ບົດທີ 32
ການປົກຄອງຂອງພະເຈົ້າປົກຄອງແລ້ວ!
ການປົກຄອງຂອງພະເຈົ້າເລີ່ມປົກຄອງໃນສະຫວັນໃນປີ ຄ.ສ 1914 ແລະໃນເວລາດຽວກັນ ການປົກຄອງຂອງມະນຸດກໍມາເຖິງໄລຍະສຸດທ້າຍ. ແຕ່ເຮົາຮູ້ໄດ້ແນວໃດ? ເຮົາຮູ້ເລື່ອງນີ້ໄດ້ຈາກຄຳພະຍາກອນໃນຄຳພີໄບເບິນ ສິ່ງຕ່າງໆທີ່ເກີດຂຶ້ນໃນໂລກ ແລະນິດໄສຂອງຜູ້ຄົນຕັ້ງແຕ່ປີ ຄ.ສ 1914.
1. ຄຳພະຍາກອນໃນຄຳພີໄບເບິນບອກໃຫ້ເຮົາຮູ້ຫຍັງ?
ຄຳພີໄບເບິນບອກໄວ້ໃນປຶ້ມດານີເອນວ່າການປົກຄອງຂອງພະເຈົ້າຈະເລີ່ມປົກຄອງເມື່ອໄລຍະເວລາທີ່ເອີ້ນວ່າ “7 ປີ” ສິ້ນສຸດລົງ. (ດານີເອນ 4:16, 17) ຫຼາຍຮ້ອຍປີຫຼັງຈາກສະໄໝຂອງດານີເອນ ຕອນທີ່ພະເຢຊູຢູ່ໃນໂລກເພິ່ນເອີ້ນໄລຍະເວລາ “7 ປີ” ວ່າ “ເວລາຂອງຄົນຕ່າງຊາດ” ແລະເພິ່ນບອກອີກວ່າໄລຍະເວລານັ້ນຍັງບໍ່ສິ້ນສຸດລົງ. (ລູກາ 21:24) ໃນບົດນີ້ເຮົາຈະໄດ້ຮູ້ວ່າໄລຍະເວລາ “7 ປີ” ໄດ້ຈົບລົງແລ້ວໃນປີ ຄ.ສ 1914.
2. ຕັ້ງແຕ່ປີ 1914 ມີຫຍັງເກີດຂຶ້ນແດ່ແລະນິດໄສຂອງຜູ້ຄົນເປັນແນວໃດ?
ພວກລູກສິດຂອງພະເຢຊູຖາມເພິ່ນວ່າ: “ຈະມີຫຍັງເປັນສັນຍານບອກໃຫ້ຮູ້ວ່າທ່ານກັບມາແລະບອກໃຫ້ຮູ້ວ່າພວກເຮົາຢູ່ໃນສະໄໝສຸດທ້າຍຂອງໂລກນີ້?” (ມັດທາຍ 24:3) ພະເຢຊູຕອບພວກລູກສິດວ່າ ຫຼັງຈາກທີ່ເພິ່ນປົກຄອງເປັນກະສັດໃນການປົກຄອງຂອງພະເຈົ້າທີ່ຢູ່ໃນສະຫວັນຈະມີຫຼາຍຢ່າງເກີດຂຶ້ນ ເຊັ່ນ ສົງຄາມ ການຂາດແຄນອາຫານ ແລະແຜ່ນດິນໄຫວ. (ອ່ານມັດທາຍ 24:7) ຄຳພີໄບເບິນບອກລ່ວງໜ້າອີກວ່າ ນິດໄສຂອງຜູ້ຄົນໃນ “ສະໄໝສຸດທ້າຍ” ຈະເຮັດໃຫ້ມີແຕ່ “ຄວາມຫຍຸ້ງຍາກລຳບາກ.” (2 ຕີໂມທຽວ 3:1-5) ເຫດການຕ່າງໆທີ່ເກີດຂຶ້ນໃນໂລກແລະນິດໄສຂອງຜູ້ຄົນກໍເປັນແບບນັ້ນແທ້ໆຕັ້ງແຕ່ປີ 1914.
3. ຫຼັງຈາກທີ່ການປົກຄອງຂອງພະເຈົ້າເລີ່ມປົກຄອງ ເປັນຫຍັງສະພາບການໃນໂລກຈຶ່ງຮ້າຍແຮງຂຶ້ນ?
ບໍ່ດົນຫຼັງຈາກທີ່ພະເຢຊູເປັນກະສັດໃນການປົກຄອງຂອງພະເຈົ້າ ເພິ່ນກໍເຮັດສົງຄາມໃນສະຫວັນກັບຊາຕານແລະພວກປີສາດ. ແລ້ວຝ່າຍຊາຕານກໍແພ້. ຄຳພີໄບເບິນບອກວ່າ ‘ຊາຕານຖືກຖິ້ມລົງມາໃນໂລກ ແລະທູດສະຫວັນທີ່ຢູ່ຝ່າຍມັນກໍຖືກຖິ້ມລົງມາຄືກັນ.’ (ພະນິມິດ 12:9, 10, 12) ຊາຕານໃຈຮ້າຍຫຼາຍເພາະມັນຮູ້ວ່າອີກບໍ່ດົນມັນຈະຖືກທຳລາຍ. ມັນເລີຍເຮັດໃຫ້ຜູ້ຄົນໃນໂລກຕ້ອງເຈິກັບຄວາມທຸກແລະຄວາມເຈັບປວດ. ນີ້ເຮັດໃຫ້ເຮົາເຂົ້າໃຈວ່າເປັນຫຍັງສະພາບການໃນໂລກຈຶ່ງຮ້າຍແຮງຂຶ້ນຂະໜາດນີ້! ແຕ່ການປົກຄອງຂອງພະເຈົ້າຈະເຮັດໃຫ້ບັນຫາທຸກຢ່າງໝົດໄປ.
ຮຽນຮູ້ຫຼາຍຂຶ້ນ
ເປັນຫຍັງເຮົາຈຶ່ງຮູ້ວ່າການປົກຄອງຂອງພະເຈົ້າເລີ່ມປົກຄອງໃນປີ 1914 ແລະເຮົາຢາກຈະເຮັດຫຍັງເມື່ອຮູ້ເລື່ອງນີ້.
4. ການຄິດໄລ່ເວລາຈາກສິ່ງທີ່ຄຳພີໄບເບິນບອກເຮັດໃຫ້ເຮົາຮູ້ວ່າການປົກຄອງຂອງພະເຈົ້າເລີ່ມປົກຄອງແລ້ວໃນປີ 1914
ພະເຈົ້າເຮັດໃຫ້ເນບູກາດເນັດຊາກະສັດຂອງບາບີໂລນຝັນເຫັນສິ່ງທີ່ຈະເກີດຂຶ້ນໃນອະນາຄົດ. ດານີເອນອະທິບາຍວ່າ ຄວາມຝັນນີ້ກ່ຽວຂ້ອງກັບການປົກຄອງຂອງກະສັດເນບູກາດເນັດຊາແລະກ່ຽວຂ້ອງກັບການປົກຄອງຂອງພະເຈົ້ານຳ.—ອ່ານດານີເອນ 4:17a
ອ່ານດານີເອນ 4:20-26 ແລ້ວເບິ່ງແຜນວາດເພື່ອຕອບຄຳຖາມຕໍ່ໄປນີ້:
(ກ) ກະສັດເນບູກາດເນັດຊາຝັນເຫັນຫຍັງ?—ເບິ່ງຂໍ້ 20 ແລະ 21
(ຂ) ເກີດຫຍັງຂຶ້ນກັບຕົ້ນໄມ້?—ເບິ່ງຂໍ້ 23
(ຄ) ເກີດຫຍັງຂຶ້ນຫຼັງຈາກ “7 ປີ” ສິ້ນສຸດລົງ?—ເບິ່ງຂໍ້ 26
ຕົ້ນໄມ້ໃນຄວາມຝັນກ່ຽວຂ້ອງກັບການປົກຄອງຂອງພະເຈົ້າແນວໃດ
ຄຳພະຍາກອນ (ດານີເອນ 4:20-36)
ການປົກຄອງ
(ກ) ຕົ້ນໄມ້ໃຫຍ່
ການປົກຄອງສິ້ນສຸດລົງ
(ຂ) ‘ຕັດຕົ້ນໄມ້ໃຫ້ລົ້ມລົງ’ ແລະປ່ອຍໄວ້ “ຈົນຮອດ 7 ປີ”
ເລີ່ມການປົກຄອງອີກເທື່ອໜຶ່ງ
(ຄ) “ທ່ານກໍຈະໄດ້ອານາຈັກຄືນມາ”
ຄຳພະຍາກອນເກີດຂຶ້ນແທ້ເທື່ອທຳອິດ . . .
(ງ) ຕົ້ນໄມ້ໝາຍເຖິງໃຜ?—ເບິ່ງຂໍ້ 22
(ຈ) ການປົກຄອງຂອງກະສັດເນບູກາດເນັດຊາສິ້ນສຸດລົງແນວໃດ?—ອ່ານດານີເອນ 4:29-33
(ສ) ເກີດຫຍັງຂຶ້ນກັບກະສັດເນບູກາດເນັດຊາຫຼັງຈາກຄົບ “7 ປີ”?—ອ່ານດານີເອນ 4:34-36
ຄຳພະຍາກອນເກີດຂຶ້ນແທ້ເທື່ອທຳອິດ
ການປົກຄອງ
(ງ) ເນບູກາດເນັດຊາກະສັດຂອງບາບີໂລນ
ການປົກຄອງສິ້ນສຸດລົງ
(ຈ) ຫຼັງຈາກປີ 606 ກ່ອນ ຄ.ສ ກະສັດເນບູກາດເນັດຊາເສຍສະຕິແລະບໍ່ສາມາດປົກຄອງໄດ້ເປັນເວລາ 7 ປີ
ເລີ່ມການປົກຄອງອີກເທື່ອໜຶ່ງ
(ສ) ກະສັດເນບູກາດເນັດຊາກັບມາເປັນປົກກະຕິແລະປົກຄອງອີກເທື່ອໜຶ່ງ
ຄຳພະຍາກອນເກີດຂຶ້ນແທ້ເທື່ອທີສອງເຊິ່ງຍິ່ງໃຫຍ່ກວ່າ . . .
(ຊ) ຕົ້ນໄມ້ໝາຍເຖິງໃຜ?—ອ່ານ 1 ຂ່າວຄາວ 29:23
(ຍ) ການປົກຄອງຂອງກະສັດຄົນອິດສະຣາເອນທີ່ເປັນຕົວແທນຂອງພະເຈົ້າສິ້ນສຸດລົງຕອນໃດ? ເຮົາຮູ້ໄດ້ແນວໃດວ່າຕອນທີ່ພະເຢຊູຢູ່ໃນໂລກກໍບໍ່ມີການປົກຄອງຂອງກະສັດຄົນອິດສະຣາເອນທີ່ເປັນຕົວແທນຂອງພະເຈົ້າ?—ອ່ານລູກາ 21:24
(ດ) ພະເຢຊູເລີ່ມປົກຄອງໃນການປົກຄອງຂອງພະເຈົ້າຕອນໃດແລະເພິ່ນຈະປົກຄອງຈາກໃສ?
ຄຳພະຍາກອນເກີດຂຶ້ນແທ້ເທື່ອທີສອງເຊິ່ງຍິ່ງໃຫຍ່ກວ່າ
ການປົກຄອງ
(ຊ) ກະສັດອິດສະຣາເອນທີ່ເປັນຕົວແທນຂອງພະເຈົ້າ
ການປົກຄອງສິ້ນສຸດລົງ
(ຍ) ເມືອງເຢຣູຊາເລັມຖືກທຳລາຍ ບໍ່ມີເຊື້ອສາຍກະສັດຄົນອິດສະຣາເອນປົກຄອງເປັນເວລາ 2.520 ປີ
ເລີ່ມການປົກຄອງອີກເທື່ອໜຶ່ງ
(ດ) ພະເຢຊູເລີ່ມປົກຄອງເປັນກະສັດໃນການປົກຄອງຂອງພະເຈົ້າທີ່ຢູ່ໃນສະຫວັນ
ໄລຍະເວລາ 7 ປີດົນປານໃດ?
ຂໍ້ຄຳພີບາງຂໍ້ຈະຊ່ວຍໃຫ້ເຮົາເຂົ້າໃຈຂໍ້ຄຳພີອື່ນໆຫຼາຍຂຶ້ນ. ຕົວຢາງເຊັ່ນ ປຶ້ມພະນິມິດບອກວ່າສາມປີເຄິ່ງເທົ່າກັບ 1.260 ມື້. (ພະນິມິດ 12:6, 14) ດັ່ງນັ້ນ ເຈັດປີຈຶ່ງເປັນສອງເທົ່າຂອງສາມປີເຄິ່ງຈະເທົ່າກັບ 2.520 ມື້. ໃນຄຳພີໄບເບິນບາງເທື່ອຄຳວ່າ “ມື້” ໝາຍເຖິງ “ປີ.” (ເອເຊກຽນ 4:6) ເພາະສະນັ້ນ ໄລຍະເວລາ “7 ປີ” ທີ່ເວົ້າເຖິງໃນປຶ້ມດານີເອນກໍຕ້ອງເທົ່າກັບ 2.520 ປີ.
5. ໂລກປ່ຽນໄປຕັ້ງແຕ່ປີ 1914
ພະເຢຊູບອກລ່ວງໜ້າວ່າໂລກຈະເປັນແນວໃດຫຼັງຈາກທີ່ເພິ່ນເປັນກະສັດ.ອ່ານລູກາ 21:9-11 ແລ້ວລົມກັນກ່ຽວກັບຄຳຖາມຕໍ່ໄປນີ້:
ຈາກຂໍ້ຄຳພີທີ່ອ່ານໄປ ມີເຫດການຫຍັງແດ່ທີ່ເຈົ້າໄດ້ເຫັນຫຼືເຄີຍໄດ້ຍິນ?
ອັກຄະສາວົກໂປໂລບອກວ່າ ໃນໄລຍະສຸດທ້າຍຂອງການປົກຄອງຂອງມະນຸດ ຜູ້ຄົນຈະມີນິດໄສແນວໃດ. ອ່ານ 2 ຕີໂມທຽວ 3:1-5 ແລ້ວລົມກັນກ່ຽວກັບຄຳຖາມຕໍ່ໄປນີ້:
ເຈົ້າເຫັນວ່າຜູ້ຄົນໃນທຸກມື້ນີ້ມີນິດໄສແນວໃດແດ່?
6. ເຮົາຢາກຈະເຮັດຫຍັງເມື່ອຮູ້ວ່າການປົກຄອງຂອງພະເຈົ້າປົກຄອງແລ້ວ?
ອ່ານມັດທາຍ 24:3, 14 ແລ້ວລົມກັນກ່ຽວກັບຄຳຖາມຕໍ່ໄປນີ້:
ມີການເຮັດວຽກສຳຄັນຫຍັງທີ່ເຮັດໃຫ້ຮູ້ວ່າການປົກຄອງຂອງພະເຈົ້າປົກຄອງແລ້ວ?
ເຈົ້າຈະມີສ່ວນຮ່ວມໃນວຽກນີ້ໄດ້ແນວໃດ?
ການປົກຄອງຂອງພະເຈົ້າປົກຄອງໃນສະຫວັນແລ້ວ ແລະອີກບໍ່ດົນການປົກຄອງນີ້ຈະປົກຄອງທົ່ວທັງໂລກ. ອ່ານເຮັບເຣີ 10:24, 25 ແລ້ວລົມກັນກ່ຽວກັບຄຳຖາມຕໍ່ໄປນີ້:
ເຮົາທຸກຄົນຄວນເຮັດຫຍັງເມື່ອ “ເຫັນວ່າວັນນັ້ນໃກ້ຈະມາຮອດແລ້ວ”?
ຖ້າເຈົ້າຮູ້ຫຍັງບາງຢ່າງທີ່ເປັນປະໂຫຍດແລະອາດຈະຊ່ວຍຊີວິດຄົນອື່ນໄດ້ເຈົ້າຢາກຈະເຮັດຫຍັງ?
ບາງຄົນອາດຖາມວ່າ: “ເປັນຫຍັງພະຍານພະເຢໂຫວາຈຶ່ງບອກວ່າປີ 1914 ເປັນປີທີ່ສຳຄັນ?”
ຖ້າມີຄົນຖາມແບບນີ້ ເຈົ້າຈະຕອບແນວໃດ?
ສະຫຼຸບ
ຄຳພະຍາກອນໃນຄຳພີໄບເບິນ ການຄິດໄລ່ເວລາຈາກສິ່ງທີ່ຄຳພີໄບເບິນບອກ ແລະເຫດການຕ່າງໆທີ່ເກີດຂຶ້ນເຮັດໃຫ້ໝັ້ນໃຈວ່າການປົກຄອງຂອງພະເຈົ້າປົກຄອງແລ້ວ. ເຮົາເຊື່ອວ່າການປົກຄອງຂອງພະເຈົ້າປົກຄອງແລ້ວ ເຮົາເລີຍປະກາດເລື່ອງການປົກຄອງຂອງເພິ່ນແລະເຂົ້າຮ່ວມປະຊຸມເປັນປະຈຳ.
ຄຳຖາມທົບທວນ
ປຶ້ມດານີເອນບອກລ່ວງໜ້າວ່າຈະເກີດຫຍັງຂຶ້ນຫຼັງຈາກ “7 ປີ” ສິ້ນສຸດລົງ?
ອັນໃດເຮັດໃຫ້ເຈົ້າໝັ້ນໃຈວ່າການປົກຄອງຂອງພະເຈົ້າເລີ່ມປົກຄອງໃນປີ 1914?
ເຈົ້າຈະເຮັດຫຍັງເພື່ອສະແດງໃຫ້ເຫັນວ່າ ເຈົ້າເຊື່ອວ່າການປົກຄອງຂອງພະເຈົ້າປົກຄອງແລ້ວໃນຕອນນີ້?
ເບິ່ງເພີ່ມເຕີມ
ນັກປະຫວັດສາດແລະຄົນອື່ນໆບອກວ່າໂລກປ່ຽນໄປແນວໃດຕັ້ງແຕ່ປີ 1914.
“ເມື່ອສິນລະທຳເສື່ອມລົງຢ່າງໜ້າຕົກໃຈ” (ຕື່ນເຖີດ! ເດືອນເມສາ ປີ 2007)
ຄຳພະຍາກອນໃນມັດທາຍ 24:14 ປ່ຽນຊີວິດຂອງຜູ້ຊາຍຄົນໜຶ່ງແນວໃດ.
“ຂ້ອຍຮັກເບດສ໌ບອນຫຼາຍກວ່າທຸກສິ່ງ!” (ຫໍສັງເກດການສະບັບທີ 3 ປີ 2017)
ເຮົາຮູ້ໄດ້ແນວໃດວ່າຄຳພະຍາກອນໃນດານີເອນບົດ 4 ກ່ຽວຂ້ອງກັບການປົກຄອງຂອງພະເຈົ້າ?
“ການປົກຄອງຂອງພະເຈົ້າເລີ່ມປົກຄອງເມື່ອໃດ? (ຕອນ 1)” (ຫໍສັງເກດການ 1 ຕຸລາ 2014)
ອັນໃດເຮັດໃຫ້ຮູ້ວ່າ “7 ປີ” ທີ່ເວົ້າເຖິງໃນດານີເອນບົດ 4 ສິ້ນສຸດລົງໃນປີ 1914?
“ການປົກຄອງຂອງພະເຈົ້າເລີ່ມປົກຄອງເມື່ອໃດ? (ຕອນ 2)” (ຫໍສັງເກດການ 1 ພະຈິກ 2014)
a ເບິ່ງສອງບົດຄວາມສຸດທ້າຍໃນສ່ວນເບິ່ງເພີ່ມເຕີມຂອງບົດນີ້.