ປັບປຸງຄວາມສາມາດໃນວຽກຮັບໃຊ້ຂອງເຮົາໃຫ້ດີຂຶ້ນ—ເລີ່ມສາຍວຽນສົ່ງວາລະສານ
ເປັນຫຍັງຈຶ່ງສຳຄັນ: ຫຼາຍຄົນທີ່ມັກອ່ານວາລະສານຂອງເຮົາຍັງບໍ່ພ້ອມທີ່ຈະຮຽນຄຳພີໄບເບິນກັບເຮົາ. ບາງທີແມ່ນຍ້ອນພໍໃຈກັບສາສະໜາທີ່ຕົນເອງນັບຖືຢູ່ ຫຼືຮູ້ສຶກວ່າບໍ່ມີເວລາ. ແຕ່ເມື່ອອ່ານວາລະສານເປັນປະຈຳ ເຂົາເຈົ້າອາດຢາກຮູ້ກ່ຽວກັບຄຳພີໄບເບິນຫຼາຍຂຶ້ນ. (1 ເປ. 2:2) ອາດມີບົດຄວາມໜຶ່ງສະເພາະທີ່ກິນໃຈ ຫຼືສະພາບການຂອງເຂົາເຈົ້າອາດປ່ຽນໄປ. ຖ້າເຮົາໄປຢາມສັ້ນໆເປັນປະຈຳ ເຂົາເຈົ້າອາດຮູ້ຈັກເຮົາດີຂຶ້ນແລະສະດວກໃຈທີ່ຈະລົມນຳ ເຮົາຍັງຈະຮູ້ອີກວ່າເຂົາເຈົ້າສົນໃຈແລະເປັນຫ່ວງເລື່ອງຫຍັງ. ໃນທີ່ສຸດອາດຢາກຮຽນຄຳພີໄບເບິນກັບເຮົາກໍໄດ້.
ລອງເຮັດໃນເດືອນນີ້:
ຂຽນຊື່ຄົນສົນໃຈທີ່ອາດເພີ່ມເຂົ້າໃນສາຍວຽນສົ່ງວາລະສານຂອງເຮົາ. ເອົາວາລະສານສະບັບຫຼ້າສຸດໄປໃຫ້ເຂົາເຈົ້າ ແລະບອກວ່າເດືອນໜ້າຈະເອົາມາໃຫ້ອີກ.