ຕາຕະລາງສຳລັບອາທິດເລີ່ມຕົ້ນວັນທີ 16 ມີນາ
ອາທິດເລີ່ມຕົ້ນວັນທີ 16 ມີນາ
ເພງ 65 ແລະການອະທິດຖານ
ການສຶກສາພະຄຳພີປະຈຳປະຊາຄົມ
ຂກ ບົດ 21 ຫຍໍ້ໜ້າ 16-21 ຂອບໜ້າ 217 (30 ນາທີ)
ໂຮງຮຽນເພື່ອການຮັບໃຊ້ຕາມລະບອບຂອງພະເຈົ້າ
ການອ່ານພະຄຳພີ 1 ຊາເມືອນ 5-9 (8 ນາທີ)
ທີ 1: 1 ຊາເມືອນ 6:10-21 (ບໍ່ເກີນ 3 ນາທີ)
ທີ 2: ອາທາເລຍ—ເຮົາຕ້ອງລະວັງອິດທິພົນຂອງເຢຊາເບນ—ທຕ ໜ້າ 87 ຫຍໍ້ໜ້າ 18 (5 ນາທີ)
ທີ 3: ຄຳພະຍາກອນກ່ຽວກັບຜູ້ເປັນເມຊີທີ່ພະເຍຊູເຮັດໃຫ້ສຳເລັດ—ມຮຈ ໜ້າ 11 (5 ນາທີ)
ການປະຊຸມເພື່ອການຮັບໃຊ້
ຫົວເລື່ອງຫຼັກຂອງເດືອນນີ້: “ມີໃຈຕຽມພ້ອມສຳລັບການດີທຸກຢ່າງ.”—ຕິໂຕ 3:1
ເພງ 98
10 ນາທີ: ພວກເຂົາເຕັມໃຈໄປຮັບໃຊ້ທີ່ໃຕ້ຫວັນ ບັນລະຍາຍແລະຖາມຄຳຄິດເຫັນໂດຍໃຊ້ບົດຄວາມຈາກ ຫໍສັງເກດການ ວັນທີ 15 ຕຸລາ 2014 ໜ້າ 3-6. ຜູ້ປະກາດກຽມຕົວແນວໃດເພື່ອຍ້າຍໄປຕ່າງປະເທດ? ແລະເຂົາເຈົ້າໄດ້ຮັບປະໂຫຍດຫຍັງແດ່?
20 ນາທີ: “ປັບປຸງຄວາມສາມາດໃນວຽກຮັບໃຊ້ຂອງເຮົາໃຫ້ດີຂຶ້ນ—ເລີ່ມສາຍວຽນສົ່ງວາລະສານ.” ບັນລະຍາຍແລະຖາມຄຳຄິດເຫັນ. ໃຫ້ສາທິດສັ້ນໆເຊິ່ງເປັນສາກທີ່ຜູ້ປະກາດສະເໜີການສຶກສາກັບສາຍວຽນສົ່ງວາລະສານ. ຈາກນັ້ນໃຫ້ສຳພາດພີ່ນ້ອງຄົນໜຶ່ງທີ່ມີສາຍວຽນສົ່ງວາລະສານ. ລາວມີທັງໝົດຈັກຄົນ? ລາວກຽມຕົວແນວໃດເມື່ອໄປຢາມແຕ່ລະຄັ້ງ? ໃຫ້ລາວເລົ່າປະສົບການທີ່ດີ.
ເພງ 101 ແລະການອະທິດຖານ