ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ກຳຈັດ​ການ​ຄິດ​ຫາ​ເຫດຜົນ​ທຸກ​ຢ່າງ​ທີ່​ຂັດ​ກັບ​ຄວາມ​ຮູ້​ກ່ຽວ​ກັບ​ພະເຈົ້າ!
    ຫໍສັງເກດການ (ສຶກສາ)—2019 | ມິຖຸນາ
    • 1. ອັກຄະສາວົກ​ໂປໂລ​ເຕືອນ​ຄລິດສະຕຽນ​ທີ່​ຖືກ​ເຈີມ​ແນວ​ໃດ?

      ອັກຄະສາວົກ​ໂປໂລ​ເຕືອນ​ຄລິດສະຕຽນ​ໃນ​ສະຕະວັດ​ທຳອິດ​ວ່າ “ເຊົາ​ຮຽນ​ແບບ​ຄົນ​ໃນ​ໂລກ​ນີ້.” (ໂລມ 12:2, ລ.ມ.) ເປັນ​ຫຍັງ​ລາວ​ຈຶ່ງ​ເຕືອນ​ກົງໆແບບ​ນັ້ນ​ກັບ​ພີ່​ນ້ອງ​ທີ່​ອຸທິດ​ຕົວ​ແດ່​ພະເຈົ້າ​ແລະ​ຖືກ​ເຈີມ​ດ້ວຍ​ພະລັງ​ບໍລິສຸດ?—ໂລມ 1:7

      2-3. ຊາຕານ​ພະຍາຍາມ​ເຮັດ​ໃຫ້​ເຮົາ​ຖິ້ມ​ພະ​ເຢໂຫວາ​ແນວ​ໃດ ແຕ່​ເຮົາ​ຈະ​ກຳຈັດ “ສິ່ງ​ທີ່​ຝັງ​ຮາກ​ເລິກ” ໃນ​ຄວາມ​ຄິດ​ຂອງ​ເຮົາ​ໄດ້​ແນວ​ໃດ?

      2 ໂປໂລ​ເປັນ​ຫ່ວງ​ຄລິດສະຕຽນ​ບາງ​ຄົນ​ເພາະ​ເຂົາ​ເຈົ້າ​ໄດ້​ຮັບ​ອິດທິພົນ​ຈາກ​ຄວາມ​ຄິດ​ຜິດໆແລະ​ປັດຊະຍາ​ທີ່​ໂລກ​ຊາຕານ​ສົ່ງເສີມ. (ເອເຟ. 4:17-19) ສິ່ງ​ນີ້​ອາດ​ເກີດ​ຂຶ້ນ​ກັບ​ເຮົາ​ກໍ​ໄດ້. ເນື່ອງ​ຈາກ​ຊາຕານ​ເປັນ​ຜູ້​ປົກຄອງ​ໂລກ​ນີ້ ມັນ​ຈຶ່ງ​ສາມາດ​ໃຊ້​ວິທີ​ການ​ຕ່າງໆເພື່ອ​ໂນ້ມນ້າວ​ໃຈ​ເຮົາ​ໃຫ້​ຖິ້ມ​ພະ​ເຢໂຫວາ. ຕົວຢ່າງ: ຖ້າ​ເຮົາ​ເປັນ​ຄົນ​ມັກ​ໃຫຍ່​ໃຝ່​ສູງ ແລະ​ຢາກ​ມີ​ຊື່ສຽງ​ມັນ​ກໍ​ຈະ​ໃຊ້​ສິ່ງ​ນັ້ນ​ມາ​ລໍ້​ໃຈ​ເຮົາ. ມັນ​ອາດ​ພະຍາຍາມ​ໃຊ້​ພູມ​ຫຼັງ ວັດທະນະທຳ ຫຼື​ສິ່ງ​ທີ່​ເຮົາ​ຮຽນ​ຢູ່​ໂຮງ​ຮຽນ​ເພື່ອ​ເຮັດ​ໃຫ້​ເຮົາ​ຄິດ​ແບບ​ມັນ.

  • ກຳຈັດ​ການ​ຄິດ​ຫາ​ເຫດຜົນ​ທຸກ​ຢ່າງ​ທີ່​ຂັດ​ກັບ​ຄວາມ​ຮູ້​ກ່ຽວ​ກັບ​ພະເຈົ້າ!
    ຫໍສັງເກດການ (ສຶກສາ)—2019 | ມິຖຸນາ
  • ກຳຈັດ​ການ​ຄິດ​ຫາ​ເຫດຜົນ​ທຸກ​ຢ່າງ​ທີ່​ຂັດ​ກັບ​ຄວາມ​ຮູ້​ກ່ຽວ​ກັບ​ພະເຈົ້າ!
    ຫໍສັງເກດການ (ສຶກສາ)—2019 | ມິຖຸນາ
    • “ປ່ຽນ​ຄວາມ​ຄິດ​ຂອງ​ເຈົ້າ​ໃໝ່”

      4. ເຮົາ​ໄດ້​ເຮັດ​ການ​ປ່ຽນ​ແປງ​ຫຍັງ​ແດ່​ຕອນ​ທີ່​ຮຽນ​ຄວາມ​ຈິງ​ໃນ​ຄຳພີ​ໄບເບິນ?

      4 ລອງ​ຄິດ​ຄືນ​ເບິ່ງ​ວ່າ​ເຈົ້າ​ໄດ້​ປ່ຽນ​ແປງ​ຫຍັງ​ແດ່​ຕອນ​ທີ່​ຮຽນ​ຄວາມ​ຈິງ​ໃນ​ຄຳພີ​ໄບເບິນ​ແລະ​ຕັດສິນ​ໃຈ​ຮັບໃຊ້​ພະ​ເຢໂຫວາ ຕອນ​ນັ້ນ​ພວກ​ເຮົາ​ຫຼາຍ​ຄົນ​ໄດ້​ເຊົາ​ເຮັດ​ສິ່ງ​ທີ່​ບໍ່​ດີ. (1 ໂກ. 6:9-11) ເຮົາ​ຮູ້ສຶກ​ຂອບໃຈ​ພະ​ເຢໂຫວາ​ຫຼາຍ​ແທ້ໆທີ່​ຊ່ວຍ​ເຮົາ​ໃຫ້​ເຊົາ​ເຮັດ​ໃນ​ສິ່ງ​ເຫຼົ່າ​ນັ້ນ​ໄດ້!

      5. ໃນ​ໂລມ 12:2 ເຮົາ​ຕ້ອງ​ເຮັດ 2 ຢ່າງ​ຫຍັງ​ແດ່?

      5 ແຕ່​ເຮົາ​ບໍ່​ຄວນ​ຮູ້ສຶກ​ວ່າ​ບໍ່​ຈຳເປັນ​ຕ້ອງ​ປ່ຽນ​ແປງ​ຫຍັງ​ອີກ. ເຖິງ​ວ່າ​ເຮົາ​ຈະ​ເຊົາ​ເຮັດ​ຜິດ​ຮ້າຍແຮງ​ກ່ອນ​ຮັບ​ບັບເຕມາ ແຕ່​ເຮົາ​ກໍ​ຕ້ອງ​ຫຼີກ​ລ່ຽງ​ສິ່ງ​ທີ່​ລໍ້​ໃຈ​ເຮົາ​ໃຫ້​ກັບ​ໄປ​ເຮັດ​ຜິດ​ແບບ​ເກົ່າ. ເຮົາ​ຈະ​ຫຼີກ​ລ່ຽງ​ໄດ້​ແນວ​ໃດ? ໂປໂລ​ບອກ​ວ່າ: “ເຊົາ​ຮຽນ​ແບບ​ຄົນ​ໃນ​ໂລກ​ນີ້ ແຕ່​ໃຫ້​ປ່ຽນ​ແປງ​ຕົວ​ເອງ​ໂດຍ​ປ່ຽນ​ຄວາມ​ຄິດ​ຂອງ​ເຈົ້າ​ໃໝ່.” (ໂລມ 12:2, ລ.ມ.) ສະແດງ​ວ່າ​ເຮົາ​ຕ້ອງ​ເຮັດ 2 ຢ່າງ. ທຳອິດ ເຮົາ​ຕ້ອງ “ເຊົາ​ຮຽນ​ແບບ​ຄົນ​ໃນ​ໂລກ​ນີ້” ຫຼື​ບໍ່​ໃຫ້​ໂລກ​ນີ້​ຫຼໍ່ຫຼອມ​ຄວາມ​ຄິດ​ຂອງ​ເຮົາ. ທີ​ສອງ ເຮົາ​ຕ້ອງ “ປ່ຽນ​ແປງ​ຕົວ​ເອງ” ໂດຍ​ປ່ຽນ​ຄວາມ​ຄິດ​ຂອງ​ເຮົາ​ໃໝ່.

      ປ່ຽນ​ແປງ​ຫຼື​ປອມ​ຕົວ?

      ຊາຍ​ໜຸ່ມ​ຄົນ​ໜຶ່ງ​ບໍ່​ໄດ້​ແຖ​ໜວດ​ແລະ​ແຕ່ງ​ໂຕ​ບໍ່​ສຸພາບ ລາວ​ຈັບ​ຮູບ​ຕົວ​ເອງ​ທີ່​ມີ​ຂະໜາດ​ສ່ຳ​ຕົວ​ຈິງ​ເຊິ່ງ​ເປັນ​ຮູບ​ທີ່​ລາວ​ແຖ​ໜວດ ໃສ່​ເສື້ອ​ສຸພາບ​ແລະ​ມັດ​ກາລະ​ວັດ

      ຄຳ​ພາສາ​ເກັຣກ​ທີ່​ແປ​ວ່າ “ປ່ຽນ​ແປງ” ໃນ​ໂລມ 12:2 (ລ.ມ.) ໝາຍ​ເຖິງ​ການ​ປ່ຽນ​ຈາກ​ສິ່ງ​ເກົ່າ​ເປັນ​ສິ່ງ​ໃໝ່ ຄື​ກັບ​ໂຕ​ບົ້ງ​ປ່ຽນ​ເປັນ​ແມງ​ກະເບື້ອ. ການ​ປ່ຽນ​ແປງ​ຕົວ​ເອງ​ແມ່ນ​ການ​ປ່ຽນ​ແປງ​ຕົວ​ຕົນ​ພາຍ​ໃນ ເຊິ່ງ​ໝາຍ​ເຖິງ​ການ​ປ່ຽນ​ລັກສະນະ​ນິດໄສ​ໃໝ່. ແຕ່​ຄຳ​ພາສາ​ເກັຣກ​ທີ່​ແປ​ວ່າ “ປອມ​ຕົວ” ໃນ 2 ໂກລິນໂທ 11:13-15 ໝາຍ​ເຖິງ​ການ​ປ່ຽນ​ແປງ​ແຕ່​ຮູບ​ລັກສະນະ​ພາຍ​ນອກ​ເທົ່າ​ນັ້ນ.

      6. ເຮົາ​ໄດ້​ບົດຮຽນ​ຫຍັງ​ຈາກ​ຄຳ​ເວົ້າ​ຂອງ​ພະ​ເຍຊູ​ໃນ​ມັດທາຍ 12:43-45?

      6 ການ​ປ່ຽນ​ແປງ​ທີ່​ໂປໂລ​ເວົ້າ​ເຖິງ​ບໍ່​ພຽງ​ແຕ່​ເປັນ​ການ​ປ່ຽນ​ແປງ​ພາຍ​ນອກ ແຕ່​ໝາຍ​ເຖິງ​ການ​ປ່ຽນ​ແປງ​ຕົວ​ຕົນ​ພາຍ​ໃນ. (ເບິ່ງ​ຂອບ “ປ່ຽນ​ແປງ​ຫຼື​ປອມ​ຕົວ?”) ເຮົາ​ຕ້ອງ​ປ່ຽນ​ແປງ​ຄວາມ​ຄິດ​ຂອງ​ເຮົາ​ໃໝ່​ເຊິ່ງ​ໝາຍ​ເຖິງ ຄວາມ​ຄິດ ຄວາມ​ຮູ້ສຶກ ແລະ​ຄວາມ​ຕ້ອງການ​ຂອງ​ເຮົາ. ສະນັ້ນ ເຮົາ​ຕ້ອງ​ຖາມ​ຕົວ​ເອງ​ວ່າ ‘ຂ້ອຍ​ປ່ຽນ​ແປງ​ຕົວ​ຕົນ​ພາຍ​ໃນ​ແທ້ໆບໍ​ຫຼື​ຂ້ອຍ​ປ່ຽນ​ແປງ​ພຽງ​ແຕ່​ຕົວ​ຕົນ​ພາຍ​ນອກ​ເພື່ອ​ໃຫ້​ເບິ່ງ​ຄື​ວ່າ​ເປັນ​ຄລິດສະຕຽນ?’ ສອງ​ຢ່າງ​ນີ້​ເປັນ​ເລື່ອງ​ສຳຄັນ. ພະ​ເຍຊູ​ສະແດງ​ໃຫ້​ເຫັນ​ເຖິງ​ສິ່ງ​ທີ່​ເຮົາ​ຕ້ອງ​ເຮັດ​ໃນ​ມັດທາຍ 12:43-45 (ອ່ານ). ຄຳ​ເວົ້າ​ຂອງ​ພະ​ເຍຊູ​ສອນ​ບົດຮຽນ​ທີ່​ສຳຄັນ​ຄື ການ​ກຳຈັດ​ຄວາມ​ຄິດ​ທີ່​ຜິດໆພຽງ​ຢ່າງ​ດຽວ​ຍັງ​ບໍ່​ພໍ ແຕ່​ເຮົາ​ຕ້ອງ​ເອົາ​ຄວາມ​ຄິດ​ຂອງ​ພະເຈົ້າ​ມາ​ໃສ່​ແທນ.

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌