ປະກາດຢ່າງຖີ່ຖ້ວນເກີດຜົນທີ່ດີ
ເດັກກຳພ້າເຂົ້າຮ່ວມການປະຊຸມ
(ຈາກປຶ້ມປະຈຳປີ 2015 ໜ້າ 54 ຫຍໍ້ໜ້າ 1)
ໃນປະເທດຊູຣີນາມ ແອນເຈນາ ໄດ້ໄປຢາມສູນເດັກກຳພ້າໃກ້ໆ ບ້ານຂອງລາວ. ຢູ່ບ່ອນນັ້ນຜູ້ອຳນວຍການເຊິ່ງເປັນພີ່ນ້ອງຍິງທີ່ເຊົາສົ່ງລາຍງານການປະກາດ ລາວໄດ້ອະນຸຍາດໃຫ້ແອນເຈນາປະກາດກັບເດັກກຳພ້າເຊິ່ງມີທັງໝົດ 85 ຄົນ. ແອນເຈນາໄດ້ເປີດວິດີໂອຈາກເວັບໄຊ jw.org. ໃຫ້ເດັກນ້ອຍເບິ່ງ ລາວເລີ່ມສຶກສາກັບເດັກນ້ອຍຫຼາຍຄົນ. ມີໄພໂອເນຍ 2 ຄົນມາຮ່ວມນຳ ແຕ່ລະຄົນໄດ້ແຍກກັນສຶກສາກັບເດັກນ້ອຍເປັນກຸ່ມໃຜກຸ່ມລາວ. ພີ່ນ້ອງຍິງທີ່ເຊົາສົ່ງລາຍງານການປະກາດເວົ້າວ່າລາວເຄີຍສອນເດັກນ້ອຍບາງຄົນໃຫ້ຮ້ອງເພງລາຊະອານາຈັກແລະອ່ານເລື່ອງລາວໃນຄຳພີໄບເບິນໃຫ້ເຂົາເຈົ້າຟັງໃນຕອນກາງຄືນ. ລາວບອກວ່າຢາກໄປປະຊຸມ ແຕ່ກໍປະເດັກກຳພ້າ 85 ຄົນໄວ້ຢູ່ໃນສູນໂດຍທີ່ບໍ່ຄົນເບິ່ງແຍງບໍ່ໄດ້. ດັ່ງນັ້ນ ພີ່ນ້ອງຈຶ່ງຫາວິທີຊ່ວຍທຸກຄົນໃຫ້ມາປະຊຸມໂດຍພາເດັກນ້ອຍຍ່າງທາງມາທີ່ຫໍປະຊຸມເພາະສູນເດັກກຳພ້າຢູ່ບໍ່ໄກຈາກຫໍປະຊຸມ. ໃນຕອນນີ້ພີ່ນ້ອງຍິງທີ່ເຊົາສົ່ງລາຍງານການປະກາດຄົນນີ້ ແລະເດັກກຳພ້າທັງໝົດ 85 ຄົນໄດ້ເຂົ້າຮ່ວມການປະຊຸມເປັນປະຈຳ.
“ຂ້ອຍຄິດວ່າບໍ່ແມ່ນເລື່ອງບັງເອີນ”
(ຈາກປຶ້ມປະຈຳປີ 2015 ໜ້າ 56 ຫຍໍ້ໜ້າ 2-ໜ້າ 57 ຫຍໍ້ໜ້າ 1)
ໃນປະເທດເບຣຊິນ ໃນຂະນະທີ່ກຳລັງແຈກແຜ່ນພັບຄົນທີ່ຕາຍໄປແລ້ວຈະມີຊີວິດບໍ? ເຈັນນີເຟີໄດ້ເຄາະປະຕູເຮືອນຂອງຜູ້ຍິງຄົນໜຶ່ງທີ່ກຳລັງຟ້າວໄປງານສົບຂອງໝູ່ສະໜິດ. ດ້ວຍຄວາມບັງເອີນ ເຈັນນີເຟີບອກຜູ້ຍິງຄົນນັ້ນວ່າ ລາວຢາກໃຫ້ແຜ່ນພັບທີ່ເວົ້າເຖິງຄວາມຫວັງທີ່ຈະໄດ້ພົບຄົນທີ່ເຮົາຮັກເຊິ່ງຕາຍໄປແລ້ວ. ເມື່ອເຫັນຊື່ຂອງແຜ່ນພັບ ຜູ້ຍິງຄົນນັ້ນຮູ້ສຶກແປກໃຈຫຼາຍ ແຕ່ລາວກໍຮັບເອົາໄວ້. ເຈັນນີເຟີຖາມລາວວ່າຢາກຈະໄດ້ແຜ່ນພັບເພີ່ມອີກບໍເພື່ອຈະເອົາໄປໃຫ້ຄອບຄົວທີ່ກຳລັງໂສກເສົ້າ. ຜູ້ຍິງຄົນນັ້ນກໍຕອບວ່າດີຄືກັນແລະຂໍແຜ່ນພັບອີກ 9 ແຜ່ນ.
ຕໍ່ມາເຈັນນີເຟີກັບໄປຢາມຜູ້ຍິງຄົນນັ້ນອີກ ຜູ້ຍິງຄົນນັ້ນບອກວ່າ: “ມື້ທີ່ເຮົາພົບກັນຄັ້ງທຳອິດ ຂ້ອຍຄິດວ່າບໍ່ແມ່ນເລື່ອງບັງເອີນ. ພະເຈົ້າໄດ້ໃຊ້ເຈົ້າມາໃຫ້ສົ່ງຂໍ້ຄວາມທີ່ໃຫ້ກຳລັງໃຈຂ້ອຍໃນຕອນທີ່ຂ້ອຍຕ້ອງການຢູ່ພໍດີ.” ຜູ້ຍິງຄົນນັ້ນແຈກແຜ່ນພັບຈົນໝົດ. ຄົນໜຶ່ງໃນຄອບຄົວຂອງຜູ້ທີ່ຕາຍໄດ້ອ່ານແຜ່ນພັບນີ້ໃຫ້ຄົນທີ່ມາຮ່ວມໃນງານສົບຟັງ ທຸກຄົນເຫັນຄຸນຄ່າແລະຂອບໃຈຜູ້ຍິງຄົນນັ້ນສຳລັບແຜ່ນພັບທີ່ໃຫ້ກຳລັງໃຈນີ້ ຕໍ່ມາລາວກໍຕົກລົງສຶກສາຄຳພີໄບເບິນ.
ການສົ່ງຂໍ້ຄວາມໃນສະພາບອາກາດທີ່ບໍ່ດີ
(ຈາກປຶ້ມປະຈຳປີ 2015 ໜ້າ 63 ຫຍໍ້ໜ້າ 2-ໜ້າ 64 ຫຍໍ້ໜ້າ 1)
ໃນປະເທດຟີລິບປິນ ເກຣກແລະອັນມາຍ້າຍໄປທີ່ເກາະຄາເທັນດົວເນດສ (Catanduanes) ເພື່ອໄປຮັບໃຊ້ໃນບ່ອນທີ່ຕ້ອງການຜູ້ປະກາດຫຼາຍກວ່າ. ເນື່ອງຈາກພື້ນທີ່ບາງສ່ວນຂອງເກາະນັ້ນເປັນເຂດພູເຂົາສູງ ເຂົາເຈົ້າຈຶ່ງຕ້ອງຍ່າງປະມານ 19 ກິໂລແມັດ ເພື່ອຈະໄປປະກາດຢູ່ເຂດນັ້ນ. ທຳອິດເຂົາເຈົ້າຕ້ອງພາຍເຮືອປະມານ 2 ຊົ່ວໂມງ ເພື່ອໄປປະກາດທີ່ໝູ່ເກາະອື່ນໆ. ໃນລະດູຝົນການເດີນທາງກໍຍາກລຳບາກຂຶ້ນ ແທນທີ່ຈະຢູ່ບ້ານລ້າໆ ໂດຍທີ່ບໍ່ໄປປະກາດເລີຍ ເຂົາເຈົ້າໄດ້ໃຊ້ປະໂຫຍດຈາກໂປຣໂມຊັນຂອງເຄືອຂ່າຍໂທລະສັບເຊິ່ງສາມາດສົ່ງຂໍ້ຄວາມໄດ້ບໍ່ຈຳກັດແຕ່ຈ່າຍໃນລາຄາທີ່ຖືກ.
ເກຣກບອກວ່າ ລາວສົ່ງຂໍ້ຄວາມໂດຍເລີ່ມຈາກບອກຊື່ຂອງລາວກ່ອນ ແລ້ວກໍພິມໃສ່ວ່າ “ຂ້ອຍຢາກແບ່ງປັນຂ່າວສານຈາກຄຳພີໄບເບິນໃຫ້ກັບເຈົ້າ.” ຂໍ້ພະຄຳພີໜຶ່ງທີ່ລາວເຫັນວ່າໃຊ້ໄດ້ຜົນກໍຄືໂຢຮັນ 17:3 ຫຼັງຈາກຍົກຂໍ້ຄວາມຈາກຂໍ້ນັ້ນແລ້ວ ລາວກໍຖາມ 2 ຄຳຖາມວ່າ: ໃຜເປັນພະເຈົ້າອົງທ່ຽງແທ້? ແລະພະເຍຊູແມ່ນໃຜ? ແລ້ວລາວກໍເຊີນຄົນທີ່ໄດ້ຮັບຂໍ້ຄວາມໃຫ້ຕອບກັບ ແລະຖ້າຄົນນັ້ນຕອບກັບມາ ເກຣກກໍຈະສົ່ງຂໍ້ພະຄຳພີໄປອີກຂໍ້ໜຶ່ງເຊັ່ນ ຄຳເພງ 83:18 ຖ້າຄົນນັ້ນຕອບກັບມາເລື້ອຍໆ ລາວກໍຈະຖາມວ່າຈະຂໍລົມກັນຕໍ່ທາງໂທລະສັບໄດ້ບໍ. ເກຣກກັບອັນມາບອກວ່າມີຫຼາຍຄົນທີ່ຕອບຕົກລົງ.
ຜູ້ຍິງຄົນໜຶ່ງທີ່ເກຣກກັບອັນມາຕິດຕໍ່ນຳມີຄຳຖາມຫຼາຍກ່ຽວກັບຄຳພີໄບເບິນ ເຂົາເຈົ້າຈຶ່ງໄດ້ສົ່ງຂໍ້ຄວາມກັນໄປມາຫຼາຍຮອບ ໃນທີ່ສຸດການສົ່ງຂໍ້ຄວາມແບບນີ້ກໍນຳໄປສູ່ການສຶກສາຄຳພີໄບເບິນ ຜູ້ຍິງຄົນນີ້ບອກສິ່ງທີ່ໄດ້ຮຽນຮູ້ກັບຫຼານຊາຍແລະໝູ່ຢູ່ບ່ອນເຮັດວຽກຄົນໜຶ່ງ ຜົນກໍຄືທັງ 3 ຄົນຮັບບັບເຕມາ.