ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຮຄ ບົດທີ 39 ໜ້າ 202-206
  • ພະເຈົ້າ​ລະນຶກ​ເຖິງ​ລູກ​ຊາຍ​ຂອງ​ພະອົງ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ພະເຈົ້າ​ລະນຶກ​ເຖິງ​ລູກ​ຊາຍ​ຂອງ​ພະອົງ
  • ຮຽນຈາກຄູຜູ້ຍິ່ງໃຫຍ່
  • ເລື່ອງທີ່ຄ້າຍກັນ
  • ພະເຍຊູມີຊີວິດຢູ່
    ໜັງສືຂອງຂ້ອຍກ່ຽວກັບເລື່ອງໃນພະຄຳພີໄບເບິນ
  • ພະ​ເຢຊູ​ຖືກ​ປຸກ​ໃຫ້​ຄືນ​ມາ​ຈາກ​ຕາຍ
    ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
  • ພະ​ເຍຊູ​ມີ​ຊີວິດ​ຢູ່!
    ບຸລຸດຜູ້ຍິ່ງໃຫຍ່ທີ່ສຸດເທົ່າທີ່ໂລກເຄີຍເຫັນ
  • ເຂົ້າໄປໃນຫ້ອງທີ່ໃສ່ກອນໄວ້
    ໜັງສືຂອງຂ້ອຍກ່ຽວກັບເລື່ອງໃນພະຄຳພີໄບເບິນ
ເບິ່ງຕື່ມ
ຮຽນຈາກຄູຜູ້ຍິ່ງໃຫຍ່
ຮຄ ບົດທີ 39 ໜ້າ 202-206

ບົດ​ທີ 39

ພະເຈົ້າ​ລະນຶກ​ເຖິງ​ລູກ​ຊາຍ​ຂອງ​ພະອົງ

ພະ​ເຍຊູ​ໄຫ້​ເມື່ອ​ລາຊະໂລ​ຫມູ່​ຂອງ​ພະອົງ​ເສຍ​ຊີວິດ. ລູກ​ຄິດ​ວ່າ​ພະ​ເຢໂຫວາ​ເສົ້າໃຈ​ບໍ​ເມື່ອ​ພະ​ເຍຊູ​ທົນ​ທຸກ​ທໍລະມານ​ແລະ​ສິ້ນ​ຊີວິດ?— ຄຳພີ​ໄບເບິນ​ກ່າວ​ວ່າ​ພະເຈົ້າ “ເຄືອງ​ໃຈ” ແລະ​ເຖິງ​ຂັ້ນ “ທຸກ​ໃຈ” ຊ້ຳ​ກັບ​ສິ່ງ​ຕ່າງໆ​ທີ່​ເກີດ​ຂຶ້ນ.—ຄຳເພງ 78:40, 41; ໂຢຮັນ 11:35.

ລູກ​ວາດ​ພາບ​ອອກ​ບໍ​ວ່າ​ພະ​ເຢໂຫວາ​ຮູ້ສຶກ​ເຈັບ​ປວດ​ສ່ຳ​ໃດ​ເມື່ອ​ເຝົ້າ​ເບິ່ງ​ລູກ​ຊາຍ​ຜູ້​ເປັນ​ທີ່​ແພງ​ຫຼາຍ​ສິ້ນ​ຊີວິດ?— ພະ​ເຍຊູ​ໝັ້ນ​ໃຈ​ວ່າ​ພະເຈົ້າ​ຈະ​ບໍ່​ລືມ​ພະອົງ. ຍ້ອນ​ແນວ​ນັ້ນ ຖ້ອຍຄຳ​ສຸດ​ທ້າຍ​ກ່ອນ​ຈະ​ສິ້ນ​ຊີວິດ​ພະອົງ​ຈຶ່ງ​ກ່າວ​ວ່າ: “ພະ​ບິດາ​ເຈົ້າ​ຂ້າ ຂ້າພະເຈົ້າ​ມອບ​ຈິດວິນຍານ [“ຊີວິດ,” ລ.ມ.] ຂອງ​ຂ້າພະເຈົ້າ​ໄວ້​ໃນ​ມື​ຂອງ​ພະເຈົ້າ.”—ລືກາ 23:46.

ພະ​ເຍຊູ​ມີ​ຄວາມ​ໝັ້ນ​ໃຈ​ວ່າ​ພະອົງ​ຈະ​ຖືກ​ປຸກ​ໃຫ້​ຟື້ນ​ຄືນ​ມາ​ຈາກ​ຕາຍ ຄື​ພະອົງ​ຈະ​ບໍ່​ຖືກ​ປະ​ໄວ້​ໃນ “ແດນ​ມໍ​ລະ​ນາ” ຫຼື​ຂຸມ​ຝັງ​ສົບ. ຫຼັງ​ຈາກ​ທີ່​ພະ​ເຍຊູ​ຖືກ​ປຸກ​ໃຫ້​ຟື້ນ​ຄືນ​ມາ​ຈາກ​ຕາຍ​ແລ້ວ ອັກຄະສາວົກ​ເປໂຕ​ໄດ້​ຍົກ​ຂໍ້​ຄວາມ​ທີ່​ຂຽນ​ເຖິງ​ພະ​ເຍຊູ​ໃນ​ຄຳພີ​ໄບເບິນ​ເຊິ່ງ​ກ່າວ​ວ່າ: “ພະອົງ​ບໍ່​ເປັນ​ທີ່​ປະ​ໄວ້​ໃນ​ບ່ອນ​ທີ່​ຕາ​ບໍ່​ເຫັນ [ແດນ​ມໍ​ລະ​ນາ] ແລະ​ເນື້ອ​ຕົວ​ແຫ່ງ​ພະອົງ​ບໍ່​ເຫັນ​ຄວາມ​ເປື່ອຍ​ເນົ່າ.” (ກິດຈະການ 2:31, ທ.ປ.; ຄຳເພງ 16:10) ຮ່າງກາຍ​ຂອງ​ພະ​ເຍຊູ​ບໍ່​ໄດ້​ຢູ່​ໃນ​ຂຸມ​ຝັງ​ສົບ​ດົນ​ພໍ​ທີ່​ຈະ​ເນົ່າ​ເປື່ອຍ​ແລະ​ມີ​ກິ່ນ​ເໝັນ.

ເມື່ອ​ຢູ່​ເທິງ​ແຜ່ນດິນ​ໂລກ ພະ​ເຍຊູ​ແມ່ນ​ແຕ່​ບອກ​ພວກ​ສາວົກ​ວ່າ​ພະອົງ​ຈະ​ຕາຍ​ບໍ່​ດົນ. ພະອົງ​ອະທິບາຍ​ໃຫ້​ຟັງ​ວ່າ​ພະອົງ​ຈະ​ຖືກ “ຂ້າ​ເສຍ ແລະ​ເປັນ​ຄືນ​ມາ​ຈາກ​ຕາຍ​ໃນ​ວັນ​ທີ 3.” (ລືກາ 9:22) ດັ່ງ​ນັ້ນ ທີ່​ຈິງ​ແລ້ວ​ພວກ​ສາວົກ​ບໍ່​ຄວນ​ປະຫຼາດ​ໃຈ​ເມື່ອ​ພະ​ເຍຊູ​ຖືກ​ປຸກ​ໃຫ້​ຟື້ນ​ຄືນ​ມາ​ຈາກ​ຕາຍ. ແຕ່​ພວກ​ເຂົາ​ເຈົ້າ​ປະຫຼາດ​ໃຈ​ບໍ?— ໃຫ້​ເຮົາ​ມາ​ເບິ່ງ​ນຳ​ກັນ.

ຂະນະ​ນັ້ນ​ເປັນ​ເວລາ​ປະມານ​ບ່າຍ​ສາມ​ໂມງ​ຂອງ​ມື້​ວັນ​ສຸກ ເມື່ອ​ຄູ​ຜູ້​ຍິ່ງໃຫຍ່​ສິ້ນ​ຊີວິດ​ຢູ່​ເທິງ​ຫຼັກ​ທໍລະມານ. ທ່ານ​ໂຢເຊບ​ຜູ້​ເປັນ​ຄົນ​ຮັ່ງມີ​ເຊິ່ງ​ເປັນ​ສະມາຊິກ​ຂອງ​ສານ​ຊັນ​ເຮດ​ຣິນ ທັງ​ຍັງ​ເປັນ​ຜູ້​ທີ່​ມີ​ຄວາມ​ເຊື່ອ​ໃນ​ພະ​ເຍຊູ​ຢ່າງ​ບໍ່​ເປີດ​ເຜີຍ. ເມື່ອ​ຮູ້​ວ່າ​ພະ​ເຍຊູ​ຕາຍ​ແລ້ວ ລາວ​ໄດ້​ໄປ​ຫາ​ທ່ານ​ພີລາດ​ເຊິ່ງ​ເປັນ​ເຈົ້າ​ແຂວງ​ຄົນ​ໂລມ. ລາວ​ຂໍ​ອະນຸຍາດ​ນຳ​ທ່ານ​ພີລາດ​ເພື່ອ​ເອົາ​ສົບ​ຂອງ​ພະ​ເຍຊູ​ລົງ​ມາ​ຈາກ​ເສົາ​ທໍລະມານ​ເພື່ອ​ເອົາ​ໄປ​ມ້ຽນ. ຫຼັງ​ຈາກ​ນັ້ນ ທ່ານ​ໂຢເຊບ​ໄດ້​ເອົາ​ສົບ​ຂອງ​ພະ​ເຍຊູ​ໄປ​ສວນ​ທີ່​ມີ​ຖ້ຳ​ເຊິ່ງ​ເປັນ​ບ່ອນ​ມ້ຽນ​ສົບ​ຄົນ​ຕາຍ.

ຫຼັງ​ຈາກ​ທີ່​ມ້ຽນ​ສົບ​ໄວ້​ໃນ​ຖ້ຳ​ແລ້ວ ກໍ​ໄດ້​ກິ້ງ​ຫີນ​ແຜ່ນ​ໃຫຍ່​ມາ​ອັດ​ປາກ​ຖ້ຳ​ໄວ້. ດັ່ງ​ນັ້ນ​ຖ້ຳ​ຈຶ່ງ​ຖືກ​ປິດ​ໄວ້. ບັດ​ນີ້​ເປັນ​ມື້​ທີ​ສາມ ເຊິ່ງ​ແມ່ນ​ວັນ​ອາທິດ. ຕາເວັນ​ຍັງ​ບໍ່​ທັນ​ຂຶ້ນ ດັ່ງ​ນັ້ນ​ຟ້າ​ຈຶ່ງ​ຍັງ​ມືດ​ຢູ່. ມີ​ຄົນ​ເຝົ້າ​ຢູ່​ທີ່​ຖ້ຳ​ນັ້ນ. ພວກ​ປະໂລຫິດ​ໃຫຍ່​ໄດ້​ສົ່ງ​ຄົນ​ໃຫ້​ມາ​ເຝົ້າ. ລູກ​ຮູ້​ບໍ​ວ່າ​ເປັນ​ຫຍັງ?—

ພວກ​ປະໂລຫິດ​ກໍ​ໄດ້​ຍິນ​ເຊັ່ນ​ດຽວ​ກັນ​ທີ່​ພະ​ເຍຊູ​ເວົ້າ​ວ່າ​ພະອົງ​ຈະ​ຖືກ​ປຸກ​ໃຫ້​ຟື້ນ​ຄືນ​ມາ​ຈາກ​ຕາຍ​ໃນ​ມື້​ທີ​ສາມ. ດັ່ງ​ນັ້ນ ເພື່ອ​ປ້ອງກັນ​ບໍ່​ໃຫ້​ພວກ​ສາວົກ​ມາ​ລັກ​ເອົາ​ສົບ ແລ້ວ​ເວົ້າ​ວ່າ​ພະ​ເຍຊູ​ຖືກ​ປຸກ​ໃຫ້​ຟື້ນ​ຄືນ​ມາ​ຈາກ​ຕາຍ ພວກ​ປະໂລຫິດ​ຈຶ່ງ​ໃຫ້​ທະຫານ​ຍາມ​ໄວ້. ທັນທີ​ທັນໃດ ແຜ່ນດິນ​ເລີ່ມ​ສັ່ນ​ສະເທືອນ. ໃນ​ຄວາມ​ມືດ ມີ​ແສງ​ເຫຼື້ອມ. ນັ້ນ​ແມ່ນ​ທູດ​ສະຫວັນ​ຂອງ​ພະ​ເຢໂຫວາ! ພວກ​ທະຫານ​ພາ​ກັນ​ຢ້ານ​ຈົນ​ວ່າ​ເໜັງ​ຕີງ​ບໍ່​ໄດ້. ທູດ​ສະຫວັນ​ໄປ​ທີ່​ຖ້ຳ​ມ້ຽນ​ສົບ​ແລະ​ກິ້ງ​ແຜ່ນ​ຫີນ​ອອກ. ຖ້ຳ​ມ້ຽນ​ສົບ​ວ່າງ​ເປົ່າ!

The guards are frightened when an angel shows them Jesus’ empty tomb

ເປັນ​ຫຍັງ​ຖ້ຳ​ຈຶ່ງ​ວ່າງ​ເປົ່າ? ເກີດ​ຫຍັງ​ຂຶ້ນ?

ແມ່ນ​ແລ້ວ ເປັນ​ດັ່ງ​ທີ່​ອັກຄະສາວົກ​ເປໂຕ​ກ່າວ​ໃນ​ພາຍ​ຫຼັງ​ວ່າ: “ພະ​ເຍຊູ​ອົງ​ນີ້​ພະເຈົ້າ​ໄດ້​ກະທຳ​ໃຫ້​ເປັນ​ຄືນ​ມາ​ຈາກ​ຕາຍ.” (ກິດຈະການ 2:32) ພະເຈົ້າ​ເຮັດ​ໃຫ້​ພະ​ເຍຊູ​ກັບ​ມາ​ມີ​ຊີວິດ​ອີກ​ພ້ອມ​ກັບ​ມີ​ຮ່າງກາຍ​ຄື​ກັບ​ທີ່​ພະ​ເຍຊູ​ເຄີຍ​ມີ​ກ່ອນ​ພະອົງ​ມາ​ທີ່​ແຜ່ນດິນ​ໂລກ. ພະອົງ​ຖືກ​ປຸກ​ໃຫ້​ເປັນ​ກາຍ​ວິນຍານ​ແບບ​ດຽວ​ກັບ​ທີ່​ພວກ​ທູດ​ສະຫວັນ​ມີ. (1 ເປໂຕ 3:18) ດັ່ງ​ນັ້ນ ເພື່ອ​ຄົນ​ເຮົາ​ຈະ​ເຫັນ​ພະ​ເຍຊູ​ໄດ້ ພະອົງ​ຕ້ອງ​ເຮັດ​ໃຫ້​ຕົວ​ເອງ​ມີ​ຮ່າງກາຍ​ເປັນ​ເນື້ອ​ໜັງ. ພະອົງ​ເຮັດ​ແນວ​ນັ້ນ​ບໍ?— ໃຫ້​ເຮົາ​ມາ​ເບິ່ງ​ນຳ​ກັນ.

ຕອນ​ນີ້​ຕາເວັນ​ພວມ​ຂຶ້ນ. ພວກ​ທະຫານ​ພາ​ກັນ​ປົບ​ໜີ​ໝົດ​ແລ້ວ. ນາງ​ມາລີ​ຊາວ​ມັກ​ດາລາ​ແລະ​ຜູ້​ຍິງ​ຄົນ​ອື່ນໆ​ທີ່​ເປັນ​ສາວົກ​ຂອງ​ພະ​ເຍຊູ​ກຳລັງ​ພາ​ກັນ​ໄປ​ທີ່​ຖ້ຳ​ມ້ຽນ​ສົບ. ເຂົາ​ເຈົ້າ​ເວົ້າ​ວ່າ: “ໃຜ​ຈະ​ເອົາ​ກ້ອນ​ຫີນ​ກິ້ງ​ອອກ​ຈາກ​ອູບມຸງ​ສຳລັບ​ຫມູ່​ເຮົາ?” (ມາລະໂກ 16:3) ແຕ່​ເມື່ອ​ເຂົາ​ເຈົ້າ​ໄປ​ຮອດ​ຖ້ຳ​ມ້ຽນ​ສົບ​ແລ້ວ ແຜ່ນ​ຫີນ​ໄດ້​ຖືກ​ກິ້ງ​ອອກ​ໄປ​ແລ້ວ ແລະ​ຖ້ຳ​ກໍ​ວ່າງ​ເປົ່າ! ສົບ​ຂອງ​ພະ​ເຍຊູ​ໄດ້​ຫາຍ​ໄປ​ແລ້ວ! ນາງ​ມາລີ​ຊາວ​ມັກດາລາ​ຟ້າວ​ແລ່ນ​ອອກ​ໄປ​ຊອກ​ຫາ​ອັກຄະສາວົກ​ບາງ​ຄົນ​ຂອງ​ພະ​ເຍຊູ​ທັນທີ.

ຜູ້​ຍິງ​ຄົນ​ອື່ນໆ​ຍັງ​ຢູ່​ທີ່​ຖ້ຳ​ມ້ຽນ​ສົບ. ເຂົາ​ເຈົ້າ​ພາ​ກັນ​ສົງໄສ​ວ່າ: ‘ສົບ​ຂອງ​ພະ​ເຍຊູ​ຢູ່​ໃສ?’ ທັນໃດ​ນັ້ນ ຜູ້​ຊາຍ​ສອງ​ຄົນ​ທີ່​ໃສ່​ເຄື່ອງ​ນຸ່ງ​ເຫຼື້ອມ​ແຈ້ງ​ກໍ​ປາກົດ​ຕົວ. ເຂົາ​ເຈົ້າ​ແມ່ນ​ທູດ​ສະຫວັນ! ເຂົາ​ເຈົ້າ​ເວົ້າ​ກັບ​ພວກ​ຜູ້​ຍິງ​ວ່າ: ‘ເປັນ​ຫຍັງ​ຈຶ່ງ​ມາ​ຊອກ​ຫາ​ພະ​ເຍຊູ​ຢູ່​ບ່ອນ​ນີ້? ພະອົງ​ຟື້ນ​ຄືນ​ມາ​ຈາກ​ຕາຍ​ແລ້ວ. ຈົ່ງ​ຟ້າວ​ໄປ​ບອກ​ພວກ​ສາວົກ​ຂອງ​ພະອົງ​ເຖີ້ນ.’ ລູກ​ຄົງ​ວາດ​ພາບ​ອອກ​ວ່າ​ຜູ້​ຍິງ​ເຫຼົ່າ​ນັ້ນ​ຈະ​ແລ່ນ​ໄວ​ສ່ຳ​ໃດ! ໃນ​ລະຫວ່າງ​ເດີນ​ທາງ​ໄປ ເຂົາ​ເຈົ້າ​ໄດ້​ພົບ​ກັບ​ຜູ້​ຊາຍ​ຄົນ​ໜຶ່ງ. ລູກ​ຮູ້​ບໍ​ວ່າ​ລາວ​ແມ່ນ​ໃຜ?—

ຜູ້​ຊາຍ​ຄົນ​ນັ້ນ​ແມ່ນ​ພະ​ເຍຊູ​ເຊິ່ງ​ແປງ​ກາຍ​ເປັນ​ກາຍ​ເນື້ອ​ໜັງ! ພະອົງ​ເວົ້າ​ກັບ​ພວກ​ຜູ້​ຍິງ​ວ່າ: ‘ຈົ່ງ​ໄປ​ບອກ​ພວກ​ສາວົກ​ຂອງ​ເຮົາ.’ ພວກ​ຜູ້​ຍິງ​ພາ​ກັນ​ຕື່ນ​ເຕັ້ນ. ພວກ​ຜູ້​ຍິງ​ພົບ​ເຫຼົ່າ​ສາວົກ​ແລະ​ບອກ​ເຂົາ​ເຈົ້າ​ວ່າ ‘ພະ​ເຍຊູ​ມີ​ຊີວິດ​ແລ້ວ! ພວກ​ເຮົາ​ເຫັນ​ພະອົງ!’ ນາງ​ມາລີ​ໄດ້​ເລົ່າ​ໃຫ້​ເປໂຕ​ແລະ​ໂຢຮັນ​ຟັງ​ເລື່ອງ​ຖ້ຳ​ມ້ຽນ​ສົບ​ທີ່​ວ່າງ​ເປົ່າ. ຕອນ​ນີ້​ເຂົາ​ເຈົ້າ​ພາ​ກັນ​ໄປ​ຖ້ຳ​ມ້ຽນ​ສົບ​ນັ້ນ ດັ່ງ​ທີ່​ລູກ​ເຫັນ​ໃນ​ຮູບ​ນີ້. ເຂົາ​ເຈົ້າ​ເບິ່ງ​ຜ້າ​ຫໍ່​ສົບ​ຂອງ​ພະ​ເຍຊູ ແຕ່​ເຂົາ​ເຈົ້າ​ຍັງ​ບໍ່​ແນ່​ໃຈ​ວ່າ​ຈະ​ຄິດ​ແນວ​ໃດ. ເຂົາ​ເຈົ້າ​ຢາກ​ເຊື່ອ​ວ່າ​ພະ​ເຍຊູ​ມີ​ຊີວິດ​ອີກ​ຄັ້ງ​ໜຶ່ງ ແຕ່​ມັນ​ເບິ່ງ​ຄື​ວ່າ​ອັດສະຈັນ​ເກີນ​ກວ່າ​ທີ່​ຈະ​ເປັນ​ຄວາມ​ຈິງ.

Peter and John look at the linen cloths that Jesus’ body was wrapped in

ເປໂຕ​ແລະ​ໂຢຮັນ​ອາດ​ຈະ​ກຳລັງ​ຄິດ​ແນວ​ໃດ?

ຕໍ່​ມາ​ໃນ​ວັນ​ອາທິດ​ນັ້ນ​ເອງ ພະ​ເຍຊູ​ປາກົດ​ຕົວ​ແກ່​ສາວົກ​ສອງ​ຄົນ​ເຊິ່ງ​ພວມ​ເດີນ​ທາງ​ໄປ​ຫມູ່​ບ້ານ​ເອມາອຶດ. ພະ​ເຍຊູ​ຍ່າງ​ລົມ​ກັບ​ເຂົາ​ເຈົ້າ ແຕ່​ເຂົາ​ເຈົ້າ​ຈື່​ພະອົງ​ບໍ່​ໄດ້​ເພາະ​ພະອົງ​ບໍ່​ໄດ້​ມີ​ຮ່າງກາຍ​ທີ່​ເປັນ​ເນື້ອ​ໜັງ​ແບບ​ທີ່​ພະອົງ​ເຄີຍ​ມີ​ມາ​ກ່ອນ. ຈົນ​ກະທັ່ງ​ເຂົາ​ເຈົ້າ​ກິນ​ເຂົ້າ​ແລະ​ອະທິດຖານ​ກັບ​ພະອົງ ເຂົາ​ເຈົ້າ​ຈຶ່ງ​ຈື່​ພະອົງ​ໄດ້. ພວກ​ສາວົກ​ພາ​ກັນ​ຕື່ນ​ເຕັ້ນ​ດີ​ໃຈ​ຫຼາຍ​ຈົນ​ຟ້າວ​ເດີນ​ທາງ​ຫຼາຍ​ກິໂລແມັດ​ກັບ​ຄືນ​ເມືອ​ເມືອງ​ເຢຣຶຊາເລມ! ບາງ​ທີ​ອາດ​ບໍ່​ດົນ​ຫຼັງ​ຈາກ​ນີ້ ພະ​ເຍຊູ​ປາກົດ​ຕົວ​ຕໍ່​ເປໂຕ​ເພື່ອ​ໃຫ້​ລາວ​ເຫັນ​ວ່າ​ພະອົງ​ມີ​ຊີວິດ​ຢູ່.

ໃນ​ຕອນ​ແລງ​ຂອງ​ມື້​ວັນ​ອາທິດ​ນັ້ນ ສາວົກ​ຫຼາຍ​ຄົນ​ໄດ້​ເຕົ້າ​ໂຮມ​ກັນ​ຢູ່​ໃນ​ຫ້ອງ. ປະຕູ​ໄດ້​ປິດ​ໃສ່​ໄລ. ທັນໃດ​ນັ້ນ ພະ​ເຍຊູ​ກໍ​ປາກົດ​ຕົວ​ໃນ​ຫ້ອງ​ທີ່​ເຂົາ​ເຈົ້າ​ຢູ່! ຕອນ​ນີ້​ເຂົາ​ເຈົ້າ​ຮູ້​ແລ້ວ​ວ່າ​ຄູ​ຜູ້​ຍິ່ງໃຫຍ່​ມີ​ຊີວິດ​ອີກ​ຄັ້ງ​ໜຶ່ງ. ຂໍ​ໃຫ້​ວາດ​ພາບ​ເບິ່ງ​ວ່າ​ເຂົາ​ເຈົ້າ​ຈະ​ຍິນດີ​ສ່ຳ​ໃດ!—ມັດທາຍ 28:1-15; ລືກາ 24:1-49; ໂຢຮັນ 19:38–20:21.

ລະຫວ່າງ 40 ວັນ ພະ​ເຍຊູ​ໄດ້​ປາກົດ​ຕົວ​ໃນ​ຮ່າງກາຍ​ເນື້ອ​ໜັງ​ທີ່​ແຕກຕ່າງ​ກັນ​ໄປ​ເພື່ອ​ໃຫ້​ພວກ​ສາວົກ​ຮູ້​ວ່າ​ພະອົງ​ມີ​ຊີວິດ​ແລ້ວ. ຈາກ​ນັ້ນ​ພະອົງ​ກໍ​ລາ​ຈາກ​ແຜ່ນດິນ​ໂລກ​ນີ້​ແລະ​ກັບ​ໄປ​ຫາ​ພໍ່​ຂອງ​ພະອົງ​ໃນ​ສະຫວັນ. (ກິດຈະການ 1:9-11) ຈາກ​ນັ້ນ​ບໍ່​ດົນ ພວກ​ສາວົກ​ກໍ​ເລີ່ມ​ບອກ​ທຸກ​ຄົນ​ວ່າ​ພະເຈົ້າ​ປຸກ​ພະ​ເຍຊູ​ໃຫ້​ຟື້ນ​ຄືນ​ມາ​ຈາກ​ຕາຍ. ເຖິງ​ແມ່ນ​ວ່າ​ພວກ​ປະໂລຫິດ​ຈະ​ຂ້ຽນ​ຕີ​ພວກ​ເຂົາ​ເຈົ້າ​ແລະ​ເຮັດ​ໃຫ້​ບາງ​ຄົນ​ຖືກ​ຂ້າ ແຕ່​ເຂົາ​ເຈົ້າ​ກໍ​ຍັງ​ປະກາດ​ຕໍ່​ໄປ. ເຂົາ​ເຈົ້າ​ຮູ້​ວ່າ​ຖ້າ​ຕົນ​ເອງ​ຕາຍ ພະເຈົ້າ​ຈະ​ລະນຶກ​ເຖິງ​ເຂົາ​ເຈົ້າ​ຄື​ກັບ​ທີ່​ພະອົງ​ໄດ້​ລະນຶກ​ເຖິງ​ລູກ​ຊາຍ​ຂອງ​ພະອົງ.

An Easter rabbit and Easter eggs

ໃນ​ໄລຍະ​ເວລາ​ຂອງ​ປີ​ເຊິ່ງ​ພະ​ເຍຊູ​ຖືກ​ປຸກ​ໃຫ້​ຟື້ນ​ຄືນ​ມາ​ຈາກ​ຕາຍ ຫຼາຍ​ຄົນ​ຄິດ​ເຖິງ​ເລື່ອງ​ຫຍັງ? ແຕ່​ລູກ​ຄິດ​ເຖິງ​ເລື່ອງ​ຫຍັງ?

ເຫຼົ່າ​ສາວົກ​ຮຸ່ນ​ທຳອິດ​ຂອງ​ພະ​ເຍຊູ​ຈັ່ງແມ່ນ​ແຕກຕ່າງ​ຫຼາຍ​ຈາກ​ຄົນ​ໃນ​ປັດຈຸບັນ​ນີ້! ຄົນ​ເຫຼົ່າ​ນີ້​ພຽງ​ແຕ່​ຄິດ​ເຖິງ​ເລື່ອງ​ກະຕ່າຍ​ໃນ​ບຸນ​ອິດ​ສະ​ເຕີ​ແລະ​ໄຂ່​ຍ້ອມ​ສີ​ໃນ​ໄລຍະ​ເວລາ​ນັ້ນ​ຂອງ​ປີ​ເມື່ອ​ພະ​ເຍຊູ​ຖືກ​ປຸກ​ໃຫ້​ຟື້ນ​ຄືນ​ມາ​ຈາກ​ຕາຍ. ແຕ່​ຄຳພີ​ໄບເບິນ​ບໍ່​ໄດ້​ບອກ​ຫຍັງ​ກ່ຽວ​ກັບ​ກະຕ່າຍ​ໃນ​ບຸນ​ອິດ​ສະ​ເຕີ​ແລະ​ໄຂ່​ອິດ​ສະ​ເຕີ. ຄຳພີ​ໄບເບິນ​ເວົ້າ​ເຖິງ​ການ​ຮັບໃຊ້​ພະເຈົ້າ.

ເຮົາ​ສາມາດ​ເປັນ​ຄື​ກັບ​ເຫຼົ່າ​ສາວົກ​ຂອງ​ພະ​ເຍຊູ​ໄດ້ ໂດຍ​ການ​ບອກ​ຜູ້​ຄົນ​ວ່າ​ພະເຈົ້າ​ໄດ້​ເຮັດ​ສິ່ງ​ທີ່​ວິເສດ​ເມື່ອ​ພະອົງ​ປຸກ​ຜູ້​ເປັນ​ລູກ​ຊາຍ​ໃຫ້​ຟື້ນ​ຄືນ​ມາ​ຈາກ​ຕາຍ. ເຮົາ​ບໍ່​ຈຳເປັນ​ຕ້ອງ​ຢ້ານ​ກົວ​ເຖິງ​ວ່າ​ເຂົາ​ເຈົ້າ​ເວົ້າ​ວ່າ​ຈະ​ຂ້າ​ເຮົາ. ຖ້າ​ເຮົາ​ຕາຍ ພະ​ເຢໂຫວາ​ຈະ​ລະນຶກ​ເຖິງ​ເຮົາ​ແລະ​ປຸກ​ເຮົາ​ໃຫ້​ຟື້ນ​ຄືນ​ມາ​ຈາກ​ຕາຍ ຄື​ກັບ​ທີ່​ພະອົງ​ປຸກ​ພະ​ເຍຊູ.

ເຮົາ​ດີ​ໃຈ​ແມ່ນ​ບໍ​ທີ່​ຮູ້​ວ່າ​ພະເຈົ້າ​ລະນຶກ​ເຖິງ​ຜູ້​ທີ່​ຮັບໃຊ້​ພະອົງ ແລະ​ເຖິງ​ຂັ້ນ​ຈະ​ປຸກ​ເຂົາ​ເຈົ້າ​ໃຫ້​ຟື້ນ​ຄືນ​ມາ​ຈາກ​ຕາຍ?— ການ​ທີ່​ເຮົາ​ຮູ້​ເລື່ອງ​ເຫຼົ່າ​ນີ້​ຄວນ​ເຮັດ​ໃຫ້​ເຮົາ​ຢາກ​ຮູ້​ວິທີ​ທີ່​ຈະ​ເຮັດ​ໃຫ້​ພະເຈົ້າ​ມີ​ຄວາມ​ສຸກ. ລູກ​ຮູ້​ບໍ​ວ່າ​ເຮົາ​ສາມາດ​ເຮັດ​ໃຫ້​ພະເຈົ້າ​ມີ​ຄວາມ​ສຸກ​ໄດ້​ແທ້ໆ?— ເຮົາ​ຈະ​ເວົ້າ​ເລື່ອງ​ນີ້​ໃນ​ບົດ​ຕໍ່​ໄປ.

ຄວາມ​ເຊື່ອ​ເລື່ອງ​ການ​ຟື້ນ​ຄືນ​ມາ​ຈາກ​ຕາຍ​ຂອງ​ພະ​ເຍຊູ​ຄວນ​ເສີມ​ຄວາມ​ຫວັງ​ຂອງ​ເຮົາ​ໃຫ້​ໝັ້ນຄົງ​ແລະ​ເສີມ​ຄວາມ​ເຊື່ອ​ຂອງ​ເຮົາ​ໃຫ້​ເຂັ້ມແຂງ. ຂໍ​ໃຫ້​ອ່ານ​ພະທຳ​ກິດຈະການ 2:22-36; 4:18-20; ແລະ 1 ໂກລິນໂທ 15:3-8, 20-23.

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌