ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຊສຕ ບົດທີ 18
  • ຄລິດສະຕຽນ​ແທ້​ຕ້ອງ​ເປັນ​ແນວ​ໃດ?

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ຄລິດສະຕຽນ​ແທ້​ຕ້ອງ​ເປັນ​ແນວ​ໃດ?
  • ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ!—ໄດ້​ຮັບ​ປະໂຫຍດ​ຈາກ​ການ​ຮຽນ​ຄຳພີ​ໄບເບິນ
  • ຫົວຂໍ້ຍ່ອຍ
  • ເລື່ອງທີ່ຄ້າຍກັນ
  • ຮຽນ​ຮູ້​ຫຼາຍ​ຂຶ້ນ
  • ສະຫຼຸບ
  • ເບິ່ງ​ເພີ່ມເຕີມ
  • ພະຍານ​ພະ​ເຢໂຫວາ​ເປັນ​ຄລິດສະຕຽນ​ແທ້​ບໍ?
    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ!—ໄດ້​ຮັບ​ປະໂຫຍດ​ຈາກ​ການ​ຮຽນ​ຄຳພີ​ໄບເບິນ
  • ທ່ານ​ຈະ​ພົບ​ສາສະໜາ​ແທ້​ໄດ້​ຢ່າງ​ໃດ?
    ພະຜູ້ສ້າງຮຽກຮ້ອງສິ່ງໃດຈາກເຮົາ?
  • ມີ​ການ​ປະກາດ​ຂ່າວ​ດີ​ແນວ​ໃດ?
    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ!—ໄດ້​ຮັບ​ປະໂຫຍດ​ຈາກ​ການ​ຮຽນ​ຄຳພີ​ໄບເບິນ
  • ພະ​ເຢຊູ​ເປັນ​ຄົນ​ແນວ​ໃດ?
    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ!—ໄດ້​ຮັບ​ປະໂຫຍດ​ຈາກ​ການ​ຮຽນ​ຄຳພີ​ໄບເບິນ
ເບິ່ງຕື່ມ
ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ!—ໄດ້​ຮັບ​ປະໂຫຍດ​ຈາກ​ການ​ຮຽນ​ຄຳພີ​ໄບເບິນ
ຊສຕ ບົດທີ 18
ບົດ​ທີ 18. ພະ​ເຢຊູ​ສອນ​ວິທີ​ປະກາດ​ໃຫ້​ລູກສິດ​ແລະ​ສົ່ງ​ເຂົາເຈົ້າ​ໄປ​ປະກາດ​ເປັນ​ຄູ່ໆ.

ບົດ​ທີ 18

ຄລິດສະຕຽນ​ແທ້​ຕ້ອງ​ເປັນ​ແນວ​ໃດ?

ສະບັບພິມ
ສະບັບພິມ
ສະບັບພິມ

ຫຼາຍ​ລ້ານ​ຄົນ​ອ້າງ​ວ່າ​ໂຕເອງ​ເປັນ​ຄລິດສະຕຽນ. ແຕ່​ຄລິດສະຕຽນ​ແຕ່​ລະ​ກຸ່ມ​ພັດ​ມີ​ຄວາມ​ເຊື່ອ​ແລະ​ຄຳສອນ​ທີ່​ແຕກຕ່າງ​ກັນ. ແລ້ວ​ຄລິດສະຕຽນ​ແທ້​ຕ້ອງ​ເປັນ​ແນວ​ໃດ?

1. ຄລິດສະຕຽນ​ໝາຍເຖິງ​ຫຍັງ?

ຄລິດສະຕຽນ​ໝາຍເຖິງ​ຄົນ​ທີ່​ເປັນ​ລູກສິດ ຫຼື​ຄົນ​ທີ່​ຕິດຕາມ​ພະ​ເຢຊູ​ຄລິດ. (ອ່ານ​ກິດຈະການ 11:26) ຄົນ​ທີ່​ເປັນ​ລູກສິດ​ຂອງ​ພະ​ເຢຊູ​ຕ້ອງ​ເຮັດ​ຫຍັງ? ພະ​ເຢຊູ​ບອກ​ວ່າ: “ຖ້າ​ພວກ​ເຈົ້າ​ເຮັດ​ຕາມ​ທີ່​ຂ້ອຍ​ສອນ​ສະເໝີ ພວກ​ເຈົ້າ​ກໍ​ເປັນ​ລູກສິດ​ຂອງ​ຂ້ອຍ​ແທ້ໆ.” (ໂຢຮັນ 8:31) ນີ້​ໝາຍ​ຄວາມ​ວ່າ​ຄົນ​ທີ່​ເປັນ​ຄລິດສະຕຽນ​ແທ້​ຈະ​ເຊື່ອຟັງ​ສິ່ງ​ທີ່​ພະ​ເຢຊູ​ສອນ. ທຸກ​ເທື່ອ​ທີ່​ພະ​ເຢຊູ​ສອນ ເພິ່ນ​ຈະ​ສອນ​ສິ່ງ​ທີ່​ມາ​ຈາກ​ຄຳພີ​ໄບເບິນ ຄລິດສະຕຽນ​ແທ້​ກໍ​ຈະ​ສອນ​ຈາກ​ຄຳພີ​ໄບເບິນ​ຄື​ກັນ.—ອ່ານ​ລູກາ 24:27

2. ຄລິດສະຕຽນ​ແທ້​ເຮັດ​ຫຍັງ​ທີ່​ສະແດງ​ວ່າ​ເຂົາເຈົ້າ​ຮັກ​ກັນ?

ພະ​ເຢຊູ​ບອກ​ລູກສິດ​ຂອງ​ເພິ່ນ​ວ່າ: “ໃຫ້​ພວກ​ເຈົ້າ​ຮັກ​ກັນ​ຄື​ກັບ​ທີ່​ຂ້ອຍ​ຮັກ​ພວກ​ເຈົ້າ.” (ໂຢຮັນ 15:12) ພະ​ເຢຊູ​ໃຫ້​ເວລາ​ກັບ​ພວກ​ລູກສິດ ໃຫ້​ກຳລັງ​ໃຈ​ເຂົາເຈົ້າ ແລະ​ຄອຍ​ຊ່ວຍ​ເຫຼືອ​ເຂົາເຈົ້າ. ເພິ່ນ​ເຖິງຂັ້ນ​ຍອມ​ຕາຍ​ເພື່ອ​ເຂົາເຈົ້າ​ດ້ວຍ​ຊ້ຳ. ນີ້​ເຮັດ​ໃຫ້​ເຫັນ​ວ່າ​ພະ​ເຢຊູ​ຮັກ​ລູກສິດ​ຂອງ​ເພິ່ນ​ຫຼາຍ​ແທ້ໆ. (1 ໂຢຮັນ 3:16) ຄື​ກັບ​ທີ່​ພະ​ເຢຊູ​ໄດ້​ເຮັດ ຄລິດສະຕຽນ​ແທ້​ຈະ​ບໍ່​ພຽງ​ແຕ່​ເວົ້າ​ວ່າ​ຮັກ​ກັນ​ເທົ່າ​ນັ້ນ ແຕ່​ສິ່ງ​ທີ່​ເຂົາເຈົ້າ​ເຮັດ​ຈະ​ສະແດງ​ໃຫ້​ເຫັນ​ວ່າ​ເຂົາເຈົ້າ​ຮັກ​ກັນ​ແທ້ໆ.

3. ຄລິດສະຕຽນ​ແທ້​ເຮັດ​ວຽກ​ທີ່​ສຳຄັນ​ຫຍັງ?

ພະ​ເຢຊູ​ໃຫ້​ລູກສິດ​ຂອງ​ເພິ່ນ​ເຮັດ​ວຽກ​ທີ່​ສຳຄັນ. ‘ເພິ່ນ​ສົ່ງ​ເຂົາເຈົ້າ​ອອກ​ໄປ​ປະກາດ​ເລື່ອງ​ການ​ປົກຄອງ​ຂອງ​ພະເຈົ້າ.’ (ລູກາ 9:2) ຄລິດສະຕຽນ​ລຸ້ນ​ທຳອິດ​ບໍ່​ໄດ້​ປະກາດ​ແລະ​ສອນ​ພຽງ​ແຕ່​ໃນ​ບ່ອນ​ປະຊຸມ​ຂອງ​ໂຕເອງ​ເທົ່າ​ນັ້ນ ແຕ່​ໄປ​ປະກາດ​ແລະ​ສອນ​ໃນ​ບ່ອນ​ສາທາລະນະ​ແລະ​ໄປ​ຕາມ​ເຮືອນ​ນຳ. (ອ່ານ​ກິດຈະການ 5:42; 17:17) ໃນ​ທຸກ​ມື້​ນີ້ ຄລິດສະຕຽນ​ກໍ​ໄປ​ປະກາດ​ແລະ​ສອນ​ຄຳພີ​ໄບເບິນ​ໃນ​ທຸກ​ບ່ອນ​ທີ່​ພົບ​ຜູ້​ຄົນ. ເຂົາເຈົ້າ​ຍິນດີ​ໃຊ້​ເວລາ​ແລະ​ກຳລັງ​ເພື່ອ​ປະກາດ​ແລະ​ສອນ​ເລື່ອງ​ທີ່​ເຮັດ​ໃຫ້​ມີ​ຄວາມ​ຫວັງ​ແລະ​ກຳລັງ​ໃຈ​ຈາກ​ຄຳພີ​ໄບເບິນ. ເຂົາເຈົ້າ​ເຮັດ​ແບບ​ນັ້ນ​ກໍ​ຍ້ອນ​ວ່າ​ຮັກ​ຄົນ​ອື່ນ.—ມາຣະໂກ 12:31

ຮຽນ​ຮູ້​ຫຼາຍ​ຂຶ້ນ

ຄລິດສະຕຽນ​ແທ້​ຕ່າງ​ຈາກ​ຄົນ​ທີ່​ບໍ່​ໄດ້​ເຮັດ​ຕາມຕົວຢ່າງ​ແລະ​ຄຳສອນ​ຂອງ​ພະ​ເຢຊູ​ແນວ​ໃດ.

4. ຄລິດສະຕຽນ​ແທ້​ຄົ້ນ​ຫາຄວາມ​ຈິງ​ໃນ​ຄຳພີ​ໄບເບິນ

ຄລິດສະຕຽນ​ລຸ້ນ​ທຳອິດ 2 ຄົນ​ກຳລັງ​ຄົ້ນ​ເບິ່ງ​ໃນ​ມ້ວນ​ໜັງສື​ເພື່ອ​ຈະ​ຮູ້​ຈັກ​ຄວາມ​ຈິງ​ໃນ​ຄຳພີ​ໄບເບິນ.

ຄລິດສະຕຽນ​ລຸ້ນ​ທຳ​ອິດ​ໃຫ້​ຄວາມ​ສຳຄັນ​ກັບ​ຄຳ​ສອນ​ຂອງ​ພະເຈົ້າ.

ບາງ​ຄົນ​ທີ່​ອ້າງ​ວ່າ​ໂຕເອງ​ເປັນ​ຄລິດສະຕຽນ​ຄິດ​ວ່າ​ບໍ່​ສຳຄັນ​ທີ່​ຈະ​ເຂົ້າໃຈ​ຄວາມ​ຈິງ​ໃນ​ຄຳພີ​ໄບເບິນ. ເປີດ​ວິດີໂອ ແລ້ວ​ລົມ​ກັນ​ກ່ຽວ​ຄຳ​ຖາມ​ຕໍ່​ໄປ​ນີ້:

ວິດີໂອ: ຄລິດຕະຈັກ​ຕ່າງໆ​ເລີ່ມ​ສອນ​ຜິດໆ​ແນວ​ໃດ (5:11)

  • ຄລິດຕະຈັກ​ຕ່າງໆ​ເຮັດ​ຫຍັງ​ແດ່​ເພື່ອ​ເຮັດ​ໃຫ້​ຄົນ​ທົ່ວໄປ​ບໍ່​ໄດ້​ຮຽນ​ສິ່ງ​ທີ່​ພະ​ເຢຊູ​ສອນ​ແທ້ໆ?

ພະ​ເຢຊູ​ສອນ​ຄວາມ​ຈິງ​ທີ່​ມາ​ຈາກ​ຄຳພີ​ໄບເບິນ. ອ່ານ​ໂຢຮັນ 18:37 ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳ​ຖາມ​ຕໍ່​ໄປ​ນີ້:

  • ຈາກ​ຂໍ້​ຄຳພີ​ນີ້ ຄລິດສະຕຽນ “ທີ່​ຕິດຕາມ​ຄວາມ​ຈິງ” ຕ້ອງ​ເຮັດ​ຫຍັງ?

5. ຄລິດສະຕຽນ​ແທ້​ປະກາດຄວາມ​ຈິງ​ຈາກ​ຄຳພີ​ໄບເບິນ

ຄລິດສະຕຽນ​ລຸ້ນ​ທຳອິດ​ໄປ​ປະກາດ​ຕາມ​ເຮືອນ.

ຄລິດສະຕຽນ​ລຸ້ນ​ທຳ​ອິດ​ໄປ​ປະກາດ​ຕາມ​ເຮືອນ.

ກ່ອນ​ທີ່​ພະ​ເຢຊູ​ຈະ​ກັບ​ໄປ​ສະຫວັນ ເພິ່ນ​ສັ່ງ​ໃຫ້​ລູກສິດ​ເຮັດ​ວຽກ​ສຳຄັນ​ເຊິ່ງ​ເຮັດ​ຢູ່​ຈົນ​ຮອດ​ທຸກ​ມື້​ນີ້. ອ່ານ​ມັດທາຍ 28:19, 20 ແລະ​ກິດຈະການ 1:8 ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳ​ຖາມ​ຕໍ່​ໄປ​ນີ້:

  • ວຽກ​ປະກາດ​ແລະ​ສອນ​ຈະ​ເຮັດ​ໄປ​ໄກ​ສ່ຳ​ໃດແລະ​ຈະ​ເຮັດ​ຈົນ​ຮອດ​ຕອນ​ໃດ?

6. ຄລິດສະຕຽນ​ແທ້​ເຮັດ​ຕາມສິ່ງ​ທີ່​ເຂົາເຈົ້າ​ສອນ

ອັນ​ໃດ​ເຮັດ​ໃຫ້​ຜູ້​ຊາຍ​ຄົນ​ໜຶ່ງ​ທີ່​ຊື່​ທອມ​ໝັ້ນໃຈ​ວ່າ​ໃຜ​ເປັນ​ຄລິດສະຕຽນ​ແທ້? ເປີດ​ວິດີໂອ ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳ​ຖາມ​ຕໍ່​ໄປ​ນີ້:

ວິດີໂອ: ຂ້ອຍ​ຜິດ​ຫວັງ​ກັບ​ສາສະໜາ (5:20)

  • ຈາກ​ວິດີໂອ ອັນ​ໃດ​ເຮັດ​ໃຫ້​ທອມ​ຜິດ​ຫວັງ​ກັບ​ສາສະໜາ?

  • ອັນ​ໃດ​ເຮັດ​ໃຫ້​ທອມ​ໝັ້ນໃຈ​ວ່າ​ໄດ້​ເຈິ​ຄລິດສະຕຽນ​ແທ້?

ການ​ກະທຳ​ສຳຄັນ​ກວ່າ​ຄຳເວົ້າ. ອ່ານ​ມັດທາຍ 7:21 ແລ້ວ​ລົມ​ກັນກ່ຽວກັບ​ຄຳ​ຖາມ​ຕໍ່​ໄປ​ນີ້:

  • ພະ​ເຢຊູ​ຖື​ວ່າ​ອັນ​ໃດ​ສຳຄັນ​ກວ່າ​ກັນ ຄຳເວົ້າ​ຫຼື​ການ​ກະທຳ?

7. ຄລິດສະຕຽນ​ແທ້ຈະ​ຮັກ​ກັນ

ຄລິດສະຕຽນ​ລຸ້ນ​ທຳອິດ​ຄອບຄົວ​ໜຶ່ງ​ເອົາ​ອາຫານ​ໄປ​ໃຫ້​ໝູ່​ຄລິດສະຕຽນ​ຢູ່​ເຮືອນ.

ຄລິດສະຕຽນ​ລຸ້ນ​ທຳ​ອິດ​ຮັກ​ກັນ​ແທ້ໆ.

ຄລິດສະຕຽນ​ແທ້​ຍອມ​ສ່ຽງ​ຊີວິດ​ເພື່ອ​ໝູ່​ຄລິດສະຕຽນ​ບໍ? ເປີດ​ວິດີໂອ ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳ​ຖາມ​ຕໍ່​ໄປ​ນີ້:

ວິດີໂອ: ລາວ​ພ້ອມ​ທີ່​ຈະ​ຕາຍ​ແທນ​ໝູ່ (2:55)

  • ຈາກ​ວິດີໂອ ອັນ​ໃດ​ເຮັດ​ໃຫ້​ລອຍ​ພ້ອມ​ທີ່​ຈະ​ຕາຍ​ແທນ​ໂຢຮັນ​ສັນ?

  • ການ​ທີ່​ລອຍ​ເຮັດ​ແບບ​ນັ້ນ​ເຮັດ​ໃຫ້​ເຫັນ​ວ່າ​ລາວ​ເປັນ​ຄລິດສະຕຽນ​ແທ້​ບໍ?

ອ່ານ​ໂຢຮັນ 13:34, 35 ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳ​ຖາມ​ຕໍ່​ໄປ​ນີ້:

  • ຄລິດສະຕຽນ​ແທ້​ຈະ​ຮັກ​ແຕ່​ຄົນ​ຊາດດຽວກັນ​ເທົ່າ​ນັ້ນ​ບໍ? ຍ້ອນຫຍັງ?

  • ຖ້າ​ມີ​ສົງຄາມ​ເກີດຂຶ້ນ ເຂົາເຈົ້າ​ຈະ​ເຮັດ​ໃຫ້​ເຫັນ​ແນວ​ໃດ​ວ່າ​ຮັກ​ທຸກ​ຄົນ​ແທ້ໆ?

ບາງ​ຄົນ​ເວົ້າ​ວ່າ: “ສາສະໜາ​ຄລິດ​ກຸ່ມ​ໃດ​ກໍ​ຄື​ກັນ​ໝົດ​ຫັ້ນ​ແຫຼະ.”

  • ເຈົ້າ​ຈະ​ເປີດ​ຂໍ້​ຄຳພີ​ໃດ​ທີ່​ສະແດງ​ໃຫ້​ເຫັນ​ວ່າ​ຄລິດສະຕຽນ​ແທ້​ຕ້ອງ​ເປັນ​ແນວ​ໃດ?

ສະຫຼຸບ

ຄລິດສະຕຽນ​ແທ້​ຈະ​ປະກາດ​ຄວາມ​ຈິງ​ຈາກ​ຄຳພີ​ໄບເບິນ ແລະ​ເຮັດ​ຕາມ​ສິ່ງ​ທີ່​ຄຳພີ​ໄບເບິນ​ສອນ. ເຂົາເຈົ້າ​ຮັກ​ກັນ​ຫຼາຍ​ຈົນ​ເຖິງຂັ້ນ​ຍອມ​ຕາຍ​ແທນ​ກັນ​ໄດ້.

ຄຳ​ຖາມ​ທົບທວນ

  • ຄລິດສະຕຽນ​ແທ້​ຈະ​ເຊື່ອ​ຄຳສອນທີ່​ມາ​ຈາກ​ໃສ?

  • ຄລິດສະຕຽນ​ແທ້​ຕ້ອງ​ມີ​ຄຸນລັກສະນະ​ຫຍັງ?

  • ຄລິດສະຕຽນ​ແທ້​ຈະ​ເຮັດ​ວຽກ​ສຳຄັນ​ຫຍັງ?

ສິ່ງ​ທີ່​ເຈົ້າ​ເຮັດ​ໄດ້

ເບິ່ງ​ເພີ່ມເຕີມ

ມາ​ເບິ່ງ​ວ່າ​ຄລິດສະຕຽນ​ກຸ່ມ​ໃດທີ່​ຕັ້ງໃຈ​ເຮັດ​ຕາມ​ຕົວຢ່າງ​ແລະຄຳສອນ​ຂອງ​ພະ​ເຢຊູ​ແທ້ໆ.

ພະຍານ​ພະ​ເຢໂຫວາ—ພວກ​ເຮົາ​ແມ່ນ​ໃຜ? (1:13)

ອັນ​ໃດ​ເຮັດ​ໃຫ້​ແມ່​ຊີ​ຄົນ​ໜຶ່ງ​ໄດ້“ເປັນ​ສ່ວນ​ໜຶ່ງ​ຂອງ​ສັງຄົມ​ພີ່ນ້ອງ​ຄລິດສະຕຽນ.”

“ເຂົາເຈົ້າ​ເປີດ​ຄຳພີ​ໄບເບິນຕອບ​ຄຳ​ຖາມ​ທຸກ​ຂໍ້!” (ຫໍສັງເກດການ 1 ເມສາ 2014)

ຄລິດສະຕຽນ​ແທ້​ຈະ​ຮັກ​ກັນ​ຫຼາຍເຂົາເຈົ້າ​ຈະ​ຊ່ວຍ​ເຫຼືອ​ກັນຕອນ​ທີ່​ຍາກ​ລຳບາກ.

ການ​ຊ່ວຍ​ເຫຼືອ​ພີ່ນ້ອງ​ເມື່ອ​ເກີດໄພພິບັດ—ວິດີໂອ​ສັ້ນ (3:57)

ຄລິດສະຕຽນ​ລຸ້ນ​ທຳອິດ​ແລະ​ຄລິດສະຕຽນ​ແທ້​ໃນ​ທຸກ​ມື້​ນີ້​ເຮັດ​ຕາມ​ສິ່ງ​ທີ່ພະ​ເຢຊູ​ສອນ ເຂົາເຈົ້າ​ເຮັດ​ຫຍັງ​ແດ່ທີ່​ເຮັດ​ໃຫ້​ເຫັນ​ວ່າ​ເປັນ​ລູກສິດ​ຂອງ​ພະ​ເຢຊູ.

“ຈະ​ຮູ້​ໄດ້​ແນວ​ໃດ​ວ່າ​ໃຜ​ເປັນ​ຄລິດສະຕຽນ​ແທ້?” (ຫໍສັງເກດການ 1 ມີນາ 2012)

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌