ບົດເກົ້າ
ພະລັງແຫ່ງຄວາມຫວັງເລື່ອງການກັບຄືນມາຈາກຕາຍ
1. ຖ້າບໍ່ມີຄວາມຫວັງໃນເລື່ອງການກັບຄືນມາຈາກຕາຍ ຄົນທີ່ຕາຍແລ້ວຈະເປັນແນວໃດ?
ທ່ານເຄີຍສູນເສຍຜູ້ທີ່ທ່ານຮັກຍ້ອນຄວາມຕາຍບໍ? ຖ້າວ່າບໍ່ມີການກັບຄືນມາຈາກຕາຍກໍຄົງຈະບໍ່ມີຄວາມຫວັງທີ່ຈະໄດ້ພົບເຂົາເຈົ້າອີກ. ເຂົາເຈົ້າຄົງຈະຢູ່ໃນສະພາບທີ່ຄຳພີໄບເບິນພັນລະນາໄວ້ວ່າ “ຄົນຕາຍແລ້ວບໍ່ຮູ້ຈັກສິ່ງໃດ . . .ເຫດວ່າໃນບ່ອນທີ່ຕາບໍ່ເຫັນທີ່ເຈົ້າໄປນັ້ນ [ຫລຸມຝັງສົບ] ບໍ່ມີກິດຈະການບໍ່ມີຄວາມຄິດບໍ່ມີວິຊາຄວາມຮູ້ບໍ່ມີຄວາມປັນຍາ.”—ຜູ້ເທສະໜາປ່າວປະກາດ 9:5, 10.
2. ໂອກາດພິເສດອັນໃດເຊິ່ງຈະເປັນໄປໄດ້ໂດຍການກັບຄືນມາຈາກຕາຍ?
2 ດ້ວຍຄວາມເມດຕາ ພະເຢໂຫວາຈຶ່ງຈັດໃຫ້ມີການກັບຄືນມາຈາກຕາຍເຊິ່ງເປີດໂອກາດອັນລ້ຳຄ່າໃຫ້ແກ່ຄົນຈຳນວນນັບບໍ່ຖ້ວນທີ່ຕາຍໄປແລ້ວໃຫ້ກັບຄືນມາຈາກຕາຍແລະໄດ້ຮັບຊີວິດຕະຫຼອດໄປ. ນີ້ໝາຍຄວາມວ່າ ເຮົາມີຄວາມຫວັງທີ່ປອບໂຍນໃຈວ່າ ຈະມີຈັກມື້ໜຶ່ງໃນໂລກໃໝ່ຂອງພະເຈົ້າທີ່ເຮົາຈະໄດ້ຢູ່ນຳຜູ້ທີ່ເຮົາຮັກອີກເຊິ່ງເຄີຍຫຼັບຢູ່ໃນຄວາມຕາຍ.—ມາລະໂກ 5:35, 41, 42; ກິດຈະການ 9:36-41.
3. (ກ) ການກັບຄືນມາຈາກຕາຍປາກົດວ່າເປັນເລື່ອງສຳຄັນໃນການເຮັດໃຫ້ພະປະສົງຂອງພະເຢໂຫວາບັນລຸຜົນສຳເລັດໃນທາງໃດແດ່? (ຂ) ຄວາມຫວັງໃນເລື່ອງການກັບຄືນມາຈາກຕາຍເປັນບໍ່ເກີດຂອງຄວາມເຂັ້ມແຂງສຳລັບພວກເຮົາໂດຍສະເພາະເມື່ອໃດ?
3 ເນື່ອງຈາກມີການກັບຄືນມາຈາກຕາຍ ເຮົາຈຶ່ງບໍ່ຈຳເປັນຕ້ອງຢ້ານຄວາມຕາຍຈົນເກີນໄປ. ໂດຍບໍ່ໃຫ້ເກີດຄວາມເສຍຫາຍຖາວອນຕໍ່ເຫຼົ່າຜູ້ຮັບໃຊ້ທີ່ສັດຊື່ຂອງພະອົງ ພະເຢໂຫວາຈຶ່ງຍອມໃຫ້ຊາຕານໃຊ້ຄວາມພະຍາຍາມສຸດຂີດເພື່ອພິສູດການກ່າວຮ້າຍຂອງມັນທີ່ວ່າ “ສັບພະທຸກສິ່ງຄົນຜູ້ໜຶ່ງມີຢູ່ ລາວຈະໃຫ້ແທນຊີວິດຂອງຕົນ.” (ໂຢບ 2:4) ພະເຍຊູໄດ້ຮັກສາຄວາມສັດຊື່ຕໍ່ພະເຈົ້າຈົນຕ້ອງປະສົບກັບຄວາມຕາຍ ດັ່ງນັ້ນ ພະເຈົ້າຈຶ່ງປຸກພະເຍຊູໃຫ້ກັບຄືນມາຈາກຕາຍເພື່ອຈະມີຊີວິດທາງພາກສະຫວັນ. ດ້ວຍເຫດນີ້ ພະເຍຊູຈຶ່ງສາມາດສະເໜີຄຸນຄ່າແຫ່ງເຄື່ອງບູຊາໃນຖານະມະນຸດສົມບູນຕໍ່ໜ້າບັນລັງຂອງພະບິດາໃນສະຫວັນ ເຊິ່ງເປັນປະໂຫຍດໃນການຊ່ວຍຊີວິດພວກເຮົາ. ໂດຍການກັບຄືນມາຈາກຕາຍ ຊົນ “ຝູງນ້ອຍ” ໃນຖານະຜູ້ຮ່ວມຮັບມໍລະດົກກັບພະຄລິດຈຶ່ງມີຄວາມຫວັງທີ່ຈະປົກຄອງໃນລາຊະອານາຈັກທາງພາກສະຫວັນກັບພະອົງ. (ລືກາ 12:32) ສ່ວນຄົນອື່ນໆກໍມີຄວາມຫວັງໃນການກັບຄືນມາຈາກຕາຍເພື່ອຈະມີຊີວິດເທິງແຜ່ນດິນໂລກທີ່ເປັນອຸທິຍານ. (ຄຳເພງ 37:11, 29) ຄລິດສະຕຽນທຸກຄົນພົບວ່າຄວາມຫວັງໃນເລື່ອງການກັບຄືນມາຈາກຕາຍເປັນພະລັງກະຕຸ້ນໃຫ້ເຂົາເຈົ້າເຂັ້ມແຂງ “ຫຼາຍກວ່າປົກກະຕິ” ເມື່ອປະສົບການທົດລອງເຊິ່ງເຮັດໃຫ້ຕ້ອງປະເຊີນໜ້າກັບຄວາມຕາຍ.—2 ໂກລິນໂທ 4:7, ລ.ມ.
ເຫດຜົນທີ່ການກັບຄືນມາຈາກຕາຍເປັນຮາກຖານແຫ່ງຄວາມເຊື່ອຂອງຄລິດສະຕຽນ
4. (ກ) ການກັບຄືນມາຈາກຕາຍເປັນ “ຫຼັກທຳເບື້ອງຕົ້ນ” ຢ່າງໜຶ່ງ ໃນຄວາມໝາຍໃດ? (ຂ) ການກັບຄືນມາຈາກຕາຍມີຄວາມໝາຍຕໍ່ຄົນທົ່ວໄປໃນໂລກຢ່າງໃດ?
4 ການກັບຄືນມາຈາກຕາຍທີ່ໄດ້ກ່າວໄວ້ໃນເຫບເລີ 6:1, 2 (ທ.ປ.) ເປັນ “ຫຼັກທຳເບື້ອງຕົ້ນ” ຢ່າງໜຶ່ງ. ເລື່ອງນີ້ເປັນຮາກຖານຂອງຄວາມເຊື່ອ ຖ້າເຮົາບໍ່ເຊື່ອໃນເລື່ອງນີ້ ເຮົາຈະເປັນຄລິດສະຕຽນທີ່ອາວຸໂສບໍ່ໄດ້ເລີຍ. (1 ໂກລິນໂທ 15:16-19) ຢ່າງໃດກໍຕາມ ຫຼັກຄຳສອນເລື່ອງການກັບຄືນມາຈາກຕາຍໃນຄຳພີໄບເບິນເປັນເລື່ອງເຫຼືອເຊື່ອໃນຄວາມຄິດຂອງຄົນທົ່ວໄປໃນໂລກ. ຍ້ອນຂາດຄວາມສົນໃຈຕໍ່ສິ່ງຝ່າຍວິນຍານ ຈຳນວນຄົນທີ່ຖືວ່າພຽງແຕ່ຊີວິດໃນຕອນນີ້ເປັນຊີວິດແທ້ຈິງຈຶ່ງມີຫຼາຍຂຶ້ນເລື້ອຍໆ. ດັ່ງນັ້ນ ເຂົາເຈົ້າຈຶ່ງດຳເນີນຊີວິດແບບທີ່ມຸ່ງຕິດຕາມຄວາມມ່ວນຊື່ນ. ນອກນັ້ນ ຍັງມີຄົນທີ່ຍຶດໝັ້ນກັບສາສະໜາຕາມປະເພນີທັງໃນແລະນອກຄລິດສາສະໜາຈັກ ເຊິ່ງຄິດວ່າຄົນເຮົາມີຈິດວິນຍານທີ່ບໍ່ຕາຍ. ຢ່າງໃດກໍຕາມ ຄວາມເຊື່ອດັ່ງກ່າວນັ້ນບໍ່ສອດຄ່ອງກັບຫຼັກຄຳສອນຂອງຄຳພີໄບເບິນໃນເລື່ອງການກັບຄືນມາຈາກຕາຍ ເພາະຖ້າຮ່າງກາຍທີ່ຕາຍແລ້ວຍັງມີບາງສິ່ງທີ່ມີຊີວິດຢູ່ຕໍ່ໄປໄດ້ ການກັບຄືນມາຈາກຕາຍກໍບໍ່ຈຳເປັນ. ການທີ່ຈະພະຍາຍາມປະສານຄວາມຄິດທັງສອງຢ່າງນີ້ເຂົ້ານຳກັນມີແຕ່ຈະກໍ່ໃຫ້ເກີດຄວາມສັບສົນຫຼາຍກວ່າເຮັດໃຫ້ເກີດຄວາມຫວັງ. ເຮົາຈະຊ່ວຍຄົນທີ່ມີໃຈສຸຈະລິດເຊິ່ງຕ້ອງການຮຽນຮູ້ຄວາມຈິງໄດ້ຢ່າງໃດ?
5. (ກ) ກ່ອນທີ່ເຮົາຈະເຂົ້າໃຈໃນເລື່ອງການກັບຄືນມາຈາກຕາຍ ເຮົາຕ້ອງເຂົ້າໃຈຫຍັງແດ່? (ຂ) ຂໍ້ພະຄຳພີຂໍ້ໃດທີ່ເຮົາຈະໃຊ້ເພື່ອອະທິບາຍເລື່ອງຈິດວິນຍານ? ສະພາບຂອງຄົນຕາຍ? (ຄ) ອາດຈະເຮັດຫຍັງໄດ້ ຖ້າບາງຄົນໃຊ້ຄຳພີໄບເບິນສະບັບແປທີ່ເບິ່ງຄືວ່າປິດບັງຄວາມຈິງໄວ້?
5 ກ່ອນຄົນເຫຼົ່ານັ້ນຈະເຂົ້າໃຈວ່າການກັບຄືນມາຈາກຕາຍເປັນການຈັດຕຽມເຊິ່ງເປັນເລື່ອງທີ່ໜ້າງຶດງໍ້ນັ້ນ ເຂົາເຈົ້າຕ້ອງມີຄວາມເຂົ້າໃຈຢ່າງຖືກຕ້ອງກ່ຽວກັບຈິດວິນຍານແລະສະພາບຂອງຄົນຕາຍ. ລາງເທື່ອຂໍ້ພະຄຳພີບໍ່ເທົ່າໃດຂໍ້ກໍພໍຈະພິສູດເລື່ອງເຫຼົ່ານີ້ໄດ້ຢ່າງຊັດເຈນຕໍ່ຜູ້ທີ່ຫິວກະຫາຍຄວາມຈິງໃນຄຳພີໄບເບິນ. (ຕົ້ນເດີມ 2:7; ຄຳເພງ 146:3, 4; ເອເຊກຽນ 18:4) ຢ່າງໃດກໍດີ ສະບັບແປສະໄໝໃໝ່ແລະສະບັບຖອດຄວາມຈາກຄຳພີໄບເບິນບາງສະບັບປິດບັງຄວາມຈິງເລື່ອງຈິດວິນຍານ. ສະນັ້ນ ຈຶ່ງຈຳເປັນທີ່ຕ້ອງພິຈາລະນາສຳນວນພາສາເດີມທີ່ເຄີຍໃຊ້ໃນຄຳພີໄບເບິນ.
6. ເຮົາຈະຊ່ວຍຄົນອື່ນໃຫ້ເຂົ້າໃຈຄວາມໝາຍຂອງຄຳວ່າຈິດວິນຍານໄດ້ຢ່າງໃດ?
6 ຄຳພີໄບເບິນສະບັບແປໂລກໃໝ່ (ພາສາອັງກິດ) ມີຄຸນຄ່າເປັນພິເສດໃນເລື່ອງນີ້ ເພາະສະບັບແປນີ້ມີການແປຄຳເນເຟສ ໃນພາສາເຫບເລີແລະຄຳພະຊີເຄ ໃນພາສາກຣີກໄດ້ຢ່າງຖືກຕ້ອງ. ໃນພາກຜະໜວກທີ່ຢູ່ຕອນທ້າຍຂອງສະບັບແປໂລກໃໝ່ ມີການໃສ່ຂໍ້ພະຄຳພີຫຼາຍຂໍ້ໄວ້ໃນບ່ອນທີ່ມີສອງຄຳນີ້. ຄຳພີໄບເບິນສະບັບແປອື່ນຫຼາຍສະບັບແປຄຳພາສາເດີມເຫຼົ່ານີ້ບໍ່ຖືກຕ້ອງປານໃດ. ຢ່າງໃດກໍຕາມ ທັງສອງຄຳນີ້ບໍ່ໄດ້ສະແດງວ່າຈິດວິນຍານເປັນສິ່ງທີ່ເຫັນບໍ່ໄດ້ ຈັບບາຍບໍ່ໄດ້ ແລະບໍ່ໄດ້ສະແດງວ່າມັນອອກຈາກຮ່າງກາຍແລ້ວຍັງດຳລົງຢູ່ຕໍ່ໄປອີກໃນບ່ອນໃດບ່ອນໜຶ່ງ.
7. ເຮົາຈະອະທິບາຍຈາກຄຳພີໄບເບິນຢ່າງໃດກ່ຽວກັບສະພາບຂອງຄົນທີ່ຢູ່ໃນຫລຸມຝັງສົບທົ່ວໄປຂອງມະນຸດຊາດ? ແລະໃນເກເຮນນາ?
7 ຄຳພີໄບເບິນສະບັບແປໂລກໃໝ່ ຍັງສະເໝີຕົ້ນສະເໝີປາຍໃນການແປຄຳເຊໂອລ ໃນພາສາເຫບເລີເຊິ່ງມີຄວາມໝາຍແບບດຽວກັບຄຳຮາເດສ ໃນພາສາກຣີກ ແລະຍັງສະເໝີຕົ້ນສະເໝີປາຍໃນການໃຊ້ຄຳເກເຮນນາ ໃນພາສາກຣີກນຳອີກ. (ຄຳເພງ 16:10; ກິດຈະການ 2:27) ຄຳພີໄບເບິນສະບັບແປໂລກໃໝ່ ສະແດງໃຫ້ເຫັນຢ່າງຈະແຈ້ງວ່າທັງເຊໂອລ ແລະຮາເດສ ໝາຍເຖິງຫລຸມຝັງສົບທົ່ວໄປຂອງມະນຸດຊາດເຊິ່ງກ່ຽວຂ້ອງກັບຄວາມຕາຍ ບໍ່ແມ່ນຊີວິດ. (ຄຳເພງ 89:48; ຄຳປາກົດ 20:13) ນອກຈາກນັ້ນ ພະຄຳພີຍັງຊີ້ໃຫ້ເຫັນເຖິງຄວາມຫວັງທີ່ວ່າຄົນຕາຍແລ້ວຈະອອກມາຈາກຫລຸມຝັງສົບໂດຍການກັບຄືນມາຈາກຕາຍ. (ໂຢບ 14:13; ກິດຈະການ 2:31) ໃນທາງກົງກັນຂ້າມ ຈະບໍ່ມີຄວາມຫວັງເລື່ອງຊີວິດໃນອະນາຄົດສຳລັບຜູ້ທີ່ຢູ່ໃນເກເຮນນາ ແລະບໍ່ເຄີຍມີການກ່າວເຖິງຈິດວິນຍານວ່າຍັງຮູ້ສຶກຕົວແລະມີຊີວິດເມື່ອຢູ່ໃນເກເຮນນາ.—ມັດທາຍ 10:28.
8. ຄວາມເຂົ້າໃຈຢ່າງຖືກຕ້ອງໃນເລື່ອງການກັບຄືນມາຈາກຕາຍມີຜົນຕໍ່ທັດສະນະແລະການກະທຳຂອງຄົນເຮົາຢ່າງໃດ?
8 ເມື່ອເຂົ້າໃຈເລື່ອງເຫຼົ່ານີ້ຢ່າງຈະແຈ້ງແລ້ວ ເຮົາຈຶ່ງສາມາດຊ່ວຍໃຫ້ຄົນອື່ນເຂົ້າໃຈເຖິງຄວາມໝາຍແຫ່ງການກັບຄືນມາຈາກຕາຍ. ຄົນຜູ້ນັ້ນຈະເລີ່ມຮູ້ຄຸນຄ່າຕໍ່ຄວາມຮັກຂອງພະເຢໂຫວາທີ່ໄດ້ຈັດຕຽມສິ່ງທີ່ເປັນຕາໜ້າງຶດງໍ້ເຊັ່ນນັ້ນ. ຄວາມໂສກເສົ້າຂອງຄົນທີ່ສູນເສຍຜູ້ທີ່ຕົນຮັກເນື່ອງຈາກຄວາມຕາຍກໍຈະລົດໜ້ອຍລົງ ເນື່ອງຈາກສາມາດຄາດຫວັງດ້ວຍຄວາມຍິນດີວ່າຈະໄດ້ຢູ່ຮ່ວມກັນອີກໃນໂລກໃໝ່ຂອງພະເຈົ້າ. ການເຂົ້າໃຈສິ່ງເຫຼົ່ານີ້ຍັງມີຄວາມສຳຄັນຫຼາຍຕໍ່ການເຂົ້າໃຈກ່ຽວກັບຄວາມໝາຍແຫ່ງການຕາຍຂອງພະຄລິດ. ຄລິດສະຕຽນໃນສະຕະວັດທຳອິດເຂົ້າໃຈວ່າ ການກັບຄືນມາຈາກຕາຍຂອງພະເຍຊູຄລິດເປັນຮາກຖານສຳລັບຄວາມເຊື່ອຂອງເຂົາເຈົ້າແລະເປັນການເປີດທາງໄວ້ສຳລັບການກັບຄືນມາຈາກຕາຍຂອງຄົນອື່ນ. ເຂົາເຈົ້າໄດ້ປະກາດເລື່ອງການກັບຄືນມາຈາກຕາຍຂອງພະເຍຊູແລະໄດ້ປະກາດຄວາມຫວັງທີ່ເກີດຈາກເລື່ອງນີ້ຢ່າງຫ້າວຫັນ. ດັ່ງນັ້ນ ໃນສະໄໝນີ້ຜູ້ຄົນທີ່ຮູ້ຄຸນຄ່າເລື່ອງການກັບຄືນມາຈາກຕາຍກໍມີໃຈຈົດຈໍ່ໃນການແບ່ງປັນຄວາມຈິງອັນມີຄ່ານີ້ໃຫ້ແກ່ຄົນອື່ນເຊັ່ນກັນ.—ກິດຈະການ 5:30-32; 10:42, 43.
ການໃຊ້ ‘ລູກກະແຈແຫ່ງຮາເດສ’
9. ພະເຍຊູໃຊ້ “ລູກກະແຈແຫ່ງຄວາມຕາຍແລະແຫ່ງຮາເດສ” ຄັ້ງທຳອິດຢ່າງໃດ?
9 ທຸກຄົນທີ່ມີສ່ວນຮ່ວມໃນລາຊະອານາຈັກທາງພາກສະຫວັນກັບພະເຍຊູຈະຕ້ອງເສຍຊີວິດໃນທີ່ສຸດ. ເຖິງຢ່າງນັ້ນກໍຕາມ ເຂົາເຈົ້າໝັ້ນໃຈໃນຄຳຮັບຮອງທີ່ພະອົງໃຫ້ໄວ້ວ່າ “ເຮົາໄດ້ຕາຍແລ້ວ ແລະຈົ່ງເບິ່ງເຮົາມີຊີວິດຢູ່ສືບໆໄປເປັນນິດ ແລະເຮົາຖືລູກກະແຈແຫ່ງຄວາມຕາຍ ແລະແຫ່ງບ່ອນທີ່ຕາບໍ່ເຫັນ [“ຮາເດສ,” ລ.ມ.].” (ຄຳປາກົດ 1:18) ພະອົງໝາຍຄວາມວ່າຢ່າງໃດ? ພະອົງຊີ້ເຖິງປະສົບການຂອງພະອົງເອງ ເນື່ອງຈາກພະອົງເຄີຍຕາຍຄືກັນ ແຕ່ພະເຈົ້າບໍ່ໄດ້ປະພະອົງໄວ້ໃນຮາເດສ. ໃນມື້ທີສາມ ພະເຢໂຫວາເອງໄດ້ປຸກພະເຍຊູໃຫ້ມີຊີວິດເປັນກາຍວິນຍານແລະປະທານຊີວິດອະມະຕະໃຫ້ແກ່ພະເຍຊູ. (ກິດຈະການ 2:32, 33; 10:40) ນອກຈາກນັ້ນ ພະເຈົ້າຍັງໄດ້ມອບ “ລູກກະແຈແຫ່ງຄວາມຕາຍແລະແຫ່ງຮາເດສ” ໃຫ້ແກ່ພະເຍຊູເພື່ອພະອົງຈະໃຊ້ປົດປ່ອຍຄົນອື່ນໆຈາກຫລຸມຝັງສົບທົ່ວໄປຂອງມະນຸດຊາດເຊິ່ງເປັນຜົນຈາກບາບຂອງອາດາມ. ເນື່ອງຈາກພະອົງມີລູກກະແຈເຫຼົ່ານັ້ນ ພະເຍຊູຈຶ່ງສາມາດປຸກຜູ້ຕິດຕາມທີ່ສັດຊື່ຂອງພະອົງຈາກຄວາມຕາຍ. ພະອົງປຸກສະມາຊິກຜູ້ຖືກເຈີມແຫ່ງປະຊາຄົມຂອງພະອົງກ່ອນ ແລະໃຫ້ຂອງປະທານທີ່ມີຄ່າແກ່ເຂົາເຈົ້າ ເຊິ່ງກໍຄືຊີວິດອະມະຕະໃນສະຫວັນເໝືອນດັ່ງທີ່ພະບິດາໄດ້ປະທານແກ່ພະອົງ.—ໂລມ 6:5; ຟີລິບ 3:20, 21.
10. ຄລິດສະຕຽນຜູ້ຖືກເຈີມທີ່ສັດຊື່ຮັບການປຸກຂຶ້ນຈາກຕາຍເມື່ອໃດ?
10 ຄລິດສະຕຽນຜູ້ຖືກເຈີມທີ່ສັດຊື່ໄດ້ຮັບການປຸກໃຫ້ກັບຄືນມາຈາກຕາຍສູ່ສະຫວັນເມື່ອໃດ? ຄຳພີໄບເບິນຊີ້ແຈງວ່າ ການກັບຄືນມາຈາກຕາຍແບບນັ້ນໄດ້ເລີ່ມຕົ້ນແລ້ວ. ອັກຄະສາວົກໂປໂລອະທິບາຍວ່າ ເຂົາເຈົ້າຈະໄດ້ຮັບການປຸກຂຶ້ນມາ ‘ລະຫວ່າງການປະທັບຂອງພະຄລິດ’ ເຊິ່ງການປະທັບນັ້ນໄດ້ເລີ່ມຕົ້ນໃນປີ 1914. (1 ໂກລິນໂທ 15:23, ລ.ມ.) ເມື່ອຜູ້ຖືກເຈີມທີ່ສັດຊື່ສິ້ນຊີວິດທາງແຜ່ນດິນໂລກໃນລະຫວ່າງການປະທັບຂອງພະອົງ ເຂົາເຈົ້າບໍ່ຈຳເປັນຕ້ອງລໍຖ້າຢູ່ໃນຄວາມຕາຍຈົນເຖິງການກັບມາຂອງພະອົງເຈົ້າຂອງເຂົາເຈົ້າ. ທັນທີທີ່ເຂົາເຈົ້າຕາຍ ເຂົາເຈົ້າກໍຮັບການປຸກຂຶ້ນໃຫ້ເປັນກາຍວິນຍານ ໂດຍການ “ປ່ຽນແປງໃໝ່ ໃນບັດດຽວໜຶ່ງ ໃນເວລາພັບຕາໄດ້.” ເຂົາເຈົ້າມີຄວາມສຸກສ່ຳໃດ ເນື່ອງຈາກຜົນງານທີ່ດີເຊິ່ງເຂົາເຈົ້າໄດ້ເຮັດນັ້ນກໍ “ຕິດຕາມເຂົາໄປ.”—1 ໂກລິນໂທ 15:51, 52; ຄຳປາກົດ 14:13.
11. ສຳລັບຄົນທົ່ວໄປຈະມີການກັບຄືນມາຈາກຕາຍແບບໃດ ແລະຈະເລີ່ມຕົ້ນເມື່ອໃດ?
11 ການກັບຄືນມາຈາກຕາຍຂອງຜູ້ຮ່ວມຮັບມໍລະດົກແຫ່ງລາຊະອານາຈັກເພື່ອຈະມີຊີວິດທາງພາກສະຫວັນນັ້ນ ບໍ່ແມ່ນເປັນການກັບຄືນມາຈາກຕາຍແບບດຽວ. ຄຳປາກົດ 20:6 ເອີ້ນການກັບຄືນມາຈາກຕາຍນັ້ນວ່າ “ການຄືນມາຈາກຕາຍອັນຕົ້ນ” ນັ້ນສະແດງວ່າຈະມີການກັບຄືນມາຈາກຕາຍອີກແບບໜຶ່ງ. ຄົນທີ່ໄດ້ຮັບປະໂຫຍດຈາກການກັບຄືນມາຈາກຕາຍແບບທີສອງນີ້ ຈະມີໂອກາດຊື່ນຊົມຍິນດີກັບຊີວິດຕະຫຼອດໄປໃນແຜ່ນດິນໂລກທີ່ເປັນອຸທິຍານ. ການກັບຄືນມາຈາກຕາຍເຊັ່ນນັ້ນຈະເກີດຂຶ້ນຕອນໃດ? ພະທຳຄຳປາກົດຊີ້ບອກວ່າ ຈະເກີດຂຶ້ນພາຍຫຼັງທີ່ “ແຜ່ນດິນໂລກແລະສະຫວັນ” ເຊິ່ງເປັນລະບົບຊົ່ວໃນປັດຈຸບັນພ້ອມກັບຜູ້ປົກຄອງທີ່ມີອຳນາດຂອງມັນຖືກກຳຈັດອອກໄປ. ອະວະສານຂອງລະບົບເກົ່ານີ້ໃກ້ຈະເຖິງແລ້ວ. ຫຼັງຈາກນັ້ນ ການກັບຄືນມາຈາກຕາຍທາງແຜ່ນດິນໂລກກໍຈະເລີ່ມຕົ້ນຕາມເວລາກຳນົດຂອງພະເຈົ້າ.—ຄຳປາກົດ 20:11, 12, ທ.ປ.
12. ໃຜແດ່ຢູ່ໃນບັນດາຄົນສັດຊື່ທີ່ຈະໄດ້ຮັບການປຸກໃຫ້ມີຊີວິດທາງແຜ່ນດິນໂລກ ແລະເຫດໃດຈຶ່ງເປັນໂອກາດທີ່ໜ້າຕື່ນເຕັ້ນ?
12 ໃຜຈະຢູ່ໃນບັນດາຄົນທີ່ຈະກັບຄືນມາຈາກຕາຍທາງແຜ່ນດິນໂລກນີ້? ໃນຈຳນວນຄົນເຫຼົ່ານັ້ນຈະມີຜູ້ຮັບໃຊ້ທີ່ສັດຊື່ຂອງພະເຢໂຫວາສະໄໝກ່ອນໆ ຊາຍຍິງເຫຼົ່ານັ້ນເຊິ່ງມີຄວາມເຊື່ອທີ່ເຂັ້ມແຂງໃນເລື່ອງການກັບຄືນມາຈາກຕາຍ ແລະ “ບໍ່ຍອມຮັບການປົດປ່ອຍໂດຍຄ່າໄຖ່ອື່ນ.” ນັ້ນໝາຍເຖິງ ການທີ່ເຂົາເຈົ້າບໍ່ປະນີປະນອມຄວາມພັກດີທີ່ມີຕໍ່ພະເຈົ້າເພື່ອຫຼີກລ້ຽງຄວາມຕາຍຢ່າງໂຫດຮ້າຍກ່ອນເວລາອັນຄວນ. ເປັນຕາໜ້າຍິນດີແທ້ໆທີ່ຈະຮູ້ຈັກກັບເຂົາເຈົ້າເປັນສ່ວນຕົວ ແລະຟັງເຂົາເຈົ້າເລົ່າລາຍລະອຽດກ່ຽວກັບເຫດການຕ່າງໆເຊິ່ງມີການບັນທຶກໄວ້ໃນຄຳພີໄບເບິນແບບຫຍໍ້ໆ! ອາເບນພິຍານທີ່ສັດຊື່ຄົນທຳອິດຂອງພະເຢໂຫວາ; ເຫນົກແລະໂນເອ ຜູ້ປະກາດຂ່າວສານຄຳເຕືອນຂອງພະເຢໂຫວາໂດຍປາສະຈາກຄວາມຢ້ານກົວກ່ອນຈະເກີດນ້ຳຖ້ວມໃຫຍ່; ອັບລາຫາມແລະຊາລາທີ່ໄດ້ຕ້ອນຮັບທູດສະຫວັນ; ໂມເຊເຊິ່ງໄດ້ຮັບມອບພະບັນຍັດຢູ່ພູເຂົາຊີນາອີ; ບັນດາຜູ້ພະຍາກອນທີ່ກ້າຫານເຊັ່ນ ເຢເຣມີ ເຊິ່ງເຫັນເມືອງເຢຣຶຊາເລມຖືກທຳລາຍໃນປີ 607 ກ່ອນສາກົນສັກກະຫຼາດ; ແລະໂຢຮັນຜູ້ໃຫ້ບັບເຕມາທີ່ໄດ້ຍິນສຽງຂອງພະເຈົ້າກ່າວວ່າພະເຍຊູເປັນພະບຸດຂອງພະອົງ ຈະກັບຄືນມາຈາກຕາຍທາງແຜ່ນດິນໂລກນີ້ຄືກັນ. ນອກຈາກນັ້ນ ກໍຍັງມີຊາຍຍິງທີ່ພັກດີເຊິ່ງຕາຍໄປລະຫວ່າງສະໄໝສຸດທ້າຍແຫ່ງລະບົບຊົ່ວໃນປັດຈຸບັນນີ້.—ເຫບເລີ 11:4-38, ລ.ມ.; ມັດທາຍ 11:11.
13, 14. (ກ) ຈະມີຫຍັງເກີດຂຶ້ນກັບຮາເດສແລະຄົນຕາຍທີ່ຢູ່ໃນຮາເດສນັ້ນ? (ຂ) ໃຜຈະຢູ່ໃນບັນດາຄົນທີ່ກັບຄືນມາຈາກຕາຍນີ້ແລະເພາະເຫດໃດ?
13 ໃນເວລາຕໍ່ມານອກຈາກຜູ້ຮັບໃຊ້ທີ່ສັດຊື່ຂອງພະເຈົ້າແລ້ວ ຄົນອື່ນໆກໍຈະໄດ້ຮັບການປຸກໃຫ້ກັບຄືນມາຈາກຄວາມຕາຍຄືກັນ ບໍ່ມີໃຜຖືກປະໄວ້ໃນຫລຸມຝັງສົບທົ່ວໄປຂອງມະນຸດຊາດ. ຫລຸມຝັງສົບຈະສົ່ງຄືນຄົນຕາຍຈຳນວນມະຫາສານນັ້ນ ເຫັນໄດ້ຈາກການທີ່ພະເຍຊູຈະໃຊ້ ‘ລູກກະແຈແຫ່ງຮາເດສ’ ເພື່ອຜົນປະໂຫຍດຂອງມະນຸດຊາດ. ເລື່ອງນີ້ມີສະແດງໃຫ້ເຫັນໃນນິມິດທີ່ປະທານໃຫ້ແກ່ອັກຄະສາວົກໂຢຮັນ ເຊິ່ງລາວໄດ້ເຫັນຮາເດສຖືກ “ຖິ້ມລົງໃນບຶງໄຟແລ້ວ.” (ຄຳປາກົດ 20:14) ສິ່ງນັ້ນໝາຍຄວາມວ່າຢ່າງໃດ? ນັ້ນໝາຍຄວາມວ່າ ຮາເດສເຊິ່ງກໍຄືຫລຸມຝັງສົບທົ່ວໄປຂອງມະນຸດຊາດຈະຖືກທຳລາຍໃຫ້ໝົດສ້ຽງ. ຮາເດສຈະບໍ່ມີອີກຕໍ່ໄປ ແລະຈະວ່າງເປົ່າ ບໍ່ມີຄົນຕາຍ ເພາະວ່ານອກຈາກຈະປຸກເຫຼົ່າຜູ້ນະມັດສະການທີ່ສັດຊື່ຂອງພະເຢໂຫວາແລ້ວ ດ້ວຍຄວາມເມດຕາ ພະເຍຊູຍັງຈະປຸກຄົນທີ່ບໍ່ຊອບທຳໃຫ້ກັບຄືນມາອີກ. ພະຄຳຂອງພະເຈົ້າຮັບຮອງກັບເຮົາວ່າ “ຄົນທັງປວງ ທັງຜູ້ຊອບທຳແລະຜູ້ບໍ່ຊອບທຳຈະຄືນມາຈາກຕາຍ.”—ກິດຈະການ 24:15.
14 ຄົນທີ່ບໍ່ຊອບທຳເຫຼົ່ານີ້ບໍ່ໄດ້ຮັບການປຸກຂຶ້ນມາເພື່ອຈະຖືກຕັດສິນໃຫ້ຕາຍອີກ. ໃນສະພາບແວດລ້ອມອັນຊອບທຳເຊິ່ງຈະມີຢູ່ທົ່ວໂລກພາຍໃຕ້ລາຊະອານາຈັກຂອງພະເຈົ້າ ຄົນທີ່ໄດ້ຮັບການປຸກຂຶ້ນຈາກຕາຍຈະຮັບການຊ່ວຍໃຫ້ດຳເນີນຊີວິດສອດຄ່ອງກັບແນວທາງຂອງພະເຢໂຫວາ. ນິມິດນັ້ນສະແດງວ່າຈະມີການພື “ໜັງສືສຳລັບຊີວິດ” ອອກ. ດັ່ງນັ້ນ ເຂົາເຈົ້າຈຶ່ງມີໂອກາດທີ່ຈະໃຫ້ຊື່ຂອງຕົນໄດ້ຮັບການຈົດໄວ້ໃນໜັງສືນັ້ນ. ເຂົາເຈົ້າຈະ “ຖືກຕັດສິນ . . . ຕາມກິດຈະການຂອງເຂົາ” ທີ່ໄດ້ເຮັດຫຼັງຈາກ ການກັບຄືນມາຈາກຕາຍນັ້ນ. (ຄຳປາກົດ 20:12, 13) ລວມຄວາມແລ້ວ ການກັບຄືນມາຈາກຕາຍຂອງເຂົາເຈົ້າສາມາດກາຍເປັນ ‘ການຄືນມາສຳລັບຊີວິດ’ ບໍ່ແມ່ນ ‘ການຄືນມາສຳລັບຕັດສິນ’ ໂດຍທີ່ຫຼີກລ້ຽງບໍ່ໄດ້.—ໂຢຮັນ 5:28, 29.
15. (ກ) ໃຜຈະບໍ່ໄດ້ຮັບການປຸກຂຶ້ນຈາກຕາຍ? (ຂ) ຄວາມຈິງກ່ຽວກັບການກັບຄືນມາຈາກຕາຍຄວນຈະມີຜົນຕໍ່ເຮົາຢ່າງໃດ?
15 ຢ່າງໃດກໍຕາມ ບໍ່ແມ່ນທຸກໆຄົນທີ່ເຄີຍມີຊີວິດຢູ່ແລະຕາຍໄປຈະໄດ້ຮັບການປຸກຂຶ້ນຈາກຕາຍ. ບາງຄົນໄດ້ເຮັດບາບຢ່າງທີ່ໃຫ້ອະໄພບໍ່ໄດ້ເລີຍ. ຄົນເຫຼົ່ານີ້ບໍ່ໄດ້ຢູ່ໃນຮາເດສ ແຕ່ຢູ່ໃນເກເຮນນາ ທີ່ເຊິ່ງເຂົາເຈົ້າຈະພົບກັບຄວາມພິນາດຕະຫຼອດໄປ. ຜູ້ທີ່ລວມຢູ່ໃນທ່າມກາງຄົນເຫຼົ່ານີ້ກໍຄືຄົນທີ່ຈະຖືກປະຫານໃນ “ຄວາມທຸກທໍລະມານຢ່າງໜັກ” ເຊິ່ງໃກ້ຈະມາຮອດແລ້ວ. (ມັດທາຍ 12:31, 32; 23:33; 24:21, 22; 25:41, 46; 2 ເທຊະໂລນີກ 1:6-9) ສະນັ້ນ ໃນຂະນະທີ່ພະເຢໂຫວາສຳແດງຄວາມເມດຕາເປັນພິເສດໂດຍການປ່ອຍຄົນຕາຍອອກຈາກຮາເດສ ຄວາມຫວັງເລື່ອງການກັບຄືນມາຈາກຕາຍຈຶ່ງບໍ່ໄດ້ເປັນສາເຫດທີ່ເຮັດໃຫ້ເຮົາບໍ່ເອົາຫົວຊາຕໍ່ວິທີທີ່ເຮົາດຳເນີນຊີວິດໃນເວລານີ້. ການກັບຄືນມາຈາກຕາຍເປັນໄປບໍ່ໄດ້ສຳລັບຜູ້ທີ່ຕັ້ງໃຈຂັດຂືນສິດທິສູງສຸດໃນການປົກຄອງຂອງພະເຢໂຫວາ. ຄວາມຮູ້ນີ້ຄວນຈະກະຕຸ້ນເຮົາໃຫ້ສະແດງການຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ຄວາມກະລຸນາອັນບໍ່ຄວນໄດ້ຮັບຂອງພະເຈົ້າໂດຍການທີ່ເຮົາດຳເນີນຊີວິດຕາມພະປະສົງຂອງພະອົງ.
ໄດ້ຮັບການເສີມກຳລັງໂດຍຄວາມຫວັງເລື່ອງການກັບຄືນມາຈາກຕາຍ
16. ຄວາມຫວັງເລື່ອງການກັບຄືນມາຈາກຕາຍຈະເປັນແຫຼ່ງທີ່ເສີມກຳລັງແກ່ເຮົາຫຼາຍໂດຍວິທີໃດ?
16 ພວກເຮົາທີ່ເຊື່ອໃນເລື່ອງການກັບຄືນມາຈາກຕາຍຈະໄດ້ຮັບການເສີມກຳລັງຫຼາຍຈາກຄວາມຫວັງນີ້. ໃນປັດຈຸບັນນີ້ ເມື່ອເຮົາໃກ້ຈະເຖິງບັ້ນປາຍຂອງຊີວິດ ເຮົາຮູ້ວ່າເຮົາບໍ່ສາມາດເລື່ອນຄວາມຕາຍອອກໄປໄດ້ເລື້ອຍໆບໍ່ວ່າຈະໃຊ້ວິທີທາງການແພດແບບໃດກໍຕາມ. (ຜູ້ເທສະໜາປ່າວປະກາດ 8:8) ຖ້າເຮົາຮັບໃຊ້ພະເຢໂຫວາຮ່ວມກັບອົງການຂອງພະອົງດ້ວຍຄວາມພັກດີ ເຮົາກໍຈະມອງເບິ່ງອະນາຄົດດ້ວຍຄວາມໝັ້ນໃຈຢ່າງເຕັມທີໄດ້. ເຮົາຮູ້ວ່າໂດຍການກັບຄືນມາຈາກຕາຍ ເຮົາຈະມີຊີວິດອີກໃນເວລາທີ່ພະເຈົ້າກຳນົດໄວ້. ນັ້ນຈະເປັນຊີວິດທີ່ວິເສດແທ້ໆ! ດັ່ງເຊັ່ນອັກຄະສາວົກໂປໂລໄດ້ເອີ້ນວ່າ “ຊີວິດອັນແທ້ນັ້ນ.”—1 ຕີໂມເຕ 6:19; ເຫບເລີ 6:10-12.
17. ແມ່ນຫຍັງຈະຊ່ວຍເຮົາໃຫ້ຮັກສາຄວາມພັກດີຕໍ່ພະເຢໂຫວາ?
17 ການທີ່ຮູ້ວ່າມີການກັບຄືນມາຈາກຕາຍແລະການຮູ້ຈັກຜູ້ທີ່ເປັນແຫຼ່ງຂອງການຈັດຕຽມນັ້ນ ເຮັດໃຫ້ເຮົາມີຄວາມເຊື່ອທີ່ແຂງແຮງ. ຄວາມຮູ້ນີ້ເສີມກຳລັງເຮົາໃຫ້ພັກດີຕໍ່ພະເຈົ້າເຖິງແມ່ນວ່າຜູ້ຂົ່ມເຫງທີ່ໂຫດຮ້າຍນາບຂູ່ຈະເອົາຊີວິດກໍຕາມ. ຊາຕານໃຊ້ເລື່ອງການຢ້ານກົວຄວາມຕາຍກ່ອນເວລາອັນຄວນເປັນວິທີຄອບງຳຄົນໃຫ້ເປັນຂ້າທາດມາດົນແລ້ວ. ຢ່າງໃດກໍຕາມ ພະເຍຊູບໍ່ມີຄວາມຢ້ານແບບນີ້. ພະອົງໄດ້ພິສູດໃຫ້ເຫັນຄວາມສັດຊື່ຕໍ່ພະເຢໂຫວາຈົນສິ້ນຊີວິດ. ໂດຍທາງເຄື່ອງບູຊາໄຖ່ຂອງພະອົງ ພະເຍຊູໄດ້ຈັດຕຽມວິທີປົດປ່ອຍຄົນອື່ນຈາກຄວາມຢ້ານແບບນັ້ນ.—ເຫບເລີ 2:14, 15.
18. ແມ່ນຫຍັງໄດ້ຊ່ວຍຜູ້ຮັບໃຊ້ຂອງພະເຢໂຫວາໃຫ້ສ້າງປະຫວັດທີ່ເດັ່ນໃນເລື່ອງຄວາມສັດຊື່ພັກດີ?
18 ເນື່ອງຈາກຄວາມເຊື່ອຂອງເຂົາເຈົ້າທັງໃນເລື່ອງການຈັດຕຽມຄ່າໄຖ່ຂອງພະຄລິດແລະເລື່ອງການກັບຄືນມາຈາກຕາຍ ບັນດາຜູ້ຮັບໃຊ້ຂອງພະເຢໂຫວາໄດ້ສ້າງປະຫວັດທີ່ເດັ່ນໃນຖານະຜູ້ຮັກສາຄວາມພັກດີ. ເມື່ອຕົກຢູ່ໃນຄວາມກົດດັນ ເຂົາເຈົ້າໄດ້ພິສູດວ່າ “ເຂົາເຈົ້າບໍ່ໄດ້ຮັກຈິດວິນຍານຂອງຕົນ” ຫຼາຍກວ່າຮັກພະເຢໂຫວາ. (ຄຳປາກົດ 12:11, ລ.ມ.) ດ້ວຍການເບິ່ງກວ້າງເຫັນໄກ ເຂົາເຈົ້າຈຶ່ງບໍ່ໄດ້ປະຖິ້ມຫຼັກການຄລິດສະຕຽນເພື່ອຈະຮັກສາຊີວິດໃນຕອນນີ້ໃຫ້ລອດ. (ລືກາ 9:24, 25) ເຂົາເຈົ້າຮູ້ວ່າເຖິງແມ່ນຈະເສຍຊີວິດຂອງຕົນໃນຕອນນີ້ເນື່ອງຈາກການສະໜັບສະຫນູນສິດທິສູງສຸດໃນການປົກຄອງຂອງພະເຢໂຫວາດ້ວຍຄວາມພັກດີກໍຕາມ ພະອົງຈະປະທານລາງວັນແກ່ເຂົາເຈົ້າໂດຍການປຸກໃຫ້ກັບຄືນມາຈາກຕາຍ. ເຮົາມີຄວາມເຊື່ອແບບນີ້ບໍ? ເຮົາຈະມີຄວາມເຊື່ອແບບນີ້ໄດ້ໃນເມື່ອເຮົາຮັກພະເຢໂຫວາຢ່າງແທ້ຈິງແລະເມື່ອເຮົາໃສ່ໃຈຄວາມໝາຍອັນແທ້ຈິງຂອງຄວາມຫວັງເລື່ອງການກັບຄືນມາຈາກຕາຍ.
ການພິຈາລະນາທົບທວນ
• ເປັນຫຍັງເຮົາຕ້ອງມີຄວາມເຂົ້າໃຈເລື່ອງຈິດວິນຍານແລະສະພາບຂອງຄົນຕາຍກ່ອນທີ່ເຮົາຈະຮູ້ຄຸນຄ່າການກັບຄືນມາຈາກຕາຍ?
• ໃຜຈະກັບຄືນມາຈາກຕາຍ ແລະຄວາມຮູ້ນີ້ຄວນມີຜົນຕໍ່ເຮົາຢ່າງໃດ?
• ຄວາມຫວັງເລື່ອງການກັບຄືນມາຈາກຕາຍເສີມກຳລັງເຮົາຢ່າງໃດ?
[ຮູບພາບໜ້າ 85]
ພະເຢໂຫວາສັນຍາວ່າຈະມີການກັບຄືນມາຈາກຕາຍທັງຂອງຄົນຊອບທຳແລະຄົນບໍ່ຊອບທຳ