ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ມີ​ການ​ປະກາດ​ຂ່າວ​ດີ​ແນວ​ໃດ?
    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ!—ໄດ້​ຮັບ​ປະໂຫຍດ​ຈາກ​ການ​ຮຽນ​ຄຳພີ​ໄບເບິນ
    • ບົດ​ທີ 21. ຜູ້​ຊາຍ​ຄົນ​ໜຶ່ງ​ກຳລັງ​ລົມ​ກັບ​ພະຍານ​ພະ​ເຢໂຫວາ​ສອງ​ຄົນ​ທີ່​ກຳລັງ​ປະກາດ​ຢູ່​ບ່ອນ​ສາທາລະນະ.

      ບົດ​ທີ 21

      ມີ​ການ​ປະກາດ​ຂ່າວ​ດີ​ແນວ​ໃດ?

      ອີກ​ບໍ່​ດົນ​ພະ​ເຢໂຫວາ​ຈະ​ໃຫ້​ການ​ປົກຄອງ​ຂອງ​ເພິ່ນ​ມາ​ເຮັດ​ໃຫ້​ບັນຫາ​ທຸກ​ຢ່າງ​ໝົດ​ໄປ. ນີ້​ເປັນ​ຂ່າວ​ທີ່​ດີ​ຫຼາຍ​ແລະ​ເຮົາ​ຢາກ​ໃຫ້​ຄົນ​ອື່ນ​ຮູ້​ເລື່ອງ​ນີ້. ພະ​ເຢຊູ​ກໍ​ຢາກ​ໃຫ້​ລູກສິດ​ຂອງ​ເພິ່ນ​ບອກ​ຂ່າວ​ດີ​ນີ້​ກັບ​ທຸກ​ຄົນ! (ມັດທາຍ 28:19, 20) ແລ້ວ​ພະຍານ​ພະ​ເຢໂຫວາ​ເຮັດ​ຕາມ​ຄຳ​ສັ່ງ​ຂອງ​ພະ​ເຢຊູ​ແນວ​ໃດ?

      1. ສິ່ງ​ທີ່​ບອກ​ໄວ້​ໃນ​ມັດທາຍ 24:14 ກຳລັງ​ເກີດຂຶ້ນ​ແທ້​ໃນ​ທຸກ​ມື້​ນີ້​ແນວ​ໃດ?

      ພະ​ເຢຊູ​ບອກ​ໄວ້​ວ່າ: “ຈະ​ມີ​ການ​ປະກາດ​ຂ່າວ​ດີ​ເລື່ອງ​ການ​ປົກຄອງ​ຂອງ​ພະເຈົ້າ​ໄປ​ທົ່ວ​ໂລກ.” (ມັດທາຍ 24:14) ພະຍານ​ພະ​ເຢໂຫວາ​ມີ​ຄວາມ​ສຸກ​ທີ່​ໄດ້​ເຮັດ​ວຽກ​ສຳຄັນ​ນີ້. ພວກ​ເຮົາ​ປະກາດ​ຂ່າວ​ດີ​ໄປ​ທົ່ວ​ໂລກ​ຫຼາຍ​ກວ່າ 1.000 ພາສາ! ວຽກ​ໃຫຍ່​ແບບ​ນີ້​ຕ້ອງ​ໃຊ້​ເວລາ​ແລະ​ກຳລັງ​ຫຼາຍ​ແລະ​ຕ້ອງ​ມີ​ການ​ຈັດ​ລະບຽບ​ຢ່າງ​ດີ. ວຽກ​ນີ້​ຈະ​ບໍ່​ມີ​ທາງ​ສຳເລັດ​ໄດ້​ເລີຍ​ຖ້າ​ພະ​ເຢໂຫວາ​ບໍ່​ຊ່ວຍ.

      2. ເຮົາ​ເຮັດ​ຫຍັງ​ແດ່​ເພື່ອ​ປະກາດ​ຂ່າວ​ດີ​ໃຫ້​ຄົນ​ອື່ນ​ຟັງ?

      ເຮົາ​ໄປ​ປະກາດ​ທຸກ​ບ່ອນ​ທີ່​ເຮົາ​ຈະ​ເຈິ​ຜູ້​ຄົນ​ໄດ້ ແລະ​ຄື​ກັບ​ທີ່​ຄລິດສະຕຽນ​ລຸ້ນ​ທຳອິດ​ເຮັດ ພວກ​ເຮົາ​ໄປ​ປະກາດ “ຕາມ​ບ້ານ​ເຮືອນ” ນຳ. (ກິດຈະການ 5:42) ນີ້​ເຮັດ​ໃຫ້​ເຮົາ​ໄດ້​ລົມ​ກັບ​ຫຼາຍ​ລ້ານ​ຄົນ​ໃນ​ແຕ່ລະປີ. ແຕ່​ບາງ​ເທື່ອ​ຜູ້​ຄົນ​ກໍ​ບໍ່​ຄ່ອຍ​ຢູ່​ເຮືອນ ເຮົາ​ກໍ​ເລີຍ​ປະກາດ​ໃນ​ບ່ອນ​ສາທາລະນະ​ນຳ. ເຮົາ​ຈະ​ຊອກ​ຫາ​ໂອກາດ​ສະເໝີ​ເພື່ອ​ບອກ​ຄົນ​ອື່ນ​ເລື່ອງ​ພະ​ເຢໂຫວາ​ແລະ​ສິ່ງ​ດີໆ​ທີ່​ເພິ່ນ​ຈະ​ເຮັດ.

      3. ໃຜ​ມີ​ໜ້າທີ່​ປະກາດ​ຂ່າວ​ດີ?

      ຄລິດສະຕຽນ​ແທ້​ທຸກ​ຄົນ​ມີ​ໜ້າທີ່​ປະກາດ​ຂ່າວ​ດີ​ໃຫ້​ຄົນ​ອື່ນ​ຟັງ. ເຮົາ​ຖື​ວ່າ​ວຽກ​ນີ້​ສຳຄັນ​ຫຼາຍ. ເຮົາ​ປະກາດ​ຫຼາຍ​ທີ່​ສຸດ​ເທົ່າ​ທີ່​ຈະ​ເຮັດ​ໄດ້​ຍ້ອນ​ເຮົາ​ຮູ້​ວ່າ​ການ​ເຮັດ​ແບບ​ນີ້​ເປັນ​ການ​ຊ່ວຍ​ຊີວິດ​ຜູ້​ຄົນ. (ອ່ານ 1 ຕີໂມທຽວ 4:16) ເຮົາ​ບໍ່​ໄດ້​ຮັບ​ຄ່າ​ຈ້າງ​ສຳລັບ​ວຽກ​ນີ້ ຍ້ອນ​ຄຳພີ​ໄບເບິນ​ບອກ​ວ່າ: “ພວກ​ເຈົ້າ​ໄດ້​ມາ​ລ້າໆ ກໍ​ເອົາ​ໃຫ້​ຄົນ​ອື່ນ​ລ້າໆ.” (ມັດທາຍ 10:7, 8) ເຖິງ​ວ່າ​ບາງ​ຄົນ​ຈະ​ບໍ່​ສົນໃຈ​ຂ່າວ​ດີ ແຕ່​ເຮົາ​ກໍ​ປະກາດ​ຕໍ່​ໄປ​ຍ້ອນ​ເຮົາ​ເຊື່ອຟັງ​ພະ​ເຢໂຫວາ​ແລະ​ຢາກ​ເຮັດ​ໃຫ້​ເພິ່ນ​ມີ​ຄວາມ​ສຸກ.

      ຮຽນ​ຮູ້​ຫຼາຍ​ຂຶ້ນ

      ພະຍານ​ພະ​ເຢໂຫວາ​ເຮັດ​ຫຍັງ​ເພື່ອ​ຈະ​ປະກາດ​ໄປ​ທົ່ວ​ໂລກແລະ​ພະ​ເຢໂຫວາ​ຊ່ວຍ​ເຮົາ​ແນວ​ໃດ.

      ກ. ພະຍານ​ພະ​ເຢໂຫວາ​ໃນ​ປະເທດ​ໂກ​ສະ​ຕາ​ຣິກາ​ປະກາດ​ກັບ​ຜູ້​ຊາຍ​ຄົນ​ໜຶ່ງ​ຢູ່​ເທິງ​ເນີນ​ພູ. ຂ. ພະຍານ​ພະ​ເຢໂຫວາ​ສອງ​ຄູ່​ຢູ່​ປະເທດ​ສະຫະລັດ​ອາເມຣິກາ​ປະກາດ​ກັບ​ຊາວ​ປະມົງ​ຢູ່​ທ່າ​ເຮືອ​ແຫ່ງ​ໜຶ່ງ. ຄ. ພະຍານ​ພະ​ເຢໂຫວາ​ສອງ​ຄົນ​ຢູ່​ປະເທດ​ເບນິນ​ປະກາດ​ກັບ​ຜູ້​ຊາຍ​ຄົນ​ໜຶ່ງ​ຢູ່​ເຂດ​ຊົນນະບົດ. ງ. ພະຍານ​ພະ​ເຢໂຫວາ​ຄົນ​ໜຶ່ງ​ຢູ່​ປະເທດ​ໄທ​ປະກາດ​ກັບ​ຜູ້​ຍິງ​ຄົນ​ໜຶ່ງ​ຢູ່​ຕະຫຼາດ​ນ້ຳ. ຈ. ພະຍານ​ພະ​ເຢໂຫວາ​ສອງ​ຄົນ​ຢູ່​ເກາະ​ແຢັບ​ປະກາດ​ກັບ​ຜູ້​ຍິງ​ຄົນ​ໜຶ່ງ​ທາງ​ໜ້າ​ແຜ່ນ​ຫີນ​ໃຫຍ່. ສ. ພະຍານ​ພະ​ເຢໂຫວາ​ສອງ​ຄົນ​ຢູ່​ປະເທດ​ຊູແອດ​ປະກາດ​ກັບ​ຜູ້​ຍິງ​ຄົນ​ໜຶ່ງ​ໃນ​ໄລຍະ​ທີ່​ມີ​ຫິມະ​ຕົກ.

      ວຽກ​ປະກາດ​ທີ່​ເຮັດ​ຢູ່​ທົ່ວ​ໂລກ: (ກ) ກົດ​ສະ​ຕາ​ຣິກາ (ຂ) ສະຫະລັດ​ອາເມຣິກາ (ຄ) ເບນິນ (ງ) ໄທ (ຈ) ເກາະ​ແຢັບ (ສ) ສະວີເດນ

      4. ເຮົາ​ພະຍາຍາມ​ທີ່​ຈະ​ໄປ​ຫາ​ທຸກ​ຄົນ

      ພະຍານ​ພະ​ເຢໂຫວາ​ພະຍາຍາມ​ເຮັດ​ທຸກ​ຢ່າງ​ເພື່ອ​ໃຫ້​ຂ່າວ​ດີ​ໄປ​ເຖິງ​ທຸກ​ຄົນບໍ່​ວ່າ​ເຂົາເຈົ້າ​ຈະ​ຢູ່​ບ່ອນ​ໃດ. ເປີດ​ວິດີໂອ ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳ​ຖາມ​ຕໍ່​ໄປ​ນີ້:

      ວິດີໂອ: ປະກາດ “ຈົນ​ຮອດ​ສຸດ​ຂອບ​ໂລກ” (7:33)

      • ຈາກ​ວິດີໂອ ເຮົາ​ເຫັນ​ວ່າ​ພະຍານ​ພະ​ເຢໂຫວາ​ພະຍາຍາມ​ໄປ​ປະກາດ​ທຸກ​ບ່ອນ ມີ​ຫຍັງ​ແດ່​ທີ່​ເຈົ້າ​ຮູ້ສຶກ​ປະທັບໃຈ?

      ອ່ານ​ມັດທາຍ 22:39 ແລະ​ໂຣມ 10:13-15 ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳ​ຖາມຕໍ່​ໄປ​ນີ້:

      • ເປັນ​ຫຍັງ​ການ​ປະກາດ​ຈຶ່ງ​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ຮັກ​ຄົນ​ອື່ນ​ແທ້ໆ?

      • ພະ​ເຢໂຫວາ​ຮູ້ສຶກ​ແນວ​ໃດ​ກັບ​ຄົນ​ທີ່​ປະກາດ​ຂ່າວ​ດີ?—ເບິ່ງ​ຂໍ້ 15

      5. ເຮົາ​ເປັນ​ເພື່ອນ​ຮ່ວມ​ງານ​ຂອງ​ພະເຈົ້າ

      ຫຼາຍ​ຄົນ​ເລົ່າ​ເລື່ອງ​ທີ່​ເຮັດ​ໃຫ້​ຮູ້​ວ່າ​ພະ​ເຢໂຫວາ​ກຳລັງ​ເບິ່ງແຍງ​ວຽກ​ປະກາດ​ຢູ່. ຕົວຢ່າງ​ເຊັ່ນ ຕອນ​ບ່າຍ​ມື້​ໜຶ່ງ​ຢູ່​ປະເທດ​ນິວຊີແລນ ພີ່ນ້ອງ​ຊາຍ​ທີ່​ຊື່​ພໍລ໌​ໄປ​ປະກາດ​ຕາມ​ບ້ານ​ເຮືອນ. ລາວ​ໄດ້​ເຈິ​ກັບ​ຜູ້​ຍິງ​ຄົນ​ໜຶ່ງ​ທີ່​ໄດ້​ອະທິດຖານ​ເຖິງ​ພະ​ເຢໂຫວາ​ໃນ​ຕອນ​ເຊົ້າ. ຜູ້​ຍິງ​ຄົນ​ນັ້ນ​ເອີ້ນ​ຊື່​ຂອງ​ເພິ່ນ​ໃນ​ຄຳ​ອະທິດຖານ​ແລະ​ຂໍ​ໃຫ້​ມີ​ໃຜ​ຈັກ​ຄົນ​ໜຶ່ງ​ມາ​ຫາ. ພີ່ນ້ອງ​ພໍລ໌​ເວົ້າ​ວ່າ “ແລ້ວ​ຂ້ອຍ​ກໍ​ມາ​ປະກາດ​ຢູ່​ເຮືອນ​ຂອງ​ລາວ​ຫຼັງ​ຈາກ​ທີ່​ລາວ​ອະທິດຖານ​ຜ່ານ​ໄປ​ພຽງ​ແຕ່​ສາມ​ຊົ່ວໂມງ.”

      ອ່ານ 1 ໂກຣິນໂທ 3:9 ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳ​ຖາມ​ຕໍ່​ໄປ​ນີ້:

      • ເປັນ​ຫຍັງ​ເລື່ອງ​ທີ່​ເກີດຂຶ້ນ​ໃນ​ປະເທດ​ນິວຊີແລນ​ແລະ​ໃນ​ອີກ​ຫຼາຍໆ​ບ່ອນ ເຮັດ​ໃຫ້​ເຮົາ​ໝັ້ນໃຈ​ວ່າ​ພະ​ເຢໂຫວາ​ເບິ່ງແຍງ​ວຽກ​ປະກາດ​ຢູ່?

      ອ່ານ​ກິດຈະການ 1:8 ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳ​ຖາມ​ຕໍ່​ໄປ​ນີ້:

      • ເພື່ອ​ຈະ​ເຮັດ​ວຽກ​ປະກາດ​ໄດ້​ສຳເລັດ ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໃຫ້​ພະ​ເຢໂຫວາ​ຊ່ວຍ?

      ເຈົ້າ​ຮູ້​ບໍ?

      ເຮົາ​ມີ​ການ​ປະຊຸມ​ກາງ​ອາທິດ​ເປັນ​ປະຈຳ ການ​ປະຊຸມ​ນີ້​ຈະ​ຊ່ວຍ​ຝຶກ​ເຮົາ​ໃຫ້​ປະກາດ​ເກັ່ງ​ຂຶ້ນ. ຖ້າ​ເຈົ້າ​ເຄີຍ​ໄປ​ປະຊຸມ​ກາງ​ອາທິດ​ແລ້ວ ເຈົ້າ​ຄິດ​ແນວ​ໃດ​ກັບ​ການ​ຝຶກ​ອົບຮົມ​ແບບ​ນີ້?

      ຜູ້​ຊາຍ​ຄົນ​ໜຶ່ງ​ກຳລັງ​ລົມ​ກັບ​ພະຍານ​ພະ​ເຢໂຫວາ​ສອງ​ຄົນ​ທີ່​ກຳລັງ​ປະກາດ​ຢູ່​ບ່ອນ​ສາທາລະນະ.

      6. ເຮົາ​ເຊື່ອຟັງ​ຄຳ​ສັ່ງ​ຂອງ​ພະເຈົ້າ​ທີ່​ໃຫ້​ໄປ​ປະກາດ

      ໃນ​ສະຕະວັດ​ທຳອິດ​ມີ​ບາງ​ຄົນ​ພະຍາຍາມ​ຫ້າມ​ລູກສິດ​ຂອງ​ພະ​ເຢຊູ​ບໍ່​ໃຫ້​ປະກາດ. ຄລິດສະຕຽນ​ລຸ້ນ​ທຳອິດ​ເລີຍ​ປົກປ້ອງ​ສິດ​ໃນ​ການ​ປະກາດ​ຂອງ​ເຂົາເຈົ້າ​ໂດຍ “ເຮັດ​ໃຫ້​ການ​ປະກາດ​ຂ່າວ​ດີ​ເປັນ​ທີ່​ຍອມຮັບ​ຕາມ​ກົດໝາຍ.” (ຟີລິບປອຍ 1:7) ພະຍານ​ພະ​ເຢໂຫວາ​ໃນ​ທຸກ​ມື້​ນີ້​ກໍ​ເຮັດ​ແບບ​ດຽວ​ກັນ.a

      ເປີດ​ວິດີໂອ.

      ວິດີໂອ: ເຮັດ​ໃຫ້​ການ​ປະກາດ​ຂ່າວ​ດີ​ເປັນ​ທີ່​ຍອມຮັບ​ຕາມ​ກົດໝາຍ (2:28)

      ອ່ານ​ກິດຈະການ 5:27-42 ແລ້ວ​ລົມ​ກັນ​ກ່ຽວກັບຄຳ​ຖາມ​ຕໍ່​ໄປ​ນີ້:

      • ເປັນ​ຫຍັງ​ເຮົາ​ຈຶ່ງ​ບໍ່​ເຊົາ​ປະກາດ?—ເບິ່ງ​ຂໍ້ 29, 38 ແລະ 39

      ບາງ​ຄົນ​ອາດ​ຖາມ​ວ່າ: “ເປັນ​ຫຍັງ​ພະຍານ​ພະ​ເຢໂຫວາ​ຕ້ອງ​ໄປ​ເຜີຍ​ແຜ່​ຕາມ​ເຮືອນ?”

      • ຖ້າ​ມີ​ຄົນ​ຖາມ​ແບບ​ນີ້ ເຈົ້າ​ຈະ​ຕອບ​ແນວ​ໃດ?

      ສະຫຼຸບ

      ພະ​ເຢຊູ​ສັ່ງ​ລູກສິດ​ຂອງ​ເພິ່ນ​ໃຫ້​ປະກາດຂ່າວ​ດີ​ກັບ​ຄົນ​ທຸກ​ຊາດ. ພະ​ເຢໂຫວາກຳລັງ​ຊ່ວຍ​ຄົນ​ຂອງ​ເພິ່ນ​ໃຫ້​ເຮັດ​ວຽກ​ນີ້.

      ຄຳ​ຖາມ​ທົບທວນ

      • ມີ​ການ​ປະກາດ​ຂ່າວ​ດີ​ໄປ​ທົ່ວ​ໂລກ​ແນວ​ໃດ?

      • ເປັນ​ຫຍັງ​ການ​ປະກາດ​ຈຶ່ງ​ສະແດງໃຫ້​ເຫັນ​ວ່າ​ເຮົາ​ຮັກ​ຄົນ​ອື່ນ​ແທ້ໆ?

      • ເຈົ້າ​ຄິດ​ວ່າ​ວຽກ​ປະກາດ​ຈະ​ເຮັດ​ໃຫ້ເຮົາ​ມີ​ຄວາມ​ສຸກ​ບໍ? ເປັນ​ຫຍັງ​ຈຶ່ງຄິດ​ແບບ​ນັ້ນ?

      ສິ່ງ​ທີ່​ເຈົ້າ​ເຮັດ​ໄດ້

      ເບິ່ງ​ເພີ່ມເຕີມ

      ມາ​ເບິ່ງ​ວ່າ​ພະຍານ​ພະ​ເຢໂຫວາປະກາດ​ໃນ​ເມືອງ​ໃຫຍ່​ແນວ​ໃດ.

      ການ​ປະກາດ​ສາທາລະນະ​ໃນເມືອງ​ໃຫຍ່​ແບບ​ພິເສດ​ໃນ​ປາຣີ (5:11)

      ພະຍານ​ພະ​ເຢໂຫວາ​ເຮັດ​ຫຍັງເພື່ອ​ຊ່ວຍ​ຜູ້​ລີ້ໄພ?

      ຊ່ວຍ​ເຫຼືອ​ຜູ້​ລີ້ໄພ​ທີ່​ຕ້ອງການ​ຮູ້​ຈັກ​ພະເຈົ້າ (5:59)

      ລອງ​ມາ​ຟັງ​ວ່າ​ເປັນ​ຫຍັງ​ພີ່ນ້ອງ​ຍິງ​ຄົນ​ໜຶ່ງ​ຈຶ່ງ​ມີ​ຄວາມ​ສຸກ​ຫຼາຍ​ທີ່​ໄດ້​ທຸ່ມເທ​ຊີວິດ​ໃຫ້​ກັບ​ວຽກ​ປະກາດ.

      ຂ້ອຍ​ດີ​ໃຈ​ທີ່​ເລືອກ​ເຮັດ​ວຽກ​ນີ້ (6:29)

      ມາ​ເບິ່ງ​ວ່າ​ພະຍານ​ພະ​ເຢໂຫວາ​ຊະນະ​ຄະດີ​ສຳຄັນ​ຫຍັງ​ແດ່​ທີ່​ເປັນ​ປະໂຫຍດ​ກັບ​ການ​ປະກາດ​ຂ່າວ​ດີ.

      “ຜູ້​ປະກາດ​ລາຊະອານາຈັກ​ສູ້​ຄະດີ​ໃນ​ສານ” (ລາຊະອານາຈັກ​ຂອງພະເຈົ້າ​ປົກຄອງ​ແລ້ວ! ບົດ​ທີ 13)

      a ພະເຈົ້າ​ເປັນ​ຜູ້​ສັ່ງ​ເຮົາ​ໃຫ້​ປະກາດ. ດັ່ງນັ້ນ ເຮົາ​ທີ່​ເປັນ​ພະຍານ​ພະເຢໂຫວາ​ຈຶ່ງ​ບໍ່​ຈຳເປັນ​ຕ້ອງ​ໄດ້​ຮັບ​ອະນຸຍາດ​ຈາກ​ເຈົ້າ​ໜ້າທີ່​ບ້ານ​ເມືອງເພື່ອ​ຈະ​ປະກາດ​ຂ່າວ​ດີ.

  • ການ​ປົກຄອງ​ຂອງ​ພະເຈົ້າ​ປົກຄອງ​ແລ້ວ!
    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ!—ໄດ້​ຮັບ​ປະໂຫຍດ​ຈາກ​ການ​ຮຽນ​ຄຳພີ​ໄບເບິນ
    • 5. ໂລກ​ປ່ຽນ​ໄປ​ຕັ້ງແຕ່​ປີ 1914

      ເປີດ​ວິດີໂອ.

      ວິດີໂອ: ໂລກ​ປ່ຽນ​ໄປ​ຕັ້ງແຕ່​ປີ 1914 (1:10)

      ພະ​ເຢຊູ​ບອກ​ລ່ວງ​ໜ້າ​ວ່າ​ໂລກ​ຈະ​ເປັນ​ແນວ​ໃດ​ຫຼັງ​ຈາກ​ທີ່​ເພິ່ນ​ເປັນ​ກະສັດ.ອ່ານ​ລູກາ 21:9-11 ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳ​ຖາມ​ຕໍ່​ໄປ​ນີ້:

      • ຈາກ​ຂໍ້​ຄຳພີ​ທີ່​ອ່ານ​ໄປ ມີ​ເຫດການ​ຫຍັງ​ແດ່​ທີ່​ເຈົ້າ​ໄດ້​ເຫັນ​ຫຼື​ເຄີຍ​ໄດ້​ຍິນ?

      ອັກຄະສາວົກ​ໂປໂລ​ບອກ​ວ່າ ໃນ​ໄລຍະ​ສຸດທ້າຍ​ຂອງ​ການ​ປົກຄອງ​ຂອງມະນຸດ ຜູ້​ຄົນ​ຈະ​ມີ​ນິດໄສ​ແນວ​ໃດ. ອ່ານ 2 ຕີໂມທຽວ 3:1-5 ແລ້ວລົມ​ກັນ​ກ່ຽວກັບ​ຄຳ​ຖາມ​ຕໍ່​ໄປ​ນີ້:

      • ເຈົ້າ​ເຫັນ​ວ່າ​ຜູ້​ຄົນ​ໃນ​ທຸກ​ມື້​ນີ້​ມີ​ນິດໄສ​ແນວ​ໃດ​ແດ່?

      ຮູບ: ສາກ​ຈາກ​ວິດີໂອ​ທີ່​ສະແດງ​ເຖິງ​ສະພາບການ​ຂອງ​ໂລກ​ແລະ​ນິດໄສ​ຂອງ​ຜູ້​ຄົນ​ໃນ​ສະໄໝ​ສຸດທ້າຍ. 1. ຜູ້​ນຳ​ທະຫານ​ຄົນ​ໜຶ່ງ​ກຳລັງ​ຍົກ​ມື​ແລະ​ຮ້ອງ​ປຸກ​ໃຈ​ທະຫານ. 2. ຊາກ​ຕຶກ​ຖະຫຼົ່ມ​ຫຼັງ​ຈາກ​ເກີດ​ແຜ່ນດິນ​ໄຫວ. 3. ຍົນ​ທະຫານ. 4. ຝູງ​ຊົນ​ໃສ່​ໜ້າ​ກາກ​ຍ່າງ​ຢູ່​ທາງ​ນອກ. 5. ຕຶກ​ແຝດ​ໃນ​ເມືອງ​ນິວຢອກ​ມີ​ໄຟ​ໄໝ້​ຫຼັງ​ຈາກ​ຖືກ​ຍົນ​ຕຳ​ໂດຍ​ສີ​ມື​ຜູ້​ກໍ່​ການ​ຮ້າຍ. 6. ຜູ້​ຊາຍ​ຄົນ​ໜຶ່ງ​ໃຊ້​ຢາເສບຕິດ. 7. ຜົວ​ຍົກ​ກຳ​ປັ້ນ​ແລະ​ຮ້ອງ​ໃສ່​ເມຍ. 8. ຢາເສບຕິດ​ແລະ​ເຄື່ອງ​ດື່ມ​ມຶນ​ເມົາ​ຫຼາຍ​ຊະນິດ. 9. ຜູ້​ຍິງ​ສອງ​ຄົນ​ແຕ່ງ​ໂຕ​ຫຼູຫຼາ​ແລະ​ໃສ່​ເພັດ​ພອຍ​ກຳລັງ​ເຊວຟີ້. 10. ດີ​ເຈ​ຄົນ​ໜຶ່ງ​ເປີດ​ເພງ​ຢູ່​ຄອນເສີດ​ໃຫ້​ຄົນ​ເຕັ້ນ. 11. ຜູ້​ກໍ່​ການ​ຈະ​ລາ​ຈົນ​ໂຍນ​ລະເບີດ​ຂວດ.

      6. ເຮົາ​ຢາກ​ຈະ​ເຮັດ​ຫຍັງ​ເມື່ອ​ຮູ້​ວ່າ​ການ​ປົກຄອງ​ຂອງ​ພະເຈົ້າ​ປົກຄອງ​ແລ້ວ?

      ອ່ານ​ມັດທາຍ 24:3, 14 ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳ​ຖາມ​ຕໍ່​ໄປ​ນີ້:

      • ມີ​ການ​ເຮັດ​ວຽກ​ສຳຄັນ​ຫຍັງ​ທີ່​ເຮັດ​ໃຫ້​ຮູ້​ວ່າ​ການ​ປົກຄອງ​ຂອງພະເຈົ້າ​ປົກຄອງ​ແລ້ວ?

      • ເຈົ້າ​ຈະ​ມີ​ສ່ວນ​ຮ່ວມ​ໃນ​ວຽກ​ນີ້​ໄດ້​ແນວ​ໃດ?

      ການ​ປົກຄອງ​ຂອງ​ພະເຈົ້າ​ປົກຄອງ​ໃນ​ສະຫວັນ​ແລ້ວ ແລະ​ອີກ​ບໍ່​ດົນ​ການ​ປົກຄອງ​ນີ້​ຈະ​ປົກຄອງ​ທົ່ວ​ທັງ​ໂລກ. ອ່ານ​ເຮັບເຣີ 10:24, 25 ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳ​ຖາມ​ຕໍ່​ໄປ​ນີ້:

      • ເຮົາ​ທຸກ​ຄົນ​ຄວນ​ເຮັດ​ຫຍັງ​ເມື່ອ “ເຫັນ​ວ່າ​ວັນ​ນັ້ນ​ໃກ້​ຈະ​ມາ​ຮອດ​ແລ້ວ”?

      ຮູບ: 1. ນັກສຶກສາ​ຄຳພີ​ໄບເບິນ​ຄົນ​ໜຶ່ງ​ເຂົ້າ​ຮ່ວມ​ການ​ປະຊຸມ​ຂອງ​ພະຍານ​ພະ​ເຢໂຫວາ. 2. ນັກສຶກສາ​ຄົນ​ດຽວ​ກັນ​ນັ້ນ​ປະກາດ​ກັບ​ຄົນ​ຮູ້​ຈັກ.

      ຖ້າ​ເຈົ້າ​ຮູ້​ຫຍັງ​ບາງ​ຢ່າງ​ທີ່​ເປັນ​ປະໂຫຍດ​ແລະ​ອາດ​ຈະ​ຊ່ວຍ​ຊີວິດ​ຄົນ​ອື່ນ​ໄດ້ເຈົ້າ​ຢາກ​ຈະ​ເຮັດ​ຫຍັງ?

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌