ເພງທີ 71
ເຮົາເປັນກອງທັບຂອງພະເຢໂຫວາ!
1. ເຮົາເປັນກອງທັບເຢໂຫວາ
ພະຄລິດເປັນຜູ້ນຳ
ເຖິງວ່າມານຂັດຂວາງພຽງໃດ
ເຮົາຮ່ວມກັນເປັນໜຶ່ງດຽວ
ເຮົາຮັບໃຊ້ສັດຊື່ບໍ່ຂາດ
ປະກາດໃກ້ແລະໄກ
ເຮົາມຸ່ງໝັ້ນແລະຕັ້ງໃຈ
ບໍ່ຢ້ານກົວສິ່ງໃດ
(ທ່ອນຊ້ຳ)
ເຮົາເປັນກອງທັບເຢໂຫວາ
ໜຶ່ງດຽວກັບພະຄລິດ
ເຮົາຍິນດີຈະບອກຂ່າວ
ພະເຈົ້າເລີ່ມປົກຄອງ
2. ເຮົາຜູ້ຮັບໃຊ້ເຢໂຫວາ
ຊອກຫາແກະພະອົງ
ແກະທີ່ຫຼົງທາງແລະຫາຍໄປ
ຄົນຮ້ອງໄຫ້ແລະສິ້ນຫວັງ
ໄປຕາມຫາເພື່ອເບິ່ງແຍງ
ແລະຢ້ຽມຢາມປະຈຳ
ໝັ່ນເຊີນຊວນໃຫ້ເຂົາມາ
ມາທີ່ຫໍປະຊຸມ
(ທ່ອນຊ້ຳ)
ເຮົາເປັນກອງທັບເຢໂຫວາ
ໜຶ່ງດຽວກັບພະຄລິດ
ເຮົາຍິນດີຈະບອກຂ່າວ
ພະເຈົ້າເລີ່ມປົກຄອງ
3. ເຮົາເປັນກອງທັບເຢໂຫວາ
ໃຕ້ພະຄລິດສັ່ງການ
ເຮົາຕຽມພ້ອມໃນການຕໍ່ສູ້
ເຮົາຢືນຢັດຢ່າງໝັ້ນຄົງ
ພວກເຮົາຕ້ອງເປັນຄົນສະຫຼາດ
ແລະສັດຊື່ໝັ້ນຄົງ
ເມື່ອປະເຊີນອັນຕະລາຍ
ບໍ່ປະຖິ້ມຄວາມຈິງ
(ທ່ອນຊ້ຳ)
ເຮົາເປັນກອງທັບເຢໂຫວາ
ໜຶ່ງດຽວກັບພະຄລິດ
ເຮົາຍິນດີຈະບອກຂ່າວ
ພະເຈົ້າເລີ່ມປົກຄອງ
(ເບິ່ງຕື່ມ ຟີລິບ 1:7; ຟີເລ. 2)