ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ພະເຈົ້າ​ຢາກ​ໃຫ້​ເຮົາ​ມີ​ຊີວິດ​ແບບ​ໃດ?
    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ!—ໄດ້​ຮັບ​ປະໂຫຍດ​ຈາກ​ການ​ຮຽນ​ຄຳພີ​ໄບເບິນ
    • ບົດ​ທີ 25. ໂລກ​ເມື່ອ​ເບິ່ງ​ຈາກ​ອະວະກາດ.

      ບົດ​ທີ 25

      ພະເຈົ້າ​ຢາກ​ໃຫ້​ເຮົາ​ມີ​ຊີວິດ​ແບບ​ໃດ?

      ຄຳພີ​ໄບເບິນ​ບອກ​ວ່າ​ຊີວິດ​ຂອງ​ມະນຸດ “ສັ້ນ​ແລະ​ເຈິ​ແຕ່​ບັນຫາ.” (ໂຢບ 14:1) ພະເຈົ້າ​ຢາກ​ໃຫ້​ເຮົາ​ມີ​ຊີວິດ​ແບບ​ນັ້ນ​ບໍ? ແທ້ໆ​ແລ້ວ​ເພິ່ນ​ຕັ້ງໃຈ​ຈະ​ໃຫ້​ເຮົາ​ມີ​ຊີວິດ​ແບບ​ໃດ? ແລະ​ສິ່ງ​ທີ່​ເພິ່ນ​ຕັ້ງໃຈ​ໄວ້​ຈະ​ເກີດຂຶ້ນ​ແທ້​ບໍ? ຄຳ​ຕອບ​ຈາກ​ຄຳພີ​ໄບເບິນ​ຈະ​ໃຫ້​ກຳລັງ​ໃຈ​ເຈົ້າ.

      1. ພະ​ເຢໂຫວາ​ຢາກ​ໃຫ້​ເຮົາ​ມີ​ຊີວິດ​ແບບ​ໃດ?

      ພະ​ເຢໂຫວາ​ຢາກ​ໃຫ້​ເຮົາ​ມີ​ຊີວິດ​ທີ່​ດີ​ທີ່​ສຸດ. ຕອນ​ທີ່​ເພິ່ນ​ສ້າງ​ອາດາມ​ກັບ​ເອວາ​ມະນຸດ​ຄູ່​ທຳອິດ ເພິ່ນ​ໃຫ້​ເຂົາເຈົ້າ​ຢູ່​ໃນ​ສວນ​ອຸທິຍານ​ທີ່​ສວຍ​ງາມ​ຫຼາຍ​ທີ່​ເອີ້ນ​ວ່າ​ສວນ​ເອເດັນ. ແລ້ວ​ເພິ່ນ​ກໍ “ອວຍພອນ​ເຂົາເຈົ້າ​ແລະ​ບອກ​ວ່າ: ‘ໃຫ້​ພວກ​ເຈົ້າ​ມີ​ລູກ​ມີ​ຫຼານ​ຫຼາຍໆ​ຈົນ​ເຕັມ​ໂລກ ແລະ​ໃຫ້​ເບິ່ງແຍງ​ໂລກ.’” (ປະຖົມມະການ 1:28) ພະ​ເຢໂຫວາ​ຢາກ​ໃຫ້​ເຂົາເຈົ້າ​ມີ​ລູກ​ມີ​ຫຼານ ເຮັດ​ໃຫ້​ທົ່ວ​ໂລກ​ເປັນ​ສວນ​ອຸທິຍານ​ທີ່​ສວຍ​ງາມ ແລະ​ເບິ່ງແຍງ​ສັດ​ຕ່າງໆ. ເພິ່ນ​ຢາກ​ໃຫ້​ທຸກ​ຄົນ​ມີ​ສຸຂະພາບ​ສົມບູນ​ແຂງແຮງ​ແລະ​ມີ​ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ.

      ເຖິງ​ວ່າ​ໃນ​ທຸກ​ມື້​ນີ້​ຈະ​ບໍ່​ໄດ້​ເປັນ​ແບບ​ນັ້ນa ແຕ່​ສິ່ງ​ທີ່​ພະເຈົ້າ​ຕັ້ງໃຈ​ໄວ້​ກໍ​ຍັງ​ຄື​ເກົ່າ. (ເອຊາຢາ 46:10, 11) ພະ​ເຢໂຫວາ​ຍັງ​ຢາກ​ໃຫ້​ມະນຸດ​ທີ່​ເຊື່ອຟັງ​ເພິ່ນ​ມີ​ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ​ໃນ​ໂລກ​ທີ່​ເປັນ​ສວນ​ອຸທິຍານ​ທີ່​ສວຍ​ງາມ.—ອ່ານ​ພະ​ນິມິດ 21:3, 4

      2. ເຮົາ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ຊີວິດ​ຂອງ​ເຮົາ​ຈະ​ມີ​ຄວາມ​ສຸກ​ໃນ​ຕອນນີ້?

      ຄົນ​ເຮົາ​ບໍ່​ໄດ້​ຖືກ​ສ້າງ​ມາ​ໃຫ້​ເພິ່ງ​ໂຕເອງ ແຕ່​ຖືກ​ສ້າງ​ມາ​ໃຫ້​ເພິ່ງ​ພະເຈົ້າ​ຫຼື​ຕ້ອງ​ໃຫ້ “ພະເຈົ້າ​ຊີ້ນຳ” ນີ້​ເລີຍ​ເຮັດ​ໃຫ້​ເຮົາ​ຢາກ​ຮູ້​ຈັກ​ແລະ​ນະມັດສະການ​ເພິ່ນ. (ອ່ານ​ມັດທາຍ 5:3-6) ພະ​ເຢໂຫວາ​ຢາກ​ໃຫ້​ເຮົາ​ສະໜິດ​ກັບ​ເພິ່ນ “ໃຊ້​ຊີວິດ​ຕາມ​ແນວ​ທາງ​ຂອງ​ເພິ່ນ ຮັກ​ເພິ່ນ” ແລະ​ຮັບໃຊ້​ເພິ່ນ “ສຸດ​ຫົວໃຈ.” (ພະ​ບັນຍັດ 10:12; ເພງ​ສັນລະເສີນ 25:14) ຖ້າ​ເຮົາ​ເຮັດ​ແບບ​ນັ້ນ ເຮົາ​ກໍ​ຈະ​ມີ​ຄວາມ​ສຸກ​ໄດ້​ເຖິງ​ວ່າ​ເຮົາ​ອາດ​ຈະ​ເຈິ​ກັບ​ບັນຫາ. ການ​ນະມັດສະການ​ພະ​ເຢໂຫວາ​ແລະ​ເຮັດ​ຕາມ​ທີ່​ເພິ່ນ​ບອກ​ຈະ​ເຮັດ​ໃຫ້​ເຮົາ​ມີ​ຊີວິດ​ທີ່​ມີ​ຄວາມ​ສຸກ​ແທ້ໆ.

      ຮຽນ​ຮູ້​ຫຼາຍ​ຂຶ້ນ

      ວິທີ​ທີ່​ພະ​ເຢໂຫວາ​ສ້າງ​ໂລກ​ເຮັດ​ໃຫ້​ເຫັນ​ວ່າ​ເພິ່ນ​ຮັກ​ເຮົາ​ຫຼາຍແລະ​ຄຳພີ​ໄບເບິນ​ບອກ​ໄວ້​ວ່າ​ພະເຈົ້າ​ຢາກ​ໃຫ້​ເຮົາ​ມີ​ຊີວິດ​ແບບ​ໃດ.

      ອາດາມ​ກັບ​ເອວາ​ແນມ​ເບິ່ງ​ສວນ​ເອເດັນ​ທີ່​ເປັນ​ເຮືອນ​ຂອງ​ເຂົາເຈົ້າ​ທີ່​ສວຍ​ງາມ​ແລະ​ມີ​ສັດ​ຈຳນວນ​ຫຼາຍ.

      3. ພະ​ເຢໂຫວາ​ຢາກ​ໃຫ້​ເຮົາ​ມີ​ຊີວິດ​ທີ່​ມີ​ຄວາມ​ສຸກ

      ເປີດ​ວິດີໂອ ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳ​ຖາມ​ຕໍ່​ໄປ​ນີ້:

      ວິດີໂອ: ເປັນ​ຫຍັງ​ພະເຈົ້າ​ຈຶ່ງ​ສ້າງ​ໂລກ?—ວິດີໂອ​ສັ້ນ (1:41)

      • ພະເຈົ້າ​ສ້າງ​ໂລກ​ທີ່​ສວຍ​ງາມ​ຂຶ້ນ​ມາ​ເພື່ອ​ຫຍັງ?

      ອ່ານ​ປັນຍາຈານ 3:11 ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳ​ຖາມ​ຕໍ່​ໄປ​ນີ້:

      • ຂໍ້​ນີ້​ບອກ​ຫຍັງ​ເຮົາ​ກ່ຽວກັບ​ພະ​ເຢໂຫວາ?

      4. ຄວາມ​ຕັ້ງໃຈ​ຂອງ​ພະ​ເຢໂຫວາ​ຍັງ​ຄື​ເກົ່າ

      ອ່ານ​ເພງ​ສັນລະເສີນ 37:11, 29; ເອຊາຢາ 55:11 ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳ​ຖາມ​ຕໍ່​ໄປ​ນີ້:

      • ເຮົາ​ຮູ້​ໄດ້​ແນວ​ໃດ​ວ່າ​ຄວາມ​ຕັ້ງໃຈ​ຂອງ​ພະ​ເຢໂຫວາ​ຍັງ​ຄື​ເກົ່າ?

      ກ. ເຮືອນ​ທີ່​ຊຸດໂຊມ. ຫຼັງ​ຄາ​ກຳລັງ​ພັງ​ລົງ​ມາ ປ່ອງ​ອ້ຽມ​ແຕກ ແລະ​ເດີ່ນ​ເຮືອນ​ມີ​ແຕ່​ຂີ້ເຫຍື້ອ. ຂ. ເຮືອນ​ຫຼັງ​ດຽວ​ກັນ​ນັ້ນ​ທີ່​ຖືກ​ສ້ອມ​ແປງ​ແລ້ວ ສວຍ​ງາມ​ແລະ​ເປັນ​ລະບຽບ.

      ເຮືອນ​ທີ່​ບໍ່​ມີ​ໃຜ​ເບິ່ງແຍງ​ແລະ​ຖືກ​ປະຖິ້ມໃຫ້​ຊຸດໂຊມ​ກໍ​ຍັງ​ສ້ອມ​ແປງ​ໄດ້. ໂລກ​ທີ່​ເສຍຫາຍ​ເພາະ​ຂາດ​ການ​ເບິ່ງແຍງ​ຢ່າງ​ດີ ພະເຈົ້າ​ກໍ​ຈະ​ເຮັດ​ໃຫ້​ດີ​ຂຶ້ນ​ໄດ້​ເພື່ອ​ຄົນທີ່​ຮັກ​ເພິ່ນ​ຈະ​ໄດ້​ຢູ່​ຫັ້ນ

      5. ການ​ນະມັດສະການ​ພະ​ເຢໂຫວາຈະ​ເຮັດ​ໃຫ້​ເຮົາ​ມີ​ຊີວິດ​ທີ່​ມີ​ຄວາມ​ສຸກ

      ເຮົາ​ຈະ​ມີ​ຊີວິດ​ທີ່​ມີ​ຄວາມ​ສຸກ​ຖ້າ​ໄດ້​ຮູ້​ວ່າ​ເຮົາ​ມີ​ຊີວິດ​ຢູ່​ເພື່ອ​ຫຍັງ. ເປີດ​ວິດີໂອ ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳ​ຖາມ​ຕໍ່​ໄປ​ນີ້:

      ວິດີໂອ: ຂ້ອຍ​ຮູ້​ແລ້ວ​ວ່າ​ອັນ​ໃດ​ເຮັດ​ໃຫ້​ມີ​ຄວາມ​ສຸກ​ແທ້ໆ (5:03)

      • ເທຣຸມິ​ໄດ້​ຮັບ​ປະໂຫຍດ​ແນວ​ໃດ​ຫຼັງ​ຈາກ​ທີ່​ໄດ້​ຮູ້​ວ່າ​ໂຕເອງ​ມີ​ຊີວິດ​ຢູ່​ເພື່ອ​ຫຍັງ?

      ອ່ານ​ປັນຍາຈານ 12:13 ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳ​ຖາມ​ຕໍ່​ໄປ​ນີ້:

      • ພະ​ເຢໂຫວາ​ເຮັດ​ຫຼາຍ​ຢ່າງ​ເພື່ອ​ເຮົາ​ຫຼາຍ​ແທ້ໆ ແລ້ວ​ເຮົາ​ຈະ​ເຮັດ​ຫຍັງ​ໄດ້​ແດ່​ເພື່ອ​ຂອບໃຈ​ເພິ່ນ?

      ບາງ​ຄົນ​ອາດ​ຖາມ​ວ່າ: “ເຮົາ​ຈະ​ມີ​ຊີວິດ​ທີ່​ມີ​ຄວາມ​ສຸກ​ໄດ້​ແນວ​ໃດ?”

      • ຖ້າ​ມີ​ຄົນ​ຖາມ​ແບບ​ນີ້ ເຈົ້າ​ຈະ​ຕອບ​ແນວ​ໃດ?

      ສະຫຼຸບ

      ພະ​ເຢໂຫວາ​ຢາກ​ໃຫ້​ເຮົາ​ມີ​ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ​ໃນ​ໂລກ​ທີ່​ເປັນ​ສວນ​ອຸທິຍານ​ທີ່​ສວຍ​ງາມ. ຖ້າ​ເຮົາ​ນະມັດສະການ​ເພິ່ນ​ສຸດ​ຫົວໃຈ ເຮົາ​ຈະ​ມີ​ຊີວິດ​ທີ່​ມີ​ຄວາມສຸກ​ຕັ້ງແຕ່​ຕອນນີ້.

      ຄຳ​ຖາມ​ທົບທວນ

      • ພະ​ເຢໂຫວາ​ຕັ້ງໃຈ​ວ່າ​ຈະ​ໃຫ້​ອາດາມ​ແລະ​ເອວາ​ມີ​ຊີວິດ​ແບບ​ໃດ?

      • ເຮົາ​ຮູ້​ໄດ້​ແນວ​ໃດ​ວ່າ​ຄວາມ​ຕັ້ງໃຈ​ຂອງ​ພະ​ເຢໂຫວາ​ທີ່​ມີ​ຕໍ່​ມະນຸດ​ຍັງ​ຄື​ເກົ່າ?

      • ເຮົາ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ຈະ​ມີ​ຊີວິດທີ່​ມີ​ຄວາມ​ສຸກ?

      ສິ່ງ​ທີ່​ເຈົ້າ​ເຮັດ​ໄດ້

      ເບິ່ງ​ເພີ່ມເຕີມ

      ເປັນ​ຫຍັງ​ເຮົາ​ຈຶ່ງ​ໝັ້ນໃຈ​ວ່າ​ສວນເອເດັນ​ເຄີຍ​ມີ​ຢູ່​ແທ້.

      “ສວນ​ເອເດັນ—ເລື່ອງ​ຈິງ​ຫຼືເລື່ອງ​ເລົ່າ?” (ຫໍສັງເກດການ 1 ມັງກອນ 2011)

      ເຮົາ​ຈະ​ໝັ້ນໃຈ​ໄດ້​ແນວ​ໃດ​ວ່າ​ໂລກ​ຂອງ​ເຮົາ​ຈະ​ຢູ່​ຕະຫຼອດ​ໄປ.

      “ໂລກ​ຈະ​ຖືກ​ທຳລາຍ​ບໍ?” (ບົດ​ຄວາມ​ໃນ​ເວັບໄຊ)

      ເຮົາ​ຈະ​ມີ​ຊີວິດ​ທີ່​ມີ​ຄວາມ​ໝາຍ​ໄດ້​ແນວ​ໃດ ເບິ່ງ​ຄຳ​ຕອບ​ຈາກ​ຄຳພີໄບເບິນ​ນຳ​ກັນ.

      “ເຮົາ​ເກີດ​ມາ​ເຮັດ​ຫຍັງ?” (ບົດ​ຄວາມ​ໃນ​ເວັບໄຊ)

      ຜູ້​ຊາຍ​ຄົນ​ໜຶ່ງ​ເຈິ​ສິ່ງ​ທີ່​ຂາດຫາຍ​ໄປ​ໃນ​ຊີວິດ.

      ຕອນນີ້​ຂ້ອຍ​ມີ​ຊີວິດ​ທີ່​ມີ​ຄວາມ​ໝາຍ (3:55)

      a ໃນ​ບົດ​ຕໍ່​ໄປ​ເຮົາ​ຈະ​ໄດ້​ຮູ້​ວ່າ ເປັນ​ຫຍັງ​ຊີວິດ​ຂອງ​ເຮົາ​ໃນ​ທຸກ​ມື້​ນີ້​ຈຶ່ງ​ບໍ່​ເປັນ​ໄປ​ຕາມ​ທີ່​ພະເຈົ້າ​ຕັ້ງໃຈ​ໄວ້​ຕັ້ງແຕ່​ທຳອິດ.

  • ການ​ປົກຄອງ​ຂອງ​ພະເຈົ້າ​ແມ່ນ​ຫຍັງ?
    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ!—ໄດ້​ຮັບ​ປະໂຫຍດ​ຈາກ​ການ​ຮຽນ​ຄຳພີ​ໄບເບິນ
    • 2. ໃຜ​ຈະ​ປົກຄອງ​ຮ່ວມ​ກັບ​ພະ​ເຢຊູ?

      ພະ​ເຢຊູ​ບໍ່​ໄດ້​ປົກຄອງ​ຜູ້​ດຽວ ແຕ່​ຍັງ​ມີ​ຄົນ​ອື່ນ​ທີ່​ຈະ​ປົກຄອງ​ກັບ​ເພິ່ນ​ນຳ. ເຂົາເຈົ້າ​ມາ​ຈາກ “ທຸກ​ຕະກູນ ທຸກ​ພາສາ ທຸກ​ຊາດ ແລະ​ທຸກ​ປະເທດ . . . ເຂົາເຈົ້າ​ຈະ​ເປັນ​ກະສັດ​ປົກຄອງ​ໂລກ.” (ພະ​ນິມິດ 5:9, 10) ແລ້ວ​ຈະ​ມີ​ຈັກ​ຄົນ​ທີ່​ໄປ​ປົກຄອງ​ກັບ​ພະ​ເຢຊູ? ເຖິງ​ວ່າ​ຈະ​ມີ​ຫຼາຍ​ລ້ານ​ຄົນ​ທີ່​ເປັນ​ລູກສິດ​ຂອງ​ພະ​ເຢຊູ ແຕ່​ມີ​ພຽງ 144.000 ຄົນ​ເທົ່າ​ນັ້ນ​ທີ່​ໄດ້​ໄປ​ປົກຄອງ​ຮ່ວມ​ກັບ​ເພິ່ນ​ໃນ​ສະຫວັນ. (ອ່ານ​ພະ​ນິມິດ 14:1-4) ສ່ວນ​ລູກສິດ​ຄົນ​ອື່ນໆ​ຈະ​ໄດ້​ຢູ່​ໃນ​ໂລກ​ນີ້​ແລະ​ເປັນ​ປະຊາຊົນ​ໃນ​ການ​ປົກຄອງ​ຂອງ​ພະເຈົ້າ.—ເພງ​ສັນລະເສີນ 37:29

  • ການ​ປົກຄອງ​ຂອງ​ພະເຈົ້າ​ຈະ​ເຮັດ​ຫຍັງ​ໃນ​ອະນາຄົດ
    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ!—ໄດ້​ຮັບ​ປະໂຫຍດ​ຈາກ​ການ​ຮຽນ​ຄຳພີ​ໄບເບິນ
    • ການ​ປົກຄອງ​ຂອງ​ພະເຈົ້າຈະ​ເຮັດ​ຫຍັງ​ໃນ​ອະນາຄົດ?

      ການ​ປົກຄອງ​ຂອງ​ພະເຈົ້າ​ປົກຄອງ​ໃນ​ສະຫວັນ​ແລ້ວ. ອີກ​ບໍ່​ດົນ​ການ​ປົກຄອງ​ນີ້​ຈະ​ປົກຄອງ​ທົ່ວ​ທັງ​ໂລກ​ແລະ​ປ່ຽນແປງ​ໂລກ​ຂອງ​ເຮົາ​ໃຫ້​ດີ​ຂຶ້ນ. ໃຫ້​ເຮົາ​ມາ​ເບິ່ງ​ນຳ​ກັນ​ວ່າ ເຮົາ​ຈະ​ໄດ້​ເຫັນ​ສິ່ງ​ດີໆ​ຫຍັງ​ເກີດຂຶ້ນ​ແດ່​ເມື່ອ​ການ​ປົກຄອງ​ຂອງ​ພະເຈົ້າ​ປົກຄອງ​ໂລກ​ນີ້.

      1. ການ​ປົກຄອງ​ຂອງ​ພະເຈົ້າ​ຈະ​ເຮັດ​ໃຫ້​ໂລກ​ນີ້​ສະຫງົບສຸກ​ແລະ​ມີ​ຄວາມ​ຍຸຕິທຳ​ໄດ້​ແນວ​ໃດ?

      ພະ​ເຢຊູ​ທີ່​ເປັນ​ກະສັດ​ໃນ​ການ​ປົກຄອງ​ຂອງ​ພະເຈົ້າ​ຊິ​ກຳຈັດ​ຄົນ​ຊົ່ວ​ແລະ​ລັດຖະບານ​ຕ່າງໆ​ໃນ​ສົງຄາມ​ອາມາເຄໂດນ. (ພະ​ນິມິດ 16:14, 16) ໃນ​ຕອນ​ນັ້ນ ຄຳ​ສັນຍາ​ໃນ​ຄຳພີ​ໄບເບິນ​ທີ່​ບອກ​ວ່າ: “ອີກ​ຈັກ​ໜ້ອຍ​ກໍ​ຈະ​ບໍ່​ມີ​ຄົນ​ຊົ່ວ​ແລ້ວ” ຈະ​ເກີດຂຶ້ນ​ແທ້. (ເພງ​ສັນລະເສີນ 37:10) ພະ​ເຢຊູ​ທີ່​ເປັນ​ກະສັດ​ຂອງ​ການ​ປົກຄອງ​ນີ້​ຈະ​ເຮັດ​ໃຫ້​ທົ່ວ​ທັງ​ໂລກ​ມີ​ແຕ່​ຄວາມ​ສະຫງົບສຸກ​ແລະ​ຄວາມ​ຍຸຕິທຳ.—ອ່ານ​ເອຊາຢາ 11:4

      2. ເມື່ອ​ໂລກ​ເປັນ​ແບບ​ທີ່​ພະເຈົ້າ​ຕັ້ງໃຈ​ໄວ້​ຕັ້ງແຕ່​ທຳອິດ ຊີວິດ​ຂອງ​ເຮົາ​ຈະ​ເປັນ​ແນວ​ໃດ?

      ເມື່ອ​ການ​ປົກຄອງ​ຂອງ​ພະເຈົ້າ​ປົກຄອງ ໃນ​ຕອນ​ນັ້ນ “ຄົນ​ທີ່​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ຈະ​ໄດ້​ຮັບ​ແຜ່ນດິນ​ເປັນ​ມໍລະດົກ ແລະ​ເຂົາເຈົ້າ​ຈະ​ໄດ້​ຢູ່​ຫັ້ນ​ຕະຫຼອດ​ໄປ.” (ເພງ​ສັນລະເສີນ 37:29) ລອງ​ຄິດ​ເບິ່ງ​ວ່າ​ເຈົ້າ​ຈະ​ມີ​ຄວາມ​ສຸກ​ສ່ຳ​ໃດ​ທີ່​ໄດ້​ຢູ່​ໃນ​ໂລກ​ທີ່​ທຸກ​ຄົນ​ເປັນ​ຄົນ​ດີ ຮັກ​ກັນ ແລະ​ຮັກ​ພະ​ເຢໂຫວາ! ບໍ່​ມີ​ໃຜ​ຕ້ອງ​ເຈັບ​ປ່ວຍ ແລະ​ທຸກ​ຄົນ​ຈະ​ມີ​ຊີວິດ​ຕະຫຼອດ​ໄປ.

      3. ການ​ປົກຄອງ​ຂອງ​ພະເຈົ້າ​ຈະ​ເຮັດ​ຫຍັງ​ຫຼັງ​ຈາກ​ທີ່​ຄົນ​ຊົ່ວ​ຖືກ​ທຳລາຍ​ແລ້ວ?

      ຫຼັງ​ຈາກ​ທີ່​ຄົນ​ຊົ່ວ​ຖືກ​ທຳລາຍ ພະ​ເຢຊູ​ຈະ​ປົກຄອງ​ເປັນ​ກະສັດ 1.000 ປີ. ໃນ​ໄລຍະ​ເວລາ​ນັ້ນ ພະ​ເຢຊູ​ກັບ 144.000 ຄົນ​ທີ່​ປົກຄອງ​ກັບ​ເພິ່ນ​ຈະ​ຊ່ວຍ​ໃຫ້​ທຸກ​ຄົນ​ທີ່​ຢູ່​ໃນ​ໂລກ​ກັບ​ມາ​ເປັນ​ມະນຸດ​ທີ່​ສົມບູນແບບ. ເມື່ອ​ຄົບ 1.000 ປີ ທົ່ວ​ທັງ​ໂລກ​ຈະ​ເປັນ​ສວນ​ອຸທິຍານ​ທີ່​ສວຍ​ງາມ ແລະ​ທຸກ​ຄົນ​ຈະ​ມີ​ຄວາມ​ສຸກ​ເພາະ​ເຂົາເຈົ້າ​ເຊື່ອຟັງ​ກົດໝາຍ​ຂອງ​ພະ​ເຢໂຫວາ. ແລ້ວ​ພະ​ເຢຊູ​ກໍ​ຈະ​ຄືນ​ການ​ປົກຄອງ​ທີ່​ເພິ່ນ​ປົກຄອງ​ໃຫ້​ພະ​ເຢໂຫວາ​ພໍ່​ຂອງ​ເພິ່ນ. ໃນ​ທີ່​ສຸດ ຊື່​ຂອງ​ພະ​ເຢໂຫວາ​ຈະ “ໄດ້​ຮັບ​ຄວາມ​ນັບຖື​ຫຼາຍ​ທີ່​ສຸດ​ຕະຫຼອດ​ໄປ.” (ມັດທາຍ 6:9, 10) ທຸກ​ຄົນ​ຈະ​ໄດ້​ເຫັນ​ວ່າ​ພະ​ເຢໂຫວາ​ເປັນ​ຜູ້​ປົກຄອງ​ທີ່​ດີ​ທີ່​ສົນໃຈ​ແລະ​ຫ່ວງໃຍ​ປະຊາຊົນ. ພະ​ເຢໂຫວາ​ຈະ​ທຳລາຍ​ຊາຕານ ພວກ​ປີສາດ ແລະ​ທຸກ​ຄົນ​ທີ່​ກະບົດ​ຕໍ່​ເພິ່ນ. (ພະ​ນິມິດ 20:7-10) ການ​ປົກຄອງ​ຂອງ​ພະເຈົ້າ​ຊິ​ເຮັດ​ໃຫ້​ໂລກ​ນີ້​ເປັນ​ສວນ​ອຸທິຍານ​ທີ່​ສວຍ​ງາມ​ແລະ​ຜູ້​ຄົນ​ຈະ​ມີ​ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ.

      ຮຽນ​ຮູ້​ຫຼາຍ​ຂຶ້ນ

      ພະເຈົ້າ​ຈະ​ເຮັດ​ໃຫ້​ຄຳ​ສັນຍາ​ທຸກ​ຢ່າງ​ທີ່​ເພິ່ນ​ບອກ​ໄວ້​ໃນ​ຄຳພີ​ໄບເບິນ​ເກີດຂຶ້ນ​ແທ້ ເພິ່ນ​ຈະ​ເຮັດ​ແບບ​ນັ້ນ​ໂດຍ​ທາງ​ການ​ປົກຄອງ​ຂອງ​ເພິ່ນ.

      4. ການ​ປົກຄອງ​ຂອງ​ພະເຈົ້າ​ຈະ​ມາແທນ​ທີ່​ການ​ປົກຄອງ​ຂອງ​ມະນຸດ

      ການ​ທີ່ “ມະນຸດ​ປົກຄອງ​ມະນຸດ​ແລະ​ຄົນ​ທີ່​ຢູ່​ໃຕ້​ການ​ປົກຄອງ​ກໍ​ຕ້ອງ​ທົນທຸກ​ລຳບາກ.” (ປັນຍາຈານ 8:9) ໂດຍ​ທາງ​ການ​ປົກຄອງ​ຂອງ​ພະເຈົ້າ ເພິ່ນ​ຊິ​ຈັດການ​ກັບ​ຄວາມ​ເສຍຫາຍ​ທີ່​ເກີດ​ຈາກ​ຄວາມ​ບໍ່​ຍຸຕິທຳ.

      ອ່ານ​ດານີເອນ 2:44 ແລະ 2 ເທຊະໂລນິກ 1:6-8 ແລ້ວ​ລົມກັນ​ກ່ຽວກັບ​ຄຳ​ຖາມ​ຕໍ່​ໄປ​ນີ້:

      • ພະ​ເຢໂຫວາ​ແລະ​ພະ​ເຢຊູ​ລູກ​ຊາຍ​ຂອງ​ເພິ່ນ​ຊິ​ເຮັດ​ຫຍັງ​ກັບ​ການ​ປົກຄອງ​ຂອງ​ມະນຸດ​ແລະ​ຄົນ​ທີ່​ສະໜັບສະໜູນ​ເຂົາເຈົ້າ?

      • ຈາກ​ທີ່​ໄດ້​ຮຽນ​ມາ ເປັນ​ຫຍັງ​ເຈົ້າ​ຈຶ່ງ​ໝັ້ນໃຈ​ໄດ້​ວ່າ​ສິ່ງ​ທີ່ພະ​ເຢໂຫວາ​ແລະ​ພະ​ເຢຊູ​ເຮັດ​ຈະ​ຍຸຕິທຳ?

      ພະ​ເຢຊູ​ທີ່​ເປັນ​ກະສັດ​ໃນ​ສະຫວັນ​ປົກຄອງ​ທົ່ວ​ທັງ​ໂລກ​ທີ່​ເປັນ​ສວນ​ອຸທິຍານ.

      5. ພະ​ເຢຊູ​ເປັນ​ກະສັດ​ທີ່​ດີ​ທີ່​ສຸດ

      ພະ​ເຢຊູ​ທີ່​ເປັນ​ກະສັດ​ໃນ​ການ​ປົກຄອງ​ຂອງ​ພະເຈົ້າ​ຈະ​ເຮັດ​ຫຼາຍ​ຢ່າງ​ທີ່​ເປັນປະໂຫຍດ​ຫຼາຍ​ເພື່ອ​ປະຊາຊົນ​ຂອງ​ເພິ່ນ. ເປີດ​ວິດີໂອ ເພື່ອ​ເບິ່ງ​ວ່າ​ພະ​ເຢຊູເຮັດ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເພິ່ນ​ຢາກ​ຊ່ວຍ​ຜູ້​ຄົນ​ແລະ​ພະເຈົ້າ​ກໍ​ໃຫ້​ອຳນາດ​ເພິ່ນທີ່​ຈະ​ເຮັດ​ແບບ​ນັ້ນ.

      ວິດີໂອ: ພະ​ເຢຊູ​ເຮັດ​ໃຫ້​ເຫັນ​ວ່າ​ການ​ປົກຄອງ​ຂອງ​ພະເຈົ້າ​ຈະ​ເຮັດ​ຫຍັງ​ໃນ​ອະນາຄົດ (1:13)

      ຕອນ​ທີ່​ຢູ່​ໃນ​ໂລກ ພະ​ເຢຊູ​ເຮັດ​ໃຫ້​ເຫັນ​ວ່າ​ການ​ປົກຄອງ​ຂອງ​ພະເຈົ້າ​ຈະ​ເຮັດ​ຫຍັງ​ແດ່​ໃນ​ອະນາຄົດ. ອ່ານ​ຂໍ້​ຄຳພີ​ຕ່າງໆ​ທີ່​ຢູ່​ໃນ​ຕອນ​ທ້າຍ​ຂອງ​ຂໍ້​ນີ້​ກ່ຽວກັບ​ສິ່ງ​ດີໆ​ທີ່​ຈະ​ເກີດຂຶ້ນ. ແລ້ວ​ຄິດ​ເບິ່ງ​ວ່າ​ເຈົ້າ​ຢາກ​ໃຫ້​ເລື່ອງ​ໃດ​ເກີດຂຶ້ນ​ຫຼາຍ​ທີ່​ສຸດ?

      ຕອນ​ຢູ່​ໃນ​ໂລກ ພະ​ເຢຊູ . . .

      ຈາກ​ສະຫວັນ ພະ​ເຢຊູ​ຈະ . . .

      • ມີ​ອຳນາດ​ຄວບຄຸມ​ດິນ​ຟ້າ​ອາກາດ.—ມາຣະໂກ 4:36-41

      • ເຮັດ​ໃຫ້​ບັນຫາ​ສິ່ງ​ແວດ​ລ້ອມ​ໝົດ​ໄປ.—ເອຊາຢາ 35:1, 2

      • ລ້ຽງ​ອາຫານ​ຫຼາຍ​ພັນ​ຄົນ​ຢ່າງ​ອັດສະຈັນ.—ມັດທາຍ 14:17-21

      • ເຮັດ​ໃຫ້​ບໍ່​ມີ​ໃຜ​ຕ້ອງ​ອຶດຢາກ​ອີກ​ເລີຍ.—ເພງ​ສັນລະເສີນ 72:16

      • ປິ່ນປົວ​ຄົນ​ເຈັບ​ປ່ວຍ​ຫຼາຍ​ຄົນ.—ລູກາ 18:35-43

      • ເຮັດ​ໃຫ້​ທຸກ​ຄົນ​ມີ​ສຸຂະພາບ​ດີ​ແລະ​ບໍ່​ເຈັບ​ປ່ວຍ.—ເອຊາຢາ 33:24

      • ເຮັດ​ໃຫ້​ຄົນ​ຕາຍ​ກັບ​ມາ​ມີ​ຊີວິດ​ອີກ.—ລູກາ 8:49-55

      • ເຮັດ​ໃຫ້​ຄົນ​ຕາຍ​ກັບ​ມາ​ມີ​ຊີວິດ​ອີກ​ແລະ​ເຮັດ​ໃຫ້​ຄວາມ​ຕາຍບໍ່​ມີ​ອີກ​ຕໍ່​ໄປ.—ພະ​ນິມິດ 21:3, 4

      6. ການ​ປົກຄອງ​ຂອງ​ພະເຈົ້າ​ຈະ​ເຮັດໃຫ້​ເຈົ້າ​ໄດ້​ຮັບ​ສິ່ງ​ດີໆ​ໃນ​ອະນາຄົດ

      ການ​ປົກຄອງ​ຂອງ​ພະ​ເຢໂຫວາ​ຈະ​ເຮັດ​ໃຫ້​ສິ່ງ​ທີ່​ເພິ່ນ​ຕັ້ງໃຈ​ໄວ້​ຕັ້ງແຕ່​ທຳອິດ​ເກີດຂຶ້ນ​ແທ້. ມະນຸດ​ຈະ​ມີ​ຊີວິດ​ຕະຫຼອດ​ໄປ​ໃນ​ໂລກ​ທີ່​ເປັນ​ສວນ​ອຸທິຍານ. ເປີດ​ວິດີໂອ ເພື່ອ​ເບິ່ງ​ວ່າ​ພະ​ເຢຊູຈະ​ເຮັດ​ໃຫ້​ສິ່ງ​ທີ່​ພະ​ເຢໂຫວາ​ຕັ້ງໃຈ​ໄວ້​ເກີດຂຶ້ນ​ແທ້​ແນວ​ໃດ.

      ວິດີໂອ: ເຫັນ​ອະນາຄົດ​ທີ່​ດີ​ເລີດ (4:38)

      ອ່ານ​ເພງ​ສັນລະເສີນ 145:16 ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳ​ຖາມ​ຕໍ່​ໄປ​ນີ້:

      • ເຈົ້າ​ຮູ້ສຶກ​ແນວ​ໃດ​ທີ່​ໄດ້​ຮູ້​ວ່າ​ພະ​ເຢໂຫວາ​ຈະ “ໃຫ້​ທຸກ​ຊີວິດ​ໄດ້​ສົມ​ຫວັງ”?

      ບາງ​ຄົນ​ເວົ້າ​ວ່າ: “ຖ້າ​ເຮົາ​ທຸກ​ຄົນ​ຮ່ວມ​ມື​ກັນ ເຮົາ​ກໍ​ຈະ​ແກ້ໄຂ​ບັນຫາ​ທັງໝົດ​ໄດ້.”

      • ການ​ປົກຄອງ​ຂອງ​ພະເຈົ້າ​ຈະ​ມາ​ແກ້ໄຂ​ບັນຫາ​ຫຍັງ​ທີ່​ການ​ປົກຄອງ​ຂອງ​ມະນຸດ​ບໍ່​ສາມາດ​ແກ້ໄຂ​ໄດ້?

      ສະຫຼຸບ

      ການ​ປົກຄອງ​ຂອງ​ພະເຈົ້າ​ຈະ​ເຮັດ​ໃຫ້​ສິ່ງ​ທີ່​ພະ​ເຢໂຫວາ​ຕັ້ງໃຈ​ໄວ້​ເກີດຂຶ້ນ​ແທ້. ການ​ປົກຄອງ​ນີ້​ຈະ​ເຮັດ​ໃຫ້​ທົ່ວ​ທັງ​ໂລກ​ເປັນ​ສວນ​ອຸທິຍານ​ແລະ​ຈະ​ມີ​ແຕ່​ຄົນ​ທີ່​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ໄດ້​ຢູ່​ຫັ້ນ. ເຂົາເຈົ້າ​ຈະ​ນະມັດສະການ​ພະ​ເຢໂຫວາ​ຕະຫຼອດ​ໄປ.

      ຄຳ​ຖາມ​ທົບທວນ

      • ການ​ປົກຄອງ​ຂອງ​ພະເຈົ້າ​ຈະ​ເຮັດຫຍັງ​ເພື່ອ​ເຮັດ​ໃຫ້​ຊື່​ຂອງ​ພະ​ເຢໂຫວາ​ໄດ້​ຮັບ​ຄວາມ​ນັບຖື​ຫຼາຍ​ທີ່​ສຸດ​ຕະຫຼອດ​ໄປ?

      • ເປັນ​ຫຍັງ​ເຮົາ​ໝັ້ນໃຈ​ໄດ້​ວ່າ​ການ​ປົກຄອງ​ຂອງ​ພະເຈົ້າ​ຈະ​ເຮັດ​ໃຫ້​ຄຳ​ສັນຍາ​ທຸກ​ຢ່າງ​ທີ່​ເພິ່ນ​ບອກ​ໄວ້​ໃນ​ຄຳພີ​ໄບເບິນ​ເກີດຂຶ້ນ​ແທ້?

      • ການ​ປົກຄອງ​ຂອງ​ພະເຈົ້າ​ຈະ​ເຮັດ​ສິ່ງດີໆ​ຫຼາຍ​ຢ່າງ ເຈົ້າ​ຢາກ​ໃຫ້​ເລື່ອງ​ໃດເກີດຂຶ້ນ​ຫຼາຍ​ທີ່​ສຸດ?

      ສິ່ງ​ທີ່​ເຈົ້າ​ເຮັດ​ໄດ້

      ເບິ່ງ​ເພີ່ມເຕີມ

      ມາ​ເບິ່ງ​ວ່າ​ອາມາເຄໂດນແມ່ນ​ຫຍັງ.

      “ສົງຄາມ​ອາມາເຄໂດນແມ່ນ​ຫຍັງ?” (ບົດ​ຄວາມ​ໃນ​ເວັບໄຊ)

      ໃຫ້​ເຮົາ​ມາ​ເບິ່ງ​ວ່າ​ຈະ​ເກີດ​ຫຍັງ​ຂຶ້ນ​ໃນ​ຊ່ວງ “ຄວາມ​ທຸກ​ຍາກ​ລຳບາກ​ຄັ້ງ​ໃຫຍ່” ທີ່​ພະ​ເຢຊູ​ເວົ້າ​ເຖິງ.

      “ຄວາມ​ທຸກ​ຍາກ​ລຳບາກ​ຄັ້ງ​ໃຫຍ່​ແມ່ນ​ຫຍັງ?” (ບົດ​ຄວາມ​ໃນ​ເວັບໄຊ)

      ໃຫ້​ທຸກ​ຄົນ​ໃນ​ຄອບຄົວ​ນຶກພາບ​ວ່າ​ຈະ​ເປັນ​ແນວ​ໃດ​ຖ້າ​ໄດ້​ຢູ່​ນຳ​ກັນ​ໃນ​ໂລກທີ່​ເປັນ​ສວນ​ອຸທິຍານ.

      ເຫັນ​ຕົວເອງ​ໃນ​ສວນ​ອຸທິຍານ (1:50)

      ອ່ານ​ເລື່ອງ “ຂ້ອຍ​ມີ​ຄຳ​ຖາມ​ຄາ​ໃຈຫຼາຍ​ຂໍ້” ເພື່ອ​ຈະ​ເບິ່ງ​ວ່າ​ຜູ້​ຊາຍ​ຄົນ​ໜຶ່ງ​ໄດ້​ມາ​ຮູ້​ວ່າ​ບັນຫາ​ຕ່າງໆ​ຂອງມະນຸດ​ຈະ​ຖືກ​ແກ້ໄຂ​ໄດ້​ແນວ​ໃດ.

      “ຄຳພີ​ໄບເບິນ​ປ່ຽນ​ຊີວິດ​ຄົນ” (ຫໍສັງເກດການ 1 ມັງກອນ 2012)

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌