ເພງທີ 59
ມາສັນລະເສີນພະເຢໂຫວາຮ່ວມກັນ
- 1. ມາຮ່ວມສັນເສີນ ພະເຢໂຫວາ - ຜູ້ໃຫ້ຊີວິດລົມຫາຍໃຈແລະທຸກສິ່ງ - ທຸກວັນທຸກຄືນ ເຮົາສັນເສີນນາມ - ເຊີດຊູຄວາມຮັກຄວາມຍິ່ງໃຫຍ່ຂອງພະເຈົ້າ - ໃຫ້ເຮົາມາຮ້ອງສັນລະເສີນຊື່ພະອົງ 
- 2. ມາຮ່ວມສັນເສີນ ຜູ້ທີ່ໄດ້ຟັງ - ຄຳທູນອ້ອນວອນທີ່ພວກເຮົານັ້ນຕ້ອງການ - ອຳນາດພະເຈົ້າ ຊ່ວຍຄົນອ່ອນແຮງ - ພະລັງພະອົງຄ້ຳຈຸນຄົນທີ່ຖ່ອມຕົວ - ເຮົາປະກາດອຳນາດແລະຊື່ສຽງພະອົງ 
- 3. ມາຮ່ວມສັນເສີນ ພະເຈົ້າຂອງເຮົາ - ຜູ້ປອບໂຍນເຮົາຜູ້ທີ່ເຮົາວາງໃຈໄດ້ - ພ້ອມຈະອະໄພ ຮັກສາແຜໃຈ - ໄດ້ພອນມາກລົ້ນໂດຍລາຊະອານາຈັກ - ໃຫ້ເຮົາສັນເສີນພະເຈົ້າດ້ວຍຄວາມຍິນດີ 
(ເບິ່ງຕື່ມ ເພງ. 94:18, 19; 145:21; 147:1; 150:2; ກິດ. 17:25)