ບົດທີ 28
ສະແດງຄວາມຂອບໃຈສຳລັບສິ່ງທີ່ພະເຢໂຫວາແລະພະເຢຊູເຮັດເພື່ອເຈົ້າ
ເຈົ້າຮູ້ສຶກແນວໃດຕອນທີ່ໄດ້ຮັບຂອງຂວັນພິເສດຈາກໝູ່? ເຈົ້າຄືຊິດີໃຈຫຼາຍແລະຢາກຂອບໃຈໝູ່ທີ່ໃຫ້ຂອງຂວັນນັ້ນກັບເຈົ້າ. ພະເຢໂຫວາແລະພະເຢຊູໃຫ້ຂອງຂວັນທີ່ມີຄ່າຫຼາຍທີ່ສຸດກັບເຈົ້າເຊິ່ງກໍຄືຄ່າໄຖ່. ແລ້ວເຮົາຈະເຮັດຫຍັງໄດ້ແດ່ເພື່ອຂອບໃຈພະເຢໂຫວາແລະພະເຢຊູທີ່ໃຫ້ຄ່າໄຖ່ກັບເຮົາ?
1. ເຮົາຈະເຮັດຫຍັງໄດ້ເພື່ອສະແດງຄວາມຂອບໃຈໃນສິ່ງທີ່ພະເຈົ້າແລະພະຄລິດເຮັດເພື່ອເຮົາ?
ຄຳພີໄບເບິນສັນຍາວ່າ “ທຸກຄົນທີ່ສະແດງຄວາມເຊື່ອໃນ [ພະເຢຊູ]” ຈະມີຊີວິດຕະຫຼອດໄປ. (ໂຢຮັນ 3:16) ແຕ່ການສະແດງຄວາມເຊື່ອໝາຍເຖິງຫຍັງ? ການສະແດງຄວາມເຊື່ອບໍ່ແມ່ນພຽງແຕ່ເວົ້າວ່າເຮົາເຊື່ອໃນພະເຢຊູເທົ່ານັ້ນ ແຕ່ເຮົາຕ້ອງເຮັດໃຫ້ເຫັນຈາກການກະທຳແລະການຕັດສິນໃຈໃນເລື່ອງຕ່າງໆຂອງເຮົານຳ. (ຢາໂກໂບ 2:17) ຖ້າເຮົາສະແດງຄວາມເຊື່ອໂດຍທາງຄຳເວົ້າແລະການກະທຳ ເຮົາກໍຈະສະໜິດກັບພະເຢຊູແລະພະເຢໂຫວາພໍ່ຂອງເພິ່ນຫຼາຍຂຶ້ນ.—ອ່ານໂຢຮັນ 14:21
2. ມີໂອກາດພິເສດຫຍັງທີ່ເຮົາຈະສະແດງຄວາມຂອບໃຈໃນສິ່ງທີ່ພະເຢໂຫວາແລະພະເຢຊູເຮັດເພື່ອເຮົາ?
ໃນຄືນກ່ອນທີ່ພະເຢຊູຄລິດຈະເສຍຊີວິດ ພະເຢຊູບອກລູກສິດວ່າຍັງມີອີກວິທີໜຶ່ງທີ່ເຂົາເຈົ້າຈະສະແດງຄວາມຂອບໃຈໃນການເສຍສະລະຂອງເພິ່ນໄດ້. ເພິ່ນບອກລູກສິດໃຫ້ມາປະຊຸມກັນໃນໂອກາດພິເສດທີ່ຄຳພີໄບເບິນເອີ້ນວ່າ “ອາຫານແລງຂອງພະຄລິດ” ຫຼືການປະຊຸມອະນຸສອນເພື່ອລະນຶກເຖິງການເສຍຊີວິດຂອງພະຄລິດ. (1 ໂກຣິນໂທ 11:20) ພະເຢຊູຢາກໃຫ້ອັກຄະສາວົກຂອງເພິ່ນແລະທຸກຄົນທີ່ເປັນຄລິດສະຕຽນລະນຶກເຖິງການເສຍຊີວິດຂອງເພິ່ນ. ພະເຢຊູສັ່ງວ່າ: “ໃຫ້ພວກເຈົ້າເຮັດແບບນີ້ຕໍ່ໆໄປເພື່ອລະນຶກເຖິງຂ້ອຍ.” (ລູກາ 22:19) ເມື່ອເຈົ້າເຂົ້າຮ່ວມປະຊຸມອະນຸສອນ ເຈົ້າກໍເຮັດໃຫ້ເຫັນວ່າເຈົ້າຮູ້ສຶກຂອບໃຈແທ້ໆໃນຄວາມຮັກທີ່ຍິ່ງໃຫຍ່ທີ່ພະເຢໂຫວາແລະພະເຢຊູມີຕໍ່ເຮົາທຸກຄົນ.
ຮຽນຮູ້ຫຼາຍຂຶ້ນ
ມີຫຍັງອີກທີ່ເຈົ້າເຮັດໄດ້ເພື່ອຈະສະແດງຄວາມຂອບໃຈໃນຄວາມຮັກທີ່ຍິ່ງໃຫຍ່ທີ່ພະເຢໂຫວາແລະພະເຢຊູມີຕໍ່ເຈົ້າ.ແລະເປັນຫຍັງການປະຊຸມອະນຸສອນເພື່ອລະນຶກເຖິງການເສຍຊີວິດຂອງພະເຢຊູຈຶ່ງເປັນການປະຊຸມທີ່ສຳຄັນຫຼາຍ.
3. ສະແດງຄວາມຂອບໃຈໂດຍການກະທຳ
ສົມມຸດວ່າເຈົ້າກຳລັງຈະຈົມນ້ຳແລ້ວມີຄົນມາຊ່ວຍຊີວິດເຈົ້າໄວ້. ເຈົ້າຈະຮູ້ສຶກແນວໃດ? ເຈົ້າຈະບໍ່ສົນໃຈແລ້ວກໍລືມເລື່ອງນັ້ນໄປເລີຍບໍ? ຫຼືເຈົ້າຈະພະຍາຍາມຫາວິທີຂອບໃຈລາວ?
ເຮົາມີໂອກາດທີ່ຈະມີຊີວິດຕະຫຼອດໄປຍ້ອນພະເຢໂຫວາຊ່ວຍເຮົາ. ອ່ານ 1 ໂຢຮັນ 4:8-10 ແລ້ວລົມກັນກ່ຽວກັບຄຳຖາມຕໍ່ໄປນີ້:
ເປັນຫຍັງຄ່າໄຖ່ຂອງພະເຢຊູຈຶ່ງເປັນຂອງຂວັນທີ່ພິເສດຫຼາຍ?
ເຈົ້າຮູ້ສຶກແນວໃດທີ່ຮູ້ວ່າພະເຢໂຫວາແລະພະເຢຊູເຮັດເພື່ອເຈົ້າຫຼາຍຂະໜາດນີ້?
ເຮົາຈະເຮັດຫຍັງເພື່ອສະແດງວ່າເຮົາຂອບໃຈໃນສິ່ງທີ່ພະເຢໂຫວາແລະພະເຢຊູເຮັດເພື່ອເຮົາ? ອ່ານ 2 ໂກຣິນໂທ 5:15 ແລະ 1 ໂຢຮັນ 4:11; 5:3. ຫຼັງຈາກອ່ານຂໍ້ຄຳພີຂໍ້ໜຶ່ງຈົບແລ້ວ ໃຫ້ຖາມຄຳຖາມທີ່ຢູ່ທາງລຸ່ມ ແລະໃຫ້ເຮັດແບບນີ້ຈົນຄົບທຸກຂໍ້.
ຈາກຂໍ້ຄຳພີທີ່ອ່ານໄປ ເຮົາຈະເຮັດຫຍັງໄດ້ເພື່ອສະແດງໃຫ້ເຫັນວ່າເຮົາຮູ້ສຶກຂອບໃຈ?
4. ຮຽນແບບພະເຢຊູ
ອີກວິທີໜຶ່ງທີ່ເຮົາຈະສະແດງໃຫ້ເຫັນວ່າເຮົາຮູ້ສຶກຂອບໃຈແມ່ນ ການຮຽນແບບຕົວຢ່າງຂອງພະເຢຊູ. ອ່ານ 1 ເປໂຕ 2:21 ແລ້ວລົມກັນກ່ຽວກັບຄຳຖາມຕໍ່ໄປນີ້:
ເຮົາຈະເຮັດຫຍັງໄດ້ແດ່ເພື່ອຈະຍ່າງຕາມຮອຍຕີນຂອງພະເຢຊູຢ່າງໃກ້ຊິດ?
ພະເຢຊູຮັກຄຳສອນຂອງພະເຈົ້າ ປະກາດຂ່າວດີ ແລະຊ່ວຍເຫຼືອຄົນອື່ນ
5. ເຂົ້າຮ່ວມການປະຊຸມອະນຸສອນເພື່ອລະນຶກເຖິງການເສຍຊີວິດຂອງພະເຢຊູ
ມີການເຮັດຫຍັງແດ່ຕອນທີ່ພະເຢຊູຈັດໃຫ້ມີ “ອາຫານແລງຂອງພະຄລິດ” ເທື່ອທຳອິດ ອ່ານລູກາ 22:14, 19, 20. ແລ້ວລົມກັນກ່ຽວກັບຄຳຖາມຕໍ່ໄປນີ້:
ພະເຢຊູເຮັດຫຍັງແດ່ຕອນທີ່ມີ “ອາຫານແລງຂອງພະຄລິດ” ເທື່ອທຳອິດ?
ເຂົ້າຈີ່ແລະເຫຼົ້າແວງໝາຍເຖິງຫຍັງ?—ເບິ່ງຂໍ້ 19 ແລະ 20
ພະເຢຊູຢາກໃຫ້ລູກສິດຂອງເພິ່ນຈັດການປະຊຸມອະນຸສອນປີລະເທື່ອໃນວັນຄົບຮອບການເສຍຊີວິດຂອງເພິ່ນ. ພະຍານພະເຢໂຫວາກໍເຮັດຕາມຄຳສັ່ງຂອງພະເຢຊູໂດຍຈັດການປະຊຸມອະນຸສອນເພື່ອລະນຶກເຖິງການເສຍຊີວິດຂອງພະເຢຊູທຸກປີ. ໃຫ້ເຮົາມາເບິ່ງກ່ຽວກັບການປະຊຸມທີ່ສຳຄັນນີ້ນຳກັນ ເປີດວິດີໂອ. ແລ້ວລົມກັນກ່ຽວກັບຄຳຖາມຕໍ່ໄປນີ້:
ມີການເຮັດຫຍັງແດ່ໃນການປະຊຸມອະນຸສອນ?
ເຂົ້າຈີ່ແລະເຫຼົ້າແວງໝາຍເຖິງບາງຢ່າງທີ່ສຳຄັນຫຼາຍ. ເຂົ້າຈີ່ໝາຍເຖິງຮ່າງກາຍມະນຸດສົມບູນແບບຂອງພະເຢຊູທີ່ເພິ່ນໄດ້ສະລະເພື່ອເຮົາ. ເຫຼົ້າແວງໝາຍເຖິງເລືອດຂອງເພິ່ນ
ບາງຄົນເວົ້າວ່າ: “ພຽງແຕ່ເຊື່ອໃນພະເຢຊູກໍລອດແລ້ວ.”
ເຈົ້າຈະອະທິບາຍຂໍ້ຄຳພີໃນໂຢຮັນ 3:16 ແລະຢາໂກໂບ 2:17 ແນວໃດເພື່ອສະແດງໃຫ້ເຫັນວ່າເຮົາຕ້ອງເຮັດຫຼາຍກວ່າພຽງແຕ່ບອກວ່າເຊື່ອໃນພະເຢຊູ?
ສະຫຼຸບ
ເຮົາຂອບໃຈໃນສິ່ງທີ່ພະເຢຊູເຮັດເພື່ອເຮົາໂດຍສະແດງຄວາມເຊື່ອໃນເພິ່ນແລະເຂົ້າຮ່ວມການປະຊຸມອະນຸສອນເພື່ອລະນຶກເຖິງການເສຍຊີວິດຂອງເພິ່ນ.
ຄຳຖາມທົບທວນ
ການສະແດງຄວາມເຊື່ອໃນພະເຢຊູໝາຍເຖິງຫຍັງ?
ເຈົ້າຢາກຈະເຮັດຫຍັງເພື່ອສະແດງຄວາມຂອບໃຈໃນສິ່ງທີ່ພະເຢໂຫວາແລະພະເຢຊູເຮັດເພື່ອເຈົ້າ?
ເປັນຫຍັງຈຶ່ງສຳຄັນຫຼາຍທີ່ຈະເຂົ້າຮ່ວມການປະຊຸມອະນຸສອນເພື່ອລະນຶກເຖິງການເສຍຊີວິດຂອງພະເຢຊູ?
ເບິ່ງເພີ່ມເຕີມ
ການຕາຍຂອງພະເຢຊູກະຕຸ້ນເຮົາໃຫ້ເຮັດຫຍັງ?
ເບິ່ງຫຼາຍຂຶ້ນກ່ຽວກັບຄວາມເຊື່ອແລະວິທີທີ່ເຮົາຈະສະແດງຄວາມເຊື່ອ.
“ສະແດງຄວາມເຊື່ອໃນຄຳສັນຍາຂອງພະເຢໂຫວາ” (ຫໍສັງເກດການ ເດືອນຕຸລາ ປີ 2016)
ອ່ານເລື່ອງ “ຂ້ອຍຮູ້ສຶກວ່າໂຕເອງສະອາດ ແລະມີຊີວິດຢູ່ຢ່າງມີຄວາມໝາຍ” ເພື່ອຈະເບິ່ງວ່າຊີວິດຂອງຜູ້ຍິງຄົນໜຶ່ງດີຂຶ້ນແນວໃດເມື່ອລາວໄດ້ເຂົ້າໃຈເລື່ອງຄ່າໄຖ່ຂອງພະເຢຊູ.
ເປັນຫຍັງຈຶ່ງມີບໍ່ເທົ່າໃດຄົນທີ່ກິນເຂົ້າຈີ່ແລະເຫຼົ້າແວງໃນການປະຊຸມອະນຸສອນ.
“ເປັນຫຍັງພະຍານພະເຢໂຫວາສະຫຼອງອາຫານແລງຂອງພະຄລິດຕ່າງຈາກສາສະໜາອື່ນ?” (ບົດຄວາມໃນເວັບໄຊ)