ເພງທີ 111
ສິ່ງທີ່ເຮັດໃຫ້ພວກເຮົາມີຄວາມຍິນດີ
1. ເຫດຜົນທີ່ໃຫ້ເຮົາມີຄວາມຍິນດີ
ດັ່ງມີຊັບສິນທີ່ເພີ່ມເຂົ້າມາ
ມີຄົນຈາກທຸກຊາດມາຫາພະເຈົ້າ
ກຳລັງມາສົມທົບກັບພວກເຮົາ
ສິ່ງທີ່ເຮັດໃຫ້ພວກເຮົາມີຄວາມສຸກ
ຄືເຮົາເຂົ້າໃຈຄຳສອນພະເຈົ້າ
ໄດ້ມີສ່ວນໃນການສັ່ງສອນທຸກວັນ
ເຮົາເຊື່ອແລະເຮັດຕາມທີ່ໄດ້ຍິນ
ທີ່ເຮົາມີຄວາມສຸກຢູ່ເລິກໃນໃຈ
ເໝືອນດັ່ງຖ່ານໄຟເຜົາໄໝ້ໃນໃຈ
ເຖິງຈະພົບຄວາມທຸກໜັກແລະບັນຫາ
ເຢໂຫວາຊ່ວຍເຮົາໃຫ້ອົດທົນ
(ທ່ອນຊ້ຳ)
ເຢໂຫວາໃຫ້ເຮົາມີຄວາມສຸກ
ເຮົາຊື່ນໃຈກັບຜົນງານພະອົງ
ດ້ວຍລິດເດດຍິ່ງໃຫຍ່ ພະລັງອັນລ້ຳເລີດ
ປ່ຽມລົ້ນຄວາມປັນຍາ ແລະຄວາມດີ
2. ເຮົາຊື່ນຊົມໃນຜົນງານຂອງພະອົງ
ແຜ່ນດິນກັບທ້ອງຟ້າແລະທະເລ
ເຮົາຮຽນຈາກໜັງສືວ່າສິ່ງສ້າງມາ
ພາກັນຕົບມືສັນເສີນພະອົງ
ເຮົາພູມໃຈໄດ້ເປັນພະຍານພະອົງ
ໄດ້ບອກເລື່ອງລາຊະອານາຈັກ
ປະກາດເຖິງສິ່ງດີທີ່ຈະໄດ້ຮັບ
ເຮົາຍິນດີໄປບອກທຸກຫົນແຫ່ງ
ຄວາມສຸກຕະຫຼອດໄປມາໃກ້ເຮົາແລ້ວ
ແສງແຫ່ງວັນໃໝ່ໃກ້ຈະມາເຖິງ
ສັນຍາເລື່ອງຟ້າໃໝ່ແລະໂລກໃໝ່ນັ້ນ
ນຳຄວາມສຸກບໍ່ສິ້ນສຸດເຂົ້າມາ
(ທ່ອນຊ້ຳ)
ເຢໂຫວາໃຫ້ເຮົາມີຄວາມສຸກ
ເຮົາຊື່ນໃຈກັບຜົນງານພະອົງ
ດ້ວຍລິດເດດຍິ່ງໃຫຍ່ ພະລັງອັນລ້ຳເລີດ
ປ່ຽມລົ້ນຄວາມປັນຍາ ແລະຄວາມດີ
(ເບິ່ງຕື່ມ ບັນຍັດ. 16:15; ເອຊາ. 12:6; ໂຢ. 15:11)