ສິ່ງທີ່ມີຄ່າຈາກພະຄຳຂອງພະເຈົ້າ | ເນເຫມີ 12-13
ບົດຮຽນທີ່ໃຊ້ໄດ້ແທ້ຈາກພະທຳເນເຫມີ
ເນເຫມີກະຕືລືລົ້ນໃນການປົກປ້ອງການນະມັດສະການແທ້
ປະໂລຫິດໃຫຍ່ເອເລຍຊີບຍອມໃຫ້ໂຕເບຍຜູ້ທີ່ຕໍ່ຕ້ານແລະບໍ່ເຊື່ອພະເຢໂຫວາມີອິດທິພົນຕໍ່ລາວ.
ປະໂລຫິດໃຫຍ່ເອເລຍຊີບໄດ້ຈັດບ່ອນໜຶ່ງໃນຫ້ອງອາຫານຂອງວິຫານໃຫ້ໂຕເບຍ.
ເນເຫມີໄດ້ໂຍນເຄື່ອງໃຊ້ຂອງໂຕເບຍອອກໄປທາງນອກ ແລະຊຳຮະຫ້ອງນັ້ນໃຫ້ສະອາດແລ້ວເອົາເຄື່ອງໃຊ້ທັງຫຼາຍຂອງວິຫານໄປໄວ້ແທນ.
ເນເຫມີຍັງສືບຕໍ່ກຳຈັດຄວາມບໍ່ສະອາດທຸກຮູບແບບອອກຈາກເມືອງເຢຣຶຊາເລມ.