສຸດ​ດີ​ກວ່າ​ໃນ​ຕົ້ນເດີມ​ຂອງ​ທ່ານ.” (ໂຢບ 42:10-16) ແມ່ນ​ແລ້ວ ພະ​ເຢໂຫວາ​ເປັນ​ຜູ້ “ປະທານ​ບຳເໜັດ​ໃຫ້​ແກ່​ຄົນ​ທັງ​ຫຼາຍ​ທີ່​ປົງ​ໃຈ​ຊອກ​ຫາ​ພະອົງ.” (ເຫບເລີ 11:6) ຖື​ເປັນ​ບຳເໜັດ​ທີ່​ວິເສດ​ແທ້ໆເຊິ່ງ​ເຮົາ​ມຸ່ງ​ຫວັງ​ຈະ​ໄດ້​ຊີວິດ​ຕະຫຼອດ​ໄປ​ເທິງ​ແຜ່ນດິນ​ໂລກ​ທີ່​ເປັນ​ອຸທິຍານ!

18. ໃນ​ທີ່​ສຸດ​ຄວາມ​ຊົງ​ຈຳ​ອັນ​ທຸກ​ໃຈ​ທີ່​ເຮົາ​ອາດ​ມີ​ຢູ່​ຈະ​ເປັນ​ຢ່າງ​ໃດ?

18 ການ​ປົກຄອງ​ຂອງ​ພະເຈົ້າ​ຈະ​ແກ້ໄຂ​ຄວາມ​ເສຍຫາຍ​ທີ່​ເກີດ​ກັບ​ຄອບຄົວ​ມະນຸດ​ທັງ​ສິ້ນ​ຕະຫຼອດ​ຫຼາຍ​ພັນ​ປີ​ທີ່​ຜ່ານ​ມາ. ຄວາມ​ຍິນດີ​ໃນ​ຕອນ​ນັ້ນ​ຈະ​ມີ​ຫຼາຍ​ກວ່າ​ຄວາມ​ທຸກ​ຍາກ​ໃດໆທີ່​ເກີດ​ກັບ​ເຮົາ​ໃນ​ຕອນ​ນີ້. ຄວາມ​ຊົງ​ຈຳ​ອັນ​ເຈັບ​ປວດ​ເລື່ອງ​ຄວາມ​ທຸກ​ທັງ​ກາຍ​ທຸກ​ທັງ​ໃຈ​ໃນ​ອະດີດ​ຈະ​ບໍ່​ມາ​ລົບກວນ​ເຮົາ​ອີກ. ຊີວິດ​ປະຈຳ​ວັນ​ຂອງ​ຄົນ​ໃນ​ໂລກ​ໃໝ່​ຈະ​ເຕັມ​ໄປ​ດ້ວຍ​ຄວາມ​ຄິດ​ແລະ​ກິດຈະກຳ​ທີ່​ເສີມ​ສ້າງ​ເຊິ່ງ​ຈະ​ຄ່ອຍໆລຶບ​ຄວາມ​ຊົງ​ຈຳ​ທີ່​ທຸກ​ໃຈ​ອອກ​ໄປ. ດ້ວຍ​ເຫດ​ນັ້ນ ພະ​ເຢໂຫວາ​ຈຶ່ງ​ໄດ້​ກ່າວ​ວ່າ “ເຮົາ​ເນລະມິດ​ສ້າງ​ຟ້າ​ທັງ​ຫຼາຍ​ໃໝ່ [ການ​ປົກຄອງ​ໃໝ່​ແຫ່ງ​ລາຊະອານາຈັກ​ທາງ​ພາກ​ສະຫວັນ​ເໜືອ​ມະນຸດ​ຊາດ] ກັບ​ແຜ່ນດິນ​ໂລກ​ໃໝ່ [ສັງຄົມ​ມະນຸດ​ທີ່​ຊອບທຳ] ແລະ​ເຂົາ​ຈະ​ບໍ່​ຈື່​ຟ້າ​ກັບ​ດິນ​ເດີມ​ແລະ​ສິ່ງ​ນັ້ນ​ຈະ​ບໍ່​ຂຶ້ນ​ໃນ​ໃຈ. ແຕ່​ຈົ່ງ​ຊົມຊື່ນ​ຍິນດີ​ແລະ​ຈົ່ງ​ຊື່ນ​ໃຈ​ສືບໆໄປ​ເປັນ​ນິດ​ດ້ວຍ​ສິ່ງ​ຂອງ​ທີ່​ເຮົາ​ເນລະມິດ​ສ້າງ.” ແມ່ນ​ແລ້ວ ໃນ​ໂລກ​ໃໝ່​ຂອງ​ພະ​ເຢໂຫວາ ຄົນ​ຊອບທຳ​ຈະ​ກ່າວ​ວ່າ “ບັນດາ​ແຜ່ນດິນ​ໂລກ​ກໍ​ສຸກ​ສະຫງັດ​ງຽບ ເຂົາ​ຕື່ນ​ດ້ວຍ​ລຳ​ເພງ​ຊະນະ.”—ເອຊາອີ 14:7; 65:17, 18.

ການ​ພິຈາລະນາ​ທົບ​ທວນ

• ໃນ​ຂະນະ​ທີ່​ປ່ອຍ​ໃຫ້​ຄວາມ​ຊົ່ວ​ມີ​ຢູ່​ຕໍ່​ໄປ ພະ​ເຢໂຫວາ​ໄດ້​ສະແດງ​ຄວາມ​ນັບຖື​ຢ່າງ​ສູງ​ຕໍ່​ນາມ​ຊື່​ຂອງ​ພະອົງ​ເອງ​ຢ່າງ​ໃດ?

• ການ​ທີ່​ພະເຈົ້າ​ອົດ​ກັ້ນ​ຕໍ່ “ເຄື່ອງ​ສຳລັບ​ໃສ່​ຄວາມ​ຄຽດ” ເຮັດ​ໃຫ້​ຄວາມ​ເມດຕາ​ຂອງ​ພະອົງ​ແພ່​ມາ​ເຖິງ​ພວກ​ເຮົາ​ແນວ​ໃດ?

• ເຮົາ​ຄວນ​ຈະ​ພະຍາຍາມ​ເບິ່ງ​ສະພາບການ​ຕ່າງໆທີ່​ເຮົາ​ຕ້ອງ​ອົດ​ທົນ​ເອົາ​ນັ້ນ​ຢ່າງ​ໃດ?

[ຮູບ​ພາບ​ໜ້າ 67]

“ພະ​ເຢໂຫວາ​ໄດ້​ອວຍ​ພອນ​ໃຫ້​ທ່ານ​ໂຢບ​ໃນ​ທີ່​ສຸດ​ດີ​ກວ່າ​ໃນ​ຕົ້ນເດີມ​ຂອງ​ທ່ານ”

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌